ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 36
  • ສັດຊື່​ໃນ​ທຸກ​ເລື່ອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສັດຊື່​ໃນ​ທຸກ​ເລື່ອງ
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ຈົ່ງ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ສິ່ງ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຄຸນ​ລັກສະນະ​ທີ່​ດີ​ແບບ​ພະເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ເພັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 36
ບົດ​ທີ 36. ຜູ້​ຊາຍ​ຄົນ​ໜຶ່ງ​ເຊັນ​ເອກະສານ.

ບົດ​ທີ 36

ສັດຊື່​ໃນ​ທຸກ​ເລື່ອງ

ສະບັບພິມ
ສະບັບພິມ
ສະບັບພິມ

ຜູ້​ໃດ​ກໍ​ຢາກ​ມີ​ໝູ່​ທີ່​ເປັນ​ຄົນ​ສັດຊື່. ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ໝູ່​ຂອງ​ເພິ່ນ​ເປັນ​ຄົນ​ສັດຊື່​ຄື​ກັນ. ແຕ່​ບໍ່​ງ່າຍ​ເລີຍ​ທີ່​ຈະ​ເປັນ​ຄົນ​ແບບ​ນັ້ນ​ເພາະ​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ນີ້​ບໍ່​ສັດຊື່. ແລ້ວ​ການ​ເປັນ​ຄົນ​ສັດຊື່​ໃນ​ທຸກ​ເລື່ອງ​ມີ​ປະໂຫຍດ​ຫຍັງ​ແດ່?

1. ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຕ້ອງ​ເປັນ​ຄົນ​ສັດຊື່​ແມ່ນ​ຫຍັງ?

ເມື່ອ​ເຮົາ​ສັດຊື່​ກັບ​ຄົນ​ອື່ນ ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ແລະ​ນັບຖື​ເພິ່ນ. ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຄິດ​ຫຍັງ​ແລະ​ເຫັນ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ. (ເຮັບເຣີ 4:13) ຖ້າ​ເຮົາ​ເລືອກ​ທີ່​ຈະ​ເປັນ​ຄົນ​ສັດຊື່ ພະ​ເຢໂຫວາ​ກໍ​ເຫັນ​ແລະ​ດີ​ໃຈ​ທີ່​ເຮົາ​ເຮັດ​ແບບ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຊັງ​ຄົນ​ທີ່​ມີ​ເລ່ລ່ຽມ ແຕ່​ເພິ່ນ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.”—ສຸພາສິດ 3:32

2. ເຮົາ​ຈະ​ສັດຊື່​ໃນ​ເລື່ອງ​ໃດ​ແດ່?

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ “ເວົ້າ​ຄວາມ​ຈິງ​ຕໍ່​ກັນ.” (ເຊຄາຣີຢາ 8:16, 17) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ບໍ່​ວ່າ​ເຮົາ​ຈະ​ເວົ້າ​ກັບ​ຄົນ​ໃນ​ຄອບຄົວ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ພີ່ນ້ອງ​ຄລິດສະຕຽນ ຫຼື​ເຈົ້າ​ໜ້າທີ່​ບ້ານ​ເມືອງ ເຮົາ​ຈະ​ບໍ່​ເວົ້າ​ຕົວະ​ຫຼື​ໃຫ້​ຂໍ້ມູນ​ທີ່​ບໍ່​ແມ່ນ​ຄວາມ​ຈິງ. ຄົນ​ສັດຊື່​ຈະ​ບໍ່​ລັກ​ຫຼື​ສໍ້​ໂກງ​ຄົນ​ອື່ນ. (ອ່ານ​ສຸພາສິດ 24:28 ແລະ​ເອເຟໂຊ 4:28) ແລະ​ເຂົາເຈົ້າ​ຈະ​ຈ່າຍ​ພາສີ​ຄົບ​ທຸກ​ກີບ​ຕາມ​ທີ່​ກົດໝາຍ​ກຳນົດ​ໄວ້. (ໂຣມ 13:5-7) ບໍ່​ວ່າ​ຈະ​ເປັນ​ເລື່ອງ​ໃດ​ກໍ​ຕາມ ເຮົາ​ຈະ “ປະພຶດ​ໂຕ​ສັດຊື່​ໃນ​ທຸກ​ເລື່ອງ.”—ເຮັບເຣີ 13:18

3. ການ​ເປັນ​ຄົນ​ສັດຊື່​ມີ​ປະໂຫຍດ​ຫຍັງ​ແດ່?

