ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • 2. ຄົນ​ທີ່​ບໍ່​ໄດ້​ເປັນ​ໝູ່​ກັບ​ພະເຈົ້າ​ມີ​ຄວາມ​ຮັກ​ທີ່​ຜິດໆແບບ​ໃດ? (ເບິ່ງ​ຮູບ​ທຳອິດ)

      2 ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ຍັງ​ບອກ​ລ່ວງ​ໜ້າ​ອີກ​ວ່າ​ໃນ​ສະໄໝ​ຂອງ​ເຮົາ ຄົນ​ທີ່​ບໍ່​ໄດ້​ເປັນ​ໝູ່​ກັບ​ພະເຈົ້າ​ຈະ​ມີ​ຄວາມ​ຮັກ​ອີກ​ແບບ​ໜຶ່ງ​ທີ່​ຜິດໆ ນັ້ນ​ຄື​ຄວາມ​ຮັກ​ທີ່​ເຫັນ​ແກ່​ຕົວ. ໂປໂລ​ບອກ​ໄວ້​ວ່າ: ໃນ​ສະໄໝ​ສຸດ​ທ້າຍ ຜູ້​ຄົນ​ຈະ “ຮັກ​ແຕ່​ຕົວ​ເອງ ມັກ [ຮັກ] ເງິນ​ຄຳ” ແລະ “ຮັກ​ການ​ສະໜຸກ​ສະໜານ​ຫຼາຍ​ກວ່າ​ຮັກ​ພະເຈົ້າ.” (2 ຕີໂມເຕ 3:1-4) ຄວາມ​ຮັກ​ແບບ​ນີ້​ກົງ​ກັນ​ຂ້າມ​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ. ບາງ​ຄົນ​ອາດ​ຄິດ​ວ່າ​ການ​ມຸ່ງ​ເຮັດ​ຕາມ​ເປົ້າ​ໝາຍ​ທີ່​ເຫັນ​ແກ່​ຕົວ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ ແຕ່​ແທ້ໆແລ້ວ​ບໍ່​ແມ່ນ​ແບບ​ນັ້ນ​ເລີຍ. ການ​ເຮັດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ໂລກ​ມີ​ແຕ່​ຄວາມ​ເຫັນ​ແກ່​ຕົວ​ແລະ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຊີວິດ​ທີ່​ຫຍຸ້ງຍາກ.

  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • 3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້? ແລະ​ຍ້ອນ​ຫຍັງ?

      3 ໂປໂລ​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຫັນ​ແກ່​ຕົວ​ຈະ​ກາຍ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ເຫັນ​ຢູ່​ທົ່ວໄປ​ແລະ​ຈະ​ເປັນ​ອັນຕະລາຍ​ຕໍ່​ຄລິດສະຕຽນ. ລາວ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ​ວ່າ​ໃຫ້ “ຢູ່​ຫ່າງໆ” ຫຼື​ຢ່າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຄົນ​ທີ່​ມີ​ຄວາມ​ຮັກ​ທີ່​ເຫັນ​ແກ່​ຕົວ​ນີ້. (2 ຕີໂມເຕ 3:5, ລ.ມ.) ແຕ່​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ບໍ່​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ. ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປ້ອງກັນ​ຕົວ​ເອງ​ບໍ່​ໃຫ້​ມີ​ຄວາມ​ຄິດ​ຄື​ກັບ​ຄົນ​ທົ່ວໄປ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ຄວາມ​ຮັກ​ພໍ​ໃຈ? ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມ​ຮັກ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ມີ​ກັບ​ຄວາມ​ຮັກ​ທີ່​ບອກ​ໄວ້​ໃນ 2 ຕີໂມເຕ 3:2-4. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ຕົວ​ເອງ​ວ່າ​ເຮົາ​ໄດ້​ສະແດງ​ຄວາມ​ຮັກ​ແບບ​ທີ່​ຖືກຕ້ອງ​ບໍ ເຊິ່ງ​ເຮັດ​ໃຫ້​ເຮົາ​ພໍ​ໃຈ​ກັບ​ຊີວິດ​ແລະ​ມີ​ຄວາມ​ສຸກ​ແທ້.

