ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 2 ໜ້າ 18-26
  • ຄຳພີ​ໄບເບິນ—ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳພີ​ໄບເບິນ—ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສອດຄ່ອງ​ກັນ​ແລະ​ຖືກຕ້ອງ
  • ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ສະຕິ​ປັນຍາ​ເຊິ່ງ​ໃຊ້​ການ​ໄດ້
  • ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ຄຳ​ພະຍາກອນ
  • “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ”
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?
    ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 2 ໜ້າ 18-26

ບົດ​ທີ​ສອງ

ຄຳພີ​ໄບເບິນ—ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ

  • ຄຳພີ​ໄບເບິນ​ຕ່າງ​ຈາກ​ປຶ້ມ​ອື່ນ​ໃນ​ແງ່​ໃດ?

  • ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ສ່ວນ​ຕົວ​ໄດ້​ຄື​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ສາມາດ​ໄວ້​ວາງໃຈ​ຄຳ​ພະຍາກອນ​ຕ່າງໆ ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ?

1, 2. ໃນ​ແງ່​ໃດ​ທີ່​ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ເຮັດ​ໃຫ້​ຕື່ນ​ເຕັ້ນ​ຍິນດີ​ເຊິ່ງ​ມາ​ຈາກ​ພະເຈົ້າ?

ເຈົ້າ​ຈື່​ຕອນ​ທີ່​ໄດ້​ຮັບ​ຂອງ​ຂວັນ​ທີ່​ພິເສດ​ຈາກ​ຫມູ່​ທີ່​ຮັກ​ແພງ​ໄດ້​ບໍ? ການ​ໄດ້​ຮັບ​ຂອງ​ຂວັນ​ນັ້ນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຕື່ນ​ເຕັ້ນ ແຕ່​ວ່າ​ຍັງ​ເຮັດ​ໃຫ້​ຮູ້ສຶກ​ເບີກບານ​ໃຈ​ນຳ​ອີກ. ທີ່​ຈິງ​ແລ້ວ ຂອງ​ຂວັນ​ບອກ​ບາງ​ຢ່າງ​ກ່ຽວ​ກັບ​ຜູ້​ໃຫ້ ນັ້ນ​ແມ່ນ​ລາວ​ຖື​ວ່າ​ການ​ເປັນ​ຫມູ່​ກັບ​ເຈົ້າ​ເປັນ​ສິ່ງ​ທີ່​ມີ​ຄ່າ. ແນ່ນອນ ເຈົ້າ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ຫມູ່​ຜູ້​ນີ້​ສຳລັບ​ຂອງ​ຂວັນ​ທີ່​ລາວ​ໄດ້​ເລືອກ​ຢ່າງ​ດີ​ແລ້ວ.

2 ຄຳພີ​ໄບເບິນ​ແມ່ນ​ຂອງ​ຂວັນ​ຈາກ​ພະເຈົ້າ ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ຄວນ​ຈະ​ຮູ້ສຶກ​ຂອບ​ໃຈ​ແທ້ໆ. ບໍ່​ມີ​ປຶ້ມ​ໃດ​ທຽບ​ໄດ້ ເພາະ​ປຶ້ມ​ນີ້​ໄດ້​ເປີດ​ເຜີຍ​ສິ່ງ​ຕ່າງໆທີ່​ເຮົາ​ບໍ່​ມີ​ທາງ​ຮັບ​ຮູ້​ໄດ້​ຈາກ​ແຫຼ່ງ​ອື່ນ. ຕົວຢ່າງ ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ການ​ສ້າງ​ທ້ອງ​ຟ້າ​ທີ່​ມີ​ດວງ​ດາວ ແຜ່ນດິນ​ໂລກ ແລະ​ຊາຍ​ຍິງ​ຄູ່​ທຳອິດ. ຄຳພີ​ໄບເບິນ​ຍັງ​ມີ​ຫຼັກ​ການ​ຕ່າງໆທີ່​ເຊື່ອ​ຖື​ໄດ້​ເພື່ອ​ຊ່ວຍ​ເຮົາ​ຮັບ​ມື​ກັບ​ບັນຫາ​ແລະ​ຄວາມ​ກັງວົນ​ຕ່າງໆໃນ​ຊີວິດ. ຄຳພີ​ໄບເບິນ​ອະທິບາຍ​ເຖິງ​ວິທີ​ທີ່​ພະເຈົ້າ​ຈະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ ແລະ​ຈະ​ເຮັດ​ໃຫ້​ມີ​ສະພາບການ​ຕ່າງໆທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ດີ​ກວ່າ​ນີ້. ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ເຮັດ​ໃຫ້​ຜູ້​ໄດ້​ຮັບ​ຮູ້ສຶກ​ຕື່ນ​ເຕັ້ນ​ຍິນດີ​ແທ້ໆ!

3. ການ​ທີ່​ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້​ມີ​ຄຳພີ​ໄບເບິນ​ໄດ້​ບອກ​ເຮົາ​ເຖິງ​ຄວາມ​ຈິງ​ອັນ​ໃດ​ກ່ຽວ​ກັບ​ພະອົງ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ຮູ້ສຶກ​ອົບອຸ່ນ​ໃຈ?

3 ຄຳພີ​ໄບເບິນ​ຍັງ​ເປັນ​ຂອງ​ຂວັນ​ທີ່​ເຮັດ​ໃຫ້​ຮູ້ສຶກ​ອົບອຸ່ນ​ໃຈ ເພາະ​ຄຳພີ​ໄບເບິນ​ບອກ​ບາງ​ຢ່າງ​ກ່ຽວ​ກັບ​ຜູ້​ໃຫ້​ເຊິ່ງ​ກໍ​ຄື​ພະ​ເຢໂຫວາ​ພະເຈົ້າ. ຄວາມ​ຈິງ​ທີ່​ວ່າ​ພະອົງ​ຈັດ​ຕຽມ​ປຶ້ມ​ແບບ​ນີ້​ໄວ້ ກໍ​ເປັນ​ຫຼັກຖານ​ທີ່​ພິສູດ​ວ່າ​ພະອົງ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ພະອົງ​ຫຼາຍ​ຂຶ້ນ. ແນ່ນອນ ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ມາ​ໃກ້​ພະ​ເຢໂຫວາ.

