ບົດຄວາມສຶກສາທີ 8
“ພວກເຈົ້າຕ້ອງມີສະຕິຢູ່ສະເໝີແລະເຝົ້າລະວັງໃຫ້ດີ!”
“ພວກເຈົ້າຕ້ອງມີສະຕິຢູ່ສະເໝີແລະເຝົ້າລະວັງໃຫ້ດີ!”—1ປຕ. 5:8
ເພງ 144 ຈ້ອງເບິ່ງທີ່ລາງວັນ
ໃຈຄວາມສຳຄັນa
1. ພະເຢຊູບອກພວກລູກສິດແນວໃດກ່ຽວກັບຈຸດຈົບຂອງໂລກນີ້ ແລະເພິ່ນໄດ້ເຕືອນເຂົາເຈົ້າແນວໃດ?
ບໍ່ເທົ່າໃດມື້ກ່ອນທີ່ພະເຢຊູຈະຕາຍ ພວກລູກສິດສີ່ຄົນໄດ້ມາຖາມເພິ່ນວ່າ “ຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າ . . . ພວກເຮົາຢູ່ໃນສະໄໝສຸດທ້າຍຂອງໂລກນີ້?” (ມທ. 24:3) ທີ່ເຂົາເຈົ້າຖາມແບບນີ້ອາດເປັນຍ້ອນເຂົາເຈົ້າສົງໄສວ່າເມືອງເຢຣູຊາເລັມແລະວິຫານຈະຖືກທຳລາຍເມື່ອໃດ. ຄຳຕອບຂອງພະເຢຊູບໍ່ໄດ້ເວົ້າເຖິງແຕ່ການທຳລາຍເມືອງເຢຣູຊາເລັມແລະວິຫານເທົ່ານັ້ນ ແຕ່ຍັງເວົ້າກ່ຽວກັບ “ສະໄໝສຸດທ້າຍ” ຂອງໂລກນີ້ນຳ. ພະເຢຊູເວົ້າເຖິງສະໄໝສຸດທ້າຍວ່າ “ວັນຫຼືເວລານັ້ນບໍ່ມີຜູ້ໃດຮູ້ຈັກ ແມ່ນແຕ່ທູດສະຫວັນຫຼືລູກຂອງພະເຈົ້າກໍບໍ່ຮູ້ຈັກ ມີແຕ່ພະເຈົ້າຜູ້ເປັນພໍ່ເທົ່ານັ້ນທີ່ຮູ້ຈັກ.” ດັ່ງນັ້ນ ພະເຢຊູຈຶ່ງເຕືອນລູກສິດທຸກຄົນໃຫ້ “ຕື່ນຕົວ” ແລະ “ເຝົ້າລະວັງຢູ່ສະເໝີ.”—ມຣກ. 13:32-37
2. ເປັນຫຍັງຈຶ່ງເປັນເລື່ອງສຳຄັນສຳລັບຄລິດສະຕຽນໃນສະຕະວັດທຳອິດທີ່ຈະຕ້ອງເຝົ້າລະວັງຢູ່ສະເໝີ?
