ບົດຄວາມສຶກສາທີ 46
ພະເຢໂຫວາຊ່ວຍເຮົາໃຫ້ອົດທົນຢ່າງມີຄວາມສຸກໄດ້ແນວໃດ
“ພະເຢໂຫວາຍັງລໍຖ້າມື້ທີ່ຈະໄດ້ຊ່ວຍພວກເຈົ້າ ແລະເພິ່ນຈະເມດຕາພວກເຈົ້າແທ້ໆ.”—ເອຊາ. 30:18, ລ.ມ.
ເພງ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ
ໃຈຄວາມສຳຄັນa
1-2. (ກ) ເຮົາຈະຕອບຄຳຖາມຫຍັງໃນບົດຄວາມນີ້? (ຂ) ມີຫຍັງທີ່ສະແດງວ່າພະເຢໂຫວາຢາກຊ່ວຍເຮົາແທ້ໆ?
ພະເຢໂຫວາສາມາດຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆໃນຊີວິດແລະມີຄວາມສຸກໃນການຮັບໃຊ້ເພິ່ນ. ແລ້ວເພິ່ນຈະຊ່ວຍເຮົາໂດຍວິທີໃດ? ແລະເຮົາຈະໄດ້ຮັບປະໂຫຍດແນວໃດຈາກສິ່ງທີ່ພະເຢໂຫວາຊ່ວຍເຮົາ? ໃນບົດຄວາມນີ້ຈະຕອບຄຳຖາມເຫຼົ່ານີ້. ແຕ່ກ່ອນອື່ນ ໃຫ້ເຮົາມາຕອບຄຳຖາມທີ່ວ່າ ພະເຢໂຫວາຢາກຊ່ວຍເຮົາແທ້ໆບໍ?
2 ເພື່ອຈະຮູ້ຄຳຕອບ ໃຫ້ເຮົາມາເບິ່ງຈົດໝາຍທີ່ອັກຄະສາວົກໂປໂລຂຽນເຖິງພີ່ນ້ອງຄົນເຮັບເຣີ. ໂປໂລຂຽນວ່າ: “ພະເຢໂຫວາເປັນຜູ້ຊ່ວຍເຫຼືອ ຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ ມະນຸດຈະເຮັດຫຍັງຂ້ອຍໄດ້?” (ຮຣ. 13:6) ປຶ້ມຄົ້ນຄວ້າເລື່ອງຄຳພີໄບເບິນບອກວ່າ ຄຳວ່າ “ຜູ້ຊ່ວຍເຫຼືອ” ທີ່ໃຊ້ໃນຂໍ້ນີ້ໝາຍເຖິງຜູ້ທີ່ແລ່ນມາຊ່ວຍຄົນທີ່ຮ້ອງຂໍຄວາມຊ່ວຍເຫຼືອ. ລອງນຶກພາບວ່າ ພະເຢໂຫວາກຳລັງຟ້າວມາຊ່ວຍຜູ້ທີ່ຢູ່ໃນສະພາບການແບບນັ້ນ. ຂໍ້ນີ້ສະແດງໃຫ້ເຫັນວ່າ ພະເຢໂຫວາຢາກຊ່ວຍເຮົາແທ້ໆ! ແລະຖ້າເພິ່ນຊ່ວຍເຮົາ ເຮົາກໍຈະອົດທົນກັບບັນຫາຕ່າງໆຢ່າງມີຄວາມສຸກໄດ້.
3. ພະເຢໂຫວາຊ່ວຍເຮົາໃຫ້ອົດທົນຢ່າງມີຄວາມສຸກໃນສາມວິທີໃດແດ່?
3 ພະເຢໂຫວາຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆຢ່າງມີຄວາມສຸກໂດຍວິທີໃດແດ່? ເພື່ອຈະຮູ້ຄຳຕອບໃຫ້ເຮົາມາເບິ່ງປຶ້ມເອຊາອີ ເພາະວ່າປຶ້ມນີ້ມີຄຳພະຍາກອນຫຼາຍຢ່າງທີ່ພະເຢໂຫວາດົນໃຈໃຫ້ເອຊາຢາຂຽນເຊິ່ງໃຊ້ໄດ້ກັບຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້. ນອກຈາກນັ້ນ ເອຊາຢາຍັງມັກເວົ້າເຖິງພະເຢໂຫວາໂດຍໃຊ້ຄຳເວົ້າທີ່ເຂົ້າໃຈງ່າຍ. ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນໃນປຶ້ມເອຊາອີບົດທີ 30. ໃນບົດນີ້ ເອຊາຢາໃຊ້ພາບປຽບທຽບໃຫ້ເຫັນວິທີທີ່ພະເຢໂຫວາຊ່ວຍເຮົາເຊິ່ງເປັນປະຊາຊົນຂອງເພິ່ນໂດຍ: (1) ຕັ້ງໃຈຟັງແລະຕອບຄຳອະທິດຖານຂອງເຮົາ (2) ຊີ້ນຳເຮົາ ແລະ (3) ອວຍພອນເຮົາທັງໃນຕອນນີ້ແລະໃນອະນາຄົດ. ໃຫ້ເຮົາມາເບິ່ງວ່າ ພະເຢໂຫວາໄດ້ຊ່ວຍເຮົາໃນສາມວິທີນີ້ແນວໃດ.