ຖ້າ​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ສັດຊື່ ເຂົາເຈົ້າ​ກໍ​ຈະ​ໄວ້ໃຈ​ເຮົາ. ເຮົາ​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ໃນ​ປະຊາຄົມ​ຮູ້ສຶກ​ປອດໄພ ຄື​ກັບ​ໄດ້​ຢູ່​ໃນ​ຄອບຄົວ​ທີ່​ຮັກ​ກັນ. ການ​ເປັນ​ຄົນ​ສັດຊື່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສະບາຍ​ໃຈ. ນອກ​ຈາກ​ນັ້ນ ຖ້າ​ເຮົາ​ເປັນ​ຄົນ​ສັດຊື່ ເຮົາ​ກໍ​ຈະ​ເຮັດ​ໃຫ້ “ຄຳສອນ​ຂອງ​ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ໃນ​ທຸກ​ດ້ານ” ແລະ​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ຮູ້​ຈັກ​ພະ​ເຢໂຫວາ​ນຳ.—ຕີໂຕ 2:10

ຮຽນ​ຮູ້​ຫຼາຍ​ຂຶ້ນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ເປັນ​ຄົນ​ສັດຊື່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ ເຈົ້າ​ເອງ​ຈະ​ໄດ້​ຮັບປະໂຫຍດ​ຫຍັງ ແລະ​ເຈົ້າ​ຈະ​ເປັນ​ຄົນ​ສັດຊື່​ໃນ​ສະຖານະການ​ຕ່າງໆ​ໄດ້​ແນວ​ໃດ.

4. ພະ​ເຢໂຫວາ​ມັກ​ຄົນ​ທີ່​ສັດຊື່

ອ່ານ​ເພງ​ສັນລະເສີນ 44:21 ແລະ​ມາລາກີ 3:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຈະ​ປິດ​ບັງ​ບາງ​ເລື່ອງ​ໄວ້​ໄດ້?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ເລືອກ​ທີ່​ຈະ​ເວົ້າ​ຄວາມ​ຈິງ ເຖິງ​ວ່າ​ບາງ​ຄັ້ງ​ການ​ເຮັດ​ແບບ​ນັ້ນ​ອາດ​ຈະ​ບໍ່​ງ່າຍ?

ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ລົມ​ກັບ​ພໍ່​ທີ່​ກຳລັງ​ຄູ້ເຂົ່າ​ແນມ​ເບິ່ງ​ລາວ. ຈອກ​ນ້ຳ​ໝາກ​ໄມ້​ລົ້ມ​ແລະ​ນ້ຳ​ໝາກ​ໄມ້​ໄຫຼ​ລົງ​ທາງ​ຂ້າງ​ໂຕະ.

ເມື່ອ​ລູກ​ເວົ້າ​ຄວາມ​ຈິງ ພໍ່​ແມ່​ກໍ​ມີ​ຄວາມ​ສຸກ. ເມື່ອ​ເຮົາ​ເວົ້າ​ຄວາມ​ຈິງ ພະ​ເຢໂຫວາ​ກໍ​ມີ​ຄວາມ​ສຸກ

5. ເປັນ​ຄົນ​ສັດຊື່​ຕະຫຼອດ​ເວລາ

ຫຼາຍ​ຄົນ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຄົນ​ເຮົາ​ຈະ​ສັດຊື່​ໃນ​ທຸກ​ເລື່ອງ. ແຕ່​ໃຫ້​ເຮົາ​ມາເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ສັດຊື່​ຕະຫຼອດ​ເວລາ. ເປີດ​ວິດີໂອ.

ວິດີໂອ: ສິ່ງ​ໃດ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ?—ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ (2:32)

ສາກ​ໜຶ່ງ​ຈາກ​ວິດີໂອ ‘ສິ່ງ​ໃດ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ?—ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ.’ ຫຼັງ​ຈາກ​ທີ່​ເບັນ​ສາລະພາບ​ກັບ​ຫົວໜ້າ​ວ່າ​ລາວ​ເຮັດ​ຜິດ​ພາດ​ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຫຼາຍ ເຂົາເຈົ້າ​ຈັບ​ມື​ກັນ.

ອ່ານ​ເຮັບເຣີ 13:18 ແລ້ວ​ລົມ​ກັນ​ວ່າ​ເຮົາ​ຈະ​ສັດຊື່​ໄດ້​ແນວ​ໃດ . . .

  • ກັບ​ຄົນ​ໃນ​ຄອບຄົວ.

  • ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງຮຽນ.

  • ໃນ​ໂອກາດ​ອື່ນໆ.

