ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ປະກາດໃນເຂດທຸລະກິດ
ເປັນຫຍັງຈຶ່ງສຳຄັນ? ເນື່ອງຈາກຜູ້ຄົນສ່ວນຫຼາຍເຮັດວຽກໝົດມື້ ວິທີທີ່ດີທີ່ສຸດທີ່ຈະໃຫ້ເຂົາເຈົ້າຮູ້ຂ່າວສານເລື່ອງລາຊະອານາຈັກໄດ້ກໍໂດຍປະກາດຢູ່ບ່ອນເຮັດວຽກ. ການປະກາດໃນເຂດທຸລະກິດເຮັດໃຫ້ເຮົາມີຄວາມຍິນດີແລະເກີດຜົນໄດ້ ເພາະຜູ້ຄົນບໍ່ຄ່ອຍຢູ່ບ້ານແລະພະນັກງານຈະສຸພາບຕໍ່ຜູ້ທີ່ເປັນລູກຄ້າ. ເພື່ອໃຫ້ເກີດຜົນທີ່ດີຜູ້ປະກາດຕ້ອງມີຄວາມສັງເກດເຂົ້າໃຈທີ່ດີແລະແຕ່ງຕົວສຸພາບຮຽບຮ້ອຍ. (2 ໂກ. 6:3) ແນວໃດກໍຕາມ ຜູ້ດູແລການຮັບໃຊ້ຄວນກວດສອບໃຫ້ດີວ່າຈະປະກາດໃນເຂດທຸລະກິດເລື້ອຍສ່ຳໃດແລະໃຜຈະໄປປະກາດໃນເຂດນັ້ນ.
ລອງເຮັດໃນເດືອນນີ້:
ໃນການນະມັດສະການປະຈຳຄອບຄົວຄັ້ງຕໍ່ໄປ ລອງຝຶກຊ້ອມກຽມການສະເໜີສັ້ນໆເພື່ອໃຊ້ໃນກໍລະນີທີ່ເຈົ້າຖືກເຊີນໃຫ້ໄປປະກາດຢູ່ໃນເຂດທຸລະກິດ.