ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 6. ເຮົາ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ໄປ​ປະກາດ

      ໃນ​ສະຕະວັດ​ທຳອິດ​ມີ​ບາງ​ຄົນ​ພະຍາຍາມ​ຫ້າມ​ລູກສິດ​ຂອງ​ພະ​ເຢຊູ​ບໍ່​ໃຫ້​ປະກາດ. ຄລິດສະຕຽນ​ລຸ້ນ​ທຳອິດ​ເລີຍ​ປົກປ້ອງ​ສິດ​ໃນ​ການ​ປະກາດ​ຂອງ​ເຂົາເຈົ້າ​ໂດຍ “ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ.” (ຟີລິບປອຍ 1:7) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ດຽວ​ກັນ.a

      ເປີດ​ວິດີໂອ.

      ວິດີໂອ: ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ (2:28)

      ອ່ານ​ກິດຈະການ 5:27-42 ແລ້ວ​ລົມ​ກັນ​ກ່ຽວກັບຄຳ​ຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເຊົາ​ປະກາດ?—ເບິ່ງ​ຂໍ້ 29, 38 ແລະ 39

  • ຄວາມ​ເປັນ​ກາງ​ໝາຍ​ເຖິງ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ຄວາມ​ເປັນ​ກາງ​ໝາຍ​ເຖິງ​ຫຍັງ?

      ພະ​ເຢຊູ​ບອກ​ວ່າ​ລູກສິດ​ຂອງ​ເພິ່ນ​ຕ້ອງ ‘ບໍ່​ເປັນ​ຄົນ​ຂອງ​ໂລກ​ນີ້.’ (ໂຢຮັນ 15:19) ການ​ບໍ່​ເປັນ​ຄົນ​ຂອງ​ໂລກ​ລວມ​ເຖິງ​ການ​ຮັກສາ​ຄວາມ​ເປັນ​ກາງ​ນຳ. ຖ້າ​ເຮົາ​ຢາກ​ເປັນ​ກາງ ເຮົາ​ຕ້ອງ​ບໍ່​ຫຍຸ້ງ​ກ່ຽວກັບ​ການເມືອງ​ແລະ​ສົງຄາມ. ແຕ່​ການ​ເຮັດ​ແບບ​ນັ້ນ​ອາດ​ຈະ​ບໍ່​ງ່າຍ ເພາະ​ເຮົາ​ອາດ​ຈະ​ຖືກ​ບາງ​ຄົນ​ເວົ້າ​ໃຫ້​ຫຼື​ຕຳໜິ​ເຮົາ. ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້?

      1. ຄລິດສະຕຽນ​ຄວນ​ຄິດ​ແນວ​ໃດ​ກັບ​ການ​ປົກຄອງ​ຂອງ​ມະນຸດ?

      ຄລິດສະຕຽນ​ເຊື່ອຟັງ​ເຈົ້າ​ໜ້າທີ່​ບ້ານ​ເມືອງ. ເຮົາ​ເຮັດ​ແບບ​ນັ້ນ​ເພາະ​ພະ​ເຢຊູ​ສອນ​ວ່າ “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ກໍ​ໃຫ້​ກາຍຊາ” ດັ່ງນັ້ນ ເຮົາ​ຈະ​ເຮັດ​ຕາມ​ກົດໝາຍ​ບ້ານ​ເມືອງ ເຊັ່ນ ກົດໝາຍ​ທີ່​ບອກ​ໃຫ້​ເສຍ​ພາສີ. (ມາຣະໂກ 12:17) ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ການ​ປົກຄອງ​ຕ່າງໆ​ຂອງ​ມະນຸດ​ມີ​ອຳນາດ​ປົກຄອງ​ບ້ານ​ເມືອງ. (ໂຣມ 13:1) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ການ​ປົກຄອງ​ຂອງ​ມະນຸດ​ມີ​ອຳນາດ​ຈຳກັດ​ແລະ​ມີ​ອຳນາດ​ໜ້ອຍ​ກວ່າ​ພະເຈົ້າ. ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ແລະ​ການ​ປົກຄອງ​ໃນ​ສະຫວັນ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ມາ​ແກ້ໄຂ​ບັນຫາ​ທັງໝົດ​ຂອງ​ມະນຸດ.

      2. ເຮົາ​ອາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ກາງ?