  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • ຮັກ​ພະເຈົ້າ​ຫຼື​ຮັກ​ຕົວ​ເອງ?

      4. ເປັນ​ຫຍັງ​ຈຶ່ງ​ບໍ່​ຜິດ​ທີ່​ເຮົາ​ຈະ​ຮັກ​ຕົວ​ເອງ​ແດ່​ໃນ​ແບບ​ທີ່​ເໝາະ​ສົມ?

      4 ໂປໂລ​ຂຽນ​ວ່າ: ‘ຜູ້​ຄົນ​ຈະ​ຮັກ​ແຕ່​ຕົວ​ເອງ’ ນີ້​ໝາຍ​ຄວາມ​ວ່າ​ການ​ຮັກ​ຕົວ​ເອງ​ເປັນ​ເລື່ອງ​ທີ່​ຜິດ​ບໍ? ບໍ່. ການ​ຮັກ​ຕົວ​ເອງ​ເປັນ​ເລື່ອງ​ປົກກະຕິ​ແລະ​ເປັນ​ເລື່ອງ​ທີ່​ຈຳເປັນ ເພາະ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ເປັນ​ແບບ​ນັ້ນ. ພະ​ເຍຊູ​ບອກ​ວ່າ: “ເຈົ້າ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ.” (ມາລະໂກ 12:31) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ສາມາດ​ຮັກ​ຄົນ​ອື່ນ​ໄດ້​ຖ້າ​ເຮົາ​ບໍ່​ຮັກ​ຕົວ​ເອງ. ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ: “ຜົວ​ທັງ​ມວນ​ຕ້ອງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ກາຍ​ຂອງ​ຕົນ​ເອງ. ຜູ້​ທີ່​ຮັກ​ເມຍ​ແຫ່ງ​ຕົນ​ກໍ​ຮັກ​ຕົວ​ເອງ ເຫດ​ວ່າ​ບໍ່​ມີ​ຜູ້​ໃດ​ໄດ້​ກຽດ​ຊັງ​ເນື້ອ​ໜັງ​ແຫ່ງ​ຕົນ​ສັກ​ເທື່ອ ແຕ່​ວ່າ​ລ້ຽງ​ໄວ້​ແລະ​ແພງ​ມັນ.” (ເອເຟດ 5:28, 29) ເຫັນ​ໄດ້​ແຈ້ງ​ວ່າ​ເຮົາ​ຕ້ອງ​ຮັກ​ຕົວ​ເອງ​ໃນ​ແບບ​ທີ່​ເໝາະ​ສົມ.

      ຜູ້​ຍິງ​ຄົນ​ໜຶ່ງ​ຮັກ​ຕົວ​ເອງ​ຫຼາຍ​ເກີນ​ໄປ

      5. ຄົນ​ທີ່​ຮັກ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ເປັນ​ຄົນ​ແບບ​ໃດ?

