ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຖຖ ບົດທີ 19 ໜ້າ 148-155
  • “ປະກາດ​ຕໍ່​ໄປ​ຢ່າ​ເຊົາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ປະກາດ​ຕໍ່​ໄປ​ຢ່າ​ເຊົາ”
  • ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ພວກ​ເຂົາ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ເຕັ້ນ​ຄື​ກັນ”(ກິດຈະການ 18:1-4)
  • “ຫຼາຍ​ຄົນ​ໃນ​ເມືອງ​ໂກຣິນໂທ​ໄດ້ . . . ເຊື່ອ” (ກິດຈະການ 18:5-8)
  • “ໃນ​ເມືອງ​ນີ້​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈະ​ເຂົ້າ​ມາ​ເຊື່ອ”(ກິດຈະການ 18:9-17)
  • “ຖ້າ​ພະ​ເຢໂຫວາ​ຕ້ອງການ” (ກິດຈະການ 18:18-22)
  • “ຖ້າ​ບໍ່​ມີ​ຜູ້​ໃດ​ລອດ ກໍ​ຈະ​ມາ​ໂທດ​ຂ້ອຍ​ບໍ່​ໄດ້”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ຖຖ ບົດທີ 19 ໜ້າ 148-155

ບົດ​ທີ 19

“ປະກາດ​ຕໍ່​ໄປ​ຢ່າ​ເຊົາ”

ໂປໂລ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຕົວເອງ ແຕ່​ລາວ​ກໍ​ໃຫ້​ວຽກ​ປະກາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ

ຈາກ​ກິດຈະການ 18:1-22

1-3. ເປັນ​ຫຍັງ​ອັກຄະສາວົກ​ໂປໂລ​ຈຶ່ງ​ມາ​ຢູ່​ເມືອງ​ໂກຣິນໂທ ແລະ​ລາວ​ອາດຈະ​ກັງວົນ​ເລື່ອງ​ຫຍັງ​ແດ່?

ໃນ​ຊ່ວງ​ທ້າຍໆ​ຂອງ​ປີ 50 ອັກຄະສາວົກ​ໂປໂລ​ຢູ່​ໃນ​ເມືອງ​ໂກຣິນໂທ​ເຊິ່ງ​ເປັນ​ເມືອງ​ທີ່​ລ່ຳ​ລວຍ​ແລະ​ເປັນ​ສູນ​ກາງ​ທາງ​ການ​ຄ້າ. ຄົນ​ກຣີກ ຄົນ​ໂຣມ ແລະ​ຄົນ​ຢິວ​ຈຳນວນ​ຫຼາຍ​ມາ​ອາໄສ​ຢູ່​ໃນ​ເມືອງ​ນີ້.a ໂປໂລ​ບໍ່​ໄດ້​ມາ​ເມືອງ​ໂກຣິນໂທ​ເພື່ອ​ຊື້​ຂາຍ​ສິນ​ຄ້າ ຫຼື​ເພື່ອ​ເຮັດ​ວຽກ​ອາຊີບ ແຕ່​ເຫດຜົນ​ສຳຄັນ​ທີ່​ລາວ​ມາ​ເມືອງ​ນີ້​ກໍ​ເພື່ອ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ເຖິງ​ຈະ​ເປັນ​ແບບນັ້ນ ໂປໂລ​ກໍ​ຕ້ອງ​ມີ​ບ່ອນ​ພັກ ແລະ​ລາວ​ຕັ້ງໃຈ​ວ່າ​ຈະ​ບໍ່​ຂໍ​ໃຫ້​ພີ່ນ້ອງ​ມາ​ຊ່ວຍ​ລາວ​ທາງ​ດ້ານ​ການ​ເງິນ. ໂປໂລ​ບໍ່​ຢາກ​ໃຫ້​ໃຜ​ຄິດ​ວ່າ ຍ້ອນ​ລາວ​ຮັບໃຊ້​ພະເຈົ້າ ຄົນ​ອື່ນ​ຈຶ່ງ​ຕ້ອງ​ມາ​ລ້ຽງ​ລາວ. ແລ້ວ​ໂປໂລ​ເຮັດ​ແນວ​ໃດ?

2 ໂປໂລ​ຮູ້​ວິທີ​ເຮັດ​ເຕັ້ນ. ການ​ເຮັດ​ເຕັ້ນ​ບໍ່​ແມ່ນ​ວຽກ​ທີ່​ງ່າຍໆ​ແຕ່​ໂປໂລ​ກໍ​ເຕັມໃຈ​ເຮັດ​ວຽກ​ນີ້​ເພື່ອ​ຈະ​ຫາ​ລ້ຽງ​ຕົວເອງ. ລາວ​ຈະ​ຊອກ​ວຽກ​ເຮັດ​ໃນ​ເມືອງ​ທີ່​ສັບສົນ​ວຸ່ນວາຍ​ໄດ້​ບໍ? ລາວ​ຈະ​ຊອກ​ບ່ອນ​ພັກ​ທີ່​ເໝາະ​ສົມ​ໄດ້​ບໍ? ເຖິງ​ໂປໂລ​ຈະ​ຄິດ​ເຖິງ​ເລື່ອງ​ເຫຼົ່າ​ນີ້ ແຕ່​ລາວ​ກໍ​ບໍ່​ລືມ​ວ່າ​ວຽກ​ຫຼັກ​ຂອງ​ລາວ​ແມ່ນ​ວຽກ​ປະກາດ.

3 ໃນ​ທີ່​ສຸດ ໂປໂລ​ກໍ​ໄດ້​ຢູ່​ເມືອງ​ໂກຣິນໂທ​ໄລຍະ​ໜຶ່ງ ແລະ​ວຽກ​ປະກາດ​ທີ່​ລາວ​ເຮັດ​ຢູ່​ຫັ້ນ​ກໍ​ເກີດ​ຜົນ​ດີ​ຫຼາຍ. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ໂປໂລ​ເຮັດ​ໃນ​ເມືອງ​ໂກຣິນໂທ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ​ໄດ້​ໃນ​ເຂດ​ຂອງ​ເຮົາ?

ໂກຣິນໂທ—ເມືອງ​ທີ່​ຕັ້ງ​ຢູ່​ລະຫວ່າງ​ສອງ​ທະເລ

ເມືອງ​ໂກຣິນໂທ​ບູຮານ​ຕັ້ງ​ຢູ່​ເທິງ​ຊ່ອງ​ແຄບ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ແຜ່ນດິນ​ໃຫຍ່​ຂອງ​ກຣີກ​ກັບ​ແຫຼມ​ເພໂລພອນນິດສ໌​ທີ່​ຢູ່​ທາງ​ໃຕ້. ສ່ວນ​ບ່ອນ​ແຄບ​ທີ່​ສຸດ​ຂອງ​ຊ່ອງ​ແຄບ​ແມ່ນ​ກວ້າງ​ບໍ່​ຮອດ 6 ກິໂລແມັດ. ດັ່ງນັ້ນ ເມືອງ​ໂກຣິນໂທ​ຈຶ່ງ​ມີ​ທ່າ​ເຮືອ 2 ບ່ອນ. ທ່າ​ເຮືອ​ເລແຄອຸມ​ທີ່​ຢູ່​ເທິງ​ອ່າວ​ໂກຣິນໂທ​ໃຊ້​ໃນ​ການ​ເດີນທາງ​ໄປ​ທາງ​ຕາເວັນ​ຕົກ​ຫາ​ອີຕາລີ ເກາະ​ຊິຊິລີ ແລະ​ສະເປນ. ສ່ວນ​ທ່າ​ເຮືອ​ເກັນເຂໄອ​ເທິງ​ອ່າວ​ຊາໂຣນິກ​ເໝາະ​ກັບ​ການ​ສັນ​ຈອນ​ທາງ​ທະເລ​ໄປ​ກັບ​ລະຫວ່າງ​ແຖບ​ທະເລ​ອີ​ຈຽນ ອາຊີ​ນ້ອຍ ຊີເຣຍ ແລະ​ເອຢິບ.