ພະເຢໂຫວາຟັງເຮົາ
4. (ກ) ພະເຢໂຫວາໄດ້ເວົ້າເຖິງຄົນຢິວໃນສະໄໝຂອງເອຊາຢາແນວໃດ ແລະເພິ່ນຍອມໃຫ້ເກີດຫຍັງຂຶ້ນ? (ຂ) ພະເຢໂຫວາໄດ້ໃຫ້ຄວາມຫວັງຫຍັງກັບຄົນທີ່ສັດຊື່? (ເອຊາອີ 30:18, 19)
4 ໃນຂໍ້ທຳອິດຂອງເອຊາອີບົດທີ 30 ພະເຢໂຫວາເວົ້າເຖິງຄົນຢິວວ່າ ເປັນ “ພວກລູກທີ່ດື້ດ້ານ” ທີ່ “ເຮັດຜິດຫຼາຍຂຶ້ນ.” ແລະເພິ່ນຍັງເວົ້າອີກວ່າ “ເຂົາເຈົ້າເປັນຊາດທີ່ກະບົດ . . . ແລະເປັນລູກທີ່ບໍ່ຢາກເຊື່ອຟັງກົດໝາຍຂອງພະເຢໂຫວາ.” (ເອຊາ. 30:1, 9, ລ.ມ.) ຍ້ອນເຂົາເຈົ້າບໍ່ເຊື່ອຟັງພະເຢໂຫວາ ເອຊາຢາຈຶ່ງບອກລ່ວງໜ້າວ່າພະເຢໂຫວາຈະຍອມໃຫ້ເຂົາເຈົ້າເຈິຫາຍານະ ແລະເລື່ອງນີ້ກໍໄດ້ເກີດຂຶ້ນແທ້ຕອນທີ່ເຂົາເຈົ້າຖືກຈັບໄປເປັນຊະເລີຍຢູ່ບາບີໂລນ. (ເອຊາ. 30:5, 17; ຢເຣ. 25:8-11) ແຕ່ກໍຍັງມີບາງຄົນທີ່ສັດຊື່ຕໍ່ພະເຢໂຫວາ. ເອຊາຢາຈຶ່ງສົ່ງຂ່າວທີ່ໃຫ້ຄວາມຫວັງກັບຄົນເຫຼົ່ານັ້ນວ່າ ມື້ໜຶ່ງພະເຢໂຫວາຈະໃຫ້ເຂົາເຈົ້າກັບຄືນມາເຢຣູຊາເລັມອີກ. (ອ່ານເອຊາອີ 30:18, 19) ພະເຢໂຫວາໄດ້ເຮັດຕາມສັນຍາແທ້ໆ. ແຕ່ເພິ່ນບໍ່ໄດ້ຊ່ວຍເຂົາເຈົ້າທັນທີ ເພາະຄຳວ່າ “ພະເຢໂຫວາຍັງລໍຖ້າມື້ທີ່ຈະຊ່ວຍພວກເຈົ້າ” ສະແດງວ່າເຂົາເຈົ້າຕ້ອງລໍຖ້າຫຼາຍປີກວ່າຈະໄດ້ກັບຄືນມາບ້ານເກີດເມືອງນອນ. (ເອຊາ. 10:21; ຢເຣ. 29:10) ທີ່ຈິງ ຊາວອິດສະຣາເອນເປັນຊະເລີຍຢູ່ບາບີໂລນ 70 ປີ ກ່ອນທີ່ຈະໄດ້ກັບມາເຢຣູຊາເລັມ. ເມື່ອເຂົາເຈົ້າກັບມາຮອດບ້ານເກີດເມືອງນອນທີ່ຢູ່ໃນເຢຣູຊາເລັມ ເຂົາເຈົ້າກໍດີໃຈຫຼາຍຈົນຮ້ອງໄຫ້ອອກມາ.
5. ເອຊາອີ 30:19 ຮັບຮອງຫຍັງກັບເຮົາ?