2 ໃນສະຕະວັດທຳອິດ ຄລິດສະຕຽນທີ່ເປັນຄົນຢິວຕ້ອງເຝົ້າລະວັງຢູ່ສະເໝີ ເພາະເຂົາເຈົ້າຈະລອດຊີວິດຫຼືບໍ່ກໍຂຶ້ນຢູ່ກັບການເຮັດຕາມຄຳເຕືອນຂອງພະເຢຊູ. ພະເຢຊູບອກລູກສິດໃຫ້ສັງເກດເບິ່ງບາງຢ່າງເພື່ອຈະຮູ້ວ່າເມືອງເຢຣູຊາເລັມແລະວິຫານຈະຖືກທຳລາຍເມື່ອໃດ. ເພິ່ນບອກວ່າ: “ເມື່ອພວກເຈົ້າເຫັນກອງທັບມາຕັ້ງຄ້າຍອ້ອມຮອບເມືອງເຢຣູຊາເລັມກໍໃຫ້ຮູ້ວ່າເມືອງນີ້ໃກ້ຈະຖືກທຳລາຍໃຫ້ຮ້າງເປົ່າແລ້ວ.” ເມື່ອເຫດການນັ້ນເກີດຂຶ້ນແທ້ ເຂົາເຈົ້າຕ້ອງເຮັດຕາມຄຳເຕືອນຂອງພະເຢຊູແລະ “ເລີ່ມໜີໄປທີ່ພູເຂົາ.” (ລກ. 21:20, 21) ຜູ້ທີ່ເຮັດຕາມຄຳເຕືອນນີ້ກໍລອດຊີວິດ ຕອນທີ່ທະຫານໂຣມມາທຳລາຍເມືອງເຢຣູຊາເລັມ.
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາຈະມີສະຕິໄດ້ແນວໃດເມື່ອເບິ່ງເຫດການຕ່າງໆທີ່ເກີດຂຶ້ນໃນໂລກນີ້. ເຮົາຈະລະວັງຕົວໃຫ້ດີໄດ້ແນວໃດແລະເຮົາຈະໃຊ້ເວລາທີ່ເຫຼືອຢູ່ໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ແນວໃດ?
ມີສະຕິຢູ່ສະເໝີເມື່ອເບິ່ງເຫດການຕ່າງໆໃນໂລກ
4. ເປັນຫຍັງເຮົາຄວນສົນໃຈວ່າເຫດການຕ່າງໆທີ່ເກີດຂຶ້ນໃນໂລກທຸກມື້ນີ້ເປັນໄປຕາມຄຳພະຍາກອນໃນຄຳພີໄບເບິນ?
4 ມີເຫດຜົນທີ່ດີຫຼາຍຢ່າງທີ່ເຮົາຄວນສົນໃຈວ່າ ເຫດການຕ່າງໆທີ່ເກີດຂຶ້ນໃນໂລກທຸກມື້ນີ້ເປັນໄປຕາມຄຳພະຍາກອນໃນຄຳພີໄບເບິນແນວໃດ. ຕົວຢ່າງເຊັ່ນ: ພະເຢຊູໄດ້ບອກເຮົາກ່ຽວກັບສິ່ງຕ່າງໆທີ່ຈະເກີດຂຶ້ນ ເຊິ່ງສະແດງໃຫ້ເຫັນວ່າສະໄໝສຸດທ້າຍໃກ້ຈະເຖິງຈຸດຈົບແລ້ວ. (ມທ. 24:3-14) ອັກຄະສາວົກເປໂຕກໍກະຕຸ້ນເຮົາໃຫ້ເອົາໃຈໃສ່ຄຳພະຍາກອນໃນຄຳພີໄບເບິນທີ່ເກີດຂຶ້ນແທ້ເພື່ອຈະຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງ. (2ປຕ. 1:19-21) ແລະປຶ້ມພະນິມິດເຊິ່ງເປັນປຶ້ມສຸດທ້າຍຂອງຄຳພີໄບເບິນກໍເລີ່ມຕົ້ນດ້ວຍຄຳເວົ້າທີ່ວ່າ “ນີ້ແມ່ນຖ້ອຍຄຳທີ່ພະເຈົ້າໃຫ້ພະເຢຊູຄລິດ ເພື່ອເພິ່ນຈະເປີດເຜີຍໃຫ້ທາດຂອງພະເຈົ້າຮູ້ສິ່ງຕ່າງໆທີ່ຈະຕ້ອງເກີດຂຶ້ນໃນໄວໆນີ້.” (ພນມ. 1:1) ດັ່ງນັ້ນ ເຮົາຈຶ່ງສົນໃຈເຫດການຕ່າງໆທີ່ເກີດຂຶ້ນໃນໂລກທຸກມື້ນີ້ເພື່ອຈະຮູ້ວ່າມັນຈະເປັນໄປຕາມຄຳພະຍາກອນທີ່ບອກໄວ້ໃນຄຳພີໄບເບິນແນວໃດ ແລະເຮົາກໍຢາກຈະບອກເລື່ອງນີ້ໃຫ້ກັບຄົນອື່ນໆຮູ້.