4. ກ່ຽວ​ກັບ​ການ​ແຈກ​ຢາຍ​ຄຳພີ​ໄບເບິນ​ມີ​ສິ່ງ​ໃດ​ທີ່​ປະທັບ​ໃຈ​ເຈົ້າ?

4 ຖ້າ​ເຈົ້າ​ມີ​ຄຳພີ​ໄບເບິນ​ກໍ​ບໍ່​ແມ່ນ​ເລື່ອງ​ແປກ. ມີ​ການ​ພິມ​ຄຳພີ​ໄບເບິນ​ໝົດ​ຫົວ​ຫຼື​ບາງ​ສ່ວນ​ອອກ​ເປັນ​ຫຼາຍ​ກວ່າ 2.300 ພາສາ ດັ່ງ​ນັ້ນ​ປະຊາກອນ​ຂອງ​ໂລກ​ຫຼາຍ​ກວ່າ 90 ສ່ວນ​ຮ້ອຍ​ຈຶ່ງ​ຊອກ​ອ່ານ​ຄຳພີ​ໄບເບິນ​ໄດ້. ໂດຍ​ສະເລ່ຍ​ແລ້ວ​ໃນ​ແຕ່​ລະ​ອາທິດ​ມີ​ການ​ແຈກ​ຢາຍ​ຄຳພີ​ໄບເບິນ​ຫຼາຍ​ກວ່າ​ໜຶ່ງ​ລ້ານ​ຫົວ! ມີ​ການ​ພິມ​ຄຳພີ​ໄບເບິນ​ໝົດ​ຫົວ​ຫຼື​ບາງ​ສ່ວນ​ເປັນ​ຈຳນວນ​ຫຼາຍ​ຕື້​ຫົວ. ແນ່ນອນ ບໍ່​ມີ​ປຶ້ມ​ໃດ​ທີ່​ຄື​ກັບ​ຄຳພີ​ໄບເບິນ.

ສຳເນົາຄຳພີໄບເບິນສະບັບແປໂລກໃໝ່ທີ່ມີໃນພາສາຕ່າງໆ

“ພະ​ຄຳພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່” ມີ​ໃນ​ຫຼາຍ​ພາສາ

5. ໂດຍ​ວິທີ​ໃດ​ທີ່​ຄຳພີ​ໄບເບິນ “ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ”?

5 ຍິ່ງ​ກວ່າ​ນັ້ນ ຄຳພີ​ໄບເບິນ “ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ.” (2 ຕີໂມເຕ 3:16) ໂດຍ​ວິທີ​ໃດ? ຄຳພີ​ໄບເບິນ​ເອງ​ຕອບ​ວ່າ “ຄົນ​ບໍລິສຸດ​ທັງ​ຫຼາຍ​ຂອງ​ພະເຈົ້າ​ໄດ້​ກ່າວ​ແລ້ວ​ຕາມ​ພະ​ວິນຍານ​ບໍລິສຸດ​ໄດ້​ກະທຳ​ໃຫ້​ເຂົາ​ກ່າວ​ນັ້ນ.” (2 ເປໂຕ 1:21) ເພື່ອ​ເປັນ​ຕົວຢ່າງ ນັກ​ທຸລະກິດ​ໃຫ້​ເລ​ຂາ​ຂຽນ​ຈົດໝາຍ​ໃຫ້. ຄວາມ​ຄິດ​ແລະ​ຄຳ​ແນະນຳ​ໃນ​ຈົດໝາຍ​ນັ້ນ​ລ້ວນ​ແຕ່​ເປັນ​ຂອງ​ນັກ​ທຸລະ​ກິດ. ດັ່ງ​ນັ້ນ ຈົດໝາຍ​ນີ້​ຈຶ່ງ​ແມ່ນ​ຂອງ​ນັກ​ທຸລະກິດ​ແທ້ໆບໍ່​ແມ່ນ​ຂອງ​ເລ​ຂາ. ໃນ​ວິທີ​ທີ່​ຄ້າຍ​ກັນ ຄຳພີ​ໄບເບິນ​ມີ​ຂ່າວ​ສານ​ຂອງ​ພະເຈົ້າ ບໍ່​ແມ່ນ​ຂອງ​ມະນຸດ​ຜູ້​ທີ່​ຂຽນ​ຄຳພີ​ໄບເບິນ. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ໝົດ​ຫົວ​ຈຶ່ງ​ແມ່ນ “ພະ​ຄຳ​ແຫ່ງ​ພະເຈົ້າ.”—1 ເທຊະໂລນີກ 2:13.

ສອດຄ່ອງ​ກັນ​ແລະ​ຖືກຕ້ອງ

6, 7. ເປັນ​ຫຍັງ​ຄວາມ​ສອດຄ່ອງ​ກັນ​ຂອງ​ຂໍ້​ມູນ​ພາຍ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ຕາ​ປະທັບ​ໃຈ​ເປັນ​ພິເສດ?