5 ໃນທຸກມື້ນີ້ເຮົາໄດ້ຮັບກຳລັງໃຈຈາກຄຳເວົ້າທີ່ວ່າ: “ພະອົງຈະຊ່ວຍເມື່ອໄດ້ຍິນທີ່ພວກເຈົ້າຮ້ອງຂໍ.” (ເອຊາ. 30:19, ລ.ມ.) ເອຊາຢາຮັບຮອງກັບເຮົາວ່າ ພະເຢໂຫວາຈະຟັງເຮົາເມື່ອເຮົາຮ້ອງຂໍຄວາມຊ່ວຍເຫຼືອຈາກເພິ່ນ. ແລະເພິ່ນຈະຕອບເຮົາທັນທີ ເພາະເອຊາຢາເວົ້າຕື່ມອີກວ່າ: “ພະອົງຈະຕອບພວກເຈົ້າທັນທີທີ່ໄດ້ຍິນ.” ຄຳເວົ້ານີ້ເຕືອນເຮົາໃຫ້ຮູ້ວ່າ ພະເຢໂຫວາຢາກຊ່ວຍຜູ້ທີ່ຂໍຄວາມຊ່ວຍເຫຼືອຈາກເພິ່ນແທ້ໆ. ການຮູ້ເລື່ອງນີ້ຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆແລະຍັງມີຄວາມສຸກໄດ້.
6. ຄຳເວົ້າຂອງເອຊາຢາສະແດງໃຫ້ເຫັນແນວໃດວ່າ ພະເຢໂຫວາຟັງຄຳອະທິດຖານຂອງເຮົາແຕ່ລະຄົນ?
6 ຂໍ້ຄຳພີນີ້ຍັງຮັບຮອງຫຍັງກັບເຮົາອີກໃນເລື່ອງການອະທິດຖານ? ພະເຢໂຫວາສົນໃຈຄຳອະທິດຖານຂອງເຮົາແຕ່ລະຄົນເປັນສ່ວນຕົວ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ໃນຕອນຕົ້ນຂອງເອຊາອີບົດທີ 30 ມີການໃຊ້ຄຳວ່າ “ພວກເຈົ້າ” ເພາະພະເຢໂຫວາກຳລັງເວົ້າກັບປະຊາຊົນເປັນກຸ່ມ. ແຕ່ໃນຂໍ້ທີ 19 ໃຊ້ຄຳວ່າ “ເຈົ້າ” ເພາະພະເຢໂຫວາຢາກເວົ້າກັບແຕ່ລະຄົນເປັນສ່ວນຕົວ. ເອຊາຢາບອກວ່າ: “ເຈົ້າ ຈະບໍ່ຮ້ອງໄຫ້ອີກ” “ພະອົງຈະຊ່ວຍເມື່ອໄດ້ຍິນເຈົ້າ ຮ້ອງຂໍ” “ພະອົງຈະຕອບເຈົ້າ ທັນທີທີ່ໄດ້ຍິນ.” ຍ້ອນພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ເພິ່ນຈຶ່ງບໍ່ເຄີຍບອກລູກຊາຍຫຼືລູກສາວທີ່ທໍ້ໃຈວ່າ “ເປັນຫຍັງຈຶ່ງບໍ່ເຂັ້ມແຂງຄືອ້າຍຄືເອື້ອຍແດ່?” ແທນທີ່ຈະເປັນແບບນັ້ນ ພະເຢໂຫວາສົນໃຈເຮົາແຕ່ລະຄົນແລະຟັງຄຳອະທິດຖານຂອງເຮົາແຕ່ລະຄົນເປັນສ່ວນຕົວ.—ເພງ. 116:1; ເອຊາ. 57:15, ລ.ມ.
ເອຊາຢາໝາຍຄວາມວ່າແນວໃດເມື່ອລາວບອກວ່າ “ຢ່າໃຫ້ [ພະເຢໂຫວາ] ຢຸດພັກ”? (ເບິ່ງຂໍ້ 7)
7. ເອຊາຢາແລະພະເຢຊູເນັ້ນເຖິງການອະທິດຖານເລື້ອຍໆແນວໃດ?
7 ເມື່ອເຮົາອະທິດຖານເຖິງພະເຢໂຫວາແລະບອກເລື່ອງທີ່ເຮົາກັງວົນ ພະເຢໂຫວາອາດຈະໃຫ້ເຮົາມີກຳລັງທັນທີເພື່ອຈະອົດທົນກັບບັນຫານັ້ນໄດ້. ແຕ່ຖ້າບັນຫາທີ່ເຮົາເຈິບໍ່ໄດ້ໝົດໄປແບບທີ່ເຮົາຫວັງໄວ້ເດ? ເຮົາກໍຕ້ອງອະທິດຖານຂໍກຳລັງຈາກພະເຢໂຫວາເລື້ອຍໆ ເພາະເພິ່ນຢາກໃຫ້ເຮົາເຮັດແບບນັ້ນ. ເຮົາເຫັນເລື່ອງນີ້ໄດ້ຈາກຄຳເວົ້າຂອງເອຊາຢາທີ່ວ່າ: “ຢ່າໃຫ້ [ພະເຢໂຫວາ] ຢຸດພັກ.” (ເອຊາ. 62:7, ລ.ມ.) ຂໍ້ນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຮົາຄວນອະທິດຖານເຖິງພະເຢໂຫວາເລື້ອຍໆເຊິ່ງເປັນຄືກັບວ່າເຮົາບໍ່ຢາກໃຫ້ເພິ່ນຢຸດພັກ. ຄຳເວົ້າຂອງເອຊາຢາເຮັດໃຫ້ເຮົາຄິດເຖິງຕົວຢ່າງປຽບທຽບຂອງພະເຢຊູທີ່ຢູ່ໃນລູກາ 11:8-10, 13. ພະເຢຊູແນະນຳເຮົາໃຫ້ອະທິດຖານແບບ “ບໍ່ເຊົາ” ແລະ “ຂໍຕໍ່ໄປເລື້ອຍໆ” ເພື່ອຈະໄດ້ຮັບພະລັງບໍລິສຸດ. ນອກຈາກນັ້ນ ເຮົາຍັງສາມາດອະທິດຖານຂໍພະເຢໂຫວາຊ່ວຍຊີ້ນຳເຮົາໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ.