      ເຮົາ​ບໍ່​ຫຍຸ້ງ​ກ່ຽວກັບ​ການເມືອງ ຄື​ທີ່​ພະ​ເຢຊູ​ບໍ່​ຫຍຸ້ງ​ກ່ຽວກັບ​ການເມືອງ. ມີ​ເທື່ອ​ໜຶ່ງ ຜູ້​ຄົນ​ຢາກ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ຂອງ​ເຂົາເຈົ້າ​ເພາະ​ເຫັນ​ເພິ່ນ​ເຮັດ​ການ​ອັດສະຈັນ ແຕ່​ເພິ່ນ​ບໍ່​ຍອມຮັບ​ຕຳແໜ່ງ​ນັ້ນ. (ໂຢຮັນ 6:15) ຍ້ອນຫຍັງ? ຍ້ອນ​ເພິ່ນ​ບອກ​ວ່າ “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.” (ໂຢຮັນ 18:36) ພວກ​ເຮົາ​ທີ່​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ກໍ​ຮຽນ​ແບບ​ຕົວຢ່າງ​ຂອງ​ເພິ່ນ​ນຳ ເຮົາ​ເປັນ​ກາງ​ໃນ​ຫຼາຍ​ວິທີ​ເຊັ່ນ ເຮົາ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ສົງຄາມ. (ອ່ານ​ມີກາ 4:3) ເຮົາ​ໃຫ້​ຄວາມ​ນັບຖື​ສັນຍະລັກ​ຂອງ​ຊາດ ເຊັ່ນ ທຸງ​ຊາດ ແຕ່​ເຮົາ​ຈະ​ບໍ່​ໄປ​ເຄົາລົບ​ທຸງ​ຊາດ​ແລະ​ບໍ່​ຮ້ອງ​ເພງ​ຊາດ ເພາະ​ນັ້ນ​ເປັນ​ການ​ນະມັດສະການ​ແບບ​ໜຶ່ງ. (1 ໂຢຮັນ 5:21) ແລະ​ເຮົາ​ກໍ​ຈະ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ຫຼື​ສະໜັບສະໜູນ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ທາງ​ການ​ເມືອງ​ນຳ. ເມື່ອ​ເຮົາ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ກາງ ກໍ​ສະແດງ​ວ່າ​ເຮົາ​ພັກດີ​ຕໍ່​ການ​ປົກຄອງ​ຂອງ​ພະເຈົ້າ​ແທ້ໆ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ມີ​ສະຖານະການ​ໃດ​ແດ່​ທີ່​ອາດ​ເຮັດ​ໃຫ້​ບໍ່​ງ່າຍ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ ແລະ​ເຈົ້າ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ແນວ​ໃດ.

      ຜູ້​ຊາຍ​ຄົນ​ໜຶ່ງ​ວາງ​ໂຕ​ເປັນ​ກາງ. ລາວ​ບໍ່​ສົນໃຈ​ຟັງ​ນັກ​ການເມືອງ​ທີ່​ກຳລັງ​ຫາ​ສຽງ​ແຂ່ງ​ກັນ.

      3. ຄລິດສະຕຽນ​ແທ້​ວາງ​ໂຕ​ເປັນ​ກາງ

      ພະ​ເຢຊູ​ກັບ​ລູກສິດ​ຂອງ​ເພິ່ນ​ເປັນ​ຕົວຢ່າງ​ໃຫ້​ເຮົາ. ອ່ານ​ໂຣມ 13:1, 5-7 ແລະ 1 ເປໂຕ 2:13, 14. ແລ້ວ ເປີດ​ວິດີໂອ​ແລະ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ຄລິດສະຕຽນ​ແທ້​ວາງ​ໂຕ​ເປັນ​ກາງ—ຕອນ 1 (4:28)

      • ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ຄວາມ​ນັບຖື​ເຈົ້າ​ໜ້າທີ່​ບ້ານ​ເມືອງ?

      • ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຍອມ​ຢູ່​ໃຕ້​ອຳນາດ​ເຂົາເຈົ້າ?

      ໃນ​ຊ່ວງ​ສົງຄາມ ບາງ​ປະເທດ​ອ້າງ​ວ່າ​ວາງ​ໂຕ​ເປັນ​ກາງ ແຕ່​ເຂົາເຈົ້າ​ພັດ​ສະໜັບສະໜູນ​ການ​ສູ້ຮົບ​ຂອງ​ທັງ​ສອງ​ຝ່າຍ. ແທ້ໆ​ແລ້ວ​ຄວາມ​ເປັນ​ກາງ​ໝາຍ​ເຖິງ​ຫຍັງ? ອ່ານ​ໂຢຮັນ 17:16. ແລ້ວ ເປີດ​ວິດີໂອ​ແລະ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ຄລິດສະຕຽນ​ແທ້​ວາງ​ໂຕ​ເປັນ​ກາງ—ຕອນ 2 (3:11)

      • ຄວາມ​ເປັນ​ກາງ​ໝາຍ​ເຖິງ​ຫຍັງ?