ເມື່ອລົມກ່ຽວກັບຄຳພະຍາກອນໃນຄຳພີໄບເບິນ ເຮົາຄວນລະວັງຫຍັງ ແລະເຮົາຄວນເຮັດຫຍັງ? (ເບິ່ງຂໍ້ 5)b
5. ເຮົາຄວນລະວັງຫຍັງ ແຕ່ເຮົາຄວນເຮັດຫຍັງ? (ເບິ່ງຮູບພາບ)
5 ເມື່ອເຮົາລົມກ່ຽວກັບຄຳພະຍາກອນໃນຄຳພີໄບເບິນ ເຮົາຄວນລະວັງທີ່ຈະບໍ່ຄາດເດົາເຫດການເອົາເອງ ຍ້ອນວ່າເຮົາບໍ່ຢາກເວົ້າສິ່ງທີ່ອາດຈະເຮັດໃຫ້ປະຊາຄົມແຕກແຍກ. ຕົວຢ່າງເຊັ່ນ: ເຮົາອາດຈະໄດ້ຍິນພວກຜູ້ນຳຂອງໂລກນີ້ເວົ້າກ່ຽວກັບວິທີແກ້ໄຂຂໍ້ຂັດແຍ້ງແລະຈະເຮັດໃຫ້ເກີດຄວາມສະຫງົບສຸກແລະປອດໄພ. ແທນທີ່ເຮົາຈະຄາດເດົາວ່າຄຳເວົ້າເຫຼົ່ານັ້ນເຮັດໃຫ້ພະຍາກອນທີ່ຢູ່ໃນ 1 ເທຊະໂລນິກ 5:3 ເກີດຂຶ້ນແທ້ ເຮົາຄວນສົນໃຈຄຳອະທິບາຍຫຼ້າສຸດຈາກອົງການ. ເມື່ອເຮົາລົມກັນໃນເລື່ອງຕ່າງໆເຮົາຄວນໃຊ້ຂໍ້ມູນທີ່ມາຈາກອົງການ. ເມື່ອເຮັດແບບນີ້ ເຮົາກໍຈະຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນແລະ “ມີຄວາມຄິດແລະເປົ້າໝາຍດຽວກັນສະເໝີ.”—1ກຣ. 1:10; 4:6
6. ເຮົາໄດ້ບົດຮຽນຫຍັງຈາກ 2 ເປໂຕ 3:11-13?
6 ອ່ານ 2 ເປໂຕ 3:11-13. ອັກຄະສາວົກເປໂຕຊ່ວຍເຮົາໃຫ້ຄິດຢ່າງມີເຫດຜົນຕອນທີ່ເຮົາເບິ່ງຄຳພະຍາກອນຕ່າງໆໃນຄຳພີໄບເບິນ. ລາວກະຕຸ້ນເຮົາໃຫ້ “ຄິດຢູ່ສະເໝີວ່າວັນຂອງພະເຢໂຫວາໃກ້ເຂົ້າມາແລ້ວ.” ຍ້ອນຫຍັງ? ບໍ່ແມ່ນຍ້ອນເຮົາຢາກຮູ້ “ວັນແລະເວລາ” ທີ່ອາມາເຄໂດນຈະມາ ແຕ່ຍ້ອນເຮົາຢາກໃຊ້ເວລາໃນຕອນນີ້ເພື່ອ “ປະພຶດຕົວໃຫ້ບໍລິສຸດແລະເຮັດສິ່ງທີ່ສະແດງວ່າ . . . ເຫຼື້ອມໃສພະເຈົ້າ.” (ມທ. 24:36; ລກ. 12:40) ຫຼືເວົ້າອີກຢ່າງໜຶ່ງກໍຄື ເຮົາຢາກເຮັດສິ່ງທີ່ພະເຢໂຫວາບອກວ່າຖືກຕ້ອງ ແລະເຮົາຢາກເຮັດໃຫ້ແນ່ໃຈວ່າທຸກສິ່ງທີ່ເຮົາເຮັດເພື່ອຮັບໃຊ້ພະເຢໂຫວາກໍຍ້ອນວ່າເຮົາຮັກເພິ່ນ. ແລະເພື່ອເຮົາຈະເຮັດແບບນັ້ນຕໍ່ໆໄປໄດ້ ເຮົາຕ້ອງລະວັງຕົວໃຫ້ດີ.
