ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 213-ໜ້າ 215 ຂໍ້ 2
  • ວັນ​ພິພາກສາ—ວັນ​ນັ້ນ​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ພິພາກສາ—ວັນ​ນັ້ນ​ແມ່ນ​ຫຍັງ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ວັນ​ພິພາກສາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2012
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 213-ໜ້າ 215 ຂໍ້ 2

ພາກ​ຜະໜວກ

ວັນ​ພິພາກສາ—ວັນ​ນັ້ນ​ແມ່ນ​ຫຍັງ?

ເຈົ້າ​ຄິດ​ວ່າ​ວັນ​ພິພາກສາ​ເປັນ​ແນວ​ໃດ? ຫຼາຍ​ຄົນ​ຄິດ​ວ່າ ຜູ້​ຄົນ​ຈຳນວນ​ຫຼາຍ​ພັນ​ລ້ານ​ຄົນ​ຈະ​ຖືກ​ພາ​ມາ​ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະເຈົ້າ​ເທື່ອ​ລະ​ຄົນ. ຢູ່​ຕໍ່​ໜ້າ​ບັນລັງ​ນັ້ນ ຈະ​ມີ​ການ​ພິພາກສາ​ແຕ່​ລະ​ຄົນ. ບາງ​ຄົນ​ຈະ​ໄດ້​ຮັບ​ຄວາມ​ສຸກ​ສຳລານ​ໃນ​ສະຫວັນ​ເປັນ​ລາງວັນ​ແລະ​ຄົນ​ອື່ນໆຈະ​ໄດ້​ຮັບ​ການ​ທໍລະມານ​ຕະຫຼອດ​ການ. ແຕ່​ຄຳພີ​ໄບເບິນ​ພັນລະນາ​ເຖິງ​ໄລຍະ​ເວລາ​ຂອງ​ວັນ​ພິພາກສາ​ໃນ​ແບບ​ທີ່​ແຕກຕ່າງ​ຢ່າງ​ສິ້ນ​ເຊີງ​ຈາກ​ສິ່ງ​ທີ່​ກ່າວ​ມາ​ນັ້ນ. ພະ​ຄຳ​ຂອງ​ພະເຈົ້າ​ພັນລະນາ​ວ່າ​ວັນ​ພິພາກສາ​ບໍ່​ແມ່ນ​ໄລຍະ​ເວລາ​ທີ່​ເປັນ​ຕາ​ຢ້ານ ແຕ່​ເປັນ​ໄລຍະ​ເວລາ​ຂອງ​ຄວາມ​ຫວັງ​ແລະ​ການ​ຟື້ນຟູ.

ຢູ່​ຄຳປາກົດ 20:11, 12 ເຮົາ​ອ່ານ​ຄຳ​ພັນລະນາ​ຂອງ​ອັກຄະສາວົກ​ໂຢຮັນ​ກ່ຽວ​ກັບ​ວັນ​ພິພາກສາ​ວ່າ “ເຮົາ​ໄດ້​ເຫັນ​ພະ​ທີ່​ນັ່ງ​ອັນ​ໃຫຍ່​ອັນ​ຂາວ​ກັບ​ພະອົງ​ຜູ້​ນັ່ງ​ທີ່​ພະ​ທີ່​ນັ່ງ​ນັ້ນ. ແລະ​ແຜ່ນດິນ​ໂລກ​ແລະ​ຟ້າ​ອາກາດ​ໄດ້​ປົບ​ໜີ​ຈາກ​ໜ້າ​ພະອົງ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ​ແລະ​ຟ້າ​ອາກາດ​ນັ້ນ​ກໍ​ຫາ​ພົບ​ບໍ່​ໄດ້. ແລະ​ເຮົາ​ໄດ້​ເຫັນ​ຝູງ​ຄົນ​ຕາຍ​ແລ້ວ​ທັງ​ຜູ້​ໃຫຍ່​ທັງ​ຜູ້​ນ້ອຍ​ຢືນ​ຢູ່​ຕໍ່​ໜ້າ​ພະ​ທີ່​ນັ່ງ​ນັ້ນ ແລະ​ໜັງສື​ທັງ​ຫຼາຍ​ເປັນ​ທີ່​ເປີດ​ອອກ. ແລະ​ມີ​ໜັງສື​ມ້ວນ​ໜຶ່ງ​ອີກ​ເປີດ​ອອກ ເປັນ​ໜັງສື​ສຳລັບ​ຊີວິດ. ແລະ​ຄົນ​ຕາຍ​ທັງ​ປວງ​ໄດ້​ຖືກ​ຕັດສິນ​ຕາມ​ຂໍ້​ຄວາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ໜັງສື​ທັງ​ຫຼາຍ​ນັ້ນ​ຕາມ​ກິດຈະການ​ຂອງ​ເຂົາ.” ໃຜ​ເປັນ​ຜູ້​ພິພາກສາ​ທີ່​ບອກ​ໄວ້​ໃນ​ຂໍ້​ນີ້?

