ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 20 ໜ້າ 175-183
  • ສຳນຶກເຖິງວັນຂອງພະເຢໂຫວາຢູ່ສະເໝີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສຳນຶກເຖິງວັນຂອງພະເຢໂຫວາຢູ່ສະເໝີ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຈົ່ງ​ຕື່ນ​ຕົວ​ຢູ່​ສະເໝີ​ຕໍ່​ໝາຍ​ສຳຄັນ
  • ການ​ແຍກ​ຄົນ
  • ມີ​ສິ່ງ​ໃດ​ລໍ​ຖ້າ​ຢູ່​ທາງ​ໜ້າ?
  • ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ “ຍຸກ​ສຸດ​ທ້າຍ” ບໍ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ພະ​ປະສົງ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ​ໃນ​ບໍ່​ຊ້າ
    ຈຸດມຸ່ງໝາຍຂອງຊີວິດຄືຫຍັງ? ທ່ານຈະພົບໄດ້ຢ່າງໃດ?
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 20 ໜ້າ 175-183

ບົດ​ຊາວ

ສຳນຶກ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ

1. ຕອນ​ທຳອິດ​ເມື່ອ​ໄດ້​ຮຽນ​ຮູ້​ວ່າ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ຄວາມ​ເຈັບ​ປວດ​ໃຈ​ທີ່​ມີ​ໃນ​ລະບົບ​ເກົ່າ​ນີ້​ໃກ້​ເຂົ້າ​ມາ​ແລ້ວ ທ່ານ​ຮູ້ສຶກ​ຢ່າງ​ໃດ?

ໜຶ່ງ​ໃນ​ສິ່ງ​ທຳອິດ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ແມ່ນ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ກາຍ​ເປັນ​ອຸທິຍານ. ໃນ​ໂລກ​ໃໝ່ ສົງຄາມ, ອາດຊະຍາກຳ, ຄວາມ​ທຸກ​ຍາກ, ຄວາມ​ເຈັບ​ປ່ວຍ, ຄວາມ​ທຸກ​ທໍລະມານ, ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ. ແມ່ນ​ແຕ່​ຄົນ​ຕາຍ​ກໍ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ. ເປັນ​ຄວາມ​ຫວັງ​ທີ່​ວິເສດ​ແທ້ໆ! ສິ່ງ​ດັ່ງ​ກ່າວ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ອີກ​ບໍ່​ດົນ​ຍ້ອນ​ຫຼັກຖານ​ທີ່​ສະແດງ​ວ່າ ການ​ປະທັບ​ຂອງ​ພະ​ຄລິດ​ໃນ​ຖານະ​ກະສັດ​ປົກຄອງ​ທີ່​ບໍ່​ສາມາດ​ເຫັນ​ດ້ວຍ​ຕາ​ໄດ້​ເລີ່ມ​ຕົ້ນ​ແລ້ວ​ຕັ້ງ​ແຕ່​ປີ 1914 ແລະ​ນັບ​ຕັ້ງ​ແຕ່​ນັ້ນ​ມາ ເຮົາ​ກໍ​ໄດ້​ກ້າວ​ເຂົ້າ​ສູ່​ສະໄໝ​ສຸດ​ທ້າຍ​ຂອງ​ລະບົບ​ຊົ່ວ​ນີ້. ໃນ​ຕອນ​ທ້າຍ​ຂອງ​ສະໄໝ​ສຸດ​ທ້າຍ​ນີ້ ພະ​ເຢໂຫວາ​ຈະ​ທຳລາຍ​ລະບົບ​ປັດຈຸບັນ​ແລະ​ຈະ​ນຳ​ເອົາ​ໂລກ​ໃໝ່​ທີ່​ສັນຍາ​ໄວ້​ເຂົ້າ​ມາ​ແທນ!

2. “ວັນ​ຂອງ​ພະ​ເຢໂຫວາ” ແມ່ນ​ຫຍັງ?

2 ຄຳພີ​ໄບເບິນ​ເອີ້ນ​ເວລາ​ແຫ່ງ​ການ​ທຳລາຍ​ທີ່​ຈະ​ມາ​ຮອດ​ນີ້​ວ່າ “ວັນ​ຂອງ​ພະ​ເຢໂຫວາ.” (2 ເປໂຕ 3:10, ລ.ມ.) ເປັນ “ວັນ​ແຫ່ງ​ຄວາມ​ຄຽດ​ຂອງ​ພະ​ເຢໂຫວາ” ຕໍ່​ໂລກ​ທັງ​ໝົດ​ຂອງ​ຊາຕານ. (ໂຊໂຟນີ 2:3) ວັນ​ນີ້​ຈະ​ເຖິງ​ຈຸດ​ສຸດ​ຍອດ​ໃນ “ການ​ເສິກ​ໃນ​ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ . . . ເອີ້ນ​ຊື່​ໃນ​ພາສາ​ເຫບເລີ​ວ່າ ອະລະມະເຄໂດນ” ເຊິ່ງ​ເປັນ​ວັນ​ທີ່ “ກະສັດ​ທັງ​ຫຼາຍ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ” ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ສິ້ນ. (ຄຳປາກົດ 16:14, 16) ແນວ​ທາງ​ຊີວິດ​ຂອງ​ທ່ານ​ສະແດງ​ໃຫ້​ເຫັນ​ວ່າ​ທ່ານ​ເຊື່ອ​ໝັ້ນ​ວ່າ ‘ວັນ​ຂອງ​ພະ​ເຢໂຫວາ’ ມາ​ໃກ້​ແລ້ວ​ບໍ?—ໂຊໂຟນີ 1:14-18; ເຢເຣມີ 25:33.

