ຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂນເອ ດານຽນ ແລະໂຢບ
‘ໂນເອ ດານຽນ ກັບໂຢບ . . . ຈະຊ່ອຍຊີວິດຈິດໃຈເອງໃຫ້ພົ້ນດ້ວຍຄວາມຊອບທຳຂອງເຂົາ.’—ເອເຊກຽນ 14:14
1, 2. (ກ) ເປັນຫຍັງການພິຈາລະນາເລື່ອງຂອງໂນເອ ດານຽນ ແລະໂຢບຈຶ່ງໃຫ້ກຳລັງໃຈເຮົາ? (ຂ) ຕອນທີ່ເອເຊກຽນຂຽນພະທຳເອເຊກຽນ 14:14 ສະພາບການໃນຕອນນັ້ນເປັນແນວໃດ?
ເຈົ້າກຳລັງຮັບມືກັບຄວາມຫຍຸ້ງຍາກບໍເຊິ່ງອາດເປັນຍ້ອນເຈົ້າເຈັບປ່ວຍ ມີບັນຫາທາງການເງິນ ຫຼືຖືກຂົ່ມເຫງ? ບາງເທື່ອສິ່ງທີ່ເຈົ້າປະສົບເຮັດໃຫ້ເຈົ້າບໍ່ມີຄວາມຍິນດີໃນການຮັບໃຊ້ພະເຢໂຫວາບໍ? ຖ້າເປັນແນວນັ້ນ ເຈົ້າຈະໄດ້ຮັບກຳລັງໃຈຈາກການພິຈາລະນາເລື່ອງຂອງໂນເອ ດານຽນ ແລະໂຢບ. ເຂົາເຈົ້າກໍເປັນຄົນບໍ່ສົມບູນແບບ ມີບັນຫາແລະຂໍ້ທ້າທາຍຄືກັບທີ່ເຮົາມີໃນທຸກມື້ນີ້. ບາງເທື່ອ ຊີວິດຂອງເຂົາເຈົ້າກໍເຖິງຂັ້ນຕົກຢູ່ໃນອັນຕະລາຍ. ແຕ່ເຂົາເຈົ້າກໍຍັງຮັກສາຄວາມພັກດີຕໍ່ພະເຢໂຫວາ ແລະພະອົງເບິ່ງເຂົາເຈົ້າວ່າເປັນຕົວຢ່າງຂອງຄວາມເຊື່ອແລະການເຊື່ອຟັງ.—ອ່ານເອເຊກຽນ 14:12-14
2 ເອເຊກຽນຂຽນພະທຳເອເຊກຽນ 14:14 ເຊິ່ງເປັນຂໍ້ພະຄຳພີຫຼັກຂອງບົດຄວາມນີ້ ຕອນທີ່ລາວຢູ່ໃນເມືອງບາບີໂລນໃນປີ 612 ກ່ອນ ຄ.ສ.a (ເບິ່ງໄຂເງື່ອນ) (ເອເຊກຽນ 1:1; 8:1) ບໍ່ດົນກ່ອນທີ່ເມືອງເຢຣຶຊາເລມຈະຖືກທຳລາຍໃນປີ 607. ມີບໍ່ເທົ່າໃດຄົນທີ່ລອດຊີວິດ ຍ້ອນເຂົາເຈົ້າສັດຊື່ແລະເຊື່ອຟັງພະເຢໂຫວາຄືກັບໂນເອ ດານຽນ ແລະໂຢບ. (ເອເຊກຽນ 9:1-5) ໃນຄົນເຫຼົ່ານັ້ນມີ ເຢເຣມີ ບາຣຶກ ເອເບດເມເລກ ແລະຊາວເຣກາບີດ.
3. ເຮົາຈະຮຽນເລື່ອງຫຍັງໃນບົດຄວາມນີ້?
