ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 3 ໜ້າ 27-36
  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຕົ້ນ​ກຳເນີດ​ຂອງ​ສັດຕູ
  • ໃຜ​ປົກຄອງ​ໂລກ​ນີ້?
  • ວິທີ​ທີ່​ໂລກ​ຂອງ​ຊາຕານ​ຈະ​ຖືກ​ກຳຈັດ​ອອກ​ໄປ
  • ໂລກ​ໃໝ່​ໃກ້​ເຂົ້າ​ມາ​ແລ້ວ!
  • ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ຫຼາຍ​ແທ້?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຈົ່ງ​ຮູ້​ຈັກ​ສັດຕູ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 3 ໜ້າ 27-36

ບົດ​ທີ​ສາມ

ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?

  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ມະນຸດ?

  • ພະເຈົ້າ​ຖືກ​ທ້າທາຍ​ແນວ​ໃດ?

  • ໃນ​ອະນາຄົດ ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ຈະ​ເປັນ​ແນວ​ໃດ?

1. ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?

ຈຸດ​ປະສົງ​ຂອງ​ພະເຈົ້າ​ຕໍ່​ແຜ່ນດິນ​ໂລກ​ວິເສດ​ແທ້ໆ. ພະ​ເຢໂຫວາ​ຢາກ​ໃຫ້​ແຜ່ນດິນ​ໂລກ​ເຕັມ​ດ້ວຍ​ມະນຸດ​ທີ່​ມີ​ຄວາມ​ສຸກ​ແລະ​ມີ​ສຸຂະພາບ​ແຂງແຮງ. ຄຳພີ​ໄບເບິນ​ບອກ​ວ່າ “ພະເຈົ້າ​ໄດ້​ປູກ​ຝັງ​ສວນ​ໜຶ່ງ​ໄວ້​ຢູ່​ໃນ​ບ່ອນ​ຊື່​ເອເດນ” ທີ່​ມີ “ຜົນລະໄມ້​ທຸກ​ຢ່າງ​ທີ່​ຊອບ​ຕາ​ແລະ​ໃຊ້​ເປັນ​ອາຫານ​ກິນ . . . ໃຫ້​ງອກ​ປົ່ງ​ຂຶ້ນ​ຈາກ​ດິນ.” ພາຍ​ຫຼັງ​ທີ່​ພະເຈົ້າ​ໄດ້​ສ້າງ​ຊາຍ​ຍິງ​ຄູ່​ທຳອິດ​ເຊິ່ງ​ແມ່ນ​ອາດາມ​ແລະ​ເອວາ ພະອົງ​ໄດ້​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ບ້ານ​ທີ່​ສວຍ​ງາມ​ນັ້ນ​ແລະ​ບອກ​ເຂົາ​ເຈົ້າ​ວ່າ “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ ແລະ​ຈົ່ງ​ບັງຄັບ​ແຜ່ນດິນ​ໂລກ.” (ຕົ້ນເດີມ 1:28; 2:8, 9, 15) ດັ່ງ​ນັ້ນ​ແມ່ນ​ໃຈ​ປະສົງ​ຂອງ​ພະເຈົ້າ​ທີ່​ຈະ​ໃຫ້​ມະນຸດ​ມີ​ລູກ​ມີ​ຫຼານ ຂະຫຍາຍ​ບ້ານ​ທີ່​ເປັນ​ສວນ​ນັ້ນ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ​ແລະ​ເອົາໃຈໃສ່​ເບິ່ງ​ແຍງ​ສັດ​ຕ່າງໆ.

2. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຈຸດ​ປະສົງ​ຂອງ​ພະເຈົ້າ​ຕໍ່​ແຜ່ນດິນ​ໂລກ​ຈະ​ສຳເລັດ​ເປັນ​ຈິງ? (ຂ) ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ທີ່​ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ?

2 ເຈົ້າ​ຄິດ​ວ່າ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ທີ່​ຢາກ​ໃຫ້​ມະນຸດ​ຊາດ​ມີ​ຊີວິດ​ໃນ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ​ຈະ​ເປັນ​ເລື່ອງ​ຈິງ​ໄດ້​ບໍ? ພະເຈົ້າ​ປະກາດ​ວ່າ “ເຮົາ​ໄດ້​ບອກ​ແລ້ວ . . . ເຮົາ​ຈະ​ໃຫ້​ສຳເລັດ.” (ເອຊາອີ 46:9-11; 55:11) ແມ່ນ​ແລ້ວ ສິ່ງ​ໃດ​ທີ່​ພະເຈົ້າ​ປະສົງ ພະອົງ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ຈິງ​ຢ່າງ​ແນ່ນອນ! ພະເຈົ້າ​ກ່າວ​ວ່າ​ພະອົງ “ນິລະມິດ​ສ້າງ​ແຜ່ນດິນ​ບໍ່​ໃຊ່​ໃຫ້​ຢູ່​ເປົ່າ” ແຕ່ “ສ້າງ​ແຜ່ນດິນ​ໃຫ້​ມີ​ຊາວ​ຊົນ.” (ເອຊາອີ 45:18) ພະເຈົ້າ​ຢາກ​ໃຫ້​ຄົນ​ແບບ​ໃດ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ? ແລະ​ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ດົນ​ປານ​ໃດ? ຄຳພີ​ໄບເບິນ​ຕອບ​ວ່າ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.”—ຄຳເພງ 37:29; ຄຳປາກົດ 21:3, 4.

3. ສະພາບການ​ທີ່​ໜ້າ​ໂສກ​ເສົ້າ​ອັນ​ໃດ​ທີ່​ມີ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ປັດຈຸບັນ​ນີ້ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄຳຖາມ​ຫຍັງ?