3. (ກ) ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເມື່ອ​ໃດ? (ຂ) ການ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ບອກ “ວັນ​ກຳນົດ​ກັບ​ໂມງ​ກຳນົດ” ນັ້ນ​ເປັນ​ປະໂຫຍດ​ແນວ​ໃດ?

3 ຄຳພີ​ໄບເບິນ​ບໍ່​ໄດ້​ບົ່ງ​ບອກ​ວັນ​ທີ​ທີ່​ພະ​ເຍຊູ​ຄລິດ​ຈະ​ມາ​ໃນ​ຖານະ​ຜູ້​ປະຕິບັດ​ໂທດ​ຂອງ​ພະ​ເຢໂຫວາ​ຕໍ່​ລະບົບ​ຂອງ​ຊາຕານ. ພະ​ເຍຊູ​ກ່າວ​ວ່າ “ວັນ​ກຳນົດ​ກັບ​ໂມງ​ກຳນົດ​ນັ້ນ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ ແມ່ນ​ພວກ​ທູດ​ສະຫວັນ​ກໍ​ດີ ບຸດ​ມະນຸດ​ກໍ​ດີ ກໍ​ບໍ່​ຮູ້​ຈັກ ຮູ້​ຈັກ​ແຕ່​ພະ​ບິດາ​ອົງ​ດຽວ.” (ມາລະໂກ 13:32) ຖ້າ​ໃຜ​ບໍ່​ຮັກ​ພະ​ເຢໂຫວາ​ແທ້ໆ ເຂົາ​ເຈົ້າ​ຈະ​ບໍ່​ເອົາ​ຫົວ​ຊາ​ຕໍ່​ວັນ​ຂອງ​ພະອົງ​ແລະ​ຈະ​ຫັນ​ໄປ​ຕິດ​ຕາມ​ແນວ​ທາງ​ຂອງ​ໂລກ. ສ່ວນ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັກ​ພະ​ເຢໂຫວາ​ແທ້ໆ ຈະ​ຮັບໃຊ້​ພະອົງ​ດ້ວຍ​ສິ້ນ​ສຸດ​ຈິດວິນຍານ ບໍ່​ວ່າ​ອະວະສານ​ຂອງ​ລະບົບ​ນີ້​ຈະ​ມາ​ເມື່ອ​ໃດ​ກໍ​ຕາມ.—ຄຳເພງ 37:4; 1 ໂຢຮັນ 5:3.

4. ພະ​ເຍຊູ​ໄດ້​ກ່າວ​ເຕືອນ​ຢ່າງ​ໃດ?

4 ເພື່ອ​ເຕືອນ​ຜູ້​ທີ່​ຮັກ​ພະ​ເຢໂຫວາ ພະ​ເຍຊູ​ກ່າວ​ວ່າ “ຈົ່ງ​ເຝົ້າ​ລະວັງ​ແລະ​ອ້ອນ​ວອນ​ຢູ່ ເຫດ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້​ຈັກ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.” (ມາລະໂກ 13:33-37) ພະອົງ​ເຕືອນ​ເຮົາ​ວ່າ​ຢ່າ​ໃຫ້​ການ​ກິນ​ແລະ​ການ​ດື່ມ​ຫຼື “ຄວາມ​ອຸກ​ໃຈ​ແຫ່ງ​ໂລກ​ນີ້” ດຶງ​ຄວາມ​ສົນ​ໃຈ​ເຮົາ​ໄປ​ຫຼາຍ​ໂພດ​ຈົນ​ເຮັດ​ໃຫ້​ເຮົາ​ເບິ່ງ​ບໍ່​ເຫັນ​ຄວາມ​ສຳຄັນ​ຂອງ​ຍຸກ​ສະໄໝ​ນີ້.—ລືກາ 21:34-36; ມັດທາຍ 24:37-42.

5. ດັ່ງ​ທີ່​ເປໂຕ​ອະທິບາຍ ໃນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ?