      5 ການ​ຮັກ​ຕົວ​ເອງ​ທີ່​ເວົ້າ​ເຖິງ​ໃນ 2 ຕີໂມເຕ 3:2 ບໍ່​ແມ່ນ​ຄວາມ​ຮັກ​ທີ່​ປົກກະຕິ​ຫຼື​ຄວາມ​ຮັກ​ໃນ​ແບບ​ທີ່​ຖືກຕ້ອງ ແຕ່​ເປັນ​ຄວາມ​ຮັກ​ທີ່​ເຫັນ​ແກ່​ຕົວ. ຄົນ​ແບບ​ນີ້​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ. (ອ່ານ​ໂລມ 12:3) ລາວ​ສົນ​ໃຈ​ຕົວ​ເອງ​ຫຼາຍ​ກວ່າ​ຄົນ​ອື່ນ ແລະ​ຖ້າ​ມີ​ຄວາມ​ຜິດ​ພາດ​ເກີດ​ຂຶ້ນ ລາວ​ຈະ​ໂທດ​ຄົນ​ອື່ນ​ແທນ​ທີ່​ຈະ​ໂທດ​ຕົວ​ເອງ. ປຶ້ມ​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ປຽບ​ທຽບ​ຄົນ​ແບບ​ນີ້​ຄື​ກັບ​ໂຕ​ເໝັ້ນ​ແຄະ ເໝັ້ນ​ຊະນິດ​ນີ້​ຈະ​ມ້ວນ​ຕົວ​ຄື​ໝາກ​ບານ​ເພື່ອ​ເຮັດ​ໃຫ້​ຕົວ​ເອງ​ອົບອຸ່ນ​ດ້ວຍ​ຂົນ​ທີ່​ອ່ອນ​ນຸ້ມ ແຕ່​ຄົນ​ອື່ນ​ຈະ​ເຫັນ​ແຕ່​ໜາມ​ທີ່​ແຫຼມໆຂອງ​ມັນ. ຄົນ​ທີ່​ຮັກ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ກໍ​ເປັນ​ຄື​ເໝັ້ນ​ຊະນິດ​ນີ້ ຄົນ​ແບບ​ນີ້​ບໍ່​ມີ​ຄວາມ​ສຸກ​ແທ້.

      ຄວາມ​ຮັກ​ແບບ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊ່ວຍ​ເຮົາ​ໃຫ້​ມີ​ນິດໄສ​ທີ່​ດີ

      6. ມີ​ຜົນ​ດີ​ຫຍັງ​ເມື່ອ​ເຮົາ​ມີ​ຄວາມ​ຮັກ​ແບບ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ?

      6 ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ເຊື່ອ​ວ່າ​ການ​ທີ່​ໂປໂລ​ເວົ້າ​ເຖິງ​ການ​ຮັກ​ແຕ່​ຕົວ​ເອງ​ເປັນ​ຢ່າງ​ທຳອິດ​ກໍ​ຍ້ອນ​ຄວາມ​ຮັກ​ແບບ​ນີ້​ຈະ​ເຮັດ​ໃຫ້​ເກີດ​ນິດໄສ​ທີ່​ບໍ່​ດີ​ອື່ນໆຕາມ​ທີ່​ໂປໂລ​ເວົ້າ​ເຖິງ​ຕໍ່​ຈາກ​ນັ້ນ. ແຕ່​ຄວາມ​ຮັກ​ແບບ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ນິດໄສ​ທີ່​ດີ​ອື່ນໆນຳ. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຮັກ​ແບບ​ນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ທົນ ຄວາມ​ກະລຸນາ ຄວາມ​ດີ ຄວາມ​ເຊື່ອ ຄວາມ​ອ່ອນ​ໂຍນ ແລະ​ການ​ຄວບຄຸມ​ຕົວ​ເອງ. (ຄາລາຊີ 5:22, 23) ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ຊາວ​ປະເທດ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ.” (ຄຳເພງ 144:15) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ສຸກ ແລະ​ປະຊາຊົນ​ຂອງ​ພະອົງ​ກໍ​ມີ​ຄວາມ​ສຸກ ເຊິ່ງ​ບໍ່​ຄື​ກັບ​ຄົນ​ທີ່​ຮັກ​ແຕ່​ຕົວ​ເອງ​ແລະ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ຕົວ​ເອງ​ຈະ​ໄດ້. ຜູ້​ຮັບໃຊ້​ຂອງ​ພະອົງ​ມີ​ຄວາມ​ສຸກ​ເພາະ​ເຂົາ​ເຈົ້າ​ມັກ​ໃຫ້​ຄົນ​ອື່ນ.—ກິດຈະການ 20:35

      ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ໃນ​ເຂດ​ປະກາດ

      ເຮົາ​ຈະ​ບໍ່​ເລີ່ມ​ເປັນ​ຄົນ​ທີ່​ຮັກ​ແຕ່​ຕົວ​ເອງ ຮັກ​ເງິນ​ຄຳ ແລະ​ຮັກ​ຄວາມ​ສະໜຸກ​ສະໜານ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 7)

      7. ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ​ເພື່ອ​ຈະ​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ເປັນ​ແນວ​ໃດ?

