ບົດທີ 7
ການເຊື່ອຟັງປ້ອງກັນລູກ
ລູກມັກບໍຖ້າລູກເຮັດອັນໃດກໍໄດ້ຕາມທີ່ລູກຢາກເຮັດ? ມີບາງເທື່ອລູກບໍ່ຢາກໃຫ້ໃຜມາບອກວ່າຄວນເຮັດສິ່ງນັ້ນສິ່ງນີ້ແມ່ນບໍ? ບອກພໍ່ (ແມ່) ເບິ່ງດູວ່າລູກຄິດແນວໃດ?—
ເປັນຫຍັງລູກຈຶ່ງຄວນເຊື່ອຟັງຜູ້ທີ່ມີອາຍຸຫຼາຍກວ່າ?
ແຕ່ລູກວ່າແນວໃດຈະດີກວ່າ? ສະຫຼາດບໍທີ່ຈະເຮັດອັນໃດຕາມທີ່ລູກຢາກເຮັດ? ຫຼືຈະໄດ້ຜົນດີກວ່າບໍຖ້າລູກເຊື່ອຟັງພໍ່ແລະແມ່?— ພະເຈົ້າບອກວ່າລູກຄວນຈະເຊື່ອຟັງພໍ່ແມ່ ດັ່ງນັ້ນຕ້ອງມີເຫດຜົນທີ່ດີທີ່ຈະເຮັດເຊັ່ນນັ້ນ. ເພື່ອຈະເຂົ້າໃຈລອງມາຫາເຫດຜົນນຳກັນເບິ່ງດູ.
ລູກຈັກປີແລ້ວ?— ລູກຮູ້ບໍວ່າພໍ່ຂອງລູກຈັກປີແລ້ວ?— ແມ່ ພໍ່ຕູ້ແລະແມ່ຕູ້ຂອງລູກເດຈັກປີແລ້ວ?— ເຂົາເຈົ້າເກີດກ່ອນລູກຕັ້ງດົນ. ແລະຄົນເຮົາແຮ່ງມີຊີວິດຢູ່ດົນຫຼາຍທໍ່ໃດ ກໍແຮ່ງຈະມີເວລາຮຽນຮູ້ສິ່ງຕ່າງໆຫຼາຍຂຶ້ນທໍ່ນັ້ນ. ຄົນເຮົາໄດ້ຟັງສິ່ງຕ່າງໆຫຼາຍຂຶ້ນ ໄດ້ເຫັນສິ່ງຕ່າງໆຫຼາຍຂຶ້ນແລະໄດ້ເຮັດສິ່ງຕ່າງໆຫຼາຍຂຶ້ນທຸກໆປີ. ດັ່ງນັ້ນ ຄົນຫນຸ່ມສາວຈຶ່ງຮຽນຮູ້ຈາກຜູ້ທີ່ມີອາຍຸຫຼາຍກວ່າໄດ້.
ລູກຮູ້ຈັກຄົນທີ່ມີອາຍຸໜ້ອຍກວ່າລູກບໍ?— ລູກຮູ້ຫຼາຍກວ່າເຂົາເຈົ້າບໍ?— ເປັນຫຍັງລູກຈຶ່ງຮູ້ຫຼາຍກວ່າເຂົາເຈົ້າ?— ກໍຍ້ອນວ່າລູກເກີດກ່ອນເຂົາເຈົ້າ. ລູກຈຶ່ງມີເວລາທີ່ຈະຮຽນຮູ້ສິ່ງຕ່າງໆຫຼາຍກວ່າຄົນທີ່ອາຍຸໜ້ອຍກວ່າ.
