ບົດທີ 26
ເປັນຫຍັງໂລກຈຶ່ງມີຄວາມຊົ່ວແລະຄວາມທຸກ?
ຕອນທີ່ມີເລື່ອງຮ້າຍໆເກີດຂຶ້ນ ຫຼາຍຄົນກໍມັກຈະສົງໄສວ່າ “ເປັນຫຍັງຈຶ່ງມີເລື່ອງແບບນີ້ເກີດຂຶ້ນ?” ຄຳຕອບຈາກຄຳພີໄບເບິນຈະໃຫ້ກຳລັງໃຈເຮົາ!
1. ໂລກນີ້ເລີ່ມມີຄວາມຊົ່ວຍ້ອນຊາຕານເຮັດຫຍັງ?
ຊາຕານກະບົດຕໍ່ພະເຈົ້າ. ມັນຢາກມີອຳນາດເໜືອເພິ່ນ ມັນເລີຍລໍ້ລວງອາດາມກັບເອວາມະນຸດຄູ່ທຳອິດບໍ່ໃຫ້ເຊື່ອຟັງພະເຈົ້າ. ມັນເຮັດແບບນັ້ນໂດຍການເວົ້າຕົວະເອວາ. (ປະຖົມມະການ 3:1-5) ຊາຕານເຮັດໃຫ້ເອວາເຂົ້າໃຈຜິດວ່າພະເຈົ້າບໍ່ຢາກໃຫ້ລາວໄດ້ຮັບສິ່ງທີ່ດີ. ມັນຢາກໃຫ້ລາວຄິດວ່າ ຖ້າບໍ່ເຊື່ອຟັງພະເຈົ້າ ລາວກໍຈະມີຄວາມສຸກຫຼາຍກວ່າ. ຊາຕານເວົ້າຕົວະເທື່ອທຳອິດໂດຍບອກເອວາວ່າລາວຈະບໍ່ຕາຍ. ຄຳພີໄບເບິນກໍເລີຍບອກວ່າຊາຕານ “ເປັນຈອມຂີ້ຕົວະແລະເປັນພໍ່ຂອງການຕົວະ.”—ໂຢຮັນ 8:44
2. ອາດາມກັບເອວາຕັດສິນໃຈເຮັດຫຍັງ?
ພະເຢໂຫວາໃຈດີກັບອາດາມແລະເອວາຫຼາຍ. ເພິ່ນບອກວ່າເຂົາເຈົ້າຈະກິນໝາກໄມ້ຈາກຕົ້ນໃດກໍໄດ້ໃນສວນເອເດັນຍົກເວັ້ນແຕ່ຕົ້ນດຽວ. (ປະຖົມມະການ 2:15-17) ແຕ່ເຂົາເຈົ້າຕັດສິນໃຈກິນໝາກໄມ້ຈາກຕົ້ນທີ່ພະເຈົ້າຫ້າມ. ເອວາ ‘ປິດເອົາໝາກໄມ້ນັ້ນມາກິນ.’ ແລ້ວຕໍ່ມາ ອາດາມກໍ “ກິນ” ໝາກໄມ້ຈາກຕົ້ນນັ້ນນຳ. (ປະຖົມມະການ 3:6) ຍ້ອນອາດາມກັບເອວາເປັນມະນຸດທີ່ສົມບູນແບບ ການເຊື່ອຟັງພະເຈົ້າຈຶ່ງບໍ່ແມ່ນເລື່ອງຍາກເລີຍ. ແຕ່ເຂົາເຈົ້າພັດຕັ້ງໃຈທີ່ຈະບໍ່ເຊື່ອຟັງເພິ່ນ ສິ່ງທີ່ເຂົາເຈົ້າເຮັດເປັນການເຮັດບາບຕໍ່ພະເຢໂຫວາ ແລະສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ຍອມຢູ່ໃຕ້ອຳນາດຂອງເພິ່ນ. ການຕັດສິນໃຈເທື່ອນັ້ນເຮັດໃຫ້ເຂົາເຈົ້າໄດ້ຮັບຜົນເສຍຫາຍທີ່ຮ້າຍແຮງຫຼາຍ.—ປະຖົມມະການ 3:16-19
3. ການຕັດສິນໃຈຂອງອາດາມກັບເອວາມີຜົນຕໍ່ເຮົາແນວໃດ?
