ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 43 ໜ້າ 222-226
  • ໃຜ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຜ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ?
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ໃຈ​ຮ້າຍ​ເຮັດ​ໃຫ້​ຂ້າ​ຄົນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ລູກຊາຍທີ່ດີ ແລະລູກຊາຍທີ່ບໍ່ດີ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຮຽນ​ຈາກ “ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 43 ໜ້າ 222-226

ບົດ​ທີ 43

ໃຜ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ?

ມີຄັ້ງ​ໜຶ່ງ​ຄູ​ຜູ້​ຍິ່ງໃຫຍ່​ຖາມ​ຄຳຖາມ​ທີ່​ເຮັດ​ໃຫ້​ແປກ​ໃຈ. ຄຳຖາມ​ນັ້ນ​ກໍ​ຄື “ໃຜ​ເປັນ​ແມ່​ແລະ​ເປັນ​ນ້ອງ​ຂອງ​ເຮົາ?” (ມັດທາຍ 12:48) ລູກ​ຕອບ​ຄຳຖາມ​ນັ້ນ​ໄດ້​ບໍ?— ລູກ​ອາດ​ຈະ​ຮູ້​ວ່າ​ແມ່ຂອງ​ພະ​ເຍຊູ​ຊື່​ມາລີ. ແຕ່​ລູກ​ຮູ້​ຊື່​ພວກ​ນ້ອງ​ຊາຍ​ຂອງ​ພະອົງ​ບໍ?— ພະອົງ​ມີ​ນ້ອງ​ສາວ​ນຳ​ບໍ?—

ຄຳພີ​ໄບເບິນ​ບອກ​ວ່າ​ນ້ອງ​ຊາຍ​ຂອງ​ພະ​ເຍຊູ​ຊື່​ວ່າ “ທ່ານ​ຢາໂກໂບ ແລະ​ທ່ານ​ໂຢເຊບ​ແລະ​ທ່ານ​ຊີໂມນ​ແລະ​ທ່ານ​ຢູດາ.” ແລະ​ພະ​ເຍຊູ​ມີ​ນ້ອງ​ສາວ​ເຊິ່ງ​ມີ​ຊີວິດ​ຢູ່​ຕອນ​ທີ່​ພະອົງ​ກຳລັງ​ເຮັດ​ວຽກ​ງານ​ການ​ປະກາດ​ສັ່ງ​ສອນ. ເນື່ອງ​ຈາກ​ພະ​ເຍຊູ​ເປັນ​ລູກ​ກົກ ພະອົງ​ຈຶ່ງ​ມີ​ອາຍຸ​ຫຼາຍ​ກວ່າ​ພວກ​ນ້ອງ​ທຸກ​ຄົນ.—ມັດທາຍ 13:55, 56; ລືກາ 1:34, 35.

ພວກ​ນ້ອງ​ຊາຍ​ຂອງ​ພະ​ເຍຊູ​ກໍ​ເປັນ​ສາວົກ​ບໍ?— ຄຳພີ​ໄບເບິນ​ບອກ​ວ່າ​ຕອນ​ທຳອິດ​ເຂົາ​ເຈົ້າ “ບໍ່​ໄດ້​ເຊື່ອ​ໃນ​ພະອົງ.” (ໂຢຮັນ 7:5) ແນວ​ໃດ​ກໍ​ຕາມ ຕໍ່​ມາ​ທ່ານ​ຢາໂກໂບ​ແລະ​ທ່ານ​ຢູດາ​ໄດ້​ກາຍ​ມາ​ເປັນ​ສາວົກ​ຂອງ​ພະອົງ ແລະ​ເຂົາ​ເຈົ້າ​ແມ່ນ​ແຕ່​ໄດ້​ຂຽນ​ພະທຳ​ຕ່າງໆ​ໃນ​ຄຳພີ​ໄບເບິນ. ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ຂຽນ​ພະທຳ​ຫຍັງ​ແດ່?— ແມ່ນ​ແລ້ວ ພະທຳ​ຢາໂກໂບ​ແລະ​ຢູເດ.