3 ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ຈຸດ​ປະສົງ​ນີ້​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ເທື່ອ. ຕອນ​ນີ້​ຜູ້​ຄົນ​ຍັງ​ເຈັບ​ປ່ວຍ​ແລະ​ຕາຍ ແມ່ນ​ກະທັ່ງ​ຕໍ່​ສູ້​ແລະ​ຂ້າ​ຟັນ​ກັນ. ມີ​ບາງ​ສິ່ງ​ຜິດ​ພາດ​ໄປ. ແນວ​ໃດ​ກໍ​ຕາມ ແນ່ນອນ​ວ່າ​ພະເຈົ້າ​ບໍ່​ປະສົງ​ໃຫ້​ໂລກ​ນີ້​ມີ​ສະພາບ​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້! ມີ​ຫຍັງ​ເກີດ​ຂຶ້ນ? ເປັນ​ຫຍັງ​ຈຸດ​ປະສົງ​ຂອງ​ພະເຈົ້າ​ຈຶ່ງ​ບໍ່​ສຳເລັດ​ເປັນ​ຈິງ? ບໍ່​ມີ​ປຶ້ມ​ປະຫວັດສາດ​ຫົວ​ໃດ​ທີ່​ມະນຸດ​ຂຽນ​ສາມາດ​ບອກ​ເຮົາ​ໄດ້ ເພາະ​ຄວາມ​ຫຍຸ້ງຍາກ​ໄດ້​ເລີ່ມ​ຕົ້ນ​ໃນ​ສະຫວັນ.

ຕົ້ນ​ກຳເນີດ​ຂອງ​ສັດຕູ

4, 5. (ກ) ທີ່​ຈິງ​ແລ້ວ​ໃຜ​ເວົ້າ​ກັບ​ເອວາ​ຜ່ານ​ທາງ​ງູ? (ຂ) ຄົນ​ທີ່​ເຄີຍ​ມີ​ສິນລະທຳ​ແລະ​ສັດ​ຊື່​ອາດ​ກາຍ​ເປັນ​ຄົນ​ຂີ້​ລັກ​ໄດ້​ແນວ​ໃດ?

4 ພະທຳ​ທຳອິດ​ຂອງ​ຄຳພີ​ໄບເບິນ​ບອກ​ເລື່ອງ​ຜູ້​ຕໍ່​ຕ້ານ​ພະເຈົ້າ​ທີ່​ໄດ້​ປາກົດ​ຕົວ​ໃນ​ສວນ​ເອເດນ. ຜູ້​ຕໍ່​ຕ້ານ​ຖືກ​ເອີ້ນ​ວ່າ “ງູ” ແຕ່​ວ່າ​ມັນ​ບໍ່​ແມ່ນ​ງູ​ແທ້ໆ. ພະທຳ​ສຸດ​ທ້າຍ​ຂອງ​ຄຳພີ​ໄບເບິນ​ບອກ​ວ່າ​ມັນ​ເປັນ “ເດຍໂບໂລ [“ພະຍາມານ,” ທ.ປ.] ແລະ​ຊາຕານ​ທີ່​ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ.” ມັນ​ຍັງ​ຖືກ​ເອີ້ນ​ວ່າ​ເປັນ “ງູ​ບູຮານ.” (ຕົ້ນເດີມ 3:1; ຄຳປາກົດ 12:9) ທູດ​ສະຫວັນ​ທີ່​ມີ​ລິດເດດ​ຫຼື​ກາຍ​ວິນຍານ​ຕົນ​ນີ້​ທີ່​ເຮົາ​ບໍ່​ສາມາດ​ເຫັນ​ໄດ້​ໃຊ້​ງູ​ມາ​ເວົ້າ​ກັບ​ເອວາ ແບບ​ດຽວ​ກັບ​ຜູ້​ຊຳນານ​ເຊິ່ງ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ສຽງ​ຂອງ​ຕົນ​ອອກ​ມາ​ຈາກ​ຕຸກກະຕາ​ທີ່​ຢູ່​ໃກ້ໆລາວ. ແນ່ນອນ​ວ່າ​ກາຍ​ວິນຍານ​ຕົນ​ນີ້​ຢູ່​ນຳ​ຕອນ​ທີ່​ພະເຈົ້າ​ກຽມ​ແຜ່ນດິນ​ໂລກ​ໃຫ້​ມະນຸດ.—ໂຢບ 38:4, 7.

5 ເນື່ອງ​ຈາກ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ແມ່ນ​ດີ​ພ້ອມ​ທຸກ​ຢ່າງ ສະນັ້ນ​ໃຜ​ສ້າງ “ພະຍາມານ” ຜູ້​ເປັນ “ຊາຕານ”? ເວົ້າ​ງ່າຍໆກໍ​ຄື ກາຍ​ວິນຍານ​ທີ່​ມີ​ລິດເດດ​ຕົນ​ໜຶ່ງ​ເຊິ່ງ​ເປັນ​ລູກ​ຂອງ​ພະເຈົ້າ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ກາຍ​ເປັນ​ພະຍາມານ. ເລື່ອງ​ນີ້​ເປັນ​ໄປ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຍອມ​ຮັບ​ວ່າ​ໃນ​ທຸກ​ມື້​ນີ້​ຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ຄົນ​ທີ່​ມີ​ສິນລະທຳ​ແລະ​ສັດ​ຊື່ ກໍ​ອາດ​ກາຍ​ເປັນ​ຄົນ​ຂີ້​ລັກ​ໄດ້. ເລື່ອງ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ຄົນ​ນັ້ນ​ອາດ​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ທີ່​ຜິດ​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ຕົນ. ຖ້າ​ລາວ​ມີ​ແຕ່​ຄິດ​ເຖິງ​ເລື່ອງ​ນີ້ ຄວາມ​ປາຖະໜາ​ທີ່​ຜິດ​ກໍ​ອາດ​ເພີ່ມ​ຂຶ້ນ. ຈາກ​ນັ້ນ​ຖ້າ​ມີ​ໂອກາດ​ລາວ​ກໍ​ອາດ​ເຮັດ​ຕາມ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ເຊິ່ງ​ຕົນ​ເອງ​ໄດ້​ຄິດ​ນັ້ນ.—ຢາໂກໂບ 1:13-15.