5 ເປໂຕ​ກໍ​ໄດ້​ແນະນຳ​ເຮົາ​ເຊັ່ນ​ດຽວ​ກັນ​ໃຫ້​ສຳນຶກ​ເຖິງ “ວັນ​ຂອງ​ພະເຈົ້າ ເພາະ​ເຫດ​ວັນ​ນັ້ນ ຟ້າ​ອາກາດ​ຈະ​ເປື່ອຍ​ດ້ວຍ​ໄຟ​ໄໝ້ ແລະ​ດວງ​ໃນ​ຟ້າ​ອາກາດ [“ທາດ​ຕ່າງໆ,” ລ.ມ.] ຈະ​ເປື່ອຍ​ດ້ວຍ​ໄຟ​ອັນ​ຮ້ອນ​ລົ້ນ.” ລັດຖະບານ​ທັງ​ໝົດ​ຂອງ​ມະນຸດ​ເຊິ່ງ​ກໍ​ຄື “ຟ້າ​ອາກາດ” ຈະ​ຖືກ​ທຳລາຍ ແລະ​ສັງຄົມ​ມະນຸດ​ທີ່​ຊົ່ວ​ຮ້າຍ​ທັງ​ໝົດ​ເຊິ່ງ​ກໍ​ຄື “ແຜ່ນດິນ​ໂລກ” ພ້ອມ​ທັງ “ທາດ​ຕ່າງໆ” ຂອງ​ມັນ​ເຊິ່ງ​ກໍ​ຄື​ແນວ​ຄິດ​ແລະ​ການ​ກະທຳ​ຕ່າງໆ ຂອງ​ໂລກ​ຊົ່ວ​ຮ້າຍ​ນີ້ ເຊັ່ນ ແນວ​ຄິດ​ທີ່​ບໍ່​ໝາຍ​ເພິ່ງ​ພະເຈົ້າ, ການ​ດຳເນີນ​ຊີວິດ​ທີ່​ຜິດ​ສິນລະທຳ, ແລະ​ການ​ນິຍົມ​ວັດຖຸ​ກໍ​ຈະ​ຖືກ​ທຳລາຍ​ໝົດ​ສິ້ນ. ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ຈະ​ຖືກ​ປ່ຽນ​ແທນ​ດ້ວຍ “ຟ້າ​ອາກາດ​ໃໝ່ [ລາຊະອານາຈັກ​ທາງ​ພາກ​ສະຫວັນ​ຂອງ​ພະເຈົ້າ] ແລະ​ແຜ່ນດິນ​ໂລກ​ໃໝ່ [ສັງຄົມ​ມະນຸດ​ໃໝ່​ທາງ​ແຜ່ນດິນ​ໂລກ]” ທີ່​ເຊິ່ງ ‘ຄວາມ​ຊອບທຳ​ຈະ​ຕັ້ງ​ຢູ່.’ (2 ເປໂຕ 3:10-13) ເຫດການ​ທີ່​ສະທ້ານ​ໂລກ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ໃນ​ເວລາ​ທີ່​ບໍ່​ໄດ້​ຄາດ​ຄິດ.—ມັດທາຍ 24:44.

ຈົ່ງ​ຕື່ນ​ຕົວ​ຢູ່​ສະເໝີ​ຕໍ່​ໝາຍ​ສຳຄັນ

6. (ກ) ຄຳຕອບ​ທີ່​ພະ​ເຍຊູ​ໃຫ້​ກັບ​ເຫຼົ່າ​ສາວົກ​ໃຊ້​ໄດ້​ກັບ​ອະວະສານ​ຂອງ​ລະບົບ​ຢິວ​ເຖິງ​ຂອບ​ເຂດ​ໃດ? (ຂ) ສ່ວນ​ໃດ​ຂອງ​ຄຳຕອບ​ທີ່​ພະ​ເຍຊູ​ໃຫ້ ເນັ້ນ​ເຖິງ​ເຫດການ​ແລະ​ເຈຕະຄະຕິ​ຕ່າງໆ ທີ່​ມີ​ມາ​ຕັ້ງ​ແຕ່​ປີ 1914?

6 ເມື່ອ​ສຳນຶກ​ເຖິງ​ສະໄໝ​ທີ່​ເຮົາ​ມີ​ຊີວິດ​ຢູ່​ນີ້ ເຮົາ​ຄວນ​ຈະ​ຮູ້​ຈັກ​ລາຍ​ລະອຽດ​ຕ່າງໆ ທີ່​ປະກອບ​ກັນ​ເປັນ​ໝາຍ​ສຳຄັນ​ເຊິ່ງ​ຊີ້​ບອກ​ເຖິງ​ສະໄໝ​ສຸດ​ທ້າຍ​ຫຼື “ໄລຍະ​ສຸດ​ທ້າຍ​ແຫ່ງ​ລະບົບ​ນີ້.” ຂໍ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ພະ​ເຍຊູ​ຕອບ​ຄຳຖາມ​ຂອງ​ເຫຼົ່າ​ສາວົກ​ເຊິ່ງ​ບັນທຶກ​ໄວ້​ໃນ​ມັດທາຍ 24:3 (ລ.ມ.) ບາງ​ເຫດການ​ທີ່​ພະອົງ​ໄດ້​ບອກ​ໄວ້​ໃນ​ຂໍ້ 4 ເຖິງ 22 ໄດ້​ສຳເລັດ​ເປັນ​ຈິງ​ໃນ​ຂອບ​ເຂດ​ນ້ອຍໆ ກັບ​ລະບົບ​ຂອງ​ພວກ​ຢິວ​ລະຫວ່າງ​ປີ 33 ເຖິງ​ປີ 70 ສາກົນ​ສັກກະຫຼາດ. ແຕ່​ຄຳ​ພະຍາກອນ​ນີ້​ມີ​ຄວາມ​ສຳເລັດ​ເປັນ​ຈິງ​ຄັ້ງ​ໃຫຍ່​ນັບ​ຕັ້ງ​ແຕ່​ປີ 1914 ເປັນ​ຕົ້ນ​ມາ ເຊິ່ງ​ເປັນ​ເວລາ​ແຫ່ງ “ການ​ປະທັບ” ຂອງ​ພະ​ຄລິດ​ແລະ​ເປັນ “ໄລຍະ​ສຸດ​ທ້າຍ​ແຫ່ງ​ລະບົບ​ນີ້.” ມັດທາຍ 24:23-28 ບອກ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ນັບ​ແຕ່​ປີ 70 ສາກົນ​ສັກກະຫຼາດ ໄປ​ຈົນ​ຮອດ​ເວລາ​ແຫ່ງ​ການ​ປະທັບ​ຂອງ​ພະ​ຄລິດ. ເຫດການ​ຕ່າງໆ ທີ່​ໄດ້​ກ່າວ​ໄວ້​ໃນ​ມັດທາຍ 24:29-25:46 ເກີດ​ຂຶ້ນ​ໃນ​ລະຫວ່າງ​ເວລາ​ອະວະສານ​ນີ້​ເອງ.