ພະເຢໂຫວາຊີ້ນຳເຮົາ
8. ຄຳເວົ້າໃນເອຊາອີ 30:20, 21 ເກີດຂຶ້ນແທ້ກັບຊາວອິດສະຣາເອນໃນສະໄໝກ່ອນແນວໃດ?
8 ອ່ານເອຊາອີ 30:20, 21, ລ.ມ. ເມື່ອກອງທັບບາບີໂລນມາໂຈມຕີເມືອງເຢຣູຊາເລັມເປັນເວລາປີເຄິ່ງ ຄົນໃນເມືອງນັ້ນຈຶ່ງເຈິຄວາມລຳບາກເລື້ອຍໆຈົນກາຍເປັນເລື່ອງທຳມະດາຄືກັບການກິນອາຫານແລະນ້ຳ. ແຕ່ໃນຂໍ້ 20 ແລະ 21 ພະເຢໂຫວາສັນຍາວ່າ ຖ້າເຂົາເຈົ້າກັບໃຈແລະປ່ຽນແປງຕົວເອງ ເພິ່ນຈະຊ່ວຍເຂົາເຈົ້າໃຫ້ລອດ. ເອຊາຢາບອກວ່າ ພະເຢໂຫວາເປັນ “ຄູອົງຍິ່ງໃຫຍ່” ແລະສັນຍາວ່າເພິ່ນຈະສອນເຂົາເຈົ້າໃຫ້ຮູ້ວິທີນະມັດສະການເພິ່ນໃນແບບທີ່ເພິ່ນຍອມຮັບ. ເລື່ອງນີ້ໄດ້ເກີດຂຶ້ນແທ້ຕອນທີ່ເຂົາເຈົ້າກັບມາຈາກການເປັນຊະເລີຍຢູ່ບາບີໂລນ. ພະເຢໂຫວາເປັນຄູອົງຍິ່ງໃຫຍ່ແລະໄດ້ຊີ້ນຳເຂົາເຈົ້າໃຫ້ຟື້ນຟູການນະມັດສະການແທ້. ໃນທຸກມື້ນີ້ ເຮົາກໍໄດ້ຮັບພອນແລະສິ່ງດີໆຫຼາຍຢ່າງຈາກການທີ່ພະເຢໂຫວາເປັນຄູອົງຍິ່ງໃຫຍ່.
9. ວິທີໜຶ່ງທີ່ພະເຢໂຫວາຊີ້ນຳເຮົາໃນທຸກມື້ນີ້ແມ່ນຫຍັງ?
9 ເອຊາຢາໃຊ້ພາບປຽບທຽບວ່າ ເຮົາເປັນຄືກັບນັກຮຽນແລະພະເຢໂຫວາເປັນຄູສອນ. ພະເຢໂຫວາສອນເຮົາໃນສອງວິທີ. ວິທີທຳອິດ ເອຊາຢາບອກວ່າ: “ພວກເຈົ້າຈະເຫັນຄູອົງນີ້ດ້ວຍຕາໂຕເອງ.” ນີ້ເຮັດໃຫ້ເຮົາເຫັນພາບວ່າ ຄູອົງຍິ່ງໃຫຍ່ກຳລັງຢືນຢູ່ຕໍ່ໜ້ານັກຮຽນ. ເຮົາມີສິດທິພິເສດທີ່ໄດ້ຮັບປະໂຫຍດຈາກການສອນຂອງພະເຢໂຫວາໃນທຸກມື້ນີ້. ເຮົາໄດ້ຮັບຄຳແນະນຳທີ່ຈະແຈ້ງຜ່ານທາງອົງການຂອງພະເຢໂຫວາແລະອົງການນີ້ກໍສອນເຮົາໂດຍທາງການປະຊຸມປະຈຳປະຊາຄົມ ການປະຊຸມພາກ ປຶ້ມແລະສື່ຕ່າງໆ ລາຍການໂທລະທັດ JW ແລະສິ່ງອື່ນໆອີກຫຼາຍຢ່າງທີ່ຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆແລະຍັງມີຄວາມສຸກໄດ້.
10. ເຮົາໄດ້ “ຍິນສຽງຈາກທາງຫຼັງ” ຂອງເຮົາແນວໃດ?
