ບົດຊາວເອັດ
ພະປະສົງຂອງພະເຢໂຫວາບັນລຸຜົນສຳເລັດຢ່າງສະຫງ່າງາມ
1, 2. (ກ) ພະເຢໂຫວາມີພະປະສົງແນວໃດກ່ຽວກັບສິ່ງເນລະມິດສ້າງທີ່ມີຄວາມຮູ້ສຶກນຶກຄິດຂອງພະອົງ? (ຂ) ຜູ້ນະມັດສະການທີ່ມີເອກະພາບເຊິ່ງນັບລວມຢູ່ໃນຄອບຄົວຂອງພະເຈົ້າ ມີໃຜແດ່?
ສິ່ງເນລະມິດສ້າງທີ່ມີຄວາມຮູ້ສຶກນຶກຄິດມີຄວາມເປັນເອກະພາບໃນການນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ ແລະທຸກຄົນກໍຊື່ນຊົມຍິນດີກັບເສລີພາບອັນຮຸ່ງເຮືອງໃນຖານະເປັນລູກຂອງພະເຈົ້າ ນັ້ນຄືພະປະສົງທີ່ເຕັມໄປດ້ວຍຄວາມຮັກຂອງພະເຢໂຫວາ. ສະພາບດັ່ງກ່າວຍັງເປັນສິ່ງທີ່ຜູ້ສະແຫວງຫາຄວາມຊອບທຳປາຖະໜາຢ່າງແທ້ຈິງ.
2 ພະເຢໂຫວາເລີ່ມຕົ້ນດຳເນີນພະປະສົງອັນດີເລີດນີ້ເມື່ອພະອົງເລີ່ມຕົ້ນເນລະມິດສ້າງ. ພະບຸດ ເປັນສິ່ງທຳອິດທີ່ພະອົງໄດ້ສ້າງຂຶ້ນ ແລະນັບຕັ້ງແຕ່ກັບຄືນມາຈາກຕາຍ ພະບຸດອົງນີ້ໄດ້ເປັນ “ລັດສະໝີອັນຮຸ່ງເຮືອງຂອງພະເຈົ້າ ແລະເປັນແບບພະສາຍຂອງພະອົງ [“ພະອົງຄ້າຍຄືພະເຈົ້າເອງຢ່າງຄັກແນ່,” ທ.ປ.].” (ເຫບເລີ 1:1-3) ພະບຸດອົງນີ້ບໍ່ຄືໃຜເພາະວ່າພະເຈົ້າໄດ້ສ້າງດ້ວຍພະອົງເອງ. ຕໍ່ມາໂດຍທາງພະບຸດອົງນີ້ສິ່ງມີຊີວິດອື່ນໆ ຈຶ່ງເກີດຂຶ້ນ: ທຳອິດໄດ້ສ້າງທູດສະຫວັນທີ່ຢູ່ເທິງຟ້າສະຫວັນ ຈາກນັ້ນກໍໄດ້ສ້າງມະນຸດທີ່ຢູ່ເທິງແຜ່ນດິນໂລກ. (ໂຢບ 38:7; ລືກາ 3:38) ສິ່ງເນລະມິດສ້າງເຫຼົ່ານີ້ປະກອບເປັນສາກົນຄອບຄົວໃນເອກະພົບ. ສຳລັບເຂົາເຈົ້າແລ້ວ ພະເຢໂຫວາເປັນພະເຈົ້າຜູ້ມີສິດທິສູງສຸດໃນການປົກຄອງເອກະພົບ ແລະເປັນພະບິດາທີ່ເຕັມໄປດ້ວຍຄວາມຮັກຂອງເຂົາເຈົ້າ.
3. (ກ) ເຮົາໝົດທຸກຄົນໄດ້ຮັບສິ່ງໃດສືບທອດມາຈາກພໍ່ແມ່ເດີມ? (ຂ) ດ້ວຍຄວາມຮັກ ພະເຢໂຫວາໄດ້ຈັດຕຽມຫຍັງສຳລັບລູກຫຼານຂອງອາດາມ?
