ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 1 ໜ້າ 4
  • ຄຳ​ນຳ​ທີ່​ມີ​ປະສິດທິພາບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ນຳ​ທີ່​ມີ​ປະສິດທິພາບ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້
    ຝຶກຝົນຕົວເອງໃນການອ່ານແລະການສອນ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 1 ໜ້າ 4

ບົດຮຽນ​ທີ 1

ຄຳ​ນຳ​ທີ່​ມີ​ປະສິດທິພາບ

ການ​ອ້າງອີງ​ຂໍ້​ຄຳພີ

ກິດຈະການ 17:22

ຈຸດ​ສຳຄັນ: ຄຳ​ນຳ​ຂອງ​ເຈົ້າ​ຄວນ​ກະຕຸ້ນ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ ບອກ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ໜ້າ​ສົນ​ໃຈ.

ສິ່ງ​ທີ່​ຄວນ​ເຮັດ:

  • ກະຕຸ້ນ​ຄວາມ​ສົນ​ໃຈ. ເລືອກ​ຄຳຖາມ ຄຳເວົ້າ ປະສົບການ ຫຼື​ຂ່າວ​ທີ່​ຜູ້​ຟັງ​ສົນ​ໃຈ.

    ວິທີ​ປະຕິບັດ

    ຄິດ​ລ່ວງ​ໜ້າ​ຢ່າງ​ຮອບຄອບ​ວ່າ​ຜູ້​ຟັງ​ສົນໃຈ​ແລະ​ເປັນ​ຫ່ວງ​ເລື່ອງ​ຫຍັງ ແລ້ວ​ເຮັດ​ໃຫ້​ຄຳ​ນຳ​ຂອງ​ເຈົ້າ​ເຂົ້າ​ກັບ​ເລື່ອງ​ນັ້ນ.

  • ບອກ​ຜູ້​ຟັງ​ໃຫ້​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ. ຄຳ​ນຳ​ຂອງ​ເຈົ້າ​ຄວນ​ຈະ​ບອກ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ​ແລະ​ຈຸດ​ປະສົງ​ຂອງ​ເຈົ້າ​ແມ່ນ​ຫຍັງ.

  • ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ເລື່ອງ​ທີ່​ເວົ້າ​ຈຶ່ງ​ສຳຄັນ. ຄຳ​ນຳ​ຂອງ​ເຈົ້າ​ຕ້ອງ​ກົງ​ກັບ​ຄວາມ​ຈຳເປັນ​ຂອງ​ຜູ້​ຟັງ. ຜູ້​ຟັງ​ຄວນ​ເຂົ້າ​ໃຈ​ແຈ້ງ​ວ່າ​ເລື່ອງ​ນັ້ນ​ເປັນ​ປະໂຫຍດ​ກັບ​ເຂົາ​ເຈົ້າ​ແນວ​ໃດ.

    ວິທີ​ປະຕິບັດ

    ເມື່ອ​ກຽມ​ຄຳ​ບັນລະຍາຍ ໃຫ້​ຖາມ​ຕົວ​ເອງ​ວ່າ ‘ມີ​ສະພາບການ​ຫຍັງ​ແດ່​ທີ່​ພີ່​ນ້ອງ​ໃນ​ປະຊາຄົມ​ກຳລັງ​ປະສົບ?’ ຈາກ​ນັ້ນ ເຮັດ​ໃຫ້​ຄຳ​ນຳ​ຂອງ​ເຈົ້າ​ເຂົ້າ​ກັບ​ຄວາມ​ຈຳເປັນ​ຂອງ​ພີ່​ນ້ອງ.

ໃນ​ວຽກ​ປະກາດ

ເພື່ອ​ຈະ​ຮູ້​ວ່າ​ຄົນ​ທົ່ວໄປ​ສົນ​ໃຈ​ເລື່ອງ​ຫຍັງ ເຈົ້າ​ຕ້ອງ​ສັງເກດ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ຫຼື​ສິ່ງ​ທີ່​ຢູ່​ອ້ອມ​ຕົວ​ເຂົາ​ເຈົ້າ. ໃຫ້​ເລີ່ມ​ການ​ສົນທະນາ​ໂດຍ​ໃຊ້​ຄຳຖາມ​ຫຼື​ເວົ້າ​ບາງ​ຢ່າງ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເຫັນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