ໃຜຢູ່ດົນກວ່າລູກ ດົນກວ່າພໍ່ (ແມ່) ຫຼືດົນກວ່າຄົນອື່ນໆ?— ແມ່ນພະເຢໂຫວາພະເຈົ້າ. ພະອົງຮູ້ຫຼາຍກວ່າລູກ ແລະຫຼາຍກວ່າພໍ່ (ແມ່). ເມື່ອພະອົງບອກເຮົາໃຫ້ເຮັດສິ່ງໃດເຮົາຈຶ່ງໝັ້ນໃຈໄດ້ວ່ານັ້ນເປັນສິ່ງທີ່ຖືກຕ້ອງທີ່ຄວນເຮັດ ເຖິງວ່າອາດຈະເປັນສິ່ງຍາກທີ່ຈະເຮັດຕາມ. ລູກຮູ້ບໍວ່າແມ່ນແຕ່ຄູຜູ້ຍິ່ງໃຫຍ່ກໍເຄີຍຮູ້ສຶກວ່າຍາກທີ່ຈະເຊື່ອຟັງ?—
ເທື່ອໜຶ່ງ ພະເຈົ້າບອກໃຫ້ພະເຍຊູເຮັດບາງສິ່ງທີ່ຍາກຫຼາຍ. ພະເຍຊູໄດ້ອະທິດຖານກ່ຽວກັບເລື່ອງນີ້ ດັ່ງທີ່ເຮົາເຫັນໃນຮູບນີ້. ພະອົງອະທິດຖານວ່າ: “ຖ້າພະອົງເຫັນຊອບຈະໃຫ້ຈອກນີ້ກາຍໄປຈາກຂ້າພະເຈົ້າ.” ໂດຍຄຳອະທິດຖານນີ້ ພະເຍຊູສະແດງວ່າບໍ່ງ່າຍສະເໝີໄປທີ່ຈະເຮັດຕາມນ້ຳໃຈຂອງພະເຈົ້າ. ແຕ່ວ່າພະເຍຊູຈົບຄຳອະທິດຖານຂອງພະອົງແນວໃດ? ລູກຮູ້ບໍ?—
ເຮົາຈະຮຽນຮູ້ຫຍັງໄດ້ຈາກຄຳອະທິດຖານຂອງພະເຍຊູ?
ພະເຍຊູຈົບຄຳອະທິດຖານໂດຍກ່າວວ່າ: “ຢ່າໃຫ້ເປັນຕາມນ້ຳໃຈຂອງຂ້າພະເຈົ້າ ແຕ່ວ່າຕາມນ້ຳໃຈຂອງພະເຈົ້າ.” (ລືກາ 22:41, 42) ເຫັນແຈ້ງວ່າພະເຍຊູຕ້ອງການເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດ ບໍ່ແມ່ນຂອງພະອົງເອງ. ແລະພະອົງຈຶ່ງເຮັດຕາມສິ່ງທີ່ພະເຈົ້າປະສົງແທນທີ່ຈະເຮັດສິ່ງທີ່ຕົນຄິດວ່າດີທີ່ສຸດ.
ເຮົາຮຽນຮູ້ສິ່ງໃດຈາກເລື່ອງນີ້?— ເຮົາຮຽນຮູ້ວ່າເປັນສິ່ງທີ່ຖືກຕ້ອງສະເໝີທີ່ຈະເຮັດຕາມສິ່ງທີ່ພະເຈົ້າບອກ ເຖິງວ່າອາດຈະບໍ່ງ່າຍທີ່ຈະເຮັດສິ່ງນັ້ນ. ແຕ່ເຮົາຮຽນຮູ້ເລື່ອງອື່ນອີກ. ລູກຮູ້ບໍວ່າແມ່ນເລື່ອງຫຍັງ?— ເຮົາຮຽນຮູ້ວ່າພະເຈົ້າແລະພະເຍຊູບໍ່ແມ່ນຄົນດຽວກັນຄືກັບທີ່ບາງຄົນໄດ້ບອກ. ພະເຢໂຫວາພະເຈົ້າຢູ່ດົນກວ່າແລະຮູ້ຫຼາຍກວ່າພະເຍຊູລູກຂອງພະອົງ.