3 ເມື່ອພໍ່ແມ່ຂອງເຮົາເຊິ່ງເປັນມະນຸດຄູ່ທຳອິດຖືກຕັດສິນລົງໂທດໃຫ້ຕາຍຍ້ອນເຮັດຜິດບາບໂດຍເຈຕະນາ ເຂົາເຈົ້າຖືກໄລ່ອອກຈາກສວນເອເດນແລະພະເຈົ້າກໍບໍ່ຍອມຮັບທັງສອງຄົນນັ້ນ. ເຂົາເຈົ້າບໍ່ໄດ້ເປັນສ່ວນແຫ່ງສາກົນຄອບຄົວຂອງພະອົງອີກຕໍ່ໄປ. (ຕົ້ນເດີມ 3:22-24; ພະບັນຍັດ 32:4, 5) ເຮົາໝົດທຸກຄົນເປັນລູກຫຼານສອງຄົນນັ້ນ ສະນັ້ນ ເຮົາຈຶ່ງເກີດມາພ້ອມກັບທ່າອ່ຽງທີ່ຈະເຮັດບາບ. ເຖິງຢ່າງນັ້ນກໍຕາມ ພະເຢໂຫວາກໍຮູ້ວ່າໃນທ່າມກາງລູກຫຼານຂອງອາດາມແລະເອວາຈະມີຜູ້ທີ່ຮັກຫອມຄວາມຊອບທຳ. ດັ່ງນັ້ນ ດ້ວຍຄວາມຮັກພະອົງຈຶ່ງຕຽມການເພື່ອຄົນເຫຼົ່ານີ້ຈະບັນລຸ “ລັດສະໝີ [“ເສລີພາບອັນຮຸ່ງເຮືອງ,” ລ.ມ.] ແຫ່ງລູກທັງຫຼາຍຂອງພະເຈົ້າ.”—ໂລມ 8:20, 21.
ຊາດຍິດສະລາເອນສູນເສຍຖານະອັນເປັນທີ່ໂປດປານ
4. ພະເຢໂຫວາໄດ້ໃຫ້ສິດທິພິເສດອັນໃດແກ່ຊາດຍິດສະລາເອນບູຮານ?
4 ປະມານ 2,500 ປີພາຍຫຼັງທີ່ໄດ້ສ້າງອາດາມແລ້ວ ພະເຢໂຫວາໄດ້ໃຫ້ສິດທິພິເສດແກ່ມະນຸດບາງຄົນເພື່ອຈະມີສາຍສຳພັນທີ່ພິເສດກັບພະອົງ. ພະອົງໄດ້ເລືອກເອົາຊາດຍິດສະລາເອນບູຮານໃຫ້ເປັນປະຊາຊົນຂອງພະອົງ ແລະຍັງໄດ້ວາງກົດໝາຍໃຫ້ເຂົາເຈົ້ານຳອີກ. (ຕົ້ນເດີມ 12:1, 2) ພະອົງຕັ້ງຊາດຍິດສະລາເອນໃຫ້ເປັນຊົນຊາດໜຶ່ງ ແລະໄດ້ໃຊ້ເຂົາເຈົ້າໃນເລື່ອງທີ່ກ່ຽວຂ້ອງກັບພະປະສົງຂອງພະອົງ. (ພະບັນຍັດ 14:1, 2; ເອຊາອີ 43:1) ເຖິງແນວນັ້ນກໍຕາມ ຊາດຍິດສະລາເອນກໍຍັງຕົກເປັນທາດຂອງບາບແລະຄວາມຕາຍ ສະນັ້ນ ເຂົາເຈົ້າຈຶ່ງບໍ່ໄດ້ຊື່ນຊົມຍິນດີໃນເສລີພາບອັນຮຸ່ງເຮືອງທີ່ອາດາມແລະເອວາເຄີຍມີໃນຕອນທຳອິດ.
5. ຊົນຊາດຍິດສະລາເອນສູນເສຍຖານະພິເສດທີ່ມີຕໍ່ພະເຈົ້າໄດ້ຢ່າງໃດ?
