ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 15 ໜ້າ 136-143
  • ຈົ່ງຟັງຄຳເຕືອນສະຕິແລະຈົ່ງຮັບການຕີສອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງຟັງຄຳເຕືອນສະຕິແລະຈົ່ງຮັບການຕີສອນ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຕົວຢ່າງ​ຕ່າງໆ ເພື່ອ​ເຕືອນ​ສະຕິ​ເຮົາ
  • ການ​ຮັບ​ເອົາ​ຄຳ​ແນະນຳ
  • ຄຸນ​ລັກສະນະ​ທີ່​ປະເມີນ​ຄ່າ​ບໍ່​ໄດ້​ເຊິ່ງ​ຄວນ​ປູກ​ຝັງ
  • ຢ່າ​ປະຕິເສດ​ການ​ຕີ​ສອນ​ຂອງ​ພະ​ເຢໂຫວາ
  • “ຂໍ​ໃຫ້​ຟັງ​ຄຳ​ຂອງ​ຄົນ​ສະຫຼາດ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ຍອມ​ຮັບ​ໄດ້​ງ່າຍ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເຈົ້າ​ຈະ​ປັບ​ຄວາມ​ຄິດ​ໃໝ່​ຕໍ່​ໆໄປ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເປັນ​ຫຍັງ​ຄວນ​ນັບຖື​ຜູ້​ມີ​ສິດ​ອຳນາດ?
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ເບິ່ງຕື່ມ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 15 ໜ້າ 136-143

ບົດ​ສິບ​ຫ້າ

ຈົ່ງ​ຟັງ​ຄຳ​ເຕືອນ​ສະຕິ​ແລະ​ຈົ່ງ​ຮັບ​ການ​ຕີ​ສອນ

1. (ກ) ເປັນ​ຫຍັງ​ເຮົາ​ໝົດ​ທຸກ​ຄົນ​ຈຳເປັນ​ຕ້ອງ​ຮັບ​ເອົາ​ຄຳ​ແນະນຳ​ແລະ​ການ​ຕີ​ສອນ? (ຂ) ເຮົາ​ຕ້ອງ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່?

ຄຳພີ​ໄບເບິນ​ກ່າວ​ໄວ້​ໃນ​ຢາໂກໂບ 3:2 ວ່າ “ເຮົາ​ທັງ​ປວງ​ກະທຳ​ຜິດ​ຫຼາຍ​ປະການ.” ເຮົາ​ຄົງ​ຈະ​ຄິດ​ເຖິງ​ຫຼາຍໆ ຈຸດ​ເຊິ່ງ​ເຮົາ​ເອງ​ບໍ່​ສາມາດ​ບັນລຸ​ໄດ້​ເພື່ອ​ເປັນ​ບຸກຄົນ​ໃນ​ແບບ​ທີ່​ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ໃຫ້​ເຮົາ​ເປັນ. ສະນັ້ນ ເຮົາ​ຍອມ​ຮັບ​ວ່າ​ຄຳພີ​ໄບເບິນ​ກ່າວ​ໄວ້​ຢ່າງ​ຖືກ​ຕ້ອງ​ທີ່​ວ່າ “ຈົ່ງ​ຟັງ​ຄຳ​ເຕືອນ​ສະຕິ​ແລະ​ຈົ່ງ​ຮັບ​ຄຳ​ສັ່ງ​ສອນ [“ຕີ​ສອນ,” ລ.ມ.] ເພື່ອ​ເຈົ້າ​ຈະ​ມີ​ຄວາມ​ປັນຍາ​ເມື່ອ​ທີ່​ສຸດ​ເຈົ້າ.” (ສຸພາສິດ 19:20) ໃນ​ຕົວ​ຈິງ​ເຮົາ​ອາດ​ໄດ້​ປ່ຽນ​ແປງ​ແກ້ໄຂ​ຕົນ​ເອງ​ແດ່​ແລ້ວ​ເພື່ອ​ໃຫ້​ຊີວິດ​ສອດຄ່ອງ​ກັບ​ຫຼັກ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ. ແຕ່​ວ່າ​ເຮົາ​ສະແດງ​ອາການ​ແນວ​ໃດ​ຖ້າ​ເພື່ອນ​ຄລິດສະຕຽນ​ໃຫ້​ຄຳ​ແນະນຳ​ແກ່​ເຮົາ​ກ່ຽວ​ກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ສະເພາະ?

2. ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ເປັນ​ສ່ວນ​ຕົວ​ເຮົາ​ຄວນ​ເຮັດ​ແນວ​ໃດ?

