-
ຄຳພີໄບເບິນບອກຫຍັງກ່ຽວກັບເລື່ອງເພດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 41
ຄຳພີໄບເບິນບອກຫຍັງກ່ຽວກັບເລື່ອງເພດ?
ຫຼາຍຄົນຮູ້ສຶກອາຍທີ່ຈະເວົ້າເຖິງເລື່ອງເພດ. ແຕ່ຄຳພີໄບເບິນເວົ້າເຖິງເລື່ອງນີ້ຢ່າງເໝາະສົມແລະກົງໄປກົງມາ. ສິ່ງທີ່ຄຳພີໄບເບິນບອກເປັນປະໂຫຍດກັບເຮົາ. ທີ່ເປັນແບບນັ້ນ ກໍຍ້ອນວ່າພະເຢໂຫວາພະເຈົ້າເປັນຜູ້ສ້າງໂຕເຮົາ. ເພິ່ນເລີຍຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ. ເພິ່ນບອກວ່າເຮົາຄວນໃຊ້ຊີວິດແນວໃດເພື່ອເພິ່ນຈະພໍໃຈ ແລ້ວເຮົາກໍຈະມີຊີວິດທີ່ມີຄວາມສຸກຕະຫຼອດໄປໄດ້.
1. ພະເຢໂຫວາຄິດແນວໃດໃນເລື່ອງເພດ?
ເພດສຳພັນເປັນຄືກັບຂອງຂວັນທີ່ມາຈາກພະເຢໂຫວາ. ເພິ່ນຢາກໃຫ້ຜູ້ຊາຍກັບຜູ້ຍິງທີ່ແຕ່ງດອງກັນແລ້ວເທົ່ານັ້ນທີ່ຈະມີເພດສຳພັນກັນໄດ້. ການມີເພດສຳພັນກໍບໍ່ແມ່ນເພື່ອຈະໃຫ້ມີລູກເທົ່ານັ້ນ ແຕ່ເປັນວິທີທີ່ທັງສອງຄົນຈະສະແດງຄວາມຮັກຕໍ່ກັນນຳ. ຄຳພີໄບເບິນບອກວ່າ: “ໃຫ້ລູກມີຄວາມສຸກກັບເມຍທີ່ເອົາກັນຕັ້ງແຕ່ຍັງໜຸ່ມ.” (ສຸພາສິດ 5:18, 19) ພະເຢໂຫວາຢາກໃຫ້ຜົວເມຍສັດຊື່ຕໍ່ກັນແລະບໍ່ມີຊູ້.—ອ່ານເຮັບເຣີ 13:4
2. ການເຮັດຜິດສິນລະທຳທາງເພດໝາຍເຖິງຫຍັງ?
ຄຳພີໄບເບິນບອກວ່າ “ຄົນເຮັດຜິດສິນລະທຳທາງເພດ . . . ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.” (1 ໂກຣິນໂທ 6:9, 10) ຄຳວ່າເຮັດຜິດສິນລະທຳທາງເພດໃນຄຳພີໄບເບິນມາຈາກຄຳພາສາກຣີກ ພໍເນຍ. ຄຳນີ້ໝາຍເຖິງ (1) ການມີເພດສຳພັນaຂອງຄົນທີ່ຍັງບໍ່ແຕ່ງດອງກັນ (2) ການມີເພດສຳພັນກັບຄົນເພດດຽວກັນ ແລະ (3) ການມີເພດສຳພັນກັບສັດ. ຄຳພີໄບເບິນບອກວ່າໃຫ້ “ງົດເວັ້ນຈາກການເຮັດຜິດສິນລະທຳທາງເພດ.” ຖ້າເຮົາເຮັດຕາມຄຳແນະນຳນີ້ ພະເຢໂຫວາກໍຈະພໍໃຈແລະເຮົາກໍຈະມີຄວາມສຸກ.—1 ເທຊະໂລນິກ 4:3
ຮຽນຮູ້ຫຼາຍຂຶ້ນ
ໃຫ້ເຮົາມາເບິ່ງວິທີທີ່ຈະຫຼີກລ່ຽງການເຮັດຜິດສິນລະທຳທາງເພດແລະປະໂຫຍດທີ່ເຈົ້າຈະໄດ້ຮັບຖ້າເຈົ້າເປັນຄົນສະອາດທາງສິນລະທຳ.