6. ລູກ​ຊາຍ​ຂອງ​ພະເຈົ້າ​ຜູ້​ໜຶ່ງ​ທີ່​ເປັນ​ກາຍ​ວິນຍານ​ເຊິ່ງ​ມີ​ລິດເດດ​ໄດ້​ກາຍ​ເປັນ​ຊາຕານ​ພະຍາມານ​ແນວ​ໃດ?

6 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ຊາຕານ​ພະຍາມານ. ປາກົດ​ວ່າ​ມັນ​ໄດ້​ຍິນ​ຕອນ​ທີ່​ພະເຈົ້າ​ບອກ​ອາດາມ​ແລະ​ເອວາ​ໃຫ້​ມີ​ລູກ​ມີ​ຫຼານ​ຈົນ​ເຕັມ​ແຜ່ນດິນ​ໂລກ. (ຕົ້ນເດີມ 1:27, 28) ເປັນ​ໄປ​ໄດ້​ທີ່​ຊາຕານ​ຄິດ​ວ່າ ‘ມະນຸດ​ທັງ​ໝົດ​ນີ້​ໜ້າ​ຈະ​ນະມັດສະການ​ເຮົາ​ແທນ​ທີ່​ຈະ​ນະມັດສະການ​ພະເຈົ້າ!’ ດັ່ງ​ນັ້ນ​ຄວາມ​ປາຖະໜາ​ທີ່​ຜິດ​ໄດ້​ເກີດ​ຂຶ້ນ​ໃນ​ຫົວໃຈ​ມັນ. ໃນ​ທີ່​ສຸດ ມັນ​ໄດ້​ຫຼອກ​ເອວາ​ໂດຍ​ເວົ້າ​ຕົວະ​ກ່ຽວ​ກັບ​ພະເຈົ້າ. (ຕົ້ນເດີມ 3:1-5) ໂດຍ​ວິທີ​ນີ້​ມັນ​ຈຶ່ງ​ກາຍ​ເປັນ “ພະຍາມານ” ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ໃສ່​ຮ້າຍ​ປ້າຍ​ສີ.” ໃນ​ເວລາ​ດຽວ​ກັນ​ມັນ​ກໍ​ກາຍ​ເປັນ “ຊາຕານ” ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ຕໍ່​ຕ້ານ.”

7. (ກ) ເປັນ​ຫຍັງ​ອາດາມ​ແລະ​ເອວາ​ຈຶ່ງ​ຕາຍ? (ຂ) ເພາະ​ເຫດ​ໃດ​ລູກ​ຫຼານ​ໝົດ​ທຸກ​ຄົນ​ຂອງ​ອາດາມ​ຈຶ່ງ​ເຖົ້າ​ລົງ​ແລະ​ຕາຍ?

7 ໂດຍ​ໃຊ້​ຄຳ​ຕົວະ​ແລະ​ໃຊ້​ກົນ​ອຸບາຍ ຊາຕານ​ພະຍາມານ​ພາ​ໃຫ້​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ. (ຕົ້ນເດີມ 2:17; 3:6) ຜົນ​ກໍ​ຄື ໃນ​ທີ່​ສຸດ​ເຂົາ​ເຈົ້າ​ໄດ້​ຕາຍ ດັ່ງ​ທີ່​ພະເຈົ້າ​ໄດ້​ບອກ​ວ່າ​ພວກ​ເຂົາ​ຈະ​ຕາຍ​ຖ້າ​ບໍ່​ເຊື່ອ​ຟັງ. (ຕົ້ນເດີມ 3:17-19) ເມື່ອ​ອາດາມ​ເຮັດ​ບາບ ລາວ​ໄດ້​ກາຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ​ລູກ​ຫຼານ​ທັງ​ໝົດ​ຂອງ​ລາວ​ຈຶ່ງ​ໄດ້​ຮັບ​ບາບ​ນັ້ນ​ສືບ​ທອດ​ກັນ​ມາ. (ໂລມ 5:12) ເລື່ອງ​ນີ້​ອາດ​ທຽບ​ໄດ້​ກັບ​ໝໍ້​ເຮັດ​ເຂົ້າໜົມ​ຄົກ. ຖ້າ​ໝໍ້​ບຸ້ມ ເຂົ້າໜົມ​ຄົກ​ທຸກ​ອັນ​ທີ່​ເຮັດ​ຈາກ​ໝໍ້​ນັ້ນ​ຈະ​ເປັນ​ແນວ​ໃດ? ເຂົ້າໜົມ​ຄົກ​ແຕ່​ລະ​ອັນ​ກໍ​ຈະ​ມີ​ຮອຍ​ບຸ້ມ​ຫຼື​ມີ​ຕຳໜິ. ຄ້າຍ​ຄື​ກັນ ມະນຸດ​ແຕ່​ລະ​ຄົນ​ໄດ້​ສືບ​ທອດ​ຄວາມ​ບໍ່​ສົມບູນ​ແບບ​ຈາກ​ອາດາມ. ດ້ວຍ​ເຫດ​ນີ້​ມະນຸດ​ທຸກ​ຄົນ​ຈຶ່ງ​ເຖົ້າ​ລົງ​ແລະ​ຕາຍ.—ໂລມ 3:23.

8, 9. (ກ) ປາກົດ​ວ່າ​ຊາຕານ​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ອັນ​ໃດ? (ຂ) ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ບໍ່​ທຳລາຍ​ພວກ​ກະບົດ​ທັນທີ?

