ເພງທີ 77
ແສງສະຫວ່າງໃນໂລກມືດ
1. ວັນມືດມົວ ຄວາມຊົ່ວມີທຸກແຫ່ງ
ເຮົາເຫັນແສງທີ່ສ່ອງມາ
ດັ່ງແສງທອງ ເປີດຟ້າຂອງວັນໃໝ່
ອີກບໍ່ດົນຈະເກີດຂຶ້ນ
(ທ່ອນຊ້ຳ)
ແສງສ່ອງຜ່ານຄວາມມືດມົວ
ຄືທີ່ເຮົາໄດ້ຮັບຂ່າວດີ
ທີ່ໃຫ້ຄວາມຫວັງງົດງາມ
ສາດສ່ອງດັ່ງແສງຕາເວັນ
ໃຫ້ເຮົາເຫັນພາບຂອງວັນໃໝ່
ຄ່ຳຄືນ ຜ່ານໄປ
2. ຄົນນອນຫຼັບ ຈຳເປັນຈະຕ້ອງຕື່ນ
ວັນຄືນໃກ້ຈະຈົບລົງ
ເຮົາຊ່ວຍຄົນ ມີຄວາມຫວັງໃນໃຈ
ອະທິດຖານເພື່ອພວກເຂົາ
(ທ່ອນຊ້ຳ)
ແສງສ່ອງຜ່ານຄວາມມືດມົວ
ຄືທີ່ເຮົາໄດ້ຮັບຂ່າວດີ
ທີ່ໃຫ້ຄວາມຫວັງງົດງາມ
ສາດສ່ອງດັ່ງແສງຕາເວັນ
ໃຫ້ເຮົາເຫັນພາບຂອງວັນໃໝ່
ຄ່ຳຄືນ ຜ່ານໄປ
(ເບິ່ງຕື່ມ ໂຢ. 3:19; 8:12; ໂລມ 13:11, 12; 1 ເປ. 2:9)