3. ໜີຈາກການເຮັດຜິດສິນລະທຳທາງເພດ
ໂຢເຊັບເຊິ່ງເປັນຊາຍໜຸ່ມທີ່ສັດຊື່ໄດ້ພະຍາຍາມເຕັມທີເພື່ອຈະເປັນຄົນສະອາດທາງສິນລະທຳ. ອ່ານປະຖົມມະການ 39:1-12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງໂຢເຊັບຈຶ່ງບໍ່ຢາກເຮັດຜິດສິນລະທຳທາງເພດ?—ເບິ່ງຂໍ້ 9
ເຈົ້າຄິດວ່າໂຢເຊັບຕັດສິນໃຈຖືກຕ້ອງບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ໜຸ່ມສາວໃນທຸກມື້ນີ້ຈະຮຽນແບບໂຢເຊັບແລະໜີຈາກການເຮັດຜິດສິນລະທຳທາງເພດໄດ້ແນວໃດ? ເປີດວິດີໂອ.
ພະເຢໂຫວາບໍ່ຢາກໃຫ້ເຮົາເຮັດຜິດສິນລະທຳທາງເພດ. ອ່ານ 1 ໂກຣິນໂທ 6:18 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີສະຖານະການໃດແດ່ທີ່ອາດຈະເຮັດໃຫ້ຄົນເຮົາເຮັດຜິດສິນລະທຳທາງເພດ?
ເຈົ້າຈະໜີຈາກການເຮັດຜິດສິນລະທຳທາງເພດໄດ້ແນວໃດ?
4. ເຈົ້າຕ້ານທານການລໍ້ໃຈໄດ້
ເປັນຫຍັງອາດບໍ່ງ່າຍທີ່ຈະຕ້ານທານການລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ? ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພີ່ນ້ອງຊາຍໃນວິດີໂອໄດ້ເຮັດຫຍັງຕອນທີ່ຮູ້ໂຕວ່າຖ້າລາວເລີ່ມຄິດແລະເຮັດສິ່ງທີ່ບໍ່ດີ ລາວອາດບໍ່ສັດຊື່ຕໍ່ເມຍ?
ແມ່ນແຕ່ຄລິດສະຕຽນທີ່ສັດຊື່ກໍຍັງຕ້ອງພະຍາຍາມຮັກສາຄວາມຄິດຂອງໂຕເອງໃຫ້ສະອາດ. ຖ້າບາງຄັ້ງເຈົ້າຄິດເຖິງເລື່ອງທີ່ຜິດສິນລະທຳ ອັນໃດຈະຊ່ວຍເຈົ້າໄດ້? ອ່ານຟີລິບປອຍ 4:8 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາຄວນຄິດເຖິງເລື່ອງແບບໃດແດ່?
ການອ່ານຄຳພີໄບເບິນແລະດຸໝັ່ນຮັບໃຊ້ພະເຢໂຫວາຈະຊ່ວຍເຮົາແນວໃດໃຫ້ຕ້ານທານການລໍ້ໃຈທີ່ຈະເຮັດຜິດສິນລະທຳ?
5. ມາດຕະຖານຂອງພະເຢໂຫວາເປັນປະໂຫຍດກັບເຮົາ
ພະເຢໂຫວາຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ. ເພິ່ນບອກວ່າເຮົາຈະເປັນຄົນສະອາດທາງສິນລະທຳໄດ້ແນວໃດແລະບອກນຳວ່າເຮົາຈະໄດ້ປະໂຫຍດຫຍັງຖ້າເຮັດແບບນັ້ນ. ອ່ານສຸພາສິດ 7:7-27 ຫຼືເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຊາຍໜຸ່ມເຮັດຫຍັງທີ່ເຮັດໃຫ້ໂຕເອງໄປຢູ່ໃນສະຖານະການທີ່ລໍ້ໃຈ?—ເບິ່ງສຸພາສິດ 7:8, 9
ສຸພາສິດ 7:23, 26 ບອກວ່າການເຮັດຜິດສິນລະທຳທາງເພດມີຜົນເສຍຫາຍຮ້າຍແຮງຫຼາຍຢ່າງ.ແຕ່ຖ້າເຮົາເປັນຄົນສະອາດທາງສິນລະທຳ ເຮົາຈະບໍ່ຕ້ອງເຈິບັນຫາຫຍັງແດ່?
