ບົດຫ້າ
ຈົ່ງຝຶກອົບຮົມລູກຂອງເຈົ້າຕັ້ງແຕ່ເປັນທາລົກ
1, 2. ພໍ່ແມ່ຄວນໝາຍເພິ່ງໃຜເພື່ອໄດ້ຄວາມຊ່ວຍເຫຼືອໃນການລ້ຽງດູລູກໆ?
“ລູກທັງຫຼາຍເປັນມູນມາແຕ່ພະເຢໂຫວາ” ພໍ່ທີ່ຢັ່ງຮູ້ຄ່າຜູ້ໜຶ່ງໄດ້ກ່າວອອກມາດັ່ງນີ້ປະມານ 3,000 ປີມາແລ້ວ. (ຄຳເພງ 127:3) ແທ້ຈິງ ຄວາມຍິນດີຂອງການເປັນພໍ່ແມ່ນັ້ນແມ່ນລາງວັນທີ່ລ້ຳຄ່າຈາກພະເຈົ້າ ຊຶ່ງແມ່ນຜົນຕອບແທນແກ່ຄົນທີ່ສົມລົດແລ້ວສ່ວນຫຼາຍ. ຢ່າງໃດກໍດີ ຄົນເຫຼົ່ານັ້ນທີ່ມີລູກຍ່ອມສຳນຶກໃນບໍ່ຊ້າວ່າ ພ້ອມກັບຄວາມຍິນດີນັ້ນການເປັນພໍ່ແມ່ນຳມາຊຶ່ງໜ້າທີ່ຮັບຜິດຊອບດ້ວຍ.
2 ໂດຍສະເພາະຢ່າງຍິ່ງໃນທຸກມື້ນີ້ ການລ້ຽງດູລູກເປັນພາລະໜ້າທີ່ຍາກຫຼາຍ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນເຮັດຢ່າງມີຜົນສຳເລັດ ແລະຜູ້ປະພັນຄຳເພງທີ່ໄດ້ຮັບການດົນໃຈຊີ້ເຖິງວິທີເມື່ອເຂົາກ່າວວ່າ “ຖ້າພະເຢໂຫວາບໍ່ສ້າງເຮືອນ ການທີ່ຊ່າງກໍ່ເຮັດງານໜັກກໍໄຮ້ປະໂຫຍດ.” (ຄຳເພງ 127:1, ລ.ມ.) ຍິ່ງເຈົ້າປະຕິບັດຕາມຄຳຊີ້ແນະຂອງພະເຢໂຫວາຢ່າງໃກ້ຊິດຫຼາຍຊ່ຳໃດ ເຈົ້າກໍຈະເປັນພໍ່ຫຼືແມ່ທີ່ດີຂຶ້ນຫຼາຍຊ່ຳນັ້ນ. ຄຳພີໄບເບິນກ່າວວ່າ “ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ [“ສຸດຫົວໃຈ,” ລ.ມ.] ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ.” (ສຸພາສິດ 3:5) ເຈົ້າເຕັມໃຈຮັບຟັງຄຳແນະນຳຂອງພະເຢໂຫວາຂະນະທີ່ເຈົ້າເລີ່ມໂຄງການລ້ຽງລູກໄລຍະ 20 ປີບໍ?
ການຍອມຮັບທັດສະນະຈາກຄຳພີໄບເບິນ
3. ພໍ່ມີໜ້າທີ່ຮັບຜິດຊອບອັນໃດໃນການລ້ຽງດູລູກ?
3 ໃນຫຼາຍຄອບຄົວທົ່ວໂລກ ຜູ້ຊາຍຖືວ່າການຝຶກອົບຮົມລູກເປັນວຽກຂອງຜູ້ຍິງສ່ວນໃຫຍ່. ຈິງຢູ່ ພະຄຳຂອງພະເຈົ້າຊີ້ເຖິງພໍ່ຖານະຜູ້ຫາລ້ຽງຫຼັກຂອງຄອບຄົວ. ຢ່າງໃດກໍຕາມ ພະຄຳຂອງພະເຈົ້າບອກດ້ວຍວ່າ ເຂົາມີໜ້າທີ່ຮັບຜິດຊອບໃນບ້ານ. ຄຳພີໄບເບິນກ່າວວ່າ “ຈົ່ງກຽມການງານຂອງເຈົ້າທີ່ນອກບ້ານ ແລະເຮັດການງານໃຫ້ພ້ອມສຳລັບຕົນໃນທົ່ງນາ. ຫຼັງຈາກນັ້ນເຈົ້າຕ້ອງເສີມສ້າງຄອບຄົວຂອງເຈົ້າເຊັ່ນກັນ.” (ສຸພາສິດ 24:27, ລ.ມ.) ໃນທັດສະນະຂອງພະເຈົ້າ ພໍ່ແລະແມ່ມີສ່ວນຮ່ວມກັນໃນການຝຶກອົບຮົມລູກໆ.—ສຸພາສິດ 1:8, 9
4. ເຫດໃດເຮົາບໍ່ຄວນຖືວ່າເດັກຜູ້ຊາຍເໜືອກວ່າເດັກຜູ້ຍິງ?
4 ເຈົ້າມີທັດສະນະຢ່າງໃດຕໍ່ລູກໆ ຂອງເຈົ້າ? ມີລາຍງານແຈ້ງວ່າ ໃນເອເຊຍ “ຫຼາຍເທື່ອພໍ່ແມ່ບໍ່ຍິນດີທີ່ທາລົກເພດຍິງເກີດມາ.” ຕາມລາຍງານ ອະຄະຕິຕໍ່ເດັກຜູ້ຍິງຍັງຄົງມີຢູ່ໃນລາຕິນອາເມຣິກາ, ແມ່ນແຕ່ໃນທ່າມກາງ “ຄອບຄົວຂ້ອນຂ້າງຈະຫົວໃໝ່.” ຢ່າງໃດກໍຕາມ ຄວາມເປັນຈິງແມ່ນ ເດັກຜູ້ຍິງບໍ່ແມ່ນຊົນຊັ້ນສອງ. ຍາໂຄບ ພໍ່ຜູ້ມີຊື່ສຽງໃນບູຮານໄດ້ພັນລະນາເຖິງລູກຫຼານທຸກຄົນຂອງທ່ານ ລວມທັງລູກສາວຄົນໃດໆ ທີ່ເກີດມາຈົນເຖິງຕອນນັ້ນວ່າເປັນ “ລູກທັງຫຼາຍທີ່ພະເຈົ້າໄດ້ໂຜດປະທານໃຫ້ແກ່ທາດຂອງທ່ານ.” (ຕົ້ນເດິມ 33:1-5; 37:35) ເຊັ່ນດຽວກັນ ພະເຍຊູອວຍພະພອນ “ເດັກນ້ອຍ” (ທັງເດັກຊາຍແລະເດັກຍິງ) ທຸກຄົນທີ່ຖືກນຳເຂົ້າມາຫາພະອົງ. (ມັດທາຽ 19:13-15) ເຮົາໝັ້ນໃຈໄດ້ວ່າ ພະອົງສະທ້ອນທັດສະນະຂອງພະເຢໂຫວາ.—ພະບັນຍັດທີ2 16:14.
