ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 12 ໜ້າ 115-124
  • ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ເສີມ​ກຳລັງ​ມິດ​ສະຫາຍ​ຂອງ​ພະອົງ
  • ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ
  • ໂຢບ​ຖືກ​ທົດລອງ
  • ວິທີ​ທີ່​ເຮົາ​ກ່ຽວ​ຂ້ອງ
  • ການ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຕ່າງໆຂອງ​ພະ​ເຢໂຫວາ
  • ການ​ພັດທະນາ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ
  • ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຂໍ​ໃຫ້ “ລໍ​ຖ້າ​ພະ​ເຢໂຫວາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ວິທີ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 12 ໜ້າ 115-124

ບົດ​ທີ​ສິບ​ສອງ

ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ

  • ເຮົາ​ຈະ​ເປັນ​ມິດ​ສະຫາຍ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?

  • ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ?

  • ການ​ປະພຶດ​ແບບ​ໃດ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ?

  • ເຮົາ​ຈະ​ດຳເນີນ​ຊີວິດ​ໃນ​ແນວ​ທາງ ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້​ໂດຍ​ວິທີ​ໃດ?

1, 2. ຈົ່ງ​ຍົກ​ຕົວຢ່າງ​ຂອງ​ບາງ​ຄົນ​ທີ່​ພະ​ເຢໂຫວາ​ຖື​ວ່າ​ເປັນ​ມິດ​ສະຫາຍ​ຂອງ​ພະອົງ

ເຮົາ​ຈະ​ເລືອກ​ຄົນ​ແບບ​ໃດ​ເປັນ​ມິດ​ສະຫາຍ? ເປັນ​ໄປ​ໄດ້​ຫຼາຍ​ທີ່​ເຮົາ​ຢາກ​ຈະ​ເລືອກ​ຄົບຫາ​ກັບ​ຜູ້​ທີ່​ມີ​ທັດສະນະ ມີ​ຄວາມ​ສົນ​ໃຈ ແລະ​ມີ​ຄ່າ​ນິຍົມ​ທີ່​ຄ້າຍ​ຄື​ກັນ​ກັບ​ເຮົາ. ແລະ​ເຮົາ​ຄົງ​ຈະ​ມັກ​ຄົບຫາ​ກັບ​ຄົນ​ທີ່​ມີ​ຄຸນ​ລັກສະນະ​ທີ່​ດີ​ງາມ​ເຊັ່ນ ຄວາມ​ສັດ​ຊື່​ແລະ​ຄວາມ​ກະລຸນາ.

2 ຕະຫຼອດ​ປະຫວັດສາດ ພະເຈົ້າ​ໄດ້​ເລືອກ​ມະນຸດ​ບາງ​ຄົນ​ໃຫ້​ເປັນ​ມິດ​ສະຫາຍ​ຂອງ​ພະອົງ. ຕົວຢ່າງ ພະ​ເຢໂຫວາ​ເອີ້ນ​ອັບລາຫາມ​ວ່າ​ມິດ​ສະຫາຍ. (ເອຊາອີ 41:8; ຢາໂກໂບ 2:23) ພະເຈົ້າ​ກ່າວ​ເຖິງ​ດາວິດ​ວ່າ​ເປັນ “ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ” ເພາະ​ວ່າ​ລາວ​ເປັນ​ຄົນ​ແບບ​ທີ່​ພະ​ເຢໂຫວາ​ຮັກ. (ກິດຈະການ 13:22, ທ.ປ.) ແລະ​ພະ​ເຢໂຫວາ​ຖື​ວ່າ​ຜູ້​ພະຍາກອນ​ດານຽນ​ເປັນ “ທີ່​ແພງ​ຮັກ​ຫຼາຍ.”—ດານຽນ 9:23.

3. ເປັນ​ຫຍັງ​ພະ​ເຢໂຫວາ​ເລືອກ​ມະນຸດ​ບາງ​ຄົນ​ໃຫ້​ເປັນ​ມິດ​ສະຫາຍ?

3 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ອັບລາຫາມ ດາວິດ ແລະ​ດານຽນ​ເປັນ​ມິດ​ສະຫາຍ? ພະອົງ​ບອກ​ອັບລາຫາມ​ວ່າ “ເຈົ້າ​ໄດ້​ເຊື່ອ​ຟັງ​ຄວາມ​ເຮົາ.” (ຕົ້ນເດີມ 22:18) ດັ່ງ​ນັ້ນ ພະ​ເຢໂຫວາ​ເຂົ້າ​ໃກ້​ຊິດ​ຜູ້​ທີ່​ຖ່ອມ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ເຮັດ. ພະອົງ​ບອກ​ຊາວ​ອິດສະລາແອນ​ວ່າ “ຈົ່ງ​ຟັງ​ຄວາມ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ທ່ານ​ແລະ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ພວກ​ຂອງ​ເຮົາ.” (ເຢເຣມີ 7:23) ຖ້າ​ເຊື່ອ​ຟັງ​ພະ​ເຢໂຫວາ ເຈົ້າ​ກໍ​ສາມາດ​ເປັນ​ມິດ​ສະຫາຍ​ຂອງ​ພະອົງ​ໄດ້!

ພະ​ເຢໂຫວາ​ເສີມ​ກຳລັງ​ມິດ​ສະຫາຍ​ຂອງ​ພະອົງ

4, 5. ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ຜູ້​ຮັບໃຊ້​ຂອງ​ພະອົງ​ໂດຍ​ວິທີ​ໃດ?