ເມື່ອເຮົາເຊື່ອຟັງພະເຈົ້າກໍສະແດງວ່າເຮົາຮັກພະອົງ. ຄຳພີໄບເບິນບອກວ່າ: “ນີ້ເປັນຄວາມຮັກແກ່ພະເຈົ້າ ຄືວ່າໃຫ້ເຮົາທັງຫຼາຍຖືຮັກສາຄຳສັ່ງທັງຫຼາຍແຫ່ງພະອົງ.” (1 ໂຢຮັນ 5:3) ດັ່ງນັ້ນ ລູກຮູ້ແລ້ວວ່າເຮົາໝົດທຸກຄົນຄວນຈະເຊື່ອຟັງພະເຈົ້າ. ລູກຢາກເຊື່ອຟັງພະອົງແມ່ນບໍ?—
ໃຫ້ເຮົາເປີດຄຳພີໄບເບິນເບິ່ງວ່າພະເຈົ້າບອກເດັກນ້ອຍໃຫ້ເຮັດຫຍັງ. ເຮົາຈະອ່ານສິ່ງທີ່ຄຳພີໄບເບິນກ່າວໄວ້ໃນເອເຟດບົດ 6 ຂໍ້ 1, 2 ແລະ 3. ຂໍ້ເຫຼົ່ານັ້ນບອກວ່າ “ລູກທັງຫຼາຍເອີຍ ຈົ່ງຟັງພໍ່ແມ່ໃນພະອົງເຈົ້າ ເພາະການນີ້ເປັນອັນຊອບທຳ ‘ຈົ່ງນັບຖືພໍ່ແມ່ຂອງເຈົ້າ’ ເປັນຂໍ້ຄຳສັ່ງອັນຕົ້ນທີ່ມີຄຳປະຕິຍານໄວ້ດ້ວຍ ‘ເພື່ອເຈົ້າຈະໄດ້ຈຳເລີນດີແລະມີອາຍຸຍືນຍາວທີ່ແຜ່ນດິນໂລກ.’”
ດັ່ງທີ່ລູກເຫັນແລ້ວ ພະເຢໂຫວາເອງເປັນຜູ້ທີ່ບອກລູກໃຫ້ເຊື່ອຟັງພໍ່ແມ່. ຄຳວ່າ “ນັບຖື” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າລູກຕ້ອງໃຫ້ຄວາມເຄົາລົບຕໍ່ພໍ່ແມ່. ແລະພະເຈົ້າສັນຍາວ່າຖ້າລູກເຊື່ອຟັງພໍ່ແມ່ລູກກໍ “ຈຳເລີນດີ.”
ພໍ່ (ແມ່) ຈະເລົ່າສູ່ຟັງເລື່ອງຂອງບາງຄົນທີ່ລອດຊີວິດເພາະເຂົາເຈົ້າເຊື່ອຟັງ. ດົນນານມາແລ້ວຄົນພວກນີ້ອາໄສຢູ່ໃນເມືອງເຢຣຶຊາເລມທີ່ເປັນເມືອງໃຫຍ່. ຄົນສ່ວນຫຼາຍໃນເມືອງນັ້ນບໍ່ເຊື່ອຟັງພະເຈົ້າ ດັ່ງນັ້ນ ພະເຍຊູເຕືອນເຂົາເຈົ້າວ່າພະເຈົ້າຈະປ່ອຍໃຫ້ເມືອງນັ້ນຖືກທຳລາຍ. ພະເຍຊູຍັງບອກວິທີທີ່ຈະໜີລອດໃຫ້ເຂົາເຈົ້າຖ້າວ່າເຂົາເຈົ້າຮັກສິ່ງທີ່ຖືກຕ້ອງ. ພະອົງກ່າວວ່າ: ‘ເມື່ອທ່ານທັງຫຼາຍເຫັນກອງທັບອ້ອມເມືອງເຢຣຶຊາເລມໄວ້ ເມື່ອນັ້ນທ່ານຈົ່ງຮູ້ວ່າຄວາມຈິບຫາຍຂອງເມືອງນັ້ນໃກ້ເຂົ້າມາແລ້ວ. ນັ້ນເປັນເວລາທີ່ຈະໜີອອກຈາກເມືອງເຢຣຶຊາເລມແລະໄປທີ່ພູເຂົາ.’—ລືກາ 21:20-22.