7. (ກ) ເປັນ​ຫຍັງ​ເຮົາ​ເອງ​ຄວນ​ຕື່ນ​ຕົວ​ຕໍ່​ວິທີ​ທີ່​ສະພາບການ​ຕ່າງໆ ໃນ​ປັດຈຸບັນ​ໄດ້​ສຳເລັດ​ເປັນ​ຈິງ​ຕາມ​ໝາຍ​ສຳຄັນ? (ຂ) ໃນ​ການ​ຕອບ​ຄຳຖາມ​ຕ່າງໆ ທີ່​ຢູ່​ຕອນ​ທ້າຍ​ຂອງ​ວັກ​ນີ້ ກະລຸນາ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ໝາຍ​ສຳຄັນ​ໄດ້​ສຳເລັດ​ເປັນ​ຈິງ​ຕັ້ງ​ແຕ່​ປີ 1914.

7 ເຮົາ​ເອງ​ຄວນ​ສັງເກດ​ເບິ່ງ​ເຫດການ​ແລະ​ເຈຕະຄະຕິ​ຕ່າງໆ ເຊິ່ງ​ໄດ້​ສຳເລັດ​ເປັນ​ຈິງ​ຕາມ​ໝາຍ​ສຳຄັນ​ນັ້ນ. ການ​ເຊື່ອມ​ໂຍງ​ສິ່ງ​ເຫຼົ່າ​ນີ້​ເຂົ້າ​ກັບ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ສຳນຶກ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ. ນອກ​ຈາກ​ນັ້ນ ເລື່ອງ​ນີ້​ຍັງ​ເຮັດ​ໃຫ້​ເຮົາ​ໂນ້ມ​ໃຈ​ຄົນ​ອື່ນ​ໄດ້ ເມື່ອ​ເຕືອນ​ເຂົາ​ເຈົ້າ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ. (ເອຊາອີ 61:1, 2) ເມື່ອ​ຄິດ​ເຖິງ​ເປົ້າ​ໝາຍ​ເຫຼົ່າ​ນີ້ ຂໍ​ໃຫ້​ເຮົາ​ທົບ​ທວນ​ຄຳຖາມ​ຕໍ່​ໄປ​ນີ້​ທີ່​ເນັ້ນ​ເຖິງ​ສ່ວນ​ຕ່າງໆ ຂອງ​ໝາຍ​ສຳຄັນ ເຊິ່ງ​ບັນທຶກ​ໄວ້​ໃນ​ມັດທາຍ 24:7 ແລະ​ລືກາ 21:10, 11.

ດັ່ງ​ທີ່​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ “ພວກ​ປະເທດ​ຈະ​ຢືນ​ຂຶ້ນ​ຕໍ່​ສູ້​ພວກ​ປະເທດ ແລະ​ແຜ່ນດິນ​ຕໍ່​ສູ້​ແຜ່ນດິນ” ນັ້ນ​ເລີ່ມ​ສຳເລັດ​ເປັນ​ຈິງ​ຕັ້ງ​ແຕ່​ປີ 1914 ໃນ​ທາງ​ທີ່​ພົ້ນ​ເດັ່ນ​ຢ່າງ​ໃດ? ກ່ຽວ​ກັບ​ເລື່ອງ​ສົງຄາມ ມີ​ຫຍັງ​ເກີດ​ຂຶ້ນ​ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ?

ໃນ​ປີ 1918 ໂລກ​ລະ​ບາດ​ຫຍັງ​ທີ່​ໄດ້​ສັງຫານ​ຊີວິດ​ຄົນ​ເຮົາ​ຫຼາຍ​ກວ່າ​ການ​ຕາຍ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 1? ເຖິງ​ແມ່ນ​ວ່າ​ມະນຸດ​ມີ​ຄວາມ​ຮູ້​ທາງ​ການ​ແພດ ພະຍາດ​ອັນ​ໃດ​ທີ່​ຍັງ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ເສຍ​ຊີວິດ?

ເຖິງ​ແມ່ນ​ວ່າ​ມີ​ຄວາມ​ກ້າວ​ໜ້າ​ທາງ​ວິທະຍາສາດ​ຕັ້ງ​ແຕ່​ສະຕະວັດ​ທີ່​ຜ່ານ​ມາ ການ​ກັນ​ດານ​ອາຫານ​ມີ​ຜົນ​ກະທົບ​ຕໍ່​ແຜ່ນດິນ​ໂລກ​ເຖິງ​ຂະໜາດ​ໃດ?

ສິ່ງ​ໃດ​ເຮັດ​ໃຫ້​ທ່ານ​ໝັ້ນ​ໃຈ​ວ່າ 2 ຕີໂມເຕ 3:1-5; 13 ບໍ່​ໄດ້​ກ່າວ​ເຖິງ​ວິຖີ​ຊີວິດ​ທີ່​ຜ່ານ​ມາ ແຕ່​ພັດ​ແມ່ນ​ສະພາບ​ອັນ​ຊົ່ວ​ຮ້າຍ​ທີ່​ນັບ​ມື້​ນັບ​ຈະ​ຮ້າຍແຮງ​ຂຶ້ນ​ໃນ​ຂະນະ​ທີ່​ເຮົາ​ກ້າວ​ເຂົ້າ​ສູ່​ອະວະສານ​ຂອງ​ສະໄໝ​ສຸດ​ທ້າຍ​ນີ້?