4 ຂໍ​ໃຫ້​ຄິດ​ເຖິງ​ຜົນ​ດີ​ຂອງ​ການ​ເປັນ​ມິດ​ສະຫາຍ​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ເວົ້າ​ວ່າ​ພະ​ເຢໂຫວາ​ຊອກ​ຫາ​ໂອກາດ “ເພື່ອ​ພະອົງ​ຈະ​ປາກົດ​ມີ​ແຮງ​ຊ່ວຍ [“ໃຫ້​ກຳລັງ,” ທ.ປ.] ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ສັດ​ຊື່​ຝ່າຍ​ພະອົງ.” (2 ຂ່າວຄາວ 16:9) ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເຮົາ​ແນວ​ໃດ? ໃນ​ຄຳເພງ 32:8 ມີ​ການ​ຍົກ​ໃຫ້​ເຫັນ​ວິທີ​ໜຶ່ງ​ເຊິ່ງ​ເຮົາ​ອ່ານ​ວ່າ “ເຮົາ [ພະ​ເຢໂຫວາ] ຈະ​ສອນ​ເຈົ້າ ເຮົາ​ຈະ​ບອກ​ທາງ​ທີ່​ເຈົ້າ​ຕ້ອງ​ທຽວ​ໄປ. ເຮົາ​ຈະ​ເຕືອນ​ສະຕິ​ເຈົ້າ​ດ້ວຍ​ຕາ​ຂອງ​ເຮົາ​ແຍງ​ເບິ່ງ​ເຈົ້າ.”

5 ເປັນ​ຕາ​ໜ້າ​ຊາບ​ຊຶ້ງ​ໃຈ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຫ່ວງໃຍ​ອອກ​ມາ! ພະອົງ​ຈະ​ໃຫ້​ການ​ຊີ້​ນຳ​ທີ່​ຈຳເປັນ​ແລະ​ຈະ​ເຝົ້າ​ເບິ່ງ​ໃນ​ຂະນະ​ທີ່​ເຈົ້າ​ເອົາ​ຄຳ​ແນະນຳ​ນັ້ນ​ໄປ​ໃຊ້. ພະເຈົ້າ​ຕ້ອງການ ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ຄວາມ​ຍາກ​ລຳບາກ​ແລະ​ການ​ທົດລອງ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ. (ຄຳເພງ 55:22) ດັ່ງ​ນັ້ນ ຖ້າ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ສິ້ນ​ສຸດ​ຫົວໃຈ ເຈົ້າ​ສາມາດ​ໝັ້ນ​ໃຈ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ເຊິ່ງ​ເວົ້າ​ວ່າ “ຂ້ານ້ອຍ​ໄດ້​ຕັ້ງ​ໃຈ​ໃຫ້​ມີ​ພະ​ເຢໂຫວາ​ຢູ່​ພາຍ​ໜ້າ​ຂ້ານ້ອຍ​ເລື້ອຍ​ບໍ່​ຂາດ. ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ​ຍ້ອນ​ພະອົງ​ສະຖິດ​ຢູ່​ຂ້າງ​ຂວາ​ຂ້ານ້ອຍ.” (ຄຳເພງ 16:8; 63:8) ແມ່ນ​ແລ້ວ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ພະອົງ​ພໍ​ໃຈ. ແຕ່​ຕາມ​ທີ່​ເຈົ້າ​ຮູ້ຈັກ ມີ​ສັດຕູ​ຂອງ​ພະເຈົ້າ​ທີ່​ຢາກ​ຂັດ​ຂວາງ​ບໍ່​ໃຫ້​ເຈົ້າ​ເຮັດ​ສິ່ງ​ນີ້.

ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ

6. ຊາຕານ​ໄດ້​ກ່າວ​ຫາ​ມະນຸດ​ໃນ​ຂໍ້​ໃດ?

6 ບົດ​ທີ 11 ໃນ​ປຶ້ມ​ນີ້​ອະທິບາຍ​ວິທີ​ທີ່​ຊາຕານ​ພະຍາມານ​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ຊາຕານ​ກ່າວ​ຫາ​ພະເຈົ້າ​ວ່າ​ເປັນ​ຜູ້​ຕົວະ​ແລະ​ເວົ້າ​ທາງ​ອ້ອມ​ວ່າ​ພະ​ເຢໂຫວາ​ບໍ່​ຍຸຕິທຳ​ທີ່​ບໍ່​ຍອມ​ໃຫ້​ອາດາມ​ແລະ​ເອວາ​ຕັດສິນ​ໃຈ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ພາຍ​ຫຼັງ​ທີ່​ອາດາມ​ແລະ​ເອວາ​ໄດ້​ເຮັດ​ບາບ​ແລະ​ເມື່ອ​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ ຊາຕານ​ໄດ້​ຕັ້ງ​ຂໍ້​ສົງໄສ​ເລື່ອງ​ເຈຕະນາ​ຂອງ​ມະນຸດ​ທຸກ​ຄົນ. ຊາຕານ​ໄດ້​ກ່າວ​ຫາ​ວ່າ “ມະນຸດ​ບໍ່​ໄດ້​ຮັບໃຊ້​ພະເຈົ້າ​ຍ້ອນ​ຄວາມ​ຮັກ. ຂໍ​ໃຫ້​ມີ​ໂອກາດ​ແລະ​ຂ້ອຍ​ຈະ​ເຮັດ​ໃຫ້​ຜູ້​ໃດ​ກໍ​ໄດ້ ຫັນ​ມາ​ຕໍ່​ຕ້ານ​ພະເຈົ້າ.” ເລື່ອງ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ໂຢບ​ໄດ້​ສະແດງ​ວ່າ​ຊາຕານ​ໝັ້ນ​ໃຈ​ແນວ​ນັ້ນ. ໂຢບ​ແມ່ນ​ໃຜ​ແລະ​ລາວ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ​ແນວ​ໃດ?

7, 8. (ກ) ອັນ​ໃດ​ທີ່​ເຮັດ​ໃຫ້​ໂຢບ​ໂດດ​ເດັ່ນ​ໃນ​ທ່າມກາງ​ມະນຸດ​ໃນ​ສະໄໝ​ນັ້ນ? (ຂ) ຊາຕານ​ສະແດງ​ຄວາມ​ສົງໄສ​ກ່ຽວ​ກັບ​ເຈຕະນາ​ຂອງ​ໂຢບ​ແນວ​ໃດ?

