ບົດສິບຫົກ
ບາກບັ່ນເພື່ອໃຫ້ໄດ້ມາຊຶ່ງອະນາຄົດຖາວອນສຳລັບຄອບຄົວຂອງເຈົ້າ
1. ອັນໃດແມ່ນພະປະສົງຂອງພະເຢໂຫວາສຳລັບການຈັດກຽມກ່ຽວກັບຄອບຄົວ?
ເມື່ອພະເຢໂຫວາຜູກພັນອາດາມແລະເອວາໃຫ້ເປັນອັນດຽວໃນການສົມລົດ ອາດາມສະແດງຄວາມຍິນດີຂອງເຂົາອອກມາໂດຍກ່າວເປັນບົດກອນພາສາເຫບເລິບົດແຮກສຸດທີ່ມີການບັນທຶກໄວ້. (ຕົ້ນເດິມ 2:22, 23) ຢ່າງໃດກໍດີ ພະຜູ້ສ້າງຄຳນຶງເຖິງຍິ່ງກວ່າພຽງການນຳຄວາມເພີດເພີນມາສູ່ເຫຼົ່າບຸດຂອງພະອົງທີ່ເປັນມະນຸດ. ພະອົງປະສົງໃຫ້ຄູ່ສົມລົດແລະຄອບຄົວເຮັດຕາມພະໄທປະສົງຂອງພະອົງ. ພະອົງບອກແກ່ມະນຸດຄູ່ທຳອິດນັ້ນວ່າ “ຈົ່ງພາກັນອອກແມ່ແຜ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ ແລະຈົ່ງບັງຄັບແຜ່ນດິນໂລກ ແລະຈົ່ງຄຸ້ມຄອງຝູງປາໃນນ້ຳທະເລກໍດີ ຝູງນົກໃນຟ້າອາກາດກໍດີ ແລະສັດທັງປວງອັນມີຊີວິດທີ່ຕີງໄປມາເທິງແຜ່ນດິນກໍດີ.” (ຕົ້ນເດິມ 1:28) ຊ່າງເປັນການມອບໝາຍທີ່ໃຫຍ່ໂຕ ໃຫ້ຜົນທົດແທນທີ່ຄຸ້ມຄ່າແທ້ໆ! ພວກເຂົາແລະລູກຫຼານທີ່ຈະເກີດມາໃນພາຍໜ້າຄົງຈະມີຄວາມສຸກປານໃດຫາກອາດາມແລະເອວາເຮັດຕາມພະໄທປະສົງຂອງພະເຢໂຫວາໂດຍການເຊື່ອຟັງຢ່າງຄົບຖ້ວນ!
2, 3. ຄອບຄົວສາມາດປະສົບຄວາມສຸກຫຼາຍທີ່ສຸດໃນທຸກມື້ນີ້ໄດ້ໂດຍວິທີໃດ?
2 ໃນທຸກມື້ນີ້ກໍຄືກັນ ຄອບຄົວມີຄວາມສຸກຫຼາຍທີ່ສຸດເມື່ອພວກເຂົາບາກບັ່ນຮ່ວມກັນເຮັດຕາມພະໄທປະສົງຂອງພະເຈົ້າ. ອັກຄະສາວົກໂປໂລຂຽນໄວ້ວ່າ “ຄວາມເຫຼື້ອມໃສໃນພະເຈົ້າມີປະໂຫຍດທຸກທາງ ເພາະອຳນວຍປະໂຫຍດແກ່ຊີວິດໃນປັດຈຸບັນແລະຊີວິດອະນາຄົດດ້ວຍ.” (1 ຕີໂມເຕ 4:8, ລ.ມ.) ຄອບຄົວທີ່ດຳເນີນຊີວິດດ້ວຍຄວາມເຫຼື້ອມໃສໃນພະເຈົ້າແລະຕິດຕາມການຊີ້ນຳຂອງພະເຢໂຫວາດັ່ງທີ່ມີໄວ້ໃນຄຳພີໄບເບິນນັ້ນຈະພົບຄວາມສຸກໃນ “ຊີວິດໃນປັດຈຸບັນ.” (ຄຳເພງ 1:1-3; 119:105; 2 ຕີໂມເຕ 3:16) ແມ່ນວ່າສະມາຊິກພຽງແຕ່ຄົນດຽວໃນຄອບຄົວນຳຫຼັກການຂອງຄຳພີໄບເບິນມາໃຊ້ ກໍດີກວ່າທີ່ບໍ່ມີໃຜນຳຫຼັກການເຫຼົ່ານັ້ນມາໃຊ້ເລີຍ.