ການລະວັງຕົວໃຫ້ດີໝາຍຄວາມວ່າແນວໃດ?
7. ຄົນທີ່ລະວັງຕົວດີຈະເຮັດຫຍັງ? (ລູກາ 21:34)
7 ພະເຢຊູບໍ່ພຽງແຕ່ບອກໃຫ້ພວກລູກສິດສົນໃຈເຫດການຕ່າງໆທີ່ເກີດຂຶ້ນໃນໂລກນີ້ເທົ່ານັ້ນ ແຕ່ໃຫ້ເຂົາເຈົ້າສົນໃຈໂຕເອງນຳ. ພະເຢຊູເວົ້າເລື່ອງນີ້ຢ່າງຈະແຈ້ງຢູ່ໃນລູກາ 21:34 (ອ່ານ) ທີ່ບອກວ່າ “ລະວັງຕົວໃຫ້ດີ.” ຄົນທີ່ລະວັງຕົວດີຈະລະວັງສິ່ງທີ່ເປັນອັນຕະລາຍຕໍ່ສາຍສຳພັນຂອງລາວກັບພະເຢໂຫວາແລະພະຍາຍາມຫຼີກລ່ຽງສິ່ງນັ້ນ. ເມື່ອລາວເຮັດແບບນັ້ນ ລາວກໍເຮັດໃຫ້ພະເຈົ້າຮັກລາວຢູ່ສະເໝີ.—ສຸພາ. 22:3; ຢດ. 20, 21
8. ໂປໂລບອກຄລິດສະຕຽນໃຫ້ເຮັດຫຍັງ?
8 ອັກຄະສາວົກໂປໂລກໍບອກຄລິດສະຕຽນໃຫ້ລະວັງຕົວໃຫ້ດີ. ຕົວຢ່າງເຊັ່ນ ລາວບອກກັບພີ່ນ້ອງໃນເມືອງເອເຟໂຊວ່າ “ລະວັງໃຫ້ດີຢູ່ສະເໝີ ຢ່າໃຊ້ຊີວິດຄືຄົນໂງ່ ແຕ່ໃຫ້ໃຊ້ຊີວິດຄືຄົນສະຫຼາດ.” (ອຟຊ. 5:15, 16) ຊາຕານພະຍາຍາມທຳລາຍຄວາມເຊື່ອຂອງເຮົາຢູ່ຕະຫຼອດ. ດັ່ງນັ້ນ ຄຳພີໄບເບິນຈຶ່ງເຕືອນເຮົາວ່າ “ໃຫ້ພະຍາຍາມເຂົ້າໃຈວ່າພະເຢໂຫວາຕ້ອງການຫຍັງ.” (ອຟຊ. 5:17) ຖ້າເຮົາເຮັດຕາມ ເຮົາກໍຈະປົກປ້ອງຕົວເອງຈາກການໂຈມຕີຂອງຊາຕານໄດ້.
9. ເຮົາຈະເຂົ້າໃຈຄວາມຕ້ອງການຂອງພະເຢໂຫວາໄດ້ແນວໃດ?