6 ຄຳພີ​ໄບເບິນ​ຂຽນ​ໃນ​ໄລຍະ​ເວລາ​ດົນ​ກວ່າ 1.600 ປີ. ຜູ້​ຂຽນ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ເວລາ​ທີ່​ແຕກຕ່າງ​ກັນ​ແລະ​ມາ​ຈາກ​ພູມ​ຫຼັງ​ທາງ​ດ້ານ​ສັງຄົມ​ແລະ​ເສດຖະກິດ​ທີ່​ຕ່າງ​ກັນ. ບາງ​ຄົນ​ເປັນ​ຊາວ​ໄຮ່​ຊາວນາ ບາງ​ຄົນ​ເປັນ​ຄົນ​ຫາ​ປາ ແລະ​ບາງ​ຄົນ​ເປັນ​ຜູ້​ລ້ຽງ​ແກະ. ມີ​ຄົນ​ອື່ນ​ອີກ​ເປັນ​ຜູ້​ພະຍາກອນ ເປັນ​ຜູ້ຕັດສິນ ແລະ​ເປັນ​ກະສັດ. ລືກາ​ຜູ້​ຂຽນ​ພະທຳ​ກິດຕິຄຸນ​ເປັນ​ທ່ານ​ໝໍ. ເຖິງ​ແມ່ນ​ວ່າ​ຜູ້​ຂຽນ​ມີ​ພູມ​ຫຼັງ​ທີ່​ແຕກຕ່າງ​ກັນ ແຕ່​ຄຳພີ​ໄບເບິນ​ມີ​ຄວາມ​ສອດຄ່ອງ​ກັນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ.a

7 ພະທຳ​ທຳອິດ​ຂອງ​ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ບັນຫາ​ຂອງ​ມະນຸດ​ຊາດ​ໄດ້​ເກີດ​ຂຶ້ນ​ແນວ​ໃດ. ພະທຳ​ສຸດ​ທ້າຍ​ບອກ​ໃຫ້​ຮູ້​ວ່າ​ແຜ່ນດິນ​ໂລກ​ທັງ​ໝົດ​ຈະ​ກາຍ​ເປັນ​ອຸທິຍານ​ຫຼື​ສວນ. ເນື້ອ​ໃນ​ທັງ​ໝົດ​ຂອງ​ຄຳພີ​ໄບເບິນ​ກວມ​ເອົາ​ປະຫວັດສາດ​ຫຼາຍ​ພັນ​ປີ ແລະ​ຍັງ​ມີ​ສ່ວນ​ທີ່​ຊ່ວຍ​ເຮົາ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ວິທີ​ທີ່​ໃຈ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ. ຄວາມ​ສອດຄ່ອງ​ກັນ​ຂອງ​ຄຳພີ​ໄບເບິນ​ເປັນ​ຕາ​ປະທັບ​ໃຈ ແຕ່​ນີ້​ກໍ​ເປັນ​ສິ່ງ​ທີ່​ເຮົາ​ຄາດ​ຫວັງ​ຈາກ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ.

8. ຈົ່ງ​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ມີ​ຄວາມ​ຖືກຕ້ອງ​ທາງ​ວິທະຍາສາດ.

8 ຄຳພີ​ໄບເບິນ​ຖືກຕ້ອງ​ທາງ​ວິທະຍາສາດ ແມ່ນ​ກະທັ່ງ​ມີ​ຂໍ້​ມູນ​ທີ່​ທັນ​ສະໄໝ. ຕົວຢ່າງ ພະທຳ​ພວກເລວີ ມີ​ກົດໝາຍ​ສຳລັບ​ຊາດ​ອິດສະລາແອນ​ບູຮານ​ກ່ຽວ​ກັບ​ການ​ກັກ​ໂຕ​ຜູ້​ທີ່​ເປັນ​ພະຍາດ​ແລະ​ເລື່ອງ​ສຸຂະ​ອະນາໄມ ໃນ​ຂະນະ​ທີ່​ຊາດ​ຕ່າງໆທີ່​ຢູ່​ອ້ອມ​ແອ້ມ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ເລື່ອງ​ແບບ​ນີ້. ເມື່ອ​ມີ​ແນວ​ຄິດ​ທີ່​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ຮູບ​ຊົງ​ຂອງ​ໜ່ວຍ​ໂລກ ຄຳພີ​ໄບເບິນ​ບອກ​ວ່າ​ໜ່ວຍ​ໂລກ​ເປັນ​ຮູບ​ວົງ​ມົນ​ຫຼື​ໜ່ວຍ​ກົມ. (ເອຊາອີ 40:22) ຄຳພີ​ໄບເບິນ​ບອກ​ຢ່າງ​ຖືກຕ້ອງ​ວ່າ​ໜ່ວຍ​ໂລກ​ຖືກ ‘ຫ້ອຍ​ໄວ້​ບ່ອນ​ເປົ່າ.’ (ໂຢບ 26:7) ແນ່ນອນ ຄຳພີ​ໄບເບິນ​ບໍ່​ແມ່ນ​ຕຳລາ​ວິທະຍາສາດ ແຕ່​ເມື່ອ​ກ່າວ​ເຖິງ​ເລື່ອງ​ວິທະຍາສາດ ພັດ​ຖືກຕ້ອງ​ແມ່ນ​ຢຳ. ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ຄາດ​ໝາຍ​ຈາກ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ​ບໍ່​ແມ່ນ​ບໍ?

9. (ກ) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ໃນ​ໂຕ​ວ່າ​ຖືກຕ້ອງ​ທາງ​ປະຫວັດສາດ​ແລະ​ເຊື່ອ​ຖື​ໄດ້​ໃນ​ແງ່​ໃດ​ແດ່? (ຂ) ຄວາມ​ສັດ​ຊື່​ຂອງ​ຜູ້​ຂຽນ​ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ອັນ​ໃດ?