3 ທຸກມື້ນີ້ກໍຄືກັນ ມີພຽງຄົນທີ່ພະເຢໂຫວາເບິ່ງວ່າເປັນຄົນຊອບທຳຄືກັບໂນເອ ດານຽນ ແລະໂຢບເທົ່ານັ້ນທີ່ຈະລອດເມື່ອໂລກຊົ່ວນີ້ຖືກທຳລາຍ. (ຄຳປາກົດ 7:9, 14) ດັ່ງນັ້ນ ໃຫ້ເຮົາມາເບິ່ງວ່າເປັນຫຍັງພະເຢໂຫວາໃຊ້ສາມຄົນນີ້ເພື່ອເປັນຕົວຢ່າງຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງໃນສາຍຕາພະອົງ. ເຮົາຈະຮຽນຮູ້ວ່າ (1) ເຂົາເຈົ້າມີບັນຫາແລະຂໍ້ທ້າທາຍຫຍັງແດ່ (2) ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງເຂົາເຈົ້າໄດ້ແນວໃດ.
ໂນເອສະແດງຄວາມເຊື່ອແລະເຊື່ອຟັງພະເຈົ້າຫຼາຍກວ່າ 900 ປີ!
4, 5. ໂນເອມີບັນຫາແລະຂໍ້ທ້າທາຍຫຍັງແດ່? ແລະເປັນຫຍັງເຮົາຈຶ່ງຮູ້ສຶກປະທັບໃຈລາວ?
4 ໂນເອມີບັນຫາແລະຂໍ້ທ້າທາຍຫຍັງແດ່? ໃນສະໄໝເຫນົກເຊິ່ງເປັນທວດຂອງໂນເອ ຜູ້ຄົນສະໄໝນັ້ນກໍຊົ່ວຢູ່ແລ້ວ ເຂົາເຈົ້າເວົ້າ “ຄຳຫຍາບຊ້າ” ຕໍ່ພະເຢໂຫວາ. (ຢູເດ 14, 15 ທ.ປ.) ເມື່ອເວລາຜ່ານໄປໂລກກໍມີແຕ່ຄວາມຮຸນແຮງຫຼາຍຂຶ້ນເລື້ອຍໆ. ເມື່ອຮອດສະໄໝຂອງໂນເອ “ໂລກເຕັມໄປດ້ວຍການຫຍາບຊ້າສາໂຫດ.” ທູດສະຫວັນຊົ່ວໄດ້ມາເທິງໂລກແລະແປງກາຍເປັນມະນຸດ ເຂົາເຈົ້າແຕ່ງດອງກັບຜູ້ຍິງແລ້ວກໍມີລູກທີ່ຊົ່ວຮ້າຍແລະມັກຄວາມຮຸນແຮງ. (ຕົ້ນເດີມ 6:2-4, 11, 12) ແຕ່ໂນເອແຕກຕ່າງຈາກຄົນອື່ນໆຢ່າງຊັດເຈນ. ຄຳພີໄບເບິນບອກວ່າ: “ໂນເອໄດ້ພໍ້ພະຄຸນໃນຕາຂອງພະເຢໂຫວາ” ເຊິ່ງບໍ່ຄືກັບຄົນທົ່ວໄປທີ່ຢູ່ອ້ອມຂ້າງລາວ. ໂນເອເຮັດສິ່ງທີ່ຖືກຕ້ອງ ລາວໄດ້ “ທຽວໄປນຳພະເຈົ້າ.”—ຕົ້ນເດີມ 6:8, 9
5 ເລື່ອງນີ້ບອກຫຍັງເຮົາກ່ຽວກັບໂນເອ? ທຳອິດ ໃຫ້ລອງຄິດເບິ່ງວ່າໂນເອຮັບໃຊ້ພະເຢໂຫວາຢ່າງສັດຊື່ມາດົນສ່ຳໃດໃນໂລກທີ່ຊົ່ວຮ້າຍກ່ອນນ້ຳຖ້ວມໂລກ. ບໍ່ແມ່ນ 70 ຫຼື 80 ປີເທົ່ານັ້ນແຕ່ເກືອບ 600 ປີ! (ຕົ້ນເດີມ 7:11) ທີສອງ ໂນເອບໍ່ໄດ້ມີປະຊາຄົມທີ່ຈະໃຫ້ການຊ່ວຍເຫຼືອແລະໃຫ້ກຳລັງໃຈລາວຄືກັບເຮົາໃນທຸກມື້ນີ້. ເບິ່ງຄືວ່າລາວບໍ່ມີຍາດພີ່ນ້ອງທີ່ຈະສະໜັບສະໜູນລາວດ້ວຍຊ້ຳ.b—ເບິ່ງໄຂເງື່ອນ
6. ໂນເອສະແດງໃຫ້ເຫັນແນວໃດວ່າລາວກ້າຫານຫຼາຍ?