      ຖ້າ​ເຈົ້າ​ໜ້າທີ່​ບ້ານ​ເມືອງ​ສັ່ງ​ໃຫ້​ເຮົາ​ເຮັດ​ບາງ​ຢ່າງ​ທີ່​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ ເຮົາ​ຈະ​ເຮັດ​ແນວ​ໃດ? ອ່ານ​ກິດຈະການ 5:28, 29. ແລ້ວ ເປີດ​ວິດີໂອ​ແລະ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ຄລິດສະຕຽນ​ແທ້​ວາງ​ໂຕ​ເປັນ​ກາງ—ຕອນ 3 (1:18)

      • ຖ້າ​ກົດໝາຍ​ຂອງ​ມະນຸດ​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ ເຮົາ​ຄວນ​ເຊື່ອຟັງ​ກົດໝາຍ​ຂອງ​ໃຜ?

      • ເຈົ້າ​ຄິດ​ວ່າ​ມີ​ສະຖານະການ​ໃດ​ແດ່​ທີ່​ຄລິດສະຕຽນ​ຈະ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເຈົ້າ​ໜ້າທີ່​ບ້ານ​ເມືອງ?

      4. ເປັນ​ກາງ​ທັງ​ໃນ​ຄວາມ​ຄິດ​ແລະ​ການ​ກະທຳ

      ອ່ານ 1 ໂຢຮັນ 5:21. ແລ້ວ ເປີດ​ວິດີໂອ​ແລະ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ເຫດຜົນ​ທີ່​ຄລິດສະຕຽນ​ແທ້​ຕ້ອງ​ມີ​ຄວາມ​ກ້າຫານ—ໃນ​ການ​ຮັກສາ​ຄວາມ​ເປັນ​ກາງ (2:49)

      • ຈາກ​ວິດີໂອ ເປັນ​ຫຍັງ​ພີ່ນ້ອງ​ອະເຍນເກ​ຕັດສິນໃຈ​ບໍ່​ສະໜັບສະໜູນ​ພັກ​ການເມືອງ​ຫຼື​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ສະແດງ​ຄວາມ​ຮັກ​ຊາດ ເຊັ່ນ​ການ​ເຄົາລົບ​ທຸງ​ຊາດ?

      • ເຈົ້າ​ຄິດ​ວ່າ​ລາວ​ຕັດສິນໃຈ​ຖືກ​ບໍ?

      ມີ​ສະຖານະການ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ບໍ່​ງ່າຍ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ບົດ​ຮຽນ​ຈາກ​ຫໍສັງເກດການ—ຮັກສາ​ຄວາມ​ເປັນ​ກາງ​ໃນ​ໂລກ​ທີ່​ມີ​ການ​ແບ່ງ​ແຍກ (5:16)

      • ຖ້າ​ມີ​ການ​ແຂ່ງ​ຂັນ​ກິລາ​ລະດັບ​ຊາດ​ທີ່​ມີ​ຫຼາຍ​ປະເທດ​ມາ​ເຂົ້າ​ຮ່ວມ ເຮົາ​ຈະ​ຮັກສາ​ຄວາມ​ເປັນ​ກາງ​ໄດ້​ແນວ​ໃດ?

      • ຖ້າ​ມີ​ນະໂຍບາຍ​ຂອງ​ພັກ​ການເມືອງ​ທີ່​ເຮັດ​ໃຫ້​ເຮົາ​ໄດ້​ປະໂຫຍດ​ຫຼື​ເສຍ​ຜົນປະໂຫຍດ ຕອນ​ນັ້ນ​ເຮົາ​ຈະ​ຮັກສາ​ຄວາມ​ເປັນ​ກາງ​ໄດ້​ແນວ​ໃດ?

      • ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ຂ່າວ​ຫຼື​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ອາດ​ມີ​ຜົນ​ກັບ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ການ​ວາງ​ໂຕ​ເປັນ​ກາງ?