      7 ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ເລີ່ມ​ຮັກ​ຕົວ​ເອງ​ຫຼາຍ​ກວ່າ​ຮັກ​ພະເຈົ້າ? ໃຫ້​ຄິດ​ເຖິງ​ຄຳ​ແນະນຳ​ທີ່​ສຸຂຸມ​ນີ້​ທີ່​ວ່າ: “ຢ່າ​ເຮັດ​ຫຍັງ​ດ້ວຍ​ນ້ຳໃຈ​ຊີງ​ດີ​ຊີງ​ເດັ່ນ​ຫຼື​ຢ່າ​ຖື​ວ່າ​ຕົວ​ເອງ​ສຳຄັນ ແຕ່​ໃຫ້​ຖ່ອມ​ຕົວ​ແລະ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ ຢ່າ​ເຫັນ​ແກ່​ປະໂຫຍດ​ສ່ວນ​ຕົວ​ເທົ່າ​ນັ້ນ ໃຫ້​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.” (ຟີລິບ 2:3, 4, ລ.ມ.) ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ບໍ? ຂ້ອຍ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ບໍ? ຂ້ອຍ​ຫາ​ວິທີ​ຊ່ວຍ​ຄົນ​ອື່ນ​ໃນ​ປະຊາຄົມ​ແລະ​ຄົນ​ໃນ​ເຂດ​ປະກາດ​ບໍ?’ ບໍ່​ງ່າຍ​ສະເໝີ​ໄປ​ທີ່​ເຮົາ​ຈະ​ສະລະ​ເວລາ​ແລະ​ກຳລັງ​ເພື່ອ​ຄົນ​ອື່ນ ເພາະ​ນັ້ນ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແລະ​ເສຍ​ສະຫຼະ​ບາງ​ສິ່ງ​ທີ່​ເຮົາ​ມັກ. ແຕ່​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ໄປ​ກວ່າ​ການ​ໄດ້​ຮູ້​ວ່າ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ​ພໍ​ໃຈ​ໃນ​ຕົວ​ເຮົາ.

      8. ພີ່​ນ້ອງ​ບາງ​ຄົນ​ໄດ້​ເຮັດ​ຫຍັງ​ຍ້ອນ​ຮັກ​ພະ​ເຢໂຫວາ?

      8 ຍ້ອນ​ຮັກ​ພະເຈົ້າ​ແລະ​ຢາກ​ຮັບໃຊ້​ພະອົງ​ຫຼາຍ​ຂຶ້ນ ພີ່​ນ້ອງ​ບາງ​ຄົນ​ຈຶ່ງ​ຍອມ​ລາ​ອອກ​ຈາກ​ວຽກ​ທີ່​ມີ​ລາຍ​ໄດ້​ດີ​ເຊິ່ງ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮັ່ງມີ. ຕົວຢ່າງ: ເອຣິກ​ກາ​ເຊິ່ງ​ເປັນ​ໝໍ ລາວ​ເລືອກ​ເປັນ​ໄພໂອເນຍ​ແທນ​ທີ່​ຈະ​ທຸ່ມ​ເທ​ໃຫ້​ກັບ​ວຽກ​ອາຊີບ ລາວ​ກັບ​ຜົວ​ໄປ​ຮັບໃຊ້​ໃນ​ຫຼາຍ​ປະເທດ ລາວ​ບອກ​ວ່າ: “ການ​ໄປ​ຮັບໃຊ້​ໃນ​ເຂດ​ພາສາ​ຕ່າງ​ປະເທດ​ເຮັດ​ໃຫ້​ເຮົາ​ໄດ້​ປະສົບການ​ທີ່​ດີ​ຫຼາຍ​ຢ່າງ​ແລະ​ຍັງ​ໄດ້​ໝູ່​ໃໝ່​ນຳ ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຊີວິດ​ເຮົາ​ມີ​ຄວາມ​ໝາຍ​ແທ້ໆ.” ເອຣິກ​ກາ​ຍັງ​ເຮັດ​ວຽກ​ເປັນ​ໝໍ ແຕ່​ລາວ​ທຸ່ມ​ເທ​ເວລາ​ແລະ​ກຳລັງ​ໃຫ້​ກັບ​ການ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ພີ່​ນ້ອງ. ລາວ​ບອກ​ວ່າ​ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລາວ “ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ກັບ​ຊີວິດ​ແທ້ໆ.”