9 ຄຳພີ​ໄບເບິນ​ຍັງ​ຖືກຕ້ອງ​ທາງ​ປະຫວັດສາດ​ແລະ​ເຊື່ອ​ຖື​ໄດ້. ບັນທຶກ​ຕ່າງໆຂອງ​ຄຳພີ​ໄບເບິນ​ລາຍງານ​ແບບ​ສະເພາະ​ເຈາະ​ຈົງ. ບັນທຶກ​ເຫຼົ່າ​ນັ້ນ​ບໍ່​ພຽງ​ບອກ​ລາຍ​ຊື່​ຂອງ​ບຸກຄົນ ແຕ່​ຍັງ​ບອກ​ເຊື້ອ​ວົງ​ຕະກູນ​ຂອງ​ບຸກຄົນ​ນັ້ນ​ນຳ​ອີກ.b ກົງ​ກັນ​ຂ້າມ​ກັບ​ນັກ​ປະຫວັດສາດ​ຝ່າຍ​ໂລກ​ທີ່​ບໍ່​ຄ່ອຍ​ກ່າວ​ເຖິງ​ຄວາມ​ປະ​ລາ​ໄຊ​ຂອງ​ຊາດ​ຕົນ ຜູ້​ຂຽນ​ຄຳພີ​ໄບເບິນ​ພັດ​ສັດ​ຊື່​ຈົນ​ກະທັ່ງ​ວ່າ​ໄດ້​ບັນທຶກ​ຄວາມ​ຫຼົມ​ແຫຼວ​ຕ່າງໆຂອງ​ຕົນ​ເອງ​ແລະ​ຂອງ​ຊາດ​ຕົນ​ເອງ​ອີກ. ຕົວຢ່າງ ໂມເຊ​ຜູ້​ຂຽນ​ພະທຳ​ຈົດເຊັນບັນຊີ​ໃນ​ຄຳພີ​ໄບເບິນ​ຍອມ​ຮັບ​ຄວາມ​ຜິດ​ທີ່​ຮ້າຍແຮງ​ຂອງ​ຕົນ​ຈົນ​ລາວ​ຖືກ​ຕຳໜິ​ຢ່າງ​ແຮງ. (ຈົດເຊັນບັນຊີ 20:2-12) ຄວາມ​ສັດ​ຊື່​ແບບ​ນັ້ນ​ຫາ​ຍາກ​ຫຼາຍ​ໃນ​ບັນທຶກ​ອື່ນໆທາງ​ປະຫວັດສາດ ແຕ່​ພັດ​ພົບ​ຢູ່​ໃນ​ຄຳພີ​ໄບເບິນ​ເພາະ​ວ່າ​ແມ່ນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ.

ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ສະຕິ​ປັນຍາ​ເຊິ່ງ​ໃຊ້​ການ​ໄດ້

10. ເປັນ​ຫຍັງ​ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ໃຊ້​ການ​ໄດ້?

10 ເນື່ອງ​ຈາກ​ຄຳພີ​ໄບເບິນ​ໄດ້​ຮັບ​ການ​ດົນ​ບັນດານ​ຈາກ​ພະເຈົ້າ ປຶ້ມ​ນີ້​ຈຶ່ງ “ເປັນ​ປະໂຫຍດ​ສຳລັບ​ສັ່ງ​ສອນ​ກໍ​ດີ ສຳລັບ​ໃຫ້​ຮູ້​ແຈ້ງ​ກໍ​ດີ ສຳລັບ​ຕີ​ສອນ​ກໍ​ດີ.” (2 ຕີໂມເຕ 3:16) ແມ່ນ​ແລ້ວ ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ໃຊ້​ການ​ໄດ້. ປຶ້ມ​ນີ້​ສະທ້ອນ​ເຖິງ​ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ເຊິ່ງ​ກ່ຽວ​ກັບ​ທຳມະຊາດ​ຂອງ​ມະນຸດ. ເນື່ອງ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ແຕ່ງ​ຄຳພີ​ໄບເບິນ​ເປັນ​ຜູ້​ສ້າງ​ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​ປຶ້ມ​ນີ້​ເປັນ​ແບບ​ນັ້ນ! ພະອົງ​ເຂົ້າ​ໃຈ​ຄວາມ​ຄິດ​ແລະ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ດີ​ກວ່າ​ເຮົາ​ເອງ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຈຳເປັນ​ຕ້ອງ​ມີ​ສິ່ງ​ໃດ​ເພື່ອ​ຈະ​ມີ​ຄວາມ​ສຸກ. ພະອົງ​ຍັງ​ຮູ້​ອີກ​ວ່າ​ເສັ້ນ​ທາງ​ຊີວິດ​ແບບ​ໃດ​ທີ່​ເຮົາ​ຄວນ​ຫຼີກ​ລ່ຽງ.

11, 12. (ກ) ໃນ​ຄຳ​ເທດ​ເທິງ​ພູເຂົາ ພະ​ເຍຊູ​ກ່າວ​ເຖິງ​ເລື່ອງ​ໃດ​ແດ່? (ຂ) ຄຳພີ​ໄບເບິນ​ຍັງ​ກ່າວ​ເຖິງ​ເລື່ອງ​ໃດ​ອີກ​ທີ່​ໃຊ້​ການ​ໄດ້​ແທ້ ແລະ​ເປັນ​ຫຍັງ​ຄຳ​ແນະນຳ​ໃນ​ນັ້ນ​ຈຶ່ງ​ໃຊ້​ໄດ້​ກັບ​ທຸກ​ສະໄໝ?

11 ຂໍ​ໃຫ້​ພິຈາລະນາ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ທີ່​ເອີ້ນ​ວ່າ​ຄຳ​ເທດ​ເທິງ​ພູເຂົາ​ເຊິ່ງ​ບັນທຶກ​ໄວ້​ໃນ​ພະທຳ​ມັດທາຍ​ບົດ​ທີ 5 ເຖິງ​ບົດ​ທີ 7. ໃນ​ຄຳ​ກ່າວ​ທີ່​ເປັນ​ຜົນ​ງານ​ຊີ້ນ​ເອກ​ຂອງ​ການ​ສອນ ພະ​ເຍຊູ​ກ່າວ​ເຖິງ​ຫຼາຍ​ເລື່ອງ ເຊິ່ງ​ລວມ​ເຖິງ​ວິທີ​ທີ່​ຈະ​ພົບ​ຄວາມ​ສຸກ​ແທ້ ວິທີ​ຈັດການ​ກັບ​ຄວາມ​ຂັດ​ແຍ່ງ ວິທີ​ອະທິດຖານ ແລະ​ວິທີ​ທີ່​ຈະ​ມີ​ທັດສະນະ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ສິ່ງ​ຝ່າຍ​ວັດຖຸ. ໃນ​ທຸກ​ມື້​ນີ້ ຖ້ອຍຄຳ​ຂອງ​ພະອົງ​ຍັງ​ມີ​ພະລັງ​ແລະ​ໃຊ້​ການ​ໄດ້​ຄື​ກັບ​ຕອນ​ທີ່​ພະອົງ​ກ່າວ.

