ບົດທີ 47
ເຈົ້າພ້ອມທີ່ຈະຮັບບັບເຕມາບໍ?
ເມື່ອເຈົ້າຮຽນຄຳພີໄບເບິນມາຈົນຮອດຕອນນີ້ ເຈົ້າຄືຊິໄດ້ຮູ້ຫຼາຍຢ່າງກ່ຽວກັບພະເຢໂຫວາ. ໄດ້ຮູ້ວ່າເພິ່ນມັກຫຍັງບໍ່ມັກຫຍັງແລະເຈົ້າກໍພະຍາຍາມເຮັດຕາມສິ່ງທີ່ເພິ່ນບອກ. ແຕ່ເຈົ້າອາດຮູ້ສຶກວ່າຍັງບໍ່ພ້ອມທີ່ຈະອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ. ໃນບົດນີ້ເຮົາຈະມາເບິ່ງວ່າມີບັນຫາຫຍັງແດ່ທີ່ອາດເຮັດໃຫ້ເຈົ້າບໍ່ພ້ອມທີ່ຈະຮັບບັບເຕມາແລະເຮົາຈະໄດ້ເບິ່ງນຳວ່າອັນໃດຈະຊ່ວຍໃຫ້ເຈົ້າພ້ອມທີ່ຈະຮັບບັບເຕມາ.
1. ເຈົ້າຕ້ອງມີຄວາມຮູ້ຫຼາຍສ່ຳໃດຈຶ່ງຈະຮັບບັບເຕມາໄດ້?
ເພື່ອຈະຮັບບັບເຕມາໄດ້ເຈົ້າຕ້ອງມີ “ຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ.” (1 ຕີໂມທຽວ 2:4) ນີ້ບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງຮູ້ທຸກເລື່ອງທີ່ຢູ່ໃນຄຳພີໄບເບິນກ່ອນຈຶ່ງຈະຮັບບັບເຕມາໄດ້. ເພາະແມ່ນແຕ່ຄົນທີ່ຮັບບັບເຕມາມາຫຼາຍປີແລ້ວກໍຍັງຕ້ອງຮຽນຫຼາຍຂຶ້ນເລື້ອຍໆ. (ໂກໂລຊາຍ 1:9, 10) ແຕ່ສິ່ງທີ່ເຈົ້າຕ້ອງຮູ້ກໍຄືຄຳສອນພື້ນຖານຂອງຄຳພີໄບເບິນ ແລະຖ້າເຈົ້າຢາກຮູ້ວ່າເຈົ້າມີຄວາມຮູ້ພຽງພໍແລ້ວບໍ ຜູ້ເບິ່ງແຍງໃນປະຊາຄົມຈະຊ່ວຍເຈົ້າໄດ້.
2. ມີຫຍັງອີກທີ່ເຈົ້າຕ້ອງເຮັດເພື່ອຈະຮັບບັບເຕມາໄດ້?
ກ່ອນທີ່ເຈົ້າຈະຮັບບັບເຕມາໄດ້ ເຈົ້າຕ້ອງ “ກັບໃຈແລະປ່ຽນແປງຊີວິດໃໝ່.” (ອ່ານກິດຈະການ 3:19) ນີ້ໝາຍຄວາມວ່າເຈົ້າຮູ້ສຶກເສຍໃຈແທ້ໆກັບຄວາມຜິດທຸກຢ່າງທີ່ເຄີຍເຮັດໄປແລະອະທິດຖານຂໍພະເຢໂຫວາໃຫ້ອະໄພເຈົ້າ. ແລ້ວເຈົ້າກໍຕ້ອງເຊົາເຮັດສິ່ງທີ່ພະເຢໂຫວາບອກວ່າຜິດແລະຕັ້ງໃຈໃຊ້ຊີວິດໃນແບບທີ່ເພິ່ນພໍໃຈນຳ. ນອກຈາກນັ້ນ ເຈົ້າຄວນໄປປະກາດແລະໄປປະຊຸມກັບປະຊາຄົມເປັນປະຈຳ.
3. ເປັນຫຍັງເຈົ້າບໍ່ຕ້ອງຢ້ານທີ່ຈະຮັບບັບເຕມາ?