6 ໂນເອບໍ່ໄດ້ຄິດວ່າພຽງແຕ່ເປັນຄົນດີກໍພໍແລ້ວ. ລາວກ້າທີ່ຈະບອກຄົນອື່ນເລື່ອງຄວາມເຊື່ອຂອງລາວກ່ຽວກັບພະເຢໂຫວາ. ຄຳພີໄບເບິນເອີ້ນລາວວ່າຜູ້ “ປ່າວປະກາດຄວາມຊອບທຳ.” (2 ເປໂຕ 2:5) ອັກຄະສາວົກໂປໂລເວົ້າກ່ຽວກັບໂນເອວ່າ: “ເພາະລາວມີຄວາມເຊື່ອ ລາວຈຶ່ງເຮັດໃຫ້ເຫັນວ່າໂລກໃນສະໄໝນັ້ນຄວນຖືກທຳລາຍ.” (ເຫບເລີ 11:7, ລ.ມ.) ບໍ່ຕ້ອງສົງໄສເລີຍວ່າຜູ້ຄົນຄົງຈະເຍາະເຍີ້ຍແລະພະຍາຍາມເຮັດໃຫ້ລາວຢຸດສ້າງເຮືອໃຫຍ່. ບາງເທື່ອເຂົາເຈົ້າອາດເຖິງກັບຂູ່ວ່າຈະທຳຮ້າຍລາວ ແຕ່ໂນເອກໍບໍ່ໄດ້ຢ້ານຄົນເຫຼົ່ານັ້ນ. (ສຸພາສິດ 29:25) ແຕ່ຍ້ອນລາວມີຄວາມເຊື່ອ ພະເຢໂຫວາຈຶ່ງໃຫ້ລາວມີຄວາມກ້າຫານ ແລະພະອົງກໍຍັງໄດ້ໃຫ້ຄວາມກ້າຫານກັບຜູ້ຮັບໃຊ້ທີ່ສັດຊື່ທຸກຄົນໃນທຸກມື້ນີ້ຄືກັນ.
7. ຕອນທີ່ສ້າງເຮືອໃຫຍ່ ໂນເອມີບັນຫາແລະຂໍ້ທາຍອັນໃດແດ່?
7 ຕອນທີ່ພະເຢໂຫວາບອກໃຫ້ໂນເອສ້າງເຮືອໃຫຍ່ເພື່ອຊ່ວຍຜູ້ຄົນແລະສັດຕ່າງໆຈາກນ້ຳຖ້ວມໂລກ ລາວກໍສັດຊື່ຕໍ່ພະອົງມາຫຼາຍກວ່າ 500 ປີແລ້ວ. (ຕົ້ນເດີມ 5:32; 6:14) ການສ້າງເຮືອໃຫຍ່ນີ້ຄົງຕ້ອງເປັນເລື່ອງຍາກຫຼາຍສຳລັບໂນເອ ແລະລາວຮູ້ດີວ່າຜູ້ຄົນຄົງຈະເຍາະເຍີ້ຍລາວຫຼາຍຂຶ້ນເຊິ່ງຈະເຮັດໃຫ້ຊີວິດຂອງລາວມີແຕ່ຄວາມຫຍຸ້ງຍາກ. ແຕ່ໂນເອມີຄວາມເຊື່ອແລະເຊື່ອຟັງພະເຢໂຫວາ. “ໂນເອໄດ້ກະທຳທຸກສິ່ງ” ຕາມທີ່ພະອົງບອກ.—ຕົ້ນເດີມ 6:22
8. ໂນເອວາງໃຈພະເຢໂຫວາແນວໃດໃນເລື່ອງການຈັດຫາສິ່ງຈຳເປັນສຳລັບຄອບຄົວ?