ການເຊື່ອຟັງຄຳສັ່ງຂອງພະເຍຊູຊ່ອຍຊີວິດຂອງຄົນເຫຼົ່ານີ້ແນວໃດ?
ແມ່ນລະ ດັ່ງທີ່ພະເຍຊູໄດ້ກ່າວ ກອງທັບມາໂຈມຕີເມືອງເຢຣຶຊາເລມ. ກອງທັບໂລມຕັ້ງຄ້າຍອ້ອມເມືອງນັ້ນທຸກດ້ານ. ຈາກນັ້ນ ດ້ວຍເຫດຜົນບາງຢ່າງທະຫານເຫຼົ່ານັ້ນໄດ້ຖອຍອອກໄປ. ຄົນສ່ວນຫຼາຍຄິດວ່າພົ້ນອັນຕະລາຍແລ້ວ. ດັ່ງນັ້ນ ເຂົາເຈົ້າຈຶ່ງຢູ່ໃນເມືອງຕໍ່ໄປ. ແຕ່ວ່າພະເຍຊູເຄີຍບອກວ່າເຂົາເຈົ້າຄວນເຮັດແນວໃດ?— ລູກຈະເຮັດແນວໃດຖ້າລູກຢູ່ໃນເມືອງເຢຣຶຊາເລມ?— ຜູ້ທີ່ເຊື່ອພະເຍຊູແທ້ໆໄດ້ປະບ້ານເກີດເມືອງນອນແລະໜີໄປທີ່ພູເຂົາເຊິ່ງຢູ່ໄກຈາກເມືອງເຢຣຶຊາເລມ.
ຜ່ານໄປປີໜຶ່ງເຕັມໆບໍ່ມີຫຍັງເກີດຂຶ້ນກັບເມືອງເຢຣຶຊາເລມ. ໃນປີທີສອງກໍບໍ່ມີຫຍັງເກີດຂຶ້ນແລະໃນປີທີສາມກໍຍັງບໍ່ມີຫຍັງເກີດຂຶ້ນ. ບາງຄົນອາດຈະຄິດວ່າຄົນທີ່ໜີຈາກເມືອງນັ້ນໂງ່ຈ້າ. ແຕ່ແລ້ວໃນປີທີສີ່ກອງທັບໂລມຍົກທັບກັບມາ. ເຂົາເຈົ້າຕັ້ງຄ້າຍອ້ອມຮອບເມືອງເຢຣຶຊາເລມ. ຕອນນີ້ຈຶ່ງຊ້າເກີນໄປທີ່ຈະປົບໜີ. ເທື່ອນີ້ກອງທັບໄດ້ທຳລາຍເມືອງນັ້ນ. ຄົນສ່ວນຫຼາຍທີ່ຢູ່ໃນເມືອງນັ້ນຈຶ່ງຖືກຂ້າ ແລະຜູ້ທີ່ເຫຼືອກໍຖືກຈັບ.
ແຕ່ຄົນທີ່ເຊື່ອຟັງພະເຍຊູເປັນແນວໃດ?— ເຂົາເຈົ້າປອດໄພ. ເຂົາເຈົ້າຢູ່ຫ່າງໄກຈາກເມືອງເຢຣຶຊາເລມ. ດັ່ງນັ້ນຈຶ່ງບໍ່ໄດ້ຮັບອັນຕະລາຍ. ການເຊື່ອຟັງໄດ້ປ້ອງກັນເຂົາເຈົ້າໄວ້.