8 ເມື່ອ​ຊາຕານ​ພາ​ອາດາມ​ແລະ​ເອວາ​ໃຫ້​ເຮັດ​ບາບ​ຕໍ່​ພະເຈົ້າ ທີ່​ຈິງ​ແລ້ວ​ມັນ​ເຮັດ​ໃຫ້​ເກີດ​ມີ​ການ​ກະບົດ. ມັນ​ທ້າທາຍ​ວິທີ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ຄວາມ​ຈິງ​ແລ້ວ ຊາຕານ​ໝາຍ​ຄວາມ​ວ່າ ‘ພະເຈົ້າ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ. ພະອົງ​ເວົ້າ​ຕົວະ​ແລະ​ກີດ​ກັນ​ບໍ່​ໃຫ້​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ສິ່ງ​ທີ່​ດີ. ມະນຸດ​ບໍ່​ຈຳເປັນ​ຕ້ອງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ສາມາດ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. ເຂົາ​ເຈົ້າ​ຈະ​ສະບາຍ​ກວ່າ​ຖ້າ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຂ້ອຍ.’ ພະເຈົ້າ​ຈະ​ຈັດການ​ກັບ​ຂໍ້​ກ່າວ​ຫາ​ທີ່​ເປັນ​ການ​ດູຖູກ​ນີ້​ແນວ​ໃດ? ບາງ​ຄົນ​ຄິດ​ວ່າ​ພະເຈົ້າ​ຄວນ​ຈະ​ປະຫານ​ພວກ​ກະບົດ. ແຕ່​ວ່າ​ການ​ເຮັດ​ແນວ​ນັ້ນ​ຈະ​ຕອບ​ຂໍ້​ກ່າວ​ຫາ​ຂອງ​ຊາຕານ​ໄດ້​ບໍ? ການ​ເຮັດ​ແນວ​ນັ້ນ​ຈະ​ພິສູດ​ບໍ​ວ່າ​ວິທີ​ການ​ປົກຄອງ​ຂອງ​ພະເຈົ້າ​ຖືກຕ້ອງ?

9 ຄວາມ​ຮູ້ສຶກ​ອັນ​ສົມບູນ​ແບບ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຄວາມ​ຍຸຕິທຳ​ບໍ່​ຍອມ​ໃຫ້​ພະອົງ​ປະຫານ​ພວກ​ກະບົດ​ທັນທີ. ພະອົງ​ຕັດສິນ​ວ່າ​ຕ້ອງ​ໃຊ້​ເວລາ​ເພື່ອ​ຕອບ​ຂໍ້​ກ່າວ​ຫາ​ຂອງ​ຊາຕານ​ໃນ​ວິທີ​ທີ່​ໜ້າ​ພໍ​ໃຈ ແລະ​ເພື່ອ​ພິສູດ​ວ່າ​ພະຍາມານ​ເປັນ​ຜູ້​ຕົວະ. ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຈະ​ຍອມ​ໃຫ້​ມະນຸດ​ປົກຄອງ​ຕົນ​ເອງ​ຈັກ​ໄລຍະ​ໜຶ່ງ​ພາຍ​ໃຕ້​ການ​ຊັກ​ຈູງ​ຂອງ​ຊາຕານ. ໃນ​ບົດ​ທີ 11 ຂອງ​ປຶ້ມ​ນີ້​ຈະ​ມີ​ການ​ພິຈາລະນາ​ເຫດຜົນ​ທີ່​ພະ​ເຢໂຫວາ​ເຮັດ​ແນວ​ນັ້ນ ແລະ​ທີ່​ພະອົງ​ຍອມ​ໃຫ້​ເວລາ​ຜ່ານ​ໄປ​ດົນ​ນານ​ກ່ອນ​ທີ່​ຈະ​ຈັດການ​ກັບ​ບັນຫາ​ເຫຼົ່າ​ນີ້. ແນວ​ໃດ​ກໍ​ຕາມ ຕອນ​ນີ້​ເຮົາ​ຄວນ​ຈະ​ຄິດ​ໃນ​ເລື່ອງ​ນີ້ ເປັນ​ສິ່ງ​ຖືກຕ້ອງ​ບໍ​ທີ່​ອາດາມ​ແລະ​ເອວາ​ຈະ​ເຊື່ອ​ຊາຕານ​ທີ່​ບໍ່​ເຄີຍ​ເຮັດ​ຈັກ​ສິ່ງ​ທີ່​ດີ​ເພື່ອ​ເຂົາ​ເຈົ້າ? ເປັນ​ສິ່ງ​ຖືກຕ້ອງ​ບໍ​ທີ່​ເຂົາ​ເຈົ້າ​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຜູ້​ມອບ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ເຂົາ​ເຈົ້າ ພະອົງ​ເປັນ​ຈອມ​ຂີ້​ຕົວະ​ທີ່​ໂຫດ​ຮ້າຍ? ຄັນ​ເປັນ​ເຈົ້າ ເຈົ້າ​ຈະ​ເຮັດ​ແນວ​ໃດ?

10. ໃນ​ການ​ຕອບ​ຂໍ້​ກ່າວ​ຫາ​ຂອງ​ຊາຕານ​ເຈົ້າ​ຈະ​ຢູ່​ຝ່າຍ​ທີ່​ສະໜັບສະຫນູນ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

10 ເປັນ​ສິ່ງ​ດີ​ທີ່​ຈະ​ຄິດ​ເຖິງ​ຄຳຖາມ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ເພາະ​ໃນ​ທຸກ​ມື້​ນີ້​ພວກ​ເຮົາ​ແຕ່​ລະ​ຄົນ​ປະສົບ​ປະເດັນ​ຕ່າງໆທີ່​ຄ້າຍໆກັນ. ແມ່ນ​ແລ້ວ ເຈົ້າ​ມີ​ໂອກາດ​ຈະ​ຢູ່​ຝ່າຍ​ທີ່​ສະໜັບສະຫນູນ​ພະ​ເຢໂຫວາ​ໃນ​ການ​ຕອບ​ຂໍ້​ກ່າວ​ຫາ​ຂອງ​ຊາຕານ. ເຈົ້າ​ສາມາດ​ຍອມ​ຮັບ​ພະ​ເຢໂຫວາ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ຂອງ​ເຈົ້າ​ແລະ​ຊ່ວຍ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ. (ຄຳເພງ 73:28; ສຸພາສິດ 27:11) ເປັນ​ຕາ​ໜ້າ​ເສົ້າ​ໃຈ ມີ​ພຽງ​ຄົນ​ຈຳນວນ​ໜ້ອຍ​ໃນ​ທ່າມກາງ​ຫຼາຍ​ພັນ​ລ້ານ​ຄົນ​ໃນ​ໂລກ​ນີ້​ທີ່​ຕັດສິນ​ໃຈ​ແບບ​ນັ້ນ. ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ເກີດ​ຄຳຖາມ​ທີ່​ສຳຄັນ​ທີ່​ວ່າ​ຄຳພີ​ໄບເບິນ​ສອນ​ແທ້ໆບໍ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້?