3 ໜັງສືນີ້ໄດ້ພິຈາລະນາຫຼັກການໃນຄຳພີໄບເບິນຫຼາຍຢ່າງຊຶ່ງສົ່ງເສີມຄວາມສຸກໃນຄອບຄົວ. ບາງທີເຈົ້າໄດ້ສັງເກດວ່າ ມີການສະແດງເຖິງຫຼັກການບາງຢ່າງຫຼາຍເທື່ອຫຼາຍຫົນຕະຫຼອດທັງເຫຼັ້ມຂອງໜັງສືນີ້. ເພາະເຫດໃດ? ເພາະວ່າຫຼັກການນັ້ນສະແດງເຖິງຄວາມຈິງທີ່ມີພະລັງຊຶ່ງເກີດຜົນໃນທາງທີ່ເປັນປະໂຫຍດແກ່ທຸກຄົນໃນດ້ານຕ່າງໆ ຂອງຊີວິດຄອບຄົວ. ຄອບຄົວທີ່ພະຍາຍາມນຳຫຼັກການເຫຼົ່ານີ້ຈາກຄຳພີໄບເບິນໄປໃຊ້ພົບວ່າ ຄວາມເຫຼື້ອມໃສໃນພະເຈົ້າ “ອຳນວຍປະໂຫຍດແກ່ຊີວິດໃນປັດຈຸບັນ” ແທ້ຈິງ. ຂໍໃຫ້ເຮົາພິຈາລະນາອີກເທື່ອໜຶ່ງເຖິງຫຼັກການສຳຄັນເຫຼົ່ານັ້ນສີ່ປະການ.
ຄຸນຄ່າຂອງການຮູ້ຈັກບັງຄັບຕົນ
4. ເຫດໃດການຮູ້ຈັກບັງຄັບຕົນຈຶ່ງສຳຄັນຫຼາຍໃນຊີວິດສົມລົດ?
4 ກະສັດຊາໂລໂມນຕັດວ່າ “ຄົນທີ່ບໍ່ຄຸ້ມຄອງຈິດວິນຍານ [“ຍັບຢັ້ງຈິດໃຈ,” ລ.ມ.] ເອງເປັນຄືເມືອງຊຳລຸດແລ້ວບໍ່ມີກຳແພງ.” (ສຸພາສິດ 25:28; 29:11) ‘ການຍັບຢັ້ງຈິດໃຈ’ ຄືການຮູ້ຈັກບັງຄັບຕົນ ເປັນສິ່ງສຳຄັນຍິ່ງສຳລັບຜູ້ທີ່ຢາກມີຊີວິດສົມລົດທີ່ມີຄວາມສຸກ. ການຍອມຈຳນົນຕໍ່ອາລົມທີ່ຍັງຄວາມເສຍຫາຍ ເຊັ່ນ ຄວາມເດືອດດານຫຼືລາຄະຕັນຫາ ຈະເຮັດຄວາມເສຍຫາຍທີ່ຕ້ອງໃຊ້ເວລາຫຼາຍປີເພື່ອຈະແກ້ໄຂໃຫ້ດີຄືນ—ຖ້າຫາກແກ້ໄຂໄດ້.
5. ມະນຸດທີ່ບໍ່ສົມບູນສາມາດປູກຝັງການຮູ້ຈັກບັງຄັບຕົນໄດ້ຢ່າງໃດ ແລະພ້ອມດ້ວຍຜົນປະໂຫຍດອັນໃດແດ່?
5 ແນ່ນອນ ບໍ່ມີລູກຫຼານຄົນໃດຂອງອາດາມສາມາດຄວບຄຸມເນື້ອໜັງທີ່ບໍ່ສົມບູນຂອງຕົນໄດ້ຢ່າງຄົບຖ້ວນ. (ໂລມ 7:21, 22) ເຖິງປານນັ້ນ ການຮູ້ຈັກບັງຄັບຕົນເປັນຜົນຂອງພະວິນຍານຢ່າງໜຶ່ງ. (ຄາລາຊີ 5:22, 23) ດັ່ງນັ້ນ ພະວິນຍານຂອງພະເຈົ້າຈະເຮັດໃຫ້ການຮູ້ຈັກບັງຄັບຕົນເກີດຂຶ້ນໃນຕົວເຮົາຫາກເຮົາອະທິດຖານຂໍຄຸນລັກສະນະນີ້, ຫາກເຮົາເອົາຄຳແນະນຳອັນເໝາະສົມທີ່ມີຢູ່ໃນພະຄຳພີມາໃຊ້, ແລະຫາກເຮົາຄົບຫາສະມາຄົມຄົນອື່ນຊຶ່ງສະແດງຄຸນລັກສະນະນີ້ແລະຫຼີກເວັ້ນຄົນເຫຼົ່ານັ້ນທີ່ບໍ່ໄດ້ສະແດງຄຸນລັກສະນະດັ່ງນັ້ນ. (ຄຳເພງ 119:100, 101, 130; ສຸພາສິດ 13:20; 1 ເປໂຕ 4:7) ແນວທາງເຊັ່ນນັ້ນຈະຊ່ວຍເຮົາໃຫ້ “ປົບໜີຈາກການຜິດຊາຍຍິງ” ແມ່ນວ່າຈະຖືກລໍ້ໃຈ. (1 ໂກລິນໂທ 6:18) ເຮົາຈະປະຕິເສດຄວາມຮຸນແຮງແລະຫຼີກເວັ້ນຫຼືເອົາຊະນະການຕິດເຫຼົ້າ ແລະເຮົາຈະປະຕິບັດຢ່າງໃຈເຢັນຫຼາຍຂຶ້ນກັບການຍົວະໃຫ້ໂມໂຫແລະສະພາບການທີ່ຫຍຸ້ງຍາກ. ຂໍໃຫ້ທຸກຄົນ—ລວມທັງເດັກນ້ອຍ—ຮຽນຮູ້ທີ່ຈະປູກຝັງຜົນຂອງພະວິນຍານອັນສຳຄັນຍິ່ງນີ້.—ຄຳເພງ 119:1, 2.