ການ​ແຍກ​ຄົນ

8. (ກ) ເຫດການ​ອັນ​ໃດ​ອີກ​ທີ່​ພະ​ເຍຊູ​ໄດ້​ກ່າວ​ໄວ້​ໃນ​ມັດທາຍ 13:24-30, 36-43 ເຊິ່ງ​ພະອົງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໄລຍະ​ສຸດ​ທ້າຍ​ແຫ່ງ​ລະບົບ​ນີ້? (ຂ) ອຸປະມາ​ຂອງ​ພະ​ເຍຊູ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ?

8 ພະ​ເຍຊູ​ໄດ້​ເຊື່ອມ​ໂຍງ​ເຫດການ​ສຳຄັນ​ອື່ນໆ ອີກ​ເຂົ້າ​ກັບ​ໄລຍະ​ສຸດ​ທ້າຍ​ແຫ່ງ​ລະບົບ​ນີ້. ໜຶ່ງ​ໃນ​ນັ້ນ​ແມ່ນ​ການ​ແຍກ “ລູກ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ” ອອກ​ຈາກ “ລູກ​ທັງ​ຫຼາຍ​ຂອງ​ຜູ້​ຊົ່ວ​ຮ້າຍ.” ພະ​ເຍຊູ​ກ່າວ​ເຖິງ​ເລື່ອງ​ນີ້​ໃນ​ອຸປະມາ​ເລື່ອງ​ນາ​ເຂົ້າ​ສາລີ​ເຊິ່ງ​ສັດຕູ​ໄດ້​ຫວ່ານ​ເຂົ້າ​ນົກ​ລົງ​ໄປ. “ເມັດ​ດີ” ໃນ​ອຸປະມາ​ຂອງ​ພະອົງ​ໝາຍ​ເຖິງ​ຄລິດສະຕຽນ​ແທ້​ທີ່​ໄດ້​ຮັບ​ການ​ເຈີມ. “ເຂົ້າ​ນົກ” ແມ່ນ​ຄົນ​ເຫຼົ່າ​ນັ້ນ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ແຕ່​ປາກົດ​ວ່າ​ເປັນ “ລູກ​ທັງ​ຫຼາຍ​ຂອງ​ຜູ້​ຊົ່ວ​ຮ້າຍ” ເນື່ອງ​ຈາກ​ເຂົາ​ເຈົ້າ​ຕິດ​ສະໜິດ​ຢູ່​ກັບ​ໂລກ​ທີ່​ພະຍາມານ​ເປັນ​ຜູ້​ປົກຄອງ. ຄົນ​ເຫຼົ່າ​ນັ້ນ​ຈຶ່ງ​ຖືກ​ແຍກ​ຈາກ “ລູກ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ” ແລະ​ຖືກ​ໝາຍ​ໄວ້​ສຳລັບ​ການ​ທຳລາຍ. (ມັດທາຍ 13:24-30, 36-43) ການ​ແຍກ​ນີ້​ໄດ້​ເກີດ​ຂຶ້ນ​ແລ້ວ​ບໍ?

9. (ກ) ພາຍ​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 1 ມີ​ການ​ແຍກ​ທີ່​ຍິ່ງ​ໃຫຍ່​ອັນ​ໃດ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ? (ຂ) ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໃຫ້​ຫຼັກຖານ​ຢ່າງ​ໃດ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບໃຊ້​ທີ່​ແທ້​ຈິງ​ຂອງ​ລາຊະອານາຈັກ?

9 ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 1 ມີ​ການ​ແຍກ​ທຸກ​ຄົນ​ເຊິ່ງ​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ອອກ​ເປັນ​ສອງ​ຈຳພວກ: (1) ນັກ​ເທດ​ນັກ​ບວດ​ແຫ່ງ​ຄລິດສາສະໜາຈັກ​ແລະ​ຜູ້​ຕິດ​ຕາມ​ເຂົາ​ເຈົ້າ ເຊິ່ງ​ໃຫ້​ການ​ສະໜັບສະຫນູນ​ຢ່າງ​ແຮງ​ກ້າ​ຕໍ່​ອົງການ​ສັນນິບາດ​ຊາດ (ປັດຈຸບັນ​ແມ່ນ​ອົງການ​ສະຫະປະຊາຊາດ) ໃນ​ຂະນະ​ທີ່​ຍັງ​ຍຶດ​ໝັ້ນ​ຢ່າງ​ພັກດີ​ຕໍ່​ຊາດ​ຂອງ​ຕົນ ແລະ (2) ຄລິດສະຕຽນ​ແທ້​ໃນ​ຍຸກ​ຫຼັງ​ສົງຄາມ ເຊິ່ງ​ໃຫ້​ການ​ສະໜັບສະຫນູນ​ຢ່າງ​ເຕັມທີ​ຕໍ່​ລາຊະອານາຈັກ​ເມຊີ​ຂອງ​ພະເຈົ້າ ບໍ່​ແມ່ນ​ຕໍ່​ຊາດ​ຕ່າງໆ ຂອງ​ໂລກ​ນີ້. (ໂຢຮັນ 17:16) ຄົນ​ເຫຼົ່າ​ນັ້ນ​ໄດ້​ພິສູດ​ວ່າ​ຕົນ​ເອງ​ເປັນ​ຜູ້​ຮັບໃຊ້​ທີ່​ແທ້​ຈິງ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໂດຍ​ປະກາດ “ຂ່າວ​ປະເສີດ​ເລື່ອງ​ອານາຈັກ​ສະຫວັນ” ໄປ​ທົ່ວ​ແຜ່ນດິນ​ໂລກ. (ມັດທາຍ 24:14, ທ.ປ.) ການ​ເຮັດ​ເຊັ່ນ​ນັ້ນ​ເກີດ​ຜົນ​ຢ່າງ​ໃດ?