5. ຄວນຄຳນຶງເຖິງສິ່ງໃດທີ່ຄວບຄຸມການຕັດສິນໃຈຂອງຄູ່ສົມລົດໃນເລື່ອງຂະໜາດຂອງຄອບຄົວ?
5 ໃນຊຸມຊົນຂອງເຈົ້າມີການຄາດໝາຍວ່າຜູ້ຍິງຄວນຈະໃຫ້ກຳເນີດລູກຫຼາຍຄົນເທົ່າທີ່ເປັນໄປໄດ້ບໍ? ນັບວ່າເໝາະສົມທີ່ຄູ່ສົມລົດທຳການຕັດສິນໃຈເອງວ່າຈະມີລູກຈັກຄົນ. ຈະວ່າຈັ່ງໃດຫາກພໍ່ແມ່ຂາດປັດໄຈທີ່ຈະລ້ຽງດູ, ຈັດຫາເຄື່ອງນຸ່ງຫົ່ມ, ແລະໃຫ້ການສຶກສາກັບລູກຈຳນວນຫຼາຍຄົນ? ແນ່ນອນ ຄູ່ສົມລົດຄວນຄຳນຶງເຖິງເລື່ອງນີ້ເມື່ອຕົກລົງກ່ຽວກັບຂະໜາດຂອງຄອບຄົວ. ສາມີພັນລະຍາບາງຄູ່ທີ່ບໍ່ສາມາດລ້ຽງດູລູກທຸກຄົນໄດ້ ໄດ້ມອບໜ້າທີ່ຮັບຜິດຊອບໃນການລ້ຽງດູລູກບາງຄົນໄວ້ກັບຍາດພີ່ນ້ອງ. ການເຮັດເຊັ່ນນັ້ນເປັນສິ່ງທີ່ເພີງປະສົງບໍ? ບໍ່ເລີຍ. ແລະການເຮັດດັ່ງນັ້ນບໍ່ໄດ້ປົດເປື້ອງພັນທະໜ້າທີ່ຂອງພໍ່ແມ່ທີ່ມີຕໍ່ລູກ. ຄຳພີໄບເບິນບອກວ່າ “ຖ້າແມ່ນຜູ້ໃດບໍ່ຈັດຫາມາລ້ຽງຄົນເຫຼົ່ານັ້ນຊຶ່ງເປັນຂອງຕົນເອງ ແລະໂດຍສະເພາະຄົນເຫຼົ່ານັ້ນຊຶ່ງເປັນສະມາຊິກແຫ່ງຄອບຄົວຂອງຕົນ ຜູ້ນັ້ນກໍໄດ້ປະຕິເສດເສຍຊຶ່ງຄວາມເຊື່ອ.” (1 ຕີໂມເຕ 5:8, ລ.ມ.) ຄູ່ສົມລົດທີ່ສຳນຶກເຖິງຄວາມຮັບຜິດຊອບພະຍາຍາມຈະກຳນົດຂະໜາດແຫ່ງ “ຄອບຄົວ” ຂອງຕົນເພື່ອເຂົາຈະສາມາດ “ຈັດຫາມາລ້ຽງຄົນເຫຼົ່ານັ້ນຊຶ່ງເປັນຂອງຕົນເອງ.” ເຂົາຈະໃຊ້ການຄຸມກຳເນີດໄດ້ບໍເພື່ອຈະກຳນົດຂະໜາດຂອງຄອບຄົວ? ນັ້ນກໍເຊັ່ນກັນເປັນເລື່ອງທີ່ຕ້ອງຕັດສິນໃຈສ່ວນຕົວ ແລະຖ້າຄູ່ສົມລົດຕັດສິນໃຈແບບນີ້ ການເລືອກວິທີຄຸມກຳເນີດກໍເປັນເລື່ອງສ່ວນຕົວດ້ວຍ. “ແຕ່ລະຄົນຈະແບກພາລະຂອງຕົນເອງ.” (ຄາລາຊີ 6:5, ລ.ມ.) ຢ່າງໃດກໍດີ ການຄຸມກຳເນີດທີ່ກ່ຽວຂ້ອງກັບການແທ້ງລູກໃນຮູບແບບໃດໆ ນັ້ນຂັດກັບຫຼັກການຂອງຄຳພີໄບເບິນ. ພະເຢໂຫວາພະເຈົ້າແມ່ນ “ບໍ່ເກີດແຫ່ງຊີວິດ.” (ຄຳເພງ 36:9, ລ.ມ.) ເພາະສະນັ້ນ ການທຳລາຍຊີວິດຫຼັງຈາກປະຕິສົນທິແລ້ວຄົງຈະເຜີຍໃຫ້ເຫັນການຂາດຄວາມນັບຖືຕໍ່ພະເຢໂຫວາຢ່າງຍິ່ງແລະເທົ່າກັບເປັນການຂ້າຄົນ.—ອຸປະຍົກໜີ 21:22, 23, ລ.ມ.; ຄຳເພງ 139:16; ເຢເຣມີ 1:5.
ການສະໜອງຄວາມຕ້ອງການຂອງລູກ
6. ການຝຶກອົບຮົມລູກຄວນເລີ່ມຕົ້ນເມື່ອໃດ?
6 ສຸພາສິດ 22:6 ກ່າວວ່າ “ຈົ່ງຝຶກຫັດເດັກນ້ອຍຕາມລະບຽບຮີດຄອງແຫ່ງຕົນ.” ການຝຶກອົບຮົມລູກເປັນໜ້າທີ່ສຳຄັນອີກຢ່າງໜຶ່ງຂອງພໍ່ແມ່. ແຕ່ການອົບຮົມນັ້ນຄວນຈະເລີ່ມຕົ້ນເມື່ອໃດ? ຄວນເລີ່ມແຕ່ໄວທາລົກ. ອັກຄະສາວົກໂປໂລໄດ້ຊີ້ແຈງວ່າ ຕີໂມເຕໄດ້ຮັບການອົບຮົມ “ຕັ້ງແຕ່ເປັນທາລົກ.” (2 ຕີໂມເຕ 3:15, ລ.ມ.) ຄຳພາສາກຣີກທີ່ໃຊ້ໃນທີ່ນີ້ອາດພາດພິງເຖິງທາລົກນ້ອຍໆ ຫຼືເດັກທີ່ຍັງບໍ່ທັນເກີດດ້ວຍ. (ລຶກາ 1:41, 44; ກິດຈະການ 7:18-20) ເນື່ອງຈາກເຫດນີ້ ຕີໂມເຕໄດ້ຮັບການຝຶກອົບຮົມຕັ້ງແຕ່ເມື່ອເຂົາຍັງນ້ອຍຫຼາຍ—ແລະສົມຄວນເຮັດເຊັ່ນນັ້ນ. ໄວທາລົກເປັນໄລຍະເວລາອັນວິເສດທີ່ຈະເລີ່ມການອົບຮົມເດັກນ້ອຍ. ແມ່ນແຕ່ທາລົກນ້ອຍໆ ກໍກະຫາຍຄວາມຮູ້.
