ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 2. ຄຳພີ​ໄບເບິນ​ບອກ​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ?

      ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ອະນາຄົດ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.” (ອ່ານ​ພະ​ນິມິດ 21:4) ບັນຫາ​ໃນ​ທຸກ​ມື້​ນີ້​ເຊັ່ນ ຄວາມ​ທຸກຍາກ ຄວາມ​ບໍ່​ຍຸຕິທຳ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ຈະ​ໝົດ​ໄປ. ຄຳພີ​ໄບເບິນ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.

  • ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 7. ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ທຸກຂອງ​ຄົນ​ເຮົາ​ໝົດ​ໄປ

      ອ່ານ​ເອຊາຢາ 65:17 ແລະ​ພະ​ນິມິດ 21:3, 4 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ບໍ​ທີ່​ຮູ້​ວ່າ ບໍ່​ວ່າ​ມະນຸດ​ຈະ​ເຈິ​ເລື່ອງ​ຊົ່ວ​ຮ້າຍ​ຫຼາຍ​ສ່ຳ​ໃດ ພະ​ເຢໂຫວາ​ກໍ​ຈະ​ແກ້ໄຂ​ທຸກ​ຢ່າງ​ໃຫ້​ກັບ​ມາ​ດີ​ຄື​ເກົ່າ? ຍ້ອນຫຍັງ?

      ເຈົ້າ​ຮູ້​ບໍ?

      ຕອນ​ທີ່​ຊາຕານ​ເວົ້າ​ຕົວະ​ເທື່ອ​ທຳອິດ ມັນ​ໃສ່​ຮ້າຍ​ພະ​ເຢໂຫວາ​ໂດຍ​ເຮັດ​ໃຫ້​ເພິ່ນ​ເສຍ​ຊື່​ສຽງ. ມັນ​ບອກ​ວ່າ​ເພິ່ນ​ບໍ່​ໄດ້​ປົກຄອງ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ. ແຕ່​ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ຂອງ​ຄົນ​ເຮົາ​ໝົດ​ໄປ ແລະ​ຕອນ​ນັ້ນ​ເພິ່ນ​ຈະ​ເຮັດ​ໃຫ້​ຊື່​ສຽງ​ຂອງ​ເພິ່ນ​ຫຼຸດພົ້ນ​ຈາກ​ຄຳ​ຕຳໜິ. ໂດຍ​ການ​ເຮັດ​ແບບ​ນັ້ນ ເພິ່ນ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ດີ​ທີ່​ສຸດ. ບໍ່​ມີ​ເລື່ອງ​ໃດ​ອີກ​ແລ້ວ​ທີ່​ສຳຄັນ​ໄປ​ກວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື.—ມັດທາຍ 6:9, 10

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