ໃຜ​ປົກຄອງ​ໂລກ​ນີ້?

ມືຂອງຊາຕານທີ່ກຳລັງສະເໜີສິດອຳນາດແລະລາຊະອານາຈັກຕ່າງໆໃນໂລກນີ້ໃຫ້ແກ່ພະເຍຊູ

ຖ້າ​ຊາຕານ​ບໍ່​ແມ່ນ​ເຈົ້າ​ຂອງ ປະເທດ​ທັງ​ໝົດ​ໃນ​ໂລກ​ນີ້ ມັນ​ຈະ​ສະເໜີ ໃຫ້​ພະ​ເຍຊູ​ໄດ້​ແນວ​ໃດ?

11, 12. (ກ) ການ​ລໍ້​ໃຈ​ພະ​ເຍຊູ​ເປີດ​ເຜີຍ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້? (ຂ) ມີ​ສິ່ງ​ໃດ​ອີກ​ທີ່​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້?

11 ປາກົດ​ວ່າ​ພະ​ເຍຊູ​ຍອມ​ຮັບ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້. ດ້ວຍ​ວິທີ​ທີ່​ອັດສະຈັນ​ບາງ​ຢ່າງ ຄັ້ງ​ໜຶ່ງ​ຊາຕານ​ໄດ້​ສະແດງ​ໃຫ້​ພະ​ເຍຊູ​ເຫັນ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ທັງ​ຫຼາຍ​ແຫ່ງ​ໂລກ​ກັບ​ລັດສະໝີ​ຂອງ​ແຜ່ນດິນ​ນັ້ນ.” ຈາກ​ນັ້ນ​ຊາຕານ​ໄດ້​ສັນຍາ​ກັບ​ພະ​ເຍຊູ​ວ່າ “ສິ່ງ​ທັງ​ຫຼາຍ​ນີ້​ເຮົາ​ຈະ​ໃຫ້​ແກ່​ພະອົງ​ທັງ​ໝົດ​ຖ້າ​ພະອົງ​ຈະ​ນົບ​ນ້ອມ​ຕົວ​ລົງ​ແລະ​ຂາບ​ໄຫວ້​ເຮົາ.” (ມັດທາຍ 4:8, 9; ລືກາ 4:5, 6) ຂໍ​ໃຫ້​ລອງ​ຄຶດ​ເບິ່ງ​ດູ ຖ້າ​ຊາຕານ​ບໍ່​ແມ່ນ​ຜູ້​ປົກຄອງ​ຂອງ​ປະເທດ​ເຫຼົ່າ​ນີ້ ການ​ເອົາ​ມາ​ສະເໜີ​ແບບ​ນີ້​ຈະ​ເປັນ​ຕາ​ລໍ້​ໃຈ​ພະ​ເຍຊູ​ບໍ? ພະ​ເຍຊູ​ບໍ່​ໄດ້​ປະຕິເສດ​ວ່າ​ລັດຖະບານ​ທັງ​ໝົດ​ໃນ​ໂລກ​ນີ້​ບໍ່​ແມ່ນ​ຂອງ​ຊາຕານ. ພະ​ເຍຊູ​ຄົງ​ຈະ​ປະຕິເສດ​ແນ່ນອນ ຖ້າ​ຫາກ​ວ່າ​ຊາຕານ​ບໍ່​ໄດ້​ເປັນ​ຜູ້​ບົງການ​ຢູ່​ເບື້ອງ​ຫຼັງ​ລັດຖະບານ​ທັງ​ໝົດ​ເຫຼົ່າ​ນີ້.

12 ແນ່ນອນ ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ ເປັນ​ຜູ້​ສ້າງ​ເອກະພົບ​ທີ່​ມະຫັດສະຈັນ. (ຄຳປາກົດ 4:11) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຫຼື​ພະ​ເຍຊູ​ຄລິດ​ເປັນ​ຜູ້​ປົກຄອງ​ໂລກ​ນີ້. ທີ່​ຈິງ ພະ​ເຍຊູ​ກ່າວ​ເຖິງ​ຊາຕານ​ໂດຍ​ສະເພາະ​ເຈາະ​ຈົງ​ວ່າ​ເປັນ “ເຈົ້ານາຍ​ແຫ່ງ​ໂລກ​ນີ້.” (ໂຢຮັນ 12:31; 14:30, 16:11) ຄຳພີ​ໄບເບິນ​ແມ່ນ​ແຕ່​ເອີ້ນ​ຊາຕານ​ພະຍາມານ​ວ່າ​ເປັນ “ພະ​ຂອງ​ໂລກ​ນີ້.” (2 ໂກລິນໂທ 4:3, 4) ອັກຄະ​ສາວົກ​ໂຢຮັນ​ທີ່​ເປັນ​ຄລິດສະຕຽນ​ຂຽນ​ກ່ຽວ​ກັບ​ຜູ້​ຕໍ່​ຕ້ານ​ຜູ້​ນີ້​ຫຼື​ຊາຕານ​ວ່າ “ມະນຸດສະໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ.”—1 ໂຢຮັນ 5:19.

