-
ສະແດງຄວາມຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
3. ສະແດງຄວາມຂອບໃຈໂດຍການກະທຳ
ສົມມຸດວ່າເຈົ້າກຳລັງຈະຈົມນ້ຳແລ້ວມີຄົນມາຊ່ວຍຊີວິດເຈົ້າໄວ້. ເຈົ້າຈະຮູ້ສຶກແນວໃດ? ເຈົ້າຈະບໍ່ສົນໃຈແລ້ວກໍລືມເລື່ອງນັ້ນໄປເລີຍບໍ? ຫຼືເຈົ້າຈະພະຍາຍາມຫາວິທີຂອບໃຈລາວ?
ເຮົາມີໂອກາດທີ່ຈະມີຊີວິດຕະຫຼອດໄປຍ້ອນພະເຢໂຫວາຊ່ວຍເຮົາ. ອ່ານ 1 ໂຢຮັນ 4:8-10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຄ່າໄຖ່ຂອງພະເຢຊູຈຶ່ງເປັນຂອງຂວັນທີ່ພິເສດຫຼາຍ?
ເຈົ້າຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າຫຼາຍຂະໜາດນີ້?
ເຮົາຈະເຮັດຫຍັງເພື່ອສະແດງວ່າເຮົາຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຮົາ? ອ່ານ 2 ໂກຣິນໂທ 5:15 ແລະ 1 ໂຢຮັນ 4:11; 5:3. ຫຼັງຈາກອ່ານຂໍ້ຄຳພີຂໍ້ໜຶ່ງຈົບແລ້ວ ໃຫ້ຖາມຄຳຖາມທີ່ຢູ່ທາງລຸ່ມ ແລະໃຫ້ເຮັດແບບນີ້ຈົນຄົບທຸກຂໍ້.
ຈາກຂໍ້ຄຳພີທີ່ອ່ານໄປ ເຮົາຈະເຮັດຫຍັງໄດ້ເພື່ອສະແດງໃຫ້ເຫັນວ່າເຮົາຮູ້ສຶກຂອບໃຈ?
-
-
ເປັນຫຍັງເຈົ້າຄວນອຸທິດໂຕແລະຮັບບັບເຕມາ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
1. ເປັນຫຍັງເຮົາຈຶ່ງຢາກອຸທິດໂຕໃຫ້ກັບພະເຢໂຫວາ?
ເຮົາຮັກພະເຢໂຫວາ ເຮົາເລີຍຢາກອຸທິດໂຕໃຫ້ກັບເພິ່ນ. (1 ໂຢຮັນ 4:10, 19) ຄຳພີໄບເບິນບອກວ່າ: “ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ.” (ມາຣະໂກ 12:30) ເຮົາສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາບໍ່ແມ່ນຈາກຄຳເວົ້າຂອງເຮົາເທົ່ານັ້ນແຕ່ຈາກການກະທຳຂອງເຮົານຳ. ຄືກັບຜູ້ຊາຍຜູ້ຍິງຄູ່ໜຶ່ງທີ່ຮັກກັນຫຼາຍ ເຂົາເຈົ້າບໍ່ໄດ້ພຽງແຕ່ບອກຮັກກັນເທົ່ານັ້ນ ແຕ່ເຂົາເຈົ້າຈະຕັດສິນໃຈແຕ່ງດອງກັນ. ຖ້າເຮົາຮັກພະເຢໂຫວາແທ້ໆເຮົາຄືຊິບໍ່ໄດ້ພຽງແຕ່ບອກວ່າເຮົາຮັກເພິ່ນ ແຕ່ເຮົາຈະຕັດສິນໃຈອຸທິດໂຕໃຫ້ເພິ່ນແລະຮັບບັບເຕມານຳ.
-