ຖ້າເຮົາເປັນຄົນສະອາດທາງສິນລະທຳ ພະເຢໂຫວາຈະໃຫ້ຫຍັງເຮົາໃນອະນາຄົດ?
ເມື່ອອ່ານຄຳພີໄບເບິນບາງຄົນຮູ້ສຶກວ່າພະເຢໂຫວາໃຈແຄບກັບຄົນທີ່ຮັກເພດດຽວກັນ. ແຕ່ແທ້ໆແລ້ວ ພະເຢໂຫວາເປັນຄວາມຮັກແລະຢາກໃຫ້ທຸກຄົນມີຊີວິດທີ່ມີຄວາມສຸກຕະຫຼອດໄປ. ແຕ່ເພື່ອຈະໄດ້ຊີວິດແບບນັ້ນ ເຮົາກໍຕ້ອງເຮັດຕາມມາດຕະຖານຂອງເພິ່ນ. ອ່ານ 1 ໂກຣິນໂທ 6:9-11 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຈົ້າເບິ່ງວ່າການຮັກເພດດຽວກັນເປັນພຽງເລື່ອງດຽວບໍທີ່ຄົນເຮົາຕ້ອງປ່ຽນແປງ?
ເພື່ອໃຫ້ພະເຢໂຫວາພໍໃຈ ເຮົາທຸກຄົນຕ້ອງປ່ຽນແປງໂຕເອງ ແລະການເຮັດແບບນັ້ນຈະເປັນປະໂຫຍດກັບເຮົານຳ. ອ່ານເພງສັນລະເສີນ 19:8, 11 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາຢາກໃຫ້ເຮົາເຮັດຕາມມາດຕະຖານຂອງເພິ່ນໃນເລື່ອງສິນລະທຳ ເຈົ້າຄິດວ່າເຮົາຈະເຮັດໄດ້ບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ພະເຢໂຫວາເຄີຍຊ່ວຍຫຼາຍຄົນໃຫ້ເຮັດຕາມມາດຕະຖານຂອງເພິ່ນ. ເພິ່ນກໍຊ່ວຍເຈົ້າໄດ້ຄືກັນ
ບາງຄົນເວົ້າວ່າ: “ຖ້າສອງຄົນຮັກກັນ ມັນກໍບໍ່ໄດ້ຜິດທີ່ເຂົາເຈົ້າຈະມີຫຍັງກັນ.”
ຖ້າມີຄົນບອກແບບນີ້ ເຈົ້າຈະເວົ້າກັບລາວແນວໃດ?
ສະຫຼຸບ
ເພດສຳພັນເປັນຂອງຂວັນທີ່ພະເຢໂຫວາໃຫ້ກັບຜົວເມຍເພື່ອເຂົາເຈົ້າຈະມີຄວາມສຸກ.
ຄຳຖາມທົບທວນ
ການເຮັດຜິດສິນລະທຳທາງເພດໝາຍເຖິງຫຍັງແດ່?
ອັນໃດຈະຊ່ວຍເຮົາບໍ່ໃຫ້ເຮັດຜິດສິນລະທຳທາງເພດ?
ເຮົາຈະໄດ້ປະໂຫຍດຫຍັງຖ້າເຮົາເຮັດຕາມມາດຕະຖານທາງສິນລະທຳທີ່ພະເຢໂຫວາບອກໄວ້?
ເບິ່ງເພີ່ມເຕີມ
ພະເຈົ້າຢາກໃຫ້ຜູ້ຊາຍກັບຜູ້ຍິງທີ່ຢາກໃຊ້ຊີວິດນຳກັນແຕ່ງດອງກັນ.
“ຄຳພີໄບເບິນບອກແນວໃດເລື່ອງການຢູ່ນຳກັນໂດຍບໍ່ໄດ້ແຕ່ງດອງ?” (ບົດຄວາມໃນເວັບໄຊ)
ເຖິງຄຳພີໄບເບິນບອກວ່າການຮັກເພດດຽວກັນເປັນເລື່ອງຜິດ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຕ້ອງຊັງເຂົາເຈົ້າ.