10 ເອຊາຢາເວົ້າເຖິງວິທີທີສອງທີ່ພະເຢໂຫວາສອນເຮົາວ່າ: “ພວກເຈົ້າຈະໄດ້ຍິນສຽງຈາກທາງຫຼັງ.” ເອຊາຢາໃຊ້ພາບປຽບທຽບວ່າພະເຢໂຫວາເປັນຄືກັບຄູສອນທີ່ໃສ່ໃຈນັກຮຽນແລະກຳລັງຍ່າງຢູ່ທາງຫຼັງເພື່ອບອກທິດທາງທີ່ນັກຮຽນຄວນໄປ. ໃນທຸກມື້ນີ້ ເຮົາກໍໄດ້ຍິນສຽງຂອງພະເຢໂຫວາຈາກທາງຫຼັງເຮົາຄືກັນ. ເປັນແບບນັ້ນໄດ້ແນວໃດ? ກໍຍ້ອນວ່າຄຳພີໄບເບິນເປັນປຶ້ມທີ່ພະເຈົ້າດົນໃຈໃຫ້ຂຽນມາຫຼາຍປີແລ້ວ. ດັ່ງນັ້ນ ເມື່ອເຮົາອ່ານຄຳພີໄບເບິນກໍເປັນຄືກັບວ່າເຮົາໄດ້ຍິນສຽງຂອງພະເຢໂຫວາຈາກທາງຫຼັງເຮົາ.—ເອຊາ. 51:4
11. ເພື່ອຈະອົດທົນຢ່າງມີຄວາມສຸກ ເຮົາຕ້ອງເຮັດສອງຢ່າງຫຍັງແດ່ ແລະຍ້ອນຫຍັງ?
11 ເຮົາຕ້ອງເຮັດແນວໃດເພື່ອຈະໄດ້ຮັບປະໂຫຍດຈາກການຊີ້ນຳຂອງພະເຢໂຫວາຜ່ານທາງອົງການແລະຄຳພີໄບເບິນ? ເອຊາຢາເວົ້າເຖິງສອງຢ່າງ. ທຳອິດແມ່ນ “ທາງທີ່ຖືກຕ້ອງຢູ່ພີ້.” ທີສອງ “ໃຫ້ຍ່າງໄປທາງນີ້.” (ເອຊາ. 30:21, ລ.ມ.) ເຫັນໄດ້ວ່າການຮູ້ຈັກທາງທີ່ຖືກຕ້ອງຍັງບໍ່ພໍ ແຕ່ເຮົາຕ້ອງຍ່າງຢູ່ໃນທາງນັ້ນນຳ. ຄຳພີໄບເບິນແລະອົງການຂອງພະເຢໂຫວາສອນເຮົາໃຫ້ຮູ້ວ່າ ພະເຢໂຫວາຢາກໃຫ້ເຮົາເຮັດຫຍັງແດ່. ແຕ່ເຮົາກໍຕ້ອງເຮັດຕາມສິ່ງທີ່ໄດ້ຮຽນຮູ້ນຳ. ເມື່ອເຮົາເຮັດທັງສອງຢ່າງນີ້ ເຮົາກໍຈະອົດທົນກັບບັນຫາຕ່າງໆແລະມີຄວາມສຸກໄດ້. ແລ້ວເຮົາກໍຈະໝັ້ນໃຈວ່າພະເຢໂຫວາຈະອວຍພອນເຮົາ.
ພະເຢໂຫວາອວຍພອນເຮົາ
12. ເອຊາອີ 30:23-26 ພະເຢໂຫວາຈະອວຍພອນປະຊາຊົນຂອງເພິ່ນແນວໃດ?
12 ອ່ານເອຊາຢາ 30:23-26. ຄຳພະຍາກອນນີ້ໄດ້ສຳເລັດເປັນຈິງແນວໃດກັບຄົນຢິວທີ່ກັບມາຈາກການເປັນຊະເລີຍຢູ່ບາບີໂລນ? ເຂົາເຈົ້າໄດ້ຮັບພອນຫຼາຍຢ່າງທາງດ້ານຮ່າງກາຍແລະທາງຄວາມເຊື່ອ. ພະເຢໂຫວາໃຫ້ເຂົາເຈົ້າມີອາຫານກິນຢ່າງອຸດົມສົມບູນ. ແຕ່ທີ່ສຳຄັນກວ່ານັ້ນແມ່ນພະເຢໂຫວາໃຫ້ເຂົາເຈົ້າມີຫຼາຍຢ່າງເພື່ອຈະສະໜິດກັບເພິ່ນແລະເລີ່ມນະມັດສະການເພິ່ນໃນແບບທີ່ຖືກຕ້ອງ. ເຂົາເຈົ້າໄດ້ຮັບພອນແລະສິ່ງທີ່ດີຫຼາຍຢ່າງແບບທີ່ບໍ່ເຄີຍໄດ້ຮັບມາກ່ອນ. ຄືກັບທີ່ຂໍ້ 26 ບອກວ່າ ພະເຢໂຫວາໃຫ້ເຂົາເຈົ້າມີແສງສະຫວ່າງຫຼາຍຂຶ້ນເຊິ່ງກໍຄືມີຄວາມເຂົ້າໃຈຄຳສອນໃນຄຳພີໄບເບິນຫຼາຍຂຶ້ນ. (ເອຊາ. 60:2) ພອນທີ່ດີເຫຼົ່ານີ້ຊ່ວຍເຂົາເຈົ້າໃຫ້ມີກຳລັງທີ່ຈະອົດທົນກັບບັນຫາແລະຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້ “ຍ້ອນເຂົາເຈົ້າມີຄວາມສຸກ.”—ເອຊາ. 65:14, ລ.ມ.