7. (ກ) ເຫດໃດເປັນສິ່ງສຳຄັນທີ່ທັງພໍ່ແລະແມ່ພັດທະນາຄວາມສຳພັນທີ່ໃກ້ຊິດກັບທາລົກ? (ຂ) ສຳພັນທະພາບເຊັ່ນໃດມີຢູ່ລະຫວ່າງພະເຢໂຫວາກັບພະບຸດຜູ້ໄດ້ຮັບກຳເນີດອົງດຽວ?
7 ແມ່ຜູ້ໜຶ່ງບອກວ່າ “ຕັ້ງແຕ່ທຳອິດເຫັນລູກນ້ອຍ ຂ້ອຍກໍຮູ້ສຶກຮັກແລ້ວ.” ແມ່ສ່ວນຫຼາຍຮູ້ສຶກເຊັ່ນນັ້ນ. ຄວາມຜູກພັນຮັກແພງອັນດີແນວນັ້ນລະຫວ່າງແມ່ແລະທາລົກງອກງາມຂຶ້ນຂະນະທີ່ທັງສອງຢູ່ນຳກັນຫຼັງຈາກການກຳເນີດມາ. ການໃຫ້ລູກກິນນົມຍິ່ງເພີ່ມຄວາມໃກ້ຊິດນັ້ນ. (ທຽບກັບ 1 ເທຊະໂລນີກ 2:7.) ການທີ່ແມ່ກອດຈູບລູກນ້ອຍແລະສົນທະນາດ້ວຍນັບວ່າສຳຄັນຫຼາຍໃນການສະໜອງຄວາມຕ້ອງການທາງອາລົມຂອງທາລົກ. (ທຽບກັບ ເອຊາອີ 66:12.) ແຕ່ຈະວ່າຢ່າງໃດກັບຜູ້ເປັນພໍ່? ເຂົາກໍຄືກັນຄວນສ້າງຄວາມສຳພັນອັນໃກ້ຊິດກັບລູກທີ່ຫາກໍເກີດມາ. ພະເຢໂຫວາເອງເປັນຕົວຢ່າງໃນເລື່ອງນີ້. ໃນພະທຳສຸພາສິດ ເຮົາຮຽນຮູ້ເຖິງສຳພັນທະພາບຂອງພະເຢໂຫວາກັບພະບຸດຜູ້ໄດ້ຮັບກຳເນີດອົງດຽວ ຜູ້ຊຶ່ງມີການແຈ້ງວ່າໄດ້ກ່າວດັ່ງນີ້: “ພະເຢໂຫວາໄດ້ມີເຮົາໄວ້ແລ້ວໃນຕົ້ນເດີມທາງທັງຫຼາຍຂອງພະອົງ . . . ເຮົາໄດ້ເປັນຄວາມສະຫນຸກຂອງພະອົງທຸກວັນໆ [“ເປັນຜູ້ທີ່ພະອົງຮັກແພງເປັນພິເສດວັນແລ້ວວັນເລົ່າ,” ລ.ມ.].” (ສຸພາສິດ 8:22, 30; ໂຍຮັນ 1:14) ໃນທຳນອງດຽວກັນ ພໍ່ທີ່ດີປູກຝັງຄວາມສຳພັນອັນອົບອຸ່ນ ປ່ຽມດ້ວຍຄວາມຮັກກັບລູກເລີ່ມຕັ້ງແຕ່ລູກເກີດມາເລີຍ. ພໍ່ຄົນໜຶ່ງກ່າວວ່າ “ຈົ່ງສະແດງຄວາມຮັກແພງຫຼາຍໆ. ບໍ່ເຄີຍມີລູກຄົນໃດຕາຍຍ້ອນການໂອບກອດແລະການຈູບ.”
8. ພໍ່ແມ່ຄວນໃຫ້ການກະຕຸ້ນອັນໃດທາງສະໝອງແກ່ທາລົກໄວເທົ່າທີ່ເປັນໄປໄດ້?
8 ແຕ່ທາລົກຕ້ອງການຫຼາຍກວ່ານັ້ນ. ຕັ້ງແຕ່ວິນາທີທີ່ເກີດມາ ສະໝອງຂອງເດັກພ້ອມຈະຮັບແລະສະສົມຂໍ້ມູນ ແລະພໍ່ແມ່ເປັນແຫຼ່ງທຳອິດທີ່ຈະໃຫ້ສິ່ງນີ້. ຂໍຍົກເລື່ອງພາສາເປັນຕົວຢ່າງ. ນັກວິໄຈບອກວ່າ ການທີ່ເດັກຮຽນຮູ້ຈະເວົ້າແລະອ່ານໄດ້ດີພຽງໃດນັ້ນ “ເຊື່ອກັນວ່າກ່ຽວຂ້ອງຢ່າງໃກ້ຊິດກັບລັກສະນະທີ່ເດັກຕິດຕໍ່ສື່ຄວາມແຕ່ທຳອິດກັບພໍ່ແມ່.” ຈົ່ງສົນທະນາແລະອ່ານໃຫ້ລູກຟັງຕັ້ງແຕ່ທາລົກ. ບໍ່ດົນເຂົາຈະຕ້ອງການເຮັດຄືເຈົ້າ ແລະໃນບໍ່ຊ້າເຈົ້າກໍຈະສອນເຂົາໃຫ້ອ່ານ. ເຂົາຄົງຈະສາມາດອ່ານໄດ້ກ່ອນເຂົ້າໂຮງຮຽນ. ນັ້ນຈະເປັນປະໂຫຍດໂດຍສະເພາະຫາກເຈົ້າຢູ່ໃນປະເທດທີ່ຄູມີນ້ອຍແລະຊັ້ນຮຽນເຕັມແໜ້ນ.
9. ເປົ້າປະສົງສຳຄັນທີ່ສຸດຊຶ່ງພໍ່ແມ່ຄວນຈື່ຈຳແມ່ນຫຍັງ?
9 ຄວາມຫ່ວງໃຍອັນດັບທຳອິດຂອງພໍ່ແມ່ຄລິດສະຕຽນແມ່ນການສະໜອງຄວາມຕ້ອງການດ້ານຝ່າຍວິນຍານຂອງລູກ. (ເບິ່ງພະບັນຍັດຕິທີ2 8:3.) ໂດຍມີເປົ້າປະສົງອັນໃດ? ເພື່ອຊ່ວຍລູກໃຫ້ພັດທະນາບຸກຄະລິກພາບແບບພະຄລິດ ທີ່ແທ້ແລ້ວ ເພື່ອສວມໃສ່ “ບຸກຄະລິກພາບໃໝ່.” (ເອເຟດ 4:24, ລ.ມ.) ເພື່ອໃຫ້ເປັນດັ່ງນີ້ ເຂົາຄວນຄຳນຶງເຖິງວັດຖຸກໍ່ສ້າງທີ່ເໝາະສົມແລະວິທີກໍ່ສ້າງທີ່ຖືກຕ້ອງ.
ບົ່ມສອນຄວາມຈິງແກ່ລູກຂອງເຈົ້າ
10. ລູກໆ ຈຳເປັນຕ້ອງພັດທະນາຄຸນລັກສະນະອັນໃດແດ່?