ເນື່ອງ​ຈາກ​ແຫຼມ​ທີ່​ຢູ່​ໃຕ້​ສຸດ​ຂອງ​ແຫຼມ​ເພໂລພອນນິດສ໌​ມີ​ລົມ​ພັດ​ແຮງ​ແລະ​ເປັນ​ອັນຕະລາຍ​ຕໍ່​ການ​ເດີນທາງ​ດ້ວຍ​ເຮືອ. ຫຼາຍ​ເທື່ອ​ຄົນ​ທີ່​ເດີນທາງ​ດ້ວຍ​ເຮືອ​ມັກ​ຈະ​ຈອດ​ເຮືອ​ຢູ່​ທ່າ​ເຮືອ​ຂອງ​ໂກຣິນໂທ​ໜຶ່ງ​ໃນ​ສອງ​ບ່ອນ​ນີ້ ແລ້ວ​ກໍ​ລຳ​ລຽງ​ສິນ​ຄ້າ​ໄປ​ທາງ​ບົກ ແລະ​ເອົາ​ໄປ​ໃສ່​ເຮືອ​ທີ່​ຢູ່​ອີກ​ທ່າ​ເຮືອ​ໜຶ່ງ. ອາດ​ເປັນ​ໄປ​ໄດ້​ທີ່​ເຮືອ​ຂະໜາດ​ນ້ອຍ​ຖືກ​ລາກ​ຂ້າມ​ຊ່ອງ​ແຄບ​ໄປ​ຕາມ​ທາງ​ທີ່​ເຮັດ​ເປັນ​ຮອງ​ເຊິ່ງ​ເຊື່ອມ​ໄປ​ຫາ​ທະເລ​ອີກ​ຝັ່ງ​ໜຶ່ງ. ດັ່ງນັ້ນ ທີ່​ຕັ້ງ​ຂອງ​ເມືອງ​ນີ້​ຈຶ່ງ​ກວມ​ເອົາ​ການ​ຄ້າ​ທາງ​ທະເລ​ລະຫວ່າງ​ຕາເວັນ​ອອກ​ກັບ​ຕາເວັນ​ຕົກ ແລະ​ການ​ຄ້າ​ທາງ​ບົກ​ລະຫວ່າງ​ເໜືອ​ກັບ​ໃຕ້. ການ​ຄ້າ​ທີ່​ຄຶກຄື້ນ​ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເມືອງ​ໂກຣິນໂທ​ມັ່ງຄັ່ງ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ຄວາມ​ເສື່ອມຊາມ​ນຳ​ເຊິ່ງ​ເປັນ​ເລື່ອງ​ທຳມະດາ​ສຳລັບ​ທ່າ​ເຮືອ​ຫຼາຍ​ບ່ອນ.

ໃນ​ສະໄໝ​ຂອງ​ອັກຄະສາວົກ​ໂປໂລ ໂກຣິນໂທ​ເປັນ​ເມືອງ​ຫຼວງ​ຂອງ​ແຂວງ​ອະຂາຢາ​ໃນ​ຈັກກະວັດ​ໂຣມ​ແລະ​ເປັນ​ສູນ​ກາງ​ບໍລິຫານ​ວຽກ​ທີ່​ສຳຄັນ. ການ​ທີ່​ມີ​ວິຫານ​ສຳລັບ​ບູຊາ​ຈັກກະພັດ ວິຫານ​ຈຳລອງ ແລະ​ວິຫານ​ອຸທິດ​ແກ່​ເທບ​ພະເຈົ້າ​ຕ່າງໆ​ຂອງ​ກຣີກ​ກັບ​ເອຢິບ ແລະ​ມີ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ຢືນຢັນ​ວ່າ​ເມືອງ​ນີ້​ມີ​ຄວາມ​ຫຼາກຫຼາຍ​ທາງ​ສາສະໜາ.—ກຈກ. 18:4

ການ​ແຂ່ງ​ຂັນ​ກິລາ​ໃກ້​ເມືອງ​ອິດສ໌ເມຍ​ທີ່​ຈັດ​ຂຶ້ນ​ທຸກໆ​2 ປີ​ມີ​ຄວາມ​ສຳຄັນ​ຮອງ​ຈາກ​ການ​ແຂ່ງ​ຂັນກິລາ​ໂອແລັມປິກ​ເທົ່າ​ນັ້ນ. ອັກຄະສາວົກ​ໂປໂລ​ຄື​ຊິ​ໄດ້​ຢູ່​ໃນ​ເມືອງ​ໂກຣິນໂທ​ລະຫວ່າງ​ການ​ແຂ່ງ​ຂັນ​ກິລາ​ໃນ​ປີ 51. ດັ່ງນັ້ນ ວັດຈະນານຸກົມ​ກ່ຽວກັບ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ຈຶ່ງ​ໃຫ້​ຄວາມ​ເຫັນ​ວ່າ “ບໍ່​ໜ້າ​ຈະ​ເປັນ​ເລື່ອງ​ບັງເອີນ​ທີ່​ໂປໂລ​ໃຊ້​ເລື່ອງ​ກິລາ​ມາ​ເປັນ​ຄຳ​ປຽບທຽບ​ເທື່ອ​ທຳອິດ​ໃນ​ຈົດໝາຍ​ທີ່​ຂຽນ​ເຖິງ​ຄົນ​ໃນ​ໂກຣິນໂທ.”—1ກຣ. 9:24-27

“ພວກ​ເຂົາ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ເຕັ້ນ​ຄື​ກັນ”(ກິດຈະການ 18:1-4)

4, 5. (ກ) ໂປໂລ​ພັກ​ຢູ່​ໃສ​ຕອນ​ທີ່​ຢູ່​ໃນ​ເມືອງ​ໂກຣິນໂທ ແລະ​ລາວ​ເຮັດ​ວຽກ​ອາຊີບ​ຫຍັງ? (ຂ) ໂປໂລ​ອາດມາ​ເປັນ​ຊ່າງ​ເຮັດ​ເຕັ້ນ​ໄດ້​ແນວ​ໃດ?

4 ຫຼັງ​ຈາກ​ທີ່​ມາ​ຮອດ​ເມືອງ​ໂກຣິນໂທ​ໄລຍະ​ໜຶ່ງ ໂປໂລ​ໄດ້​ເຈິ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ມີ​ນ້ຳໃຈ ຜູ້​ເປັນ​ຜົວ​ຊື່ ອາກີລາ ເຊິ່ງ​ເປັນ​ຄົນ​ຢິວ​ໂດຍ​ກຳເນີດ​ແລະ​ເມຍ​ຂອງ​ລາວ​ຊື່ ປີຊະກີລາ​ຫຼື​ປີຊະກາ. ຜົວ​ເມຍ​ຄູ່​ນີ້​ຍ້າຍ​ມາ​ຢູ່​ເມືອງ​ໂກຣິນໂທ​ຍ້ອນ​ຈັກກະພັດ​ກະລາວດີໂອ ສັ່ງ “ຄົນ​ຢິວ​ທຸກ​ຄົນ​ໃຫ້​ອອກ​ໄປ​ຈາກ​ເມືອງ​ໂຣມ.” (ກຈກ. 18:1, 2) ອາກີລາ​ກັບ​ປີຊະກີລາ​ບໍ່​ພຽງ​ແຕ່​ຊວນ​ໂປໂລ​ໃຫ້​ພັກ​ຢູ່​ນຳ​ເທົ່າ​ນັ້ນ ແຕ່​ຍັງ​ຊວນ​ລາວ​ໃຫ້​ມາ​ເຮັດ​ວຽກ​ນຳ​ກັນ. ຄຳພີ​ໄບເບິນ​ບອກ​ວ່າ: “ແລ້ວ [ໂປໂລ] ພັກ​ຢູ່​ເຮືອນ​ພວກ​ເຂົາ​ແລະ​ເຮັດ​ວຽກ​ນຳ​ກັນ ເພາະ​ພວກ​ເຂົາ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ເຕັ້ນ​ຄື​ກັນ.” (ກຈກ. 18:3) ໂປໂລ​ພັກ​ຢູ່​ເຮືອນ​ຂອງ​ຄູ່​ຜົວ​ເມຍ​ທີ່​ມີ​ນ້ຳໃຈ​ນີ້​ຕະຫຼອດ​ໄລຍະ​ທີ່​ລາວ​ເຮັດ​ວຽກ​ປະກາດ​ຢູ່​ເມືອງ​ໂກຣິນໂທ. ຕອນ​ທີ່​ໂປໂລ​ພັກ​ຢູ່​ກັບ​ອາກີລາ​ແລະ​ປີຊະກີລາ ລາວ​ອາດ​ຂຽນ​ຈົດໝາຍ​ບາງ​ສະບັບ​ເຊິ່ງ​ຕໍ່​ມາ​ໄດ້​ກາຍ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ.b

5 ເຖິງ​ວ່າ​ໂປໂລ​ຈະ​ເຄີຍ “ຮຽນ​ກັບ​ຄາມາລີເອັນ” ແຕ່​ລາວ​ກໍ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ເຕັ້ນ​ນຳ. ເປັນ​ໄປ​ໄດ້​ແນວ​ໃດ? (ກຈກ. 22:3) ເບິ່ງ​ຄື​ວ່າ​ຄົນ​ຢິວ​ໃນ​ສະຕະວັດ​ທຳອິດ​ບໍ່​ໄດ້​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ອາຍ​ທີ່​ຈະ​ສອນ​ວິທີ​ເຮັດ​ວຽກ​ອາຊີບ​ໃຫ້​ກັບ​ລູກ ເຖິງ​ວ່າ​ລູກ​ຈະ​ໄດ້​ຮັບ​ການ​ສຶກສາ​ເພີ່ມ​ຢູ່​ແລ້ວ. ໂປໂລ​ມາ​ຈາກ​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຊື່​ສຽງ​ໃນ​ເລື່ອງ​ຜ້າ​ຄີລີເຄອຸມ ທີ່​ເອົາ​ມາ​ໃຊ້​ເຮັດ​ເຕັ້ນ. ໂປໂລ​ຄື​ຊິ​ໄດ້​ຝຶກ​ເຮັດ​ວຽກ​ນີ້​ຕອນ​ທີ່​ເປັນ​ໄວລຸ້ນ. ຄົນ​ທີ່​ເຮັດ​ວຽກ​ນີ້​ຕ້ອງ​ຕ່ຳ​ຜ້າ​ເຕັ້ນ ຫຼື​ບໍ່​ກໍ​ຕັດ​ແລະ​ຫຍິບ​ຜ້າ​ທີ່​ຫຍາບ​ແລະ​ແຂງ​ເຊິ່ງ​ບໍ່​ແມ່ນ​ວຽກ​ທີ່​ງ່າຍໆ.