      ຮູບ: 1. ກຸ່ມ​ຜູ້​ຊຸມນຸມ​ຖື​ປ້າຍ​ແລະ​ປະທ້ວງ​ດ້ວຍ​ຄວາມ​ໃຈ​ຮ້າຍ. 2. ຜູ້​ຊາຍ​ຄົນ​ໜຶ່ງ​ຍົກ​ທຸງ​ເຊຍ​ທີມ​ກິລາ​ທີ່​ລາວ​ມັກ. 3. ນັກ​ຮຽນ​ຄົນ​ໜຶ່ງ​ກ່າວ​ຄຳ​ປະຕິຍານ​ສະແດງ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ຊາດ. 4. ທະຫານ​ຄົນ​ໜຶ່ງ​ຖື​ປືນ. 5. ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ຝ່າຍ​ກຳລັງ​ນຳ​ສະເໜີ​ນະໂຍບາຍ​ຂອງ​ພັກ​ໂຕເອງ. 6. ຜູ້​ຍິງ​ຄົນ​ໜຶ່ງ​ປ່ອນ​ບັດ​ເລືອກ​ຕັ້ງ​ລົງ​ໃນ​ຫີບ.

      ມີ​ເລື່ອງ​ຫຍັງ​ແດ່​ທີ່​ຄລິດສະຕຽນ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ທັງ​ໃນ​ຄວາມ​ຄິດ​ແລະ​ການ​ກະທຳ?

      ບາງ​ຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ເຈົ້າ​ບໍ່​ເຄົາລົບ​ທຸງ​ຊາດ​ຫຼື​ບໍ່​ຮ້ອງ​ເພງ​ຊາດ?”

      • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຫຼຸບ

      ຄລິດສະຕຽນ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ເປັນ​ກາງ​ທາງ​ການເມືອງ​ທັງ​ໃນ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ.

      ຄຳ​ຖາມ​ທົບທວນ

      • ເຈົ້າ​ໜ້າທີ່​ບ້ານ​ເມືອງ​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເປັນ​ແນວ​ນັ້ນ​ເຮົາ​ຄວນ​ເຮັດ​ແນວ​ໃດ?

      • ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ທາງ​ການເມືອງ?

      • ມີ​ສະຖານະການ​ໃດ​ແດ່​ທີ່​ອາດ​ບໍ່​ງ່າຍ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ເຮົາ​ອາດ​ຕ້ອງ​ຍອມ​ສະລະ​ຫຍັງ​ແດ່​ເພື່ອ​ຈະ​ຮັກສາ​ຄວາມ​ເປັນ​ກາງ?

      ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ແທ້ໆ (3:14)

      ແຕ່​ລະ​ຄອບຄົວ​ຈະ​ເຮັດ​ຫຍັງ​ໄດ້​ເພື່ອ​ກຽມ​ພ້ອມ​ສຳລັບ​ການ​ທົດສອບ​ເລື່ອງ​ຄວາມ​ເປັນ​ກາງ?

      ຮັກສາ​ຄວາມ​ເປັນ​ກາງ​ເມື່ອ​ຢູ່​ໃນ​ບ່ອນ​ສາທາລະນະ (4:25)

      ເປັນ​ຫຍັງ​ການ​ປົກປ້ອງ​ປະເທດ​ບໍ່​ແມ່ນ​ກຽດ​ສູງ​ສຸດ?

      “ພະເຈົ້າ​ເຮັດ​ໄດ້​ທຸກ​ຢ່າງ” (5:19)

      ເຈົ້າ​ຈະ​ບໍ່​ເປັນ​ຄົນ​ຂອງ​ໂລກ​ໄດ້​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ວຽກ​ອາຊີບ?

      “ແຕ່​ລະ​ຄົນ​ຕ້ອງ​ແບກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົວເອງ” (ຫໍສັງເກດການ 15 ມີນາ 2006)

  • ເຈົ້າ​ຈະ​ອົດທົນ​ການ​ຂົ່ມເຫງ​ໄດ້​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 5. ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ

      ຕອນ​ທີ່​ຄົນ​ອື່ນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ເພື່ອ​ຈະ​ຮັບໃຊ້​ເພິ່ນ​ຕໍ່​ໄປ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ສະແດງ​ຄວາມ​ກ້າຫານ​ເຖິງ​ວ່າ​ຖືກ​ຂົ່ມເຫງ (6:27)

      • ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ວິດີໂອ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ກ້າ​ຫຼາຍ​ຂຶ້ນ​ບໍ? ຍ້ອນຫຍັງ?

      ອ່ານ​ກິດຈະການ 5:27-29 ແລະ​ເຮັບເຣີ 10:24, 25. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳ​ຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

      • ເປັນ​ຫຍັງ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ເຖິງ​ວ່າ​ລັດຖະບານ​ຈະ​ຫ້າມ​ບໍ່​ໃຫ້​ເຮົາ​ປະກາດ​ຫຼື​ປະຊຸມ​ນຳ​ກັນ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