2 ບາງ​ຄົນ​ສະແດງ​ອາການ​ອອກ​ມາ​ໂດຍ​ພະຍາຍາມ​ຫາ​ຂໍ້​ແກ້​ຕົວ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ຮ້າຍແຮງ​ຂອງ​ເລື່ອງ​ນັ້ນ ຫຼື​ໂຍນ​ຄຳ​ຕຳໜິ​ໃຫ້​ກັບ​ຄົນ​ອື່ນ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຈະ​ດີ​ກວ່າ​ຖ້າ​ຮັບ​ຟັງ ແລະ​ໃສ່​ໃຈ​ຕໍ່​ຄຳ​ແນະນຳ​ດັ່ງ​ກ່າວ. (ເຫບເລີ 12:11) ແນ່ນອນ ບໍ່​ຄວນ​ມີ​ໃຜ​ທີ່​ຈະ​ຄາດ​ຫວັງ​ຄວາມ​ສົມບູນ​ຈາກ​ຄົນ​ອື່ນ ທັງ​ບໍ່​ຄວນ​ໃຫ້​ຄຳ​ແນະນຳ​ເລື້ອຍ​ເກີນ​ໄປ​ກ່ຽວ​ກັບ​ສິ່ງ​ເລັກໆ ນ້ອຍໆ ຫຼື​ເລື່ອງ​ຕ່າງໆ ທີ່​ຄຳພີ​ໄບເບິນ​ປ່ອຍ​ໃຫ້​ເປັນ​ການ​ເລືອກ​ສ່ວນ​ຕົວ. ນອກ​ຈາກ​ນັ້ນ ບາງ​ເທື່ອ​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ບໍ່​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຈິງ​ທັງ​ໝົດ ແລະ​ເມື່ອ​ເປັນ​ແນວ​ນັ້ນ ຜູ້​ຮັບ​ເອົາ​ຄຳ​ແນະນຳ​ອາດ​ຊີ້​ແຈງ​ຕໍ່​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ນັ້ນ​ດ້ວຍ​ຄວາມ​ນັບຖື. ໃນ​ການ​ພິຈາລະນາ​ຕໍ່​ໄປ​ນີ້ ໃຫ້​ເຮົາ​ຖື​ວ່າ​ຄຳ​ແນະນຳ​ຫຼື​ການ​ຕີ​ສອນ​ທີ່​ໃຫ້​ໄວ້​ໃນ​ນີ້​ແມ່ນ​ເໝາະ​ສົມ​ແລະ​ເປັນ​ສິ່ງ​ທີ່​ອີງ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເຮົາ​ເອງ​ຄວນ​ຕອບ​ສະໜອງ​ຢ່າງ​ໃດ?

ຕົວຢ່າງ​ຕ່າງໆ ເພື່ອ​ເຕືອນ​ສະຕິ​ເຮົາ

3, 4. (ກ) ຄຳພີ​ໄບເບິນ​ບັນທຶກ​ສິ່ງ​ໃດ​ໄວ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ທັດສະນະ​ຄະຕິ​ທີ່​ຖືກ​ຕ້ອງ​ຕໍ່​ຄຳ​ແນະນຳ​ແລະ​ການ​ຕີ​ສອນ? (ຂ) ກະສັດ​ຊາອຶລ​ຮູ້ສຶກ​ຢ່າງ​ໃດ​ຕໍ່​ຄຳ​ແນະນຳ ແລະ​ຜົນ​ເປັນ​ແນວ​ໃດ?

3 ພະ​ຄຳ​ຂອງ​ພະເຈົ້າ​ບັນທຶກ​ປະສົບການ​ຊີວິດ​ຈິງ​ຂອງ​ບຸກຄົນ​ຕ່າງໆ ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ. ບາງ​ຄັ້ງ ຄຳ​ແນະນຳ​ກໍ​ຄຽງ​ຄູ່​ໄປ​ກັບ​ການ​ຕີ​ສອນ. ບຸກຄົນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ປະຕິບັດ​ແບບ​ນັ້ນ​ແມ່ນ​ກະສັດ​ຊາອຶລ​ແຫ່ງ​ຊາດ​ຍິດສະລາເອນ. ລາວ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ເລື່ອງ​ຊາດ​ອາມາເລກ. ພວກ​ອາມາເລກ​ໄດ້​ຕໍ່​ຕ້ານ​ເຫຼົ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ແລະ​ພະອົງ​ໄດ້​ຕັດສິນ​ພວກ​ອາມາເລກ​ແລະ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ວ່າ​ຄວນ​ຖືກ​ຂ້າ​ຖິ້ມ​ທັງ​ໝົດ. ເຖິງ​ແນວ​ນັ້ນ​ກໍ​ຕາມ ກະສັດ​ຊາອຶລ​ບໍ່​ໄດ້​ຂ້າ​ກະສັດ​ແລະ​ຝູງ​ສັດ​ທີ່​ອ້ວນ​ພີ​ດີ​ງາມ​ຂອງ​ເຂົາ​ເຈົ້າ.—1 ຊາເມືອນ 15:1-11.

4 ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ຊາເມືອນ​ເພື່ອ​ໄປ​ວ່າ​ກ່າວ​ຊາອຶລ. ຊາອຶລ​ສະແດງ​ຄວາມ​ຮູ້ສຶກ​ແນວ​ໃດ? ລາວ​ຖຽງ​ຄືນ​ວ່າ​ລາວ​ໄດ້​ເອົາ​ຊະນະ​ພວກ​ອາມາເລກ ພຽງ​ແຕ່​ຕັດສິນ​ໃຈ​ບໍ່​ຂ້າ​ກະສັດ​ຂອງ​ເຂົາ​ເຈົ້າ. ແນວ​ໃດ​ກໍ​ຕາມ ເລື່ອງ​ນັ້ນ​ກົງ​ກັນ​ຂ້າມ​ກັບ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. (1 ຊາເມືອນ 15:20) ຊາອຶລ​ພະຍາຍາມ​ໂຍນ​ຄວາມ​ຜິດ​ໃຫ້​ປະຊາຊົນ​ໃນ​ການ​ໄວ້​ຊີວິດ​ຝູງ​ສັດ ໂດຍ​ກ່າວ​ວ່າ “ຂ້ອຍ​ໄດ້​ຢ້ານ​ຄົນ​ທັງ​ຫຼາຍ ຈຶ່ງ​ໄດ້​ຟັງ​ຄວາມ​ຂອງ​ເຂົາ.” (1 ຊາເມືອນ 15:24) ເບິ່ງ​ຄື​ວ່າ​ລາວ​ເປັນ​ຫ່ວງ​ສັກສີ​ຂອງ​ຕົນ​ເອງ​ຫຼາຍ​ໂພດ ຈົນ​ເຖິງ​ຂັ້ນ​ວ່າ​ຂໍ​ໃຫ້​ຊາເມືອນ​ໃຫ້​ກຽດ​ລາວ​ຕໍ່​ໜ້າ​ປະຊາຊົນ. (1 ຊາເມືອນ 15:30) ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ປົດ​ຊາອຶລ​ອອກ​ຈາກ​ການ​ເປັນ​ກະສັດ.—1 ຊາເມືອນ 16:1.