6, 7. (ກ) ໂປໂລ​ເບິ່ງ​ວ່າ​ວຽກ​ເຮັດ​ເຕັ້ນ​ເປັນ​ວຽກ​ແນວ​ໃດ ແລະ​ສິ່ງ​ໃດ​ເຮັດ​ໃຫ້​ເຫັນ​ວ່າ​ອາກີລາ​ກັບ​ປີຊະກີລາ​ກໍ​ມີ​ຄວາມ​ຄິດ​ຕໍ່​ວຽກ​ອາຊີບ​ຄື​ກັບ​ໂປໂລ? (ຂ) ຄລິດສະຕຽນ​ໃນ​ປັດຈຸບັນ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ແນວ​ໃດ?

6 ໂປໂລ​ບໍ່​ໄດ້​ເບິ່ງ​ວ່າ​ການ​ເຮັດ​ເຕັ້ນ​ເປັນ​ວຽກ​ຫຼັກ​ຂອງ​ລາວ. ລາວ​ເຮັດ​ວຽກ​ນີ້​ກໍ​ເພື່ອ​ຈະ​ຫາ​ລ້ຽງ​ໂຕເອງ​ໄດ້​ຕອນ​ທີ່​ເຮັດ​ວຽກ​ປະກາດ​ຂ່າວດີ “ໂດຍ​ບໍ່​ຄິດ​ຄ່າ​ຕອບ​ແທນ.” (2ກຣ. 11:7) ແລ້ວ​ອາກີລາ​ກັບ​ປີຊະກີລາ​ເບິ່ງ​ວ່າ​ວຽກ​ອາຊີບ​ຂອງ​ເຂົາເຈົ້າ​ເປັນ​ແນວ​ໃດ? ແນ່ນອນ​ວ່າ​ເຂົາເຈົ້າ​ຄື​ຊິ​ມີ​ຄວາມ​ຄິດ​ຕໍ່​ວຽກ​ອາຊີບ​ຄື​ກັບ​ໂປໂລ. ທີ່ຈິງ ເມື່ອ​ໂປໂລ​ອອກ​ຈາກ​ເມືອງ​ໂກຣິນໂທ​ໃນ​ປີ 52 ອາກີລາ​ກັບ​ປີຊະກີລາ​ກໍ​ໄດ້​ເກັບ​ເຄື່ອງ​ຂອງ​ຍ້າຍ​ໄປ​ຢູ່​ເມືອງ​ເອເຟໂຊ​ນຳ​ໂປໂລ ແລະ​ມີ​ການ​ໃຊ້​ເຮືອນ​ຂອງ​ເຂົາເຈົ້າ​ເປັນ​ບ່ອນ​ປະຊຸມ​ສຳລັບ​ປະຊາຄົມ​ທ້ອງຖິ່ນ. (1ກຣ. 16:19) ຕໍ່​ມາ ເຂົາເຈົ້າ​ກໍ​ກັບ​ໄປ​ເມືອງ​ໂຣມ ແລະ​ຫຼັງ​ຈາກນັ້ນ​ກໍ​ກັບ​ມາ​ເມືອງ​ເອເຟໂຊ​ອີກ. ເຂົາເຈົ້າ​ໄດ້​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ອັນ​ດັບ​ທຳອິດ​ແລະ​ທຸ່ມເທ​ຕົວ​ໃນ​ການ​ຮັບໃຊ້​ຄົນ​ອື່ນ. ຍ້ອນ​ແນວ​ນີ້ “ທຸກ​ປະຊາຄົມ​ທີ່​ເປັນ​ຄົນ​ຕ່າງ​ຊາດ” ຈຶ່ງ​ຮູ້ສຶກ​ຂອບໃຈ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.—ຣມ. 16:3-5; 2ຕມ. 4:19

7 ຄລິດສະຕຽນ​ໃນ​ປັດຈຸບັນ​ກໍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ແລະ​ອາກີລາ​ກັບ​ປີຊະກີລາ. ຜູ້​ຮັບໃຊ້​ທີ່​ມີ​ໃຈ​ກະຕືລືລົ້ນ​ເຫຼົ່າ​ນີ້​ເຮັດ​ວຽກ​ໜັກ “ເພື່ອ​ຈະ​ບໍ່​ເປັນ​ພາລະ​ຂອງ​ຜູ້​ໃດ.” (1ທຊ. 2:9) ໜ້າ​ຊົມເຊີຍ​ທີ່​ໄພໂອເນຍ​ບາງ​ຄົນ​ເຮັດ​ວຽກ​ອາຊີບ​ບາງ​ມື້​ຕໍ່​ອາທິດ ຫຼື​ເຮັດ​ວຽກ​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ປີ​ເພື່ອ​ຈະ​ຫາ​ລ້ຽງ​ໂຕເອງ. ເຂົາເຈົ້າ​ໃຫ້​ວຽກ​ຮັບໃຊ້​ເປັນ​ວຽກ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຄື​ກັບ​ອາກີລາ​ແລະ​ປີຊະກີລາ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ທີ່​ມີ​ນ້ຳໃຈ​ໄດ້​ເຊີນ​ຜູ້​ດູແລ​ໝວດ​ໃຫ້​ມາ​ພັກ​ຢູ່​ເຮືອນ​ຂອງ​ເຂົາເຈົ້າ. ຄົນ​ທີ່ “ມີ​ນ້ຳໃຈ​ຕ້ອນຮັບ​ແຂກ” ຮູ້​ດີ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ເຂົາເຈົ້າ​ສົດ​ຊື່ນ​ແລະ​ໄດ້​ກຳລັງ​ໃຈ.—ຣມ. 12:13

ຈົດໝາຍ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນໃຈ​ທີ່​ໃຫ້​ກຳລັງ​ໃຈ

ລະຫວ່າງ 18 ເດືອນ​ທີ່​ພັກ​ຢູ່​ເມືອງ​ໂກຣິນໂທ​ປະມານ​ປີ 50-52 ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ຈົດໝາຍ​ຢ່າງ​ໜ້ອຍ​ສອງ​ສະບັບ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ນັ້ນ​ຄື ເທຊະໂລນິກ​ສະບັບ​ທຳອິດ​ແລະ​ສະບັບ​ທີ​ສອງ. ໂປໂລ​ຍັງ​ໄດ້​ຂຽນ​ຈົດໝາຍ​ເຖິງ​ຄົນ​ຄາລາເຕຍ​ໃນ​ໄລຍະ​ດຽວ​ກັນ​ນັ້ນ ຫຼື​ບໍ່​ກໍ​ຂຽນ​ຫຼັງ​ຈາກນັ້ນ​ບໍ່​ດົນ.

ເທຊະໂລນິກ​ສະບັບ​ທຳອິດ​ເປັນ​ວຽກ​ຂຽນ​ທຳອິດ​ຂອງ​ໂປໂລ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນໃຈ. ໂປໂລ​ໄດ້​ໄປ​ຢາມ​ເມືອງ​ເທຊະໂລນິກ​ປະມານ​ປີ 50 ລະຫວ່າງ​ການ​ເດີນທາງ​ໄປ​ປະກາດ​ຮອບ​ທີ​ສອງ. ອີກ​ບໍ່​ດົນ​ປະຊາຄົມ​ທີ່​ຕັ້ງ​ຂຶ້ນ​ຢູ່​ຫັ້ນ​ຈະ​ຕ້ອງ​ເຈິ​ກັບ​ການ​ຕໍ່ຕ້ານ ນີ້​ຈຶ່ງ​ເຮັດ​ໃຫ້​ໂປໂລ​ກັບ​ຊີລາ​ຕ້ອງ​ອອກ​ຈາກ​ເມືອງ​ນັ້ນ. (ກຈກ. 17:1-10, 13) ໂປໂລ​ເປັນ​ຫ່ວງ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ຫາກໍ​ຕັ້ງ​ຂຶ້ນ​ໃໝ່. ລາວ​ໄດ້​ພະຍາຍາມ​ທີ່​ຈະ​ກັບ​ໄປ​ເມືອງ​ນັ້ນ​ຕັ້ງ​ສອງ​ເທື່ອ “ແຕ່​ກໍ​ຖືກ​ຊາຕານ​ຂັດຂວາງ” ໂປໂລ​ຈຶ່ງ​ສົ່ງ​ຕີໂມທຽວ​ໄປ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂັ້ມແຂງ​ຂຶ້ນ. ເບິ່ງ​ຄື​ວ່າ​ຊ່ວງ​ທ້າຍ​ປີ 50 ຕີໂມທຽວ​ໄດ້​ກັບ​ມາ​ສົມທົບ​ກັບ​ໂປໂລ​ໃນ​ເມືອງ​ໂກຣິນໂທ​ແລະ​ເອົາ​ຂ່າວດີ​ກ່ຽວກັບ​ປະຊາຄົມ​ເທຊະໂລນິກ​ມາ​ບອກ​ເຂົາເຈົ້າ. ຫຼັງ​ຈາກນັ້ນ ໂປໂລ​ກໍ​ຂຽນ​ຈົດໝາຍ​ສະບັບ​ນີ້.—1ທຊ. 2:17–3:7