10 ຄຸນະພາບຂອງຕຶກສ່ວນຫຼາຍຂຶ້ນກັບປະເພດຂອງວັດຖຸທີ່ໃຊ້ໃນການກໍ່ສ້າງ. ອັກຄະສາວົກໂປໂລກ່າວວ່າ ວັດຖຸກໍ່ສ້າງຊຶ່ງດີທີ່ສຸດສຳລັບບຸກຄະລິກພາບແບບຄລິດສະຕຽນແມ່ນ “ຄຳກໍດີ, ເງິນກໍດີ, ຫີນແພງກໍດີ.” (1 ໂກລິນໂທ 3:10-12) ສິ່ງເຫຼົ່ານີ້ເປັນພາບສະແດງເຖິງຄຸນລັກສະນະຕ່າງໆ ເຊັ່ນ ຄວາມເຊື່ອ, ປັນຍາ, ຄວາມສັງເກດເຂົ້າໃຈ, ຄວາມພັກດີ, ຄວາມນັບຖື, ແລະຄວາມຢັ່ງຮູ້ຄ່າຕໍ່ພະເຢໂຫວາແລະກົດໝາຍຂອງພະອົງດ້ວຍຄວາມຮັກ. (ຄຳເພງ 19:7-11; ສຸພາສິດ 2:1-6; 3:13, 14) ພໍ່ແມ່ຈະຊ່ວຍລູກຂອງຕົນຕັ້ງແຕ່ໄວເດັກໄລຍະທຳອິດໃຫ້ພັດທະນາຄຸນລັກສະນະເຫຼົ່ານີ້ໄດ້ຢ່າງໃດ? ໂດຍປະຕິບັດຕາມຂັ້ນຕອນທີ່ບອກໄວ້ດົນນານມາແລ້ວ.
11. ພໍ່ແມ່ຊາວຍິດສະລາເອນຊ່ວຍລູກຂອງຕົນໃຫ້ພັດທະນາບຸກຄະລິກພາບແບບພະເຈົ້າຢ່າງໃດ?
11 ບໍ່ດົນກ່ອນຊາດຍິດສະລາເອນເຂົ້າສູ່ແຜ່ນດິນແຫ່ງຄຳສັນຍາ ພະເຢໂຫວາສັ່ງພໍ່ແມ່ຊາດຍິດສະລາເອນວ່າ “ຄຳທັງຫຼາຍທີ່ເຮົາສັ່ງແກ່ເຈົ້າໃນວັນນີ້ ຈົ່ງຖືຮັກສາໄວ້ໃນໃຈຂອງເຈົ້າ. ຄຳນັ້ນຈົ່ງສອນ [“ບົ່ມສອນ,” ລ.ມ.] ແກ່ພວກລູກຂອງເຈົ້າແລະຈົ່ງປາກແຕ່ຄຳນັ້ນເມື່ອນັ່ງຢູ່ເຮືອນແລະເມື່ອທຽວທາງແລະເມື່ອນອນແລະເມື່ອລຸກແຕ່ນອນ.” (ພະບັນຍັດຕິທີ2 6:6, 7) ແມ່ນແລ້ວ ພໍ່ແມ່ຕ້ອງເປັນຕົວຢ່າງ, ເປັນເພື່ອນ, ເປັນຜູ້ສື່ຄວາມ, ແລະເປັນຄູ.
12. ເຫດໃດເປັນສິ່ງສຳຄັນຍິ່ງທີ່ພໍ່ແມ່ວາງຕົວຢ່າງທີ່ດີ?
12 ເປັນຕົວຢ່າງ. ສິ່ງທຳອິດ ພະເຢໂຫວາຕັດວ່າ “ຄຳທັງຫຼາຍ . . . ຈົ່ງຖືຮັກສາໄວ້ໃນໃຈຂອງເຈົ້າ.” ຄັນແລ້ວ ພະອົງຕັດເພີ່ມອີກວ່າ “ຄຳນັ້ນຈົ່ງສອນ [“ບົ່ມສອນ,” ລ.ມ.] ແກ່ພວກລູກຂອງເຈົ້າ.” ດັ່ງນັ້ນ ຄຸນລັກສະນະແບບພະເຈົ້າຕ້ອງຢູ່ໃນຫົວໃຈຂອງພໍ່ຫຼືແມ່ກ່ອນ. ພໍ່ຫຼືແມ່ຕ້ອງຮັກຄວາມຈິງ ແລະດຳເນີນຊີວິດຕາມຄວາມຈິງນັ້ນ. ພຽງແຕ່ເມື່ອເປັນເຊັ່ນນີ້ເທົ່ານັ້ນ ເຂົາຈຶ່ງສາມາດເຂົ້າເຖິງຫົວໃຈຂອງລູກໄດ້. (ສຸພາສິດ 20:7) ເພາະເຫດໃດ? ເພາະເດັກໄດ້ຮັບອິດທິພົນຈາກສິ່ງທີ່ເຂົາເຫັນຫຼາຍກວ່າສິ່ງທີ່ເຂົາໄດ້ຍິນ.—ລຶກາ 6:40; 1 ໂກລິນໂທ 11:1.
13. ໃນການໃຫ້ຄວາມເອົາໃຈໃສ່ແກ່ລູກ ພໍ່ແມ່ຄລິດສະຕຽນສາມາດກ່າຍເອົາແບບຢ່າງຂອງພະເຍຊູໄດ້ຢ່າງໃດ?
13 ເປັນເພື່ອນ. ພະເຢໂຫວາຕັດສັ່ງແກ່ພໍ່ແມ່ໃນຍິດສະລາເອນວ່າ ‘ຈົ່ງປາກແຕ່ຄຳນັ້ນເມື່ອນັ່ງຢູ່ເຮືອນແລະເມື່ອທຽວທາງ.’ ການເຮັດດັ່ງນີ້ຕ້ອງໃຫ້ເວລາກັບລູກບໍ່ວ່າພໍ່ແມ່ມີວຽກຫຍຸ້ງຂະໜາດໃດກໍຕາມ. ປາກົດຊັດ ພະເຍຊູຖືວ່າ ພະອົງສົມຄວນໃຫ້ເວລາກັບເດັກໆ. ລະຫວ່າງຕອນທ້າຍໆ ຂອງງານສັ່ງສອນຂອງພະອົງ “ເຂົາໄດ້ເອົາຫມູ່ເດັກນ້ອຍມາຫາພະອົງ ເພື່ອພະອົງຈະບາຍເຂົາ.” ພະເຍຊູມີປະຕິກິລິຍາຢ່າງໃດ? “ເມື່ອໄດ້ກອດເອົາຫມູ່ເດັກນ້ອຍແລ້ວ ພະອົງໄດ້ວາງມືເທິງເຂົາແລະອວຍພອນໃຫ້ເຂົາ.” (ມາລະໂກ 10:13, 16) ລອງຄຶດເບິ່ງ ຂະນະທີ່ການສິ້ນຊີບຂອງພະເຍຊູຄືບໃກ້ເຂົ້າມາຢ່າງໄວໆ ພະອົງກໍຍັງໃຫ້ເວລາແລະຄວາມສົນໃຈກັບເດັກເຫຼົ່ານີ້. ຊ່າງເປັນບົດຮຽນທີ່ດີແທ້ໆ!