      ຮັ່ງມີ​ໃນ​ສະຫວັນ​ຫຼື​ໃນ​ໂລກ?

      ຜູ້​ຊາຍ​ຄົນ​ໜຶ່ງ​ຮັກ​ວັດຖຸ​ສິ່ງ​ຂອງ

      9. ເປັນ​ຫຍັງ​ຄົນ​ທີ່​ຮັກ​ເງິນ​ບໍ່​ມີ​ຄວາມ​ສຸກ?

      9 ໂປໂລ​ບອກ​ວ່າ​ຜູ້​ຄົນ​ຈະ “ມັກ [ຮັກ] ເງິນ​ຄຳ.” ຫຼາຍ​ປີ​ກ່ອນ ໄພໂອເນຍ​ຄົນ​ໜຶ່ງ​ໃນ​ອຽກລັງ​ໄດ້​ລົມ​ເລື່ອງ​ພະເຈົ້າ​ກັບ​ຊາຍ​ຄົນ​ໜຶ່ງ. ຊາຍ​ຄົນ​ນັ້ນ​ຈົກ​ເງິນ​ອອກ​ຈາກ​ກະເປົ໋າ​ແລ້ວ​ເວົ້າ​ວ່າ: “ນີ້​ແຫຼະ​ພະເຈົ້າ​ຂ້ອຍ!” ເຖິງ​ວ່າ​ຫຼາຍ​ຄົນ​ບໍ່​ໄດ້​ເວົ້າ​ແບບ​ນີ້​ແຕ່​ກໍ​ຄິດ​ແບບ​ນີ້​ແທ້ໆ ເຂົາ​ເຈົ້າ​ຮັກ​ເງິນ​ແລະ​ຊັບ​ສົມບັດ​ທີ່​ຊື້​ມາ. ຄຳພີ​ໄບເບິນ​ເຕືອນ​ວ່າ: “ຜູ້​ທີ່​ມັກ​ເງິນ​ກໍ​ບໍ່​ອີ່ມ​ດ້ວຍ​ເງິນ ແລະ​ຜູ້​ທີ່​ມັກ​ຊັບ​ສົມບັດ​ກໍ​ບໍ່​ອີ່ມ​ດ້ວຍ​ດອກ​ເບ້ຍ.” (ຜູ້​ເທສະໜາ​ປ່າວ​ປະກາດ 5:10) ຄົນ​ທີ່​ຮັກ​ເງິນ​ບໍ່​ເຄີຍ​ພໍ​ໃຈ​ກັບ​ເງິນ​ທີ່​ມີ ລາວ​ຢາກ​ໄດ້​ຫຼາຍ​ຂຶ້ນ​ເລື້ອຍໆແລະ​ທຸ່ມ​ເທ​ຊີວິດ​ເພື່ອ​ຫາ​ເງິນ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລາວ “ທຸກ​ໂສກ​ຫຼາຍ​ປະການ.”—1 ຕີໂມເຕ 6:9, 10

      10. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ລວຍ​ແລະ​ຄວາມ​ທຸກ?

