ບົດທີ 8
ເປັນຫຍັງເຮົາຈຶ່ງແຕ່ງຕົວດີສຳລັບການປະຊຸມ?
ອິສະລັງ
ເມັກຊິກ
ກີເນບິດຊາວ
ຟີລິບປິນ
ທ່ານສັງເກດເຫັນຮູບຕ່າງ ໆ ໃນຈຸນລະສານນີ້ບໍວ່າພະຍານພະເຢໂຫວາແຕ່ງຕົວດີສ່ຳໃດເມື່ອເຂົ້າຮ່ວມການປະຊຸມຕ່າງ ໆ ຂອງປະຊາຄົມ? ເປັນຫຍັງພວກເຮົາຈຶ່ງເອົາໃຈໃສ່ຕໍ່ກັບເຄື່ອງນຸ່ງແລະການແຕ່ງຕົວ?
ເພື່ອສະແດງຄວາມນັບຖືຕໍ່ກັບພະເຈົ້າຂອງເຮົາ. ເປັນເລື່ອງຈິງທີ່ພະເຈົ້າບໍ່ໄດ້ແນໃສ່ການປາກົດຕົວພາຍນອກຂອງເຮົາ. (1 ຊາເມືອນ 16:7) ແຕ່ແນວໃດກໍຕາມ ເມື່ອເຕົ້າໂຮມກັນເພື່ອນະມັດສະການພະອົງ ຄວາມປາຖະໜາຈາກໃຈຈິງຂອງເຮົາແມ່ນເພື່ອສະແດງຄວາມນັບຖືຕໍ່ທັງພະອົງແລະຕໍ່ເພື່ອນຮ່ວມການນະມັດສະການ. ຖ້າເຮົາໄປຢືນຢູ່ຕໍ່ໜ້າກະສັດຫຼືປະທານປະເທດ ເຮົາຄົງໃສ່ໃຈຕໍ່ການປາກົດຕົວຂອງເຮົາເນື່ອງຈາກຕຳແໜ່ງຂອງຜູ້ນັ້ນ. ເຊັ່ນດຽວກັນ ການປາກົດຕົວຂອງເຮົາຢູ່ການປະຊຸມຕ່າງ ໆ ສະແດງເຖິງຄວາມນັບຖືທີ່ມີຕໍ່ກັບ ‘ພະມະຫາກະສັດແຫ່ງຊາດຕ່າງ ໆ’ ເຊິ່ງກໍຄືພະເຢໂຫວາພະເຈົ້າ ແລະຕໍ່ກັບສະຖານທີ່ທີ່ເຮົານະມັດສະການພະອົງ.—ເຢເຣມີ 10:7
ເພື່ອສະແດງເຖິງຄ່ານິຍົມທີ່ເຮົາດຳເນີນຊີວິດຕາມ. ຄຳພີໄບເບິນສະໜັບສະໜູນເຮົາໃຫ້ແຕ່ງຕົວ “ດ້ວຍໃຈຮູ້ຄວາມລັກອາຍ (ສຸພາບ) ແລະດ້ວຍສະຕິອັນດີ.” (1 ຕີໂມເຕ 2:9, 10) ການແຕ່ງຕົວທີ່ສຸພາບໝາຍເຖິງການຫຼີກລ່ຽງເຄື່ອງນຸ່ງທີ່ອາດດຶງຄວາມສົນໃຈມາໃສ່ເຮົາເອງ ເຊິ່ງພາໃຫ້ສະດຸດຕາ ຍົວະເຍົ້າ ຫຼືເປີດເຜີຍສັດສ່ວນ. ນອກຈາກນັ້ນ ການມີ “ສະຕິອັນດີ” ຊ່ວຍເຮົາໃຫ້ເລືອກເຄື່ອງນຸ່ງທີ່ເປັນຕາເບິ່ງເຊິ່ງບໍ່ຫຼົມຕ່າມຍ່າມຫຼືແບບສຸດໂຕ່ງ. ຫຼັກການຕ່າງໆເຫຼົ່ານີ້ຍັງມີບ່ອນວ່າງມາກມາຍສຳລັບການເລືອກສ່ວນຕົວ. ໂດຍທີ່ເຮົາບໍ່ຕ້ອງເວົ້າຫຍັງ ການແຕ່ງກາຍທີ່ເປັນຕາເບິ່ງແລະທີ່ຈົບງາມສາມາດ “ເປັນເຄື່ອງປະດັບຄຳສັ່ງສອນຂອງ . . . ຜູ້ຊ່ວຍເຮົາທັງຫຼາຍໃຫ້ພົ້ນ” ແລະ “ສັນລະເສີນພະເຈົ້າ.” (ຕິໂຕ 2:10; 1 ເປໂຕ 2:12) ດັ່ງນັ້ນ ໂດຍທີ່ເຮົາແຕ່ງຕົວດີສຳລັບການປະຊຸມ ເຮົາສົ່ງຜົນສະທ້ອນຕໍ່ວິທີທີ່ຄົນອື່ນມອງການນະມັດສະການພະເຢໂຫວາ.
ເຖິງແມ່ນວ່າບໍ່ມີເຄື່ອງນຸ່ງທີ່ເປັນທາງການ ທ່ານຍັງເຂົ້າຮ່ວມການປະຊຸມຕ່າງໆຢູ່ຫໍປະຊຸມໄດ້. ພວກເຮົາສາມາດແຕ່ງຕົວໃນແບບທີ່ເໝາະສົມ ສະອາດ ແລະຮຽບຮ້ອຍໂດຍທີ່ບໍ່ຈຳເປັນຕ້ອງໃສ່ເຄື່ອງນຸ່ງທີ່ລາຄາແພງຫຼືຫຼູຫຼາ.
ເມື່ອນະມັດສະການພະເຈົ້າ ການແຕ່ງຕົວຂອງເຮົາສຳຄັນສ່ຳໃດ?
ມີຫຼັກການຫຍັງທີ່ຊີ້ນຳເຮົາໃນການເລືອກເຄື່ອງນຸ່ງແລະການແຕ່ງຕົວ?