ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 46 points 1-5
  • ເປັນ​ຫຍັງ​ເຈົ້າ​ຄວນ​ອຸທິດ​ໂຕ​ແລະ​ຮັບ​ບັບເຕມາ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ເຈົ້າ​ຄວນ​ອຸທິດ​ໂຕ​ແລະ​ຮັບ​ບັບເຕມາ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຂ້ອຍ​ຄວນ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ​ບໍ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 46 points 1-5
ບົດ​ທີ 46. ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ອະທິດຖານ​ຜູ້​ດຽວ.

ບົດ​ທີ 46

ເປັນ​ຫຍັງ​ເຈົ້າ​ຄວນ​ອຸທິດໂຕ​ແລະ​ຮັບ​ບັບເຕມາ?

ສະບັບພິມ
ສະບັບພິມ
ສະບັບພິມ

ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ສັນຍາ​ກັບ​ເພິ່ນ​ວ່າ ເຈົ້າ​ຈະ​ນະມັດສະການ​ເພິ່ນ​ຜູ້​ດຽວ​ແລະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ເພງ​ສັນລະເສີນ 40:8) ແລະ​ຕອນ​ທີ່​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ກຳລັງ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ. ການ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ແຕ່​ອັນ​ໃດ​ຄວນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ຢາກ​ອຸທິດ​ໂຕ​ໃຫ້​ເພິ່ນ?

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ?

ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ເລີຍ​ຢາກ​ອຸທິດ​ໂຕ​ໃຫ້​ກັບ​ເພິ່ນ. (1 ໂຢຮັນ 4:10, 19) ຄຳພີ​ໄບເບິນ​ບອກ​ວ່າ: “ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.” (ມາຣະໂກ 12:30) ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ບໍ່​ແມ່ນ​ຈາກ​ຄຳເວົ້າ​ຂອງ​ເຮົາ​ເທົ່າ​ນັ້ນ​ແຕ່​ຈາກ​ການ​ກະທຳ​ຂອງ​ເຮົາ​ນຳ. ຄື​ກັບ​ຜູ້​ຊາຍ​ຜູ້​ຍິງ​ຄູ່​ໜຶ່ງ​ທີ່​ຮັກ​ກັນ​ຫຼາຍ ເຂົາເຈົ້າ​ບໍ່​ໄດ້​ພຽງ​ແຕ່​ບອກ​ຮັກ​ກັນ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ຈະ​ຕັດສິນໃຈ​ແຕ່ງດອງ​ກັນ. ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ​ເຮົາ​ຄື​ຊິ​ບໍ່​ໄດ້​ພຽງ​ແຕ່​ບອກ​ວ່າ​ເຮົາ​ຮັກ​ເພິ່ນ ແຕ່​ເຮົາ​ຈະ​ຕັດສິນໃຈ​ອຸທິດ​ໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ​ນຳ.

2. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ສິ່ງ​ດີໆ​ຫຍັງ​ແດ່​ກັບ​ຄົນ​ທີ່​ຮັບ​ບັບເຕມາ?

ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ຈະ​ໄດ້​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຄວາມ​ສຸກ. ພະ​ເຢໂຫວາ​ຈະ​ເປັນ​ພໍ່​ຂອງ​ເຈົ້າ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ເພິ່ນ​ຮັກ​ເຈົ້າ​ຫຼາຍ​ແລະ​ເຈົ້າ​ກໍ​ຈະ​ແຮ່ງ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. (ອ່ານ​ມາລາກີ 3:16-18) ນອກ​ຈາກ​ນັ້ນ ໃນ​ຄອບຄົວ​ນີ້​ຍັງ​ມີ​ພີ່ນ້ອງ​ຄລິດສະຕຽນ​ທົ່ວ​ໂລກ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ເຂົາເຈົ້າ​ກໍ​ຮັກ​ເຈົ້າ​ນຳ. (ອ່ານ​ມາຣະໂກ 10:29, 30) ແຕ່​ເຈົ້າ​ຕ້ອງ​ເຮັດ​ບາງ​ຢ່າງ​ກ່ອນ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້. ເຈົ້າ​ຕ້ອງ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ ຮັກ​ເພິ່ນ ເຊື່ອ​ໃນ​ພະ​ເຢຊູ ແລະ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ. ເມື່ອ​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນີ້​ທັງໝົດ​ແລ້ວ ເຈົ້າ​ກໍ​ສາມາດ​ຮັບ​ບັບເຕມາ​ໄດ້ ແລ້ວ​ເຈົ້າ​ກໍ​ຈະ​ມີ​ໂອກາດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.”—1 ເປໂຕ 3:21