      10 ແນ່ນອນ​ວ່າ​ເຮົາ​ຕ້ອງ​ມີ​ເງິນ. ເງິນ​ກໍ​ເປັນ​ເຄື່ອງ​ປ້ອງກັນ​ໃນ​ລະດັບ​ໜຶ່ງ. (ຜູ້​ເທສະໜາ​ປ່າວ​ປະກາດ 7:12) ແຕ່​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ບໍ​ຖ້າ​ເຮົາ​ມີ​ແຕ່​ສິ່ງ​ຈຳເປັນ​ພື້ນຖານ​ໃນ​ການ​ໃຊ້​ຊີວິດ? ແນ່​ນອນ! (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 5:12) ອາຄູຣ​ລູກ​ຂອງ​ຢາເກ​ຂຽນ​ວ່າ: “ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ເປັນ​ຄົນ​ຈົນ​ຫຼື​ເປັນ​ຄົນ​ມັ່ງ​ມີ. ຂໍ​ໂຜດ​ລ້ຽງ​ຂ້າ​ນ້ອຍ​ດ້ວຍ​ອາຫານ​ທີ່​ຂ້າ​ນ້ອຍ​ຕ້ອງ​ປະສົງ.” ບໍ່​ຍາກ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຊາຍ​ຄົນ​ນີ້​ບໍ່​ຢາກ​ທຸກ​ຍາກ ລາວ​ບອກ​ວ່າ​ຖ້າ​ລາວ​ທຸກ ລາວ​ອາດ​ຖືກ​ລໍ້​ໃຈ​ໃຫ້​ລັກ ແລະ​ການ​ລັກ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ. ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ຢາກ​ລວຍ? ລາວ​ບອກ​ວ່າ: “ຢ້ານ​ວ່າ​ຂ້າ​ນ້ອຍ​ຈະ​ອີ່ມ​ແລ້ວ​ແລະ​ປະຕິເສດ​ພະອົງ​ແລະ​ກ່າວ​ວ່າ ‘ພະ​ເຢໂຫວາ​ແມ່ນ​ຜູ້​ໃດ?’” (ສຸພາສິດ 30:8, 9) ເຈົ້າ​ຄົງ​ຮູ້ຈັກ​ບາງ​ຄົນ​ທີ່​ວາງໃຈ​ໃນ​ເງິນ​ຄຳ​ແທນ​ທີ່​ຈະ​ວາງໃຈ​ໃນ​ພະເຈົ້າ.

      11. ພະ​ເຍຊູ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເງິນ​ຄຳ?

      11 ຄົນ​ຮັກ​ເງິນ​ບໍ່​ສາມາດ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້. ພະ​ເຍຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້ ເຫດ​ວ່າ​ເພິ່ນ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ. ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” ເພິ່ນ​ຍັງ​ບອກ​ອີກ​ວ່າ: “ຢ່າຊູ່​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ແຜ່ນດິນ​ໂລກ​ທີ່​ມອດ​ແລະ​ຂີ້​ໝ້ຽງ​ກັດ​ກິນ​ເສຍ​ແລະ​ຄົນ​ຂະໂມຍ​ເຈາະ​ແລະ​ລັກ​ເອົາ. ແຕ່​ວ່າ​ຈົ່ງ​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ສະຫວັນ​ທີ່​ມອດ​ກໍ​ດີ ຂີ້​ໝ້ຽງ​ກໍ​ດີ​ບໍ່​ກັດ​ກິນ​ເສຍ ແລະ​ຄົນ​ຂະໂມຍ​ບໍ່​ເຈາະ​ບໍ່​ລັກ​ເອົາ.”— ມັດທາຍ 6:19, 20, 24

      12. ການ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັບໃຊ້​ພະເຈົ້າ? ຂໍ​ໃຫ້​ຍົກ​ຕົວຢ່າງ.