ບາງຄົນບໍ່ກ້າຮັບບັບເຕມາຍ້ອນຢ້ານວ່າຈະເຮັດຕາມທີ່ສັນຍາໄວ້ກັບພະເຢໂຫວາບໍ່ໄດ້. ກໍແມ່ນຢູ່ ບາງຄັ້ງຄົນເຮົາອາດຈະເຮັດຜິດພາດ ຄຳພີໄບເບິນກໍບອກວ່າຄົນຂອງພະເຈົ້າທີ່ສັດຊື່ໃນສະໄໝກ່ອນກໍເຮັດຜິດພາດຄືກັນ. ແຕ່ຂໍໃຫ້ຈື່ໄວ້ວ່າພະເຢໂຫວາບໍ່ເຄີຍຄາດໝາຍຫຍັງທີ່ເກີນຄວາມສາມາດຂອງເຮົາ. (ອ່ານເພງສັນລະເສີນ 103:13, 14) ຖ້າເຈົ້າພະຍາຍາມເຮັດດີທີ່ສຸດເທົ່າທີ່ເຈົ້າເຮັດໄດ້ ພະເຢໂຫວາກໍຈະດີໃຈແລະຈະຊ່ວຍເຈົ້າ. ເພິ່ນຮັບຮອງກັບເຮົາວ່າ ‘ຈະບໍ່ມີຫຍັງຂັດຂວາງຄວາມຮັກທີ່ເພິ່ນສະແດງຕໍ່ພວກເຮົາ.’—ອ່ານໂຣມ 8:38, 39
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງວ່າຖ້າເຈົ້າຮູ້ຈັກພະເຢໂຫວາຫຼາຍຂຶ້ນແລະໃຫ້ເພິ່ນຊ່ວຍເຈົ້າ ເຈົ້າກໍຈະເອົາຊະນະບັນຫາຕ່າງໆແລະພ້ອມທີ່ຈະຮັບບັບເຕມາໄດ້.
4. ຮູ້ຈັກພະເຢໂຫວາຫຼາຍຂຶ້ນ
ເຈົ້າຕ້ອງຮູ້ຈັກພະເຢໂຫວາຫຼາຍສ່ຳໃດ? ກ່ອນທີ່ຈະຮັບບັບເຕມາ ເຈົ້າຕ້ອງຮູ້ຈັກພະເຢໂຫວາຫຼາຍພໍທີ່ຈະຮັກເພິ່ນແລະຢາກເຮັດໃຫ້ເພິ່ນພໍໃຈ. ເປີດວິດີໂອເພື່ອເບິ່ງວ່າອັນໃດຊ່ວຍຫຼາຍຄົນທີ່ຮຽນຄຳພີໄບເບິນໃຫ້ເຮັດແບບນັ້ນໄດ້. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ບາງຄົນເຮັດຫຍັງເພື່ອຈະຮັບບັບເຕມາໄດ້?
ອ່ານໂຣມ 12:2 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນສິ່ງທີ່ຄຳພີໄບເບິນບອກຫຼືທີ່ພະຍານພະເຢໂຫວາສອນ ມີຫຍັງບໍທີ່ເຈົ້າຍັງບໍ່ແນ່ໃຈວ່າເປັນຄວາມຈິງ?
ຖ້າເປັນແນວນັ້ນ ເຈົ້າຄິດວ່າເຈົ້າຄວນເຮັດຫຍັງ?
5. ເອົາຊະນະບັນຫາທີ່ເຮັດໃຫ້ບໍ່ພ້ອມທີ່ຈະຮັບບັບເຕມາ
ເມື່ອເຮົາຕັດສິນໃຈອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ ກໍບໍ່ແປກທີ່ເຮົາອາດເຈິບັນຫາ. ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ເພື່ອຈະຮັບໃຊ້ພະເຢໂຫວາໄດ້ ນາເຣັງເກີເຣີຕ້ອງເອົາຊະນະບັນຫາຫຍັງແດ່?
ຄວາມຮັກທີ່ລາວມີຕໍ່ພະເຢໂຫວາຊ່ວຍລາວໃຫ້ເອົາຊະນະບັນຫາເຫຼົ່ານັ້ນໄດ້ແນວໃດ?
ອ່ານສຸພາສິດ 29:25 ແລະ 2 ຕີໂມທຽວ 1:7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ອັນໃດຈະຊ່ວຍໃຫ້ເຮົາມີຄວາມກ້າທີ່ຈະເອົາຊະນະບັນຫາໄດ້?
6. ໄວ້ໃຈວ່າພະເຢໂຫວາຈະຊ່ວຍເຈົ້າໄດ້
ພະເຢໂຫວາພ້ອມທີ່ຈະຊ່ວຍເຈົ້າສະເໝີ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ເປັນຫຍັງນັກສຶກສາຄົນໜຶ່ງບໍ່ກ້າທີ່ຈະອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ?
ລາວຮູ້ຫຍັງກ່ຽວກັບພະເຢໂຫວາທີ່ຊ່ວຍໃຫ້ລາວໄວ້ໃຈເພິ່ນຫຼາຍຂຶ້ນ?
ອ່ານເອຊາຢາ 41:10, 13 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າໄດ້ສັນຍາກັບພະເຢໂຫວາຕອນທີ່ເຈົ້າອຸທິດໂຕໃຫ້ເພິ່ນ ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າຈະເຮັດຕາມສັນຍານັ້ນໄດ້?