9 ຄຳພີໄບເບິນບໍ່ໄດ້ບອກໃຫ້ຮູ້ທຸກຢ່າງທີ່ເປັນອັນຕະລາຍຕໍ່ສາຍສຳພັນຂອງເຮົາກັບພະເຢໂຫວາ. ຫຼາຍເທື່ອເຮົາຕ້ອງຕັດສິນໃຈເລື່ອງທີ່ບໍ່ໄດ້ມີບອກໄວ້ໃນຄຳພີໄບເບິນ. ເພື່ອຈະຕັດສິນໃຈໄດ້ຢ່າງສະຫຼາດ ເຮົາຕ້ອງເຂົ້າໃຈ “ຄວາມຕ້ອງການຂອງພະເຢໂຫວາ.” ເຮົາຈະເຮັດແບບນັ້ນໄດ້ໂດຍການສຶກສາຄຳພີໄບເບິນແລະຄິດຕຶກຕອງເປັນປະຈຳ. ແຮ່ງເຮົາເຂົ້າໃຈຄວາມຕ້ອງການຂອງພະເຢໂຫວາແລະມີ “ຄວາມຄິດແບບພະຄລິດ” ເຮົາກໍແຮ່ງຈະໃຊ້ຊີວິດຄື “ຄົນສະຫຼາດ” ເຖິງວ່າຈະບໍ່ມີກົດຕາຍໂຕທີ່ບອກວ່າເຮົາຄວນເຮັດແນວໃດກໍຕາມ. (1ກຣ. 2:14-16) ອັນຕະລາຍບາງຢ່າງເຫັນໄດ້ງ່າຍ ແຕ່ບາງຢ່າງກໍເບິ່ງບໍ່ຄ່ອຍອອກ.
10. ມີອັນຕະລາຍຫຍັງແດ່ທີ່ເຮົາຕ້ອງຫຼີກລ່ຽງ?
10 ອັນຕະລາຍບາງຢ່າງທີ່ເຮົາຕ້ອງຫຼີກລ່ຽງກໍຄື: ການຈີບຫຼິ້ນໆ ການກິນການດື່ມຫຼາຍໂພດ ການເວົ້າທຳຮ້າຍຈິດໃຈຄົນອື່ນ ການເບິ່ງເລື່ອງທີ່ຮຸນແຮງ ການເບິ່ງສື່ລາມົກແລະອື່ນໆ. (ເພງ. 101:3) ຊາຕານຊອກຫາໂອກາດທີ່ຈະທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາຢູ່ຕະຫຼອດ. (1ປຕ. 5:8) ຖ້າເຮົາບໍ່ລະວັງ ຊາຕານກໍຈະປູກຝັງນິດໄສທີ່ບໍ່ດີຕ່າງໆໄວ້ໃນຄວາມຄິດຈິດໃຈຂອງເຮົາ ເຊັ່ນ: ຄວາມອິດສາ ຄວາມບໍ່ສັດຊື່ ຄວາມໂລບ ຄວາມກຽດຊັງ ຄວາມຍິ່ງ ແລະຄວາມຄຽດແຄ້ນ. (ຄລຕ. 5:19-21) ບາງເທື່ອເຈົ້າອາດຈະຄິດວ່າ ນິດໄສເຫຼົ່ານັ້ນບໍ່ອັນຕະລາຍ. ແຕ່ຖ້າເຮົາບໍ່ຂ້ຽວກຳຈັດນິດໄສເຫຼົ່ານັ້ນທັນທີ ມັນກໍຈະແກ້ໄຂໄດ້ຍາກແລະຈະມີບັນຫາແນ່ນອນ.—ຢກບ. 1:14, 15
11. ອັນຕະລາຍຢ່າງໜຶ່ງທີ່ເຮົາອາດເບິ່ງບໍ່ອອກເຊິ່ງເຮົາຕ້ອງຫຼີກລ່ຽງແມ່ນຫຍັງ ແລະເປັນຫຍັງເຮົາຕ້ອງຫຼີກລ່ຽງ?
