ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ກິດຈະການ 21-22
‘ໃຫ້ເປັນຕາມນ້ຳໃຈແຫ່ງພະເຢໂຫວາເຖີ້ນ’
ໂປໂລເຊື່ອວ່າພະລັງບໍລິສຸດຊັກນຳລາວໃຫ້ໄປເມືອງເຢຣຶຊາເລມ ບ່ອນທີ່ລາວຈະເຈິການຂົ່ມເຫງ. (ກິດ. 20:22, 23) ສະນັ້ນ ເມື່ອພີ່ນ້ອງຄລິດສະຕຽນທີ່ຫວັງດີຂໍຮ້ອງບໍ່ໃຫ້ລາວໄປ ລາວຈຶ່ງຕອບວ່າ: “ເປັນສັນໃດທ່ານທັງຫຼາຍຮ້ອງໄຫ້ແລະກະທຳໃຫ້ໃຈຂອງເຮົາອ່ອນໄປ?” (ກິດ. 21:13) ເຮົາບໍ່ຢາກເຮັດໃຫ້ຄົນອື່ນປ່ຽນໃຈທີ່ຈະເສຍສະລະຕົວເອງໃນວຽກຮັບໃຊ້ພະເຢໂຫວາ.