ທັດສະນະທີ່ຖືກຕ້ອງຕໍ່ຕຳແໜ່ງປະມຸກ
6. (ກ) ລຳດັບຕຳແໜ່ງປະມຸກທີ່ພະເຈົ້າກຳນົດໄວ້ນັ້ນແມ່ນຫຍັງ? (ຂ) ຜູ້ຊາຍຕ້ອງຈື່ຈຳສິ່ງໃດເພື່ອຕຳແໜ່ງປະມຸກຂອງເຂົາຈະນຳຄວາມສຸກມາສູ່ຄອບຄົວ?
6 ຫຼັກການສຳຄັນອັນທີສອງແມ່ນ ການຍອມຮັບຕຳແໜ່ງປະມຸກ. ໂປໂລພັນລະນາລຳດັບທີ່ເໝາະສົມກ່ຽວກັບສິ່ງຕ່າງໆ ເມື່ອທ່ານກ່າວວ່າ “ເຮົາຢາກໃຫ້ທ່ານທັງຫຼາຍຮູ້ວ່າພະຄລິດເປັນປະມຸກຂອງຜູ້ຊາຍທຸກຄົນ ແລະຜູ້ຊາຍເປັນປະມຸກຂອງຜູ້ຍິງ, ແລະພະເຈົ້າເປັນປະມຸກຂອງພະຄລິດ.” (1 ໂກລິນໂທ 11:3, ລ.ມ.) ນີ້ໝາຍຄວາມວ່າ ຜູ້ຊາຍນຳໜ້າໃນຄອບຄົວ ພັນລະຍາໃຫ້ການສະໜັບສະຫນູນຢ່າງພັກດີ ແລະລູກໆ ເຊື່ອຟັງພໍ່ແມ່. (ເອເຟດ 5:22-25, 28-33; 6:1-4) ແຕ່ຂໍໃຫ້ສັງເກດວ່າ ຕຳແໜ່ງປະມຸກນຳໄປສູ່ຄວາມສຸກກໍຕໍ່ເມື່ອມີການປະຕິບັດຢ່າງເໝາະສົມທໍ່ນັ້ນ. ສາມີຜູ້ຊຶ່ງດຳເນີນຊີວິດດ້ວຍຄວາມເຫຼື້ອມໃສໃນພະເຈົ້າຮູ້ວ່າ ຕຳແໜ່ງປະມຸກບໍ່ແມ່ນລະບົບຜະເດັດການ. ພວກເຂົາກ່າຍເອົາຢ່າງພະເຍຊູ ຜູ້ເປັນປະມຸກຂອງເຂົາ. ແມ່ນວ່າພະເຍຊູ “ເປັນປະມຸກເທິງສິ່ງສາລະພັດ” ກໍຕາມ ພະອົງ “ມາບໍ່ໃຊ່ຈະເປັນທີ່ບົວລະບັດ ແຕ່ວ່າເພື່ອຈະບົວລະບັດ.” (ເອເຟດ 1:22; ມັດທາຽ 20:28) ໃນທຳນອງດຽວກັນ ຊາຍຄລິດສະຕຽນໃຊ້ຕຳແໜ່ງປະມຸກ ບໍ່ແມ່ນເພື່ອປະໂຫຍດຂອງຕົວເອງ ແຕ່ເພື່ອເອົາໃຈໃສ່ຜົນປະໂຫຍດຂອງພັນລະຍາແລະລູກໆ.—1 ໂກລິນໂທ 13:4, 5.
7. ຫຼັກການອັນໃດໃນພະຄຳພີຈະຊ່ວຍພັນລະຍາໃຫ້ປະຕິບັດຕາມບົດບາດທີ່ພະເຈົ້າກຳນົດໄວ້ໃນຄອບຄົວ?
7 ສຳລັບບົດບາດຂອງພັນລະຍາ ຜູ້ຊຶ່ງດຳເນີນຊີວິດດ້ວຍຄວາມເຫຼື້ອມໃສໃນພະເຈົ້າບໍ່ແຂ່ງຂັນກັບສາມີຫຼືພະຍາຍາມຈະມີອຳນາດເໜືອເຂົາ. ນາງຍິນດີສະໜັບສະຫນູນແລະຮ່ວມມືນຳເຂົາ. ບາງເທື່ອຄຳພີໄບເບິນກ່າວເຖິງພັນລະຍາວ່າ ສາມີ “ເປັນເຈົ້າຂອງ” ຂອງນາງ ເຮັດໃຫ້ເຫັນຊັດວ່າ ເຂົາເປັນປະມຸກຂອງນາງ. (ຕົ້ນເດິມ 20:3, ລ.ມ.) ໂດຍການສົມລົດນາງມາຢູ່ໃຕ້ “ກົດລະບຽບຜົວເມຍ.” (ໂລມ 7:2, ປ.ມ.) ໃນເວລາດຽວກັນ ພະຄຳພີຮຽກນາງວ່າ “ຜູ້ຊົດຊ່ອຍ” ແລະ “ຄູ່ຄຽງ.” (ຕົ້ນເດິມ 2:20) ນາງເສີມຄຸນລັກສະນະແລະຄວາມສາມາດທີ່ສາມີຂອງນາງຂາດໄປ ແລະນາງໃຫ້ການສະໜັບສະຫນູນທີ່ຈຳເປັນແກ່ເຂົາ. (ສຸພາສິດ 31:10-31) ຄຳພີໄບເບິນບອກອີກວ່າພັນລະຍາເປັນ “ຄູ່ຄຽງ” ຊຶ່ງເຮັດວຽກຄຽງຂ້າງກັບຄູ່ຄອງຂອງຕົນ. (ມາລາກີ 2:14, ລ.ມ.) ຫຼັກການເຫຼົ່ານີ້ໃນຄຳພີໄບເບິນຊ່ວຍສາມີແລະພັນລະຍາໃຫ້ເຂົ້າໃຈຖານະຂອງແຕ່ລະຝ່າຍ ແລະໃຫ້ປະຕິບັດຕໍ່ກັນດ້ວຍຄວາມນັບຖືແລະສັກສີທີ່ເໝາະສົມ.