ວິທີ​ທີ່​ໂລກ​ຂອງ​ຊາຕານ​ຈະ​ຖືກ​ກຳຈັດ​ອອກ​ໄປ

13. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ໂລກ​ໃໝ່?

13 ໃນ​ຂະນະ​ທີ່​ເວລາ​ຜ່ານ​ໄປ​ແຕ່​ລະ​ປີ ໂລກ​ນີ້​ກາຍ​ເປັນ​ສະຖານ​ທີ່​ທີ່​ແຮ່ງ​ນັບ​ມື້​ແຮ່ງ​ນັບ​ອັນຕະລາຍ. ໂລກ​ນີ້​ເຕັມ​ໄປ​ດ້ວຍ​ກອງ​ທະຫານ​ທີ່​ສູ້​ຮົບ​ກັນ ນັກ​ການ​ເມືອງ​ທີ່​ບໍ່​ສັດ​ຊື່ ຜູ້​ນຳ​ສາສະໜາ​ທີ່​ຫຼອກ​ລວງ ແລະ​ພວກ​ອາດຊະຍາກອນ​ທີ່​ໂຫດ​ຫ້ຽມ. ມັນ​ບໍ່​ມີ​ທາງ​ທີ່​ຈະ​ປ່ຽນ​ແປງ​ໂລກ​ນີ້​ໃຫ້​ດີ​ຂຶ້ນ. ຄຳພີ​ໄບເບິນ​ເປີດ​ເຜີຍ​ວ່າ​ເວລາ​ທີ່​ພະເຈົ້າ​ຈະ​ກຳຈັດ​ໂລກ​ຊົ່ວ​ໃນ​ສົງຄາມ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ. ສົງຄາມ​ນີ້​ຈະ​ກຽມ​ທາງ​ໄວ້​ໃຫ້​ໂລກ​ໃໝ່​ທີ່​ຊອບທຳ.—ຄຳປາກົດ 16:14-16.

14. ພະເຈົ້າ​ໄດ້​ເລືອກ​ໃຜ​ໃຫ້​ເປັນ​ຜູ້​ປົກຄອງ​ລາຊະອານາຈັກ​ຂອງ​ພະອົງ ແລະ​ເລື່ອງ​ນີ້​ມີ​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ແນວ​ໃດ?

14 ພະ​ເຢໂຫວາ​ພະເຈົ້າ​ໄດ້​ເລືອກ​ພະ​ເຍຊູ​ຄລິດ​ໃຫ້​ເປັນ​ຜູ້​ປົກຄອງ​ໃນ​ລາຊະອານາຈັກ​ຫຼື​ລັດຖະບານ​ທາງ​ພາກ​ສະຫວັນ​ຂອງ​ພະອົງ. ຄຳພີ​ໄບເບິນ​ໄດ້​ບອກ​ລ່ວງ​ໜ້າ​ດົນ​ນານ​ມາ​ແລ້ວ​ວ່າ “ເດັກ​ນ້ອຍ​ອົງ​ໜຶ່ງ​ໄດ້​ເກີດ​ມາ​ສຳລັບ​ພວກ​ເຮົາ ລູກ​ຊາຍ​ອົງ​ໜຶ່ງ​ກໍ​ປະທານ​ໃຫ້​ແກ່​ພວກ​ເຮົາ ແລະ​ການ​ສະເຫວີຍ​ລາດ​ຈະ​ຕັ້ງ​ຢູ່​ບ່າ​ຂອງ​ພະອົງ ແລະ​ເຂົາ​ຈະ​ເອີ້ນ​ຊື່​ພະອົງ​ວ່າ ‘ . . . ພະອົງ​ເຈົ້າ​ແຫ່ງ​ຄວາມ​ສຸກ​ສຳລານ.’ ພະ​ລາຊະອານາຈັກ​ຂອງ​ພະອົງ​ກັບ​ຄວາມ​ສຸກ​ສຳລານ​ຈະ​ບໍ່​ມີ​ສິ້ນ​ສຸດ.” (ເອຊາອີ 9:6, 7) ກ່ຽວ​ກັບ​ລັດຖະບານ​ນີ້​ພະ​ເຍຊູ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ວ່າ “ຂໍ​ໃຫ້​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” (ມັດທາຍ 6:10) ດັ່ງ​ທີ່​ເຮົາ​ຈະ​ໄດ້​ເຫັນ​ຕໍ່​ໄປ​ໃນ​ປຶ້ມ​ນີ້ ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ກຳຈັດ​ການ​ປົກຄອງ​ທັງ​ໝົດ​ຂອງ​ໂລກ​ນີ້​ແລະ​ຈະ​ເຂົ້າ​ມາ​ປົກຄອງ​ແທນ. (ດານຽນ 2:44) ຈາກ​ນັ້ນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ອຸທິຍານ.

ໂລກ​ໃໝ່​ໃກ້​ເຂົ້າ​ມາ​ແລ້ວ!

ໃນໂລກໃໝ່ ຜູ້ຄົນກຳລັງຮ້ອງເພງ ຫຼິ້ນດົນຕີ ແລະມ່ວນຊື່ນກັບຊີວິດ

15. “ແຜ່ນດິນ​ໂລກ​ໃໝ່” ໝາຍ​ເຖິງ​ຫຍັງ?

15 ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ “ຕາມ​ຄຳ​ປະຕິຍານ​ຂອງ [ພະເຈົ້າ] ເຮົາ​ທັງ​ຫຼາຍ​ຄອຍ​ຖ້າ​ຟ້າ​ອາກາດ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຢູ່​ທີ່​ນັ້ນ​ຄວາມ​ຊອບທຳ​ຕັ້ງ​ຢູ່.” (2 ເປໂຕ 3:13; ເອຊາອີ 65:17) “ແຜ່ນດິນ​ໂລກ” ນັ້ນ​ໝາຍ​ເຖິງ​ຜູ້​ຄົນ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ. ດັ່ງ​ນັ້ນ “ແຜ່ນດິນ​ໂລກ​ໃໝ່” ທີ່​ຊອບທຳ​ກໍ​ຄື​ສັງຄົມ​ມະນຸດ​ທີ່​ພະເຈົ້າ​ຍອມ​ຮັບ​ເອົາ.