12 ຫຼັກ​ການ​ບາງ​ຢ່າງ​ຂອງ​ຄຳພີ​ໄບເບິນ​ແມ່ນ​ກ່ຽວ​ຂ້ອງ​ກັບ​ຄອບຄົວ ນິດໄສ​ການ​ເຮັດ​ວຽກ ແລະ​ການ​ພົວ​ພັນ​ກັບ​ຄົນ​ອື່ນ. ຫຼັກ​ການ​ຂອງ​ຄຳພີ​ໄບເບິນ​ໃຊ້​ໄດ້​ກັບ​ໝົດ​ທຸກ​ຄົນ ແລະ​ຄຳ​ແນະນຳ​ໃນ​ນັ້ນ​ກໍ​ເປັນ​ປະໂຫຍດ​ສະເໝີ. ສະຕິ​ປັນຍາ​ທີ່​ພົບ​ໃນ​ຄຳພີ​ໄບເບິນ​ກ່າວ​ສະຫລຸບ​ຖ້ອຍຄຳ​ຂອງ​ພະເຈົ້າ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາອີ​ວ່າ “ເຮົາ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຜູ້​ສັ່ງ​ສອນ​ເຈົ້າ​ສຳລັບ​ປະໂຫຍດ​ແກ່​ເຈົ້າ.”—ເອຊາອີ 48:17.

ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ຄຳ​ພະຍາກອນ

ຊາຍຄົນໜຶ່ງໄດ້ນຶກພາບໄປນຳໃນຂະນະທີ່ອ່ານຄຳພີໄບເບິນກ່ຽວກັບຄຳພະຍາກອນໃນພະທຳເອຊາອີທີ່ເວົ້າເຖິງການຫຼົ້ມຈົມຂອງເມືອງບາບີໂລນ

ເອຊາອີ​ຜູ້​ຂຽນ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ຫຼົ້ມຈົມ​ຂອງ​ເມືອງ​ບາບີໂລນ

13. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຜູ້​ພະຍາກອນ​ເອຊາອີ​ບັນທຶກ​ລາຍ​ລະອຽດ​ໃດ​ເລື່ອງ​ເມືອງ​ບາບີໂລນ?

13 ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ມາກ​ມາຍ ເຊິ່ງ​ຫຼາຍ​ຂໍ້​ກໍ​ໄດ້​ສຳເລັດ​ເປັນ​ຈິງ​ແລ້ວ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ໜຶ່ງ. ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ໂດຍ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາອີ​ເຊິ່ງ​ມີ​ຊີວິດ​ຢູ່​ໃນ​ສະຕະວັດ​ທີ​ແປດ​ກ່ອນ ສ.ສ. ວ່າ​ເມືອງ​ບາບີໂລນ​ຈະ​ຖືກ​ທຳລາຍ. (ເອຊາອີ 13:19; 14:22, 23) ມີ​ການ​ໃຫ້​ລາຍ​ລະອຽດ​ຕ່າງໆຢ່າງ​ຄັກ​ແນ່​ວ່າ​ເມືອງ​ນີ້​ຈະ​ຖືກ​ພິຊິດ​ແນວ​ໃດ. ກອງ​ທະຫານ​ທີ່​ບຸກ​ໂຈມຕີ​ຈະ​ເຮັດ​ໃຫ້​ແມ່ນ້ຳ​ຂອງ​ບາບີໂລນ​ແຫ້ງ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໂດຍ​ບໍ່​ມີ​ການ​ຕໍ່​ສູ້. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຄຳ​ພະຍາກອນ​ຂອງ​ເອຊາອີ​ຍັງ​ໄດ້​ບອກ​ຊື່​ກະສັດ​ທີ່​ຈະ​ເປັນ​ຜູ້​ພິຊິດ​ບາບີໂລນ ຜູ້​ນັ້ນ​ຊື່​ຊີຣຶຊ.—ເອຊາອີ 44:27–45:2.

14, 15. ລາຍ​ລະອຽດ​ບາງ​ຢ່າງ​ໃນ​ຄຳ​ພະຍາກອນ​ຂອງ​ເອຊາອີ​ກ່ຽວ​ກັບ​ເມືອງ​ບາບີໂລນ​ໄດ້​ສຳເລັດ​ເປັນ​ຈິງ​ຄື​ແນວ​ໃດ?

14 ປະມານ 200 ປີ​ຕໍ່​ມາ ໃນ​ຄືນ​ຂອງ​ວັນ​ທີ 5 ຫາ​ວັນ​ທີ 6 ເດືອນ​ຕຸລາ ປີ 539 ກ່ອນ ສ.ສ. ມີ​ກອງ​ທະຫານ​ກອງ​ໜຶ່ງ​ມາ​ຕັ້ງ​ຄ້າຍ​ໃກ້​ກັບ​ເມືອງ​ບາບີໂລນ. ໃຜ​ເປັນ​ຜູ້​ບັນຊາ​ການ? ກະສັດ​ເປເຣເຊ (ເປີເຊຍ) ຊື່​ວ່າ​ຊີຣຶຊ. ວິທີ​ນີ້​ເປັນ​ການ​ກຽມ​ທາງ​ໄວ້​ສຳລັບ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ທີ່​ໜ້າ​ງຶດງໍ້​ນີ້. ແຕ່​ວ່າ​ກອງ​ທະຫານ​ຂອງ​ຊີຣຶຊ​ຈະ​ບຸກ​ໂຈມຕີ​ເມືອງ​ບາບີໂລນ​ໂດຍ​ບໍ່​ມີ​ການ​ຕໍ່​ສູ້​ຕາມ​ທີ່​ບອກ​ໄວ້​ບໍ?