“ວ່ອງໄວໃນການຟັງ”
8, 9. ຈົ່ງອະທິບາຍຫຼັກການບາງຢ່າງຊຶ່ງຈະຊ່ວຍທຸກຄົນໃນຄອບຄົວໃຫ້ພັດທະນາທັກສະໃນການສື່ຄວາມຂອງຕົນ.
8 ໃນໜັງສືນີ້ມີການເນັ້ນຫຼາຍເທື່ອເຖິງຄວາມຈຳເປັນໃນການສື່ຄວາມ. ເພາະເຫດໃດ? ເພາະສະພາບການດີຂຶ້ນເມື່ອຄົນເຮົາສົນທະນາກັນແລະຮັບຟັງກັນແລະກັນ. ມີການເນັ້ນຊ້ຳແລ້ວຊ້ຳອີກວ່າ ການສື່ຄວາມເປັນຄືຫົນທາງທີ່ມີການໄປແລະກັບໄດ້. ສາວົກຍາໂກໂບສະແດງໃຫ້ເຫັນເລື່ອງນັ້ນດັ່ງນີ້: “ໃຫ້ຄົນທຸກຄົນຈົ່ງວ່ອງໄວໃນການຟັງ ຈົ່ງຊ້າໆ ໃນການເວົ້າ.”—ຍາໂກໂບ 1:19, ປ.ມ.
9 ເປັນເລື່ອງສຳຄັນດ້ວຍທີ່ຈະລະວັງກ່ຽວກັບວິທີ ທີ່ເຮົາເວົ້າ. ຄຳເວົ້າແບບບໍ່ຢັ້ງຄຶດ, ມັກຖຽງ, ຫຼືຕິຢ່າງຮຸນແຮງບໍ່ໄດ້ກໍ່ໃຫ້ເກີດການສື່ຄວາມທີ່ປະສົບຜົນສຳເລັດ. (ສຸພາສິດ 15:1; 21:9; 29:11, 20) ແມ່ນແຕ່ເມື່ອສິ່ງທີ່ເຮົາເວົ້ານັ້ນຖືກຕ້ອງກໍຕາມ ຫາກສະແດງອອກດ້ວຍທ່າທີໂຫດຮ້າຍ, ຈອງຫອງ, ຫຼືບໍ່ຄຳນຶງເຖິງຄວາມຮູ້ສຶກຂອງອີກຝ່າຍແລ້ວ ກໍເກີດຜົນເສຍຫຼາຍກວ່າຜົນດີ. ຄຳເວົ້າຂອງເຮົາຄວນມ່ວນຫູ “ປຸງດ້ວຍເກືອໃຫ້ມີລົດຊາດ.” (ໂກໂລດ 4:6, ລ.ມ.) ຄຳເວົ້າຂອງເຮົາຄວນເປັນຄື “ໝາກທະພູອາ [“ແອັບເປິນ,” ລ.ມ.] ທຳດ້ວຍຄຳຢູ່ໃນກະຕ່າທຳດ້ວຍເງິນ.” (ສຸພາສິດ 25:11) ຄອບຄົວທີ່ຮຽນຮູ້ທີ່ຈະສື່ຄວາມຢ່າງດີໄດ້ດຳເນີນການຂັ້ນສຳຄັນໄປສູ່ການປະສົບຄວາມສຸກ.
ບົດບາດທີ່ສຳຄັນຍິ່ງຂອງຄວາມຮັກ
10. ຄວາມຮັກຊະນິດໃດສຳຄັນຍິ່ງໃນຊີວິດສົມລົດ?