16. ອັນ​ໃດ​ເປັນ​ຂອງ​ຂວັນ​ລ້ຳ​ຄ່າ​ທີ່​ພະເຈົ້າ​ຈະ​ມອບ​ໃຫ້​ແກ່​ຜູ້​ທີ່​ພະອົງ​ຍອມ​ຮັບ​ເອົາ ແລະ​ເພື່ອ​ຈະ​ໄດ້​ຮັບ​ເຮົາ​ຕ້ອງ​ເຮັດ​ຫຍັງ?

16 ພະ​ເຍຊູ​ສັນຍາ​ວ່າ​ໃນ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ເຖິງ ຜູ້​ທີ່​ພະເຈົ້າ​ຍອມ​ຮັບ​ຈະ​ໄດ້​ຮັບ “ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ” ເປັນ​ຂອງ​ຂວັນ. (ມາລະໂກ 10:30) ຂໍ​ໃຫ້​ເປີດ​ຄຳພີ​ໄບເບິນ​ໄປ​ໂຢຮັນ 3:16 ແລະ​ໂຢຮັນ 17:3 ແລະ​ອ່ານ​ສິ່ງ​ທີ່​ພະ​ເຍຊູ​ບອກ​ໃຫ້​ເຮົາ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ພະ​ພອນ​ຕ່າງໆຈາກ​ຄຳພີ​ໄບເບິນ​ເຊິ່ງ​ຜູ້​ທີ່​ເໝາະ​ສົມ​ກັບ​ຂອງ​ຂວັນ​ອັນ​ວິເສດ​ສຸດ​ຈາກ​ພະເຈົ້າ​ຈະ​ໄດ້​ຮັບ​ໃນ​ອຸທິຍານ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ເຊິ່ງ​ກຳລັງ​ຈະ​ມາ​ເຖິງ.

17, 18. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ປອດໄພ​ທົ່ວ​ແຜ່ນດິນ​ໂລກ?

17 ຄວາມ​ຊົ່ວ​ຮ້າຍ ສົງຄາມ ອາດຊະຍາກຳ ແລະ​ຄວາມ​ຮຸນແຮງ​ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ. “ຄົນ​ຮ້າຍ​ຈະ​ບໍ່​ຢູ່​ຕໍ່​ໄປ . . . ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ຈະ​ມີ​ແຜ່ນດິນ​ໄວ້.” (ຄຳເພງ 37:10, 11) ຈະ​ມີ​ຄວາມ​ສະຫງົບ​ສຸກ​ເພາະ ‘ພະເຈົ້າ​ຈະ​ໂຜດ​ໃຫ້​ການ​ເສິກ​ທັງ​ຫຼາຍ​ເຊົາ​ຈົນ​ທີ່​ສຸດ​ແຜ່ນດິນ​ໂລກ.’ (ຄຳເພງ 46:9; ເອຊາອີ 2:4) ຈາກ​ນັ້ນ “ຄົນ​ຊອບທຳ​ຈະ​ຊື່ນ​ບານ​ຈຳເລີນ​ຂຶ້ນ​ແລະ​ຈະ​ມີ​ຄວາມ​ສຸກ​ສຳລານ​ອັນ​ບໍລິບູນ​ຈົນ​ບໍ່​ມີ​ເດືອນ​ຕໍ່​ໄປ”—ແລະ​ນັ້ນ​ໝາຍ​ຄວາມ​ວ່າ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຕະຫຼອດ​ໄປ!—ຄຳເພງ 72:7.

18 ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ຈະ​ຢູ່​ດ້ວຍ​ຄວາມ​ປອດໄພ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຕາບ​ໃດ​ທີ່​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ປອດໄພ. (ພວກເລວີ 25:18, 19) ຈັ່ງແມ່ນ​ວິເສດ​ແທ້ໆທີ່​ຈະ​ມີ​ຄວາມ​ປອດໄພ​ຄ້າຍໆກັນ​ນັ້ນ​ໃນ​ອຸທິຍານ!—ເອຊາອີ 32:18; ມີເກ 4:4.

19. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຈະ​ມີ​ອາຫານ​ຢ່າງ​ບໍລິບູນ​ຢູ່​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ?

19 ການ​ຂາດແຄນ​ອາຫານ​ຈະ​ບໍ່​ມີ​ຕໍ່​ໄປ. ຜູ້​ແຕ່ງ​ຄຳເພງ​ຮ້ອງ​ເພງ​ວ່າ “ທີ່​ແຜ່ນດິນ​ນັ້ນ​ຈະ​ມີ​ເຂົ້າ​ອັນ​ບໍລິບູນ​ເທິງ​ຍອດ​ພູ​ທັງ​ຫຼາຍ.” (ຄຳເພງ 72:16) ພະ​ເຢໂຫວາ​ພະເຈົ້າ​ຈະ​ອວຍ​ພອນ​ຜູ້​ຊອບທຳ​ຂອງ​ພະອົງ​ແລະ “ແຜ່ນດິນ​ຈະ​ເກີດ​ຜົນລະປູກ​ແຫ່ງ​ຕົນ.”—ຄຳເພງ 67:6.

20. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ທົ່ວ​ໂລກ​ຈະ​ກາຍ​ເປັນ​ອຸທິຍານ?