7 ໂຢບ​ຢູ່​ເມື່ອ 3.600 ປີ​ມາ​ແລ້ວ. ລາວ​ເປັນ​ຄົນ​ດີ​ເພາະ​ພະ​ເຢໂຫວາ​ເຄີຍ​ກ່າວ​ວ່າ “ເທິງ​ແຜ່ນດິນ​ໂລກ​ບໍ່​ມີ​ຄົນ​ດີ​ທີ່​ສຸດ​ແລະ​ສັດ​ຊື່​ແລະ​ທີ່​ຢ້ານຢຳ​ພະເຈົ້າ​ແລະ​ທີ່​ຜີກ​ໜີ​ຈາກ​ການ​ຊົ່ວ​ຮ້າຍ​ເໝືອນ​ດັ່ງ​ທ່ານ​ໂຢບ.” (ໂຢບ 1:8) ໂຢບ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ.

8 ຊາຕານ​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ເຈຕະນາ​ຂອງ​ໂຢບ​ໃນ​ການ​ຮັບໃຊ້​ພະເຈົ້າ. ພະຍາມານ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ “ພະອົງ​ເອງ​ໄດ້​ເຮັດ​ຮົ້ວ​ຂ່າຍ​ປົກ​ປ້ອງ​ກັ້ນ​ຮອບ​ເພິ່ນ​ກັບ​ຄອບຄົວ​ກັບ​ເຂົ້າ​ຂອງ​ຂອງ​ຕົນ​ທຸກ​ສິ່ງ​ບໍ່​ໃຊ່​ຫຼື? ພະອົງ​ໄດ້​ອວຍ​ພອນ​ໃຫ້​ການ​ແຕ່​ມື​ຂອງ​ຕົນ​ແລະ​ໄດ້​ໃຫ້​ຊັບ​ສົມບັດ​ຂອງ​ຕົນ​ຈຳເລີນ​ຂຶ້ນ​ບໍລິບູນ​ເທິງ​ແຜ່ນດິນ​ໂລກ​ແລ້ວ. ແຕ່​ວ່າ​ເຊີນ​ພະອົງ​ຢຽດ​ມື​ອອກ​ຖືກ​ສິ່ງ​ຂອງ​ຂອງ​ຕົນ​ໃຫ້​ເສຍ​ແລະ​ເພິ່ນ​ຈະ​ປ້ອຍ​ດ່າ​ພະອົງ​ທາງ​ໜ້າ​ໂລດ.”—ໂຢບ 1:10, 11.

9. ພະ​ເຢໂຫວາ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ ແລະ​ເພາະ​ເຫດ​ໃດ?

9 ດ້ວຍ​ເຫດ​ນີ້ ຊາຕານ​ຈຶ່ງ​ຍົກ​ເຫດຜົນ​ວ່າ​ໂຢບ​ຮັບໃຊ້​ພະເຈົ້າ​ເພື່ອ​ຈະ​ໄດ້​ຮັບ​ສິ່ງ​ຕອບ​ແທນ. ພະຍາມານ​ຍັງ​ກ່າວ​ຫາ​ວ່າ​ຖ້າ​ໂຢບ​ຖືກ​ທົດລອງ ລາວ​ຈະ​ຫັນ​ມາ​ຕໍ່​ຕ້ານ​ພະເຈົ້າ​ໂລດ. ພະ​ເຢໂຫວາ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ? ເນື່ອງ​ຈາກ​ປະເດັນ​ນີ້​ກ່ຽວ​ຂ້ອງ​ກັບ​ເຈຕະນາ​ຂອງ​ໂຢບ ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ຊາຕານ​ທົດລອງ​ໂຢບ. ວິທີ​ນີ້​ຈະ​ສະແດງ​ຈະ​ແຈ້ງ​ວ່າ​ໂຢບ​ມີ​ຄວາມ​ຮັກ​ຕໍ່​ພະເຈົ້າ​ຫຼື​ບໍ່.

ໂຢບ​ຖືກ​ທົດລອງ

10. ໂຢບ​ຖືກ​ຄວາມ​ລຳບາກ​ອັນ​ໃດ​ແດ່ ແລະ​ໂຢບ​ຕອບ​ສະໜອງ​ແນວ​ໃດ?

10 ຈາກ​ນັ້ນ​ບໍ່​ດົນ​ຊາຕານ​ໄດ້​ທົດລອງ​ໂຢບ​ດ້ວຍ​ວິທີ​ຕ່າງໆ. ສັດ​ຂອງ​ໂຢບ​ຈຳນວນ​ໜຶ່ງ​ຖືກ​ລັກ​ແລະ​ຖືກ​ຂ້າ. ຄົນ​ຮັບໃຊ້​ຂອງ​ໂຢບ​ກໍ​ຖືກ​ຂ້າ​ເກືອບ​ໝົດ. ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄວາມ​ຫຍຸ້ງຍາກ​ທາງ​ເສດຖະກິດ. ເຫດການ​ທີ່​ໜ້າ​ເສົ້າ​ສະຫຼົດ​ໃຈ​ກໍ​ເກີດ​ຂຶ້ນ​ອີກ​ເມື່ອ​ລູກ​ທັງ​ສິບ​ຄົນ​ຂອງ​ໂຢບ​ເສຍ​ຊີວິດ​ຕອນ​ທີ່​ເກີດ​ມີ​ພາຍຸ. ເຖິງ​ແມ່ນ​ວ່າ​ມີ​ເຫດການ​ຮ້າຍແຮງ​ແບບ​ນີ້ ແຕ່ “ໂຢບ​ບໍ່​ໄດ້​ເຮັດ​ບາບ​ແລະ​ບໍ່​ໄດ້​ຖື​ວ່າ​ພະເຈົ້າ​ບໍ່​ຊອບທຳ​ດ້ວຍ​ສິ່ງ​ໜຶ່ງ​ສິ່ງ​ໃດ.”—ໂຢບ 1:22.

11. (ກ) ຂໍ້​ກ່າວ​ຫາ​ທີ​ສອງ​ທີ່​ຊາຕານ​ເຮັດ​ກ່ຽວ​ກັບ​ໂຢບ​ແມ່ນ​ຫຍັງ ແລະ​ພະ​ເຢໂຫວາ​ຕອບ​ສະໜອງ​ແນວ​ໃດ? (ຂ) ໂຢບ​ຕອບ​ສະໜອງ​ແນວ​ໃດ​ເຖິງ​ວ່າ​ມີ​ພະຍາດ​ທີ່​ເຮັດ​ໃຫ້​ລາວ​ເຈັບ​ປວດ?