ຖ້າລູກເຊື່ອຟັງ ການເຊື່ອຟັງຈະປ້ອງກັນລູກນຳບໍ?— ພໍ່ແມ່ອາດຈະບອກວ່າຢ່າໄປຫຼິ້ນຢູ່ຫົນທາງ. ເປັນຫຍັງພໍ່ແມ່ຈຶ່ງບອກແນວນັ້ນ?— ເພາະວ່າລູກອາດຈະຖືກລົດຕຳ. ລາງເທື່ອລູກອາດຄິດວ່າ: ‘ຕອນນີ້ບໍ່ມີລົດຈັກຄັນບໍ່ເປັນອັນຕະລາຍດອກ. ເດັກນ້ອຍຄົນອື່ນກໍຫຼິ້ນຢູ່ຫົນທາງບໍ່ເຫັນວ່າມີອັນຕະລາຍຫຍັງເລີຍ.’
ເປັນຫຍັງລູກຄວນຈະເຊື່ອຟັງເຖິງວ່າລູກບໍ່ເຫັນວ່າມີອັນຕະລາຍເລີຍ?
ຄົນສ່ວນຫຼາຍທີ່ຢູ່ໃນເມືອງເຢຣຶຊາເລມກໍຄິດແນວນັ້ນແຫຼະ. ຫຼັງຈາກກອງທັບໂລມຖອຍໄປ ເບິ່ງຄືວ່າຈະປອດໄພ. ຄົນອື່ນກໍຢູ່ໃນເມືອງ ດັ່ງນັ້ນເຂົາເຈົ້າກໍຢູ່ຄືກັນ. ເຂົາເຈົ້າໄດ້ຮັບຄຳເຕືອນແລ້ວ ແຕ່ເຂົາເຈົ້າບໍ່ເຊື່ອຟັງ. ຜົນກໍຄືເຂົາເຈົ້າເສຍຊີວິດ.
ເບິ່ງອີກຕົວຢ່າງໜຶ່ງ. ລູກເຄີຍຫຼິ້ນກັບໄຟບໍ?— ຕອນທີ່ຕ່ອຍໄມ້ຂີດໄຟແລ້ວເບິ່ງໄຟລຸກອາດຈະມ່ວນ. ແຕ່ການຫຼິ້ນກັບໄຟອາດເກີດອັນຕະລາຍໄດ້. ໄຟອາດຈະໄໝ້ເຮືອນໝົດຫຼັງແລະລູກອາດຈະຕາຍກໍໄດ້!
ຈື່ໄວ້ວ່າການເຊື່ອຟັງພຽງແຕ່ບາງຄັ້ງຍັງບໍ່ພຽງພໍ. ແຕ່ຖ້າລູກເຊື່ອຟັງສະເໝີ ການເຊື່ອຟັງນັ້ນຈະປ້ອງກັນລູກໄດ້ແທ້ໆ. ແລະໃຜທີ່ໄດ້ບອກກັບລູກວ່າ “ລູກທັງຫຼາຍເອີຍ ຈົ່ງຟັງພໍ່ແມ່”?— ແມ່ນພະເຈົ້າ. ແລະຈື່ໄວ້ວ່າທີ່ພະອົງເວົ້າເຊັ່ນນັ້ນກໍເພາະພະອົງຮັກລູກ.
ຕອນນີ້ໃຫ້ເຮົາອ່ານຂໍ້ພະຄຳພີຕ່າງໆທີ່ສະແດງວ່າການເຊື່ອຟັງເປັນເລື່ອງທີ່ສຳຄັນຢູ່: ສຸພາສິດ 23:22; ຜູ້ເທສະໜາປ່າວປະກາດ 12:13; ເອຊາອີ 48:17, 18; ແລະໂກໂລດ 3:20.