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຈົ້າ​ຈະ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

3. ເຮົາ​ທຸກ​ຄົນ​ຕ້ອງ​ເລືອກ​ວ່າ​ຈະ​ນະມັດສະການ​ໃຜ

ຄົນ​ອິດສະຣາເອນ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ຄິດ​ວ່າ​ເຂົາເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ແລະ​ນະມັດສະການ​ພະ​ບາອານ​ທີ່​ບໍ່​ແມ່ນ​ພະເຈົ້າ​ທ່ຽງແທ້​ໄປ​ພ້ອມໆ​ກັນ​ໄດ້. ແຕ່​ພະ​ເຢໂຫວາ​ສົ່ງ​ຜູ້​ພະຍາກອນ​ເອລີຢາ​ໃຫ້​ໄປ​ບອກ​ເຂົາເຈົ້າ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ຄິດ​ບໍ່​ຖືກຕ້ອງ. ອ່ານ 1 ກະສັດ 18:21 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄົນ​ອິດສະຣາເອນ​ຕ້ອງ​ຕັດສິນໃຈ​ເລື່ອງ​ຫຍັງ?

ຄື​ກັບ​ຄົນ​ອິດສະຣາເອນ ເຮົາ​ກໍ​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ນະມັດສະການ​ໃຜ. ອ່ານ​ລູກາ 16:13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ?

  • ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ໄດ້​ແນວ​ໃດ​ວ່າ​ເຮົາ​ເລືອກ​ທີ່​ຈະນະມັດສະການ​ເພິ່ນ?

4. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ໃດ

ຮູບ: ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ຄິດ​ວ່າ​ພະເຈົ້າ​ໃຫ້​ສິ່ງ​ດີໆ​ຫຍັງ​ກັບ​ລາວ​ແດ່. 1. ຄວາມ​ຮັກ ຮູບ​ພາບ​ຂອງ​ແມ່​ທີ່​ອູ້ມ​ລູກ​ນ້ອຍ​ດ້ວຍ​ຄວາມ​ຮັກ. 2. ອາຫານ​ທີ່​ແຊບໆ ຮູບ​ພາບ​ຂອງ​ຜັກ​ແລະ​ໝາກ​ໄມ້​ຫຼາກຫຼາຍ​ຊະນິດ. 3. ຄຳພີ​ໄບເບິນ. 4. ຄ່າໄຖ່​ທີ່​ມາ​ຈາກ​ການ​ເສຍ​ສະລະ​ຊີວິດ​ຂອງ​ພະ​ເຢຊູ​ຄລິດ.

ພະ​ເຢໂຫວາ​ໃຫ້​ຂອງຂວັນ​ທີ່​ດີ​ຫຼາຍ​ຢ່າງ​ກັບ​ເຮົາ. ແຕ່​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ເພື່ອ​ສະແດງ​ວ່າ​ເຮົາ​ຂອບໃຈ​ເພິ່ນ? ເປີດ​ວິດີໂອ.

ວິດີໂອ: ໃຫ້​ຂອງຂວັນ​ທີ່​ເຈົ້າ​ມີ​ກັບ​ພະເຈົ້າ (3:04)

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຈົ້າ​ແນວ​ໃດ​ແດ່? ອ່ານ​ເພງ​ສັນລະເສີນ 104:14, 15 ແລະ 1 ໂຢຮັນ 4:9, 10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ມີ​ຂອງຂວັນ​ຫຍັງ​ແດ່​ທີ່​ມາ​ຈາກ​ພະ​ເຢໂຫວາ​ທີ່​ເຈົ້າ​ປະທັບໃຈ​ເປັນ​ພິເສດ?