11 ຊາຕານ​ບໍ່​ໄດ້​ຢຸດ​ແຕ່​ເທົ່າ​ນັ້ນ. ມັນ​ຄົງ​ຄິດ​ວ່າ​ເຖິງ​ແມ່ນ​ວ່າ​ໂຢບ​ສາມາດ​ອົດ​ທົນ​ໄດ້​ຕໍ່​ການ​ສູນ​ເສຍ​ຊັບ​ສົມບັດ ຄົນ​ຮັບໃຊ້ ແລະ​ລູກ ແຕ່​ໂຢບ​ຄົງ​ຈະ​ຫັນ​ມາ​ຕໍ່​ຕ້ານ​ພະເຈົ້າ​ຖ້າ​ຕົນ​ເອງ​ເຈັບ​ປ່ວຍ. ພະ​ເຢໂຫວາ​ຍອມ​ໃຫ້​ຊາຕານ​ໂຈມຕີ​ໂຢບ​ດ້ວຍ​ພະຍາດ​ທີ່​ໜ້າ​ລັງກຽດ​ແລະ​ເຈັບ​ປວດ​ທໍລະມານ. ແຕ່​ສິ່ງ​ນີ້​ຊ້ຳ​ພັດ​ບໍ່​ໄດ້​ເຮັດ​ໃຫ້​ໂຢບ​ສູນ​ເສຍ​ຄວາມ​ເຊື່ອ​ໃນ​ພະເຈົ້າ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ລາວ​ເວົ້າ​ຢ່າງ​ໜັກ​ແໜ້ນ​ວ່າ “ຂ້ອຍ​ຈະ​ບໍ່​ປະ​ຄວາມ​ດີ [“ຄວາມ​ຊື່​ສັດ​ໝັ້ນ​ຄົງ,” ລ.ມ.] ທີ່​ສຸດ​ເອງ​ຈົນ​ເຖິງ​ຂ້ອຍ​ຕາຍ​ໄປ.”—ໂຢບ 27:5.

ໂຢບມີຊີວິດຢ່າງມີຄວາມສຸກກັບເມຍແລະລູກສິບຄົນ

ໂຢບ​ໄດ້​ຮັບ​ລາງວັນ​ຕອບ​ແທນ ສຳລັບ​ແນວ​ທາງ​ທີ່​ສັດ​ຊື່​ຂອງ​ລາວ

12. ໂຢບ​ໃຫ້​ຄຳຕອບ​ແນວ​ໃດ​ຕໍ່​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ພະຍາມານ?

12 ໂຢບ​ບໍ່​ຮູ້​ຊ້ຳ​ວ່າ​ຊາຕານ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຫຍຸ້ງຍາກ​ຕ່າງໆ. ເນື່ອງ​ຈາກ​ບໍ່​ຮູ້​ລະອຽດ​ເລື່ອງ​ທີ່​ພະຍາມານ​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ໂຢບ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ເປັນ​ຕົ້ນ​ເຫດ​ຂອງ​ບັນຫາ​ຕ່າງໆ. (ໂຢບ 6:4; 16:11-14) ເຖິງ​ປານ​ນັ້ນ ລາວ​ຍັງ​ຮັກສາ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຕໍ່​ພະ​ເຢໂຫວາ. ໂດຍ​ທີ່​ໂຢບ​ຍັງ​ຮັກສາ​ຄວາມ​ຊື່​ສັດ ຂໍ້​ກ່າວ​ຫາ​ຂອງ​ຊາຕານ​ທີ່​ວ່າ​ໂຢບ​ຮັບໃຊ້​ພະເຈົ້າ​ດ້ວຍ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ​ກໍ​ໄດ້​ຮັບ​ການ​ພິສູດ​ວ່າ​ບໍ່​ແມ່ນ​ຄວາມ​ຈິງ!

13. ເກີດ​ຫຍັງ​ຂຶ້ນ​ຍ້ອນ​ໂຢບ​ສັດ​ຊື່​ຕໍ່​ພະເຈົ້າ?

13 ຄວາມ​ສັດ​ຊື່​ຂອງ​ໂຢບ​ກາຍ​ເປັນ​ຄຳຕອບ​ອັນ​ໜັກ​ແໜ້ນ​ທີ່​ພະ​ເຢໂຫວາ​ໃຊ້​ຕໍ່​ຂໍ້​ກ່າວ​ຫາ​ທີ່​ໝິ່ນ​ປະໝາດ​ຂອງ​ຊາຕານ. ໂຢບ​ເປັນ​ມິດ​ສະຫາຍ​ທີ່​ແທ້​ຈິງ​ຂອງ​ພະ​ເຢໂຫວາ​ແລະ​ພະເຈົ້າ​ໃຫ້​ລາງວັນ​ຍ້ອນ​ຄວາມ​ສັດ​ຊື່​ຂອງ​ລາວ.—ໂຢບ 42:12-17.

ວິທີ​ທີ່​ເຮົາ​ກ່ຽວ​ຂ້ອງ

14, 15. ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ​ທີ່​ກ່ຽວ​ຂ້ອງ​ກັບ​ໂຢບ​ນັ້ນ​ໃຊ້​ໄດ້​ກັບ​ມະນຸດ​ໝົດ​ທຸກ​ຄົນ?