10. ຜົນ​ທຳອິດ​ທີ່​ໄດ້​ຈາກ​ວຽກ​ງານ​ການ​ປະກາດ​ລາຊະອານາຈັກ​ແມ່ນ​ຫຍັງ?

10 ສິ່ງ​ທຳອິດ ມີ​ການ​ຮິບ​ໂຮມ​ຊົນ​ທີ່​ເຫຼືອ​ແຫ່ງ​ຜູ້​ຖືກ​ເຈີມ​ໂດຍ​ທາງ​ພະ​ວິນຍານ​ຂອງ​ພະເຈົ້າ ເຊິ່ງ​ມີ​ຄວາມ​ຫວັງ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ຖານະ​ເປັນ​ສ່ວນ​ໜຶ່ງ​ແຫ່ງ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. ແມ່ນ​ວ່າ​ຄົນ​ເຫຼົ່າ​ນີ້​ກະຈັດ​ກະຈາຍ​ໄປ​ທ່າມກາງ​ນານາ​ຊາດ ແຕ່​ເຂົາ​ເຈົ້າ​ໄດ້​ຖືກ​ນຳ​ພາ​ເຂົ້າ​ສູ່​ຄວາມ​ເປັນ​ເອກະພາບ​ທີ່​ມີ​ລັກສະນະ​ເປັນ​ອົງການ. ການ​ຄັດ​ເລືອກ​ຜູ້​ຖືກ​ເຈີມ​ໃກ້​ຈະ​ຄົບ​ຖ້ວນ​ແລ້ວ.—ຄຳປາກົດ 7:3, 4.

11. (ກ) ວຽກ​ຮິບ​ໂຮມ​ອັນ​ໃດ​ທີ່​ຍັງ​ມີ​ຕໍ່ໆ ໄປ ແລະ​ສອດຄ່ອງ​ກັບ​ຄຳ​ພະຍາກອນ​ໃດ? (ຂ) ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ນີ້​ສະແດງ​ເຖິງ​ສິ່ງ​ໃດ?

11 ຕໍ່​ຈາກ​ນັ້ນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຍຊູ ມີ​ການ​ຮິບ​ໂຮມ “ຝູງ​ຄົນ​ເປັນ​ອັນ​ມາກ . . . ມາ​ແຕ່​ທຸກ​ປະເທດ, ແລະ​ທຸກ​ຕະກູນ, ແລະ​ທຸກ​ຊາດ, ແລະ​ທຸກ​ພາສາ.” ຄົນ​ເຫຼົ່າ​ນີ້​ຈະ​ປະກອບ​ກັນ​ເປັນ “ແກະ​ອື່ນ” ຜູ້​ເຊິ່ງ​ຈະ​ລອດ​ຜ່ານ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ເຂົ້າ​ສູ່​ໂລກ​ໃໝ່​ຂອງ​ພະເຈົ້າ. (ຄຳປາກົດ 7:9, 14; ໂຢຮັນ 10:16, ທ.ປ.) ວຽກ​ງານ​ການ​ປະກາດ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ອະວະສານ​ຈະ​ມາ​ເຖິງ​ກໍ​ຍັງ​ດຳເນີນ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ຝູງ​ຄົນ​ເປັນ​ອັນ​ມາກ​ແຫ່ງ​ແກະ​ອື່ນ​ເຊິ່ງ​ຕອນ​ນີ້​ມີ​ຈຳນວນ​ຫຼາຍ​ລ້ານ​ຄົນ ກຳລັງ​ຊ່ວຍ​ຊົນ​ທີ່​ເຫຼືອ​ແຫ່ງ​ຜູ້​ຖືກ​ເຈີມ​ປະກາດ​ຂ່າວ​ສານ​ສຳຄັນ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ດ້ວຍ​ຄວາມ​ພັກດີ. ຂ່າວ​ສານ​ນີ້​ໄດ້​ແພ່​ກະຈາຍ​ໄປ​ເຖິງ​ທຸກໆ ຊາດ.

ມີ​ສິ່ງ​ໃດ​ລໍ​ຖ້າ​ຢູ່​ທາງ​ໜ້າ?

12. ກ່ອນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເຖິງ ວຽກ​ງານ​ການ​ປະກາດ​ຈະ​ຕ້ອງ​ເຮັດ​ອີກ​ຫຼາຍ​ປານ​ໃດ?

