ເພງທີ 89
ຟັງ ເຮັດຕາມ ແລ້ວຈະໄດ້ພອນ
1. ພະຄລິດສອນເຮົາແລະວາງແບບຢ່າງໃຫ້ພວກເຮົາ
ເຮົາເຮັດແນວໃດທີ່ສະແດງວ່າເຊື່ອຟັງ
ເຮົາມີຄວາມສຸກເມື່ອໄດ້ຍິນແລະໄດ້ເຂົ້າໃຈ
ຖ້າເຮົາຮຽນແລ້ວເຮົາເຮັດຕາມຈະໄດ້ພອນ
(ທ່ອນຊ້ຳ)
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
ເມື່ອຮູ້ຄຳສອນຂອງພະເຈົ້າ
ເຮົາໄດ້ມີຄວາມສຸກແລະຄວາມສະຫງົບໃຈ
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
2. ທາງແຫ່ງຊີວິດປຽບດັ່ງເຮືອນທີ່ຕັ້ງໝັ້ນຄົງ
ທີ່ສ້າງເທິງຫີນບໍ່ແມ່ນສ້າງເທິງດິນຊາຍ
ຖ້າເຮົາເຮັດຕາມການຊີ້ນຳຂອງພະເຍຊູ
ຄືເຮົາສ້າງຊີວິດເທິງບ່ອນທີ່ໝັ້ນຄົງ
(ທ່ອນຊ້ຳ)
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
ເມື່ອຮູ້ຄຳສອນຂອງພະເຈົ້າ
ເຮົາໄດ້ມີຄວາມສຸກແລະຄວາມສະຫງົບໃຈ
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
3. ດັ່ງຕົ້ນໄມ້ໃຫຍ່ທີ່ປູກໄວ້ຢູ່ໃກ້ແຄມນ້ຳ
ກໍຈະເກີດໝາກຕາມລະດູການຂອງມັນ
ຄືກັບເຊື່ອຟັງເຢໂຫວາດັ່ງລູກຊາຍຍິງ
ເຮົາຈະໄດ້ພອນແລະຊີວິດຕະຫຼອດໄປ
(ທ່ອນຊ້ຳ)
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
ເມື່ອຮູ້ຄຳສອນຂອງພະເຈົ້າ
ເຮົາໄດ້ມີຄວາມສຸກແລະຄວາມສະຫງົບໃຈ
ຟັງ ແລ້ວເຮັດຕາມ ຈະໄດ້ພອນ
(ເບິ່ງຕື່ມ ບັນຍັດ. 28:2; ເພງ. 1:3; ສຸພາ. 10:22; ມັດ. 7:24-27; ລືກາ 6:47-49)