      12 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ກຳລັງ​ພະຍາຍາມ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ມີ​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຍັງ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ນຳ. ພີ່​ນ້ອງ​ແຈ໋ກ​ທີ່​ຢູ່​ສະຫະລັດ​ອາ​ເມຣິ​ກາ​ໄດ້​ຂາຍ​ເຮືອນ​ຫຼັງ​ໃຫຍ່​ແລະ​ທຸລະກິດ​ເພື່ອ​ມາ​ເປັນ​ໄພໂອເນຍ​ກັບ​ເມຍ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຍາກ​ແທ້ໆທີ່​ຈະ​ຖິ້ມ​ເຮືອນ​ທີ່​ສວຍ​ງາມ​ທີ່​ຢູ່​ນອກ​ຕົວ​ເມືອງ.” ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ແຈ໋ກ​ກັບ​ມາ​ເຮືອນ​ດ້ວຍ​ອາລົມ​ທີ່​ບໍ່​ດີ​ຍ້ອນ​ມີ​ບັນຫາ​ຢູ່​ບ່ອນ​ເຮັດ​ວຽກ ລາວ​ເລົ່າ​ວ່າ: “ເມຍ​ຂ້ອຍ​ທີ່​ເປັນ​ໄພໂອເນຍ​ປະຈຳ​ມີ​ຄວາມ​ສຸກ​ຕະຫຼອດ​ເວລາ. ເມຍ​ມັກ​ເວົ້າ​ວ່າ: ‘ຂ້ອຍ​ມີ​ເຈົ້ານາຍ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ເລີຍ!’ ຕອນ​ນີ້​ຂ້ອຍ​ກໍ​ເປັນ​ໄພໂອເນຍ​ຄື​ກັນ ເຮົາ​ເຮັດ​ວຽກ​ໃຫ້​ກັບ​ພະ​ເຢໂຫວາ​ເຈົ້ານາຍ​ດຽວ​ກັນ.”

      ການ​ໃຊ້​ຊີວິດ​ຂອງ​ຂ້ອຍ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ແທ້ໆ ກ່ຽວ​ກັບ​ເລື່ອງ​ເງິນ?

      ພີ່​ນ້ອງ​ຊາຍ​ໃສ່​ເງິນ​ໃນ​ກ່ອງ​ບໍລິຈາກ

      ເຮົາ​ຈະ​ບໍ່​ເລີ່ມ​ເປັນ​ຄົນ​ທີ່​ຮັກ​ແຕ່​ຕົວ​ເອງ ຮັກ​ເງິນ​ຄຳ ແລະ​ຮັກ​ຄວາມ​ສະໜຸກ​ສະໜານ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 13)

      13. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເງິນ?

      13 ເມື່ອ​ເຮົາ​ກວດ​ເບິ່ງ​ວ່າ​ເຮົາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເງິນ ເຮົາ​ຕ້ອງ​ສັດ​ຊື່​ກັບ​ຕົວ​ເອງ​ແລະ​ຖາມ​ວ່າ: ‘ການ​ໃຊ້​ຊີວິດ​ຂອງ​ຂ້ອຍ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ແທ້ໆກ່ຽວ​ກັບ​ເລື່ອງ​ເງິນ? ການ​ຫາ​ເງິນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ? ຂ້ອຍ​ສົນ​ໃຈ​ເລື່ອງ​ເງິນ​ຄຳ​ຫຼາຍ​ກວ່າ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ​ແລະ​ຄົນ​ອື່ນໆບໍ? ຂ້ອຍ​ເຊື່ອ​ແທ້ໆບໍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ຂ້ອຍ?’ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ໃຫ້​ຄົນ​ທີ່​ວາງໃຈ​ໃນ​ພະອົງ​ຜິດ​ຫວັງ​ເລີຍ!—ມັດທາຍ 6:33

  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • 4. ເປັນ​ຫຍັງ​ຈຶ່ງ​ບໍ່​ຜິດ​ທີ່​ເຮົາ​ຈະ​ຮັກ​ຕົວ​ເອງ​ແດ່​ໃນ​ແບບ​ທີ່​ເໝາະ​ສົມ?