8 ໂນເອຍັງມີຂໍ້ທ້າທາຍອີກຢ່າງໜຶ່ງ. ລາວຕ້ອງຈັດຫາສິ່ງຈຳເປັນໃຫ້ເມຍແລະລູກ. ກ່ອນນ້ຳຖ້ວມໂລກການປູກພືດຜັກເປັນວຽກທີ່ໜັກຫຼາຍ. ໂນເອກໍຕ້ອງປະສົບແບບນັ້ນຄືກັນ. (ຕົ້ນເດີມ 5:28, 29) ແນວໃດກໍຕາມ ລາວບໍ່ໄດ້ໃຫ້ສິ່ງຈຳເປັນຂອງຄອບຄົວກາຍເປັນສິ່ງທີ່ລາວກັງວົນຫຼາຍທີ່ສຸດ ແຕ່ລາວໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ. ເຖິງວ່າໂນເອຫຍຸ້ງຢູ່ກັບການສ້າງເຮືອຫຼາຍກວ່າ 40 ຫຼື 50 ປີ ແຕ່ລາວຖືວ່າການຮັບໃຊ້ພະເຢໂຫວາສຳຄັນສະເໝີແລະລາວຍັງຮັບໃຊ້ຕໍ່ໄປອີກ 350 ປີຫຼັງຈາກນ້ຳຖ້ວມໂລກ. (ຕົ້ນເດີມ 9:28) ໂນເອເປັນຕົວຢ່າງທີ່ດີແທ້ໆໃນເລື່ອງຄວາມເຊື່ອແລະການເຊື່ອຟັງ!
9, 10. (ກ) ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂນເອໄດ້ແນວໃດ? (ຂ) ຖ້າເຈົ້າຕັ້ງໃຈເຊື່ອຟັງກົດໝາຍຂອງພະເຈົ້າ ເຈົ້າສາມາດໝັ້ນໃຈໃນເລື່ອງໃດ?
9 ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂນເອໄດ້ແນວໃດ? ເຮົາຮຽນແບບໄດ້ໂດຍເຮັດຕາມມາດຕະຖານຂອງພະເຢໂຫວາສະເໝີ ບໍ່ເປັນສ່ວນໃນໂລກຂອງຊາຕານ ແລະໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ. (ມັດທາຍ 6:33; ໂຢຮັນ 15:19) ແນ່ນອນ ເມື່ອເຮົາເຮັດແບບນີ້ຜູ້ຄົນໃນໂລກຈະບໍ່ມັກເຮົາ. ຕົວຢ່າງເຊັ່ນ: ຍ້ອນເຮົາຕັ້ງໃຈແນ່ວແນ່ທີ່ຈະເຊື່ອຟັງກົດໝາຍຂອງພະເຈົ້າໃນເລື່ອງເພດແລະການແຕ່ງດອງ ຫຼາຍຄົນຈຶ່ງເວົ້າເຖິງເຮົາໃນແງ່ລົບໃນທາງສື່ຕ່າງໆ. (ອ່ານມາລາກີ 3:17, 18) ຄືກັບໂນເອ ເຮົາບໍ່ຢ້ານຜູ້ຄົນ ແຕ່ເຮົາຢ້ານຢຳພະເຢໂຫວາ ເຮົານັບຖືພະອົງຫຼາຍແລະບໍ່ຢາກເຮັດໃຫ້ພະອົງຜິດຫວັງ. ເຮົາຮູ້ວ່າພະອົງຜູ້ດຽວເທົ່ານັ້ນທີ່ສາມາດໃຫ້ຊີວິດຕະຫຼອດໄປກັບເຮົາໄດ້.—ລືກາ 12:4, 5