5. ເກີດ​ຫຍັງ​ຂຶ້ນ​ກັບ​ກະສັດ​ໂອເຊຍເຊ​ເມື່ອ​ລາວ​ປະຕິເສດ​ຄຳ​ແນະນຳ?

5 ກະສັດ​ໂອເຊຍເຊ​ແຫ່ງ​ຢູເດ “ໄດ້​ເຮັດ​ການ​ບາບ​ຕໍ່​ສູ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຕົນ ແລະ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ຈະ​ເຜົາ​ກຳຍານ​ເທິງ​ແທ່ນ​ກຳຍານ.” (2 ຂ່າວຄາວ 26:16) ຢ່າງ​ໃດ​ກໍ​ດີ ຕາມ​ກົດໝາຍ​ແລ້ວ​ມີ​ພຽງ​ແຕ່​ປະໂລຫິດ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຖວາຍ​ເຄື່ອງ​ຫອມ. ເມື່ອ​ປະໂລຫິດ​ໃຫຍ່​ພະຍາຍາມ​ຫ້າມ​ໂອເຊຍເຊ ກະສັດ​ກໍ​ໃຈ​ຮ້າຍ. ມີ​ຫຍັງ​ເກີດ​ຂຶ້ນ? ຄຳພີ​ໄບເບິນ​ກ່າວ​ວ່າ “ຂີ້ທູດ​ກໍ​ແຕກ​ອອກ​ທີ່​ໜ້າຜາກ​ຂອງ​ຕົນ . . . ເຫດ​ວ່າ​ພະ​ເຢໂຫວາ​ໄດ້​ຕີ​ທ່ານ​ແລ້ວ. ແລະ​ກະສັດ​ໂອເຊຍເຊ​ເປັນ​ຂີ້ທູດ​ຈົນ​ຕາຍ.”—2 ຂ່າວຄາວ 26:19-21.

6. (ກ) ເປັນ​ຫຍັງ​ທັງ​ຊາອຶລ​ແລະ​ໂອເຊຍເຊ​ຈຶ່ງ​ແຂງ​ຂໍ້​ຕໍ່​ຄຳ​ແນະນຳ? (ຂ) ດ້ວຍ​ເຫດ​ໃດ​ການ​ແຂງ​ຂໍ້​ຕໍ່​ຄຳ​ແນະນຳ​ຈຶ່ງ​ເປັນ​ບັນຫາ​ທີ່​ຮ້າຍແຮງ​ໃນ​ທຸກ​ມື້​ນີ້?

6 ດ້ວຍ​ເຫດ​ໃດ​ທັງ​ຊາອຶລ​ແລະ​ໂອເຊຍເຊ​ຈຶ່ງ​ເບິ່ງ​ຄື​ວ່າ​ຍາກ​ທີ່​ຈະ​ຮັບ​ເອົາ​ຄຳ​ແນະນຳ? ບັນຫາ​ພື້ນ​ຖານ​ແມ່ນ​ຍ້ອນ​ຄວາມ​ຈອງຫອງ ແລະ​ແຕ່​ລະ​ຄົນ​ມັກ​ຖື​ຕົວ​ຫຼາຍ​ໂພດ. ຫຼາຍ​ຄົນ​ນຳ​ເອົາ​ຄວາມ​ໂສກ​ເສົ້າ​ມາ​ສູ່​ຕົວ​ເອງ​ຍ້ອນ​ລັກສະນະ​ນິດໄສ​ແບບ​ນີ້. ເບິ່ງ​ຄື​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ການ​ຮັບ​ເອົາ​ຄຳ​ແນະນຳ​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ບົກ​ພ່ອງ​ບາງ​ສິ່ງ​ບາງ​ຢ່າງ ຫຼື​ເປັນ​ການ​ທຳລາຍ​ຊື່ສຽງ​ຂອງ​ເຂົາ​ເຈົ້າ. ຢ່າງ​ໃດ​ກໍ​ຕາມ ຄວາມ​ຈອງຫອງ​ພັດ​ແມ່ນ​ຂໍ້​ອ່ອນແອ. ຄວາມ​ຈອງຫອງ​ຄອບງຳ​ຄວາມ​ຄິດ​ຂອງ​ຄົນ​ເຮົາ ດ້ວຍ​ເຫດ​ນັ້ນ ຄົນ​ເຮົາ​ຈຶ່ງ​ມີ​ທ່າ​ອ່ຽງ​ທີ່​ຈະ​ແຂງ​ຂໍ້​ຕໍ່​ຄວາມ​ຊ່ວຍເຫຼືອ​ທີ່​ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ໂດຍ​ຜ່ານ​ທາງ​ພະ​ຄຳ ແລະ​ອົງການ​ຂອງ​ພະອົງ. ດ້ວຍ​ເຫດ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເຕືອນ​ວ່າ “ຄວາມ​ຈອງຫອງ​ນຳ​ໄປ​ສູ່​ການ​ທຳລາຍ​ແລະ​ຄວາມ​ອວດ​ດີ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.”—ສຸພາສິດ 16:18, ທ.ປ.; ໂລມ 12:3.

