ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 215-ໜ້າ 218 ຂໍ້ 1
  • ປີ 1914—ປີ​ທີ່​ສຳຄັນ​ໃນ​ຄຳ​ພະຍາກອນ​ຂອງ​ຄຳພີ​ໄບເບິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປີ 1914—ປີ​ທີ່​ສຳຄັນ​ໃນ​ຄຳ​ພະຍາກອນ​ຂອງ​ຄຳພີ​ໄບເບິນ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 215-ໜ້າ 218 ຂໍ້ 1

ພາກ​ຜະໜວກ

ປີ 1914—ປີ​ທີ່​ສຳຄັນ​ໃນ​ຄຳ​ພະຍາກອນ​ຂອງ​ຄຳພີ​ໄບເບິນ

ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ປະກາດ​ໄວ້​ລ່ວງ​ໜ້າ​ເປັນ​ເວລາ​ຫຼາຍ​ສິບ​ປີ​ວ່າ​ຈະ​ມີ​ເຫດການ​ທີ່​ສຳຄັນ​ເກີດ​ຂຶ້ນ​ໃນ​ປີ 1914. ເຫດການ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່ ແລະ​ມີ​ຫຼັກ​ຖານ​ອັນ​ໃດ​ຊີ້​ບອກ​ວ່າ​ປີ 1914 ເປັນ​ປີ​ທີ່​ສຳຄັນ?

ດັ່ງ​ທີ່​ບັນທຶກ​ໄວ້​ໃນ​ລືກາ 21:24 ພະ​ເຍຊູ​ກ່າວ​ວ່າ “ເມືອງ​ເຢຣຶຊາເລມ​ຈະ​ເປັນ​ທີ່​ຢຽບ​ເສຍ​ດ້ວຍ​ຕີນ​ພວກ​ຕ່າງ​ປະເທດ​ຈົນ​ເຖິງ​ເວລາ​ກຳນົດ​ຂອງ​ພວກ​ຕ່າງ​ປະເທດ​ນັ້ນ​ຈະ​ໄດ້​ສຳເລັດ​ແລ້ວ.” ເມືອງ​ເຢຣຶຊາເລມ​ເຄີຍ​ເປັນ​ເມືອງ​ຫຼວງ​ຂອງ​ຊາດ​ຢິວ ພ້ອມ​ທັງ​ເປັນ​ສູນ​ກາງ​ການ​ປົກຄອງ​ຂອງ​ກະສັດ​ອົງ​ຕ່າງໆໃນ​ລາຊະວົງ​ຂອງ​ກະສັດ​ດາວິດ. (ຄຳເພງ 48:1, 2) ແນວ​ໃດ​ກໍ​ຕາມ ກະສັດ​ເຫຼົ່າ​ນີ້​ບໍ່​ຄື​ກັບ​ບັນດາ​ຜູ້​ນຳ​ຂອງ​ຊາດ​ອື່ນໆ. ກະສັດ​ເຫຼົ່າ​ນີ້​ນັ່ງ​ເທິງ “ພະ​ທີ່​ນັ່ງ​ຂອງ​ພະ​ເຢໂຫວາ” ໃນ​ຖານະ​ເປັນ​ຕົວ​ແທນ​ຂອງ​ພະເຈົ້າ. (1 ຂ່າວຄາວ 29:23) ດ້ວຍ​ເຫດ​ນີ້ ເມືອງ​ເຢຣຶຊາເລມ​ຈຶ່ງ​ເປັນ​ສັນຍະລັກ​ໝາຍ​ເຖິງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.

ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ຖືກ “ຢຽບ​ເສຍ​ດ້ວຍ​ຕີນ​ພວກ​ຕ່າງ​ປະເທດ” ໂດຍ​ວິທີ​ໃດ​ແລະ​ເມື່ອ​ໃດ? ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ປີ 607 ກ່ອນ ສ.ສ. ຕອນ​ທີ່​ຊາວ​ບາບີໂລນ​ພິຊິດ​ເມືອງ​ເຢຣຶຊາເລມ. ບໍ່​ມີ​ໃຜ​ນັ່ງ​ເທິງ “ພະ​ທີ່​ນັ່ງ​ຂອງ​ພະ​ເຢໂຫວາ” ແລະ​ລາຊະວົງ​ຂອງ​ກະສັດ​ທີ່​ສືບ​ເຊື້ອ​ສາຍ​ມາ​ຈາກ​ດາວິດ​ຖືກ​ຂັດ​ຈັງຫວະ. (2 ກະສັດ 25:1-26) ການ “ຢຽບ” ນີ້​ຈະ​ດຳເນີນ​ໄປ​ຕະຫຼອດ​ການ​ບໍ? ບໍ່​ແມ່ນ ເພາະ​ຄຳ​ພະຍາກອນ​ຂອງ​ເອເຊກຽນ​ໄດ້​ກ່າວ​ເຖິງ​ເຊເດເຊຍເຊ​ກະສັດ​ອົງ​ສຸດ​ທ້າຍ​ຂອງ​ເຢຣຶຊາເລມ​ວ່າ “ຈົ່ງ​ຖອດ​ແພ​ຄຽນ​ຫົວ ຈົ່ງ​ເອົາ​ກະໂຈມ​ອອກ​ໄປ. . . . ສິ່ງ​ນີ້​ທັງ​ມວນ​ຈະ​ບໍ່​ເປັນ​ຕໍ່​ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ການ​ຕັດສິນ [“ສິດ,” ລ.ມ.] ອັນ​ຊອບທຳ​ຈະ​ສະເດັດ​ມາ ແລະ​ເຮົາ​ຈະ​ຍົກ​ສິ່ງ​ນັ້ນ​ໃຫ້​ຜູ້​ນັ້ນ.” (ເອເຊກຽນ 21:26, 27) ຜູ້​ທີ່ “ມີ​ສິດ​ອັນ​ຊອບທຳ” ທີ່​ຈະ​ໄດ້​ຮັບ​ມົງກຸດ​ຂອງ​ດາວິດ​ແມ່ນ​ພະ​ຄລິດ​ເຍຊູ. (ລືກາ 1:32, 33) ດັ່ງ​ນັ້ນ ການ “ຢຽບ” ຈະ​ສິ້ນ​ສຸດ​ລົງ​ເມື່ອ​ພະ​ເຍຊູ​ເປັນ​ກະສັດ.

ເຫດການ​ທີ່​ສຳຄັນ​ນີ້​ເກີດ​ຂຶ້ນ​ຕອນ​ໃດ? ພະ​ເຍຊູ​ຊີ້​ແຈງ​ວ່າ​ພວກ​ຕ່າງ​ປະເທດ​ຈະ​ປົກຄອງ​ຕະຫຼອດ​ໄລຍະ​ເວລາ​ໜຶ່ງ​ທີ່​ມີ​ການ​ກຳນົດ​ໄວ້. ເລື່ອງ​ໃນ​ພະທຳ​ດານຽນ​ບົດ​ທີ 4 ເປັນ​ລູກ​ກະແຈ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ໄລຍະ​ເວລາ​ນັ້ນ​ດົນ​ປານ​ໃດ. ເລື່ອງ​ນັ້ນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຝັນ​ທີ່​ມີ​ລັກສະນະ​ເປັນ​ຄຳ​ພະຍາກອນ​ທີ່​ເນບຶກາດເນດຊາຣ​ກະສັດ​ຂອງ​ປະເທດ​ບາບີໂລນ​ໄດ້​ຝັນ. ລາວ​ໄດ້​ເຫັນ​ຕົ້ນ​ໄມ້​ໃຫຍ່​ຕົ້ນ​ໜຶ່ງ​ຖືກ​ປ້ຳ​ລົງ. ຕໍ​ຂອງ​ຕົ້ນ​ໄມ້​ນັ້ນ​ບໍ່​ສາມາດ​ປົ່ງ​ຂຶ້ນ​ໃໝ່​ໄດ້​ເພາະ​ມີ​ປອກ​ເຫຼັກ​ແລະ​ປອກ​ທອງແດງ​ຮັດ​ໄວ້. ທູດ​ສະຫວັນ​ອົງ​ໜຶ່ງ​ປະກາດ​ວ່າ “ໃຫ້​ມີ​ຍາມ​ທັງ​ເຈັດ ກາຍ​ໄປ​ເທິງ​ມັນ.”—ດານຽນ 4:10-16.