ເທຊະໂລນິກ​ສະບັບ​ທີ​ສອງ​ຄື​ຊິ​ຂຽນ​ບໍ່​ດົນ​ຫຼັງ​ຈາກ​ຈົດໝາຍ​ສະບັບ​ທຳອິດ​ເຊິ່ງ​ອາດ​ຈະ​ເປັນ​ປີ 51. ໃນ​ຈົດໝາຍ​ທັງ​ສອງ​ສະບັບ​ນີ້ ຕີໂມທຽວ​ກັບ​ຊີລາວານ (ຫຼື​ຊີລາ​ໃນ​ປຶ້ມ​ກິດຈະການ) ແລະ​ໂປໂລ​ໄດ້​ສົ່ງ​ຄຳ​ທັກທາຍ​ເຖິງ​ພີ່ນ້ອງ ແຕ່​ບໍ່​ມີ​ບັນທຶກ​ທີ່​ສະແດງ​ວ່າ 3 ຄົນ​ນີ້​ມາ​ຢູ່​ນຳ​ກັນ​ອີກ​ຫຼັງ​ຈາກ​ທີ່​ໂປໂລ​ພັກ​ຢູ່​ເມືອງ​ໂກຣິນໂທ. (ກຈກ. 18:5, 18; 1ທຊ. 1:1; 2ທຊ. 1:1) ເປັນ​ຫຍັງ​ໂປໂລ​ຈຶ່ງ​ຂຽນ​ຈົດໝາຍ​ສະບັບ​ທີ​ສອງ? ເບິ່ງ​ຄື​ວ່າ​ລາວ​ໄດ້​ຮັບ​ຂ່າວ​ເພີ່ມ​ອີກ​ກ່ຽວກັບ​ປະຊາຄົມ​ນີ້​ເຊິ່ງ​ອາດ​ໄດ້​ຮັບ​ໂດຍ​ທາງ​ຄົນ​ທີ່​ສົ່ງ​ຈົດໝາຍ​ສະບັບ​ທຳອິດ​ຂອງ​ລາວ. ຂ່າວ​ນີ້​ບໍ່​ພຽງ​ແຕ່​ກະຕຸ້ນ​ໂປໂລ​ໃຫ້​ຊົມເຊີຍ​ພີ່ນ້ອງ​ສຳລັບ​ຄວາມ​ຮັກ​ແລະ​ຄວາມ​ອົດທົນ​ຂອງ​ເຂົາເຈົ້າ ແຕ່​ໂປໂລ​ຍັງ​ໄດ້​ປັບ​ຄວາມ​ຄິດ​ຂອງ​ບາງ​ຄົນ​ໃນ​ເມືອງ​ເທຊະໂລນິກ​ທີ່​ບອກ​ວ່າ​ການ​ປະທັບ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ​ໃກ້​ຈະ​ມາ​ຮອດ​ແລ້ວ.—2ທຊ. 1:3-12; 2:1, 2

ຈົດໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ຄົນ​ຄາລາເຕຍ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ໂປໂລ​ໄດ້​ໄປ​ຢາມ​ເຂົາເຈົ້າ​ຢ່າງ​ໜ້ອຍ 2 ເທື່ອ​ກ່ອນ​ທີ່​ຈະ​ຂຽນ​ເຖິງ​ເຂົາເຈົ້າ. ໃນ​ປີ 47-48 ໂປໂລ​ກັບ​ບາຣະນາບາ​ໄດ້​ໄປ​ຢາມ​ເມືອງ​ອັນຕີໂອເຂຍ​ຂອງ​ປີຊີເດຍ ເມືອງ​ອີໂກນີອົນ ເມືອງ​ເດຣະເບ​ແລະ​ເມືອງ​ລີສະຕຣາ ເຊິ່ງ​ທັງໝົດ​ຢູ່​ໃນ​ແຂວງ​ຄາລາເຕຍ​ຂອງ​ຈັກກະວັດ​ໂຣມ. ໃນ​ປີ 49 ໂປໂລ​ກັບ​ຊີລາ​ໄດ້​ກັບ​ໄປ​ຢາມ​ບ່ອນ​ນັ້ນ​ອີກ. (ກຈກ. 13:1–14:23; 16:1-6) ໂປໂລ​ຂຽນ​ຈົດໝາຍ​ສະບັບ​ນີ້​ຍ້ອນ​ພວກ​ທີ່​ສົ່ງເສີມ​ລັດທິ​ຢູດາ​ກຳລັງ​ສອນ​ວ່າ ການ​ຮັບ​ສິນຕັດ​ແລະ​ການ​ຖື​ກົດໝາຍ​ຂອງ​ໂມເຊ​ເປັນ​ສິ່ງ​ຈຳເປັນ​ສຳລັບ​ຄລິດສະຕຽນ. ແນ່ນອນ​ວ່າ​ໂປໂລ​ຄື​ຊິ​ຂຽນ​ເຖິງ​ຄົນ​ຄາລາເຕຍ​ທັນທີ​ທີ່​ໄດ້​ຍິນ​ຄຳສອນ​ປອມ​ນີ້. ລາວ​ອາດ​ຂຽນ​ຈົດໝາຍ​ນີ້​ຈາກ​ເມືອງ​ໂກຣິນໂທ ແຕ່​ກໍ​ເປັນ​ໄປ​ໄດ້​ນຳ​ວ່າ​ລາວ​ຂຽນ​ຈົດໝາຍ​ນີ້​ຈາກ​ເມືອງ​ເອເຟໂຊ​ຕອນ​ທີ່​ແວ່​ເມືອງ​ນັ້ນ​ໃນ​ໄລຍະ​ສັ້ນໆ​ຫຼື​ຂຽນ​ຕອນ​ທີ່​ເດີນທາງ​ກັບ​ໄປ​ເມືອງ​ອັນຕີໂອເຂຍ​ແຂວງ​ຊີເຣຍ ຫຼື​ບໍ່​ກໍ​ຂຽນ​ຈາກ​ເມືອງ​ອັນຕີໂອເຂຍ​ນັ້ນ.—ກຈກ. 18:18-23

“ຫຼາຍ​ຄົນ​ໃນ​ເມືອງ​ໂກຣິນໂທ​ໄດ້ . . . ເຊື່ອ” (ກິດຈະການ 18:5-8)

8, 9. ​ເມື່ອ​ໂປໂລ​ປະກາດ​ຢ່າງ​ກະຕືລືລົ້ນ​ກັບ​ຄົນ​ຢິວ​ແຕ່​ພັດ​ເຈິ​ການ​ຕໍ່ຕ້ານ ລາວ​ໄດ້​ເຮັດ​ແນວ​ໃດ ແລະ​ຈາກນັ້ນ​ລາວ​ໄປ​ປະກາດ​ຢູ່​ໃສ?

8 ໂປໂລ​ເຮັດ​ວຽກ​ອາຊີບ​ພຽງ​ເພື່ອ​ຈະ​ຫາ​ລ້ຽງ​ໂຕເອງ​ແລະ​ຮັບໃຊ້​ຕໍ່​ໄປ​ໄດ້ ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ຕອນ​ທີ່​ຊີລາ​ກັບ​ຕີໂມທຽວ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ມາ​ຫາ​ລາວ​ພ້ອມ​ກັບ​ສິ່ງ​ຂອງ​ຫຼາຍ​ຢ່າງ​ທີ່​ພີ່ນ້ອງ​ຝາກ​ມາ​ໃຫ້. (2ກຣ. 11:9) ທັນໃດ​ນັ້ນ ໂປໂລ “ກໍ​ທຸ່ມເທ​ເວລາ​ໃນ​ການ​ປະກາດ​ຄຳສອນ​ຂອງ​ພະເຈົ້າ.” (ກຈກ. 18:5) ເຖິງ​ວ່າ​ໂປໂລ​ຈະ​ປະກາດ​ຢ່າງ​ກະຕືລືລົ້ນ​ກັບ​ຄົນ​ຢິວ ແຕ່​ເຂົາເຈົ້າ​ກໍ​ບໍ່​ຟັງ​ແລະ​ຕໍ່ຕ້ານ​ລາວ. ເຂົາເຈົ້າ​ບໍ່​ຍອມຮັບ​ວ່າ​ພະ​ເຢຊູ​ແມ່ນ​ຜູ້​ທີ່​ມາ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ. ໂປໂລ​ເຮັດ​ໃຫ້​ຄົນ​ຢິວ​ເຫັນ​ວ່າ​ລາວ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ຫຍັງ​ຕໍ່​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ. ໂປໂລ​ສັ່ນ​ເສື້ອ ແລ້ວ​ເວົ້າ​ກັບ​ຄົນ​ທີ່​ຕໍ່ຕ້ານ​ລາວ​ວ່າ: “ພວກ​ເຈົ້າ​ຮັບ​ຜິດ​ຊອບ​ຊີວິດ​ຂອງ​ພວກ​ເຈົ້າ​ເອງ. ຂ້ອຍ​ພົ້ນ​ຈາກ​ຄວາມ​ຮັບ​ຜິດ​ຊອບ​ແລ້ວ. ຕັ້ງແຕ່​ນີ້​ໄປ ຂ້ອຍ​ຈະ​ໄປ​ຫາ​ຄົນ​ຕ່າງ​ຊາ​ດ.”—ກຈກ. 18:6; ອຊກ. 3:18, 19