15 ຊາວ​ບາບີໂລນ​ຈັດ​ງານ​ລ້ຽງ​ໃຫຍ່​ໃນ​ຄືນ​ມື້​ນັ້ນ ແລະ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ປອດໄພ​ເນື່ອງ​ຈາກ​ມີ​ກຳແພງ​ເມືອງ​ໃຫຍ່​ທີ່​ແໜ້ນ​ໜາ. ໃນ​ລະຫວ່າງ​ງານ​ລ້ຽງ ດ້ວຍ​ຄວາມ​ມີ​ໄຫວ​ພິບ​ຊີຣຶຊ​ໄດ້​ປ່ຽນ​ເສັ້ນ​ທາງ​ຂອງ​ແມ່ນ້ຳ​ທີ່​ໄຫຼ​ຜ່ານ​ເມືອງ​ນັ້ນ. ບໍ່​ດົນ​ນ້ຳ​ກໍ​ຕື້ນ​ຈົນ​ລູກ​ນ້ອງ​ຂອງ​ຊີຣຶຊ​ລຸຍ​ຂ້າມ​ໄດ້​ແລະ​ໄປ​ຮອດ​ກຳແພງ​ເມືອງ. ແຕ່​ກອງ​ທະຫານ​ຂອງ​ຊີຣຶຊ​ຈະ​ຜ່ານ​ກຳແພງ​ເມືອງ​ຂອງ​ບາບີໂລນ​ເຂົ້າ​ໄປ​ໄດ້​ແນວ​ໃດ? ດ້ວຍ​ເຫດ​ໃດ​ກໍ​ບໍ່​ຮູ້ ໃນ​ຄືນ​ມື້​ນັ້ນ​ປະຕູ​ທາງ​ເຂົ້າ​ໄປ​ໃນ​ເມືອງ​ຖືກ​ເປີດ​ປະ​ໄວ້​ຢ່າງ​ບໍ່​ໃສ່​ໃຈ!

16. (ກ) ເອຊາອີ​ບອກ​ລ່ວງ​ໜ້າ​ໄວ້​ແນວ​ໃດ​ກ່ຽວ​ກັບ​ບັ້ນ​ປາຍ​ຂອງ​ເມືອງ​ບາບີໂລນ? (ຂ) ຄຳ​ພະຍາກອນ​ຂອງ​ເອຊາອີ​ກ່ຽວ​ກັບ​ຄວາມ​ຮ້າງ​ເປົ່າ​ຂອງ​ເມືອງ​ບາບີໂລນ​ໄດ້​ສຳເລັດ​ເປັນ​ຈິງ​ຄື​ແນວ​ໃດ?

16 ມີ​ການ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ເມືອງ​ບາບີໂລນ​ວ່າ “ເມືອງ​ນັ້ນ​ຈະ​ບໍ່​ມີ​ຊາວ​ຊົນ​ຈັກ​ເທື່ອ​ແລະ​ເຂົາ​ຈະ​ບໍ່​ຕັ້ງ​ຢູ່​ທີ່​ນັ້ນ​ແຕ່​ຊົ່ວ​ອາຍຸ​ນີ້​ສືບ​ໄປ​ຊົ່ວ​ອາຍຸ​ນັ້ນ ແລະ​ຊາວ​ອາຣາບ​ຈະ​ບໍ່​ປັກ​ທັບ​ອາໄສ​ໄວ້​ທີ່​ນັ້ນ ແລະ​ພວກ​ຜູ້​ລ້ຽງ​ແກະ​ຈະ​ບໍ່​ໃຫ້​ຝູງ​ສັດ​ຂອງ​ເຂົາ​ໄປ​ນອນ​ໃນ​ທີ່​ນັ້ນ.” (ເອຊາອີ 13:20) ຄຳ​ພະຍາກອນ​ນີ້​ບໍ່​ພຽງ​ແຕ່​ບອກ​ເຖິງ​ການ​ຫຼົ້ມຈົມ​ຂອງ​ເມືອງ​ນີ້​ເທົ່າ​ນັ້ນ ແຕ່​ຄຳ​ພະຍາກອນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເມືອງ​ບາບີໂລນ​ຈະ​ຮ້າງ​ເປົ່າ​ຕະຫຼອດ​ໄປ. ເຮົາ​ສາມາດ​ພົບ​ເຫັນ​ຫຼັກຖານ​ກ່ຽວ​ກັບ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຖ້ອຍຄຳ​ເຫຼົ່າ​ນີ້. ຫ່າງ​ຈາກ​ເມືອງ​ແບກ​ແດດ​ໃນ​ປະເທດ​ອິລັກ​ໄປ​ທາງ​ໃຕ້​ປະມານ 80 ກິໂລແມັດ ເປັນ​ບໍລິເວນ​ທີ່​ຕັ້ງ​ຂອງ​ເມືອງ​ບາບີໂລນ​ບູຮານ​ເຊິ່ງ​ປັດຈຸບັນ​ນີ້​ບໍ່​ມີ​ຄົນ​ອາໄສ​ຢູ່ ເລື່ອງ​ນີ້​ເປັນ​ຫຼັກຖານ​ທີ່​ພິສູດ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ຜ່ານ​ທາງ​ເອຊາອີ​ໄດ້​ສຳເລັດ​ເປັນ​ຈິງ​ທີ່​ວ່າ “ເຮົາ​ຈະ​ເອົາ​ຕາດ (ໄມ້​ກວາດ) ແຫ່ງ​ຄວາມ​ຈິບຫາຍ​ປັດ​ເມືອງ​ນັ້ນ​ໄປ.”—ເອຊາອີ 14:22, 23.c

17. ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຕື່ມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ​ແນວ​ໃດ?