11 ອັນຕະລາຍຢ່າງໜຶ່ງທີ່ເຮົາອາດເບິ່ງບໍ່ອອກເຊິ່ງເຮົາຕ້ອງຫຼີກລ່ຽງແມ່ນການຄົບຫາທີ່ບໍ່ດີ. ສົມມຸດວ່າເຈົ້າເຮັດວຽກກັບຄົນໜຶ່ງທີ່ບໍ່ໄດ້ເປັນພະຍານພະເຢໂຫວາ. ເຈົ້າຢາກໃຫ້ລາວມີຄວາມຄິດທີ່ດີຕໍ່ພະຍານພະເຢໂຫວາ ເຈົ້າກໍເລີຍເຮັດດີຕໍ່ລາວແລະຊ່ວຍເຫຼືອລາວ. ທຳອິດເຈົ້າກໍໄປກິນເຂົ້ານຳລາວເປັນບາງເທື່ອ. ຫຼັງຈາກນັ້ນບໍ່ດົນ ເຈົ້າກໍໄປກິນເຂົ້ານຳລາວຕະຫຼອດ. ມີບາງເທື່ອຕອນທີ່ລົມກັນ ລາວກໍເວົ້າເລື່ອງລາມົກ. ທຳອິດເຈົ້າອາດຮູ້ສຶກບໍ່ມັກ. ແຕ່ຕໍ່ມາເຈົ້າກໍລຶ້ງເຄີຍກັບຄຳເວົ້າເຫຼົ່ານັ້ນຈົນຄິດວ່າມັນບໍ່ເປັນຫຍັງດອກ. ແລ້ວມື້ໜຶ່ງ ລາວຊວນເຈົ້າໄປກິນເບຍແລະເຈົ້າກໍໄປນຳລາວ. ໃນທີ່ສຸດເຈົ້າກໍເລີ່ມຄິດຄືກັນກັບລາວ. ບໍ່ດົນ ເຈົ້າກໍຈະເປັນຄືກັບລາວ. ກໍແມ່ນຢູ່ວ່າເຮົາຢາກເຮັດດີແລະໃຫ້ກຽດທຸກຄົນ. ແຕ່ເຮົາຕ້ອງຈື່ໄວ້ວ່າ ຖ້າເຮົາຄົບຫາກັບໃຜ ເຮົາກໍຈະເປັນຄືກັບຜູ້ນັ້ນ. (1ກຣ. 15:33) ຖ້າເຮົາລະວັງຕົວໃຫ້ດີຄືກັບທີ່ພະເຢຊູບອກ ເຮົາກໍຈະບໍ່ຄົບຫາກັບຄົນທີ່ບໍ່ໄດ້ໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາໂດຍບໍ່ຈຳເປັນ. (2ກຣ. 6:15) ເຮົາຈະເຫັນອັນຕະລາຍແລະຫຼີກລ່ຽງມັນໄດ້.
ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ
12. ພະເຢຊູໃຫ້ລູກສິດເຮັດວຽກຫຍັງໃນຂະນະທີ່ຖ້າໃຫ້ຈຸດຈົບມາຮອດ?
12 ພະເຢຊູບໍ່ຢາກໃຫ້ລູກສິດຂອງເພິ່ນຢູ່ລ້າໆໃນຂະນະທີ່ຖ້າໃຫ້ຈຸດຈົບມາຮອດ. ເພິ່ນຈຶ່ງມອບໝາຍວຽກໃຫ້ເຂົາເຈົ້າເຮັດ. ວຽກນັ້ນແມ່ນການປະກາດຂ່າວດີ “ໃນເມືອງເຢຣູຊາເລັມແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະຈົນຮອດສຸດຂອບໂລກ.” (ກຈກ. 1:6-8) ວຽກນີ້ເປັນວຽກທີ່ໃຫຍ່ຫຼາຍແທ້ໆ! ດັ່ງນັ້ນ ເພື່ອເຂົາເຈົ້າຈະເຮັດວຽກນີ້ໄດ້ສຳເລັດ ເຂົາເຈົ້າຕ້ອງໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ.