10 ຄຳວ່າ “ຄວາມຮັກ” ປາກົດຫຼາຍເທື່ອທົ່ວໜັງສືເຫຼັ້ມນີ້. ເຈົ້າຈື່ຄວາມຮັກຊະນິດທີ່ອ້າງອີງເຖິງອັນດັບທຳອິດໄດ້ບໍ? ເປັນຄວາມຈິງທີ່ວ່າ ຄວາມຮັກລະຫວ່າງຊາຍແລະຍິງ (ພາສາກຣີກ, ເອʹຣອສ) ມີບົດບາດສຳຄັນໃນຊີວິດສົມລົດ ແລະໃນການສົມລົດທີ່ປະສົບຜົນສຳເລັດນັ້ນ ຄວາມຮັກແພງແລະມິດຕະພາບອັນເລິກເຊິ່ງ (ພາສາກຣີກ, ຟີເລຍʹ) ງອກງາມລະຫວ່າງສາມີກັບພັນລະຍາ. ແຕ່ທີ່ສຳຄັນຍິ່ງກວ່ານັ້ນແມ່ນ ຄວາມຮັກທີ່ຄຳພາສາກຣີກ ອະກາʹເປ ໝາຍເຖິງ. ນີ້ເປັນຄວາມຮັກທີ່ເຮົາປູກຝັງຕໍ່ພະເຢໂຫວາ, ຕໍ່ພະເຍຊູ, ແລະຕໍ່ເພື່ອນບ້ານຂອງເຮົາ. (ມັດທາຽ 22:37-39) ນັ້ນເປັນຄວາມຮັກທີ່ພະເຢໂຫວາສະແດງຕໍ່ມະນຸດຊາດ. (ໂຍຮັນ 3:16) ຍອດຢ້ຽມປານໃດທີ່ເຮົາສາມາດສະແດງຄວາມຮັກຢ່າງດຽວກັນຕໍ່ຄູ່ສົມລົດແລະລູກຂອງເຮົາ!—1 ໂຍຮັນ 4:19.
11. ຄວາມຮັກເກີດຜົນໃນທາງທີ່ດີຕໍ່ຊີວິດສົມລົດຢ່າງໃດ?
11 ໃນການສົມລົດ ຄວາມຮັກອັນສູງສົ່ງນີ້ເປັນ “ເຄື່ອງເຊື່ອມສາມັກຄີທີ່ດີພ້ອມ” ຢ່າງແທ້ຈິງ. (ໂກໂລດ 3:14, ລ.ມ.) ຄວາມຮັກນີ້ຜູກພັນຄູ່ສົມລົດເຂົ້າດ້ວຍກັນແລະເຮັດໃຫ້ເຂົາຕ້ອງການເຮັດສິ່ງທີ່ດີທີ່ສຸດເພື່ອກັນແລະກັນແລະຕໍ່ລູກໆ. ເມື່ອຄອບຄົວຜະເຊີນສະພາບການທີ່ຫຍຸ້ງຍາກ ຄວາມຮັກຊ່ວຍເຂົາໃຫ້ຈັດການເລື່ອງຕ່າງໆ ຢ່າງປອງດອງກັນ. ຂະນະທີ່ຄູ່ສົມລົດເຖົ້າແກ່ຂຶ້ນ ຄວາມຮັກຊ່ວຍພວກເຂົາໃຫ້ຄ້ຳຊູແລະຢັ່ງຮູ້ຄ່າຕໍ່ກັນແລະກັນເລື້ອຍໄປ. “ຄວາມຮັກ . . . ບໍ່ສະແຫວງຫາຜົນປະໂຫຍດສຳລັບຕົນເອງ . . . ຄວາມຮັກທົນຮັບເອົາທຸກສິ່ງ, ເຊື່ອທຸກສິ່ງ, ຫວັງທຸກສິ່ງ, ອົດທົນທຸກສິ່ງ. ຄວາມຮັກບໍ່ລົ້ມເຫຼວເລີຍ.”—1 ໂກລິນໂທ 13:4-8, ລ.ມ.
12. ເຫດໃດຄວາມຮັກຕໍ່ພະເຈົ້າໃນສ່ວນຂອງຄູ່ສົມລົດເຮັດໃຫ້ຊີວິດສົມລົດຂອງເຂົາໝັ້ນຄົງ?
12 ເຄື່ອງຜູກພັນໃນຊີວິດສົມລົດຈະແໜ້ນແຟ້ນເປັນພິເສດເມື່ອເຊື່ອມບໍ່ພຽງດ້ວຍຄວາມຮັກລະຫວ່າງຄູ່ສົມລົດເທົ່ານັ້ນ ແຕ່ສຳຄັນທີ່ສຸດດ້ວຍຄວາມຮັກຕໍ່ພະເຢໂຫວາ. (ຜູ້ເທສນາປ່າວປະກາດ 4:9-12) ເພາະເຫດໃດ? ອັກຄະສາວົກໂຍຮັນໄດ້ຂຽນວ່າ “ນີ້ແຫຼະໝາຍເຖິງຄວາມຮັກຕໍ່ພະເຈົ້າ ຄືວ່າໃຫ້ເຮົາປະຕິບັດຕາມບັນຍັດຂອງພະອົງ.” (1 ໂຍຮັນ 5:3, ລ.ມ.) ສະນັ້ນ ຄູ່ສົມລົດຄວນອົບຮົມລູກດ້ວຍຄວາມເຫຼື້ອມໃສໃນພະເຈົ້າບໍ່ພຽງເພາະເຂົາຮັກລູກຂອງຕົນຢ່າງເລິກເຊິ່ງເທົ່ານັ້ນ ແຕ່ເນື່ອງດ້ວຍເປັນພະບັນຊາຂອງພະເຢໂຫວາ. (ພະບັນຍັດຕິທີ2 6:6, 7) ເຂົາຄວນຫຼີກເວັ້ນຈາກການປະພຶດຜິດສິນທຳບໍ່ແມ່ນຍ້ອນເຂົາຮັກກັນທໍ່ນັ້ນ ແຕ່ທີ່ສຳຄັນຍິ່ງເປັນເພາະເຂົາຮັກພະເຢໂຫວາ ຜູ້ຊຶ່ງ “ຈະພິພາກສາຄົນຜິດປະເວນີແລະຄົນຫຼິ້ນຊູ້.” (ເຫບເລິ 13:4, ລ.ມ.) ແມ່ນວ່າຝ່າຍໜຶ່ງກໍ່ບັນຫາຮ້າຍແຮງໃນຊີວິດສົມລົດກໍຕາມ ຄວາມຮັກຕໍ່ພະເຢໂຫວາຈະກະຕຸ້ນອີກຝ່າຍໜຶ່ງໃຫ້ຕິດຕາມຫຼັກການໃນຄຳພີໄບເບິນຕໍ່ໆ ໄປ. ແທ້ຈິງ ຄວາມສຸກຈະເປັນຂອງຄອບຄົວເຫຼົ່ານັ້ນຊຶ່ງໃຫ້ຄວາມຮັກຕໍ່ພະເຢໂຫວາເຊື່ອມກັບຄວາມຮັກທີ່ມີຕໍ່ກັນແລະກັນໃຫ້ແໜ້ນແຟ້ນ!