14. ເພາະເຫດໃດຈຶ່ງເປັນປະໂຫຍດທີ່ພໍ່ແມ່ຈະໃຊ້ເວລາກັບລູກໆ?
14 ເປັນຜູ້ສື່ຄວາມ. ການໃຊ້ເວລາກັບລູກຈະຊ່ວຍເຈົ້າໃຫ້ສື່ຄວາມກັບເຂົາ. ຍິ່ງເຈົ້າສື່ຄວາມຫຼາຍເທົ່າໃດ ເຈົ້າກໍຈະສັງເກດເຂົ້າໃຈດີຂຶ້ນເທົ່ານັ້ນວ່າບຸກຄະລິກພາບຂອງເຂົາພວມພັດທະນາຢ່າງໃດ. ແຕ່ຈົ່ງຈື່ໄວ້ວ່າ ການສື່ຄວາມບໍ່ແມ່ນແຕ່ການສົນທະນາກັນ. ແມ່ຄົນໜຶ່ງໃນບຣາຊີນກ່າວວ່າ “ຂ້ອຍຕ້ອງພັດທະນາສິລະປະໃນການຟັງ ຮັບຟັງດ້ວຍຫົວໃຈ.” ຄວາມອົດທົນຂອງນາງເກີດຜົນເມື່ອລູກຊາຍເລີ່ມເຜີຍໃຫ້ນາງຮູ້ເຖິງຄວາມຮູ້ສຶກຂອງເຂົາ.
15. ຈຳເປັນຕ້ອງຄຶດເຖິງສິ່ງໃດເມື່ອມາເຖິງເລື່ອງການບັນເທີງ?
15 ເດັກຈຳເປັນຕ້ອງມີ “ເວລາຫົວເລາະ . . . ແລະມີເວລາເຕັ້ນຍິນດີ.” ເວລາສຳລັບການບັນເທີງ. (ຜູ້ເທສນາປ່າວປະກາດ 3:1, 4; ຊາກາລີ 8:5) ການບັນເທີງໃຫ້ຜົນປະໂຫຍດຫຼາຍເມື່ອພໍ່ແມ່ມ່ວນຊື່ນຮ່ວມກັນກັບລູກ. ເປັນຂໍ້ເທດຈິງອັນໜ້າເສົ້າທີ່ການບັນເທີງຂອງຫຼາຍຄອບຄົວໝາຍເຖິງການເບິ່ງໂທລະທັດ. ຂະນະທີ່ລາຍການໂທລະທັດບາງລາຍການອາດໃຫ້ຄວາມບັນເທີງ ກໍມີຫຼາຍລາຍການທຳລາຍຄ່ານິຍົມທີ່ດີ ແລະການເບິ່ງໂທລະທັດມັກຈະປິດກັ້ນການສື່ຄວາມໃນຄອບຄົວ. ດັ່ງນັ້ນ ໜ້າຈະເຮັດອັນໃດທີ່ຢູ່ໃນແບບສ້າງສັນກັບລູກໆ ຂອງເຈົ້າ? ເຊັ່ນຮ້ອງເພງ, ຫຼິ້ນເກມ, ຄົບຫາກັບຫມູ່ເພື່ອນ, ໄປຊົມສະຖານທີ່ຊຶ່ງໃຫ້ຄວາມເພີດເພີນ. ກິດຈະກຳແບບນີ້ສົ່ງເສີມການສື່ຄວາມ.
16. ພໍ່ແມ່ຄວນສອນອັນໃດແກ່ລູກກ່ຽວກັບພະເຢໂຫວາ ແລະຄວນເຮັດເຊັ່ນນັ້ນໂດຍວິທີໃດ?
16 ເປັນຄູ. ພະເຢໂຫວາຕັດວ່າ “ຄຳນັ້ນຈົ່ງສອນ [“ບົ່ມສອນ,” ລ.ມ.] ແກ່ພວກລູກຂອງເຈົ້າ.” ບໍລິບົດບອກໃຫ້ເຈົ້າຮູ້ສິ່ງ ທີ່ຈະສອນແລະວິທີ ສອນ. ກ່ອນອື່ນ “ຈົ່ງຮັກພະເຢໂຫວາພະເຈົ້າຂອງເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດແລະດ້ວຍສຸດແຮງຂອງເຈົ້າ.” (ພະບັນຍັດຕິທີ2 6:5) ຄັນແລ້ວ “ຄຳນັ້ນ . . . ຈົ່ງສອນ.” ຈົ່ງຖ່າຍທອດຄຳສັ່ງສອນທີ່ມຸ່ງໃນການພັດທະນາຄວາມຮັກຢ່າງສຸດຈິດວິນຍານຕໍ່ພະເຢໂຫວາແລະກົດໝາຍຂອງພະອົງ. (ທຽບກັບເຫບເລິ 8:10.) ຄຳ “ຈົ່ງສອນ [“ບົ່ມສອນ,” ລ.ມ.]” ໝາຍເຖິງສອນດ້ວຍການກ່າວຊ້ຳ. ດັ່ງນັ້ນທີ່ແທ້ແລ້ວ ພະເຢໂຫວາຕັດກັບເຈົ້າວ່າ ວິທີສຳຄັນໃນການຊ່ວຍລູກຂອງເຈົ້າພັດທະນາບຸກຄະລິກພາບແບບພະເຈົ້າແມ່ນ ສົນທະນາເຖິງພະອົງສະເໝີ. ນັ້ນໝາຍລວມທັງມີການສຶກສາຄຳພີໄບເບິນກັບເຂົາເປັນປະ.
17. ພໍ່ແມ່ອາດຈຳເປັນຕ້ອງພັດທະນາສິ່ງໃດໃນຕົວເດັກ? ເພາະເຫດໃດ?
17 ພໍ່ແມ່ສ່ວນຫຼາຍຮູ້ວ່າການໃຫ້ຄວາມຮູ້ເຂົ້າເຖິງຫົວໃຈຂອງລູກບໍ່ແມ່ນເລື່ອງງ່າຍ. ອັກຄະສາວົກເປໂຕກະຕຸ້ນເຕືອນເພື່ອນຄລິດສະຕຽນວ່າ “ເໝືອນດັ່ງທາລົກທີ່ເກີດໃໝ່ ຈົ່ງປູກຝັງຄວາມປາຖະໜາຈະໄດ້ນ້ຳນົມອັນບໍ່ມີສິ່ງໃດເຈືອປົນທີ່ເປັນຂອງພະຄຳ.” (1 ເປໂຕ 2:2, ລ.ມ.) ຖ້ອຍຄຳທີ່ວ່າ “ປູກຝັງ ຄວາມປາຖະໜາ” ຊີ້ແນະວ່າ ໂດຍປົກກະຕິ ຫຼາຍຄົນບໍ່ຫິວອາຫານຝ່າຍວິນຍານ. ພໍ່ແມ່ອາດຕ້ອງຫາວິທີພັດທະນາຄວາມປາຖະໜາຢ່າງນັ້ນຂຶ້ນໃນຕົວລູກ.