6. ເຮົາ​ໄດ້​ຮັບ​ປະໂຫຍດຈາກ​ການ​ເປັນ​ຄົນ​ສັດຊື່

ການ​ເປັນ​ຄົນ​ສັດຊື່​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ​ແດ່. ແຕ່​ໃນ​ທີ່​ສຸດ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ. ອ່ານ​ເພງ​ສັນລະເສີນ 34:12-16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ການ​ເປັນ​ຄົນ​ສັດຊື່​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ດີ​ຂຶ້ນ​ແນວ​ໃດ?

ກ. ຜົວ​ເມຍ​ຄູ່​ໜຶ່ງ​ລົມ​ກັນ​ຕອນ​ກິນ​ກາເຟ. ຂ. ໃນ​ຮ້ານ​ແປງ​ລົດ​ຮ້ານ​ໜຶ່ງ ຫົວໜ້າ​ກຳລັງ​ຊົມເຊີຍ​ລູກ​ນ້ອງ. ຄ. ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ໃນ​ລົດ​ເອົາ​ບັດ​ປະຈຳ​ຕົວ​ໃຫ້​ຕຳຫຼວດ​ເບິ່ງ.
  1. ກ. ຜົວ​ແລະ​ເມຍ​ທີ່​ສັດຊື່ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ໝັ້ນຄົງ

  2. ຂ. ພະນັກງານ​ທີ່​ສັດຊື່​ຈະ​ໄດ້​ຮັບຄວາມ​ໄວ້ໃຈ​ຈາກ​ຫົວໜ້າ

  3. ຄ. ຄົນ​ທີ່​ສັດຊື່​ຈະ​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ຈາກ​ເຈົ້າ​ໜ້າທີ່​ບ້ານ​ເມືອງ

ບາງ​ຄົນ​ເວົ້າ​ວ່າ: “ເວົ້າ​ຕົວະ​ແດ່​ຈັກ​ໜ້ອຍ​ໜຶ່ງ​ກໍ​ບໍ່​ເປັນ​ຫຍັງ​ດອກ ຖ້າ​ເຮັດ​ໃຫ້​ຄົນ​ອື່ນ​ສະບາຍ​ໃຈ.”

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ກຽດຊັງ​ການ​ຕົວະ​ທຸກ​ຮູບ​ແບບ?

ສະຫຼຸບ

ພະ​ເຢໂຫວາ​ຢາກ​ໃຫ້​ໝູ່​ຂອງ​ເພິ່ນ​ເປັນ​ຄົນສັດຊື່​ທັງ​ຄຳເວົ້າ​ແລະ​ການ​ກະທຳ.

ຄຳ​ຖາມ​ທົບທວນ

  • ເຮົາ​ຈະ​ສັດຊື່​ໃນ​ເລື່ອງ​ໃດ​ແດ່?

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຈະປິດ​ບັງ​ບາງ​ເລື່ອງ​ໄວ້​ໄດ້?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ເປັນ​ຄົນ​ສັດຊື່ຕະຫຼອດ​ເວລາ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ພໍ່​ແມ່​ຈະ​ສອນ​ລູກ​ໃຫ້​ເປັນ​ຄົນສັດຊື່​ແນວ​ໃດ?

ເວົ້າ​ແຕ່​ຄວາມ​ຈິງ (1:44)

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ເວົ້າ​ໄວ້?

ຮັກສາ​ຄຳ​ສັນຍາ​ແລະ​ໄດ້​ຮັບ​ພອນ (9:09)

ເຮົາ​ຕ້ອງ​ເສຍ​ພາສີ​ບໍ​ເຖິງ​ວ່າ​ຈະ​ມີ​ການ​ເອົາ​ເງິນ​ນັ້ນ​ໄປ​ໃຊ້​ແບບ​ຜິດໆ?

“ເຈົ້າ​ຕ້ອງ​ເສຍ​ພາສີ​ບໍ?” (ຫໍສັງເກດການ 1 ກັນຍາ 2011)

ອັນ​ໃດ​ເຮັດ​ໃຫ້​ຄົນ​ຂີ້​ໂກງ​ຄົນ​ໜຶ່ງ​ປ່ຽນແປງ​ໂຕເອງ​ແລະ​ກາຍ​ເປັນ​ຄົນ​ສັດຊື່​ໄດ້?

“ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເມດຕາ​ແລະ​ພ້ອມ​ຈະ​ໃຫ້​ອະໄພ” (ຫໍສັງເກດການ 1 ພຶດສະພາ 2015)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