ໃນ​ພະ​ຄຳພີ ບາງ​ເທື່ອ​ມີ​ການ​ໃຊ້​ຕົ້ນ​ໄມ້​ເພື່ອ​ໝາຍ​ເຖິງ​ການ​ປົກຄອງ. (ເອເຊກຽນ 17:22-24; 31:2-5) ດັ່ງ​ນັ້ນ ການ​ປ້ຳ​ຕົ້ນ​ໄມ້​ໂດຍ​ໄນ​ຈຶ່ງ​ເປັນ​ສັນຍະລັກ​ທີ່​ສະແດງ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເຊິ່ງ​ມີ​ກະສັດ​ທີ່​ຢູ່​ເມືອງ​ເຢຣຶຊາເລມ​ເປັນ​ຕົວ​ແທນ​ນັ້ນ​ຈະ​ຖືກ​ຂັດ​ຈັງຫວະ. ແຕ່​ຄວາມ​ຝັນ​ນັ້ນ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ “ເມືອງ​ເຢຣຶຊາເລມ​ຈະ​ເປັນ​ທີ່​ຢຽບ​ເສຍ” ໃນ​ເວລາ​ຊົ່ວຄາວ ນັ້ນ​ຄື​ໄລຍະ​ເວລາ “ຍາມ​ທັງ​ເຈັດ.” ໄລຍະ​ເວລາ​ນີ້​ດົນ​ປານ​ໃດ?

ຄຳປາກົດ 12:6, 14 ຊີ້​ແຈງ​ວ່າ​ສາມ​ຍາມ​ເຄິ່ງ​ເທົ່າ​ກັບ “1.260 ວັນ.” ດັ່ງ​ນັ້ນ “ຍາມ​ທັງ​ເຈັດ” ຈະ​ດົນ​ສອງ​ທົບ ຫຼື 2.520 ວັນ. ແຕ່​ເມື່ອ 2.520 ວັນ​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ເມືອງ​ເຢຣຶຊາເລມ​ຖືກ​ພິຊິດ ພວກ​ຕ່າງ​ປະເທດ​ກໍ​ຍັງ​ບໍ່​ເຊົາ “ຢຽບ” ການ​ປົກຄອງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ​ຈຶ່ງ​ເຫັນ​ໄດ້​ແຈ້ງ​ວ່າ​ຄຳ​ພະຍາກອນ​ນີ້​ລວມ​ເອົາ​ໄລຍະ​ເວລາ​ທີ່​ດົນ​ກວ່າ​ນັ້ນ​ຫຼາຍ. ໂດຍ​ອີງ​ຕາມ​ຈົດເຊັນບັນຊີ 14:34 ແລະ​ເອເຊກຽນ 4:6 ເຊິ່ງ​ກ່າວ​ເຖິງ “ວັນ​ໜຶ່ງ​ໃຊ້​ຕາງ​ປີ​ໜຶ່ງ” “ຍາມ​ທັງ​ເຈັດ” ຈະ​ກິນ​ເວລາ 2.520 ປີ.