12 ຫຼັກຖານ​ທັງ​ໝົດ​ທີ່​ກ່າວ​ໄວ້​ຂ້າງ​ເທິງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢູ່​ໃກ້​ອະວະສານ​ຂອງ​ສະໄໝ​ສຸດ​ທ້າຍ ແລະ​ວັນ​ຂອງ​ພະ​ເຢໂຫວາ​ກໍ​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ. ແຕ່​ວ່າ ຍັງ​ມີ​ຄຳ​ພະຍາກອນ​ອື່ນໆ ອີກ​ທີ່​ຕ້ອງ​ສຳເລັດ​ເປັນ​ຈິງ​ກ່ອນ​ວັນ​ອັນ​ໜ້າ​ຢ້ານ​ກົວ​ນີ້​ຈະ​ເລີ່ມ​ຕົ້ນ​ບໍ? ມີ​ແທ້. ເລື່ອງ​ໜຶ່ງ​ກໍ​ຄື ການ​ແຍກ​ຄົນ​ກ່ຽວ​ກັບ​ປະເດັນ​ເລື່ອງ​ລາຊະອານາຈັກ​ຍັງ​ບໍ່​ທັນ​ສຳເລັດ. ໃນ​ບາງ​ບ່ອນ​ທີ່​ມີ​ການ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ເປັນ​ເວລາ​ຫຼາຍ​ປີ ຕອນ​ນີ້​ກໍ​ມີ​ຄົນ​ໃໝ່​ຕື່ມ​ເຂົ້າ​ມາ. ແມ່ນ​ແຕ່​ບ່ອນ​ທີ່​ຄົນ​ປະຕິເສດ​ຂ່າວ​ດີ ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ປາກົດ​ໃຫ້​ເຫັນ​ໂດຍ​ການ​ທີ່​ເຮົາ​ໃຫ້​ຄຳ​ພິຍານ. ສະນັ້ນ ຂໍ​ໃຫ້​ເຮົາ​ເຮັດ​ວຽກ​ນີ້​ຕໍ່ໆ ໄປ! ພະ​ເຍຊູ​ຮັບ​ຮອງ​ກັບ​ເຮົາ​ວ່າ​ເມື່ອ​ວຽກ​ນີ້​ສຳເລັດ​ແລ້ວ​ອະວະສານ​ກໍ​ຈະ​ມາ​ເຖິງ​ໂລດ.

13. ດັ່ງ​ທີ່​ບັນທຶກ​ໄວ້​ໃນ 1 ເທຊະໂລນີກ 5:2, 3 ເຫດການ​ທີ່​ເປັນ​ຕາ​ໜ້າ​ສັງເກດ​ອັນ​ໃດ​ຈະ​ຕ້ອງ​ເກີດ​ຂຶ້ນ ແລະ​ເລື່ອງ​ນີ້​ຈະ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ?

13 ຄຳ​ພະຍາກອນ​ທີ່​ເດັ່ນ​ອີກ​ຂໍ້​ໜຶ່ງ​ໃນ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ “ໃນ​ເວລາ​ໃດ​ເຂົາ​ຈະ​ເວົ້າ​ວ່າ ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ. ໃນ​ເວລາ​ນັ້ນ​ຄວາມ​ຈິບຫາຍ​ຈະ​ມາ​ເຖິງ​ເຂົາ​ໂດຍ​ເລວ ເໝືອນ​ດັ່ງ​ການ​ເຈັບ​ປວດ​ມາ​ເຖິງ​ຜູ້​ຍິງ​ທີ່​ທົງ​ຄັບ ແລະ​ເຂົາ​ຈະ​ປົບ​ໜີ​ໃຫ້​ພົ້ນ​ກໍ​ບໍ່​ໄດ້.” (1 ເທຊະໂລນີກ 5:2, 3) ການ​ປະກາດ​ເລື່ອງ “ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ” ຈະ​ມາ​ໃນ​ຮູບ​ແບບ​ໃດ​ເຮົາ​ຍັງ​ຕ້ອງ​ຖ້າ​ເບິ່ງ​ຕໍ່​ໄປ. ແນ່ນອນ ມັນ​ຈະ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ບັນດາ​ຜູ້​ນຳ​ຂອງ​ໂລກ​ສາມາດ​ແກ້​ບັນຫາ​ຂອງ​ມະນຸດ​ໄດ້​ຢ່າງ​ແທ້​ຈິງ. ສຳລັບ​ຜູ້​ທີ່​ສຳນຶກ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ​ຈະ​ບໍ່​ຫຼົງ​ໄປ​ກັບ​ຄຳ​ປະກາດ​ນັ້ນ ແຕ່​ເຂົາ​ເຈົ້າ​ຮູ້​ວ່າ​ຫຼັງ​ຈາກ​ນັ້ນ​ການ​ທຳລາຍ​ຈະ​ມາ​ທັນທີ.

14. ເຫດການ​ໃດ​ແດ່​ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ ແລະ​ຈະ​ເປັນ​ໄປ​ຕາມ​ລຳດັບ​ຢ່າງ​ໃດ?