ຕອນທີ່ອາດາມກັບເອວາເຮັດບາບ ເຂົາເຈົ້າກໍກາຍເປັນຄົນບໍ່ສົມບູນແບບ. ນີ້ເລີຍເຮັດໃຫ້ລູກຫຼານທີ່ເກີດມາກໍເປັນຄົນບໍ່ສົມບູນແບບຄືກັບເຂົາເຈົ້າ. ຄຳພີໄບເບິນບອກວ່າ: “ບາບໄດ້ເຂົ້າມາໃນໂລກຍ້ອນຄົນຜູ້ດຽວ ແລະຄວາມຕາຍກໍເກີດຂຶ້ນຍ້ອນບາບນັ້ນ ແລ້ວຄວາມຕາຍຈຶ່ງລາມໄປຮອດທຸກຄົນ.”—ໂຣມ 5:12
ເປັນຫຍັງໃນທຸກມື້ນີ້ຈຶ່ງມີຄວາມທຸກ? ມີຫຼາຍສາເຫດ ເຊັ່ນ ບາງເທື່ອເຮົາອາດຈະເຈິກັບບັນຫາຍ້ອນການຕັດສິນໃຈທີ່ຜິດພາດຂອງໂຕເຮົາເອງຫຼືຂອງຄົນອື່ນ. ຫຼືບາງເທື່ອເຮົາອາດຈະໄປຢູ່ຜິດບ່ອນຜິດເວລາ.—ອ່ານປັນຍາຈານ 9:11
ຮຽນຮູ້ຫຼາຍຂຶ້ນ
ເປັນຫຍັງເຮົາຈຶ່ງໝັ້ນໃຈວ່າພະເຈົ້າບໍ່ແມ່ນຕົ້ນເຫດຂອງຄວາມຊົ່ວແລະຄວາມທຸກທີ່ມີຢູ່ໃນທຸກມື້ນີ້ ແລະເພິ່ນຮູ້ສຶກແນວໃດຕອນທີ່ເຮົາຕ້ອງເຈິກັບຄວາມທຸກ.
4. ໃຜເປັນຕົ້ນເຫດຂອງຄວາມທຸກ
ຫຼາຍຄົນບອກວ່າພະເຈົ້າຄວບຄຸມທຸກສິ່ງໃນໂລກ.ແຕ່ເປັນແບບນັ້ນແທ້ໆບໍ? ເປີດວິດີໂອ.
ອ່ານຢາໂກໂບ 1:13 ແລະ 1 ໂຢຮັນ 5:19ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຈົ້າເປັນຕົ້ນເຫດຂອງຄວາມຊົ່ວແລະຄວາມທຸກບໍ?
5. ເກີດຫຍັງຂຶ້ນເມື່ອຊາຕານປົກຄອງໂລກ
ອ່ານປະຖົມມະການ 3:1-6 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຊາຕານຕົວະວ່າແນວໃດ?—ເບິ່ງຂໍ້ 4 ແລະ 5
ຊາຕານເວົ້າຫຍັງທີ່ເຮັດໃຫ້ເຂົ້າໃຈຜິດວ່າພະເຈົ້າບໍ່ຢາກໃຫ້ມະນຸດໄດ້ຮັບສິ່ງດີໆ?
ຈາກທີ່ຊາຕານເວົ້າ ມັນບອກວ່າມະນຸດຕ້ອງໃຫ້ພະເຢໂຫວາປົກຄອງບໍຈຶ່ງຈະມີຄວາມສຸກໄດ້?
ອ່ານປັນຍາຈານ 8:9 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໂລກນີ້ເປັນແນວໃດເມື່ອພະເຢໂຫວາບໍ່ໄດ້ປົກຄອງ?
ກ. ອາດາມກັບເອວາເປັນມະນຸດສົມບູນແບບແລະຢູ່ໃນສວນອຸທິຍານທີ່ສວຍງາມ. ແຕ່ເຂົາເຈົ້າເຊື່ອຟັງຊາຕານແລະກະບົດຕໍ່ພະເຢໂຫວາ
ຂ. ຫຼັງຈາກການກະບົດໂລກເຕັມໄປດ້ວຍຄວາມບາບ ຄວາມທຸກ ແລະຄວາມຕາຍ
ຄ. ພະເຢໂຫວາຈະເຮັດໃຫ້ບາບ ຄວາມທຸກ ແລະຄວາມຕາຍໝົດໄປ. ມະນຸດຈະກັບມາສົມບູນແບບແລະຢູ່ໃນສວນອຸທິຍານທີ່ສວຍງາມອີກເທື່ອໜຶ່ງ
6. ພະເຢໂຫວາເປັນຫ່ວງເຮົາຕອນທີ່ເຮົາເຈິກັບຄວາມທຸກ
ພະເຈົ້າສົນໃຈເຮົາບໍຕອນທີ່ເຮົາເຈິກັບຄວາມທຸກ? ກະສັດດາວິດແລະອັກຄະສາວົກເປໂຕເວົ້າແນວໃດກ່ຽວກັບເລື່ອງນີ້. ອ່ານເພງສັນລະເສີນ 31:7 ແລະ 1 ເປໂຕ 5:7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຮູ້ສຶກແນວໃດທີ່ໄດ້ຮູ້ວ່າພະເຢໂຫວາຮູ້ແລະເຫັນຕອນທີ່ເຮົາເຈິກັບຄວາມທຸກ ແລະເພິ່ນກໍເປັນຫ່ວງເຮົາຫຼາຍ?