9 ແລ້ວ​ຕອນນີ້​ໂປໂລ​ຈະ​ປະກາດ​ຢູ່​ໃສ? ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຕີໂຕ​ຢູສະໂຕ ເຊິ່ງ​ອາດຈະ​ເປັນ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ໄດ້​ໃຫ້​ໂປໂລ​ໃຊ້​ເຮືອນ​ຂອງ​ລາວ ລາວ​ມີ​ເຮືອນ​ຢູ່​ຕິດ​ກັບ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ໂປໂລ​ຈຶ່ງ​ບໍ່​ໄດ້​ປະກາດ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ອີກ ແຕ່​ປະກາດ​ຢູ່​ເຮືອນ​ຂອງ​ຕີໂຕ​ແທນ. (ກຈກ. 18:7) ໂປໂລ​ຍັງ​ພັກ​ຢູ່​ເຮືອນ​ຂອງ​ອາກີລາ​ກັບ​ປີຊະກີລາ​ຕະຫຼອດ​ໄລຍະ​ທີ່​ລາວ​ຢູ່​ໃນ​ໂກຣິນໂທ ແຕ່​ລາວ​ໄດ້ໃຊ້​ເຮືອນ​ຂອງ​ຕີໂຕ​ເປັນ​ສູນ​ກາງ​ໃນ​ການ​ປະກາດ.

10. ສິ່ງ​ໃດ​ສະແດງ​ວ່າ​ໂປໂລ​ບໍ່​ໄດ້​ຕັ້ງໃຈ​ທີ່​ຈະ​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ເທົ່າ​ນັ້ນ?

10 ການ​ທີ່​ໂປໂລ​ເວົ້າ​ວ່າ​ລາວ​ຈະ​ໄປ​ຫາ​ຄົນ​ຕ່າງ​ຊາດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ລາວ​ຈະ​ເຊົາ​ປະກາດ​ກັບ​ຄົນ​ຢິວ​ຫຼື​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ທີ່​ເຕັມໃຈ​ຢາກ​ຟັງ. ຕົວ​ຢາງ​ເຊັ່ນ “ກີສະໂປ​ທີ່​ເປັນ​ຫົວໜ້າ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ໄດ້​ມາ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.” ເຫັນ​ໄດ້​ແຈ້ງ​ວ່າ​ມີ​ຄົນ​ຢິວ​ຫຼາຍ​ຄົນ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໄດ້​ປ່ຽນ​ມາ​ເປັນ​ຄລິດສະຕຽນ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ຫຼາຍ​ຄົນ​ໃນ​ເມືອງ​ໂກຣິນໂທ​ໄດ້​ຟັງ​ແລ້ວ​ກໍ​ເຊື່ອ​ແລະ​ຮັບ​ບັບເຕມາ.” (ກຈກ. 18:8) ດັ່ງນັ້ນ ເຮືອນ​ຂອງ​ຕີໂຕ​ຢູສະໂຕ​ຈຶ່ງ​ກາຍ​ເປັນ​ບ່ອນ​ປະຊຸມ​ຂອງ​ຄລິດສະຕຽນ​ທີ່​ໄດ້​ຕັ້ງ​ຂຶ້ນ​ໃໝ່​ໃນ​ໂກຣິນໂທ. ຖ້າ​ລູກາ​ບັນທຶກ​ເຫດການ​ນີ້​ຕາມ​ລຳດັບ​ເວລາ​ຄື​ກັບ​ທີ່​ລາວ​ເຮັດ​ມາ​ຕະຫຼອດ ການ​ທີ່​ຄົນ​ຢິວ​ຫຼື​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ເຫຼົ່າ​ນີ້​ປ່ຽນ​ມາ​ເປັນ​ຄລິດສະຕຽນ​ກໍ​ຈະ​ຕ້ອງ​ເກີດຂຶ້ນ​ຫຼັງ​ຈາກ​ທີ່​ໂປໂລ​ສັ່ນ​ເສື້ອ. ເຫດການ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ໂປໂລ​ເປັນ​ຄົນ​ທີ່​ພ້ອມ​ຈະ​ປັບ​ປ່ຽນ​ແລະ​ພ້ອມ​ຈະ​ປະກາດ​ກັບ​ທຸກ​ຄົນ​ທີ່​ສົນໃຈ​ຟັງ.

11. ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ໂປໂລ​ແນວ​ໃດ​ຕອນ​ທີ່​ປະກາດ​ກັບ​ຄົນ​ທີ່​ເປັນ​ຄລິດຕະຈັກ?

11 ໃນ​ທຸກ​ມື້​ນີ້ ມີ​ຄົນ​ຈາກ​ຫຼາຍ​ບ່ອນ​ເປັນ​ສະມາຊິກ​ຂອງ​ໂບດ​ຕ່າງໆ​ເຊິ່ງ​ອ້າງ​ວ່າ​ຕິດຕາມ​ພະ​ເຢຊູ. ໂບດ​ເຫຼົ່າ​ນີ້​ມີ​ອິດທິພົນ​ຕໍ່​ຊີວິດ​ຂອງ​ເຂົາເຈົ້າ​ມາ​ດົນ​ຫຼາຍ​ປີ. ທົ່ວ​ໂລກ ພວກ​ມິດຊັນນາຣີ​ຂອງ​ຄລິດຕະຈັກ​ໄດ້​ພະຍາຍາມ​ຫຼາຍ​ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ເຂົ້າ​ມາ​ເປັນ​ສະມາຊິກ. ຄ້າຍ​ກັບ​ຄົນ​ຢິວ​ຢູ່​ເມືອງ​ໂກຣິນໂທ​ໃນ​ສະຕະວັດ​ທຳອິດ ຄົນ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ເຫຼົ່າ​ນີ້​ສົນໃຈ​ທຳນຽມ​ທາງ​ສາສະໜາ​ຫຼາຍ​ກວ່າ​ການ​ໃກ້ຊິດ​ພະເຈົ້າ. ແຕ່​ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຢາກ​ເຮັດ​ຄື​ກັບ​ໂປໂລ​ໂດຍ​ພະຍາຍາມ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າໃຈ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ອ່ານ​ຈາກ​ຄຳພີ​ໄບເບິນ. ເຖິງ​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ຕໍ່ຕ້ານ​ເຮົາ​ຫຼື​ຜູ້​ນຳ​ສາສະໜາ​ຂົ່ມເຫງ​ເຮົາ ເຮົາ​ກໍ​ບໍ່​ໝົດ​ຫວັງ. ໃນ​ກຸ່ມ​ຄົນ​ທີ່ “ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພະເຈົ້າ ແຕ່​ຂາດ​ຄວາມ​ຮູ້​ທີ່​ຖືກຕ້ອງ” ກໍ​ອາດຈະ​ມີ​ຄົນ​ຖ່ອມ​ໂຕ​ອີກ​ຫຼາຍ​ຄົນ​ທີ່​ເຮົາ​ຕ້ອງ​ຊອກ​ໃຫ້​ເຫັນ.—ຣມ. 10:2

“ໃນ​ເມືອງ​ນີ້​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈະ​ເຂົ້າ​ມາ​ເຊື່ອ”(ກິດຈະການ 18:9-17)

12. ໂປໂລ​ໄດ້​ຮັບ​ຄຳ​ຮັບຮອງ​ຫຍັງ​ໃນ​ນິມິດ?