ການ​ຮັບ​ເອົາ​ຄຳ​ແນະນຳ

7. ບົດຮຽນ​ທີ່​ເສີມ​ສ້າງ​ອັນ​ໃດ​ເຊິ່ງ​ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຈາກ​ວິທີ​ທີ່​ໂມເຊ​ຕອບ​ສະໜອງ​ຕໍ່​ຄຳ​ແນະນຳ?

7 ພະ​ຄຳພີ​ຍັງ​ບັນທຶກ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ຍອມ​ຮັບ​ເອົາ​ຄຳ​ແນະນຳ ແລະ​ເຮົາ​ເອງ​ກໍ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ເຫຼົ່າ​ນັ້ນ​ໄດ້. ຂໍ​ໃຫ້​ພິຈາລະນາ​ກໍລະນີ​ຂອງ​ໂມເຊ​ເຊິ່ງ ພໍ່​ເຖົ້າ​ຂອງ​ລາວ​ໄດ້​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ວິທີ​ຈັດການ​ກັບ​ວຽກ​ທີ່​ໜັກ​ໜ່ວງ. ໂມເຊ​ຮັບ​ຟັງ​ພໍ່​ເຖົ້າ​ຂອງ​ຕົນ ແລະ​ລົງ​ມື​ປະຕິບັດ​ຕາມ​ຄຳ​ແນະນຳ​ນັ້ນ​ທັນທີ. (ອຸປະຍົກໜີ 18:13-24) ໂມເຊ​ເປັນ​ເຖິງ​ຜູ້​ມີ​ອຳນາດ​ຫຼາຍ ເປັນ​ຫຍັງ​ລາວ​ຈຶ່ງ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ດັ່ງ​ກ່າວ? ເພາະ​ວ່າ​ລາວ​ເປັນ​ຄົນ​ຖ່ອມ​ໃຈ. “ໂມເຊ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົວ​ທີ່​ສຸດ​ກວ່າ​ທຸກໆ ຄົນ​ໃນ​ເທິງ​ແຜ່ນດິນ​ໂລກ​ນີ້.” (ຈົດເຊັນບັນຊີ 12:3, ທ.ປ.) ຄວາມ​ຖ່ອມ​ຕົວ​ສຳຄັນ​ພຽງ​ໃດ? ໂຊໂຟນີ 2:3 ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົວ​ໝາຍ​ເຖິງ​ຊີວິດ​ຂອງ​ເຮົາ.

8. (ກ) ດາວິດ​ໄດ້​ເຮັດ​ບາບ​ອັນ​ໃດ? (ຂ) ດາວິດ​ສະແດງ​ອາການ​ຢ່າງ​ໃດ​ຕໍ່​ການ​ວ່າ​ກ່າວ​ຂອງ​ນາທານ? (ຄ) ຜົນ​ຂອງ​ບາບ​ທີ່​ດາວິດ​ເຮັດ​ແມ່ນ​ຫຍັງ?

8 ກະສັດ​ດາວິດ​ໄດ້​ເຮັດ​ຜິດ​ປະເວນີ​ກັບ​ນາງ​ບາດເຊບາ ແລະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ນັ້ນ ໂດຍ​ເຮັດ​ໃຫ້​ອຶລີ​ຜົວ​ຂອງ​ນາງ​ຖືກ​ຂ້າ. ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ນາທານ​ໄປ​ວ່າ​ກ່າວ​ດາວິດ. ລາວ​ໄດ້​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ຍອມ​ຮັບ​ທັນທີ​ວ່າ “ຂ້ອຍ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພະ​ເຢໂຫວາ.” (2 ຊາເມືອນ 12:13) ເຖິງ​ວ່າ​ພະເຈົ້າ​ຍອມ​ຮັບ​ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຂອງ​ດາວິດ​ກໍ​ຕາມ ແຕ່​ລາວ​ກໍ​ຍັງ​ຈະ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຈາກ​ຜົນ​ຂອງ​ການ​ເຮັດ​ຜິດ​ນັ້ນ​ຢູ່. ພະ​ເຢໂຫວາ​ບອກ​ລາວ​ວ່າ ດາບ​ຈະ “ບໍ່​ໜີ​ຈາກ​ຄອບຄົວ [ລາວ]” ເມຍ​ທັງ​ຫຼາຍ​ຂອງ​ລາວ​ຈະ​ເປັນ​ທີ່​ມອບ​ໃຫ້​ແກ່ “ເພື່ອນ​ບ້ານ” ແລະ​ລູກ​ທີ່​ເກີດ​ຈາກ​ການ​ຜິດ​ປະເວນີ​ຂອງ​ລາວ​ຈະ “ຕາຍ​ໄປ​ດ້ວຍ​ແທ້.”—2 ຊາເມືອນ 12:10, 11, 14.

9. ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຫຼື​ການ​ຕີ​ສອນ​ເຮົາ​ບໍ່​ຄວນ​ລືມ​ສິ່ງ​ໃດ?