14 ປະເດັນ​ເລື່ອງ​ຄວາມ​ພັກດີ​ຕໍ່​ພະເຈົ້າ​ທີ່​ຊາຕານ​ຍົກ​ຂຶ້ນ​ມາ​ບໍ່​ໄດ້​ມຸ່ງ​ໃສ່​ແຕ່​ໂຢບ​ຜູ້​ດຽວ. ເຮົາ​ກໍ​ກ່ຽວ​ຂ້ອງ​ນຳ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຢູ່​ສຸພາສິດ 27:11 ເຊິ່ງ​ຖ້ອຍຄຳ​ຂອງ​ພະ​ເຢໂຫວາ​ອ່ານ​ວ່າ “ລູກ​ຊາຍ​ເອີຍ​ຈົ່ງ​ເປັນ​ຄົນ​ປັນຍາ ແລະ​ຈົ່ງ​ໃຫ້​ໃຈ​ຂ້ອຍ​ຊື່ນ​ບານ​ເພື່ອ​ຂ້ອຍ​ອາດ​ຈະ​ຕອບ​ຄົນ​ທີ່​ປະຈານ​ຂາຍ​ໜ້າ​ຂ້ອຍ​ໄດ້.” ມີ​ການ​ຂຽນ​ຖ້ອຍຄຳ​ເຫຼົ່າ​ນີ້​ພາຍ​ຫຼັງ​ທີ່​ໂຢບ​ເສຍ​ຊີວິດ​ໄດ້​ຫຼາຍ​ຮ້ອຍ​ປີ​ແລ້ວ​ເຊິ່ງ​ສະແດງ​ວ່າ​ຊາຕານ​ຍັງ​ຕຳໜິ​ພະເຈົ້າ​ແລະ​ກ່າວ​ຫາ​ຜູ້​ຮັບໃຊ້​ຂອງ​ພະອົງ​ຢູ່. ເມື່ອ​ເຮົາ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ທີ່​ຈິງ​ແລ້ວ​ເຮົາ​ໄດ້​ມີ​ສ່ວນ​ໃນ​ການ​ໃຫ້​ຄຳຕອບ​ຕໍ່​ຂໍ້​ກ່າວ​ຫາ​ຕົວະ​ຂອງ​ຊາຕານ ແລະ​ໂດຍ​ວິທີ​ນີ້​ເຮົາ​ເຮັດ​ໃຫ້​ຫົວໃຈ​ຂອງ​ພະ​ເຢໂຫວາ​ຍິນດີ. ເຈົ້າ​ເດ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ນີ້? ຄົງ​ເປັນ​ເລື່ອງ​ທີ່​ດີ​ບໍ່​ແມ່ນ​ບໍ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ຕອບ​ຂໍ້​ກ່າວ​ຫາ​ຕົວະ​ຂອງ​ພະຍາມານ​ເຖິງ​ແມ່ນ​ວ່າ​ການ​ເຮັດ​ແນວ​ນັ້ນ​ຈະ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຮູບ​ແບບ​ຊີວິດ​ຂອງ​ເຈົ້າ​ຢູ່​ແດ່?

15 ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຊາຕານ​ໄດ້​ເວົ້າ “ສັບພະ​ທຸກ​ສິ່ງ​ຄົນ​ຜູ້​ໜຶ່ງ ມີ​ຢູ່​ລາວ​ຈະ​ໃຫ້​ແທນ​ຊີວິດ​ຂອງ​ຕົນ.” (ໂຢບ 2:4) ໂດຍ​ເວົ້າ​ວ່າ “ຄົນ​ຜູ້​ໜຶ່ງ” ຊາຕານ​ສະແດງ​ຢ່າງ​ຈະ​ແຈ້ງ​ວ່າ​ການ​ກ່າວ​ຫາ​ຂອງ​ມັນ​ບໍ່​ແມ່ນ​ໃຊ້​ກັບ​ໂຢບ​ເທົ່າ​ນັ້ນ​ແຕ່​ກັບ​ມະນຸດ​ໝົດ​ທຸກ​ຄົນ. ນັ້ນ​ເປັນ​ຈຸດ​ທີ່​ສຳຄັນ​ຫຼາຍ. ຊາຕານ​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ຄວາມ​ຈົງ​ຮັກ​ພັກດີ​ຂອງ​ເຮົາ ທີ່​ມີ​ຕໍ່​ພະເຈົ້າ. ພະຍາມານ​ຢາກ​ເຫັນ​ເຮົາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ປະ​ຖິ້ມ​ແນວ​ທາງ​ທີ່​ຊອບທຳ​ເມື່ອ​ມີ​ຄວາມ​ຫຍຸ້ງຍາກ​ເກີດ​ຂຶ້ນ. ຊາຕານ​ອາດ​ພະຍາຍາມ​ເຮັດ​ໃຫ້​ເລື່ອງ​ນີ້​ສຳເລັດ​ແນວ​ໃດ?

16. (ກ) ຊາຕານ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ຫັນ​ໜີ​ຈາກ​ພະເຈົ້າ​ໂດຍ​ວິທີ​ໃດ? (ຂ) ພະຍາມານ​ອາດ​ໃຊ້​ວິທີ​ເຫຼົ່າ​ນີ້​ກັບ​ເຈົ້າ​ແນວ​ໃດ?

