ເພງທີ 68
ການຫວ່ານເມັດລາຊະອານາຈັກ
1. ໃຫ້ເຮົາມາຮ່ວມກັນເຮັດວຽກຂອງນາຍ
ໂດຍຮັບເອົາຄຳເຊີນແລະເຊື່ອຟັງ
ທ່ານເຕັມໃຈມາຊ່ວຍແລະຊີ້ນຳເຮົາ
ທ່ານສອນເຮົາດ້ວຍການວາງແບບຢ່າງ
ເມັດຂອງຄວາມຈິງນັ້ນມີພະລັງເກີດຜົນ
ໃນຫົວໃຈຂອງຄົນຜູ້ຊອບທຳ
ດັ່ງນັ້ນໃຫ້ເຈົ້າເຮັດຢ່າງສັດຊື່ສຸດກຳລັງ
ໃນວຽກທີ່ເຈົ້າໄດ້ຮັບການມອບໝາຍ
2. ວຽກທີ່ເຈົ້າເຮັດນັ້ນເກີດຜົນເທົ່າໃດ
ຂຶ້ນຢູ່ກັບຄວາມພາກພຽນຂອງເຈົ້າ
ຜູ້ທີ່ຟັງຂ່າວດີຖ້າໃຫ້ເຈົ້າຊ່ວຍ
ເພື່ອເຂົາຈະໄດ້ຮຽນແລະເຂົ້າໃຈ
ຊ່ວຍເຂົາຮັກຄວາມຈິງໃຫ້ເຂົາເຊົາສົງໄສ
ສູ້ກັບບັນຫາດ້ວຍຄວາມໝັ້ນໃຈ
ເຈົ້າຈະມີຄວາມສຸກທີ່ເຫັນເມັດແຫ່ງຄວາມຈິງ
ເຕີບໃຫຍ່ຂຶ້ນໃນຫົວໃຈຂອງພວກເຂົາ
(ເບິ່ງຕື່ມ ມັດ. 13:19-23; 22:37)