9 ກະສັດ​ດາວິດ​ຮູ້​ເຖິງ​ຜົນ​ປະໂຫຍດ​ຂອງ​ການ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ເໝາະ​ສົມ. ບາງ​ຄັ້ງ​ລາວ​ຂອບໃຈ​ພະເຈົ້າ​ທີ່​ໃຫ້​ຄົນ​ມາ​ເຕືອນ​ລາວ. (1 ຊາເມືອນ 25:32-35) ເຮົາ​ເປັນ​ແບບ​ນັ້ນ​ບໍ? ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຈະ​ໄດ້​ຮັບ​ການ​ປ້ອງກັນ​ບໍ່​ໃຫ້​ເວົ້າ​ແລະ​ກະທຳ​ສິ່ງ​ຕ່າງໆ ທີ່​ອາດ​ເຮັດ​ໃຫ້​ຕົນ​ເອງ​ເສຍໃຈ​ໄດ້. ຈະ​ວ່າ​ແນວ​ໃດ​ຖ້າ​ເຮົາ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຕ້ອງ​ຮັບ​ເອົາ​ຄຳ​ແນະນຳ​ແລະ​ເຖິງ​ຂັ້ນ​ຖືກ​ຕີ​ສອນ? ຂໍ​ໃຫ້​ເຮົາ​ຢ່າ​ລືມ​ວ່າ ການ​ໄດ້​ຮັບ​ຄຳ​ແນະນຳ​ແລະ​ການ​ຕີ​ສອນ​ແມ່ນ​ຫຼັກຖານ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ ຍ້ອນ​ວ່າ​ພະອົງ​ຄຳນຶງ​ເຖິງ​ຄວາມ​ສຸກ​ອັນ​ຖາວອນ​ຂອງ​ເຮົາ.—ສຸພາສິດ 3:11, 12; 4:13.

ຄຸນ​ລັກສະນະ​ທີ່​ປະເມີນ​ຄ່າ​ບໍ່​ໄດ້​ເຊິ່ງ​ຄວນ​ປູກ​ຝັງ

10. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຄຸນ​ລັກສະນະ​ອັນ​ໃດ​ທີ່​ຈຳເປັນ​ສຳລັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ຈະ​ເຂົ້າ​ໄປ​ໃນ​ລາຊະອານາຈັກ?

10 ເພື່ອ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່​ນ້ອງ​ຄລິດສະຕຽນ ເຮົາ​ຈຳເປັນ​ຕ້ອງ​ປູກ​ຝັງ​ຄຸນ​ລັກສະນະ​ບາງ​ຢ່າງ. ພະ​ເຍຊູ​ຊີ້​ເຖິງ​ຄຸນ​ລັກສະນະ​ນີ້​ເມື່ອ​ພະອົງ​ໃຫ້​ເດັກ​ນ້ອຍ​ຄົນ​ໜຶ່ງ​ມາ​ນັ່ງ​ໃນ​ທ່າມກາງ​ສາວົກ​ຂອງ​ພະອົງ​ແລະ​ກ່າວ​ວ່າ “ຖ້າ​ທ່ານ​ບໍ່​ຫຼົບ​ຕັ້ງ​ໃຈ​ໃໝ່ ແລະ​ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ​ທັງ​ຫຼາຍ ທ່ານ​ຈະ​ບໍ່​ເຂົ້າ​ໄປ​ໃນ​ແຜ່ນດິນ​ສະຫວັນ. ເຫດ​ສັນນີ້ ຄົນ​ທຸກ​ຄົນ​ທີ່​ຈະ​ຖ່ອມ​ຈິດໃຈ​ລົງ​ເໝືອນ​ດັ່ງ​ເດັກ​ນ້ອຍ​ຜູ້​ນີ້ ຜູ້​ນັ້ນ​ເປັນ​ຜູ້​ໃຫຍ່​ທີ່​ສຸດ​ໃນ​ແຜ່ນດິນ​ສະຫວັນ.” (ມັດທາຍ 18:3, 4) ສາວົກ​ຂອງ​ພະ​ເຍຊູ​ຈຳເປັນ​ຕ້ອງ​ໄດ້​ປູກ​ຝັງ​ຄວາມ​ຖ່ອມ ເນື່ອງ​ຈາກ​ເຂົາ​ເຈົ້າ​ໄດ້​ຖຽງ​ກັນ​ໃນ​ທ່າມກາງ​ເຂົາ​ເຈົ້າ​ເອງ​ວ່າ​ຜູ້​ໃດ​ເປັນ​ຜູ້​ໃຫຍ່​ທີ່​ສຸດ.—ລືກາ 22:24-27.

11. (ກ) ເຮົາ​ຈຳເປັນ​ຕ້ອງ​ຖ່ອມ​ຕົວ​ຕໍ່​ໜ້າ​ຜູ້​ໃດ ແລະ​ຍ້ອນ​ຫຍັງ? (ຂ) ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ​ເຮົາ​ຈະ​ປະຕິບັດ​ຢ່າງ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