ເຖິງ​ແມ່ນ​ວ່າ​ບໍ່​ມີ​ຊື່​ນ້ອງ​ສາວ​ຂອງ​ພະ​ເຍຊູ​ຢູ່​ໃນ​ຄຳພີ​ໄບເບິນ ແຕ່​ເຮົາ​ຮູ້​ວ່າ​ພະອົງ​ມີ​ນ້ອງ​ສາວ​ຢ່າງ​ໜ້ອຍ​ສອງ​ຄົນ. ແຕ່​ກໍ​ອາດ​ມີ​ຫຼາຍ​ກວ່າ​ນັ້ນ. ພວກ​ນ້ອງ​ສາວ​ເຫຼົ່າ​ນັ້ນ​ໄດ້​ເຂົ້າ​ມາ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ​ບໍ?— ຄຳພີ​ໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້ ສະນັ້ນ​ເຮົາ​ບໍ່​ຮູ້. ແຕ່​ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຖາມ​ຄຳຖາມ​ທີ່​ວ່າ: “ໃຜ​ເປັນ​ແມ່​ແລະ​ເປັນ​ນ້ອງ​ຂອງ​ເຮົາ?”— ໃຫ້​ເຮົາ​ຊອກ​ຫາ​ຄຳຕອບ​ນຳ​ກັນ.

ໃນ​ລະຫວ່າງ​ທີ່​ພະ​ເຍຊູ​ກຳລັງ​ສອນ​ສາວົກ​ຂອງ​ພະອົງ ມີ​ຜູ້​ໃດ​ຜູ້​ໜຶ່ງ​ເວົ້າ​ຂຶ້ນ​ມາ​ວ່າ: “ແມ່​ກັບ​ນ້ອງ​ທັງ​ຫຼາຍ​ຂອງ​ພະອົງ​ກໍ​ຢືນ​ຢູ່​ພາຍ​ນອກ​ຊອກ​ຫາ​ຈະ​ໄດ້​ປາກ​ກັບ​ພະອົງ.” ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ໃຊ້​ໂອກາດ​ທີ່​ເໝາະ​ເຈາະ​ນັ້ນ​ເພື່ອ​ສອນ​ບົດຮຽນ​ສຳຄັນ​ໂດຍ​ຕັ້ງ​ຄຳຖາມ​ທີ່​ເຮັດ​ໃຫ້​ແປກ​ໃຈ​ທີ່​ວ່າ “ໃຜ​ເປັນ​ແມ່​ແລະ​ເປັນ​ນ້ອງ​ຂອງ​ເຮົາ?” ພະອົງ​ຊີ້​ໄປ​ທາງ​ພວກ​ສາວົກ​ແລ້ວ​ຕອບ​ວ່າ: “ຈົ່ງ​ເບິ່ງ ແມ່​ແລະ​ນ້ອງ​ທັງ​ຫຼາຍ​ຂອງ​ເຮົາ​ເຖີ້ນ.”

ຈາກ​ນັ້ນ ພະ​ເຍຊູ​ໄດ້​ອະທິບາຍ​ວ່າ​ພະອົງ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ກ່າວ​ວ່າ: “ເຫດ​ວ່າ​ຄົນ​ທຸກ​ຄົນ​ທີ່​ຈະ​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະ​ບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ ຜູ້​ນັ້ນ​ເປັນ​ນ້ອງ​ຊາຍ​ແລະ​ນ້ອງ​ສາວ​ແລະ​ແມ່ຂອງ​ເຮົາ.” (ມັດທາຍ 12:47-50) ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ໃກ້​ຊິດ​ກັບ​ພວກ​ສາວົກ​ຂອງ​ພະອົງ​ຫຼາຍ​ສ່ຳ​ໃດ. ພະອົງ​ກຳລັງ​ສອນ​ເຮົາ​ວ່າ​ສາວົກ​ຂອງ​ພະອົງ​ເປັນ​ຄື​ກັບ​ອ້າຍ​ເອື້ອຍ​ນ້ອງ​ແລະ​ແມ່​ຄີງໆ​ຂອງ​ພະອົງ.

While Jesus teaches his disciples, a man tells him that his mother and brothers are outside

ພະ​ເຍຊູ​ອະທິບາຍ​ວ່າ​ໃຜ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພະອົງ?