13. ເປັນຫຍັງເຮົາຕ້ອງໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ? (ໂກໂລຊາຍ 4:5)
13 ອ່ານໂກໂລຊາຍ 4:5. ເພື່ອເຮົາຈະລະວັງຕົວໃຫ້ດີ ເຮົາຕ້ອງຄິດໃຫ້ດີວ່າເຮົາໃຊ້ເວລາຂອງເຮົາແນວໃດ ເພາະ “ເຫດການທີ່ບໍ່ຄາດຄິດ” ສາມາດເກີດຂຶ້ນໄດ້ກັບເຮົາທຸກຄົນ. (ຜູ້ປ. 9:11) ແລະເຮົາກໍບໍ່ຮູ້ວ່າ ເຮົາຈະມີຊີວິດຢູ່ຮອດມື້ໃດ.
ເຮົາຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ແນວໃດ? (ເບິ່ງຂໍ້ 14-15)
14-15. ເຮົາຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ແນວໃດ? (ເຮັບເຣີ 6:11, 12) (ເບິ່ງຮູບພາບ)
14 ເຮົາຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ໂດຍເຮັດສິ່ງທີ່ພະເຢໂຫວາຕ້ອງການແລະພະຍາຍາມໃກ້ຊິດກັບເພິ່ນໃຫ້ຫຼາຍຂຶ້ນ. (ຢຮ. 14:21) ນອກຈາກນັ້ນ ເຮົາຄວນເຮັດຕາມຄຳແນະນຳທີ່ຢູ່ໃນຄຳພີໄບເບິນທີ່ບອກວ່າ “ໃຫ້ໝັ້ນຄົງ ຢ່າຫວັ່ນໄຫວ ໃຫ້ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຢ່າງຫຼວງຫຼາຍ.” (1ກຣ. 15:58) ຖ້າເຮົາເຮັດແບບນັ້ນ ເມື່ອຈຸດຈົບມາເຖິງ ບໍ່ວ່າຈະເປັນຈຸດຈົບຂອງຊີວິດເຮົາຫຼືຈຸດຈົບຂອງໂລກຊົ່ວນີ້ ເຮົາກໍຈະບໍ່ເສຍໃຈແລະມາຄິດເສຍດາຍໃນພາຍຫຼັງວ່າ ເຮົາໜ້າຈະຮັບໃຊ້ພະເຢໂຫວາໃຫ້ຫຼາຍກວ່ານີ້.—ມທ. 24:13; ຣມ. 14:8
15 ໃນທຸກມື້ນີ້ ພະເຢຊູຊີ້ນຳເຮົາໃຫ້ເຮັດວຽກປະກາດເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ. ເພິ່ນຝຶກສອນເຮົາໃຫ້ຮູ້ວ່າຈະປະກາດແນວໃດແລະຈັດໃຫ້ມີສິ່ງຕ່າງໆທີ່ຈະໃຊ້ໃນວຽກປະກາດຜ່ານທາງອົງການຂອງພະເຢໂຫວາ. (ມທ. 28:18-20) ເຮົາກໍຕ້ອງພະຍາຍາມເຮັດສ່ວນຂອງໂຕເອງຄືກັນໂດຍມີຄວາມຫ້າວຫັນໃນການປະກາດແລະສອນຄົນອື່ນແລະເຝົ້າລະວັງຢູ່ສະເໝີໃນຂະນະທີ່ລໍຖ້າໃຫ້ຈຸດຈົບຂອງໂລກຊົ່ວນີ້ມາເຖິງ. ຖ້າເຮົາພະຍາຍາມເຮັດຕາມຄຳແນະນຳທີ່ຢູ່ໃນເຮັບເຣີ 6:11, 12 (ອ່ານ) ເຮົາກໍຈະຍຶດໝັ້ນກັບຄວາມຫວັງທີ່ “ຈະເປັນຈິງໃນທີ່ສຸດ.”