12 ຖ້າ​ໂປໂລ​ສົງໄສ​ວ່າ​ລາວ​ຈະ​ເຮັດ​ວຽກ​ປະກາດ​ຕໍ່​ໄປ​ໃນ​ເມືອງ​ໂກຣິນໂທ​ຫຼື​ບໍ່ ລາວ​ກໍ​ຄື​ຊິ​ໄດ້​ຮັບ​ຄຳ​ຕອບ​ຊັດເຈນ​ໃນ​ຄືນ​ທີ່​ພະ​ເຢຊູ​ມາ​ເຮັດ​ໃຫ້​ລາວ​ເຫັນ​ຜ່ານ​ທາງ​ນິມິດ​ແລະ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ ປະກາດ​ຕໍ່​ໄປ​ຢ່າ​ເຊົາ. ຍ້ອນ​ຂ້ອຍ​ຢູ່​ນຳ​ເຈົ້າ​ແລະ​ຈະ​ບໍ່​ມີ​ຜູ້​ໃດ​ທຳຮ້າຍ​ເຈົ້າ​ໄດ້. ໃນ​ເມືອງ​ນີ້​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈະ​ເຂົ້າ​ມາ​ເຊື່ອ.” (ກຈກ. 18:9, 10) ນິມິດ​ນີ້​ໃຫ້​ກຳລັງ​ໃຈ​ຫຼາຍ​ແທ້ໆ! ຜູ້​ເປັນ​ນາຍ​ຮັບຮອງ​ກັບ​ໂປໂລ​ວ່າ​ຈະ​ປົກປ້ອງ​ລາວ​ບໍ່​ໃຫ້​ຖືກ​ທຳຮ້າຍ​ແລະ​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ພະ​ເຢຊູ​ຢາກ​ໃຫ້​ລາວ​ປະກາດ​ນຳ. ແລ້ວ​ໂປໂລ​ຕອບ​ຮັບ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ຕໍ່​ໄປ​ວ່າ: “ໂປໂລ​ຈຶ່ງ​ຢູ່​ຫັ້ນ 1 ປີ​ກັບ 6 ເດືອນ​ແລະ​ສອນ​ຄຳສອນ​ຂອງ​ພະເຈົ້າ​ໃຫ້​ຄົນ​ໃນ​ເມືອງ​ນັ້ນ.”—ກຈກ. 18:11

13. ໂປໂລ​ອາດ​ຄິດ​ເຖິງ​ເຫດການ​ຫຍັງ​ຕອນ​ທີ່​ເຂົ້າ​ໄປ​ໃກ້​ບັນລັງ​ພິພາກສາ ແຕ່​ມີ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ເຫດການ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ກັບ​ລາວ?

13 ຫຼັງ​ຈາກ​ໃຊ້​ເວລາ​ປະມານ 1 ປີ​ໃນ​ເມືອງ​ໂກຣິນໂທ ກໍ​ມີ​ບາງ​ຢ່າງ​ເກີດຂຶ້ນ​ເຊິ່ງ​ເຮັດ​ໃຫ້​ໂປໂລ​ໝັ້ນໃຈ​ວ່າ​ພະ​ເຢຊູ​ຢູ່​ກັບ​ລາວ​ແທ້ໆ. ຄຳພີ​ໄບເບິນ​ບອກ​ວ່າ: “ຊາວ​ຢິວ​ໄດ້​ລວມ​ຕົວ​ກັນ​ຕໍ່ຕ້ານ​ໂປໂລ​ແລະ​ເອົາ​ຕົວ​ລາວ​ໄປ​ທີ່​ບັນລັງ​ພິພາກສາ” ທີ່​ເອີ້ນ​ວ່າ​ບີ​ມາ. (ກຈກ. 18:12) ບາງ​ຄົນ​ຄິດ​ວ່າ​ເປັນ​ເວທີ​ທີ່​ຍົກ​ພື້ນ​ສູງ​ເຮັດ​ດ້ວຍ​ຫີນ​ອ່ອນ​ສີ​ຟ້າ​ແລະ​ສີ​ຂາວ​ເຊິ່ງ​ເຕັມ​ໄປ​ດ້ວຍ​ການ​ແກະ​ສະຫຼັກ​ຕົກ​ແຕ່ງ​ຢ່າງ​ສວຍ​ງາມ. ບີ​ມາ ອາດ​ຕັ້ງ​ຢູ່​ໃກ້​ສູນ​ກາງ​ຂອງ​ຕະຫຼາດ​ເມືອງ​ໂກຣິນໂທ. ຢູ່​ທາງ​ໜ້າ​ບີ​ມາ ຈະ​ມີ​ບໍລິເວນ​ທີ່​ໂລ່ງ​ແລະ​ກວ້າງ​ໃຫຍ່​ພໍ​ທີ່​ຫຼາຍ​ຄົນ​ຈະ​ມາ​ຊຸມນຸມ​ກັນ. ການ​ຄົ້ນພົບ​ທາງ​ບູຮານຄະດີ​ຊ່ວຍ​ໃຫ້​ຮູ້​ວ່າ ບັນລັງ​ພິພາກສາ​ນີ້​ອາດ​ຢູ່​ຫ່າງ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ບໍ່​ເທົ່າ​ໃດ​ກ້າວ ດັ່ງນັ້ນ ບັນລັງ​ນີ້​ກໍຢູ່​ຫ່າງ​ຈາກ​ເຮືອນ​ຂອງ​ຕີໂຕ​ຢູສະໂຕ​ບໍ່​ເທົ່າ​ໃດ​ກ້າວ​ຄື​ກັນ. ຕອນ​ທີ່​ໂປໂລ​ເຂົ້າ​ໄປ​ໃກ້​ບີ​ມາ ລາວ​ອາດ​ຄິດ​ເຖິງ​ຊະເຕຟາໂນ​ທີ່​ຖືກ​ແກວ່ງ​ຫີນ​ໃສ່​ຈົນ​ຕາຍ. ຊະເຕຟາໂນ​ເປັນ​ຄລິດສະຕຽນ​ຄົນ​ທຳອິດ​ທີ່​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ. ໂປໂລ​ເຊິ່ງ​ຕອນ​ນັ້ນ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ​ໂຊໂລ ກໍ​ໄດ້​ເຫັນດີ​ກັບ “ການ​ຂ້າ​ຊະເຕຟາໂນ.” (ກຈກ. 8:1) ຕອນນີ້​ໂປໂລ​ຈະ​ເຈິ​ກັບ​ເຫດການ​ຄ້າຍໆ​ກັນ​ນີ້​ບໍ? ບໍ່. ຍ້ອນ​ໂປໂລ​ໄດ້​ຮັບ​ຄຳ​ຮັບຮອງ​ວ່າ: “ຈະ​ບໍ່​ມີ​ຜູ້​ໃດ​ທຳຮ້າຍ​ເຈົ້າ​ໄດ້.”—ກຈກ. 18:10

ຄາລີໂອ​ຍົກ​ເລີກ​ການ​ພິຈາລະນາ​ຄະດີ​ຕໍ່​ໜ້າ​ຜູ້​ຄົນ​ທີ່​ກ່າວຫາ​ໂປໂລ. ທະຫານ​ໂຣມ​ພະຍາຍາມ​ຈະ​ຄວບຄຸມ​ຝູງ​ຄົນ​ທີ່​ໃຈ​ຮ້າຍ.

“ແລ້ວ​ຄາລີໂອ​ກໍ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ໜ້າ​ບັນລັງ​ພິພາກສາ.”—ກິດຈະການ 18:16

14, 15. (ກ) ພວກ​ຢິວ​ໄດ້​ກ່າວຫາ​ໂປໂລ​ແນວ​ໃດ ແລະ​ເປັນ​ຫຍັງ​ຄາລີໂອ​ຈຶ່ງ​ຍົກ​ເລີກ​ການ​ພິຈາລະນາ​ຄະດີ? (ຂ) ເກີດ​ຫຍັງ​ຂຶ້ນ​ກັບ​ໂຊຊະເຖນ ແລະ​ຕໍ່​ມາ​ລາວ​ອາດ​ປ່ຽນ​ໄປ​ແນວ​ໃດ?

14 ເກີດ​ຫຍັງ​ຂຶ້ນ​ເມື່ອ​ໂປໂລ​ມາ​ຮອດ​ບັນລັງ​ພິພາກສາ? ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ທີ່​ຢູ່​ຫັ້ນ​ແມ່ນ ຄາລີໂອ​ທີ່​ເປັນ​ເຈົ້າແຂວງ​ອະຂາຢາ ລາວ​ເປັນ​ອ້າຍ​ຂອງ​ເຊເນ​ກາ​ນັກ​ປັດຊະຍາ​ຄົນ​ໂຣມ. ພວກ​ຢິວ​ໄດ້​ກ່າວຫາ​ໂປໂລ​ວ່າ: “ຄົນ​ນີ້​ຊັກ​ຈູງ​ຜູ້​ຄົນ​ໃຫ້​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ຜິດ​ກົດໝາຍ.” (ກຈກ. 18:13) ສິ່ງ​ທີ່​ຄົນ​ຢິວ​ເວົ້າ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ ການ​ທີ່​ໂປໂລ​ເຮັດ​ໃຫ້​ຄົນ​ປ່ຽນ​ສາສະໜາ​ນັ້ນ​ເປັນ​ການ​ເຮັດ​ຜິດ​ກົດໝາຍ ແຕ່​ຄາລີໂອ​ບໍ່​ເຫັນ​ວ່າ​ໂປໂລ “ເຮັດ​ຜິ​ດ.” (ກຈກ. 18:14) ຄາລີໂອ​ບໍ່​ຢາກ​ຫຍຸ້ງ​ກ່ຽວກັບ​ຂໍ້​ໂຕ້​ແຍ່ງ​ຂອງ​ພວກ​ຢິວ. ໂປໂລ​ຍັງ​ບໍ່​ໄດ້​ເວົ້າ​ປົກປ້ອງ​ໂຕເອງ​ແມ່ນ​ແຕ່​ຄຳ​ດຽວ ຄາລີໂອ​ກໍ​ຍົກ​ເລີກ​ການ​ພິຈາລະນາ​ຄະດີ. ພວກ​ທີ່​ກ່າວຫາ​ໃຈ​ຮ້າຍ​ແລະ​ຄຽດແຄ້ນ​ຫຼາຍ ເຂົາເຈົ້າ​ຈຶ່ງ​ລະບາຍ​ຄວາມ​ໃຈ​ຮ້າຍ​ໃສ່​ໂຊຊະເຖນ​ເຊິ່ງ​ອາດ​ເຮັດ​ໜ້າທີ່​ແທນ​ກີສະໂປ​ທີ່​ເປັນ​ຫົວໜ້າ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ເຂົາເຈົ້າ​ຈັບ​ໂຊຊະເຖນ​ມາ “ຂ້ຽນ​ຕີ​ຢູ່​ໜ້າ​ບັນລັງ​ພິພາກສາ.”—ກຈກ. 18:17

