-
ຄຳພີໄບເບິນບອກຫຍັງເລື່ອງການເຮັດວຽກແລະການຫາເງິນ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
2. ຄວາມຄິດທີ່ຖືກຕ້ອງກ່ຽວກັບເລື່ອງເງິນແມ່ນຫຍັງ?
ຄຳພີໄບເບິນບອກວ່າ “ເງິນປົກປ້ອງຄົນໄດ້” ແຕ່ກໍເຕືອນເຮົານຳວ່າຄວາມສຸກບໍ່ໄດ້ຂຶ້ນຢູ່ກັບເງິນເທົ່ານັ້ນ. (ປັນຍາຈານ 7:12) ນອກຈາກນັ້ນ ຄຳພີໄບເບິນຍັງບອກເຮົາອີກວ່າເຮົາຕ້ອງບໍ່ເປັນຄົນຮັກເງິນ ແຕ່ໃຫ້ “ພໍໃຈໃນສິ່ງທີ່ມີຢູ່.” (ອ່ານເຮັບເຣີ 13:5) ຖ້າເຮົາພໍໃຈໃນສິ່ງທີ່ມີຢູ່ ເຮົາຈະບໍ່ກັງວົນຫຼາຍເກີນໄປວ່າຈະມີເງິນພໍໃຊ້ບໍ. ເຮົາຈະບໍ່ເປັນໜີ້ຖ້າບໍ່ຈຳເປັນແທ້ໆ. (ສຸພາສິດ 22:7) ເຮົາຈະບໍ່ຫຼິ້ນການພະນັນຫຼືເຂົ້າໄປຫຍຸ້ງກ່ຽວກັບທຸລະກິດບາງຢ່າງທີ່ສັນຍາວ່າຈະເຮັດໃຫ້ລວຍໄວ.
-
-
ຄຳພີໄບເບິນບອກຫຍັງເລື່ອງການເຮັດວຽກແລະການຫາເງິນ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
5. ຖ້າເຮົາພໍໃຈໃນສິ່ງທີ່ມີຢູ່ ເຮົາຈະໄດ້ຮັບປະໂຫຍດ
ຫຼາຍຄົນພະຍາຍາມຈະຫາເງິນໃຫ້ໄດ້ຫຼາຍໆ. ແຕ່ຄຳພີໄບເບິນບໍ່ໄດ້ແນະນຳໃຫ້ເຮົາເຮັດແບບນັ້ນ. ອ່ານ 1 ຕີໂມທຽວ 6:6-8 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນແນະນຳເຮົາໃຫ້ເຮັດຫຍັງ?
ເຖິງວ່າເຮົາຈະບໍ່ຄ່ອຍມີເງິນ ແຕ່ເຮົາກໍມີຄວາມສຸກໄດ້. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້.
ເຖິງວ່າຈະບໍ່ຄ່ອຍມີເງິນ ແຕ່ອັນໃດເຮັດໃຫ້ຫຼາຍຄອບຄົວມີຄວາມສຸກ?
ຈະເປັນແນວໃດຖ້າເຮົາມີເງິນຫຼາຍຢູ່ແລ້ວ ແຕ່ກໍຍັງຢາກມີຫຼາຍຂຶ້ນອີກ? ພະເຢຊູເລົ່າເລື່ອງໜຶ່ງທີ່ເຮັດໃຫ້ເຫັນວ່າຄວາມຄິດແບບນີ້ເປັນອັນຕະລາຍ. ອ່ານລູກາ 12:15-21 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຮຽນຫຍັງໄດ້ຈາກເລື່ອງທີ່ພະເຢຊູເລົ່າ?—ເບິ່ງຂໍ້ 15
ອ່ານແລະປຽບທຽບ ສຸພາສິດ 10:22 ກັບ 1 ຕີໂມທຽວ 6:10. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າລະຫວ່າງການໄດ້ສະໜິດກັບພະເຢໂຫວາກັບການມີເງິນຫຼາຍໆ ອັນໃດສຳຄັນກວ່າກັນ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ການຢາກໄດ້ເງິນຫຼາຍໆແລະບໍ່ຮູ້ຈັກພໍ ຈະເຮັດໃຫ້ມີບັນຫາຫຍັງແດ່?
-