16. ເຮົາຕັ້ງໃຈທີ່ຈະເຮັດຫຍັງ?
16 ພະເຢໂຫວາໄດ້ກຳນົດວັນແລະເວລາທີ່ຈະທຳລາຍໂລກຊົ່ວນີ້ໄວ້ແລ້ວ. ເມື່ອຮອດມື້ນັ້ນ ເພິ່ນກໍຈະເຮັດໃຫ້ຄຳພະຍາກອນທັງໝົດທີ່ກ່ຽວກັບໂລກໃໝ່ເກີດຂຶ້ນແທ້ຕາມທີ່ເພິ່ນໄດ້ສັນຍາໄວ້. ແຕ່ບາງຄັ້ງ ເຮົາອາດຈະຮູ້ສຶກວ່າຈຸດຈົບຂອງໂລກຊົ່ວນີ້ຄືມາຊ້າແທ້. ແຕ່ຄຳພີໄບເບິນບອກວ່າ ວັນຂອງພະເຢໂຫວາ “ຈະບໍ່ມາຊ້າເລີຍ!” (ຮບກ. 2:3, ລ.ມ.) ດັ່ງນັ້ນ ຂໍໃຫ້ເຮົາຕັ້ງໃຈທີ່ “ຈະລໍຖ້າພະເຢໂຫວາດ້ວຍໃຈຈົດໃຈຈໍ່ຕໍ່ໆໄປ” ແລະ “ອົດທົນລໍຖ້າພະເຈົ້າ [ຂອງເຮົາ] ມາຊ່ວຍໃຫ້ລອດ.”—ມກ. 7:7, ລ.ມ.
ເພງ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
a ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາຈະມີສະຕິໄດ້ແນວໃດເມື່ອເບິ່ງເຫດການຕ່າງໆທີ່ເກີດຂຶ້ນໃນໂລກນີ້. ແລະເຮົາຈະມາເບິ່ງອີກວ່າ ເຮົາຈະລະວັງຕົວໃຫ້ດີໄດ້ແນວໃດແລະເຮົາຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ແນວໃດ.
b ຄຳອະທິບາຍຮູບພາບ: (ທາງເທິງ) ພີ່ນ້ອງຄູ່ຜົວເມຍໜຶ່ງໄດ້ເບິ່ງຂ່າວ. ຕໍ່ມາ ຫຼັງຈາກທີ່ເລີກປະຊຸມແລ້ວ ເຂົາເຈົ້າກໍໄດ້ລົມກັບພີ່ນ້ອງກ່ຽວກັບຂ່າວນັ້ນແລະພະຍາຍາມອະທິບາຍວ່າຂ່າວນັ້ນກົງກັບຄຳພະຍາກອນໃນຄຳພີໄບເບິນແນວໃດໂດຍໃຊ້ຄວາມຄິດຂອງໂຕເອງ. (ທາງລຸ່ມ) ພີ່ນ້ອງຄູ່ຜົວເມຍໜຶ່ງເບິ່ງລາຍງານຈາກຄະນະກຳມະການປົກຄອງເພື່ອຈະຮູ້ຄຳອະທິບາຍຫຼ້າສຸດກ່ຽວກັບຄຳພະຍາກອນໃນຄຳພີໄບເບິນ. ເຂົາເຈົ້າປະກາດກັບຄົນອື່ນແລະໃຫ້ປຶ້ມທີ່ມີຄຳອະທິບາຍຈາກທາດທີ່ສັດຊື່ແລະສຸຂຸມ.