5 ແນວໃດກໍຕາມ ຊົນຊາດຍິດສະລາເອນມີຖານະອັນເປັນທີ່ໂປດປານຂອງພະເຈົ້າ. ເຂົາເຈົ້າມີພັນທະທີ່ຈະນັບຖືພະເຢໂຫວາໃນຖານະເປັນພະບິດາ ແລະຍັງຕ້ອງເຮັດໃນສິ່ງທີ່ສອດຄ່ອງກັບພະປະສົງຂອງພະອົງນຳອີກ. ພະເຍຊູໄດ້ເນັ້ນເຖິງຄວາມສຳຄັນໃນການບັນລຸພັນທະໜ້າທີ່ນັ້ນ. (ມັດທາຍ 5:43-48) ແນວໃດກໍຕາມ ຊາດຍິດສະລາເອນໄດ້ປະຖິ້ມພັນທະໜ້າທີ່ນີ້. ໃນຂະນະທີ່ພວກຢິວອ້າງວ່າ “ພວກເຮົາມີພໍ່ອົງດຽວ ເປັນພະເຈົ້າ” ພະເຍຊູພັດເປີດໂປງໂສມໜ້າພວກເຂົາວ່າ ການກະທຳແລະແນວຄວາມຄິດໃນໃຈທີ່ພວກເຂົາສະແດງອອກນັ້ນບໍ່ສົມກັບຄຳກ່າວອ້າງນັ້ນເລີຍ. (ໂຢຮັນ 8:41, 44, 47) ໃນປີ 33 ສາກົນສັກກະຫຼາດ ພະເຈົ້າໄດ້ຍົກເລີກກົດໝາຍດັ່ງກ່າວນັ້ນ ແລະສາຍສຳພັນພິເສດທີ່ຊາດຍິດສະລາເອນມີກັບພະອົງກໍສິ້ນສຸດລົງ. ແຕ່ອັນນີ້ໝາຍຄວາມວ່າມະນຸດຈະບໍ່ມີໂອກາດທີ່ຈະມີສາຍສຳພັນທີ່ດີກັບພະເຈົ້າອີກຈັກເທື່ອບໍ?
ການຮິບໂຮມ “ສິ່ງທີ່ຢູ່ໃນຟ້າສະຫວັນ”
6. ໃນເອເຟດ 1:9, 10 ຈຸດປະສົງຂອງ “ການບໍລິຫານງານ” ທີ່ໂປໂລກ່າວເຖິງນັ້ນແມ່ນຫຍັງ?
6 ອັກຄະສາວົກໂປໂລສະແດງໃຫ້ເຫັນວ່າບາງຄົນໃນທ່າມກາງມະນຸດຊາດສາມາດມີສາຍສຳພັນທີ່ດີກັບພະເຈົ້າໄດ້. ຍົກຕົວຢ່າງ ກ່ຽວກັບການຈັດຕຽມຂອງພະເຢໂຫວາສຳລັບຄົນເຫຼົ່ານັ້ນທີ່ສະແດງຄວາມເຊື່ອແລະຈະກາຍມາເປັນສະມາຊິກໃນຄອບຄົວຂອງພະອົງ ໂປໂລຂຽນວ່າ “ໃນຄວາມປັນຍາແລະຄວາມຮູ້ທຸກປະການ ພະເຈົ້າໄດ້ໂຜດໃຫ້ເຮົາທັງຫຼາຍຮູ້ຈັກຂໍ້ເລິກແຫ່ງນ້ຳໃຈຂອງພະອົງ ຕາມເປັນທີ່ຊອບໃຈພະອົງ ທີ່ພະອົງໄດ້ຕັ້ງໃຈໄວ້ໃນພະອົງເອງ. ຈະມີລາຊະການ [“ການບໍລິຫານງານ,” ລ.ມ.] ເມື່ອຄາວກຳນົດຄົບບໍລິບູນແລ້ວ ພະເຈົ້າຈະໂຮມເອົາສັບພະທຸກສິ່ງໄວ້ໃນພະຄລິດ ສິ່ງທີ່ຢູ່ໃນຟ້າສະຫວັນກໍດີ ແລະສິ່ງທີ່ຢູ່ແຜ່ນດິນໂລກກໍດີ.” (ເອເຟດ 1:9, 10) “ການບໍລິຫານງານ” ນີ້ລວມຈຸດຢູ່ທີ່ພະເຍຊູຄລິດ. ໂດຍທາງພະອົງ ມະນຸດຈຶ່ງໄດ້ຮັບການນຳເຂົ້າມາສູ່ຖານະອັນເປັນທີ່ໂປດປານຂອງພະເຈົ້າ. ຜູ້ມີຄວາມຫວັງທີ່ຈະຢູ່ໃນສະຫວັນນັ້ນມີຈຳນວນຈຳກັດ ສ່ວນຄົນທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກນັ້ນຊ້ຳພັດມີຈຳນວນຫຼາຍ.