ພະ​ເຢໂຫວາ​ພະເຈົ້າ​ເປັນ​ຜູ້​ພິພາກສາ​ອົງ​ສູງ​ສຸດ​ຂອງ​ມະນຸດ. ແຕ່​ພະອົງ​ໄດ້​ແຕ່ງ​ຕັ້ງ​ຕົວ​ແທນ​ໃຫ້​ເຮັດ​ໜ້າ​ທີ່​ພິພາກສາ​ແທ້ໆ. ອີງ​ຕາມ​ກິດຈະການ 17:31 ອັກຄະສາວົກ​ໂປໂລ​ເວົ້າ​ວ່າ “ພະເຈົ້າ​ໄດ້​ກຳນົດ​ວັນ​ໜຶ່ງ​ໄວ້ ໃນ​ວັນ​ນັ້ນ​ພະເຈົ້າ​ຈະ​ໃຫ້​ຄົນ​ອົງ​ໜຶ່ງ​ທີ່​ພະເຈົ້າ​ໄດ້​ຕັ້ງ​ໄວ້​ນັ້ນ​ໃຫ້​ຕັດສິນ​ມະນຸດສະໂລກ​ຕາມ​ຄວາມ​ຊອບທຳ.” ຜູ້​ພິພາກສາ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຜູ້​ນີ້​ແມ່ນ​ພະ​ເຍຊູ​ຜູ້​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ໂຢຮັນ 5:22) ແຕ່​ວັນ​ພິພາກສາ​ເລີ່ມ​ຕົ້ນ​ເມື່ອ​ໃດ? ວັນ​ພິພາກສາ​ຈະ​ຍາວ​ນານ​ດົນ​ປານ​ໃດ?

ພະທຳ​ຄຳປາກົດ​ສະແດງ​ໃຫ້​ເຫັນ​ວ່າ​ວັນ​ພິພາກສາ​ເລີ່ມ​ຕົ້ນ​ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ເມື່ອ​ລະບົບ​ຂອງ​ຊາຕານ​ທີ່​ຢູ່​ແຜ່ນດິນ​ໂລກ​ຈະ​ຖືກ​ທຳລາຍ.a (ຄຳປາກົດ 16:14, 16; 19:19–20:3) ຫຼັງ​ຈາກ​ອະລະມະເຄໂດນ ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຈະ​ຖືກ​ຂັງ​ໃນ​ເຫວ​ເລິກ​ເປັນ​ເວລາ​ໜຶ່ງ​ພັນ​ປີ. ໃນ​ໄລຍະ​ເວລາ​ນັ້ນ ຜູ້​ຮ່ວມ​ຮັບ​ມໍລະດົກ​ກັບ​ພະ​ເຍຊູ​ຈຳນວນ 144.000 ຄົນ​ເຊິ່ງ​ຢູ່​ໃນ​ສະຫວັນ​ຈະ​ເປັນ​ຜູ້​ພິພາກສາ​ແລະ​ຈະ​ປົກຄອງ​ເປັນ​ກະສັດ​ຮ່ວມ​ກັບ “ພະ​ຄລິດ​ລະຫວ່າງ​ພັນ​ປີ.” (ຄຳປາກົດ 14:1-3; 20:1-4; ໂລມ 8:17) ວັນ​ພິພາກສາ​ບໍ່​ແມ່ນ​ເຫດການ​ທີ່​ດຳເນີນ​ຢ່າງ​ຮີບ​ດ່ວນ​ໃນ​ເວລາ​ພຽງ​ແຕ່ 24 ຊົ່ວ​ໂມງ. ວັນ​ພິພາກສາ​ຈະ​ຍາວ​ນານ​ເຖິງ​ໜຶ່ງ​ພັນ​ປີ.