ກົດໝາຍຂອງພະເຈົ້າກ່ຽວກັບເລື່ອງເພດຊ່ວຍປົກປ້ອງເຮົາແນວໃດ?
“ການຮ່ວມເພດທາງປາກແມ່ນການມີເພດສຳພັນບໍ?” (ບົດຄວາມໃນເວັບໄຊ)
ອ່ານເລື່ອງ “ເຂົາເຈົ້າໃຫ້ກຽດຂ້ອຍ” ເພື່ອເບິ່ງວ່າອັນໃດຊ່ວຍໃຫ້ຜູ້ຊາຍຄົນໜຶ່ງທີ່ເຄີຍເປັນຄົນຮັກເພດດຽວກັນປ່ຽນແປງໂຕເອງແລະເຮັດໃຫ້ພະເຈົ້າພໍໃຈ.
a ນອກຈາກເພດສຳພັນແບບທົ່ວໄປແລ້ວ ນີ້ຍັງລວມເຖິງການຮ່ວມເພດທາງປາກ ການຮ່ວມເພດທາງຮູທະວານ ແລະການລູບຄຳອະໄວຍະວະເພດຂອງຄົນທີ່ບໍ່ແມ່ນຄູ່ຂອງໂຕເອງ.
-
-
ຄຳພີໄບເບິນບອກຫຍັງເລື່ອງການເປັນໂສດແລະການແຕ່ງດອງ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 42
ຄຳພີໄບເບິນບອກຫຍັງເລື່ອງການເປັນໂສດແລະການແຕ່ງດອງ?
ບາງຄົນບອກວ່າຖ້າບໍ່ແຕ່ງດອງກໍຈະບໍ່ມີຄວາມສຸກ. ແຕ່ທີ່ຈິງ ບໍ່ແມ່ນທຸກຄົນທີ່ແຕ່ງດອງແລ້ວຈະມີຄວາມສຸກ ແລະຫຼາຍຄົນທີ່ເປັນໂສດກໍມີຄວາມສຸກໄດ້. ຄຳພີໄບເບິນບອກວ່າທັງການເປັນໂສດແລະການແຕ່ງດອງເປັນຂອງຂວັນທີ່ມາຈາກພະເຈົ້າ.
1. ການເປັນໂສດມີຂໍ້ດີຫຍັງແດ່?
ຄຳພີໄບເບິນບອກວ່າ: “ຄົນທີ່ແຕ່ງດອງກໍເຮັດດີຄືກັນ ແຕ່ຄົນທີ່ຢູ່ເປັນໂສດກໍເຮັດດີກວ່າ.” (ອ່ານ 1 ໂກຣິນໂທ 7:32, 33, 38) ຄົນໂສດເຮັດດີກວ່າແນວໃດ? ຄລິດສະຕຽນທີ່ເປັນໂສດບໍ່ມີຄູ່ທີ່ຕ້ອງເບິ່ງແຍງ ແລະເຂົາເຈົ້າກໍມີອິດສະຫຼະທີ່ຈະເຮັດຫຍັງໄດ້ຫຼາຍໆຢ່າງຫຼາຍກວ່າຄົນທີ່ແຕ່ງດອງແລ້ວ ເຊັ່ນ ເຂົາເຈົ້າສາມາດຮັບໃຊ້ພະເຈົ້າໄດ້ຫຼາຍຂຶ້ນ ໂດຍຍ້າຍໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ນອກຈາກນັ້ນ ເຂົາເຈົ້າຍັງມີເວລາຫຼາຍກວ່າຄົນທີ່ແຕ່ງດອງແລ້ວ ແລະໃຊ້ເວລານັ້ນເພື່ອຈະສະໜິດກັບພະເຢໂຫວາໄດ້.
2. ການແຕ່ງດອງຢ່າງຖືກຕ້ອງຕາມກົດໝາຍມີຂໍ້ດີຫຍັງແດ່?