7. ໃຜເປັນ “ສິ່ງທີ່ຢູ່ໃນສະຫວັນ”?
7 ທຳອິດ ເລີ່ມຕົ້ນໃນວັນເພນເຕກອດປີ 33 ສາກົນສັກກະຫຼາດມີການມຸ່ງຄວາມສົນໃຈໄປໃສ່ “ສິ່ງທີ່ຢູ່ໃນຟ້າສະຫວັນ” ນັ້ນກໍຄືຜູ້ທີ່ຈະຮ່ວມຮັບມໍລະດົກກັບພະຄລິດໃນລາຊະອານາຈັກທາງພາກສະຫວັນ. ໂດຍອາໄສຄວາມເຊື່ອທີ່ເຂົາເຈົ້າມີໃນຄຸນຄ່າແຫ່ງເຄື່ອງບູຊາໄຖ່ຂອງພະຄລິດເປັນພື້ນຖານ ພະເຈົ້າໄດ້ປະກາດວ່າເຂົາເຈົ້າເປັນຄົນຊອບທຳ. (ໂລມ 5:1, 2) ຕໍ່ມາ ກໍມີຄົນຢິວແລະຄົນຕ່າງຊາດລວມຢູ່ນຳ ແລະ “ສິ່ງທີ່ຢູ່ໃນຟ້າສະຫວັນ” ນີ້ມີຈຳນວນ 144,000 ຄົນ. (ຄາລາຊີ 3:26-29; ຄຳປາກົດ 14:1) ປັດຈຸບັນມີພຽງຊົນທີ່ເຫຼືອຈາກກຸ່ມຄົນດັ່ງກ່າວເຊິ່ງຍັງມີຊີວິດຢູ່ເທິງແຜ່ນດິນໂລກ.
ການຮິບໂຮມ “ສິ່ງທີ່ຢູ່ແຜ່ນດິນໂລກ”
8. ໃຜເປັນ “ສິ່ງທີ່ຢູ່ແຜ່ນດິນໂລກ” ແລະສາຍສຳພັນຂອງເຂົາເຈົ້າກັບພະເຢໂຫວາເປັນແນວໃດ?
8 ໜ່ວຍບໍລິຫານງານນັ້ນກຳລັງດຳເນີນການຮິບໂຮມເອົາ “ສິ່ງທີ່ຢູ່ແຜ່ນດິນໂລກ” ດ້ວຍ. ເວລານີ້ມີການຮິບໂຮມຫຼາຍລ້ານຄົນເຊິ່ງເປັນຜູ້ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ. ຮ່ວມກັບຊົນທີ່ເຫຼືອແຫ່ງຜູ້ຮັບມໍລະດົກໃນລາຊະອານາຈັກ ເຂົາເຈົ້າສັນລະເສີນຊື່ຂອງພະເຢໂຫວາແລະເຊີດຊູການນະມັດສະການຂອງພະອົງຢ່າງເປັນນ້ຳໜຶ່ງໃຈດຽວກັນ. (ເອຊາອີ 2:2, 3; ໂຊໂຟນີ 3:9) ເຂົາເຈົ້າຍັງກ່າວເຖິງພະເຢໂຫວາໃນຖານະເປັນ “ພໍ່” ຫຼືພະບິດາ ເພາະເຂົາເຈົ້າສຳນຶກວ່າພະອົງເປັນບໍ່ເກີດແຫ່ງຊີວິດ. ດັ່ງນັ້ນ ໂດຍອາໄສຄວາມເຊື່ອໃນເລືອດຂອງພະເຍຊູທີ່ໄຫຼອອກ ເຂົາເຈົ້າຈຶ່ງເປັນທີ່ໂປດປານຂອງພະເຈົ້າ. (ຄຳປາກົດ 7:9, 14) ເນື່ອງຈາກເຂົາເຈົ້າຍັງບໍ່ສົມບູນ ການທີ່ຈະໄດ້ຮັບການຍອມຮັບຢ່າງເຕັມທີໃນຖານະເປັນລູກຂອງພະເຈົ້ານັ້ນກໍຍັງຢູ່ໃນອະນາຄົດ.