ເວລາ 2.520 ປີ​ເລີ່ມ​ຕົ້ນ​ໃນ​ເດືອນ​ຕຸລາ ປີ 607 ກ່ອນ ສ.ສ. ຕອນ​ທີ່​ຊາວ​ບາບີໂລນ​ພິຊິດ​ເມືອງ​ເຢຣຶຊາເລມ​ແລະ​ກະສັດ​ໃນ​ລາຊະວົງ​ຂອງ​ດາວິດ​ຖືກ​ຖອດ​ຖອນ​ອອກ​ຈາກ​ບັນລັງ. ໄລຍະ​ເວລາ​ນັ້ນ​ສິ້ນ​ສຸດ​ໃນ​ເດືອນ​ຕຸລາ ປີ 1914. ໃນ​ຕອນ​ນັ້ນ “ເວລາ​ກຳນົດ​ຂອງ​ພວກ​ຕ່າງ​ປະເທດ” ສິ້ນ​ສຸດ​ລົງ​ແລະ​ພະ​ເຍຊູ​ຄລິດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ.a—ຄຳເພງ 2:1-6; ດານຽນ 7:13, 14.

ດັງ​ທີ່​ພະ​ເຍຊູ​ໄດ້​ພະຍາກອນ​ໄວ້ ການ “ປະທັບ” ຂອງ​ພະອົງ​ຖານະ​ເປັນ​ກະສັດ​ທາງ​ພາກ​ສະຫວັນ​ຈະ​ເຫັນ​ໄດ້​ຊັດເຈນ​ຈາກ​ເຫດການ​ຕ່າງໆຂອງ​ໂລກ​ເຊັ່ນ ສົງຄາມ ຄວາມ​ອຶດຢາກ ແຜ່ນດິນ​ໄຫວ ໂລກ​ລະ​ບາດ. (ມັດທາຍ 24:3-8, ລ.ມ.; ລືກາ 21:11) ເຫດການ​ດັ່ງ​ກ່າວ​ເປັນ​ຫຼັກ​ຖານ​ທີ່​ເຊື່ອ​ຖື​ໄດ້​ສຳລັບ​ຄວາມ​ເປັນ​ຈິງ​ທີ່​ວ່າ ມີ​ການ​ຕັ້ງ​ລາຊະອານາຈັກ​ຂຶ້ນ​ໃນ​ປີ 1914 ຢ່າງ​ແທ້​ຈິງ ແລະ “ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ຊົ່ວ​ໃນ​ປັດຈຸບັນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ​ນັ້ນ​ເອງ.—2 ຕີໂມເຕ 3:1-5, ລ.ມ.

ແຜນພູມ: ຍາມທັງເຈັດ ແລະເວລາກຳນົດຂອງພວກຕ່າງປະເທດ. ເມື່ອຄິດໄລ່ເຊິ່ງນັບຕັ້ງແຕ່ເມືອງເຢຣຶຊາເລມຖືກພິຊິດຈົນເຖິງ 2520 ປີສິ້ນສຸດກໍຕົກໃນເດືອນຕຸລາປີ 1914 ພໍດີ

a ຕັ້ງ​ແຕ່​ເດືອນ​ຕຸລາ ປີ 607 ກ່ອນ ສ.ສ. ເຖິງ​ເດືອນ​ຕຸລາ ປີ 1 ກ່ອນ ສ.ສ. ເປັນ​ເວລາ 606 ປີ. ເນື່ອງ​ຈາກ​ບໍ່​ມີ​ປີ​ສູນ ຕັ້ງ​ແຕ່​ເດືອນ​ຕຸລາ ປີ 1 ກ່ອນ ສ.ສ. ເຖິງ​ເດືອນ​ຕຸລາ ປີ 1914 ສ.ສ. ຈຶ່ງ​ເປັນ​ເວລາ 1.914 ປີ. ເມືອ​ເອົາ 606 ປີ​ບວກ​ກັບ 1.914 ປີ ກໍ​ຈະ​ໄດ້ 2.520 ປີ. ສຳລັບ​ຂໍ້​ມູນ​ເລື່ອງ​ເມືອງ​ເຢຣຶຊາເລມ​ຖືກ​ພິຊິດ​ໃນ​ປີ 607 ກ່ອນ ສ.ສ. ຂໍ​ໃຫ້​ເບິ່ງ​ຫົວ​ຂໍ້​ເລື່ອງ “ການ​ຄິດ​ໄລ່​ເວລາ” ໃນ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ (ພາສາ​ອັງກິດ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