ໃນ​ເວລາ​ນັ້ນ​ພວກ​ນ້ອງ​ຂອງ​ພະ​ເຍຊູ ເຊິ່ງ​ກໍ​ຄື​ຢາໂກໂບ ໂຢເຊບ ຊີໂມນ​ແລະ​ຢູດາ ບໍ່​ເຊື່ອ​ວ່າ​ພະ​ເຍຊູ​ເປັນ​ລູກ​ຊາຍ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຄົງ​ຈະ​ບໍ່​ເຊື່ອ​ເລື່ອງ​ທີ່​ທູດ​ສະຫວັນ​ຄາບ​ລຽນ​ໄດ້​ບອກ​ແມ່ຂອງ​ເຂົາ​ເຈົ້າ. (ລືກາ 1:30-33) ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ໃຈ​ດີ​ຕໍ່​ພະ​ເຍຊູ. ໃຜ​ກໍ​ຕາມ​ທີ່​ເຮັດ​ແບບ​ນັ້ນ​ກໍ​ບໍ່​ໄດ້​ເປັນ​ອ້າຍ​ເອື້ອຍ​ນ້ອງ​ທີ່​ແທ້​ຈິງ. ລູກ​ຮູ້ຈັກ​ໃຜ​ບາງ​ຄົນ​ທີ່​ບໍ່​ໃຈ​ດີ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ​ເອງ​ບໍ?—

ຄຳພີ​ໄບເບິນ​ກ່າວ​ເຖິງ​ທ້າວ​ເອຊາອຶ​ແລະ​ທ້າວ​ຢາໂຄບ ແລະ​ສາເຫດ​ທີ່​ເອຊາອຶ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ຈົນ​ເຖິງ​ຂັ້ນ​ເວົ້າ​ວ່າ: “ເຮົາ​ຈະ​ຂ້າ​ຢາໂຄບ​ນ້ອງ​ຊາຍ​ເຮົາ.” ນາງ​ເລເບກາ​ຜູ້​ເປັນ​ແມ່​ຮູ້ສຶກ​ຢ້ານ​ຫຼາຍ​ຈົນ​ເຖິງ​ຂັ້ນ​ສົ່ງ​ຢາໂຄບ​ໃຫ້​ໄປ​ຢູ່​ບ່ອນ​ອື່ນ​ເພື່ອ​ເອຊາອຶ​ຈະ​ຂ້າ​ລາວ​ບໍ່​ໄດ້. (ຕົ້ນເດີມ 27:41-46) ແນວ​ໃດ​ກໍ​ຕາມ ຫຼາຍ​ປີ​ຕໍ່​ມາ​ເອຊາອຶ​ໄດ້​ປ່ຽນ​ທັດສະນະ ແລະ​ລາວ​ໄດ້​ກອດ​ແລະ​ຈູບ​ຢາໂຄບ.—ຕົ້ນເດີມ 33:4.

ຕໍ່​ມາ​ຢາໂຄບ​ມີ​ລູກ​ຊາຍ 12 ຄົນ. ແຕ່​ພວກ​ລູກ​ຊາຍ​ໃຫຍ່​ຂອງ​ຢາໂຄບ​ບໍ່​ຮັກ​ນ້ອງ​ຊາຍ​ຂອງ​ຕົນ​ທີ່​ຊື່​ໂຢເຊບ. ເຂົາ​ເຈົ້າ​ອິດສາ​ນ້ອງ​ຊາຍ​ເພາະ​ລາວ​ເປັນ​ລູກ​ທີ່​ໂປດປານ​ຫຼາຍ​ຂອງ​ພໍ່. ດັ່ງ​ນັ້ນ ພວກ​ອ້າຍ​ຈຶ່ງ​ຂາຍ​ໂຢເຊບ​ໃຫ້​ພໍ່​ຄ້າ​ທາດ​ເຊິ່ງ​ກຳລັງ​ເດີນ​ທາງ​ໄປ​ປະເທດ​ເອຢິບ. ຈາກ​ນັ້ນ ເຂົາ​ເຈົ້າ​ບອກ​ກັບ​ພໍ່​ວ່າ​ໂຢເຊບ​ຖືກ​ສັດ​ປ່າ​ກັດ​ກິນ. (ຕົ້ນເດີມ 37:23-36) ມັນ​ໂຫດ​ຮ້າຍ​ແມ່ນ​ບໍ?—