9. ໃນໂລມ 8:21 ມີຄຳສັນຍາອັນໃດຕໍ່ມະນຸດຊາດ?
9 ຕອນນີ້ຄົນເຫຼົ່ານັ້ນທີ່ມີຄວາມຫວັງທາງແຜ່ນດິນໂລກກຳລັງລໍຖ້າດ້ວຍໃຈຈົດຈໍ່ສຳລັບເວລາທີ່ມະນຸດເຊິ່ງເປັນສິ່ງເນລະມິດສ້າງຈະໄດ້ “ພົ້ນຈາກອຳນາດແຫ່ງຄວາມເປື່ອຍເນົ່າເສຍ.” (ໂລມ 8:21) ການປົດປ່ອຍນັ້ນຈະເລີ່ມຕົ້ນພາຍຫຼັງທີ່ພະຄລິດແລະກອງທັບທາງພາກສະຫວັນຂອງພະອົງຈະເຮັດໃຫ້ຄວາມທຸກທໍລະມານຢ່າງໜັກຍຸດຕິລົງ ໂດຍສົງຄາມອະລະມະເຄໂດນເຊິ່ງຈະເປັນຈຸດສຸດຍອດ. ນີ້ຈະໝາຍເຖິງການທຳລາຍລະບົບຊົ່ວຂອງຊາຕານ ແລະຈາກນັ້ນ ພະພອນຕ່າງໆ ກໍຈະຕິດຕາມມາພາຍໃຕ້ການປົກຄອງຂອງພະຄລິດໃນຖານະເປັນກະສັດລະຫວ່າງພັນປີ.—ຄຳປາກົດ 19:17-21; 20:6.
10. ບັນດາຜູ້ຮັບໃຊ້ຂອງພະເຢໂຫວາຈະຮ້ອງເພງໃດເພື່ອສັນລະເສີນພະອົງ?
10 ຈະເປັນເລື່ອງໜ້າຊື່ນຊົມຍິນດີພຽງໃດເມື່ອເຫຼົ່າຜູ້ຮັບໃຊ້ຂອງພະເຢໂຫວາທີ່ຢູ່ເທິງແຜ່ນດິນໂລກຮ່ວມກັນສະທ້ອນຄວາມຮູ້ສຶກຂອງເຫຼົ່າຜູ້ຮັບໃຊ້ໃນສະຫວັນເຊິ່ງປະກາດດ້ວຍຄວາມຍິນດີວ່າ “ໂອ້ພະອົງເຈົ້າຂ້າ ຜູ້ເປັນພະເຈົ້າຜູ້ມີລິດເດດອັນໃຫຍ່ທີ່ສຸດກິດຈະການຂອງພະອົງເປັນໃຫຍ່ໜ້າອັດສະຈັນໃຈນັກ ໂອ້ພະອົງຜູ້ເປັນພະມະຫາກະສັດແຫ່ງປະເທດທັງປວງ ທາງທັງຫຼາຍຂອງພະອົງເປັນທາງຊອບທຳແລະທ່ຽງແທ້. ໂອ້ພະອົງເຈົ້າຂ້າ ຜູ້ໃດຈະບໍ່ຢ້ານຢຳພະອົງ ແລະຜູ້ໃດຈະບໍ່ຖວາຍລັດສະໝີແກ່ນາມຊື່ຂອງພະອົງ ເພາະວ່າພະອົງອົງດຽວເປັນບໍລິສຸດ ເຫດວ່າພວກຕ່າງປະເທດທັງປວງຈະມາຂາບໄຫວ້ນະມັດສະການຕໍ່ໜ້າພະອົງ ເພາະວ່າການຍຸດຕິທຳທັງຫຼາຍຂອງພະອົງໄດ້ປາກົດແຈ້ງແລ້ວ.” (ຄຳປາກົດ 15:3, 4) ແມ່ນແລ້ວ ຜູ້ຮັບໃຊ້ຂອງພະເຢໂຫວາທັງໝົດຈະເປັນເອກະພາບໃນການນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ. ແມ່ນແຕ່ຄົນຕາຍກໍຈະໄດ້ຮັບການປຸກໃຫ້ກັບຄືນມາຈາກຕາຍແລະມີໂອກາດທີ່ຈະຮ່ວມສົ່ງສຽງຮ້ອງເພື່ອສັນລະເສີນພະເຢໂຫວາ.—ກິດຈະການ 24:15.