15 ເປັນ​ຫຍັງ​ຄາລີໂອ​ຈຶ່ງ​ບໍ່​ຫ້າມ​ຝູງ​ຄົນ​ບໍ່​ໃຫ້​ຂ້ຽນ​ໂຊຊະເຖນ? ຄາລີໂອ​ອາດ​ຄິດ​ວ່າ​ໂຊຊະເຖນ​ເປັນ​ຜູ້​ນຳ​ພາ​ຝູງ​ຄົນ​ໃຫ້​ຕໍ່ຕ້ານ​ໂປໂລ ແລະ​ສົມຄວນ​ຖືກ​ລົງໂທດ. ບາງ​ທີ​ເຫດການ​ນັ້ນ​ອາດ​ສົ່ງ​ຜົນ​ດີ​ກໍ​ໄດ້. ໃນ​ຈົດໝາຍ​ສະບັບ​ທຳອິດ​ທີ່​ຂຽນ​ເຖິງ​ປະຊາຄົມ​ໂກຣິນໂທ​ໃນ​ຫຼາຍ​ປີ​ຕໍ່​ມາ ໂປໂລ​ໄດ້​ເວົ້າ​ເຖິງ​ຄົນ​ທີ່​ຊື່​ໂຊຊະເຖນ​ວ່າ​ເປັນ​ພີ່ນ້ອງ. (1ກຣ. 1:1, 2) ນີ້​ເປັນ​ຄົນ​ດຽວ​ກັນ​ກັບ​ໂຊຊະເຖນ​ທີ່​ຖືກ​ຂ້ຽນ​ຢູ່​ເມືອງ​ໂກຣິນໂທ​ບໍ? ຖ້າ​ແມ່ນ ກໍ​ສະແດງ​ວ່າ​ປະສົບການ​ອັນ​ເຈັບ​ປວດ​ອາດ​ຊ່ວຍ​ໂຊຊະເຖນ​ໃຫ້​ມາ​ເປັນ​ຄລິດສະຕຽນ.

16. ຄຳເວົ້າ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ທີ່​ວ່າ “ປະກາດ​ຕໍ່​ໄປ​ຢ່າ​ເຊົາ ຍ້ອນ​ຂ້ອຍ​ຢູ່​ນຳ​ເຈົ້າ” ມີ​ຜົນ​ຕໍ່​ວຽກ​ປະກາດ​ຂອງ​ເຮົາ​ແນວ​ໃດ?

16 ຂໍ​ໃຫ້​ຈື່​ໄວ້​ວ່າ ຫຼັງ​ຈາກ​ທີ່​ຄົນ​ຢິວ​ບໍ່​ຍອມຮັບ​ຂ່າວ​ສານ​ທີ່​ໂປໂລ​ປະກາດ ພະ​ເຢຊູ​ໄດ້​ຮັບຮອງ​ກັບ​ໂປໂລ​ວ່າ: “ບໍ່​ຕ້ອງ​ຢ້ານ ປະກາດ​ຕໍ່​ໄປ​ຢ່າ​ເຊົາ ຍ້ອນ​ຂ້ອຍ​ຢູ່​ນຳ​ເຈົ້າ.” (ກຈກ. 18:9, 10) ເຮົາ​ກໍ​ຄວນ​ຈື່​ຄຳເວົ້າ​ນີ້​ຄື​ກັນ ໂດຍ​ສະເພາະ​ຕອນ​ທີ່​ບາງ​ຄົນ​ບໍ່​ຍອມຮັບ​ຂ່າວ​ສານ​ທີ່​ເຮົາ​ປະກາດ. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ອ່ານ​ຫົວໃຈ​ຄົນ​ໄດ້ ແລະ​ເພິ່ນ​ເປັນ​ຜູ້​ທີ່​ຊັກ​ນຳ​ຄົນ​ທີ່​ຈິງໃຈ​ໃຫ້​ມາ​ຫາ​ເພິ່ນ. (1ຊມ. 16:7; ຢຮ. 6:44) ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້ ເຮົາ​ກໍ​ໄດ້​ກຳລັງ​ໃຈ​ທີ່​ຈະ​ປະກາດ​ຕໍ່​ໄປ. ແຕ່ລະປີ​ມີ​ຫຼາຍ​ແສນ​ຄົນ​ຮັບ​ບັບເຕມາ ນີ້​ສະແດງ​ວ່າ​ທຸກ​ມື້​ມີ​ຄົນ​ຮັບ​ບັບເຕມາ​ຫຼາຍ​ຮ້ອຍ​ຄົນ. ສຳລັບ​ທຸກ​ຄົນ​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ” ພະ​ເຢຊູ​ສັນຍາ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.”—ມທ. 28:19, 20

“ຖ້າ​ພະ​ເຢໂຫວາ​ຕ້ອງການ” (ກິດຈະການ 18:18-22)

17, 18. ໂປໂລ​ອາດ​ຄິດ​ເຖິງ​ຫຍັງ​ຕອນ​ທີ່​ຂຶ້ນ​ເຮືອ​ໄປ​ເມືອງ​ເອເຟໂຊ?

17 ເຮົາ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ຄາລີໂອ​ເຮັດ​ຊ່ວຍ​ໃຫ້​ປະຊາຄົມ​ໃນ​ເມືອງ​ໂກຣິນໂທ​ມີ​ໄລຍະ​ເວລາ​ທີ່​ສະຫງົບສຸກ​ຫຼື​ບໍ່. ແຕ່​ໂປໂລ​ກໍ​ພັກ​ຢູ່​ຫັ້ນ “ອີກ​ຫຼາຍ​ມື້” ກ່ອນ​ລາ​ຈາກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ. ຊ່ວງ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 52 ໂປໂລ​ວາງ​ແຜນ​ຈະ​ຂຶ້ນ​ເຮືອ​ຈາກ​ທ່າ​ເຮືອ​ເກັນເຂໄອ​ໄປ​ແຂວງ​ຊີເຣຍ​ເຊິ່ງ​ຢູ່​ທາງ​ຕາເວັນ​ອອກ​ຂອງ​ເມືອງ​ໂກຣິນໂທ​ປະມານ 11 ກິໂລແມັດ. ແຕ່​ກ່ອນ​ອອກ​ຈາກ​ເກັນເຂໄອ ໂປໂລ “ຕັດ​ຜົມ​ສັ້ນ . . . ຍ້ອນ​ລາວ​ເຄີຍ​ສາບານ​ໄວ້​ກັບ​ພະເຈົ້າ.”c (ກຈກ. 18:18) ຫຼັງ​ຈາກນັ້ນ ໂປໂລ​ພາ​ອາກີລາ​ກັບ​ປີຊະກີລາ​ໄປ​ນຳ. ເຂົາເຈົ້າ​ຂຶ້ນ​ເຮືອ​ຂ້າມ​ທະເລ​ອີ​ຈຽນ​ໄປ​ເມືອງ​ເອເຟໂຊ​ໃນ​ອາຊີ​ນ້ອຍ.

18 ຕອນ​ທີ່​ໂປໂລ​ຂຶ້ນ​ເຮືອ​ຈາກ​ເກັນເຂໄອ ລາວ​ຄື​ຊິ​ຄິດ​ເຖິງ​ຊ່ວງ​ທີ່​ຢູ່​ໃນ​ໂກຣິນໂທ. ໂປໂລ​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ຫຼາຍ​ເລື່ອງ​ແລະ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ. ວຽກ​ປະກາດ​ຢູ່​ຫັ້ນ​ຕະຫຼອດ 18 ເດືອນ​ເກີດ​ຜົນ​ດີ. ມີ​ການ​ຕັ້ງ​ປະຊາຄົມ​ທຳອິດ​ໃນ​ເມືອງ​ໂກຣິນໂທ​ໂດຍ​ໃຊ້​ເຮືອນ​ຂອງ​ຕີໂຕ​ຢູສະໂຕ​ເປັນ​ບ່ອນ​ປະຊຸມ. ໃນ​ກຸ່ມ​ຄົນ​ທີ່​ເຂົ້າ​ມາ​ເຊື່ອ​ມີ ຕີໂຕ​ຢູສະໂຕ​ກັບ​ຄອບຄົວ ແລະ​ອີກ​ຫຼາຍ​ຄົນ. ພວກ​ພີ່ນ້ອງ​ໃໝ່​ເຫຼົ່າ​ນີ້​ເປັນ​ທີ່​ຮັກ​ຂອງ​ໂປໂລ ຍ້ອນ​ໂປໂລ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ໂປໂລ​ຂຽນ​ເຖິງ​ເຂົາເຈົ້າ​ໃນ​ພາຍ​ຫຼັງ​ວ່າ ເຂົາເຈົ້າ​ເປັນ​ໜັງສື​ແນະນຳ​ຕົວ​ເຊິ່ງ​ຂຽນ​ໄວ້​ໃນ​ຫົວໃຈ​ຂອງ​ລາວ. ເຮົາ​ກໍ​ຮັກ​ຄົນ​ທີ່​ເຮົາ​ໄດ້​ຊ່ວຍ​ໃຫ້​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຫັນ “ໜັງສື​ແນະນຳ​ຕົວ” ທີ່​ມີ​ຊີວິດ​ແບບ​ນັ້ນ!—2ກຣ. 3:1-3