ການເປັນໂສດມີຂໍ້ດີຫຼາຍຢ່າງ ແຕ່ການແຕ່ງດອງກໍມີຂໍ້ດີຫຼາຍຢ່າງຄືກັນ. ຄຳພີໄບເບິນບອກວ່າ “ສອງຄົນກໍດີກວ່າຄົນດຽວ.” (ປັນຍາຈານ 4:9) ຂໍ້ຄຳພີນີ້ເກີດຂຶ້ນແທ້ກັບຄົນທີ່ເຮັດຕາມຄຳແນະນຳໃນຄຳພີໄບເບິນເລື່ອງຊີວິດຄູ່. ຄົນທີ່ແຕ່ງດອງກັນຢ່າງຖືກຕ້ອງຕາມກົດໝາຍໂດຍຈົດທະບຽນແຕ່ງດອງກໍຄືກັບເຂົາເຈົ້າສັນຍາວ່າຈະຮັກ ນັບຖື ແລະຫ່ວງໃຍຄູ່ຂອງເຂົາເຈົ້າສະເໝີ. ການເຮັດແບບນີ້ຈະເຮັດໃຫ້ເຂົາເຈົ້າຮູ້ສຶກໝັ້ນຄົງຫຼາຍກວ່າຄູ່ທີ່ຢູ່ນຳກັນໂດຍບໍ່ໄດ້ຈົດທະບຽນແຕ່ງດອງ ແລະລູກຂອງເຂົາເຈົ້າກໍຈະຮູ້ສຶກໝັ້ນຄົງແລະປອດໄພນຳ.
3. ພະເຢໂຫວາຄິດແນວໃດເລື່ອງການແຕ່ງດອງ?
ຕອນທີ່ພະເຢໂຫວາໃຫ້ມີການແຕ່ງດອງເທື່ອທຳອິດ ເພິ່ນບອກວ່າ: “ຜູ້ຊາຍຈະຈາກພໍ່ແມ່ໄປຢູ່ກັບເມຍ.” (ປະຖົມມະການ 2:24) ພະເຢໂຫວາຢາກໃຫ້ຜົວເມຍຮັກກັນແລະຢູ່ນຳກັນໄປຕະຫຼອດຊີວິດ. ມີເລື່ອງດຽວເທົ່ານັ້ນທີ່ພະເຢໂຫວາຍອມໃຫ້ຢ່າຮ້າງໄດ້ນັ້ນຄືເມື່ອອີກຝ່າຍໜຶ່ງນອກໃຈໄປມີຊູ້. ຖ້າເປັນແບບນັ້ນ ຝ່າຍທີ່ບໍ່ໄດ້ເຮັດຜິດກໍມີສິດເລືອກວ່າຈະຢ່າຮ້າງຫຼືຈະຢູ່ນຳກັນຕໍ່ໄປ.a (ມັດທາຍ 19:9) ພະເຢໂຫວາບໍ່ອະນຸຍາດໃຫ້ຄລິດສະຕຽນມີຜົວຫຼືເມຍຫຼາຍຄົນ.—1 ຕີໂມທຽວ 3:2
ຮຽນຮູ້ຫຼາຍຂຶ້ນ
ເຮັດແນວໃດເຈົ້າຈຶ່ງຈະມີຄວາມສຸກແລະເຮັດໃຫ້ພະເຢໂຫວາມີຄວາມສຸກບໍ່ວ່າເຈົ້າເປັນຄົນໂສດຫຼືແຕ່ງດອງແລ້ວ.
4. ໃຊ້ການເປັນໂສດທີ່ເປັນຄືກັບຂອງຂວັນໃຫ້ເປັນປະໂຫຍດ
ພະເຢຊູເບິ່ງວ່າການເປັນໂສດເປັນຄືກັບຂອງຂວັນ. (ມັດທາຍ 19:11, 12) ອ່ານມັດທາຍ 4:23 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢຊູໃຊ້ການເປັນໂສດທີ່ເປັນຄືກັບຂອງຂວັນເພື່ອຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອຄົນອື່ນໆແນວໃດ?
ຄລິດສະຕຽນທີ່ເປັນໂສດມີຄວາມສຸກໄດ້ໂດຍຮຽນແບບຕົວຢ່າງຂອງພະເຢຊູ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄລິດສະຕຽນທີ່ເປັນໂສດຈະໃຊ້ຊີວິດຢ່າງມີຄວາມສຸກໄດ້ໂດຍເຮັດສິ່ງດີໆຫຍັງແດ່?
ເຈົ້າຮູ້ບໍ?