13. ຄຳພະຍາກອນເລື່ອງການຟື້ນຟູການນະມັດສະການແທ້ສຳເລັດເປັນຈິງໃນທຸກມື້ນີ້ແນວໃດ?
13 ຄຳພະຍາກອນເລື່ອງການຟື້ນຟູການນະມັດສະການແທ້ສຳເລັດເປັນຈິງກັບເຮົາໃນທຸກມື້ນີ້ບໍ? ແມ່ນແທ້! ເປັນແບບນັ້ນໄດ້ແນວໃດ? ຕັ້ງແຕ່ປີ ຄ.ສ 1919 ຫຼາຍລ້ານຄົນໄດ້ຖືກປົດປ່ອຍອອກຈາກບາບີໂລນໃຫຍ່ເຊິ່ງກໍຄືສາສະໜາປອມ. ເຂົາເຈົ້າໄດ້ຖືກຊີ້ນຳໃຫ້ໄປບ່ອນທີ່ດີກວ່າແຜ່ນດິນຕາມຄຳສັນຍາຂອງຊາວອິດສະຣາເອນ. ບ່ອນທີ່ເຂົາເຈົ້າໄປແມ່ນອຸທິຍານໂດຍໄນ. (ເອຊາ. 51:3; 66:8) ແລ້ວອຸທິຍານໂດຍໄນແມ່ນຫຍັງ?
14. ອຸທິຍານໂດຍໄນແມ່ນຫຍັງ ແລະມີໃຜແດ່ທີ່ຢູ່ໃນອຸທິຍານໂດຍໄນ? (ເບິ່ງການອະທິບາຍສຳນວນ)
14 ນັບຕັ້ງແຕ່ປີ ຄ.ສ 1919 ຜູ້ຖືກເຈີມໄດ້ຢູ່ໃນສະພາບການທີ່ເຮົາເອີ້ນວ່າ ອຸທິຍານໂດຍໄນ.b ເມື່ອເວລາຜ່ານໄປ ຄົນທີ່ມີຄວາມຫວັງທີ່ຢູ່ໃນໂລກນີ້ເຊິ່ງກໍຄື “ແກະອື່ນ” ກໍໄດ້ເຂົ້າມາຢູ່ໃນອຸທິຍານໂດຍໄນແລະໄດ້ຮັບພອນຫຼາຍຢ່າງຈາກພະເຢໂຫວາ.—ຢຮ. 10:16; ເອຊາ. 25:6; 65:13
15. ອຸທິຍານໂດຍໄນຢູ່ໃສ?
15 ໃນທຸກມື້ນີ້ອຸທິຍານໂດຍໄນຢູ່ໃສ? ຍ້ອນຜູ້ນະມັດສະການຂອງພະເຢໂຫວາຢູ່ທົ່ວໂລກ ອຸທິຍານໂດຍໄນຈຶ່ງຢູ່ທົ່ວໂລກຄືກັນ. ດັ່ງນັ້ນ ບໍ່ວ່າເຮົາຈະຢູ່ບ່ອນໃດໃນໂລກນີ້ ເຮົາກໍສາມາດເຂົ້າມາຢູ່ໃນອຸທິຍານໂດຍໄນໄດ້ ຖ້າເຮົາພະຍາຍາມນະມັດສະການພະເຢໂຫວາໃນແບບທີ່ຖືກຕ້ອງ.
ເຮົາແຕ່ລະຄົນສາມາດເຮັດຫຍັງເພື່ອຊ່ວຍໃຫ້ອຸທິຍານໂດຍໄນງາມຂຶ້ນ? (ເບິ່ງຂໍ້ 16-17)
16. ເຮົາຈະເຫັນຄວາມສວຍງາມຂອງອຸທິຍານໂດຍໄນຕໍ່ໆໄປໄດ້ແນວໃດ?