20 ແຜ່ນດິນ​ໂລກ​ທັງ​ໝົດ​ຈະ​ກາຍ​ເປັນ​ອຸທິຍານ. ຈະ​ມີ​ການ​ສ້າງ​ເຮືອນ​ໃໝ່​ລວມ​ທັງ​ສວນ​ທີ່​ສວຍ​ງາມ​ຢູ່​ເທິງ​ຕອນ​ດິນ​ເຊິ່ງ​ຄັ້ງ​ໜຶ່ງ​ເຄີຍ​ຖືກ​ມະນຸດ​ທີ່​ຜິດ​ບາບ​ທຳລາຍ. (ເອຊາອີ 65:21-24; ຄຳປາກົດ 11:18) ເມື່ອ​ເວລາ​ຜ່ານ​ໄປ ສ່ວນ​ຕ່າງໆຂອງ​ແຜ່ນດິນ​ໂລກ​ທີ່​ໄດ້​ຮັບ​ການ​ປູກ​ຝັງ​ດູ​ແລ​ແລ້ວ​ຈະ​ຂະຫຍາຍ​ອອກ​ໄປ​ຈົນ​ກະທັ່ງ​ທົ່ວ​ໂລກ​ສວຍ​ງາມ​ແລະ​ເກີດ​ຜົນ​ຄື​ກັບ​ສວນ​ເອເດນ. ແລະ​ພະເຈົ້າ​ຈະ “ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ” ແບບ​ບໍ່​ເຊົາ​ບໍ່​ຂາດ.—ຄຳເພງ 145:16.

21. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ກັບ​ສັດ​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນຕິ?

21 ຄົນ​ກັບ​ສັດ​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນຕິ. ສັດ​ປ່າ​ແລະ​ສັດ​ບ້ານ​ຈະ​ຫາ​ກິນ​ນຳ​ກັນ. ແມ່ນ​ແຕ່​ເດັກ​ນ້ອຍໆກໍ​ຈະ​ບໍ່​ຕ້ອງ​ຢ້ານ​ສັດ​ຕ່າງໆເຊິ່ງ​ໃນ​ເວລາ​ນີ້​ເປັນ​ສັດ​ອັນຕະລາຍ.—ເອຊາອີ 11:6-9; 65:25.

22. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄວາມ​ເຈັບ​ປ່ວຍ?

22 ຄວາມ​ເຈັບ​ປ່ວຍ​ຈະ​ໝົດ​ໄປ. ໃນ​ຖານະ​ເປັນ​ຜູ້​ປົກຄອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ຢູ່​ທາງ​ພາກ​ສະຫວັນ ພະ​ເຍຊູ​ຈະ​ປິ່ນປົວ​ຄົນ​ປ່ວຍ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ກວ່າ​ຕອນ​ທີ່​ພະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ. (ມັດທາຍ 9:35; ມາລະໂກ 1:40-42; ໂຢຮັນ 5:5-9) ຈາກ​ນັ້ນ “ຊາວ​ຊົນ​ຈະ​ບໍ່​ກ່າວ​ວ່າ ‘ຂ້ອຍ​ບໍ່​ສຳບາຍ.’”—ເອຊາອີ 33:24; 35:5, 6.

23. ເປັນ​ຫຍັງ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຊົມຊື່ນ​ຍິນດີ?

23 ຜູ້​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ພ້ອມ​ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ບໍ່​ຕາຍ​ອີກ​ເລີຍ. ຜູ້​ທີ່​ນອນ​ຫຼັບ​ໃນ​ຄວາມ​ຕາຍ​ເຊິ່ງ​ເປັນ​ຜູ້​ທີ່​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຈົ້າ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ທີ່​ຈິງ​ແລ້ວ “ທັງ​ຜູ້​ຊອບທຳ​ແລະ​ຜູ້​ບໍ່​ຊອບທຳ​ຈະ​ຄືນ​ມາ​ຈາກ​ຕາຍ.”—ກິດຈະການ 24:15; ໂຢຮັນ 5:28, 29.

24. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ?

24 ຈັ່ງແມ່ນ​ເປັນ​ອະນາຄົດ​ທີ່​ດີ​ເລີດ​ແທ້ໆທີ່​ພວມ​ລໍ​ຖ້າ​ຜູ້​ທີ່​ເລືອກ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່ ແລະ​ຮັບໃຊ້​ພະອົງ! ນັ້ນ​ແມ່ນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ​ທີ່​ກຳລັງ​ຈະ​ມາ​ເຖິງ​ເຊິ່ງ​ພະ​ເຍຊູ​ໄດ້​ກ່າວ​ເຖິງ​ຕອນ​ທີ່​ພະອົງ​ສັນຍາ​ກັບ​ຜູ້​ຮ້າຍ​ທີ່​ກຳລັງ​ຈະ​ຕາຍ​ຢູ່​ທາງ​ຂ້າງ​ພະອົງ​ວ່າ “ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກກະເສີມ [“ອຸທິຍານ,” ລ.ມ.].” (ລືກາ 23:43) ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ຮູ້​ໃຫ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຍຊູ​ຄລິດ​ເພາະ​ໂດຍ​ທາງ​ພະອົງ​ພະ​ພອນ​ຕ່າງໆດັ່ງ​ທີ່​ກ່າວ​ມາ​ທັງ​ໝົດ​ນັ້ນ​ຈຶ່ງ​ຈະ​ເກີດ​ຂຶ້ນ​ໄດ້.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຈຸດ​ປະສົງ​ຂອງ​ພະເຈົ້າ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ກາຍ​ເປັນ​ອຸທິຍານ​ຈະ​ສຳເລັດ​ເປັນ​ຈິງ.—ເອຊາອີ 45:18; 55:11.

  • ໃນ​ປັດຈຸບັນ​ຊາຕານ​ປົກຄອງ​ໂລກ​ນີ້.—ໂຢຮັນ 12:31; 1 ໂຢຮັນ 5:19.

  • ໃນ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ເຖິງ ພະເຈົ້າ​ຈະ​ອວຍ​ພອນ​ມະນຸດ​ຢ່າງ​ຫຼວງ​ຫຼາຍ.—ຄຳເພງ 37:10, 11, 29.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