ເສລີພາບອັນວິເສດມີຢູ່ທາງໜ້າ
11. ຜູ້ລອດຜ່ານຈາກຄວາມທຸກທໍລະມານຢ່າງໜັກຈະໄດ້ເສລີພາບທີ່ວິເສດແບບໃດ?
11 ພາຍຫຼັງຄວາມທຸກທໍລະມານຢ່າງໜັກ ເຊິ່ງສົງຄາມອະລະມະເຄໂດນຈະເປັນຈຸດສຸດຍອດເພື່ອກຳຈັດຄວາມຊົ່ວຮ້າຍອອກໄປຈາກແຜ່ນດິນໂລກ ຊາຕານຈະບໍ່ເປັນ “ພະຂອງໂລກນີ້” ອີກແລ້ວ. ຜູ້ນະມັດສະການພະເຢໂຫວາຈະບໍ່ຕ້ອງຕໍ່ສູ້ກັບອິດທິພົນທີ່ຊົ່ວຊ້າຂອງຊາຕານອີກຕໍ່ໄປ. (2 ໂກລິນໂທ 4:4; ຄຳປາກົດ 20:1, 2) ສາສະໜາປອມຈະບໍ່ມາແອບອ້າງວ່າເປັນຕົວແທນຂອງພະເຢໂຫວາແລະຈະບໍ່ເປັນອິດທິພົນທີ່ເຮັດໃຫ້ເກີດຄວາມແຕກແຍກໃນສັງຄົມມະນຸດອີກ. ຜູ້ຮັບໃຊ້ຂອງພະເຈົ້າອົງທ່ຽງແທ້ຈະບໍ່ປະສົບກັບຄວາມອະທຳແລະການກົດຂີ່ຂູດຮີດຈາກຜູ້ມີອຳນາດທີ່ເປັນມະນຸດອີກຕໍ່ໄປ. ຈັ່ງແມ່ນເປັນເສລີພາບທີ່ວິເສດແທ້ໆ!
12. ໝົດທຸກຄົນຈະຫລຸດພົ້ນຈາກບາບແລະຜົນກະທົບຂອງມັນໄດ້ຢ່າງໃດ?
12 ໃນຖານະເປັນ “[ລູກແກະ] ແຫ່ງພະເຈົ້າ ຜູ້ຍົກບາບໂທດແຫ່ງມະນຸດສະໂລກອອກເສຍ” ພະເຍຊູຈະໃຊ້ຄຸນຄ່າແຫ່ງເຄື່ອງບູຊາໄຖ່ຂອງພະອົງເພື່ອລົບລ້າງບາບຂອງມະນຸດຊາດ. (ໂຢຮັນ 1:29) ຕອນທີ່ຢູ່ເທິງແຜ່ນດິນໂລກ ເມື່ອພະເຍຊູໄດ້ຍົກໂທດບາບຂອງຄົນຜູ້ໜຶ່ງ ພະອົງໄດ້ປິ່ນປົວຜູ້ນັ້ນເພື່ອສະແດງເຖິງການໃຫ້ອະໄພ. (ມັດທາຍ 9:1-7; 15:30, 31) ໃນທຳນອງດຽວກັນ ພະເຍຊູຄລິດໃນຖານະເປັນກະສັດແຫ່ງລາຊະອານາຈັກທາງພາກສະຫວັນຂອງພະເຈົ້າຈະເຮັດການອັດສະຈັນເພື່ອປິ່ນປົວຄົນຕາບອດ, ຄົນປາກກືກ, ຄົນຫູໜວກ, ຄົນພິການ, ຄົນທີ່ປ່ວຍທາງຈິດໃຈ ແລະຄົນທີ່ເຈັບປ່ວຍດ້ວຍພະຍາດຕ່າງໆ. (ຄຳປາກົດ 21:3, 4) “ບັນຍັດຄວາມບາບ” ຈະຖືກລົບລ້າງອອກໄປຈາກທຸກຄົນທີ່ເຊື່ອຟັງ ດ້ວຍເຫດນັ້ນ ຄວາມຄິດແລະການກະທຳຂອງເຂົາເຈົ້າຈະພາໃຫ້ເຂົາເຈົ້າແລະພະເຈົ້າມີຄວາມຍິນດີ. (ໂລມ 7:21-23) ໃນຕອນທ້າຍແຫ່ງການປົກຄອງພັນປີ ເຂົາເຈົ້າຈະກາຍເປັນມະນຸດທີ່ສົມບູນ ‘ຕາມຮູບແລະຕາມແບບຢ່າງ’ ຂອງພະເຈົ້າທ່ຽງແທ້ແຕ່ອົງດຽວ.—ຕົ້ນເດີມ 1:26.