ລະຫວ່າງ​ໄລຍະ​ເວລາ​ໜຶ່ງ​ພັນ​ປີ​ນັ້ນ ພະ​ເຍຊູ​ຄລິດ​ຈະ “ຕັດສິນ​ທັງ​ຄົນ​ຍັງ​ເປັນ​ແລະ​ຄົນ​ຕາຍ​ແລ້ວ.” (2 ຕີໂມເຕ 4:1) “ຄົນ​ຍັງ​ເປັນ” ຈະ​ໄດ້​ແກ່ “ຊົນ​ຝູງ​ໃຫຍ່” ທີ່​ລອດ​ຜ່ານ​ອະລະມະເຄໂດນ. (ຄຳປາກົດ 7:9-17, ລ.ມ.) ອັກຄະສາວົກ​ໂຢຮັນ​ຍັງ​ເຫັນ “ຄົນ​ຕາຍ​ແລ້ວ . . . ຢືນ​ຢູ່​ຕໍ່​ໜ້າ​ພະ​ທີ່​ນັ່ງ” ແຫ່ງ​ການ​ພິພາກສາ. ດັ່ງ​ທີ່​ພະ​ເຍຊູ​ໄດ້​ສັນຍາ “ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ​ກໍ​ຈະ​ຍິນ​ສຽງ​ປາກ​ຂອງ​ພະ​ບຸດ [ພະ​ຄລິດ] ແລະ​ເຂົາ​ຈະ​ອອກ​ມາ” ໂດຍ​ການ​ຄືນ​ມາ​ຈາກ​ຕາຍ. (ໂຢຮັນ 5:28, 29; ກິດຈະການ 24:15) ແຕ່​ຈະ​ມີ​ການ​ພິພາກສາ​ຄົນ​ທັງ​ປວງ​ໂດຍ​ອີງ​ໃສ່​ອັນ​ໃດ​ເປັນ​ພື້ນຖານ?

ຕາມ​ນິມິດ​ຂອງ​ອັກຄະສາວົກ​ໂຢຮັນ “ໜັງສື​ທັງ​ຫຼາຍ​ເປັນ​ທີ່​ເປີດ​ອອກ” ແລະ “ຄົນ​ຕາຍ​ທັງ​ປວງ​ໄດ້​ຖືກ​ຕັດສິນ​ຕາມ​ຂໍ້​ຄວາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ໜັງສື​ທັງ​ຫຼາຍ​ນັ້ນ​ຕາມ​ກິດຈະການ​ຂອງ​ເຂົາ.” ໜັງສື​ເຫຼົ່າ​ນີ້​ເປັນ​ບັນທຶກ​ກ່ຽວ​ກັບ​ການ​ກະທຳ​ໃນ​ອະດີດ​ຂອງ​ຜູ້​ຄົນ​ບໍ? ບໍ່​ແມ່ນ ການ​ພິພາກສາ​ບໍ່​ໄດ້​ອີງ​ໃສ່​ສິ່ງ​ທີ່​ຜູ້​ຄົນ​ເຮັດ​ກ່ອນ​ເຂົາ​ເຈົ້າ​ຕາຍ. ເຮົາ​ຮູ້​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ກ່າວ​ວ່າ ‘ຜູ້​ທີ່​ຕາຍ​ແລ້ວ​ກໍ​ພົ້ນ​ຈາກ​ຄວາມ​ບາບ.’ (ໂລມ 6:7) ດ້ວຍ​ເຫດ​ນີ້ ອາດ​ກ່າວ​ໄດ້​ວ່າ​ຜູ້​ທີ່​ຖືກ​ປຸກ​ຂຶ້ນ​ມາ​ສູ່​ຊີວິດ​ຈະ​ບໍ່​ມີ​ບາບ​ແລ້ວ. ດັ່ງ​ນັ້ນ ໜັງສື​ເຫຼົ່າ​ນັ້ນ​ຕ້ອງ​ໝາຍ​ເຖິງ​ຂໍ້​ຮຽກ​ຮ້ອງ​ຂອງ​ພະເຈົ້າ​ທີ່​ເພີ່ມ​ເຂົ້າ​ມາ​ຕື່ມ​ອີກ. ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ທັງ​ຜູ້​ທີ່​ລອດ​ຜ່ານ​ອະລະມະເຄໂດນ ແລະ​ຜູ້​ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ ລວມ​ທັງ​ຂໍ້​ຮຽກ​ຮ້ອງ​ໃໝ່ໆທີ່​ພະ​ເຢໂຫວາ​ອາດ​ເປີດ​ເຜີຍ​ໃນ​ລະຫວ່າງ​ໄລຍະ​ເວລາ​ໜຶ່ງ​ພັນ​ປີ. ດ້ວຍ​ເຫດ​ນີ້ ຜູ້​ຄົນ​ຈະ​ຖືກ​ພິພາກສາ​ໂດຍ​ອີງ​ໃສ່​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ລະຫວ່າງ​ວັນ​ພິພາກສາ.