16 ເພື່ອຈະຢູ່ໃນອຸທິຍານໂດຍໄນຕໍ່ໆໄປ ເຮົາຕ້ອງເຫັນຄ່າສັງຄົມພີ່ນ້ອງທີ່ຢູ່ທົ່ວໂລກ. ເຮົາຈະເຮັດແບບນັ້ນໄດ້ໂດຍເບິ່ງໄປທີ່ຈຸດດີຂອງພີ່ນ້ອງ ບໍ່ແມ່ນເບິ່ງຂໍ້ບົກພ່ອງຫຼືຄວາມບໍ່ສົມບູນແບບຂອງເຂົາເຈົ້າ. (ຢຮ. 17:20, 21) ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ລອງຄິດເຖິງພາບປຽບທຽບນີ້: ເມື່ອເຮົາເຂົ້າໄປໃນປ່າທີ່ງາມໆ ເຮົາກໍເຫັນຕົ້ນໄມ້ຫຼາຍຊະນິດທີ່ແຕກຕ່າງກັນ. ແລະເຮົາກໍຈະເບິ່ງໄປທີ່ຄວາມງາມຂອງປ່າ ບໍ່ໄດ້ເບິ່ງໄປທີ່ຕົ້ນໄມ້ແຕ່ລະຕົ້ນທີ່ຢູ່ໃກ້ໆເຮົາວ່າມີຂໍ້ບົກພ່ອງຫຍັງແດ່. ຄ້າຍຄືກັນ ໃນປະຊາຄົມກໍມີພີ່ນ້ອງຫຼາຍຄົນທີ່ແຕກຕ່າງກັນ. (ເອຊາ. 44:4; 61:3) ແຕ່ເຮົາຈະບໍ່ຍອມໃຫ້ຂໍ້ບົກພ່ອງຫຼືຄວາມບໍ່ສົມບູນແບບຂອງເຂົາເຈົ້າມາເຮັດໃຫ້ເຮົາເບິ່ງຂ້າມຄວາມສວຍງາມຂອງພີ່ນ້ອງທົ່ວໂລກທີ່ເປັນນ້ຳໜຶ່ງໃຈດຽວກັນ.
17. ເຮົາແຕ່ລະຄົນຕ້ອງເຮັດຫຍັງເພື່ອຈະຊ່ວຍໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນ?
17 ເຮົາແຕ່ລະຄົນຕ້ອງເຮັດຫຍັງເພື່ອຈະຊ່ວຍໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນ? ເຮົາຕ້ອງເປັນຜູ້ທີ່ສ້າງສັນຕິສຸກ. (ມທ. 5:9; ຣມ. 12:18) ທຸກເທື່ອທີ່ເຮົາເປັນຝ່າຍລິເລີ່ມສ້າງສັນຕິສຸກກັບພີ່ນ້ອງໃນປະຊາຄົມ ເຮົາກໍກຳລັງເຮັດໃຫ້ອຸທິຍານໂດຍໄນສວຍງາມຫຼາຍຂຶ້ນ. ເຮົາຕ້ອງຈື່ໄວ້ວ່າ ພະເຢໂຫວາເປັນຜູ້ທີ່ຊັກນຳເຮົາແຕ່ລະຄົນໃຫ້ເຂົ້າມາຢູ່ໃນອຸທິຍານໂດຍໄນເພື່ອນະມັດສະການເພິ່ນ. (ຢຮ. 6:44) ລອງນຶກພາບວ່າ ພະເຢໂຫວາຈະດີໃຈຫຼາຍສ່ຳໃດທີ່ເຫັນເຮົາພະຍາຍາມສ້າງສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນກັບຜູ້ທີ່ເພິ່ນຖືວ່າມີຄ່າເຊິ່ງກໍຄືຜູ້ທີ່ຮັບໃຊ້ເພິ່ນ!—ເອຊາ. 26:3; ອເກ. 2:7
18. ເຮົາຄວນຄິດເຖິງເລື່ອງຫຍັງເລື້ອຍໆແລະຍ້ອນຫຍັງ?
18 ເຮົາຕ້ອງເຮັດແນວໃດເພື່ອຈະໄດ້ຮັບປະໂຫຍດຈາກພອນຫຼາຍຢ່າງທີ່ພະເຢໂຫວາໃຫ້ເຮົາ? ເຮົາຕ້ອງຄິດຕຶກຕອງສິ່ງທີ່ອ່ານໃນຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ພັດທະນາຄຸນລັກສະນະແບບຄລິດສະຕຽນເຊິ່ງຈະຊ່ວຍເຮົາໃຫ້ “ຮັກກັນແບບພີ່ນ້ອງ.” (ຣມ. 12:10) ເມື່ອເຮົາຄິດເຖິງພອນຕ່າງໆທີ່ໄດ້ຮັບໃນຕອນນີ້ ເຮົາກໍຈະສະໜິດກັບພະເຢໂຫວາຫຼາຍຂຶ້ນ. ແລະເມື່ອເຮົາຄິດເຖິງພອນຕ່າງໆທີ່ພະເຢໂຫວາຈະໃຫ້ເຮົາໃນອະນາຄົດ ກໍຈະຊ່ວຍໃຫ້ຄວາມຫວັງຂອງເຮົາເລື່ອງຊີວິດຕະຫຼອດໄປຊັດເຈນຫຼາຍຂຶ້ນ. ສິ່ງເຫຼົ່ານີ້ຈະຊ່ວຍເຮົາໃຫ້ມີຄວາມສຸກຫຼາຍຂຶ້ນໃນການຮັບໃຊ້ພະເຢໂຫວາໃນຕອນນີ້.