ຄອບຄົວທີ່ເຮັດຕາມພະໄທປະສົງຂອງພະເຈົ້າ
13. ຄວາມຕັ້ງໃຈແນ່ວແນ່ທີ່ຈະເຮັດຕາມພະໄທປະສົງຂອງພະເຈົ້າຈະຊ່ວຍຄົນເຮົາໃຫ້ເພ່ງເລັງໃນສິ່ງທີ່ສຳຄັນຢ່າງແທ້ຈິງນັ້ນຢ່າງໃດ?
13 ຊີວິດທັງສິ້ນຂອງຄລິດສະຕຽນລວມຈຸດຢູ່ທີ່ການເຮັດຕາມພະໄທປະສົງຂອງພະເຈົ້າ. (ຄຳເພງ 143:10) ນີ້ເປັນສິ່ງທີ່ຄວາມເຫຼື້ອມໃສໃນພະເຈົ້າໝາຍເຖິງຢ່າງແທ້ຈິງ. ການເຮັດຕາມພະໄທປະສົງຂອງພະເຈົ້າຈະຊ່ວຍຄອບຄົວໃຫ້ເພ່ງເລັງໄປທີ່ສິ່ງສຳຄັນຢ່າງແທ້ຈິງ. (ຟີລິບ 1:9, 10) ຕົວຢ່າງເຊັ່ນ ພະເຍຊູເຕືອນວ່າ “ເຮົາໄດ້ມາ ເພື່ອຈະໃຫ້ຄົນຜູ້ໜຶ່ງແຍກແຕກຈາກພໍ່ແຫ່ງຕົນ ແລະລູກຍິງແຍກແຕກຈາກແມ່ແຫ່ງຕົນ ແລະລູກໃພ້ແຍກແຕກຈາກຍ່າແຫ່ງຕົນ. ແລະພວກສັດຕູແຫ່ງຄົນຜູ້ໜຶ່ງ ຈະເປັນໄທເຮືອນແຫ່ງຕົນ.” (ມັດທາຽ 10:35, 36) ຈິງດັ່ງຄຳເຕືອນຂອງພະເຍຊູ ສາວົກຫຼາຍຄົນຂອງພະອົງຖືກຂົ່ມເຫງຈາກສະມາຊິກໃນຄອບຄົວ. ຊ່າງເປັນສະພາບການທີ່ໜ້າເສົ້າ ໜ້າປວດຮ້າວແທ້ໆ! ຢ່າງໃດກໍຕາມ ຄວາມຜູກພັນໃນຄອບຄົວບໍ່ຄວນມີຄວາມສຳຄັນກວ່າຄວາມຮັກຕໍ່ພະເຢໂຫວາພະເຈົ້າແລະພະເຍຊູຄລິດ. (ມັດທາຽ 10:37-39) ຫາກຄົນເຮົາອົດທົນທັງໆ ທີ່ມີການຕໍ່ຕ້ານຈາກຄອບຄົວ ຜູ້ຕໍ່ຕ້ານອາດປ່ຽນແປງເມື່ອເຂົາເຫັນຜົນກະທົບທີ່ດີຈາກຄວາມເຫຼື້ອມໃສໃນພະເຈົ້າ. (1 ໂກລິນໂທ 7:12-16; 1 ເປໂຕ 3:1, 2) ແມ່ນວ່າບໍ່ເກີດເຫດການແບບນັ້ນຂຶ້ນກໍຕາມ ກໍບໍ່ໄດ້ປະໂຫຍດຖາວອນອັນໃດໂດຍການເລີກຮັບໃຊ້ພະເຈົ້າເນື່ອງຈາກການຕໍ່ຕ້ານ.
14. ຄວາມປາຖະໜາທີ່ຈະເຮັດຕາມພະໄທປະສົງຂອງພະເຈົ້າຈະຊ່ວຍພໍ່ແມ່ໃຫ້ປະຕິບັດເພື່ອຜົນປະໂຫຍດອັນດີທີ່ສຸດຕໍ່ລູກຂອງເຂົາຢ່າງໃດ?