11 ອັກຄະສາວົກ​ເປໂຕ​ຂຽນ​ວ່າ “ທ່ານ​ທັງ​ປວງ​ຈົ່ງ​ເອົາ​ຄວາມ​ຖ່ອມ​ໃຈ​ລົງ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ​ຕົວ​ເພື່ອ​ຈະ​ບົວລະບັດ​ກັນ​ແລະ​ກັນ ເຫດ​ວ່າ​ພະເຈົ້າ​ຂັດ​ຂວາງ​ຕໍ່​ສູ້​ຄົນ​ຈອງຫອງ​ທັງ​ຫຼາຍ ແຕ່​ວ່າ​ພະອົງ​ປະທານ​ພະ​ຄຸນ​ແກ່​ຄົນ​ທັງ​ຫຼາຍ​ທີ່​ຖ່ອມ​ຕົວ​ລົງ.” (1 ເປໂຕ 5:5) ເຮົາ​ຮູ້​ວ່າ​ເຮົາ​ຕ້ອງ​ຖ່ອມ​ຕົວ​ຕໍ່​ໜ້າ​ພະເຈົ້າ ແຕ່​ພະ​ຄຳພີ​ຂໍ້​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຍັງ​ຕ້ອງ​ຖ່ອມ​ຕົວ​ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ນຳ​ອີກ. ຖ້າ​ເຮົາ​ເປັນ​ຄົນ​ແບບ​ນັ້ນ ເຮົາ​ຈະ​ບໍ່​ເຄືອງ​ໃຈ​ເມື່ອ​ຄົນ​ອື່ນ​ໃຫ້​ຄຳ​ແນະນຳ​ທີ່​ເໝາະ​ສົມ​ແກ່​ເຮົາ ແຕ່​ຊ້ຳ​ພັດ​ຈະ​ຖອດ​ຖອນ​ເອົາ​ບົດຮຽນ​ຈາກ​ເຂົາ​ເຈົ້າ.—ສຸພາສິດ 12:15.

12. (ກ) ຄຸນ​ລັກສະນະ​ສຳຄັນ​ທີ່​ກ່ຽວ​ພັນ​ກັນ​ຢ່າງ​ໃກ້​ຊິດ​ກັບ​ຄວາມ​ຖ່ອມ​ແມ່ນ​ຫຍັງ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ເລື່ອງ​ການ​ປະພຶດ​ຂອງ​ເຮົາ​ຕໍ່​ຄົນ​ອື່ນ?

12 ການ​ເປັນ​ຫ່ວງ​ຄວາມ​ສຸກ​ຂອງ​ຄົນ​ອື່ນ​ກ່ຽວ​ພັນ​ກັນ​ຢ່າງ​ໃກ້​ຊິດ​ກັບ​ຄວາມ​ຖ່ອມ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ຢ່າ​ໃຫ້​ຜູ້​ໃດ​ຫາ​ປະໂຫຍດ​ຂອງ​ຕົວ​ເອງ ແຕ່​ວ່າ​ໃຫ້​ທຸກ​ຄົນ​ຫາ​ປະໂຫຍດ​ຂອງ​ເພື່ອນ​ບ້ານ. . . . ເຫດ​ສັນນີ້ ຖ້າ​ທ່ານ​ທັງ​ຫຼາຍ​ກິນ​ກໍ​ດີ ດື່ມ​ກໍ​ດີ ຫຼື​ກະທຳ​ການ​ໃດ​ກໍ​ດີ ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດສະໝີ​ແກ່​ພະເຈົ້າ. ຢ່າ​ກະທຳ​ເຫດ​ໃຫ້​ຊູນ​ສະດຸດ​ແກ່​ຊາວ​ຢູເດ ຫຼື​ແກ່​ຊາວ​ເຫເລນ ຫຼື​ແກ່​ພວກ​ຊຸມນຸມ​ຂອງ​ພະເຈົ້າ.” (1 ໂກລິນໂທ 10:24-33) ໂປໂລ​ບໍ່​ໄດ້​ເວົ້າ​ວ່າ​ເຮົາ​ຕ້ອງ​ປະ​ຖິ້ມ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ມັກ ແຕ່​ລາວ​ກະຕຸ້ນ​ເຮົາ​ບໍ່​ໃຫ້​ເຮັດ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ອາດ​ສະໜັບສະຫນູນ​ຄົນ​ອື່ນ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ບອກ​ວ່າ​ມັນ​ຜິດ.

13. ຕົວຢ່າງ​ອັນ​ໃດ​ທີ່​ອາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ຫຼື​ບໍ່?

13 ເຮົາ​ຖື​ວ່າ​ຄວາມ​ສຸກ​ຂອງ​ຄົນ​ອື່ນ​ສຳຄັນ​ກວ່າ​ຄວາມ​ພໍ​ໃຈ​ຂອງ​ເຮົາ​ເອງ​ບໍ? ເຮົາ​ໝົດ​ທຸກ​ຄົນ​ຄວນ​ຮູ້​ຈັກ​ທີ່​ຈະ​ເຫັນ​ແກ່​ຄົນ​ອື່ນ​ກ່ອນ. ມີ​ຫຼາຍ​ທາງ​ທີ່​ເຮົາ​ຈະ​ເຮັດ​ໄດ້. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ເຮົາ​ພິຈາລະນາ​ກ່ຽວ​ກັບ​ການ​ນຸ່ງ​ຖື​ແລະ​ການ​ແຕ່ງ​ຕົວ. ເລື່ອງ​ເຫຼົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ມັກ​ສ່ວນ​ຕົວ​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ຄຳພີ​ທີ່​ໃຫ້​ເປັນ​ຄົນ​ສຸພາບ, ຮຽບຮ້ອຍ, ແລະ​ສະອາດ. ເຖິງ​ແນວ​ນັ້ນ​ກໍ​ຕາມ ຖ້າ​ເຮົາ​ຮຽນ​ຮູ້​ວ່າ​ຍ້ອນ​ພູມ​ຫຼັງ​ຂອງ​ຄົນ​ທີ່​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຮົາ ວິທີ​ການ​ນຸ່ງ​ຖື​ຫຼື​ການ​ແຕ່ງ​ຕົວ​ຂອງ​ເຮົາ​ອາດ​ຂັດ​ຂວາງ​ຄົນ​ອື່ນ​ໄວ້​ຈາກ​ການ​ຮັບ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ ເຮົາ​ຈະ​ປັບ​ປ່ຽນ​ຕົວ​ເອງ​ບໍ? ແນ່ນອນ ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ຊີວິດ​ຕະຫຼອດ​ໄປ​ສຳຄັນ​ກວ່າ​ການ​ເຮັດ​ໃຫ້​ຕົນ​ເອງ​ພໍ​ໃຈ.