      4 ໂປໂລ​ຂຽນ​ວ່າ: ‘ຜູ້​ຄົນ​ຈະ​ຮັກ​ແຕ່​ຕົວ​ເອງ’ ນີ້​ໝາຍ​ຄວາມ​ວ່າ​ການ​ຮັກ​ຕົວ​ເອງ​ເປັນ​ເລື່ອງ​ທີ່​ຜິດ​ບໍ? ບໍ່. ການ​ຮັກ​ຕົວ​ເອງ​ເປັນ​ເລື່ອງ​ປົກກະຕິ​ແລະ​ເປັນ​ເລື່ອງ​ທີ່​ຈຳເປັນ ເພາະ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ເປັນ​ແບບ​ນັ້ນ. ພະ​ເຍຊູ​ບອກ​ວ່າ: “ເຈົ້າ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ.” (ມາລະໂກ 12:31) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ສາມາດ​ຮັກ​ຄົນ​ອື່ນ​ໄດ້​ຖ້າ​ເຮົາ​ບໍ່​ຮັກ​ຕົວ​ເອງ. ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ: “ຜົວ​ທັງ​ມວນ​ຕ້ອງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ກາຍ​ຂອງ​ຕົນ​ເອງ. ຜູ້​ທີ່​ຮັກ​ເມຍ​ແຫ່ງ​ຕົນ​ກໍ​ຮັກ​ຕົວ​ເອງ ເຫດ​ວ່າ​ບໍ່​ມີ​ຜູ້​ໃດ​ໄດ້​ກຽດ​ຊັງ​ເນື້ອ​ໜັງ​ແຫ່ງ​ຕົນ​ສັກ​ເທື່ອ ແຕ່​ວ່າ​ລ້ຽງ​ໄວ້​ແລະ​ແພງ​ມັນ.” (ເອເຟດ 5:28, 29) ເຫັນ​ໄດ້​ແຈ້ງ​ວ່າ​ເຮົາ​ຕ້ອງ​ຮັກ​ຕົວ​ເອງ​ໃນ​ແບບ​ທີ່​ເໝາະ​ສົມ.

  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • ຮັ່ງມີ​ໃນ​ສະຫວັນ​ຫຼື​ໃນ​ໂລກ?

  • ຄວາມ​ຮັກ​ແບບ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້?
    ຫໍສັງເກດການ (ສຶກສາ)—2018 | ມັງກອນ
    • 10. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ລວຍ​ແລະ​ຄວາມ​ທຸກ?

      10 ແນ່ນອນ​ວ່າ​ເຮົາ​ຕ້ອງ​ມີ​ເງິນ. ເງິນ​ກໍ​ເປັນ​ເຄື່ອງ​ປ້ອງກັນ​ໃນ​ລະດັບ​ໜຶ່ງ. (ຜູ້​ເທສະໜາ​ປ່າວ​ປະກາດ 7:12) ແຕ່​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ບໍ​ຖ້າ​ເຮົາ​ມີ​ແຕ່​ສິ່ງ​ຈຳເປັນ​ພື້ນຖານ​ໃນ​ການ​ໃຊ້​ຊີວິດ? ແນ່​ນອນ! (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 5:12) ອາຄູຣ​ລູກ​ຂອງ​ຢາເກ​ຂຽນ​ວ່າ: “ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ເປັນ​ຄົນ​ຈົນ​ຫຼື​ເປັນ​ຄົນ​ມັ່ງ​ມີ. ຂໍ​ໂຜດ​ລ້ຽງ​ຂ້າ​ນ້ອຍ​ດ້ວຍ​ອາຫານ​ທີ່​ຂ້າ​ນ້ອຍ​ຕ້ອງ​ປະສົງ.” ບໍ່​ຍາກ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຊາຍ​ຄົນ​ນີ້​ບໍ່​ຢາກ​ທຸກ​ຍາກ ລາວ​ບອກ​ວ່າ​ຖ້າ​ລາວ​ທຸກ ລາວ​ອາດ​ຖືກ​ລໍ້​ໃຈ​ໃຫ້​ລັກ ແລະ​ການ​ລັກ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ. ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ຢາກ​ລວຍ? ລາວ​ບອກ​ວ່າ: “ຢ້ານ​ວ່າ​ຂ້າ​ນ້ອຍ​ຈະ​ອີ່ມ​ແລ້ວ​ແລະ​ປະຕິເສດ​ພະອົງ​ແລະ​ກ່າວ​ວ່າ ‘ພະ​ເຢໂຫວາ​ແມ່ນ​ຜູ້​ໃດ?’” (ສຸພາສິດ 30:8, 9) ເຈົ້າ​ຄົງ​ຮູ້ຈັກ​ບາງ​ຄົນ​ທີ່​ວາງໃຈ​ໃນ​ເງິນ​ຄຳ​ແທນ​ທີ່​ຈະ​ວາງໃຈ​ໃນ​ພະເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