7. ພະເຈົ້າຈະເຮັດໃຫ້ຄວາມທຸກຂອງຄົນເຮົາໝົດໄປ
ອ່ານເອຊາຢາ 65:17 ແລະພະນິມິດ 21:3, 4 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າໄດ້ຮັບກຳລັງໃຈບໍທີ່ຮູ້ວ່າ ບໍ່ວ່າມະນຸດຈະເຈິເລື່ອງຊົ່ວຮ້າຍຫຼາຍສ່ຳໃດ ພະເຢໂຫວາກໍຈະແກ້ໄຂທຸກຢ່າງໃຫ້ກັບມາດີຄືເກົ່າ? ຍ້ອນຫຍັງ?
ເຈົ້າຮູ້ບໍ?
ຕອນທີ່ຊາຕານເວົ້າຕົວະເທື່ອທຳອິດ ມັນໃສ່ຮ້າຍພະເຢໂຫວາໂດຍເຮັດໃຫ້ເພິ່ນເສຍຊື່ສຽງ. ມັນບອກວ່າເພິ່ນບໍ່ໄດ້ປົກຄອງດ້ວຍຄວາມຮັກແລະຄວາມຍຸຕິທຳ. ແຕ່ອີກບໍ່ດົນພະເຢໂຫວາຈະເຮັດໃຫ້ຄວາມທຸກຂອງຄົນເຮົາໝົດໄປ ແລະຕອນນັ້ນເພິ່ນຈະເຮັດໃຫ້ຊື່ສຽງຂອງເພິ່ນຫຼຸດພົ້ນຈາກຄຳຕຳໜິ. ໂດຍການເຮັດແບບນັ້ນ ເພິ່ນຈະເຮັດໃຫ້ເຫັນວ່າການປົກຄອງຂອງເພິ່ນດີທີ່ສຸດ. ບໍ່ມີເລື່ອງໃດອີກແລ້ວທີ່ສຳຄັນໄປກວ່າການເຮັດໃຫ້ຊື່ຂອງພະເຢໂຫວາເປັນທີ່ເຄົາລົບນັບຖື.—ມັດທາຍ 6:9, 10
ບາງຄົນເວົ້າວ່າ: “ພະເຈົ້າກຳນົດມາໃຫ້ເຮົາຕ້ອງເຈິກັບຄວາມທຸກ.”
ເຈົ້າຈະຕອບແນວໃດ?
ສະຫຼຸບ
ຊາຕານກັບມະນຸດຄູ່ທຳອິດເປັນຕົ້ນເຫດທີ່ເຮັດໃຫ້ມີຄວາມຊົ່ວໃນໂລກນີ້. ພະເຢໂຫວາເປັນຫ່ວງເຮົາຫຼາຍຕອນທີ່ເຮົາເຈິກັບຄວາມທຸກ ແລະອີກບໍ່ດົນເພິ່ນຈະເຮັດໃຫ້ຄວາມທຸກໝົດໄປ.
ຄຳຖາມທົບທວນ
ຊາຕານຕົວະເອວາວ່າແນວໃດ?
ການກະບົດຂອງອາດາມກັບເອວາມີຜົນຕໍ່ເຮົາແນວໃດ?
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາເປັນຫ່ວງເຮົາຕອນທີ່ເຮົາເຈິກັບຄວາມທຸກ?
ເບິ່ງເພີ່ມເຕີມ
ຄຳພີໄບເບິນອະທິບາຍຄວາມໝາຍຂອງຄຳວ່າບາບ.
ໃນສວນເອເດັນ ຊາຕານເຮັດໃຫ້ເກີດຄຳຖາມສຳຄັນຫຍັງທີ່ຕ້ອງໃຊ້ເວລາພິສູດ.
“ເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີຄວາມທຸກ?” (ຫໍສັງເກດການ 1 ມັງກອນ 2014)
ມີຄຳຖາມໜຶ່ງທີ່ຫຼາຍຄົນສົງໄສ ຂໍເບິ່ງຄຳຕອບທີ່ຈະເຮັດໃຫ້ເຮົາສະບາຍໃຈ.
“ການຂ້າລ້າງເຜົ່າພັນເກີດຂຶ້ນໄດ້ແນວໃດ? ເປັນຫຍັງພະເຈົ້າຍອມໃຫ້ເກີດຂຶ້ນ?” (ບົດຄວາມໃນເວັບໄຊ)
ຜູ້ຊາຍຄົນໜຶ່ງໄດ້ມາຮູ້ຫຍັງກ່ຽວກັບຄວາມທຸກ.