ເພງທີ 134
ລູກເປັນຂອງຂວັນຈາກພະເຈົ້າ
1. ເມື່ອຜູ້ຊາຍ ໄດ້ກາຍເປັນພໍ່ຄົນ
ເມື່ອຜູ້ຍິງໄດ້ໃຫ້ກຳເນີດ ລູກອອກມາ
ເຂົາທັງສອງຕ້ອງຈື່ແລະວາງໃຈວ່າ
ລູກບໍ່ໄດ້ເປັນ ຂອງຕົນ ເທົ່ານັ້ນ
ແຕ່ເປັນຂອງຂວັນ ຈາກພະເຢໂຫວາ
ຜູ້ທີ່ເປັນແຫຼ່ງ ຄວາມຮັກແລະໃຫ້ຊີວິດ
ເປັນຜູ້ທີ່ໃຫ້ ຄຳແນະນຳພໍ່ແມ່
ເພື່ອໃຫ້ເຮັດຕາມ ທາງຂອງຄວາມ ປັນຍາ
(ທ່ອນຊ້ຳ)
ສິດທິພິເສດທີ່ເຈົ້າໄດ້ຮັບນີ້ ເຈົ້າມີຂອງຂວັນມີຄ່າໃນມື
ໃຫ້ສິ່ງທີ່ດີມີຄ່າກວ່າສິ່ງໃດ ຄືສອນໃຫ້ລູກເຊື່ອຟັງພະເຈົ້າ
2. ຄຳສັ່ງສອນ ທຸກຢ່າງຂອງພະເຈົ້າ
ຕ້ອງໃຫ້ຢູ່ໃນຫົວໃຈຂອງ ເຈົ້າສະເໝີ
ເພື່ອເຈົ້າຈະສອນລູກຊາຍຍິງຂອງເຈົ້າ
ເຈົ້າຕ້ອງວາງໃຈ ເຮັດຕາມ ໜ້າທີ່
ໃຫ້ສອນລູກໃນ ເວລາເຈົ້າເດີນທາງ
ເວລາຕື່ນນອນ ແລະຕອນທີ່ເຈົ້າພັກຜ່ອນ
ເຖິງເວລາຜ່ານ ລູກກໍຍັງຈື່ໄດ້
ໃຫ້ເຂົາເຊື່ອຟັງ ເພື່ອຈະໄດ້ ຊີວິດ
(ທ່ອນຊ້ຳ)
ສິດທິພິເສດທີ່ເຈົ້າໄດ້ຮັບນີ້ ເຈົ້າມີຂອງຂວັນມີຄ່າໃນມື
ໃຫ້ສິ່ງທີ່ດີມີຄ່າກວ່າສິ່ງໃດ ຄືສອນໃຫ້ລູກເຊື່ອຟັງພະເຈົ້າ
(ເບິ່ງຕື່ມ ບັນຍັດ. 6:6, 7; ເອເຟ. 6:4; 1 ຕີໂມ. 4:16)