16 ຕາມ​ທີ່​ໄດ້​ພິຈາລະນາ​ໃນ​ບົດ​ທີ 10 ຊາຕານ​ໃຊ້​ຫຼາກ​ຫຼາຍ​ວິທີ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ຫັນ​ໜີ​ຈາກ​ພະເຈົ້າ. ໃນ​ອີກ​ດ້ານ​ໜຶ່ງ ມັນ​ໂຈມຕີ “ເໝືອນ​ດັ່ງ​ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ . . . ຊອກ​ຫາ​ຄົນ​ໃດ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.” (1 ເປໂຕ 5:8) ດັ່ງ​ນັ້ນ ອິດທິພົນ​ຂອງ​ຊາຕານ​ອາດ​ເຫັນ​ໄດ້​ເມື່ອ​ຫມູ່​ເພື່ອນ ຍາຕິ​ພີ່​ນ້ອງ​ແລະ​ຄົນ​ອື່ນ​ຂັດ​ຂວາງ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ການ​ນຳ​ໃຊ້​ສິ່ງ​ທີ່​ເຈົ້າ​ຮຽນ​ຮູ້.a (ໂຢຮັນ 15:19, 20) ໃນ​ອີກ​ດ້ານ​ໜຶ່ງ ຊາຕານ “ປອມ​ຕົວ​ເປັນ​ທູດ​ແຫ່ງ​ແຈ້ງ.” (2 ໂກລິນໂທ 11:14) ພະຍາມານ​ອາດ​ໃຊ້​ວິທີ​ທີ່​ແນບ​ນຽນ​ເພື່ອ​ຫຼອກ​ລວງ​ແລະ​ລໍ້​ເຮົາ​ໃຫ້​ປະ​ຖິ້ມ​ການ​ດຳເນີນ​ຊີວິດ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ. ນອກ​ຈາກ​ນັ້ນ ມັນ​ອາດ​ໃຊ້​ຄວາມ​ທໍ້​ແທ້​ໃຈ ຄື​ອາດ​ເຮັດ​ໃຫ້​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ດີ​ພໍ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. (ສຸພາສິດ 24:10) ບໍ່​ວ່າ​ຊາຕານ​ຈະ​ເຮັດ​ຄື​ກັບ “ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ” ຫຼື​ເຮັດ​ຄື​ກັບ​ເປັນ “ທູດ​ແຫ່ງ​ແຈ້ງ” ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ມັນ​ກໍ​ຍັງ​ຄື​ເກົ່າ ເຊິ່ງ​ເວົ້າ​ວ່າ​ເມື່ອ​ປະສົບ​ຄວາມ​ຍາກ​ລຳບາກ​ແລະ​ການ​ລໍ້​ໃຈ ເຈົ້າ​ຈະ​ເຊົາ​ຮັບໃຊ້​ພະເຈົ້າ. ຄື​ກັບ​ທີ່​ໂຢບ​ໄດ້​ເຮັດ ເຈົ້າ​ຈະ​ຕອບ​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ມັນ​ແລະ​ພິສູດ​ວ່າ​ມີ​ຄວາມ​ພັກດີ​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ?

ການ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຕ່າງໆຂອງ​ພະ​ເຢໂຫວາ

17. ອັນ​ໃດ​ເປັນ​ເຫດຜົນ​ຫຼັກ​ໃນ​ການ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ?

17 ໂດຍ​ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ເຮົາ​ສາມາດ​ໃຫ້​ຄຳຕອບ​ຕໍ່​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ. ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ຫຍັງ​ແດ່? ຄຳພີ​ໄບເບິນ​ຕອບ​ວ່າ “ຈົ່ງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ແຮງ​ຂອງ​ເຈົ້າ.” (ພະບັນຍັດ 6:5) ເມື່ອ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ເຕີບ​ໃຫຍ່​ຂຶ້ນ ເຈົ້າ​ກໍ​ຢາກ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ຮຽກ​ຮ້ອງ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ “ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫຼາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ.” ຖ້າ​ຮັກ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ ເຈົ້າ​ຈະ​ພົບ​ວ່າ “ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.”—1 ໂຢຮັນ 5:3.

18, 19. (ກ) ຂໍ້​ຄຳ​ສັ່ງ​ບາງ​ຂໍ້​ຂອງ​ພະ​ເຢໂຫວາ​ມີ​ຫຍັງ​ແດ່? (ຂໍ​ໃຫ້​ເບິ່ງ​ຂອບ​ສີ່​ລ່ຽມ​ໜ້າ 122.) (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຮຽກ​ຮ້ອງ​ຈາກ​ເຮົາ​ຫຼາຍ​ເກີນ​ໄປ?

18 ຂໍ້​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ມີ​ຫຍັງ​ແດ່? ຂໍ້​ຄຳ​ສັ່ງ​ບາງ​ຂໍ້​ກ່ຽວ​ຂ້ອງ​ກັບ​ການ​ປະພຶດ​ທີ່​ເຮົາ​ຕ້ອງ​ຫຼີກ​ລ່ຽງ. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ສັງເກດ​ຂອບ​ສີ່​ລ່ຽມ​ໜ້າ 122 ເຊິ່ງ​ມີ​ຫົວ​ຂໍ້​ວ່າ “ຈົ່ງ​ຫຼີກ​ໜີ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ.” ໃນ​ຂອບ​ສີ່​ລ່ຽມ​ນັ້ນ​ເຈົ້າ​ຈະ​ເຫັນ​ວ່າ​ມີ​ຄວາມ​ປະພຶດ​ບາງ​ຢ່າງ​ທີ່​ຄຳພີ​ໄບເບິນ​ຕຳໜິ​ຢ່າງ​ຈະ​ແຈ້ງ. ທຳອິດ​ເມື່ອ​ເບິ່ງ​ແບບ​ຜິວເຜີນ​ການ​ກະທຳ​ບາງ​ຢ່າງ​ອາດ​ເບິ່ງ​ຄື​ວ່າ​ບໍ່​ເປັນ​ຕາ​ໜ້າ​ລັງກຽດ​ປານ​ໃດ ແຕ່​ຫຼັງ​ຈາກ​ຄຶດ​ຕຶກຕອງ​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ຂຽນ​ໄວ້​ຫັ້ນ ເຈົ້າ​ຄົງ​ຈະ​ເຫັນ​ສະຕິ​ປັນຍາ​ໃນ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. ການ​ທີ່​ເຈົ້າ​ປ່ຽນ​ແປງ​ຄວາມ​ປະພຶດ​ກໍ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ປະສົບ​ມາ. ແຕ່​ວ່າ​ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ເຮັດ​ໃຫ້​ເກີດ​ຄວາມ​ອີ່ມ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ. (ເອຊາອີ 48:17, 18) ແລະ​ເລື່ອງ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ເຮົາ​ຮູ້​ໄດ້​ແນວ​ໃດ?