ໃຫ້ຕັ້ງໃຈອົດທົນຕໍ່ໆໄປ
19. (ກ) ຕາມເອຊາອີ 30:18 ເຮົາສາມາດໝັ້ນໃຈໃນເລື່ອງຫຍັງ? (ຂ) ສິ່ງໃດຈະຊ່ວຍເຮົາໃຫ້ອົດທົນກັບບັນຫາແລະຍັງມີຄວາມສຸກໄດ້?
19 ອີກບໍ່ດົນພະເຢໂຫວາຈະເມດຕາເຮົາໂດຍທຳລາຍໂລກຊົ່ວນີ້. (ເອຊາ. 30:18) ແລະເຮົາໝັ້ນໃຈໄດ້ວ່າ “ພະເຈົ້າທີ່ຍຸຕິທຳ” ຈະບໍ່ຍອມໃຫ້ໂລກທີ່ຊາຕານປົກຄອງຢູ່ດົນຈົນກາຍເວລາທີ່ເພິ່ນກຳນົດໄວ້ແມ່ນແຕ່ມື້ດຽວ. (ເອຊາ. 25:9) ເຮົາຕ້ອງອົດທົນລໍຖ້າມື້ທີ່ພະເຢໂຫວາມາຊ່ວຍເຮົາໃຫ້ລອດ. ແຕ່ກ່ອນຈະຮອດມື້ນັ້ນ ຂໍໃຫ້ເຮົາເຫັນຄ່າສິດທິພິເສດໃນການອະທິດຖານ ສຶກສາຄຳພີໄບເບິນແລະເຮັດຕາມສິ່ງທີ່ໄດ້ຮຽນ ແລະຄິດເຖິງພອນຕ່າງໆທີ່ເຮົາໄດ້ຮັບ. ເມື່ອເຮົາເຮັດແບບນີ້ ພະເຢໂຫວາກໍຈະຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆແລະຍັງມີຄວາມສຸກໃນການຮັບໃຊ້ເພິ່ນໄດ້.
ເພງ 142 ຍຶດໝັ້ນກັບຄວາມຫວັງຂອງເຮົາ
a ໃນບົດຄວາມນີ້ເຮົາຈະມາເບິ່ງສາມວິທີທີ່ພະເຢໂຫວາຊ່ວຍຜູ້ທີ່ນະມັດສະການເພິ່ນໃຫ້ອົດທົນກັບບັນຫາຕ່າງໆຢ່າງມີຄວາມສຸກ. ໃນປຶ້ມເອຊາອີບົດທີ 30 ຈະຊ່ວຍເຮົາໃຫ້ເຂົ້າໃຈສາມວິທີນີ້ຫຼາຍຂຶ້ນ. ການຮຽນເລື່ອງນີ້ຈະຊ່ວຍເຮົາໃຫ້ຄິດເຖິງຄວາມສຳຄັນຂອງການອະທິດຖານ ສຶກສາຄຳພີໄບເບິນ ແລະຄິດຕຶກຕອງເຖິງພອນຕ່າງໆທີ່ເຮົາໄດ້ຮັບທັງໃນຕອນນີ້ແລະໃນອະນາຄົດ.
b ການອະທິບາຍສຳນວນ: “ອຸທິຍານໂດຍໄນ” ໝາຍເຖິງການນະມັດສະການພະເຢໂຫວາໃນສະພາບແວດລ້ອມທີ່ມີຄວາມສະຫງົບສຸກແລະປອດໄພ. ເຮົາມີຫຼາຍຢ່າງທີ່ເສີມຄວາມເຊື່ອເຊິ່ງບໍ່ມີຄຳສອນປອມແລະຍັງມີວຽກທີ່ເຮັດໃຫ້ມີຄວາມສຸກເຊິ່ງກໍຄືວຽກປະກາດ. ເຮົາຍັງມີຄວາມສຸກທີ່ໄດ້ສະໜິດກັບພະເຢໂຫວາແລະມີສັນຕິສຸກກັບພີ່ນ້ອງທີ່ຮັກກັນ ເຊິ່ງຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆແລະຍັງມີຄວາມສຸກໄດ້. ເຮົາເຂົ້າມາຢູ່ໃນອຸທິຍານໂດຍໄນເມື່ອເຮົາເລີ່ມນະມັດສະການພະເຢໂຫວາໃນແບບທີ່ຖືກຕ້ອງແລະພະຍາຍາມຮຽນແບບພະເຢໂຫວາຫຼາຍທີ່ສຸດ.