ໃນ​ລະຫວ່າງ​ວັນ​ພິພາກສາ ຫຼາຍ​ຮ້ອຍ​ລ້ານ​ຄົນ​ຈະ​ມີ​ໂອກາດ​ເປັນ​ຄັ້ງ​ທຳອິດ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ແລະ​ປະຕິບັດ​ຕາມ​ນັ້ນ. ນີ້​ໝາຍ​ຄວາມ​ວ່າ​ຈະ​ມີ​ວຽກ​ໃຫ້​ການ​ສຶກສາ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ. ທີ່​ຈິງ “ຊາວ​ຊົນ​ໂລກ​ທັງ​ຫຼາຍ​ກໍ​ຮຽນ​ຮູ້​ຄວາມ​ຊອບທຳ.” (ເອຊາອີ 26:9) ແຕ່​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຈະ​ເຕັມ​ໃຈ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ເອຊາອີ 26:10 ກ່າວ​ວ່າ “ຖ້າ​ເຂົາ​ໂຜດ​ພະ​ຄຸນ​ແກ່​ຄົນ​ຮ້າຍ​ລາວ​ບໍ່​ຮຽນ​ຮູ້​ຄວາມ​ຊອບທຳ. ໃນ​ປະເທດ​ແຫ່ງ​ຄວາມ​ສັດ​ຊື່​ຄົນ​ນັ້ນ​ເຮັດ​ການ​ຮ້າຍ​ແລະ​ບໍ່​ເຫັນ​ລັດ​ສະໝີ​ອານຸພາບ​ແຫ່ງ​ພະ​ເຢໂຫວາ.” ໃນ​ລະຫວ່າງ​ວັນ​ພິພາກສາ ຄົນ​ບໍ່​ດີ​ເຫຼົ່າ​ນັ້ນ​ຈະ​ຖືກ​ປະຫານ​ຊີວິດ​ແບບ​ຕະຫຼອດ​ການ.—ເອຊາອີ 65:20.

ເມື່ອ​ວັນ​ພິພາກສາ​ສິ້ນ​ສຸດ ມະນຸດ​ທີ່​ລອດ​ຊີວິດ​ຈະ “ຄືນ​ມາ​ສູ່​ຊີວິດ” ຢ່າງ​ເຕັມທີ​ໃນ​ຖານະ​ເປັນ​ມະນຸດ​ທີ່​ສົມບູນ​ແບບ. (ຄຳປາກົດ 20:5, ທ.ປ.) ດັ່ງ​ນັ້ນ ໃນ​ລະຫວ່າງ​ວັນ​ພິພາກສາ ມະນຸດ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ສູ່​ສະພາບ​ສົມບູນ​ແບບ​ທີ່​ເຄີຍ​ມີ​ໃນ​ຕອນ​ທຳອິດ. (1 ໂກລິນໂທ 15:24-28) ຈາກ​ນັ້ນ​ຈະ​ມີ​ການ​ທົດລອງ​ຄັ້ງ​ສຸດ​ທ້າຍ. ຊາຕານ​ຈະ​ຖືກ​ປ່ອຍ​ອອກ​ມາ​ຈາກ​ບ່ອນ​ທີ່​ຂັງ​ໄວ້​ແລະ​ມີ​ການ​ຍອມ​ໃຫ້​ມັນ​ພະຍາຍາມ​ລໍ້​ລວງ​ມະນຸດ​ອີກ​ຄັ້ງ​ໜຶ່ງ​ເຊິ່ງ​ເປັນ​ການ​ລໍ້​ລວງ​ຄັ້ງ​ສຸດ​ທ້າຍ. (ຄຳປາກົດ 20:3, 7-10) ຜູ້​ທີ່​ຕໍ່​ຕ້ານ​ຊາຕານ​ຈະ​ໄດ້​ຮັບ​ຕາມ​ທີ່​ມີ​ສັນຍາ​ໄວ້​ໃນ​ຄຳພີ​ໄບເບິນ​ຢ່າງ​ຄົບ​ຖ້ວນ​ທີ່​ວ່າ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:29) ແມ່ນ​ແທ້ ວັນ​ພິພາກສາ​ຈະ​ເປັນ​ຄວາມ​ພອນ​ສຳລັບ​ມະນຸດ​ໝົດ​ທຸກ​ຄົນ​ທີ່​ສັດ​ຊື່!

a ກ່ຽວ​ກັບ​ວັນ​ອະລະມະເຄໂດນ ຂໍ​ໃຫ້​ເບິ່ງ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ (ພາສາ​ອັງກິດ) ຫົວ​ທີ 1 ໜ້າ 594-595, 1037-1038 ແລະ​ປຶ້ມ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ ບົດ​ທີ 20 ປຶ້ມ​ທັງ​ສອງ​ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