19, 20. ໂປໂລ​ເຮັດ​ຫຍັງ​ເມື່ອ​ມາ​ຮອດ​ເມືອງ​ເອເຟໂຊ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

19 ເມື່ອ​ມາ​ຮອດ​ເມືອງ​ເອເຟໂຊ ໂປໂລ​ໄດ້​ເຮັດ​ວຽກ​ຕໍ່​ໄປ​ທັນທີ ‘ລາວ​ເຂົ້າ​ໄປ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ແລະ​ຍົກ​ເຫດຜົນ​ລົມ​ກັບ​ພວກ​ຢິວ.’ (ກຈກ. 18:19) ຕອນ​ນັ້ນ​ໂປໂລ​ພັກ​ຢູ່​ເມືອງ​ເອເຟໂຊ​ພຽງ​ແຕ່​ໄລຍະ​ສັ້ນໆ. ເຖິງ​ວ່າ​ໂປໂລ​ຈະ​ຖືກ​ຂໍຮ້ອງ​ໃຫ້​ພັກ​ຢູ່​ຫັ້ນ​ຕໍ່​ໄປ​ອີກ ແຕ່ “ລາວ​ກໍ​ບໍ່​ຍອມ​ຢູ່.” ຕອນ​ທີ່​ລາ​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ ລາວ​ບອກ​ວ່າ: “ຖ້າ​ພະ​ເຢໂຫວາ​ຕ້ອງການ ຂ້ອຍ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ​ອີກ.” (ກຈກ. 18:20, 21) ໂປໂລ​ຮູ້​ດີ​ວ່າ​ລາວ​ຍັງ​ຕ້ອງ​ປະກາດ​ໃຫ້​ກັບ​ອີກ​ຫຼາຍ​ຄົນ​ໃນ​ເມືອງ​ເອເຟໂຊ. ລາວ​ຢາກ​ກັບ​ມາ​ເມືອງ​ເອເຟໂຊ​ອີກ ແຕ່​ລາວ​ກໍ​ເລືອກ​ທີ່​ຈະ​ຝາກ​ເລື່ອງ​ຕ່າງໆ​ໄວ້​ກັບ​ພະ​ເຢໂຫວາ. ນີ້​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ພວກ​ເຮົາ​ນຳ. ເຮົາ​ຢາກ​ວາງ​ແຜນ​ຊີວິດ​ໃນ​ແບບ​ທີ່​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ ແຕ່​ເຮົາ​ກໍ​ຕ້ອງ​ເພິ່ງ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ ແລະ​ເຮັດ​ສິ່ງ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ.—ຢກບ. 4:15

20 ຫຼັງ​ຈາກ​ທີ່​ອາກີລາ​ກັບ​ປີຊະກີລາ​ຢູ່​ໃນ​ເມືອງ​ເອເຟໂຊ​ຕໍ່ ໂປໂລ​ໄດ້​ຂຶ້ນ​ເຮືອ​ໄປ​ເມືອງ​ກາຍຊາເຣຍ ແລະ “ຈາກນັ້ນ​ກໍ​ໄປ” ເມືອງ​ເຢຣູຊາເລັມ​ແລະ​ທັກທາຍ​ປະຊາຄົມ​ຢູ່​ຫັ້ນ. (ເບິ່ງ​ຂໍ້ມູນ​ສຳລັບ​ສຶກສາ​ຂອງ​ກິດຈະການ 18:22, ພາສາ​ໄທ) ຕໍ່​ຈາກນັ້ນ ໂປໂລ​ກໍ​ໄປ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ຊີເຣຍ​ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ພັກ​ຢູ່​ຕອນ​ທີ່​ບໍ່​ໄດ້​ເດີນທາງ​ໄປ​ປະກາດ. ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ​ສິ້ນ​ສຸດ​ລົງ​ຢ່າງ​ດີ. ແລ້ວ​ມີ​ຫຍັງ​ແດ່​ທີ່​ລໍ​ຖ້າ​ໂປໂລ​ໃນ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ສຸດທ້າຍ?

ຄຳ​ສາບານ

ກິດຈະການ 18:18 ບອກ​ວ່າ​ລະຫວ່າງ​ທີ່​ໂປໂລ​ຢູ່​ເມືອງ​ເກັນເຂໄອ “ໂປໂລ​ຕັດ​ຜົມ​ສັ້ນ . . . ຍ້ອນ​ລາວ​ເຄີຍ​ສາບານ​ໄວ້​ກັບ​ພະເຈົ້າ.” ນີ້​ເປັນ​ຄຳ​ສາບານ​ຫຍັງ?

ໂດຍ​ທົ່ວໄປ ຄຳ​ສາບານ​ເປັນ​ຄຳ​ສັນຍາ​ທີ່​ເຮັດ​ຕໍ່​ພະເຈົ້າ​ດ້ວຍ​ຄວາມ​ສະໝັກ​ໃຈ ໂດຍ​ບອກ​ວ່າ​ຈະ​ເຮັດ​ຫຍັງ​ບາງ​ຢ່າງ ຈະ​ຖວາຍ​ເຄື່ອງ​ບູຊາ ຫຼື​ຈະ​ຮັບໃຊ້​ພະເຈົ້າ​ໃນ​ຮູບແບບ​ພິເສດ. ບາງ​ຄົນ​ເຂົ້າໃຈ​ວ່າ​ໂປໂລ​ໄດ້​ຕັດ​ຜົມ​ເພື່ອ​ເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ນາຊີຣີ ແຕ່​ໜ້າ​ສັງເກດ​ຕາມ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ເມື່ອ​ໄລຍະ​ເວລາ​ທີ່​ຮັບໃຊ້​ແບບ​ພິເສດ​ສິ້ນ​ສຸດ​ລົງ ນາຊີຣີ​ຕ້ອງ​ຕັດ​ຜົມ “ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.” ເບິ່ງ​ຄື​ວ່າ​ເພື່ອ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ນີ້​ໄດ້ ໂປໂລ​ຕ້ອງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ. ດັ່ງນັ້ນ ຄຳ​ສາບານ​ຂອງ​ໂປໂລ​ຈຶ່ງ​ບໍ່​ແມ່ນ​ຄຳ​ປະຕິຍານ​ຂອງ​ນາຊີຣີ.—ຈຊບ. 6:5, 18

ໃນ​ປຶ້ມ​ກິດຈະການ​ບໍ່​ໄດ້​ບອກ​ວ່າ​ໂປໂລ​ສາບານ​ຕອນ​ໃດ ຈຶ່ງ​ເປັນ​ໄປ​ໄດ້​ວ່າ​ລາວ​ໄດ້​ເວົ້າ​ຄຳ​ສາບານ​ນີ້​ກ່ອນ​ທີ່​ຈະ​ເປັນ​ຄລິດສະຕຽນ​ດ້ວຍ​ຊ້ຳ ແລະ​ໃນ​ນັ້ນ​ກໍ​ບໍ່​ໄດ້​ບອກ​ວ່າ​ໂປໂລ​ຂໍ​ພະ​ເຢໂຫວາ​ຢ່າງ​ເຈາະຈົງ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຫຼື​ບໍ່. ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ໃຫ້​ຄວາມ​ເຫັນ​ວ່າ ການ​ທີ່​ໂປໂລ​ຕັດ​ຜົມ​ສັ້ນ​ອາດຈະ​ເປັນ “ການ​ສະແດງ​ຄວາມ​ຂອບໃຈ​ພະເຈົ້າ​ທີ່​ໃຫ້​ການ​ປົກປ້ອງ ເຊິ່ງ​ເຮັດ​ໃຫ້ [ໂປໂລ] ສາມາດ​ເຮັດ​ວຽກ​ປະກາດ​ຢູ່​ເມືອງ​ໂກຣິນໂທ​ໄດ້​ສຳເລັດ.”

a ເບິ່ງ​ຂອບ “ໂກຣິນໂທ—ເມືອງ​ທີ່​ຕັ້ງ​ຢູ່​ລະຫວ່າງ​ສອງ​ທະເລ”

b ເບິ່ງ​ຂອບ “ຈົດໝາຍ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນໃຈ​ທີ່​ໃຫ້​ກຳລັງ​ໃຈ”

c ເບິ່ງ​ຂອບ “ຄຳ​ສາບານ​ຂອງ​ໂປໂລ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