19 ພະ​ເຢໂຫວາ​ບໍ່​ເຄີຍ​ຮຽກ​ຮ້ອງ​ຈາກ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ເຮັດ​ໄດ້. (ພະບັນຍັດ 30:11-14) ພະອົງ​ຮູ້​ຄວາມ​ສາມາດ​ແລະ​ຂໍ້​ຈຳກັດ​ຕ່າງໆຂອງ​ເຮົາ​ດີ​ກວ່າ​ໂຕ​ເຮົາ​ເອງ​ອີກ. (ຄຳເພງ 103:14) ຍິ່ງ​ກວ່າ​ນັ້ນ ພະ​ເຢໂຫວາ​ສາມາດ​ໃຫ້​ກຳລັງ​ເຮົາ​ເພື່ອ​ທີ່​ຈະ​ເຊື່ອ​ຟັງ​ພະອົງ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ພະເຈົ້າ​ເປັນ​ສັດ​ຊື່​ທີ່​ຈະ​ບໍ່​ອະນຸຍາດ​ໃຫ້​ທ່ານ​ທັງ​ຫຼາຍ​ມີ​ທົດລອງ​ເກີນ​ຈະ​ທົນ​ໄດ້ ແຕ່​ວ່າ​ກັບ​ຄວາມ​ທົດລອງ​ນັ້ນ​ພະອົງ​ຈະ​ໂຜດ​ໃຫ້​ມີ​ທາງ​ທີ່​ໜີ​ໄດ້​ດ້ວຍ [“ຈັດ​ທາງ​ອອກ​ໃຫ້,” ລ.ມ.] ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ອົດ​ທົນ​ໄດ້.” (1 ໂກລິນໂທ 10:13) ເພື່ອ​ຊ່ວຍ​ໃຫ້​ອົດ​ທົນ ພະ​ເຢໂຫວາ​ແມ່ນ​ແຕ່​ສາມາດ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ແກ່​ເຮົາ. (2 ໂກລິນໂທ 4:7, ລ.ມ.) ຫຼັງ​ຈາກ​ອົດ​ທົນ​ຄວາມ​ລຳບາກ​ຫຼາຍ​ຢ່າງ ໂປໂລ​ສາມາດ​ເວົ້າ​ໄດ້​ວ່າ “ເຮົາ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້​ດ້ວຍ​ພະອົງ​ຜູ້​ຊູ​ແຮງ​ຂອງ​ເຮົາ.”—ຟີລິບ 4:13.

ການ​ພັດທະນາ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ

20. ຄຸນ​ລັກສະນະ​ອັນ​ໃດ​ແດ່​ທີ່​ພະເຈົ້າ​ພໍ​ໃຈ​ເຊິ່ງ​ເຮົາ​ຄວນ​ພັດທະນາ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?

20 ແນ່ນອນ ການ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ບໍ່​ໄດ້​ໝາຍ​ເຖິງ​ການ​ຫຼີກ​ໜີ​ໃນ​ສິ່ງ​ທີ່​ພະອົງ​ກຽດ​ຊັງ​ເທົ່າ​ນັ້ນ. ເຮົາ​ຍັງ​ຕ້ອງ​ຮັກ​ໃນ​ສິ່ງ​ທີ່​ພະອົງ​ຮັກ. (ໂລມ 12:9) ເຮົາ​ຮູ້ສຶກ​ມັກ​ຄົນ​ທີ່​ມີ​ທັດສະນະ ມີ​ຄວາມ​ສົນ​ໃຈ ແລະ​ມີ​ຄ່າ​ນິຍົມ​ຄື​ເຮົາ​ບໍ່​ແມ່ນ​ບໍ? ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ດັ່ງ​ນັ້ນ ຈົ່ງ​ຮຽນ​ຮູ້​ທີ່​ຈະ​ຮັກ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຮັກ. ສິ່ງ​ເຫຼົ່າ​ນີ້​ບາງ​ຢ່າງ​ມີ​ບອກ​ໄວ້​ໃນ ຄຳເພງ 15:1-5 ເຊິ່ງ​ຢູ່​ຫັ້ນ​ເຮົາ​ຈະ​ອ່ານ​ກ່ຽວ​ກັບ​ຜູ້​ທີ່​ພະເຈົ້າ​ຖື​ວ່າ​ເປັນ​ມິດ​ສະຫາຍ​ຂອງ​ພະອົງ. ມິດ​ສະຫາຍ​ຂອງ​ພະ​ເຢໂຫວາ​ສະແດງ​ສິ່ງ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ຜົນ​ຂອງ​ພະ​ວິນຍານ.” ຜົນ​ຂອງ​ພະ​ວິນຍານ​ນີ້​ມີ​ຄຸນ​ລັກສະນະ​ຕ່າງໆເຊັ່ນ “ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ກັ້ນ​ທົນ​ນານ ຄວາມ​ກະລຸນາ ຄວາມ​ດີ ຄວາມ​ເຊື່ອ ຄວາມ​ອ່ອນ​ໂຍນ ການ​ຄວບຄຸມ​ຕົນ​ເອງ.”—ຄາລາຊີ 5:22, 23, ລ.ມ.

21. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ທີ່​ພະເຈົ້າ​ພໍ​ໃຈ?

21 ການ​ອ່ານ​ແລະ​ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ພະເຈົ້າ​ຊົມ​ຊອບ. ແລະ​ການ​ຮຽນ​ຮູ້​ວ່າ​ພະເຈົ້າ​ປະສົງ​ສິ່ງ​ໃດ​ຈະ​ຊ່ວຍ​ປັບ​ຄວາມ​ຄຶດ​ຂອງ​ເຈົ້າ​ໃຫ້​ປະສານ​ກັບ​ຄວາມ​ຄຶດ​ຂອງ​ພະເຈົ້າ. (ເອຊາອີ 30:20, 21) ແຮ່ງ​ເຈົ້າ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແໜ້ນແຟ້ນ​ຫຼາຍ​ຂຶ້ນ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

22. ຖ້າ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ຫຍັງ?