ຕໍ່​ມາ​ພວກ​ອ້າຍ​ຂອງ​ໂຢເຊບ​ເສຍໃຈ​ກັບ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ. ດັ່ງ​ນັ້ນ​ໂຢເຊບ​ຈຶ່ງ​ໃຫ້​ອະໄພ​ເຂົາ​ເຈົ້າ. ລູກ​ເຫັນ​ບໍ​ວ່າ​ໂຢເຊບ​ຄ້າຍ​ຄື​ກັບ​ພະ​ເຍຊູ​ແນວ​ໃດ?— ພວກ​ສາວົກ​ຂອງ​ພະ​ເຍຊູ​ພາ​ກັນ​ປົບ​ໜີ​ເມື່ອ​ພະອົງ​ປະສົບ​ຄວາມ​ຍາກ​ລຳບາກ ແລະ​ເປໂຕ​ເຖິງ​ຂັ້ນ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ພະອົງ. ແຕ່​ເຊັ່ນ​ດຽວ​ກັບ​ໂຢເຊບ ພະ​ເຍຊູ​ໃຫ້​ອະໄພ​ເຂົາ​ເຈົ້າ​ໝົດ​ທຸກ​ຄົນ.

Cain walks away from his dead brother Abel

ບົດຮຽນ​ອັນ​ໃດ​ທີ່​ເຮົາ​ຄວນ​ຮຽນ​ຈາກ​ສິ່ງ​ທີ່​ທ້າວ​ກາ​ອີນ​ເຮັດ​ຕໍ່​ທ້າວ​ອາເບນ?

ແລະ​ກໍ​ມີ​ສອງ​ອ້າຍ​ນ້ອງ​ທີ່​ຊື່​ກາ​ອີນ​ແລະ​ອາເບນ. ເຮົາ​ສາມາດ​ຮຽນ​ເອົາ​ບົດຮຽນ​ຈາກ​ເຂົາ​ເຈົ້າ​ໄດ້​ເຊັ່ນ​ກັນ. ພະເຈົ້າ​ເບິ່ງ​ເຫັນ​ຫົວໃຈ​ຂອງ​ກາ​ອີນ​ວ່າ​ລາວ​ບໍ່​ໄດ້​ຮັກ​ນ້ອງ​ຊາຍ​ຂອງ​ຕົນ​ເອງ​ແທ້ໆ. ດັ່ງ​ນັ້ນ​ພະເຈົ້າ​ຈຶ່ງ​ບອກ​ກາ​ອີນ​ວ່າ​ລາວ​ຄວນ​ປ່ຽນ​ແປງ​ແນວ​ທາງ​ຂອງ​ຕົນ. ຖ້າ​ກາ​ອີນ​ຮັກ​ພະເຈົ້າ​ແທ້ໆ ລາວ​ກໍ​ຄວນ​ຈະ​ເອົາໃຈໃສ່​ຮັບ​ຟັງ. ແຕ່​ລາວ​ບໍ່​ໄດ້​ຮັກ​ພະເຈົ້າ. ມີ​ມື້​ໜຶ່ງ​ກາ​ອີນນ​ເວົ້າ​ກັບ​ອາເບນ​ວ່າ: ‘ໃຫ້​ເຮົາ​ໄປ​ໃນ​ທົ່ງ​ນາ​ດ້ວຍ​ກັນ.’ ອາເບນ​ກໍ​ໄປ​ກັບ​ກາ​ອີນ. ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຢູ່​ທົ່ງ​ນາ​ຕາມ​ລຳພັງ ກາ​ອີນ​ໄດ້​ເອົາ​ໄມ້​ຄ້ອນ​ຟາດ​ນ້ອງ​ຊາຍ​ແຮງໆ​ຈົນ​ຕາຍ.—ຕົ້ນເດີມ 4:2-8.

ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ມີ​ບົດຮຽນ​ພິເສດ​ທີ່​ເຮົາ​ຄວນ​ຮຽນ​ຈາກ​ເລື່ອງ​ນັ້ນ. ລູກ​ຮູ້​ບໍ​ວ່າ​ແມ່ນ​ບົດຮຽນ​ອັນ​ໃດ?— “ເຫດ​ວ່າ​ອັນ​ນີ້​ເປັນ​ຄຳ​ສັ່ງ​ສອນ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ຕັ້ງ​ແຕ່​ຕົ້ນເດີມ ຄື​ວ່າ​ໃຫ້​ເຮົາ​ທັງ​ຫຼາຍ​ຮັກ​ກັນ​ແລະ​ກັນ ບໍ່​ໃຊ່​ເໝືອນ​ທ່ານ​ກາ​ອີນ​ທີ່​ໄດ້​ມາ​ແຕ່​ຜູ້​ຮ້າຍ.” ດັ່ງ​ນັ້ນ ອ້າຍ​ເອື້ອຍ​ນ້ອງ​ຄວນ​ມີ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ. ເຂົາ​ເຈົ້າ​ບໍ່​ຄວນ​ເປັນ​ຄື​ກັບ​ກາ​ອີນ.—1 ໂຢຮັນ 3:11, 12.

ເປັນ​ຫຍັງ​ຈຶ່ງ​ບໍ່​ດີ​ທີ່​ຈະ​ເປັນ​ຄື​ກັບ​ກາ​ອີນ?— ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ລາວ “ມາ​ແຕ່​ຜູ້​ຮ້າຍ” ເຊິ່ງ​ກໍ​ຄື​ຊາຕານ​ພະຍາມານ. ເນື່ອງ​ຈາກ​ກາ​ອີນ​ປະພຶດ​ຄື​ກັບ​ພະຍາມານ ນັ້ນ​ກໍ​ຄື​ກັບ​ວ່າ​ພະຍາມານ​ເປັນ​ພໍ່​ຂອງ​ລາວ.

ລູກ​ເຫັນ​ບໍ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຮັກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ​ເອງ?— ຖ້າ​ລູກ​ບໍ່​ຮັກ​ເຂົາ​ເຈົ້າ ລູກ​ກໍ​ກຳລັງ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ໃຜ?— ລູກ​ຂອງ​ພະຍາມານ. ລູກ​ບໍ່​ຢາກ​ເປັນ​ແບບ​ນັ້ນ​ແມ່ນ​ບໍ?— ດັ່ງ​ນັ້ນ​ລູກ​ຈະ​ພິສູດ​ໄດ້​ແນວ​ໃດ​ວ່າ​ລູກ​ຢາກ​ເປັນ​ລູກ​ຂອງ​ພະເຈົ້າ?— ນັ້ນ​ກໍ​ຄື​ໂດຍ​ການ​ຮັກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລູກ​ຢ່າງ​ແທ້​ຈິງ.

ແຕ່​ຄວາມ​ຮັກ​ຄື​ຫຍັງ?— ຄວາມ​ຮັກ​ຄື​ຄວາມ​ຮູ້ສຶກ​ອັນ​ເລິກ​ເຊິ່ງ​ທີ່​ຢູ່​ທາງ​ໃນ​ຕົວ​ເຮົາ​ເຊິ່ງ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຜູ້​ອື່ນ. ເຮົາ​ສະແດງ​ວ່າ​ເຮົາ​ຮັກ​ຜູ້​ອື່ນ​ເມື່ອ​ເຮົາ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ຕໍ່​ເຂົາ​ເຈົ້າ​ແລະ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ເຂົາ​ເຈົ້າ. ແລະ​ໃຜ​ຄື​ອ້າຍ​ເອື້ອຍ​ນ້ອງ​ທີ່​ເຮົາ​ຄວນ​ຮັກ?—ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຍຊູ​ສອນ​ວ່າ​ເຂົາ​ເຈົ້າ​ຄື​ຜູ້​ທີ່​ປະກອບ​ເປັນ​ຄອບຄົວ​ຄລິດສະຕຽນ​ຂະໜາດ​ໃຫຍ່.

A boy shares a snack with his brother

ລູກ​ຈະ​ສະແດງ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ຮັກ​ພີ່​ນ້ອງ​ຂອງ​ລູກ?