ຄຳພີໄບເບິນບໍ່ໄດ້ກຳນົດວ່າຕ້ອງອາຍຸເທົ່າໃດຈຶ່ງຈະແຕ່ງດອງໄດ້. ແຕ່ແນະນຳໃຫ້ຖ້າຈົນ “ກາຍໄວໜຸ່ມສາວໄປແລ້ວ” ເພາະຊ່ວງໜຸ່ມສາວເປັນຊ່ວງເວລາທີ່ມີຄວາມຕ້ອງການທາງເພດສູງ. ດັ່ງນັ້ນ ຈຶ່ງດີກວ່າທີ່ຈະແຕ່ງດອງຫຼັງຈາກກາຍຊ່ວງນັ້ນໄປ ເພາະຄົນເຮົາຈະຄິດຮອບຄອບຫຼາຍຂຶ້ນ.—1 ໂກຣິນໂທ 7:36
5. ຄິດດີໆວ່າຈະແຕ່ງດອງກັບໃຜ
ການຕັດສິນໃຈວ່າຈະແຕ່ງດອງກັບໃຜເປັນເລື່ອງທີ່ສຳຄັນຫຼາຍ. ອ່ານມັດທາຍ 19:4-6, 9 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຄົນທີ່ເປັນຄລິດສະຕຽນບໍ່ຄວນຟ້າວແຕ່ງດອງ ແຕ່ຄວນຄິດດີໆກ່ອນ?
ຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວ່າຄົນທີ່ເຮົາຈະແຕ່ງດອງນຳຄວນເປັນຄົນແບບໃດ. ສິ່ງສຳຄັນທີ່ສຸດກໍຄື ຄົນນັ້ນຕ້ອງຮັກພະເຢໂຫວາ.b ອ່ານ 1 ໂກຣິນໂທ 7:39 ແລະ 2 ໂກຣິນໂທ 6:14. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງເຮົາຄວນແຕ່ງດອງກັບຄົນທີ່ເປັນຄລິດສະຕຽນເທົ່ານັ້ນ?
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາແຕ່ງດອງກັບຄົນທີ່ບໍ່ໄດ້ຮັກເພິ່ນ?
ຖ້າສັດສອງໂຕທີ່ແຕກຕ່າງກັນຫຼາຍມາເຂົ້າທຽມແອກກັນ ທັງສອງໂຕກໍຈະໄດ້ຮັບບາດເຈັບ. ຄ້າຍຄືກັນ ຄລິດສະຕຽນທີ່ແຕ່ງດອງກັບຄົນທີ່ມີຄວາມເຊື່ອບໍ່ຄືກັນກໍຈະເຈິກັບບັນຫາຫຼາຍຢ່າງ
6. ເບິ່ງການແຕ່ງດອງຄືທີ່ພະເຢໂຫວາເບິ່ງ
ໃນສະໄໝກ່ອນ ຜູ້ຊາຍຄົນອິດສະຣາເອນບາງຄົນຢ່າຮ້າງກັບເມຍດ້ວຍເຫດຜົນທີ່ເຫັນແກ່ໂຕ. ອ່ານມາລາກີ 2:13, 14, 16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເມື່ອມີການຢ່າຮ້າງໂດຍທີ່ອີກຝ່າຍໜຶ່ງບໍ່ໄດ້ມີຊູ້ ພະເຢໂຫວາຮູ້ສຶກແນວໃດ?
ການມີຊູ້ແລະການຢ່າຮ້າງເຮັດໃຫ້ຝ່າຍທີ່ບໍ່ໄດ້ເຮັດຫຍັງຜິດແລະລູກຕ້ອງເຈັບປວດ
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຖ້າຄູ່ຂອງເຈົ້າບໍ່ໄດ້ຮັກພະເຢໂຫວາ ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຊີວິດຄູ່ຂອງເຈົ້າຈະມີຄວາມສຸກ?
7. ເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງ
ການເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງອາດຈະບໍ່ແມ່ນເລື່ອງງ່າຍ.c ແຕ່ຖ້າເຮົາພະຍາຍາມເຮັດຕາມ ພະເຢໂຫວາກໍຈະຊ່ວຍໃຫ້ເຮົາມີຄວາມສຸກ. ເປີດວິດີໂອ.