17 ການ​ພິຈາລະນາ​ເຫດຜົນ​ຕ່າງໆທີ່​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ປະກອບ​ດ້ວຍ​ຄຳ​ພະຍາກອນ​ທີ່​ເຊື່ອ​ຖື​ໄດ້​ຈຶ່ງ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ບໍ່​ແມ່ນ​ບໍ? ແທ້​ຈິງ​ແລ້ວ ຖ້າ​ພະ​ເຢໂຫວາ​ພະເຈົ້າ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະອົງ​ໃນ​ອະດີດ​ສຳເລັດ​ເປັນ​ຈິງ ເຮົາ​ກໍ​ມີ​ເຫດຜົນ​ທຸກ​ຢ່າງ​ທີ່​ຈະ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ເລື່ອງ​ອຸທິຍານ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ສຳເລັດ​ເປັນ​ຈິງ​ຄື​ກັນ. (ຈົດເຊັນບັນຊີ 23:19) ແມ່ນ​ແລ້ວ ເຮົາ​ມີ “ຄວາມ​ໄວ້​ໃຈ​ແຫ່ງ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ທີ່​ພະເຈົ້າ​ຜູ້​ເວົ້າ​ຄຳ​ຕົວະ​ບໍ່​ໄດ້ ໄດ້​ປະຕິຍານ​ໄວ້​ກ່ອນ​ເວລາ​ຄາວ​ທັງ​ຫຼາຍ.”—ຕິໂຕ 1:2.d

“ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ”

18. ກ່ຽວ​ກັບ “ພະ​ຄຳ​ຂອງ​ພະເຈົ້າ” ອັກຄະສາວົກ​ໂປໂລ​ຜູ້​ເປັນ​ຄລິດສະຕຽນ​ໄດ້​ກ່າວ​ແນວ​ໃດ​ເຊິ່ງ​ຖື​ວ່າ​ເປັນ​ຖ້ອຍຄຳ​ທີ່​ມີ​ພະລັງ?

18 ຈາກ​ເລື່ອງ​ທີ່​ເຮົາ​ໄດ້​ພິຈາລະນາ​ໃນ​ບົດ​ນີ້ ຈຶ່ງ​ເຫັນ​ແຈ້ງ​ແລ້ວ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ບໍ່​ມີ​ປຶ້ມ​ໃດ​ທຽບ​ໄດ້​ແທ້ໆ. ເຖິງ​ແນວ​ນັ້ນ​ກໍ​ຕາມ ຄຸນຄ່າ​ແທ້ໆຂອງ​ຄຳພີ​ໄບເບິນ​ບໍ່​ແມ່ນ​ວ່າ​ຍ້ອນ​ຄວາມ​ສອດຄ່ອງ​ກັນ​ທາງ​ດ້ານ​ເນື້ອ​ໃນ ຄວາມ​ຖືກຕ້ອງ​ທາງ​ວິທະຍາສາດ​ແລະ​ປະຫວັດສາດ ປະກອບ​ດ້ວຍ​ສະຕິ​ປັນຍາ​ທີ່​ໃຊ້​ການ​ໄດ້ ແລະ​ປະກອບ​ດ້ວຍ​ຄຳ​ພະຍາກອນ​ທີ່​ເຊື່ອ​ຖື​ໄດ້. ອັກຄະສາວົກ​ໂປໂລ​ທີ່​ເປັນ​ຄລິດສະຕຽນ​ຂຽນ​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ ແລະ​ເຂົ້າ​ງ່າຍ​ກວ່າ​ດາບ​ທີ່​ມີ​ຄົມ 2 ເບື້ອງ​ທຸກ​ດວງ ແລະ​ແທງ​ຈົນ​ເຖິງ​ຫວ່າງ​ກາງ​ຈິດ​ໃຈ​ກັບ​ວິນຍານ ທັງ​ຂໍ້​ກະດູກ​ແລະ​ນ້ຳມັນ​ໃນ​ກະດູກ​ແຍກ​ຈາກ​ກັນ ແລະ​ເປັນ​ທີ່​ຫຼິງ​ເຫັນ​ຄວາມ​ຄຶດ​ແລະ​ຄວາມໝາຍ​ໃນ​ໃຈ.”—ເຫບເລີ 4:12.

ຊາກຫັກເປ່ເພພັງຂອງເມືອງບາບີໂລນ

ຊາກ​ຫັກ​ເປ່ເພ​ພັງ​ຂອງ​ເມືອງ​ບາບີໂລນ

19, 20. (ກ) ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ກວດ​ກາ​ເບິ່ງ​ຕົວ​ເອງ? (ຂ) ເຈົ້າ​ຈະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ແນວ​ໃດ​ຕໍ່​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ມາ​ຈາກ​ພະເຈົ້າ​ທີ່​ບໍ່​ມີ​ສິ່ງ​ໃດ​ທຽບ​ໄດ້?

