ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 59 points 1-6
  • ເຈົ້າ​ຈະ​ອົດທົນ​ການ​ຂົ່ມເຫງ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ອົດທົນ​ການ​ຂົ່ມເຫງ​ໄດ້​ແນວ​ໃດ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ມີຄວາມສຸກເຖິງວ່າຈະຖືກຂົ່ມເຫງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງ​ແຕ່​ຕອນ​ນີ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຄຳພີ​ໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 59 points 1-6
ບົດ​ທີ 59. ເຈົ້າ​ໜ້າທີ່ 2 ຄົນ​ຄຸມ​ໂຕ​ພີ່ນ້ອງ​ຊາຍ​ທີ່​ຖືກ​ໃສ່​ກະແຈ​ມື ເຂົາເຈົ້າ​ຍ່າງ​ຜ່ານ​ກຸ່ມ​ນັກ​ຂ່າວ​ແລະ​ພີ່ນ້ອງ​ພະຍານ​ພະ​ເຢໂຫວາ.

ບົດ​ທີ 59

ເຈົ້າ​ຈະ​ອົດທົນ​ການ​ຂົ່ມເຫງ​ໄດ້​ແນວ​ໃດ?

ສະບັບພິມ
ສະບັບພິມ
ສະບັບພິມ

ໃນ​ອະນາຄົດ ຄລິດສະຕຽນ​ທຸກ​ຄົນ​ຈະ​ຖືກ​ຂົ່ມເຫງ. ແຕ່​ເຮົາ​ຕ້ອງ​ຢ້ານ​ບໍ?

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ເຮົາ​ຈະ​ຖືກ​ຂົ່ມເຫງ?

ຄຳພີ​ໄບເບິນ​ບອກ​ຈະ​ແຈ້ງ​ວ່າ: “ທຸກ​ຄົນ​ທີ່​ຕັ້ງໃຈ​ໃຊ້​ຊີວິດ​ໂດຍ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ກໍ​ຈະ​ຖືກ​ຂົ່ມເຫງ​ຄື​ກັນ.” (2 ຕີໂມທຽວ 3:12) ພະ​ເຢຊູ​ຖືກ​ຂົ່ມເຫງ​ຍ້ອນ​ເພິ່ນ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ​ທີ່​ຊາຕານ​ປົກຄອງ. ເຮົາ​ກໍ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ​ນີ້​ຄື​ກັນ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ແປກໃຈ​ເມື່ອ​ເຮົາ​ຖືກ​ຂົ່ມເຫງ​ໂດຍ​ອົງກອນ​ທາງ​ສາສະໜາ​ແລະ​ລັດຖະບານ​ຕ່າງໆ​ຂອງ​ໂລກ​ນີ້.—ໂຢຮັນ 15:18, 19

2. ເຮົາ​ຈະ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ຮັບມື​ກັບ​ການ​ຂົ່ມເຫງ​ໄດ້​ແນວ​ໃດ?

ເພື່ອ​ຈະ​ກຽມ​ໂຕ​ໃຫ້​ພ້ອມ ເຮົາ​ຕ້ອງ​ໄວ້ໃຈ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕັ້ງແຕ່​ຕອນນີ້. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ຈັດ​ເວລາ​ໄວ້ທຸກ​ມື້​ເພື່ອ​ອະທິດຖານ ອ່ານ​ຄຳພີ​ໄບເບິນ ແລະ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ປະຊາຄົມ​ເປັນ​ປະຈຳ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ຮັບມື​ກັບ​ການ​ຂົ່ມເຫງ​ທຸກ​ຮູບ​ແບບ​ຢ່າງ​ກ້າຫານ ແມ່ນ​ແຕ່​ການ​ຕໍ່ຕ້ານ​ທີ່​ມາ​ຈາກ​ຄົນ​ໃນ​ຄອບຄົວ. ອັກຄະສາວົກ​ໂປໂລ​ທີ່​ເຄີຍ​ຖືກ​ຂົ່ມເຫງ​ຫຼາຍ​ເທື່ອ​ຂຽນ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ.”—ເຮັບເຣີ 13:6

ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ເພີ່ມ​ຄວາມ​ກ້າຫານ​ໃຫ້​ຫຼາຍ​ຂຶ້ນ​ໂດຍ​ປະກາດ​ເປັນ​ປະຈຳ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້ໃຈ​ພະ​ເຢໂຫວາ​ແລະ​ເອົາ​ຊະນະ​ການ​ຢ້ານ​ຄົນ. (ສຸພາສິດ 29:25) ຖ້າ​ເຮົາ​ກ້າ​ປະກາດ​ຕັ້ງແຕ່​ຕອນນີ້ ເຮົາ​ກໍ​ຈະ​ບໍ່​ເຊົາ​ປະກາດ​ເຖິງ​ວ່າ​ລັດຖະບານ​ຈະ​ສັ່ງ​ຫ້າມ​ວຽກ​ຂອງ​ເຮົາ.—1 ເທຊະໂລນິກ 2:2

3. ຖ້າ​ເຮົາ​ອົດທົນ​ກັບ​ການ​ຖືກ​ຂົ່ມເຫງ ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ?

ເຮົາ​ບໍ່​ໄດ້​ມັກ​ທີ່​ຖືກ​ຂົ່ມເຫງ ແຕ່​ຖ້າ​ເຮົາ​ອົດທົນ​ກັບ​ການ​ຂົ່ມເຫງ​ໄດ້ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ເຮົາ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຍ້ອນ​ເຮົາ​ເຫັນ​ວ່າ​ເພິ່ນ​ຊ່ວຍ​ເຮົາ​ຕອນ​ທີ່​ເຮົາ​ຮູ້ສຶກ​ວ່າ​ທົນ​ບໍ່​ໄຫວ​ແລ້ວ. (ອ່ານ​ຢາໂກໂບ 1:2-4) ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ທີ່​ເຫັນ​ເຮົາ​ຖືກ​ຂົ່ມເຫງ ແຕ່​ເພິ່ນ​ກໍ​ດີ​ໃຈ​ທີ່​ເຫັນ​ວ່າ​ເຮົາ​ບໍ່​ຍອມແພ້​ແລະ​ອົດທົນ​ຕໍ່​ໄປ. ຄຳພີ​ໄບເບິນ​ບອກ​ວ່າ: “ຖ້າ​ທົນທຸກ​ຍ້ອນ​ເຮັດ​ດີ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ.” (1 ເປໂຕ 2:20) ຖ້າ​ເຮົາ​ສັດຊື່​ຕໍ່​ພະ​ເຢໂຫວາ ເພິ່ນ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ທີ່​ຮັບໃຊ້​ເພິ່ນ ແລະ​ໃນ​ຕອນ​ນັ້ນ​ກໍ​ຈະ​ບໍ່​ມີ​ໃຜ​ຂົ່ມເຫງ​ເຮົາ​ອີກ​ເລີຍ.—ມັດທາຍ 24:13

ຮຽນ​ຮູ້​ຫຼາຍ​ຂຶ້ນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ ອັນ​ໃດ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ໃຫ້​ລາງວັນ​ເຮົາ.

ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ໄປ​ຮຽນ​ຄຳພີ​ໄບເບິນ​ເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ​ຈາກ​ພໍ່​ແມ່.

4. ເຈົ້າ​ອົດທົນ​ການ​ຕໍ່ຕ້ານ​ຈາກ​ຄົນ​ໃນ​ຄອບຄົວ​ໄດ້

ພະ​ເຢຊູ​ຮູ້​ວ່າ​ອາດ​ມີ​ບາງ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ທີ່​ບໍ່​ຢາກ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ. ອ່ານ​ມັດທາຍ 10:34-36 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ອາດ​ເກີດ​ຫຍັງ​ຂຶ້ນ​ໄດ້​ຖ້າ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ?

ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ພະ​ເຢໂຫວາ​ພາ​ເຮົາ​ເຂົ້າ​ມາ (5:13)

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ຄູ່​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

ອ່ານ​ເພງ​ສັນລະເສີນ 27:10 ແລະ​ມາຣະໂກ 10:29, 30. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳ​ຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ຄຳ​ສັນຍາ​ນີ້​ຊ່ວຍ​ເຈົ້າ​ແນວ​ໃດ​ເມື່ອ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ຄູ່​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

5. ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ

ຕອນ​ທີ່​ຄົນ​ອື່ນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ເພື່ອ​ຈະ​ຮັບໃຊ້​ເພິ່ນ​ຕໍ່​ໄປ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ສະແດງ​ຄວາມ​ກ້າຫານ​ເຖິງ​ວ່າ​ຖືກ​ຂົ່ມເຫງ (6:27)

  • ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ວິດີໂອ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ກ້າ​ຫຼາຍ​ຂຶ້ນ​ບໍ? ຍ້ອນຫຍັງ?

ອ່ານ​ກິດຈະການ 5:27-29 ແລະ​ເຮັບເຣີ 10:24, 25. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳ​ຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ເປັນ​ຫຍັງ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ເຖິງ​ວ່າ​ລັດຖະບານ​ຈະ​ຫ້າມ​ບໍ່​ໃຫ້​ເຮົາ​ປະກາດ​ຫຼື​ປະຊຸມ​ນຳ​ກັນ?

6. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ໄດ້

ບໍ່​ວ່າ​ພະຍານ​ພະ​ເຢໂຫວາ​ຈະ​ອາຍຸ​ເທົ່າ​ໃດ​ຫຼື​ມາ​ຈາກ​ໃສ ເຂົາເຈົ້າ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ພັກດີ​ຕໍ່​ໄປ​ເຖິງ​ວ່າ​ຖືກ​ຂົ່ມເຫງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ເຂົາເຈົ້າ​ໄດ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ພະ​ເຢໂຫວາ​ພະເຈົ້າ​ຈະ​ເຮັດ​ໃຫ້​ຂ້ອຍ​ເຂັ້ມແຂງ (3:40)

  • ໃນ​ວິດີໂອ ອັນ​ໃດ​ຊ່ວຍ​ພີ່ນ້ອງ​ໃຫ້​ອົດທົນ​ໄດ້?

ອ່ານ​ໂຣມ 8:35, 37-39 ແລະ​ຟີລິບປອຍ 4:13. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳ​ຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ເປັນ​ຫຍັງ​ຂໍ້​ຄຳພີ​ນີ້​ຈຶ່ງ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ອົດທົນ​ໄດ້ ບໍ່​ວ່າ​ຈະ​ຕ້ອງ​ເຈິ​ກັບ​ການ​ຂົ່ມເຫງ​ແບບ​ໃດ​ກໍ​ຕາມ?

ອ່ານ​ມັດທາຍ 5:10-12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຖິງ​ວ່າ​ເຈົ້າ​ຈະ​ຖືກ​ຂົ່ມເຫງ ແຕ່​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມີ​ຄວາມ​ສຸກ​ໄດ້?

ພະຍານ​ພະ​ເຢໂຫວາ​ໃນ​ສະໄໝ​ນີ້​ທີ່​ອົດທົນ​ໄດ້​ເຖິງ​ວ່າ​ຈະ​ຕ້ອງ​ຕິດ​ຄຸກ​ແລະ​ຖືກ​ຂົ່ມເຫງ​ຍ້ອນ​ຄວາມ​ເຊື່ອ.