ການ​ຮັກ​ພີ່​ນ້ອງ​ຄລິດສະຕຽນ​ສຳຄັນ​ຂະໜາດ​ໃດ?— ຄຳພີ​ໄບເບິນ​ບອກ​ວ່າ: “ຜູ້​ທີ່​ບໍ່​ຮັກ​ພີ່​ນ້ອງ​ແຫ່ງ​ຕົນ​ທີ່​ຕາ​ເຫັນ ຈະ​ຮັກ​ພະເຈົ້າ​ທີ່​ຕາ​ບໍ່​ເຫັນ​ຢ່າງ​ໃດ​ໄດ້.” (1 ໂຢຮັນ 4:20) ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຮັກ​ພຽງ​ແຕ່​ບາງ​ຄົນ​ໃນ​ຄອບຄົວ​ຄລິດສະຕຽນ. ເຮົາ​ຕ້ອງ​ຮັກ​ໝົດ​ທຸກ​ຄົນ. ພະ​ເຍຊູ​ກ່າວ​ວ່າ: “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.” (ໂຢຮັນ 13:35) ລູກ​ຮັກ​ພີ່​ນ້ອງ​ຊາຍ​ຍິງ​ຄລິດສະຕຽນ​ໝົດ​ທຸກ​ຄົນ​ບໍ?— ຂໍ​ໃຫ້​ຈື່​ໄວ້​ວ່າ ຖ້າ​ລູກ​ບໍ່​ຮັກ​ເຂົາ​ເຈົ້າ ລູກ​ກໍ​ບໍ່​ສາມາດ​ຮັກ​ພະເຈົ້າ​ໄດ້​ຢ່າງ​ແທ້​ຈິງ.

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພີ່​ນ້ອງ​ຊາຍ​ຍິງ​ແທ້ໆ?— ທີ່​ຈິງ ຖ້າ​ເຮົາ​ຮັກ​ເຂົາ​ເຈົ້າ ເຮົາ​ຄົງ​ຈະ​ບໍ່​ຫຼົບ​ໜ້າ​ເຂົາ​ເຈົ້າ​ເນື່ອງ​ຈາກ​ບໍ່​ຢາກ​ເວົ້າ​ລົມ​ນຳ. ເຮົາ​ຈະ​ເປັນ​ມິດ​ກັບ​ເຂົາ​ເຈົ້າ​ໝົດ​ທຸກ​ຄົນ. ເຮົາ​ຈະ​ເຮັດ​ສິ່ງ​ທີ່​ດີ​ຕໍ່​ເຂົາ​ເຈົ້າ​ສະເໝີ​ແລະ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ດີ​ກັບ​ເຂົາ​ເຈົ້າ. ແລະ​ຖ້າ​ເຂົາ​ເຈົ້າ​ປະສົບ​ຄວາມ​ຍາກ​ລຳບາກ ເຮົາ​ກໍ​ຈະ​ຊ່ວຍເຫຼືອ​ເຂົາ​ເຈົ້າ ເພາະ​ທີ່​ຈິງ​ແລ້ວ​ເຮົາ​ເປັນ​ຄອບຄົວ​ໃຫຍ່.

ເມື່ອ​ເຮົາ​ຮັກ​ທຸກ​ຄົນ​ທີ່​ເປັນ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ຢ່າງ​ແທ້​ຈິງ ນັ້ນ​ພິສູດ​ເຖິງ​ຫຍັງ?— ພິສູດ​ວ່າ​ເຮົາ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່. ແລະ​ນັ້ນ​ແມ່ນ​ສິ່ງ​ທີ່​ເຮົາ​ຢາກ​ເປັນ​ບໍ່​ແມ່ນ​ບໍ?—

ມີ​ການ​ພິຈາລະນາ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ໃນ​ພະທຳ​ຄາລາຊີ 6:10 ແລະ 1 ໂຢຮັນ 4:8, 21. ລູກ​ຢາກ​ເປີດ​ຄຳພີ​ໄບເບິນ​ຂອງ​ລູກ​ແລະ​ອ່ານ​ຂໍ້​ຄວາມ​ເຫຼົ່າ​ນັ້ນ​ບໍ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