ອ່ານເຮັບເຣີ 13:4 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າເຮົາສາມາດເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງໄດ້ບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ພະເຢໂຫວາຢາກໃຫ້ຄລິດສະຕຽນຈົດທະບຽນແຕ່ງດອງຫຼືຈົດທະບຽນຢ່າຮ້າງໃຫ້ຖືກຕ້ອງຕາມກົດໝາຍ. ອ່ານຕີໂຕ 3:1 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຖ້າເຈົ້າແຕ່ງດອງແລ້ວ ເຈົ້າໄດ້ຈົດທະບຽນແຕ່ງດອງໃຫ້ຖືກຕ້ອງຕາມກົດໝາຍແລ້ວບໍ?
ບາງຄົນອາດຖາມວ່າ: “ຢູ່ນຳກັນຊື່ໆບໍ່ໄດ້ຫວາ? ເປັນຫຍັງຕ້ອງຈົດທະບຽນແຕ່ງດອງນຳ?”
ຖ້າມີຄົນຖາມແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ທັງການເປັນໂສດແລະການແຕ່ງດອງເປັນຂອງຂວັນທີ່ມາຈາກພະເຢໂຫວາ. ບໍ່ວ່າເຮົາຈະເປັນຄົນໂສດຫຼືແຕ່ງດອງແລ້ວ ເຮົາກໍມີຄວາມສຸກໄດ້ຖ້າເຮັດຕາມທີ່ພະເຢໂຫວາບອກ.
ຄຳຖາມທົບທວນ
ຄົນໂສດຈະເຮັດສິ່ງດີໆຫຍັງໄດ້ແດ່?
ເປັນຫຍັງຄຳພີໄບເບິນບອກໃຫ້ແຕ່ງດອງກັບຄົນທີ່ເປັນຄລິດສະຕຽນເທົ່ານັ້ນ?
ເຫດຜົນດຽວທີ່ຄຳພີໄບເບິນບອກວ່າຢ່າຮ້າງໄດ້ແມ່ນຫຍັງ?
ເບິ່ງເພີ່ມເຕີມ
ການແຕ່ງດອງກັບຄົນທີ່ “ເຊື່ອໃນຜູ້ເປັນນາຍ” ໝາຍຄວາມວ່າຫຍັງ?
ວິດີໂອ 2 ຕອນທີ່ຈະຊ່ວຍໃຫ້ເຈົ້າຕັດສິນໃຈໄດ້ດີເລື່ອງການມີແຟນແລະການແຕ່ງດອງ.
ພີ່ນ້ອງຊາຍຄົນໜຶ່ງຮູ້ສຶກວ່າສິ່ງທີ່ພະເຢໂຫວາໃຫ້ກັບລາວມີຄ່າຫຼາຍກວ່າສິ່ງທີ່ລາວຖິ້ມໄປ.
ກ່ອນທີ່ຈະຕັດສິນໃຈຢ່າຮ້າງຫຼືແຍກກັນຢູ່ຄວນຄິດເຖິງເລື່ອງຫຍັງແດ່?
“ໃຫ້ນັບຖືຊີວິດແຕ່ງດອງທີ່ພະເຈົ້າຈັດກຽມໄວ້” (ຫໍສັງເກດການ ເດືອນທັນວາ ປີ 2018)
a ເບິ່ງຄຳອະທິບາຍເພີ່ມເຕີມ 4 ກ່ຽວກັບການແຍກກັນຢູ່ເມື່ອອີກຝ່າຍໜຶ່ງບໍ່ໄດ້ມີຊູ້.
b ໃນບາງວັດທະນະທຳ ພໍ່ແມ່ຈະເລືອກຄູ່ໃຫ້ລູກ. ຖ້າເປັນແບບນັ້ນ ພໍ່ແມ່ທີ່ຮັກລູກຈະຊອກຫາຄົນທີ່ຮັກພະເຢໂຫວາ ແລະຈະບໍ່ເບິ່ງທີ່ຄວາມຮັ່ງມີຫຼືຖານະທາງສັງຄົມ.
c ຖ້າເຈົ້າຢູ່ກິນກັບຄົນທີ່ເຈົ້າຍັງບໍ່ໄດ້ແຕ່ງດອງນຳ ເຈົ້າຕ້ອງຕັດສິນໃຈດ້ວຍໂຕເອງວ່າເຈົ້າຈະແຕ່ງດອງກັນຫຼືເຈົ້າຈະເຊົາຢູ່ນຳກັນ.
-