ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | 2 ໂກລິນໂທ 7-10
ວຽກບັນເທົາທຸກຂອງເຮົາ
ຄລິດສະຕຽນມີວຽກຮັບໃຊ້ສອງຢ່າງຄື (1) “ວຽກຮັບໃຊ້ເພື່ອຊ່ວຍຄົນອື່ນໃຫ້ຄືນດີກັບພະອົງ” ຫຼືວຽກປະກາດແລະວຽກສອນ ແລະ (2) ວຽກ “ຊ່ວຍເຫຼືອບັນເທົາທຸກ” ພີ່ນ້ອງຮ່ວມຄວາມເຊື່ອ. (2 ໂກ. 5:18-20; 8:4, ລ.ມ.) ດັ່ງນັ້ນ ການຊ່ວຍເຫຼືອພີ່ນ້ອງຄລິດສະຕຽນທີ່ລຳບາກກໍເປັນສ່ວນໜຶ່ງຂອງວຽກຮັບໃຊ້ພະເຈົ້າ. ເຮົາມີສ່ວນຮ່ວມໄດ້ໂດຍ
ໃຫ້ສິ່ງຈຳເປັນກັບພີ່ນ້ອງທີ່ລຳບາກ.—2 ໂກ. 9:12 ສ່ວນ ກ
ຊ່ວຍຄົນທີ່ລຳບາກໃຫ້ກັບມາເຮັດກິດຈະກຳຄລິດສະຕຽນໄດ້ຕາມປົກກະຕິ ເຊິ່ງລວມເຖິງການເຮັດວຽກປະກາດຢ່າງກະຕືລືລົ້ນ ເພື່ອສະແດງວ່າພວກເຂົາຮູ້ສຶກຂອບໃຈພະເຢໂຫວາ.—2 ໂກ. 9:12 ສ່ວນ ຂ
ນຳຄຳສັນລະເສີນມາສູ່ພະເຢໂຫວາ. (2 ໂກ. 9:13) ວຽກບັນເທົາທຸກເປັນການປະກາດກັບທຸກຄົນ ລວມທັງຄົນທີ່ເບິ່ງພະຍານພະເຢໂຫວາໃນແງ່ລົບ.