ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລິດເດດ​ໃນ​ການ​ຟື້ນຟູ​ຂອງ​ພະ​ເຢໂຫວາ ‘ຜູ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
    • 3. ກິດຈະການ 3:21 ເວົ້າ​ເຖິງ​ຫຍັງ​ທີ່​ໃຫ້​ກຳລັງ​ໃຈ ແລະ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດຂຶ້ນ​ໄດ້​ແນວ​ໃດ?

      3 ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ໃນ​ການ​ຟື້ນຟູ ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ! ໃນ​ບົດ​ນີ້ ເຮົາ​ຈະ​ໄດ້​ຮຽນ​ກ່ຽວກັບ​ຫຼາຍ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ຟື້ນຟູ​ເພື່ອ​ພວກ​ເຮົາ. ທີ່ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້ ‘ທຸກ​ສິ່ງ​ໄດ້​ຮັບ​ການ​ຟື້ນຟູ.’ (ກິດຈະການ 3:21) ເພື່ອ​ໃຫ້​ເລື່ອງ​ນີ້​ສຳເລັດ ພະ​ເຢໂຫວາ​ຈະ​ໃຊ້​ການ​ປົກຄອງ​ຂອງ​ເມຊີອາ​ເຊິ່ງ​ປົກຄອງ​ໂດຍ​ພະ​ເຢຊູ​ຄລິດ​ລູກ​ຊາຍ​ຂອງ​ເພິ່ນ. ມີ​ຫຼັກຖານ​ຈະ​ແຈ້ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ນີ້​ເລີ່ມ​ຕົ້ນ​ປົກຄອງ​ຢູ່​ສະຫວັນ​ໃນ​ປີ 1914.a (ມັດທາຍ 24:3-14) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຟື້ນຟູ​ສິ່ງ​ທີ່​ໜ້າ​ອັດສະຈັນ​ຫຍັງ​ແດ່? ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຫັນ​ວ່າ​ໄດ້​ເກີດຂຶ້ນ​ແລ້ວ​ໃນ​ຕອນນີ້ ແຕ່​ຍັງ​ມີ​ການ​ຟື້ນຟູ​ອື່ນໆ​ອີກ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ເພື່ອ​ພວກ​ເຮົາ​ທຸກ​ຄົນ​ໃນ​ອະນາຄົດ.

  • ລິດເດດ​ໃນ​ການ​ຟື້ນຟູ​ຂອງ​ພະ​ເຢໂຫວາ ‘ຜູ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
    • a “ຕອນ​ທີ່​ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ເລີ່ມ​ຕົ້ນ​ເມື່ອ​ລູກ​ຫຼານ​ຂອງ​ກະສັດ​ດາວິດ​ຜູ້​ສັດຊື່​ນັ່ງ​ຢູ່​ເທິງ​ບັນລັງ​ການ​ປົກຄອງ​ຂອງ​ເມຊີອາ ພະ​ເຢໂຫວາ​ສັນຍາ​ກັບ​ດາວິດ​ວ່າ​ລູກ​ຫຼານ​ຂອງ​ລາວ​ຈະ​ປົກຄອງ​ຕະຫຼອດ​ໄປ. (ເພງ​ສັນລະເສີນ 89:35-37) ແຕ່​ຫຼັງ​ຈາກ​ທີ່​ກອງທັບ​ບາບີໂລນ​ທຳລາຍ​ເມືອງ​ເຢຣູຊາເລັມ​ໃນ​ປີ 607 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ກໍ​ບໍ່​ມີ​ລູກ​ຫຼານ​ຄົນ​ໃດ​ຂອງ​ດາວິດ​ປົກຄອງ​ເປັນ​ຕົວແທນ​ຂອງ​ພະເຈົ້າ​ອີກ. ແຕ່​ເມື່ອ​ພະ​ເຢຊູ​ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ດາວິດ​ໄດ້​ຂຶ້ນ​ປົກຄອງ​ໃນ​ສະຫວັນ ເພິ່ນ​ກໍ​ເປັນ​ກະສັດ​ຕາມ​ຄຳ​ສັນຍາ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