-
ພະເຢໂຫວາເປັນພະເຈົ້າແບບໃດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
3. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນຮັກເຮົາ?
ຄຸນລັກສະນະເດັ່ນທີ່ສຸດຂອງພະເຢໂຫວາແມ່ນຄວາມຮັກ. ທີ່ຈິງ “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ເຮົາຮູ້ວ່າພະເຢໂຫວາຮັກເຮົາຍ້ອນເພິ່ນບອກໄວ້ໃນຄຳພີໄບເບິນ ແລະຖ້າເຮົາເບິ່ງສິ່ງຕ່າງໆໃນທຳມະຊາດທີ່ເພິ່ນສ້າງໄວ້ ເຮົາກໍຈະເຫັນວ່າເພິ່ນຮັກເຮົາແທ້ໆ. (ອ່ານກິດຈະການ 14:17) ລອງຄິດເບິ່ງວ່າເຮົາສາມາດເຮັດຫຍັງໄດ້ແດ່. ພະເຢໂຫວາສ້າງເຮົາໃຫ້ແນມເຫັນສີສັນທີ່ສົດໃສ ໄດ້ຍິນສຽງເພງມ່ວນໆແລະໄດ້ຮູ້ລົດຊາດອາຫານທີ່ແຊບໆ. ນີ້ສະແດງວ່າເພິ່ນຢາກໃຫ້ເຮົາມີຊີວິດທີ່ມີຄວາມສຸກ.
-
-
ສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
2. ການກະທຳຂອງສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍແນວໃດ?
ຜູ້ຄົນໃນສາສະໜາທີ່ພາຄົນໄປຜິດທາງບໍ່ໄດ້ຮຽນແບບພະເຈົ້າ. ຄຳພີໄບເບິນບອກວ່າ “ຄວາມຜິດຂອງ [ເຂົາເຈົ້າ] ກອງສູງຮອດສະຫວັນແລ້ວ.” (ພະນິມິດ 18:5) ຫຼາຍຮ້ອຍປີທີ່ຜ່ານມາ ສາສະໜາມັກຈະເຂົ້າໄປຫຍຸ້ງກ່ຽວກັບເລື່ອງການເມືອງ ສະໜັບສະໜູນສົງຄາມ ແລະມີສ່ວນຮ່ວມໃນການເຮັດໃຫ້ຄົນຈຳນວນນັບບໍ່ຖ້ວນຕ້ອງຕາຍ. ສ່ວນຜູ້ສອນສາສະໜາບາງຄົນກໍຢາກລ່ຳລວຍແລະມີຊີວິດທີ່ຫຼູຫຼາສະດວກສະບາຍ ເຂົາເຈົ້າກໍເລີຍຂໍເງິນບໍລິຈາກກັບສະມາຊິກຂອງເຂົາເຈົ້າ. ການເຮັດແບບນີ້ເຮັດໃຫ້ເຫັນວ່າເຂົາເຈົ້າບໍ່ຮູ້ຈັກພະເຈົ້າເລີຍ ແລະເພິ່ນກໍບໍ່ຍອມຮັບເຂົາເຈົ້າ.—ອ່ານ 1 ໂຢຮັນ 4:8
-