13. ໃນຕອນທ້າຍແຫ່ງການປົກຄອງພັນປີ ພະຄລິດຈະເຮັດຫຍັງ ແລະຈະເກີດຜົນແນວໃດ?
13 ເມື່ອພະຄລິດເຮັດໃຫ້ມະນຸດຊາດສົມບູນແລ້ວ ພະອົງຈະມອບອຳນາດເຊິ່ງເຄີຍໄດ້ຮັບເພື່ອງານນີ້ຄືນໃຫ້ກັບພະບິດາ: “ພະຄລິດຈະມອບແຜ່ນດິນໄວ້ແກ່ພະເຈົ້າພະບິດາ ເມື່ອພະອົງຈະທຳລາຍເສຍການຄຸ້ມຄອງແລະການບັງຄັບແລະອຳນາດໝົດສິ້ນແລ້ວໆ. ເຫດວ່າຈຳເປັນທີ່ພະອົງຈະສະເຫວີຍລາດ ຈົນເຖິງພະອົງຈະປາບສັດຕູທັງປວງໃຫ້ຢູ່ໃຕ້ຕີນຂອງພະອົງ.” (1 ໂກລິນໂທ 15:24, 25) ການປົກຄອງພັນປີຂອງລາຊະອານາຈັກຈຶ່ງບັນລຸຜົນສຳເລັດຕາມທີ່ປະສົງໄວ້ຢ່າງສົມບູນ; ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງມີລັດຖະບານສຳຮອງລະຫວ່າງພະເຢໂຫວາກັບມະນຸດຊາດອີກຕໍ່ໄປ. ເນື່ອງຈາກບາບແລະຄວາມຕາຍຖືກກຳຈັດໃຫ້ສູນສິ້ນໄປ ແລະມະນຸດຊາດກໍໄດ້ຮັບການໄຖ່ແລ້ວ ຄວາມຈຳເປັນທີ່ຕ້ອງມີພະເຍຊູໃນຖານະເປັນຜູ້ໄຖ່ກໍສິ້ນສຸດລົງ. ຄຳພີໄບເບິນອະທິບາຍວ່າ “ເມື່ອນັ້ນພະບຸດຈະຍອມຢູ່ໃຕ້ພະເຈົ້າ ຜູ້ໄດ້ປາບສິ່ງສາລະພັດລົງໃຕ້ພະອົງນັ້ນ ເພື່ອພະເຈົ້າຈະເປັນໝົດສິ້ນໃນສັບພະທຸກສິ່ງ.”—1 ໂກລິນໂທ 15:28.
14. ມະນຸດຊາດທີ່ບັນລຸຄວາມສົມບູນແລ້ວຈະຕ້ອງຜ່ານສິ່ງໃດ ແລະເພາະເຫດໃດ?
14 ຈາກນັ້ນ ມະນຸດຊາດທີ່ສົມບູນແລ້ວຈະມີໂອກາດສະແດງວ່າເຂົາເຈົ້າເລືອກທີ່ຈະຮັບໃຊ້ພະເຈົ້າທ່ຽງແທ້ແຕ່ອົງດຽວຕະຫຼອດໄປ. ຢ່າງໃດກໍຕາມ ກ່ອນທີ່ພະເຢໂຫວາຈະຮັບເອົາເຂົາເຈົ້າເປັນລູກຂອງພະອົງຢ່າງສົມບູນ ພະອົງຈະຍອມໃຫ້ມະນຸດຊາດທີ່ສົມບູນທັງໝົດນີ້ປະສົບກັບການທົດສອບຂັ້ນສຸດທ້າຍ. ຊາຕານແລະພວກຜີປີສາດຂອງມັນຈະຖືກປ່ອຍອອກຈາກເຫວເລິກ. ເລື່ອງນີ້ຈະບໍ່ເປັນຜົນເສຍຫາຍຖາວອນສຳລັບຜູ້ທີ່ຮັກພະເຢໂຫວາຢ່າງແທ້ຈິງ. ແຕ່ວ່າໃຜກໍຕາມທີ່ປ່ອຍໃຫ້ຕົນເອງຖືກນຳເຂົ້າສູ່ການບໍ່ເຊື່ອຟັງເພາະບໍ່ພັກດີຕໍ່ພະເຢໂຫວາຈະຖືກທຳລາຍຕະຫຼອດໄປ ພ້ອມກັບຕົວກະບົດທຳອິດແລະພວກຜີປີສາດຂອງມັນ.—ຄຳປາກົດ 20:7-10.