ພະຍານ​ພະ​ເຢໂຫວາ​ຫຼາຍ​ລ້ານ​ຄົນ​ສາມາດ​ອົດທົນ​ກັບ​ການ​ຕໍ່ຕ້ານ​ໄດ້​ສຳເລັດ. ເຈົ້າ​ກໍ​ເຮັດ​ໄດ້​ຄື​ກັນ!

ບາງ​ຄົນ​ເວົ້າ​ວ່າ: “ຖ້າ​ຖືກ​ຂົ່ມເຫງ ຂ້ອຍ​ຄື​ຊິ​ທົນ​ບໍ່​ໄຫວ​ດອກ.”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້ ເຈົ້າ​ຄິດ​ວ່າ​ຂໍ້​ຄຳພີ​ໃດ​ຈະ​ຊ່ວຍ​ໃຫ້​ລາວ​ໝັ້ນໃຈ​ວ່າ​ຈະ​ອົດທົນ​ໄດ້?

ສະຫຼຸບ

ພະ​ເຢໂຫວາ​ເຫັນຄ່າ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ຮັບໃຊ້​ເພິ່ນ​ຕໍ່​ໄປ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ ແລະ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ເຮົາ​ຈະ​ຖືກ​ຂົ່ມເຫງ?

  • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ຕັ້ງແຕ່​ຕອນນີ້​ເພື່ອ​ຈະ​ພ້ອມ​ຮັບມື​ກັບ​ການ​ຖືກ​ຂົ່ມເຫງ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້​ເຖິງ​ວ່າ​ຈະ​ຕ້ອງ​ເຈິ​ກັບ​ການ​ຂົ່ມເຫງ​ແບບ​ໃດ​ກໍ​ຕາມ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເລົ່າ​ໃຫ້​ຟັງ​ວ່າ ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ​ໃຫ້​ອົດທົນ​ໄດ້​ຕອນ​ທີ່​ຢູ່​ໃນ​ຄຸກ​ຍ້ອນ​ຮັກສາ​ຄວາມ​ເປັນ​ກາງ.

ໃຫ້​ອົດທົນ​ເຖິງ​ວ່າ​ຖືກ​ຂົ່ມເຫງ (2:34)

ອັນ​ໃດ​ຊ່ວຍ​ຜົວ​ເມຍ​ຄູ່​ໜຶ່ງ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ເປັນ​ເວລາ​ຫຼາຍ​ປີ​ໄດ້​ເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ.

ຮັບໃຊ້​ພະ​ເຢໂຫວາ​ໃນ​ຊ່ວງ​ທີ່​ມີ​ການ​ປ່ຽນແປງ (7:11)

ເຈົ້າ​ຈະ​ມີ​ຄວາມ​ກ້າຫານ​ໄດ້​ແນວ​ໃດ​ຕອນ​ທີ່​ຖືກ​ຂົ່ມເຫງ.

“ກຽມ​ພ້ອມ​ຮັບມື​ກັບ​ການ​ຂົ່ມເຫງ​ຕັ້ງແຕ່​ຕອນນີ້” (ຫໍສັງເກດການ ເດືອນ​ກໍລະກົດ ປີ 2019)

ເຮົາ​ຄວນ​ເບິ່ງ​ການ​ຕໍ່ຕ້ານ​ຈາກ​ຄົນ​ໃນ​ຄອບຄົວ​ແນວ​ໃດ ແລະ​ອັນ​ໃດ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສະຫງົບສຸກ​ໃນ​ຄອບຄົວ​ແລະ​ຍັງ​ສາມາດ​ຮັກສາ​ຄວາມ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້?

“ຄວາມ​ຈິງ​ບໍ່​ໄດ້​ນຳ​ເອົາ​ຄວາມ​ສະຫງົບ​ມາ​ໃຫ້​ແຕ່​ເອົາ ‘ດາບ’ ມາ​ໃສ່” (ຫໍສັງເກດການ ເດືອນ​ຕຸລາ ປີ 2017)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