14. ເປັນ​ຫຍັງ​ການ​ປູກ​ຝັງ​ຄວາມ​ຖ່ອມ​ແລະ​ການ​ຫ່ວງໃຍ​ຕໍ່​ຄົນ​ອື່ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?

14 ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ໃນ​ການ​ເປັນ​ຄົນ​ຖ່ອມ​ແລະ​ສະແດງ​ຄວາມ​ຫ່ວງໃຍ​ຕໍ່​ຄົນ​ອື່ນ ແມ່ນ​ແຕ່​ໄດ້​ລ້າງ​ຕີນ​ສາວົກ​ຂອງ​ພະອົງ​ຊ້ຳ. (ໂຢຮັນ 13:12-15) ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ເຖິງ​ພະອົງ​ວ່າ “ທ່ານ​ທັງ​ຫຼາຍ ຈົ່ງ​ມີ​ຄວາມ​ຄຶດ​ນັ້ນ​ທີ່​ໄດ້​ມີ​ຢູ່​ໃນ​ພະ​ຄລິດ​ເຍຊູ ພະອົງ​ມີ​ລັກສະນະ​ແຫ່ງ​ພະເຈົ້າ ແລະ​ອັນ​ທີ່​ເປັນ​ສະເໝີ​ກັນ​ກັບ​ພະເຈົ້າ​ພະອົງ​ບໍ່​ຖື​ເປັນ​ການ​ຍາດ​ຊິງ​ເອົາ ແຕ່​ວ່າ​ໄດ້​ຍອມ​ທຳລາຍ [“ສະລະ,” ທ.ປ.] ຕົວ​ເອງ​ລົງ ເອົາ​ລັກສະນະ​ແຫ່ງ​ຂ້າ​ໃຊ້​ໄດ້​ມາ​ເປັນ​ເໝືອນ​ຢ່າງ​ມະນຸດ. ແລະ​ເມື່ອ​ໄດ້​ປາກົດ​ເໝືອນ​ຢ່າງ​ຄົນ​ຜູ້​ໜຶ່ງ​ແລ້ວ ພະອົງ​ໄດ້​ຖ່ອມ​ຕົວ​ເອງ​ລົງ ບັງເກີດ​ນ້ອມ​ຟັງ​ເຖິງ​ຄວາມ​ຕາຍ ແມ່ນ​ຄວາມ​ຕາຍ​ທີ່​ໄມ້​ກາງເຂນ.”—ຟີລິບ 2:5-8; ໂລມ 15:2, 3.

ຢ່າ​ປະຕິເສດ​ການ​ຕີ​ສອນ​ຂອງ​ພະ​ເຢໂຫວາ

15. (ກ) ເພື່ອ​ໃຫ້​ມີ​ບຸກຄະລິກພາບ​ທີ່​ພະເຈົ້າ​ພໍ​ໃຈ​ເຮົາ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຫຍັງ​ແດ່? (ຂ) ພະ​ເຢໂຫວາ​ຈັດ​ຕຽມ​ຄຳ​ແນະນຳ​ແລະ​ການ​ຕີ​ສອນ​ສຳລັບ​ເຮົາ​ໝົດ​ທຸກ​ຄົນ​ໂດຍ​ທາງ​ໃດ?

15 ເນື່ອງ​ຈາກ​ວ່າ​ເຮົາ​ທັງ​ໝົດ​ເປັນ​ຄົນ​ບາບ ເຮົາ​ຕ້ອງ​ປ່ຽນ​ແປງ​ທັດສະນະ​ຄະຕິ ແລະ​ຄວາມ​ປະພຶດ​ຂອງ​ເຮົາ ຖ້າ​ເຮົາ​ຢາກ​ສະທ້ອນ​ບຸກຄະລິກພາບ​ຂອງ​ພະເຈົ້າ. ເຮົາ​ຕ້ອງ​ສວມ​ໃສ່ “ບຸກຄະລິກພາບ​ໃໝ່.” (ໂກໂລດ 3:5-14, ລ.ມ.) ຄຳ​ແນະນຳ​ແລະ​ການ​ຕີ​ສອນ​ຊ່ວຍ​ເຮົາ​ໃຫ້​ຮູ້​ເຖິງ​ຈຸດ​ທີ່​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ແປງ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ປ່ຽນ​ແປງ​ຕົນ​ເອງ​ນຳ​ອີກ. ແຫຼ່ງ​ພື້ນ​ຖານ​ຂອງ​ການ​ສອນ​ທີ່​ເຮົາ​ຕ້ອງການ​ແມ່ນ​ຄຳພີ​ໄບເບິນ​ນັ້ນ​ເອງ. (2 ຕີໂມເຕ 3:16, 17) ພ້ອມ​ດຽວ​ກັນ​ນັ້ນ ກໍ​ຍັງ​ມີ​ສິ່ງ​ພິມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ແລະ​ການ​ປະຊຸມ​ຕ່າງໆ ເຊິ່ງ​ຈັດ​ຕຽມ​ໂດຍ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ປະຕິບັດ​ຕາມ​ພະ​ຄຳ​ຂອງ​ພະເຈົ້າ. ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ຍິນ​ຄຳ​ແນະນຳ​ນັ້ນ​ມາ​ກ່ອນ​ແລ້ວ​ກໍ​ຕາມ ເຮົາ​ຍັງ​ຕ້ອງ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ປ່ຽນ​ແປງ​ແລະ​ພະຍາຍາມ​ປັບ​ປຸງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ​ບໍ?