18. ວິທີການສອນແບບໃດແດ່ຂອງພະເຍຊູທີ່ພໍ່ແມ່ໄດ້ຮັບການສະໜັບສະຫນູນໃຫ້ກ່າຍເອົາແບບ?
18 ພະເຍຊູເຂົ້າເຖິງຫົວໃຈໂດຍໃຊ້ອຸທາຫອນ. (ມາລະໂກ 13:34; ລຶກາ 10:29-37) ວິທີການສອນເຊັ່ນນີ້ໄດ້ຜົນໂດຍສະເພາະຢ່າງຍິ່ງຕໍ່ເດັກນ້ອຍ. ຈົ່ງສອນຫຼັກການໃນຄຳພີໄບເບິນໂດຍໃຊ້ເລື່ອງທີ່ມີສີສັນໜ້າຈັບໃຈ ບາງທີອາດຈະໃຊ້ເລື່ອງຕ່າງໆ ທີ່ຢູ່ໃນ ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ.a ຈົ່ງໃຫ້ເດັກນ້ອຍມີສ່ວນນຳກັນ. ໃຫ້ເຂົາໃຊ້ຄວາມຄຶດສ້າງສັນໂດຍການແຕ້ມແລະເອົາເຫດການໃນຄຳພີໄບເບິນມາສະແດງເປັນລະຄອນ. ພະເຍຊູໃຊ້ຄຳຖາມດ້ວຍ. (ມັດທາຽ 17:24-27) ຈົ່ງກ່າຍເອົາແບບຂອງພະອົງລະຫວ່າງການສຶກສາໃນຄອບຄົວ. ແທນທີ່ຈະພຽງບອກກົດໝາຍຂອງພະເຈົ້າ ຈົ່ງຖາມຄຳຖາມ ເຊັ່ນ ເຫດໃດພະເຢໂຫວາໃຫ້ກົດໝາຍນີ້ແກ່ເຮົາ? ຈະເກີດອັນໃດຂຶ້ນຖ້າເຮົາຮັກສາກົດໝາຍນີ້? ຈະເກີດຫຍັງຂຶ້ນຖ້າເຮົາບໍ່ຮັກສາກົດໝາຍນີ້? ຄຳຖາມແບບນີ້ຈະຊ່ວຍເດັກໃຫ້ຫາເຫດຜົນແລະເຂົ້າໃຈວ່າ ກົດໝາຍຂອງພະເຈົ້າໃຊ້ການໄດ້ແທ້ແລະເປັນປະໂຫຍດ.—ພະບັນຍັດຕິທີ2 10:13.
19. ຫາກພໍ່ແມ່ຕິດຕາມຫຼັກການໃນຄຳພີໄບເບິນໃນການປະຕິບັດກັບລູກແລ້ວ ລູກຈະໄດ້ຮັບຜົນປະໂຫຍດຫຼາກຫຼາຍອັນໃດແດ່?
19 ໂດຍການເປັນຕົວຢ່າງ, ເປັນເພື່ອນ, ເປັນຜູ້ສື່ຄວາມ, ແລະເປັນຄູ ເຈົ້າສາມາດຊ່ວຍລູກຕັ້ງແຕ່ຍັງນ້ອຍໆ ໃຫ້ສ້າງສຳພັນທະພາບທີ່ໃກ້ຊິດເປັນສ່ວນຕົວກັບພະເຢໂຫວາພະເຈົ້າ. ສຳພັນທະພາບດັ່ງນີ້ຈະສົ່ງເສີມໃຫ້ລູກຂອງເຈົ້າມີຄວາມສຸກຖານະເປັນຄລິດສະຕຽນ. ເຂົາຈະພະຍາຍາມດຳເນີນຕາມຄວາມເຊື່ອແມ່ນແຕ່ເມື່ອຜະເຊີນກັບຄວາມກົດດັນຈາກຄົນຮຸ່ນດຽວແລະການລໍ້ໃຈ. ຈົ່ງຊ່ວຍເຂົາສະເໝີໃຫ້ຢັ່ງຮູ້ຄ່າສາຍສຳພັນອັນລ້ຳຄ່າເຊັ່ນນີ້.—ສຸພາສິດ 27:11.
ຄວາມຈຳເປັນຍິ່ງຂອງການຕີສອນ
20. ການຕີສອນແມ່ນຫຍັງ ແລະຄວນນຳມາໃຊ້ໂດຍວິທີໃດ?
20 ການຕີສອນເປັນການຝຶກອົບຮົມເພື່ອແກ້ໄຂຈິດໃຈແລະຫົວໃຈໃຫ້ຖືກຕ້ອງ. ເດັກຈຳເປັນຕ້ອງຮັບການຕີສອນຢ່າງຕໍ່ເນື່ອງ. ໂປໂລແນະນຳພໍ່ໃຫ້ “ອົບຮົມ [ລູກ] ດ້ວຍການຕີສອນແລະການປັບຄວາມຄຶດຈິດໃຈຕາມຫຼັກການຂອງພະເຢໂຫວາ.” (ເອເຟດ 6:4, ລ.ມ.) ພໍ່ແມ່ຄວນຕີສອນດ້ວຍຄວາມຮັກ ເຊັ່ນດຽວກັບທີ່ພະເຢໂຫວາໄດ້ກະທຳ. (ເຫບເລິ 12:4-11) ການຕີສອນທີ່ອາໄສຄວາມຮັກອາດຖ່າຍທອດໄດ້ດ້ວຍການຫາເຫດຜົນ. ເນື່ອງຈາກເຫດນີ້ ເຮົາໄດ້ຮັບຄຳສັ່ງໃຫ້ “ຟັງຄຳສັ່ງສອນ [“ການຕີສອນ,” ລ.ມ.].” (ສຸພາສິດ 8:33) ຄວນຕີສອນຢ່າງໃດ?
21. ພໍ່ແມ່ຄວນໃສ່ໃຈຫຼັກການອັນໃດເມື່ອຕີສອນລູກ?
21 ພໍ່ແມ່ບາງຄົນຄຶດວ່າ ການຕີສອນລູກແມ່ນພຽງແຕ່ການເວົ້າກັບລູກແບບໃຊ້ນ້ຳສຽງຂູ່, ດ່າ, ຊ້ຳຍັງເວົ້າແບບດູຖູກລູກ. ຢ່າງໃດກໍດີ ໃນເລື່ອງດຽວກັນນີ້ ໂປໂລເຕືອນໃຫ້ລະວັງວ່າ “ທ່ານທັງຫຼາຍຜູ້ເປັນພໍ່ ຢ່າຍົວະລູກຂອງເຈົ້າໃຫ້ຂັດເຄືອງໃຈ.” (ເອເຟດ 6:4, ລ.ມ.) ຄລິດສະຕຽນທຸກຄົນໄດ້ຮັບການກະຕຸ້ນເຕືອນໃຫ້ “ສຸພາບຕໍ່ຄົນທັງປວງ . . . ສັ່ງສອນຄົນທີ່ມີແນວໂນ້ມບໍ່ຍິນດີຮັບນັ້ນດ້ວຍໃຈອ່ອນໂຍນ.” (2 ຕີໂມເຕ 2:24, 25, ລ.ມ.) ພໍ່ແມ່ຄລິດສະຕຽນ ຂະນະທີ່ສຳນຶກເຖິງຄວາມຈຳເປັນທີ່ຕ້ອງມີຄວາມໜັກແໜ້ນ ຈົ່ງພະຍາຍາມຄຳນຶງເຖິງຖ້ອຍຄຳເຫຼົ່ານີ້ເມື່ອຕີສອນລູກ. ລາງເທື່ອ ການຫາເຫດຜົນຍັງບໍ່ພໍ ແລະອາດມີຄວາມຈຳເປັນຕ້ອງໃຊ້ການລົງໂທດບາງຢ່າງ.—ສຸພາສິດ 22:15.