  • ແລ້ວ​ຂອງຂວັນ​ດີໆ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ພະ​ເຢໂຫວາ?

ຖ້າ​ມີ​ຄົນ​ເອົາ​ຂອງຂວັນ​ມາ​ໃຫ້​ເຮົາ​ແລະ​ເຮົາ​ກໍ​ມັກ​ຂອງຂວັນ​ນັ້ນ​ຫຼາຍ ເຮົາ​ຄື​ຊິ​ຢາກ​ເຮັດ​ບາງ​ຢ່າງ​ເພື່ອ​ສະແດງ​ວ່າ​ເຮົາ​ຂອບໃຈ​ລາວ​ແທ້ໆ. ອ່ານ​ພະ​ບັນຍັດ 16:17 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ເຈົ້າ ເມື່ອ​ຮູ້​ແບບ​ນີ້​ແລ້ວ​ເຈົ້າ​ຢາກຈະ​ເຮັດ​ຫຍັງ​ເພື່ອ​ເພິ່ນ?

5. ເຈົ້າ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຖ້າ​ເຈົ້າ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ

ຫຼາຍ​ຄົນ​ຄິດ​ວ່າ​ການ​ມີ​ຊື່​ສຽງ ວຽກ​ອາຊີບ​ທີ່​ດີ ຫຼື​ເງິນ​ຄຳ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສຸກ. ແຕ່​ເປັນ​ແບບ​ນັ້ນ​ແທ້​ບໍ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ກິລາ​ເຕະ​ບານ​ເຄີຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂ້ອຍ (5:45)

ຮູບ: ສາກ​ຈາກ​ວິດີໂອ ‘ກິລາ​ເຕະ​ບານ​ເຄີຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂ້ອຍ.’ 1. ອັນເດຣ​ກັບ​ມາ​ຮຽນ​ຄຳພີ​ໄບເບິນ​ອີກ​ເທື່ອ​ໜຶ່ງ. 2. ເອັນເດຣ​ກັບ​ລູກ​ສາວ​ໄປ​ປະກາດ.
  • ອັນ​ໃດ​ເຮັດ​ໃຫ້​ນັກ​ເຕະ​ບານ​ຄົນ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຫຼາຍ​ເຊົາ​ຫຼິ້ນ​ເຕະ​ບານ?

  • ແທນ​ທີ່​ລາວ​ຈະ​ທຸ່ມເທ​ທັງ​ຊີວິດ​ໃຫ້​ກັບ​ກິລາ​ເຕະ​ບານ ແຕ່​ລາວ​ພັດ​ຕັດສິນໃຈ​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ. ເຈົ້າ​ຄິດ​ວ່າ​ລາວ​ຕັດສິນໃຈ​ຖືກ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ກ່ອນ​ທີ່​ອັກຄະສາວົກ​ໂປໂລ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ເປັນ​ຄົນ​ທີ່​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ ແລະ​ລາວ​ຍັງ​ເຄີຍ​ຮຽນ​ກົດໝາຍ​ຂອງ​ຄົນ​ຢິວ​ກັບ​ອາຈານ​ທີ່​ມີ​ຊື່​ສຽງ​ຫຼາຍ​ນຳ. ແຕ່​ລາວ​ຍອມ​ຖິ້ມ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ໂປໂລ​ເສຍດາຍ​ບໍ​ທີ່​ລາວ​ເຮັດ​ແບບ​ນັ້ນ? ອ່ານ​ຟີລິບປອຍ 3:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ໂປໂລ​ບອກ​ວ່າ​ສິ່ງ​ທີ່​ລາວ​ເຄີຍ​ມີ​ກ່ອນ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ເປັນ​ຄື​ກັບ “ຂີ້ເຫຍື້ອ”?

  • ເມື່ອ​ໂປໂລ​ສະລະ​ສິ່ງ​ເຫຼົ່າ​ນັ້ນ ລາວ​ໄດ້​ຫຍັງ​ທີ່​ມີ​ຄ່າ​ຫຼາຍ?

  • ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ບໍ​ຖ້າ​ເຈົ້າ​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ຮູບ: 1. ໂຊໂລ​ເຄີຍ​ເປັນ​ຟາຣິຊາຍ​ທີ່​ຍິ່ງ​ແລະ​ຄິດ​ວ່າ​ໂຕເອງ​ເປັນ​ຄົນ​ດີ ຕໍ່​ມາ​ລາວ​ປ່ຽນ​ຊື່​ເປັນ​ໂປໂລ. 2. ໂປໂລ​ເປັນ​ອັກຄະສາວົກ​ທີ່​ສັດຊື່ ລາວ​ຂຽນ​ຈົດໝາຍ​ເຖິງ​ໝູ່​ຄລິດສະຕຽນ.

ສິ່ງ​ດີໆ​ທີ່​ໂປໂລ​ໄດ້​ຮັບ​ຫຼັງ​ຈາກ​ທີ່​ລາວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ມີ​ຄ່າ​ຫຼາຍ​ກວ່າ​ສິ່ງ​ທີ່​ລາວ​ໄດ້​ເສຍ​ສະລະ​ໄປ

ບາງ​ຄົນ​ເວົ້າ​ວ່າ: “ບໍ່​ຈຳເປັນ​ຕ້ອງ​ໄປ​ທຸ່ມເທ​ໃຫ້​ສາສະໜາ​ຫຼາຍ​ປານ​ນັ້ນ​ດອກ.”

  • ເຈົ້າ​ຄິດ​ວ່າ​ການ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ເລີຍ​ຢາກ​ອຸທິດ​ໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ເຮົາ​ຄວນ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ແລະ​ນະມັດສະການ​ເພິ່ນ?

  • ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ດີໆ​ຫຍັງ​ແດ່​ກັບ​ຄົນ​ທີ່​ຮັບ​ບັບເຕມາ?

  • ເຈົ້າ​ຢາກ​ຈະ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ບໍ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ເປັນ​ຫຍັງ​ນັກຮ້ອງ​ຄົນ​ໜຶ່ງ​ແລະ​ນັກ​ກິລາ​ຄົນ​ໜຶ່ງ​ຈຶ່ງ​ຕັດສິນໃຈ​ອຸທິດ​ໂຕ​ໃຫ້​ກັບ​ພະ​ເຢໂຫວາ.

ໜຸ່ມ​ສາວ​ຖາມ​ວ່າ—ຂ້ອຍ​ຈະ​ເຮັດ​ຫຍັງ​ກັບ​ຊີວິດ​ຂອງ​ຂ້ອຍ?—ຍ້ອນ​ມອງ​ອະດີດ (6:54)

ມີ​ເຫດຜົນ​ຫຍັງ​ອີກ​ທີ່​ຊ່ວຍ​ໃຫ້​ເຮົາ​ຢາກ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ.

“ເປັນ​ຫຍັງ​ເຈົ້າ​ຈຶ່ງ​ອຸທິດ​ຕົວ​ໃຫ້ພະ​ເຢໂຫວາ?” (ຫໍສັງເກດການ 15 ມັງກອນ 2010)

ໃນ​ມິວສິກ​ວິດີໂອ​ນີ້ ເຮົາ​ຈະ​ໄດ້​ເຫັນ​ວ່າ​ຄົນ​ທີ່​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ.

ຂ້ອຍ​ຂໍ​ຮັບໃຊ້​ພະອົງ (4:30)

ອ່ານ​ເລື່ອງ “ຂ້ອຍ​ສົງໄສ​ມາ​ຕະຫຼອດ​ວ່າ ‘ເຮົາ​ເກີດ​ມາ​ເຮັດ​ຫຍັງ?’” ເພື່ອ​ເບິ່ງ​ວ່າ​ເປັນ​ຫຍັງ​ຜູ້​ຍິງ​ຄົນ​ໜຶ່ງ​ຕັດສິນໃຈ​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

“ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ພະຈິກ 2012)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