ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ກັນຍາ ໜ້າ 3
  • “ທຽວໄປຕາມພະບັນຍັດແຫ່ງພະເຢໂຫວາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ທຽວໄປຕາມພະບັນຍັດແຫ່ງພະເຢໂຫວາ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ກັນຍາ ໜ້າ 3

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຄຳເພງ 119

“ທຽວ​ໄປ​ຕາມ​ພະບັນຍັດ​ແຫ່ງ​ພະ​ເຢໂຫວາ”

ການ​ທຽວ​ໄປ​ຕາມ​ພະ​ບັດ​ຍັດ​ຂອງ​ພະ​ເຢໂຫວາ​ໝາຍ​ເຖິງ​ການ​ທີ່​ເຮົາ​ເຕັມ​ໃຈ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະອົງ. ໃນ​ຄຳພີ​ໄບເບິນ ເຮົາ​ມີ​ຕົວຢ່າງ​ທີ່​ດີ​ຂອງ​ຫຼາຍ​ບຸກຄົນ ເຊັ່ນ: ຜູ້ຂຽນ​ຄຳເພງ ເຊິ່ງ​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລະ​ໄວ້​ວາງໃຈ​ໃນ​ພະອົງ.

ຜູ້​ຂຽນ​ຄຳເພງ​ໃຊ້​ໄມ້​ຄ້ອນ​ເຖົ້າ​ເມື່ອ​ລາວ​ຍ່າງ​ໄປ

ຄວາມ​ສຸກ​ແທ້​ຂຶ້ນ​ກັບ​ການ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ

119:1-8

ໂຢຊວຍ​ອ່ານ​ມ້ວນ​ໜັງ

ໂຢຊວຍ​ສະແດງ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ​ໃນ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ. ລາວ​ຮູ້​ວ່າ​ເພື່ອ​ຈະ​ມີຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ ລາວ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ​ຂອງ​ລາວ

ພະ​ຄຳ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ເພື່ອຮັບ​ມື​ກັບ​ຂໍ້​ທ້າທາຍ​ຕ່າງໆໃນ​ຊີວິດ

119:33-40

ເຢເຣມີ​ອະທິດຖານ

ເຢເຣມີ​ສະແດງ​ຄວາມ​ກ້າ​ແລະ​ໄວ້​ວາງໃຈ​ໃນ​ພະເຢໂຫວາ​ເມື່ອ​ຢູ່​ທ່າມກາງ​ສະພາບການ​ຕ່າງໆທີ່​ຫຍຸ້ງຍາກ. ລາວ​ເຮັດ​ໃຫ້​ຊີວິດ​ຮຽບ​ງ່າຍ​ແລະ​ພະຍາຍາມ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ຂອງ​ຕົນ

ຄວາມ​ຮູ້​ຖ່ອງ​ແທ້​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ໃຫ້ຄວາມໝັ້ນ​ໃຈ​ແກ່​ເຮົາ​ທີ່​ຈະ​ປະກາດ

119:41-48

ໂປໂລ​ປະກາດ​ກັບ​ທ່ານ​ເຟລີກ​ທີ່​ເປັນ​ເຈົ້າ​ແຂວງ

ໂປໂລ​ກ້າ​ທີ່​ຈະ​ບອກ​ຂ່າວ​ສານ​ຂອງ​ພະເຈົ້າ​ກັບ​ທຸກ​ຄົນ. ເມື່ອ​ປະກາດ​ກັບ​ເຟລີກ​ທີ່​ເປັນ​ເຈົ້າ​ແຂວງ ລາວໝັ້ນ​ໃຈ​ແທ້ໆ ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຫຼືອ

ຜູ້​ຂຽນ​ຄຳເພງ​ໃຊ້​ໄມ້​ຄ້ອນ​ເຖົ້າ​ເມື່ອ​ລາວ​ຍ່າງ​ໄປ

ໃນ​ສະຖານະການ​ໃດ​ອີກ​ທີ່​ຂ້ອຍ​ຈະ​ສະແດງ​ຄວາມໝັ້ນ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ປະກາດ​ກັບ​ຄົນ​ອື່ນ?

  • ໃນ​ໂຮງ​ຮຽນ

  • ໃນ​ບ່ອນ​ເຮັດ​ວຽກ

  • ໃນ​ຄອບຄົວ

  • ໃນ​ບ່ອນ​ອື່ນໆ

ຄຳເພງ​ບົດ 119 ຂຽນ​ໃນ​ຮູບ​ແບບ​ຂອງ​ການລຽງ​ຕາມ​ລຳດັບ​ຕົວ​ອັກສອນ ເພາະ​ອາດ​ຊ່ວຍ​ໃຫ້​ຈື່​ໄດ້​ດີ. ຄຳເພງ​ບົດ​ນີ້​ມີ 22 ບາດ​ກອນ ເຊິ່ງ​ແຕ່​ລະ​ບາດ​ມີ 8 ຂໍ້. ໃນ​ແຕ່​ລະ​ຂໍ້ຂອງ​ບາດ​ໜຶ່ງ​ເລີ່ມ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ເຫບເລີ​ຕົວ​ດຽວ​ກັນ. ເນື່ອງ​ຈາກ​ມີ​ຕົວ​ອັກສອນ 22 ຕົວ​ໃນ​ພາສາ​ເຫບເລີ ດັ່ງ​ນັ້ນ ຄຳເພງ​ບົດ​ນີ້​ຈຶ່ງ​ມີ 176 ຂໍ້ ເຊິ່ງ​ເຮັດ​ໃຫ້​ເປັນ​ບົດ​ຄຳເພງ​ທີ່​ຍາວ​ທີ່​ສຸດ​ໃນ​ຄຳພີ​ໄບເບິນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