22. ຫາກຈຳເປັນຕ້ອງລົງໂທດລູກ ຕ້ອງຊ່ວຍເຂົາໃຫ້ເຂົ້າໃຈສິ່ງໃດ?
22 ເດັກແຕ່ລະຄົນຕ້ອງໄດ້ຮັບການຕີສອນແຕກຕ່າງກັນ. ບາງຄົນ “ແກ້ໄຂພຽງວາຈາຢ່າງດຽວ” ບໍ່ໄດ້. ສຳລັບເຂົາແລ້ວ ການຈັດການລົງໂທດເປັນຄັ້ງຄາວເພາະເຂົາບໍ່ເຊື່ອຟັງນັ້ນອາດຈະເປັນການຊ່ວຍຊີວິດ. (ສຸພາສິດ 17:10; 23:13, 14; 29:19, ລ.ມ.) ຢ່າງໃດກໍຕາມ ເດັກຄວນເຂົ້າໃຈສາເຫດທີ່ເຂົາໄດ້ຮັບການລົງໂທດ. “ໄມ້ແສ້ກັບ ຄວາມຕິຕຽນໃຫ້ມີຄວາມປັນຍາ.” (ສຸພາສິດ 29:15; ໂຢບ 6:24) ນອກນັ້ນ ການລົງໂທດຍ່ອມມີຂອບເຂດ. ພະເຢໂຫວາກ່າວແກ່ໄພ່ພົນຂອງພະອົງວ່າ “ເຮົາຈະຂ້ຽນຕີເຈົ້າຕາມຂະໜາດທີ່ເໝາະສົມ.” (ເຢເຣມີ 46:28ຂ, ລ.ມ.) ຄຳພີໄບເບິນບໍ່ເຫັນດ້ວຍຢ່າງເດັດຂາດກັບການຂ້ຽນຕີແບບໂມໂຫຫຼືທຸບຕີຢ່າງຮຸນແຮງ ຊຶ່ງເຮັດໃຫ້ເດັກນ້ອຍຟົກຊ້ຳແລະຍັງບາດເຈັບອີກ.—ສຸພາສິດ 16:32.
23. ລູກໜ້າຈະສາມາດເຂົ້າໃຈສິ່ງໃດເມື່ອຖືກພໍ່ແມ່ລົງໂທດ?
23 ເມື່ອພະເຢໂຫວາເຕືອນໄພ່ພົນຂອງພະອົງວ່າ ຈະຕີສອນເຂົານັ້ນ ທຳອິດພະອົງກ່າວວ່າ “ຢ່າສູ່ຢ້ານເຫດວ່າເຮົາສະຖິດຢູ່ນຳເຈົ້າ.” (ເຢເຣມີ 46:28ກ) ເຊັ່ນນັ້ນ ການຕີສອນຂອງພໍ່ແມ່ ບໍ່ວ່າໃນຮູບແບບໃດກໍຕາມທີ່ເໝາະສົມ ບໍ່ຄວນປ່ອຍໃຫ້ເດັກຮູ້ສຶກເລີຍວ່າຖືກທອດຖິ້ມ. (ໂກໂລດ 3:21) ແທນທີ່ຈະເປັນເຊັ່ນນັ້ນ ເດັກຄວນຮູ້ສຶກວ່າ ຕົນໄດ້ຮັບການຕີສອນແນວນັ້ນກໍເພາະພໍ່ຫຼືແມ່ ‘ຢູ່ນຳເຂົາ’ ເປັນຝ່າຍເຂົາ.
ຈົ່ງປ້ອງກັນລູກຂອງເຈົ້າໄວ້ຈາກອັນຕະລາຍ
24, 25. ສິ່ງໃດເປັນການຂູ່ເຂັນທີ່ໜ້າກຽດຢ່າງໜຶ່ງຊຶ່ງເດັກຈຳຕ້ອງໄດ້ຮັບການປ້ອງກັນໄວ້ໃນສະໄໝນີ້?
24 ຜູ້ໃຫຍ່ຫຼາຍຄົນຄຶດຮອດສະໄໝເປັນເດັກວ່າເປັນໄລຍະທີ່ມີຄວາມສຸກ. ພວກເຂົາຫວນລະນຶກເຖິງຄວາມຮູ້ສຶກອັນອົບອຸ່ນປອດໄພ ຄວາມໝັ້ນໃຈວ່າພໍ່ແມ່ຈະເບິ່ງແຍງເຂົາບໍ່ວ່າສະພາບການຈະເປັນຢ່າງໃດກໍຕາມ. ພໍ່ແມ່ຕ້ອງການໃຫ້ລູກຮູ້ສຶກເຊັ່ນນັ້ນ ແຕ່ໃນໂລກທີ່ເສື່ອມຊາມສະໄໝນີ້ ເປັນເລື່ອງຍາກກວ່າທີ່ເຄີຍເປັນມາທີ່ຈະໃຫ້ລູກປອດໄພ.
25 ການຂູ່ເຂັນທີ່ໜ້າກຽດຢ່າງໜຶ່ງຊຶ່ງໄດ້ເພີ່ມຂຶ້ນບໍ່ຈັກປີມານີ້ແມ່ນການທຳຮ້າຍເດັກທາງເພດ. ໃນມາເລເຊຍ ລາຍງານກ່ຽວກັບການທຳຮ້າຍເດັກທາງເພດມີຫຼາຍຂຶ້ນເປັນສີ່ເທົ່າໃນໄລຍະສິບປີ. ໃນເຢຍລະມັນ ເດັກປະມານ 300,000 ຄົນຖືກທຳຮ້າຍທາງເພດແຕ່ລະປີ ຂະນະທີ່ປະເທດໜຶ່ງແຖບອາເມຣິກາໃຕ້ ຕາມລາຍງານການວິໄຈ ມີຈຳນວນທີ່ໜ້າຕົກຕະລຶງເຖິງປະມານ 9,000,000 ຄົນໃນແຕ່ລະປີ! ເປັນທີ່ໜ້າສະຫຼົດໃຈ ສ່ວນຫຼາຍຂອງເດັກເຫຼົ່ານີ້ຖືກທຳຮ້າຍໃນບ້ານຂອງເຂົາເອງໂດຍບຸກຄົນທີ່ເຂົາຮູ້ຈັກແລະໄວ້ໃຈ. ແຕ່ເດັກຄວນໄດ້ຮັບການປ້ອງກັນທີ່ເຂັ້ມແຂງຈາກພໍ່ແມ່. ພໍ່ແມ່ຈະເປັນຜູ້ຄຸ້ມຄອງໄດ້ຢ່າງໃດ?