15. ຈະມີສະພາບການແບບໃດອີກຄັ້ງໜຶ່ງໃນທ່າມກາງສິ່ງເນລະມິດສ້າງທີ່ມີຄວາມຮູ້ສຶກນຶກຄິດທັງໝົດຂອງພະເຢໂຫວາ?
15 ຈາກນັ້ນ ພະເຢໂຫວາຈະຮັບເອົາມະນຸດຊາດທີ່ບັນລຸຄວາມສົມບູນທັງໝົດເຊິ່ງສະໜັບສະຫນູນອຳນາດອັນສູງສຸດຂອງພະອົງໃນລະຫວ່າງການທົດລອງຂັ້ນສຸດທ້າຍໃຫ້ມາເປັນລູກຂອງພະອົງ. ນັບແຕ່ນີ້ໄປ ເຂົາເຈົ້າຈະຊື່ນຊົມຍິນດີຢ່າງເຕັມທີກັບເສລີພາບອັນຮຸ່ງເຮືອງໃນຖານະເປັນລູກຂອງພະເຈົ້າ ເຊິ່ງກໍໝາຍເຖິງການເປັນສ່ວນໜຶ່ງແຫ່ງສາກົນຄອບຄົວຂອງພະອົງ. ອີກຄັ້ງໜຶ່ງສິ່ງເນລະມິດສ້າງເຊິ່ງມີຄວາມຮູ້ສຶກນຶກຄິດທັງໝົດໃນສະຫວັນແລະຢູ່ເທິງແຜ່ນດິນໂລກຈະນະມັດສະການພະອົງໃນຖານະພະເຈົ້າທ່ຽງແທ້ແຕ່ອົງດຽວຢ່າງເປັນເອກະພາບ. ດັ່ງນັ້ນ ພະປະສົງຂອງພະເຢໂຫວາຈະບັນລຸຜົນສຳເລັດຢ່າງສະຫງ່າງາມ! ເຈົ້າຢາກເປັນສ່ວນໜຶ່ງຂອງສາກົນຄອບຄົວນີ້ທີ່ມີຄວາມສຸກແລະຢູ່ຢ່າງໝັ້ນຍືນບໍ? ຖ້າຕ້ອງການເປັນແບບນັ້ນ ເຮົາຂໍສະໜັບສະຫນູນເຈົ້າໃຫ້ເອົາໃຈໃສ່ໃນສິ່ງທີ່ຄຳພີໄບເບິນກ່າວໄວ້ໃນ 1 ໂຢຮັນ 2:17: “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ວ່າຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.”
ການພິຈາລະນາທົບທວນ
• ກ່ອນການກະບົດໃນສວນເອເດນ ຜູ້ນະມັດສະການທັງໝົດມີສາຍສຳພັນແບບໃດກັບພະເຢໂຫວາ?
• ຜູ້ຮັບໃຊ້ຂອງພະເຈົ້າຍ່ອມມີຄວາມຮັບຜິດຊອບຫຍັງແດ່?
• ໃຜຈະກາຍເປັນລູກຂອງພະເຈົ້າ ແລະເລື່ອງນີ້ກ່ຽວຂ້ອງກັບພະປະສົງຂອງພະເຢໂຫວາໃນເລື່ອງການເປັນເອກະພາບໃນການນະມັດສະການຢ່າງໃດ?
[ຮູບພາບໜ້າ 190]
ມະນຸດທີ່ເຊື່ອຟັງຈະຊື່ນຊົມຍິນດີກັບຊີວິດໃນໂລກທີ່ເປັນອຸທິຍານ