22 ຈຳເປັນ​ຕ້ອງ​ໄດ້​ອອກ​ຄວາມ​ພະຍາຍາມ​ເພື່ອ​ຈະ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ຄຳພີ​ໄບເບິນ​ປຽບ​ທຽບ​ການ​ປ່ຽນ​ແປງ​ຊີວິດ​ຂອງ​ເຈົ້າ​ກັບ​ການ​ປະ​ຖິ້ມ​ນິດໄສ​ໃຈ​ຄໍ​ແບບ​ເກົ່າ​ແລ້ວ​ສຸບ​ໃສ່​ນິດໄສ​ໃຈ​ຄໍ​ແບບ​ໃໝ່. (ໂກໂລດ 3:9, 10) ແຕ່​ຕໍ່​ກັບ​ຂໍ້​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ຜູ້​ຂຽນ​ຄຳເພງ​ໄດ້​ຂຽນ​ວ່າ “ຜູ້​ທີ່​ຖື​ຮັກສາ​ຂໍ້​ທັງ​ຫຼາຍ​ນັ້ນ​ກໍ​ມີ​ຄ່າ​ບຳເໜັດ​ອັນ​ໃຫຍ່.” (ຄຳເພງ 19:11) ເຈົ້າ​ຈະ​ພົບ​ວ່າ​ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໃຫ້​ຜົນ​ຕອບ​ແທນ​ມາກ​ມາຍ. ໂດຍ​ການ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ໃຫ້​ຄຳຕອບ​ຕໍ່​ການ​ຕັ້ງ​ຂໍ້​ສົງໄສ​ຂອງ​ຊາຕານ​ແລະ​ເຮັດ​ໃຫ້​ໃຈ​ຂອງ​ພະ​ເຢໂຫວາ​ຍິນດີ!

ຈົ່ງ​ຫຼີກ​ໜີ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ

ຄົນທົ່ວໄປເລືອກໃຊ້ຊີວິດໃນແບບທີ່ຜິດສິນລະທຳທາງເພດ ອາດຊະຍາກຳ ຂີ້ລັກ ເມົາເຫຼົ້າ ແລະໃຊ້ຄວາມຮຸນແຮງ
  • ການ​ຂ້າ​ຄົນ.—ອົບພະຍົບ 20:13; 21:22, 23.

  • ການ​ຜິດ​ສິນລະທຳ​ທາງ​ເພດ.—ພວກເລວີ 20:10, 13, 15, 16; ໂລມ 1:24, 26, 27, 32; 1 ໂກລິນໂທ 6:9, 10.

  • ລັດທິ​ພູດ​ຜີ​ປີສາດ.—ພະບັນຍັດ 18:9-13; 1 ໂກລິນໂທ 10:21, 22; ຄາລາຊີ 5:20, 21.

  • ການ​ບູຊາ​ຮູບ​ປັ້ນ.—1 ໂກລິນໂທ 10:14.

  • ການ​ເມົາ​ເຫຼົ້າ.—1 ໂກລິນໂທ 5:11.

  • ການ​ລັກ.—ພວກເລວີ 6:2, 4; ເອເຟດ 4:28.

  • ການ​ຕົວະ.—ສຸພາສິດ 6:16, 19; ໂກໂລດ 3:9; ຄຳປາກົດ 22:15.

  • ຄວາມ​ໂລບ.—1 ໂກລິນໂທ 5:11.

  • ຄວາມ​ຮຸນແຮງ.—ຄຳເພງ 11:5; ສຸພາສິດ 22:24, 25; ມາລາກີ 2:16; ຄາລາຊີ 5:20, 21.

  • ຄຳ​ເວົ້າ​ທີ່​ບໍ່​ດີ.—ພວກເລວີ 19:16; ເອເຟດ 5:4; ໂກໂລດ 3:8.

  • ການ​ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ.—ຕົ້ນເດີມ 9:4; ກິດຈະການ 15:20, 28, 29.

  • ການ​ບໍ່​ຫາ​ລ້ຽງ​ຄອບຄົວ.—1 ຕີໂມເຕ 5:8.

  • ການ​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ ຫຼື​ການ​ໂຕ້​ຖຽງ​ທາງ​ການ ເມືອງ​ຂອງ​ໂລກ​ນີ້.—ເອຊາອີ 2:4; ໂຢຮັນ 6:15; 17:16.

  • ການ​ໃຊ້​ຢາ​ສູບ​ຫຼື​ສິ່ງ​ທີ່​ເອີ້ນ ກັນ​ວ່າ​ຢາ​ທີ່​ໃຊ້​ເພື່ອ​ໃຫ້ ຄວາມ​ເພີດເພີນ.—ມາລະໂກ 15:23; 2 ໂກລິນໂທ 7:1.

a ເລື່ອງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຊາຕານ​ຄວບຄຸມ​ແຕ່​ລະ​ຄົນ​ທີ່​ຕໍ່​ຕ້ານ​ເຈົ້າ. ແຕ່​ຊາຕານ​ເປັນ​ພະເຈົ້າ​ຂອງ​ໂລກ​ນີ້ ແລະ​ໂລກ​ທັງ​ໝົດ​ຢູ່​ໃຕ້​ອຳນາດ​ຂອງ​ມັນ. (2 ໂກລິນໂທ 4:4; 1 ໂຢຮັນ 5:19) ດັ່ງ​ນັ້ນ ເຮົາ​ຄາດ​ໝາຍ​ໄດ້​ວ່າ​ການ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ສະແດງ​ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ​ຈະ​ເປັນ​ແນວ​ທາງ​ທີ່​ບໍ່​ນິຍົມ​ຊົມ​ຊອບ​ຫຼາຍ​ແລະ​ບາງ​ຄົນ​ຈະ​ຕໍ່​ຕ້ານ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ໂດຍ​ການ​ເຊື່ອ​ຟັງ​ພະເຈົ້າ ເຮົາ​ສາມາດ​ເປັນ​ມິດ​ສະຫາຍ​ຂອງ ພະອົງ​ໄດ້.—ຢາໂກໂບ 2:23.

  • ຊາຕານ​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ຄວາມ​ສັດ​ຊື່​ຂອງ​ມະນຸດ​ທຸກ​ຄົນ.—ໂຢບ 1:8, 10, 11; 2:4; ສຸພາສິດ 27:11.

  • ເຮົາ​ຕ້ອງ​ຫຼີກ​ໜີ​ຈາກ​ການ​ເຮັດ​ສິ່ງ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ.—1 ໂກລິນໂທ 6:9, 10.

  • ເຮົາ​ສາມາດ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໂດຍ​ການ​ກຽດ​ຊັງ​ໃນ​ສິ່ງ​ທີ່​ພະອົງ​ກຽດ​ຊັງ ແລະ​ຮັກ​ໃນ​ສິ່ງ​ທີ່​ພະອົງ​ຮັກ.—ໂລມ 12:9.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