26. ມີວິທີໃດແດ່ທີ່ຈະຮັກສາເດັກໃຫ້ປອດໄພໂດຍຕະຫຼອດ ແລະຄວາມຮູ້ຈະປ້ອງກັນເດັກໄດ້ຢ່າງໃດ?
26 ເນື່ອງຈາກປະສົບການສະແດງວ່າ ເດັກໆ ທີ່ບໍ່ຄ່ອຍຮູ້ເລື່ອງເພດເທົ່າໃດມັກຈະຖືກຜູ້ທຳຮ້າຍຈູ່ໂຈມໄດ້ງ່າຍເປັນພິເສດ ມາດຕະການຫຼັກໃນການປ້ອງກັນຄື ສອນເດັກ ແມ່ນວ່າເຂົາຍັງນ້ອຍຢູ່. ຄວາມຮູ້ສາມາດໃຫ້ການປົກປ້ອງ “ພົ້ນຈາກຮີດຄອງຊົ່ວຈາກຄົນທີ່ກ່າວຄຳຄົດໂກງ.” (ສຸພາສິດ 2:10-12) ຄວາມຮູ້ແບບໃດ? ຄວາມຮູ້ກ່ຽວກັບຫຼັກການໃນຄຳພີໄບເບິນ ກ່ຽວກັບສິ່ງທີ່ຖືກແລະຜິດທາງດ້ານສິນທຳ. ອີກທັງຄວາມຮູ້ທີ່ວ່າ ຜູ້ໃຫຍ່ບາງຄົນເຮັດສິ່ງຊົ່ວແລະຄົນຫນຸ່ມສາວບໍ່ຕ້ອງເຊື່ອຟັງເມື່ອມີຄົນແນະໃຫ້ກະທຳສິ່ງທີ່ບໍ່ສົມຄວນ. (ທຽບກັບດານຽນ 1:4, 8; 3:16-18.) ຢ່າຈຳກັດການສອນນີ້ໄວ້ໃນການເວົ້າແຕ່ເທື່ອດຽວ. ເດັກໆ ສ່ວນໃຫຍ່ຈຳເປັນຕ້ອງໄດ້ຮັບການສອນຊ້ຳຫຼາຍເທື່ອກ່ອນຈະຈື່ໄດ້. ຂະນະລູກໃຫຍ່ຂຶ້ນອີກ ດ້ວຍຄວາມຮັກ ພໍ່ຈະເຄົາລົບສິດທິຄວາມເປັນສ່ວນຕົວຂອງລູກສາວ ແລະແມ່ກໍເຄົາລົບສິດທິນັ້ນຂອງລູກຊາຍ—ຊຶ່ງຈະເພີ່ມຄວາມຄຶດຂອງລູກຕໍ່ສິ່ງທີ່ເໝາະສົມໃຫ້ເຂັ້ມແຂງຂຶ້ນ. ແລະແນ່ນອນ ການປ້ອງກັນທີ່ດີທີ່ສຸດຢ່າງໜຶ່ງເພື່ອບໍ່ໃຫ້ລູກຖືກທຳຮ້າຍນັ້ນແມ່ນ ການທີ່ເຈົ້າດູແລຢ່າງໃກ້ຊິດຖານະເປັນພໍ່ແມ່.
ຊອກຫາການຊີ້ນຳຈາກພະເຈົ້າ
27, 28. ໃຜເປັນແຫຼ່ງສຳຄັນທີ່ສຸດໃນການໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເມື່ອຜະເຊີນການທ້າທາຍໃນການລ້ຽງດູລູກ?
27 ແທ້ຈິງ ການຝຶກອົບຮົມເດັກຕັ້ງແຕ່ເປັນທາລົກເປັນການທ້າທາຍ ແຕ່ພໍ່ແມ່ຜູ້ມີຄວາມເຊື່ອບໍ່ຕ້ອງຜະເຊີນການທ້າທາຍນັ້ນຕາມລຳພັງ. ຫວນຄືນໄປໃນສະໄໝຂອງຜູ້ຕັດສິນ ເມື່ອບຸລຸດຜູ້ຊື່ວ່າມາໂນອາຮູ້ວ່າພວມຈະເປັນພໍ່ ເຂົາທູນຂໍຄຳຊີ້ແນະໃນການລ້ຽງລູກຈາກພະເຢໂຫວາ. ພະເຢໂຫວາຕອບຄຳອະທິດຖານຂອງເຂົາ.—ພວກຜູ້ຕັດສິນ 13:8, 12, 24.
28 ທຸກມື້ນີ້ກໍຄືກັນ ຂະນະທີ່ພໍ່ແມ່ຜູ້ມີຄວາມເຊື່ອລ້ຽງລູກ ເຂົາສາມາດທູນຕໍ່ພະເຢໂຫວາໃນຄຳອະທິດຖານໄດ້. ການເປັນພໍ່ຫຼືແມ່ເປັນງານທີ່ບໍ່ງ່າຍ ແຕ່ໄດ້ຜົນຕອບແທນມາກຫຼາຍ. ຄູ່ສົມລົດຄລິດສະຕຽນຄູ່ໜຶ່ງໃນຮາວາຍກ່າວວ່າ “ເຈົ້າມີເວລາ 12 ປີທີ່ຈະເຮັດວຽກຂອງເຈົ້າເພື່ອອົບຮົມລູກໃຫ້ແລ້ວກ່ອນໄລຍະໄວຮຸ່ນທີ່ເປັນຫົວລ້ຽວຫົວຕໍ່ນັ້ນ. ແຕ່ຫາກເຈົ້າໄດ້ພະຍາຍາມບາກບັ່ນເອົາຫຼັກການໃນຄຳພີໄບເບິນໄປໃຊ້ ກໍເປັນເວລາທີ່ຈະເກັບກ່ຽວຄວາມຍິນດີແລະສັນຕິສຸກເມື່ອເຂົາຕັດສິນໃຈວ່າຢາກຈະຮັບໃຊ້ພະເຢໂຫວາຈາກຫົວໃຈ.” (ສຸພາສິດ 23:15, 16) ເມື່ອລູກຂອງເຈົ້າຕັດສິນໃຈເຊັ່ນນັ້ນ ເຈົ້າກໍເຊັ່ນກັນຈະໄດ້ຮັບການກະຕຸ້ນໃຫ້ກ່າວວ່າ “ລູກທັງຫຼາຍເປັນມູນມາແຕ່ພະເຢໂຫວາ.”
a ຈັດພິມໂດຍສະມາຄົມວອຊເທົາເວີຣ໌ ໄບເບິນ ແອນດ໌ ແທຣ໌ກ ແຫ່ງນິວຍອຣ໌ກ.