14 ການເຮັດຕາມພະໄທປະສົງຂອງພະເຈົ້າຊ່ວຍພໍ່ແມ່ໃຫ້ເຮັດການຕັດສິນໃຈທີ່ຖືກຕ້ອງ. ຍົກຕົວຢ່າງ ໃນບາງຊຸມຊົນພໍ່ແມ່ມັກຈະຖືວ່າລູກໆ ຄືກັບການລົງທຶນ ແລະເຂົາຫວັງເພິ່ງລູກໃຫ້ເບິ່ງແຍງເຂົາໃນຕອນເຖົ້າແກ່. ແມ່ນວ່າເປັນການຖືກຕ້ອງແລະເໝາະສົມຊຶ່ງລູກທີ່ໃຫຍ່ແລ້ວຈະເອົາໃຈໃສ່ເບິ່ງແຍງພໍ່ແມ່ທີ່ເຖົ້າແກ່ແລ້ວ ການຄຳນຶງເຖິງເລື່ອງນັ້ນບໍ່ຄວນເຮັດໃຫ້ພໍ່ແມ່ຊີ້ນຳລູກໄປຍັງແນວຊີວິດທີ່ຝັກໃຝ່ທາງວັດຖຸ. ພໍ່ແມ່ບໍ່ໄດ້ຊ່ວຍລູກຫາກເຂົາລ້ຽງລູກໃຫ້ຖືວ່າສົມບັດພັດສະຖານມີຄ່າຫຼາຍກວ່າສິ່ງຝ່າຍວິນຍານ.—1 ຕີໂມເຕ 6:9.
15. ເອິນິດແມ່ຂອງຕີໂມເຕເປັນຕົວຢ່າງດີເລີດເຊັ່ນໃດສຳລັບແມ່ທີ່ໄດ້ເຮັດຕາມພະໄທປະສົງຂອງພະເຈົ້າ?
15 ຕົວຢ່າງທີ່ດີໃນເລື່ອງນີ້ແມ່ນເອິນິດ ແມ່ຂອງຕີໂມເຕ ສະຫາຍຫນຸ່ມຂອງໂປໂລ. (2 ຕີໂມເຕ 1:5) ເຖິງແມ່ນວ່ານາງສົມລົດກັບຜູ້ບໍ່ມີຄວາມເຊື່ອ ເອິນິດກັບໂລອິດແມ່ເຖົ້າຂອງຕີໂມເຕໄດ້ປະສົບຜົນສຳເລັດໃນການລ້ຽງດູຕີໂມເຕໃຫ້ຕິດຕາມຄວາມເຫຼື້ອມໃສໃນພະເຈົ້າ. (2 ຕີໂມເຕ 3:14, 15) ເມື່ອຕີໂມເຕມີອາຍຸຫຼາຍພໍແລ້ວ ເອິນິດໄດ້ອະນຸຍາດໃຫ້ເຂົາອອກຈາກບ້ານແລະຮັບເອົາການປະກາດຂ່າວລາຊະອານາຈັກຖານະເພື່ອນມິດຊັນນາລີຂອງໂປໂລ. (ກິດຈະການ 16:1-5) ນາງຄົງຕ້ອງຮູ້ສຶກຕື່ນເຕັ້ນພຽງໃດເມື່ອລູກຊາຍຂອງນາງໄດ້ມາເປັນມິດຊັນນາລີທີ່ໂດດເດັ່ນ! ຄວາມເຫຼື້ອມໃສຕໍ່ພະເຈົ້າຕອນເປັນຜູ້ໃຫຍ່ສະທ້ອນໃຫ້ເຫັນເປັນຢ່າງດີເຖິງການອົບຮົມທີ່ເຂົາໄດ້ຮັບເມື່ອຍັງນ້ອຍຢູ່. ແນ່ນອນ ເອິນິດຄົງປະສົບຄວາມພໍໃຈແລະຄວາມຍິນດີເມື່ອໄດ້ຍິນລາຍງານກ່ຽວກັບການຮັບໃຊ້ຢ່າງສັດຊື່ຂອງຕີໂມເຕ ແມ່ນວ່ານາງຄົງຈະອາໄລທີ່ລູກບໍ່ໄດ້ຢູ່ກັບນາງ.—ຟີລິບ 2:19, 20.
ຄອບຄົວແລະອະນາຄົດຂອງເຈົ້າ
16. ໃນຖານະບຸດຊາຍ ພະເຍຊູສະແດງຄວາມຫ່ວງໃຍທີ່ເໝາະສົມເຊັ່ນໃດ ແຕ່ເປົ້າປະສົງຫຼັກຂອງພະອົງແມ່ນຫຍັງ?
16 ພະເຍຊູໄດ້ຮັບການລ້ຽງດູໃນຄອບຄົວທີ່ເຫຼື້ອມໃສພະເຈົ້າ ແລະເມື່ອເປັນຜູ້ໃຫຍ່ ພະອົງໃນຖານະລູກໄດ້ສະແດງຄວາມຫ່ວງໃຍຢ່າງເໝາະສົມຕໍ່ແມ່ຂອງພະອົງ. (ລຶກາ 2:51, 52; ໂຍຮັນ 19:26) ຢ່າງໃດກໍຕາມ ເປົ້າປະສົງຫຼັກຂອງພະເຍຊູແມ່ນ ເຮັດໃຫ້ພະໄທປະສົງຂອງພະເຈົ້າສຳເລັດ ແລະສຳລັບພະອົງແລ້ວນີ້ໝາຍລວມເຖິງການເປີດທາງເພື່ອໃຫ້ມະນຸດໄດ້ຮັບຊີວິດຕະຫຼອດໄປ. ພະອົງກະທຳເຊັ່ນນີ້ເມື່ອຖວາຍຊີວິດມະນຸດສົມບູນຂອງພະອົງເປັນຄ່າໄຖ່ສຳລັບມະນຸດຊາດທີ່ຜິດບາບ.—ມາລະໂກ 10:45; ໂຍຮັນ 5:28, 29.
