ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 2 ໜ້າ 5
  • ການ​ເວົ້າ​ທີ່​ເປັນ​ທຳມະຊາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ເວົ້າ​ທີ່​ເປັນ​ທຳມະຊາດ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເຂົ້າ​ເຖິງ​ຫົວໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 2 ໜ້າ 5

ບົດຮຽນ​ທີ 2

ການ​ເວົ້າ​ທີ່​ເປັນ​ທຳມະຊາດ

ການ​ອ້າງອີງ​ຂໍ້​ຄຳ

2 ໂກລິນໂທ 2:17

ຈຸດ​ສຳຄັນ: ເວົ້າ​ໃຫ້​ເປັນ​ທຳມະຊາດ ຈິງ​ໃຈ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເວົ້າ​ແລະ​ຕໍ່​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ອະທິດຖານ​ແລະ​ກຽມ​ຕົວຢ່າງ​ດີ. ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເຖິງ​ເລື່ອງ​ທີ່​ຈະ​ເວົ້າ ບໍ່​ແມ່ນ​ຄິດ​ເຖິງ​ຕົວ​ເອງ. ຄວນ​ຈື່​ຈຸດ​ສຳຄັນ​ທີ່​ເຈົ້າ​ຕ້ອງການ​ນຳ​ສະເໜີ. ໃຫ້​ເວົ້າ​ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ ບໍ່​ແມ່ນ​ອ່ານ​ແຕ່​ໃນ​ເຈ້ຍ​ເທົ່າ​ນັ້ນ.

    ວິທີ​ປະຕິບັດ

    ຖ້າ​ເຈົ້າ​ອ່ານ​ຈາກ​ຄຳພີ​ໄບເບິນ​ຫຼື​ປຶ້ມ​ອື່ນໆ ໃຫ້​ພະຍາຍາມ​ເຂົ້າ​ໃຈ​ເລື່ອງ​ທີ່​ຈະ​ອ່ານ​ຢ່າງ​ດີ ເພື່ອ​ໃຫ້​ການ​ອ່ານ​ຂອງ​ເຈົ້າ​ລ່ຽນ​ໄຫຼ​ດີ. ຖ້າ​ເຈົ້າ​ຍົກ​ຄຳ​ເວົ້າ​ຂອງ​ຜູ້​ອື່ນ​ມາ​ເວົ້າ ໃຫ້​ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ ແຕ່​ບໍ່​ຕ້ອງ​ສະແດງ​ຄວາມ​ຮູ້ສຶກ​ນັ້ນ​ຫຼາຍ​ເກີນ​ໄປ.

  • ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ໃຈ. ໃຫ້​ສົນ​ໃຈ​ທີ່​ຜູ້​ຟັງ. ຄິດ​ວ່າ​ເປັນ​ຫຍັງ​ຜູ້​ຟັງ​ຈຶ່ງ​ຈຳເປັນ​ຕ້ອງ​ຮູ້​ເລື່ອງ​ທີ່​ເຈົ້າ​ເວົ້າ. ເມື່ອ​ເຮັດ​ແບບ​ນັ້ນ​ທ່າ​ທາງ​ແລະ​ສີ​ໜ້າ​ຂອງ​ເຈົ້າ​ກໍ​ຈະ​ສະແດງ​ອອກ​ເຖິງ​ຄວາມ​ຮູ້ສຶກ​ອົບອຸ່ນ ຈິງ​ໃຈ ແລະ​ເປັນ​ມິດ.

    ວິທີ​ປະຕິບັດ

    ເຖິງ​ວ່າ​ຈະ​ເວົ້າ​ແບບ​ເປັນ​ທຳມະຊາດ ແຕ່​ກໍ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ເລື່ອງ​ທີ່​ເວົ້າ​ໂດຍ​ເວົ້າ​ໃຫ້​ແຈ້ງ​ແລະ​ຖືກຕ້ອງ​ຕາມ​ຫຼັກ​ພາສາ.

  • ເບິ່ງ​ຜູ້​ຟັງ. ໃຫ້​ສົບ​ຕາ​ກັບ​ຜູ້​ຟັງ​ຖ້າ​ການ​ເຮັດ​ແບບ​ນັ້ນ​ບໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອຶດ​ອັດ. ເມື່ອ​ບັນລະຍາຍ​ໃຫ້​ເບິ່ງ​ຜູ້​ຟັງ​ເທື່ອ​ລະ​ຄົນ​ແທນ​ທີ່​ຈະ​ກວາດ​ສາຍ​ຕາ ຫຼື​ເບິ່ງ​ຜ່ານໆ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