7. ເຫັນຄ່າຫຼາຍຂຶ້ນໃນຄວາມຮັກທີ່ພະເຢໂຫວາມີຕໍ່ເຈົ້າ
ແຮ່ງເຈົ້າຄິດເຖິງພະເຢໂຫວາວ່າເພິ່ນຮັກເຈົ້າຫຼາຍສ່ຳໃດ ເຈົ້າກໍແຮ່ງຈະຮູ້ສຶກຂອບໃຈເພິ່ນ ແລະຖ້າເຈົ້າຮູ້ສຶກຂອບໃຈເພິ່ນຫຼາຍຂຶ້ນ ເຈົ້າກໍຈະຢາກຮັບໃຊ້ເພິ່ນຕະຫຼອດໄປ. ອ່ານເພງສັນລະເສີນ 40:5 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີສິ່ງດີໆຫຍັງແດ່ທີ່ມາຈາກພະເຢໂຫວາທີ່ເຈົ້າປະທັບໃຈເປັນພິເສດ?
ຜູ້ພະຍາກອນເຢເຣມີຢາຮັກພະເຢໂຫວາແລະຮັກຄຳສອນຂອງເພິ່ນ ແລະລາວຮູ້ສຶກຂອບໃຈທີ່ໄດ້ມີສິດທິພິເສດຮັບໃຊ້ພະເຢໂຫວາ. ລາວບອກວ່າ: “ຄຳເວົ້າຂອງພະອົງເຮັດໃຫ້ລູກມີຄວາມຍິນດີແລະມີຄວາມສຸກໃນໃຈ ຍ້ອນລູກຖືກເອີ້ນຕາມຊື່ຂອງພະອົງ.” (ເຢເຣມີຢາ 15:16) ຂໍໃຫ້ເຈົ້າຕອບຄຳຖາມຕໍ່ໄປນີ້:
ເປັນຫຍັງການເປັນພະຍານພະເຢໂຫວາຈຶ່ງເປັນສິດທິພິເສດຫຼາຍ?
ເຈົ້າຢາກຮັບບັບເຕມາເປັນພະຍານພະເຢໂຫວາບໍ?
ມີຫຍັງບໍທີ່ເຮັດໃຫ້ເຈົ້າຍັງບໍ່ພ້ອມທີ່ຈະຮັບບັບເຕມາ?
ແລ້ວເຈົ້າຄິດວ່າເຈົ້າຈະຕ້ອງເຮັດຫຍັງເພື່ອຈະຮັບບັບເຕມາໄດ້?
ບາງຄົນເວົ້າວ່າ: “ຂ້ອຍບໍ່ກ້າຮັບບັບເຕມາເພາະຢ້ານວ່າຈະເຮັດຕາມທີ່ສັນຍາໄວ້ກັບພະເຢໂຫວາບໍ່ໄດ້.”
ເຈົ້າຮູ້ສຶກແບບນັ້ນບໍ?
ສະຫຼຸບ
ຖ້າເຈົ້າໃຫ້ພະເຢໂຫວາຊ່ວຍ ເຈົ້າກໍຈະເອົາຊະນະບັນຫາທຸກຢ່າງແລະພ້ອມທີ່ຈະຮັບບັບເຕມາ.
ຄຳຖາມທົບທວນ
ເຈົ້າຕ້ອງມີຄວາມຮູ້ໃນຄຳພີໄບເບິນຫຼາຍສ່ຳໃດຈຶ່ງຈະຮັບບັບເຕມາໄດ້?
ມີຫຍັງທີ່ເຈົ້າຕ້ອງປ່ຽນແປງກ່ອນເພື່ອຈະຮັບບັບເຕມາໄດ້?
ເປັນຫຍັງເຈົ້າບໍ່ຕ້ອງຢ້ານທີ່ຈະຮັບບັບເຕມາ?
ເບິ່ງເພີ່ມເຕີມ
ອັນໃດຄວນເປັນເຫດຜົນທີ່ເຈົ້າຕັດສິນໃຈຮັບບັບເຕມາ?
“ເຈົ້າພ້ອມແລ້ວບໍທີ່ຈະຮັບບັບເຕມາ?” (ຫໍສັງເກດການ ເດືອນມີນາ ປີ 2020)
ເຈົ້າຈະເອົາຊະນະບັນຫາທີ່ເຮັດໃຫ້ບໍ່ພ້ອມຮັບບັບເຕມາໄດ້ແນວໃດ?
“ມີສິ່ງໃດບໍທີ່ຂັດຂວາງຂ້ອຍບໍ່ໃຫ້ຮັບບັບເຕມາ?” (ຫໍສັງເກດການເດືອນມີນາ ປີ 2019)
ເພື່ອຈະຮັບບັບເຕມາໄດ້ ຜູ້ຊາຍຄົນໜຶ່ງເອົາຊະນະບັນຫາຍາກໆໄດ້ແນວໃດ?
ຕອນທຳອິດອາຕາບໍ່ຢາກຮັບບັບເຕມາ. ແຕ່ອັນໃດເຮັດໃຫ້ລາວໝັ້ນໃຈວ່າລາວຄວນຮັບບັບເຕມາ?