17. ວິທີທາງທີ່ສັດຊື່ຂອງພະເຍຊູເປີດໂອກາດອັນຮຸ່ງເຮືອງແບບໃດໄວ້ໃຫ້ກັບຄົນເຫຼົ່ານັ້ນທີ່ເຮັດຕາມພະໄທປະສົງຂອງພະເຈົ້າ?
17 ພາຍຫຼັງການຕາຍຂອງພະເຍຊູ ພະເຢໂຫວາປຸກພະອົງຂຶ້ນສູ່ຊີວິດທາງພາກສະຫວັນແລ້ວປະທານອຳນາດໃຫຍ່ຍິ່ງໃຫ້ພະອົງ ໃນທີ່ສຸດໄດ້ສະຖາປະນາພະອົງເປັນກະສັດໃນລາຊະອານາຈັກທາງພາກສະຫວັນ. (ມັດທາຽ 28:18; ໂລມ 14:9; ຄຳປາກົດ 11:15) ການເສຍສະລະຂອງພະເຍຊູເຮັດໃຫ້ເປັນໄປໄດ້ທີ່ມະນຸດບາງຄົນຈະຖືກເລືອກໄປປົກຄອງກັບພະອົງໃນລາຊະອານາຈັກນັ້ນ. ອີກທັງເປັນການເປີດທາງໃຫ້ແກ່ມະນຸດຊາດຜູ້ມີຫົວໃຈສຸຈະລິດທີ່ເຫຼືອຢູ່ນັ້ນໄດ້ຊື່ນຊົມກັບຊີວິດສົມບູນເທິງແຜ່ນດິນໂລກທີ່ໄດ້ຮັບການຟື້ນຟູສູ່ສະພາບອຸທິຍານ. (ຄຳປາກົດ 5:9, 10; 14:1, 4; 21:3-5; 22:1-4) ສິດທິພິເສດອັນຍິ່ງໃຫຍ່ຢ່າງໜຶ່ງຊຶ່ງເຮົາມີໃນທຸກມື້ນີ້ແມ່ນບອກຂ່າວດີຍອດຢ້ຽມນີ້ແກ່ເພື່ອນບ້ານຂອງເຮົາ.—ມັດທາຽ 24:14.
18. ມີການໃຫ້ຂໍ້ເຕືອນໃຈແລະການຫນູນໃຈອັນໃດທັງຕໍ່ຄອບຄົວແລະແຕ່ລະບຸກຄົນ?
18 ດັ່ງທີ່ອັກຄະສາວົກໂປໂລສະແດງໃຫ້ເຫັນ ການດຳເນີນຊີວິດດ້ວຍຄວາມເຫຼື້ອມໃສໃນພະເຈົ້າອຳນວຍປະໂຫຍດແກ່ຜູ້ຄົນທີ່ຈະໄດ້ຮັບພະພອນເຫຼົ່ານັ້ນເປັນມໍລະດົກໃນຊີວິດ “ອະນາຄົດ.” ແນ່ນອນ ນີ້ເປັນແນວທາງດີທີ່ສຸດເພື່ອຈະພົບຄວາມສຸກ! ໂປດຈື່ໄວ້ວ່າ “ໂລກນີ້ ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ວ່າຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າ ກໍຕັ້ງຢູ່ໄປເປັນນິດ.” (1ໂຍຮັນ 2:17) ສະນັ້ນ ບໍ່ວ່າເຈົ້າເປັນລູກຫຼືເປັນພໍ່ແມ່, ເປັນສາມີຫຼືພັນລະຍາ, ຫຼືເປັນຜູ້ໃຫຍ່ຕົວຄົນດຽວຊຶ່ງມີລູກຫຼືບໍ່ມີລູກກໍຕາມ ຈົ່ງມຸ່ງໝັ້ນໃນການເຮັດຕາມພະໄທປະສົງຂອງພະເຈົ້າ. ແມ່ນວ່າເມື່ອເຈົ້າຢູ່ໃຕ້ຄວາມກົດດັນຫຼືຜະເຊີນໜ້າກັບຄວາມຫຍຸ້ງຍາກທີ່ສຸດ ຢ່າລືມວ່າ ເຈົ້າເປັນຜູ້ຮັບໃຊ້ຂອງພະເຈົ້າຜູ້ຊົງພະຊົນຢູ່. ດັ່ງນັ້ນ ຂໍໃຫ້ການກະທຳຂອງເຈົ້ານຳຄວາມຍິນດີມາສູ່ພະເຢໂຫວາ. (ສຸພາສິດ 27:11) ແລະຂໍໃຫ້ຄວາມປະພຶດຂອງເຈົ້າເປັນເຫດໃຫ້ເກີດຄວາມສຸກແກ່ເຈົ້າໃນເວລານີ້ແລະຊີວິດຕະຫຼອດໄປໃນໂລກໃໝ່ທີ່ຈະມາເຖິງ!