19 ການ​ອ່ານ “ພະ​ຄຳ” ຫຼື​ຂ່າວ​ສານ​ຂອງ​ພະເຈົ້າ​ໃນ​ຄຳພີ​ໄບເບິນ​ສາມາດ​ປ່ຽນ​ແປງ​ຊີວິດ​ຂອງ​ເຮົາ. ພະ​ຄຳ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ກວດ​ກາ​ເບິ່ງ​ຕົວ​ເອງ​ໃໝ່​ດັ່ງ​ທີ່​ບໍ່​ເຄີຍ​ເຮັດ​ຜ່ານ​ມາ. ເຮົາ​ອາດ​ເວົ້າ​ວ່າ​ຮັກ​ພະເຈົ້າ ແຕ່​ການ​ຕອບ​ສະໜອງ​ຂອງ​ເຮົາ​ຕໍ່​ຄຳ​ສອນ​ຕ່າງໆຂອງ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະອົງ​ຈະ​ເປີດ​ເຜີຍ​ໃຫ້​ເຫັນ​ຄວາມ​ຄິດ​ທີ່​ແທ້​ຈິງ​ຂອງ​ເຮົາ ແມ່ນ​ກະທັ່ງ​ເປີດ​ເຜີຍ​ຄວາມ​ປາຖະໜາ​ທີ່​ແທ້​ຈິງ​ໃນ​ຫົວໃຈ.

20 ຄຳພີ​ໄບເບິນ​ແມ່ນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ​ແທ້ໆ. ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ຄວນ​ອ່ານ ຄວນ​ສຶກສາ​ຄົ້ນ​ຄວ້າ ແລະ​ຄວນ​ຖື​ວ່າ​ມີ​ຄຸນຄ່າ. ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຂອງ​ຂວັນ​ນີ້​ທີ່​ມາ​ຈາກ​ພະເຈົ້າ​ໂດຍ​ການ​ພິຈາລະນາ​ເບິ່ງ​ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ​ຕໍ່ໆໄປ. ໃນ​ຂະນະ​ທີ່​ເຮັດ​ແບບ​ນີ້ ເຈົ້າ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ມະນຸດ. ໃນ​ບົດ​ຕໍ່​ໄປ​ຈະ​ມີ​ການ​ພິຈາລະນາ​ວ່າ​ໃຈ​ປະສົງ​ນັ້ນ​ແມ່ນ​ຫຍັງ​ແລະ​ໃຈ​ປະສົງ​ນັ້ນ​ຈະ​ເປັນ​ຈິງ​ແນວ​ໃດ.

a ເຖິງ​ແມ່ນ​ບາງ​ຄົນ​ເວົ້າ​ວ່າ​ບາງ​ສ່ວນ​ຂອງ​ຄຳພີ​ໄບເບິນ​ຂັດ​ກັບ​ສ່ວນ​ອື່ນໆແຕ່​ການ​ອ້າງ​ແບບ​ນັ້ນ​ບໍ່​ມີ​ມູນ​ຄວາມ​ຈິງ. ຂໍ​ໃຫ້​ເບິ່ງ​ໃນ​ບົດ​ທີ 7 ຂອງ​ປຶ້ມ​ຄຳພີ​ໄບເບິນ—ພະ​ຄຳ​ຂອງ​ພະເຈົ້າ​ຫຼື​ຂອງ​ມະນຸດ? (ພາສາ​ອັງກິດ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

b ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ເບິ່ງ​ບັນທຶກ​ລາຍ​ລະອຽດ​ກ່ຽວ​ກັບ​ເຊື້ອ​ວົງ​ຕະກູນ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ລືກາ 3:23-28.

c ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ຂໍ​ໃຫ້​ເບິ່ງ​ຈຸນລະສານ​ໜັງສື​ສຳລັບ​ທຸກ​ຄົນ (ພາສາ​ໄທ) ໜ້າ 27-29 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

d ການ​ທຳລາຍ​ເມືອງ​ບາບີໂລນ​ເປັນ​ພຽງ​ຕົວຢ່າງ​ໜຶ່ງ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່​ສຳເລັດ​ເປັນ​ຈິງ. ຍັງ​ມີ​ຕົວຢ່າງ​ອື່ນໆອີກ​ເຊັ່ນ​ການ​ທຳລາຍ​ເມືອງ​ຕີໂລ​ແລະ​ເມືອງ​ນີນີເວ. (ເອເຊກຽນ 26:1-5; ໂຊໂຟນີ 2:13-15) ນອກ​ຈາກ​ນັ້ນ ຄຳ​ພະຍາກອນ​ຂອງ​ດານຽນ​ຍັງ​ບອກ​ລ່ວງ​ໜ້າ​ເຖິງ​ມະຫາ​ອຳນາດ​ໂລກ​ທີ່​ຈະ​ສືບ​ອຳນາດ​ຕໍ່​ຈາກ​ບາບີໂລນ. ມະຫາ​ອຳນາດ​ເຫຼົ່າ​ນີ້​ລວມ​ເຖິງ​ແມດ-ເປເຣເຊ (ມີໂດ-ເປີເຊຍ) ແລະ​ກະເລັກ. (ດານຽນ 8:5-7, 20-22) ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 199-201 ສຳລັບ​ການ​ພິຈາລະນາ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ກ່ຽວ​ກັບ​ເລື່ອງ​ເມຊີ​ເຊິ່ງ​ພະ​ເຍຊູ​ຄລິດ​ເຮັດ​ໃຫ້​ສຳເລັດ​ເປັນ​ຈິງ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຄຳພີ​ໄບເບິນ​ໄດ້​ຮັບ​ການ​ດົນ​ບັນດານ​ໃຈ​ຈາກ​ພະເຈົ້າ ແລະ​ດ້ວຍ​ເຫດ​ນັ້ນ​ຈຶ່ງ​ຖືກຕ້ອງ​ແລະ​ເຊື່ອ​ຖື​ໄດ້.—2 ຕີໂມເຕ 3:16.

  • ຄວາມ​ຮູ້​ທີ່​ພົບ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ແມ່ນ​ໃຊ້​ການ​ໄດ້​ແທ້​ໃນ​ຊີວິດ​ປະຈຳ​ວັນ.—ເອຊາອີ 48:17.

  • ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ຈະ​ສຳເລັດ​ເປັນ​ຈິງ​ຢ່າງ​ແນ່ນອນ.—ຈົດເຊັນບັນຊີ 23:19.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