ບົດຮຽນ 1
ຂ່າວດີເລື່ອງຫຍັງ?
1. ພະເຈົ້າມີຂ່າວສານຫຍັງ?
ພະເຈົ້າຢາກໃຫ້ຄົນເຮົາມີຊີວິດຢູ່ໃນໂລກຢ່າງມີຄວາມສຸກ. ພະອົງສ້າງໂລກແລະທຸກສິ່ງເພາະວ່າພະອົງຮັກມະນຸດ. ອີກບໍ່ດົນພະອົງຈະລົບລ້າງຄວາມທຸກຍາກທຸກຢ່າງ ແລະເຮັດໃຫ້ມະນຸດໃນທົ່ວໂລກມີຊີວິດທີ່ດີຂຶ້ນ.—ອ່ານເຢເຣມີ 29:11
ບໍ່ເຄີຍມີການປົກຄອງໃດໆທີ່ເຮັດໃຫ້ຄວາມຮຸນແຮງ ໂລກໄພໄຂ້ເຈັບ ຫຼືຄວາມຕາຍໝົດໄປໄດ້. ແຕ່ວ່າມີຂ່າວທີ່ໜ້າຍິນດີ ອີກບໍ່ດົນພະເຈົ້າຈະຕັ້ງການປົກຄອງຂອງພະອົງຂຶ້ນແທນການປົກຄອງທັງໝົດ. ຜູ້ທີ່ຢູ່ໃຕ້ການປົກຄອງຂອງພະອົງຈະມີສັນຕິສຸກ ແລະມີສຸຂະພາບທີ່ແຂງແຮງ.—ອ່ານເອຊາອີ 25:8; 33:24; ດານຽນ 2:44
2. ເປັນຫຍັງຂ່າວດີຈຶ່ງເປັນເລື່ອງຮີບດ່ວນ?
ຄວາມທຸກລຳບາກຈະສິ້ນສຸດເມື່ອພະເຈົ້າກວາດລ້າງຄົນຊົ່ວໃຫ້ໝົດໄປຈາກໂລກ. (ໂຊໂຟນີ 2:3) ນັ້ນຈະເກີດຂຶ້ນເມື່ອໃດ? ພະຄຳຂອງພະເຈົ້າບອກລ່ວງໜ້າເຖິງສະພາບການທີ່ເປັນໄພຕໍ່ມະນຸດໃນເວລານີ້. ສິ່ງທີ່ເກີດຂຶ້ນໃນປັດຈຸບັນນີ້ບົ່ງຊີ້ວ່າເວລາທີ່ພະເຈົ້າຈະປ່ຽນແປງສະພາບການນີ້ໃກ້ເຂົ້າມາແລ້ວ.—ອ່ານ 2 ຕີໂມເຕ 3:1-5
3. ເຮົາຄວນຈະເຮັດແນວໃດ?
ເຮົາຄວນຮຽນຮູ້ເລື່ອງພະເຈົ້າຈາກພະຄຳຂອງພະອົງ ຄຳພີໄບເບິນ. ພະຄຳຂອງພະເຈົ້າປຽບເໝືອນຈົດໝາຍຈາກພໍ່ຜູ້ທີ່ມີຄວາມຮັກສົ່ງເຖິງລູກ. ພະຄຳພີບອກໃຫ້ເຮົາຮູ້ວິທີທີ່ຈະມີຄວາມສຸກໃນຕອນນີ້ ແລະວິທີທີ່ຈະມີຊີວິດຕະຫຼອດໄປຢ່າງມີຄວາມສຸກໃນອະນາຄົດ. ທີ່ຈິງ ບາງຄົນອາດຈະບໍ່ຢາກໃຫ້ທ່ານຮຽນຮູ້ກ່ຽວກັບຄຳພີໄບເບິນ. ແຕ່ວ່າບໍ່ຄວນປ່ອຍໃຫ້ການຈະໄດ້ອະນາຄົດທີ່ດີນັ້ນເສຍໄປ.—ອ່ານສຸພາສິດ 29:25; ຄຳປາກົດ 14:6, 7