14 ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ ຜູ້​ປົກຄອງ​ຕ່າງໆ ຈະ​ປ່ຽນ​ມາ​ຕໍ່​ຕ້ານ​ບາບີໂລນ​ໃຫຍ່​ຈັກກະພັດ​ໂລກ​ແຫ່ງ​ສາສະໜາ​ປອມ​ແລະ​ຈະ​ທຳລາຍ​ມັນ. (ມັດທາຍ 24:21; ຄຳປາກົດ 17:15, 16) ຈາກ​ນັ້ນ ຊາດ​ຕ່າງໆ ຈະ​ມຸ່ງ​ໜ້າ​ມາ​ຕໍ່​ສູ້​ຄົນ​ເຫຼົ່າ​ນັ້ນ​ທີ່​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ເຊິ່ງ​ຈະ​ເປັນ​ການ​ຍົວະ​ໃຫ້​ພະ​ເຢໂຫວາ​ຄຽດ​ຮ້າຍ​ຕໍ່​ລັດຖະບານ​ຂອງ​ໂລກ​ນີ້​ແລະ​ຜູ້​ທີ່​ສະໜັບສະຫນູນ​ເຂົາ​ເຈົ້າ ເຊິ່ງ​ຈະ​ເປັນ​ເຫດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ທຳລາຍ​ຈົນ​ໝົດ​ສ້ຽງ. ນັ້ນ​ຈະ​ເປັນ​ສົງຄາມ​ອະລະມະເຄໂດນ​ເຊິ່ງ​ເປັນ​ຈຸດ​ສຸດ​ຍອດ​ຂອງ​ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ. ຈາກ​ນັ້ນ ຊາຕານ​ແລະ​ຜີ​ປີ​ສາດ​ຂອງ​ມັນ​ຈະ​ຖືກ​ຂັງ​ໄວ້​ໃນ​ເຫວ​ເລິກ ແລະ​ຈະ​ບໍ່​ສາມາດ​ຊັກ​ຈູງ​ມະນຸດ​ຊາດ​ອີກ​ຕໍ່​ໄປ. ເລື່ອງ​ນີ້​ຈະ​ເປັນ​ເຫດການ​ສຸດ​ທ້າຍ​ໃນ​ວັນ​ຂອງ​ພະ​ເຢໂຫວາ ເມື່ອ​ຊື່​ຂອງ​ພະອົງ​ກໍ​ຈະ​ໄດ້​ຮັບ​ການ​ເຊີດຊູ.—ເອເຊກຽນ 38:18, 22, 23; ຄຳປາກົດ 19:​11-20:3.

15. ເປັນ​ຫຍັງ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ສະຫຼາດ​ທີ່​ຈະ​ຫາ​ເຫດຜົນ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ຍັງ​ຢູ່​ອີກ​ໄກ?

15 ອະວະສານ​ຂອງ​ລະບົບ​ນີ້​ຈະ​ມາ​ກົງ​ຕາມ​ເວລາ​ກຳນົດ​ຂອງ​ພະເຈົ້າ. ວັນ​ນັ້ນ​ຈະ​ບໍ່​ຊ້າ​ເລີຍ. (ຫາບາກຸກ 2:3) ຈົ່ງ​ຈື່​ໄວ້​ວ່າ ການ​ທຳລາຍ​ເມືອງ​ເຢຣຶຊາເລມ​ໃນ​ປີ 70 ສາກົນ​ສັກກະຫຼາດ​ມາ​ຢ່າງ​ກະທັນຫັນ ເມື່ອ​ພວກ​ຢິວ​ບໍ່​ໄດ້​ຄາດ​ຄິດ​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ອັນຕະລາຍ​ໄດ້​ຜ່ານ​ໄປ​ແລ້ວ. ສ່ວນ​ເມືອງ​ບາບີໂລນ​ບູຮານ​ເດ? ເມືອງ​ນັ້ນ​ມີ​ອຳນາດ​ແລະ​ຄວາມ​ໝັ້ນ​ໃຈ​ແລະ​ຍັງ​ມີ​ກຳແພງ​ທີ່​ແໜ້ນ​ໜາ​ເປັນ​ເຄື່ອງ​ປ້ອງກັນ. ຢ່າງ​ໃດ​ກໍ​ຕາມ ເມືອງ​ນັ້ນ​ກໍ​ຖືກ​ທຳລາຍ​ພາຍ​ໃນ​ຄືນ​ດຽວ. ດັ່ງ​ນັ້ນ ຄວາມ​ພິນາດ​ກໍ​ຈະ​ມາ​ເຖິງ​ລະບົບ​ຊົ່ວ​ປັດຈຸບັນ​ແບບ​ກະທັນຫັນ​ຄື​ກັນ. ເມື່ອ​ວັນ​ນັ້ນ​ມາ​ເຖິງ ຂໍ​ໃຫ້​ພະອົງ​ພົບ​ວ່າ​ເຮົາ​ເປັນ​ເອກະພາບ​ໃນ​ການ​ນະມັດສະການ​ແທ້ ໂດຍ​ສຳນຶກ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ.

ການ​ພິຈາລະນາ​ທົບ​ທວນ

• ເປັນ​ຫຍັງ​ການ​ສຳນຶກ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ​ຈຶ່ງ​ສຳຄັນ? ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

• ການ​ແຍກ​ຜູ້​ຄົນ​ເຊິ່ງ​ກຳລັງ​ດຳເນີນ​ຢູ່​ນີ້​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ເປັນ​ສ່ວນ​ຕົວຢ່າງ​ໃດ?

• ກ່ອນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເຖິງ ມີ​ສິ່ງ​ໃດ​ລໍ​ຖ້າ​ຢູ່​ທາງ​ໜ້າ? ສະນັ້ນ ເຮົາ​ແຕ່​ລະ​ຄົນ​ຄວນ​ຈະ​ເຮັດ​ຫຍັງ?

[ຮູບ​ພາບ​ໜ້າ 180]

ອີກ​ບໍ່​ດົນ​ສະໄໝ​ສຸດ​ທ້າຍ​ຈະ​ສິ້ນ​ສຸດ​ລົງ​ດ້ວຍ​ການ​ທຳລາຍ​ລະບົບ​ຂອງ​ຊາຕານ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