16. ພະ​ເຢໂຫວາ​ຈັດ​ຕຽມ​ການ​ຊ່ວຍເຫຼືອ​ຫຍັງ​ສຳລັບ​ເຮົາ​ເປັນ​ສ່ວນ​ບຸກຄົນ?

16 ດ້ວຍ​ຄວາມ​ຫ່ວງໃຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ແກ້ໄຂ​ບັນຫາ​ຕ່າງໆ. ຫຼາຍ​ລ້ານ​ຄົນ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ໂດຍ​ຈັດ​ໃຫ້​ມີ​ການ​ສຶກສາ​ຄຳພີ​ໄບເບິນ​ຕາມ​ບ້ານ​ເຮືອນ. ພໍ່​ແມ່​ແນະນຳ​ແລະ​ຕີ​ສອນ​ລູກ​ຂອງ​ຕົນ​ເພື່ອ​ປ້ອງກັນ​ເຂົາ​ເຈົ້າ​ຈາກ​ການ​ປະພຶດ​ທີ່​ອາດ​ສ້າງ​ຄວາມ​ເຈັບ​ປວດ​ໃຈ. (ສຸພາສິດ 6:20-23) ພາຍ​ໃນ​ປະຊາຄົມ​ບາງ​ຄົນ​ມັກ​ຂໍ​ຄຳ​ແນະນຳ ແລະ​ການ​ຊີ້​ນຳ​ຈາກ​ຜູ້​ຮັບໃຊ້​ທີ່​ມີ​ປະສົບການ​ເພື່ອ​ປັບ​ປຸງ​ຄວາມ​ພະຍາຍາມ​ຂອງ​ຕົນ​ໃນ​ວຽກ​ງານ​ການ​ປະກາດ. ບາງ​ຄັ້ງ ຜູ້​ເຖົ້າ​ແກ່​ກໍ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເຖົ້າ​ແກ່​ອີກ​ຄົນ​ໜຶ່ງ​ຫຼື​ຈາກ​ຄົນ​ອື່ນໆ ທີ່​ມີ​ປະສົບການ​ໃນ​ວຽກ​ຮັບໃຊ້. ຜູ້​ທີ່​ມີ​ຄຸນວຸທິ​ຝ່າຍ​ວິນຍານ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ໃຫ້​ການ​ຊ່ວຍເຫຼືອ​ຕໍ່​ຜູ້​ທີ່​ຈຳເປັນ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ດ້ວຍ​ນ້ຳໃຈ​ອ່ອນ​ໂຍນ. ຖ້າ​ເຮົາ​ຕ້ອງ​ໃຫ້​ຄຳ​ແນະນຳ ຢ່າ​ລືມ​ວ່າ “ຈົ່ງ​ລະວັງ​ຕົວ​ເອງ​ຢ້ານ​ວ່າ​ທ່ານ​ຈະ​ຖືກ​ຄວາມ​ທົດລອງ​ດ້ວຍ.” (ຄາລາຊີ 6:1, 2) ແມ່ນ​ແລ້ວ ເຮົາ​ໝົດ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ແລະ​ການ​ຕີ​ສອນ​ເພື່ອ​ຈະ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

ການ​ພິຈາລະນາ​ທົບ​ທວນ

• ດ້ວຍ​ຄວາມ​ຮັກ ພະ​ເຢໂຫວາ​ຊ່ວຍເຫຼືອ​ເຮົາ​ເພື່ອ​ໃຫ້​ເຫັນ​ຈຸດ​ທີ່​ຕ້ອງ​ປ່ຽນ​ແປງ​ຕົນ​ເອງ​ຢ່າງ​ໃດ?

• ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ສຳລັບ​ຫຼາຍ​ຄົນ​ທີ່​ຈະ​ຮັບ​ເອົາ​ຄຳ​ແນະນຳ​ທີ່​ຈຳເປັນ ແລະ​ເລື່ອງ​ນີ້​ຮ້າຍແຮງ​ພຽງ​ໃດ?

• ຄຸນ​ລັກສະນະ​ຫຍັງ​ທີ່​ປະເມີນ​ຄ່າ​ບໍ່​ໄດ້​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຍອມ​ຮັບ​ເອົາ​ຄຳ​ແນະນຳ ແລະ​ພະ​ເຍຊູ​ວາງ​ຕົວຢ່າງ​ແນວ​ໃດ​ໃນ​ເລື່ອງ​ນີ້?

[ຮູບ​ພາບ​ໜ້າ 142]

ໂອເຊຍເຊ​ປະຕິເສດ​ຄຳ​ແນະນຳ​ແລະ​ເປັນ​ຂີ້ທູດ

[ຮູບ​ພາບ​ໜ້າ 142]

ໂມເຊ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮັບ​ຟັງ​ຄຳ​ແນະນຳ​ຂອງ​ເຢດໂລ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