10 ຂໍໃຫ້ຖາມຕົວເອງວ່າ: ‘ຂ້ອຍຍັງຈະເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງບໍ ເຖິງວ່າຄົນອື່ນຈະເຍາະເຍີ້ຍຫຼືວິພາກວິຈານຂ້ອຍ? ຂ້ອຍເຊື່ອບໍວ່າພະອົງຈະຈັດກຽມສິ່ງຈຳເປັນສຳລັບຄອບຄົວຂ້ອຍເຖິງວ່າຕອນນັ້ນການຫາລ້ຽງຊີບຈະຫຍຸ້ງຍາກ?’ ຖ້າເຈົ້າວາງໃຈພະເຢໂຫວາແລະເຊື່ອຟັງພະອົງຄືກັບໂນເອ ເຈົ້າກໍໝັ້ນໃຈໄດ້ວ່າພະອົງຈະເບິ່ງແຍງເຈົ້າ.—ຟີລິບ 4:6, 7
ດານຽນສະແດງຄວາມເຊື່ອແລະເຊື່ອຟັງພະເຈົ້າເຖິງວ່າຈະຢູ່ໃນເມືອງທີ່ຊົ່ວຊ້າ
11. ດານຽນແລະໝູ່ຂອງລາວ 3 ຄົນປະສົບບັນຫາແລະຂໍ້ທ້າທາຍຫຍັງແດ່ເມື່ອຢູ່ບາບີໂລນ? (ເບິ່ງຮູບທຳອິດ)
11 ດານຽນມີບັນຫາແລະຂໍ້ທ້າທາຍຫຍັງແດ່? ດານຽນຖືກບັງຄັບໃຫ້ໄປຢູ່ເມືອງບາບີໂລນເຊິ່ງເປັນເມືອງຂອງຄົນຕ່າງຊາດທີ່ເຕັມໄປດ້ວຍການນະມັດສະການພະປອມ ແລະສິ່ງທີ່ກ່ຽວຂ້ອງກັບຜີປີສາດ. ຄົນທີ່ຢູ່ທີ່ນັ້ນບໍ່ມັກແລະເຍາະເຍີ້ຍຊາວຢິວກັບພະເຢໂຫວາ. (ຄຳເພງ 137:1, 3) ດານຽນແລະຊາວຢິວຄົນອື່ນໆທີ່ຮັກພະເຢໂຫວາຄົງຮູ້ສຶກເຈັບປວດໃຈ! ຫຼາຍຄົນທີ່ຢູ່ທີ່ນັ້ນກໍຈັບຕາເບິ່ງດານຽນແລະໝູ່ອີກ 3 ຄົນຄື ຫານາເນຍ ມີຊາເອນ ແລະອາຊາເຣຍຍ້ອນເຂົາເຈົ້າໄດ້ໄປຝຶກເຮັດວຽກໃຫ້ກະສັດບາບີໂລນ. ນອກຈາກນີ້ ເຂົາເຈົ້າຖືກຄາດໝາຍໃຫ້ກິນອາຫານຂອງກະສັດເຊິ່ງລວມມີອາຫານທີ່ບໍ່ສະອາດຕາມກົດໝາຍຂອງພະເຈົ້າ. ແຕ່ດານຽນ ‘ບໍ່ໄດ້ໃຫ້ຕົວຖືກຖ່ອຍຮ້າຍດ້ວຍອາຫານອັນປະນີດຂອງກະສັດ.’—ດານຽນ 1:5-8, 14-17
12. (ກ) ດານຽນເປັນຄົນແບບໃດ? (ຂ) ພະເຢໂຫວາເບິ່ງດານຽນແນວໃດ?
12 ດານຽນຍັງມີບັນຫາອີກຢ່າງໜຶ່ງເຊິ່ງທຳອິດອາດເບິ່ງຄືວ່າບໍ່ໄດ້ຫຍຸ້ງຍາກຫຼາຍປານໃດ. ດານຽນເປັນຄົນທີ່ມີຄວາມສາມາດແລະຍ້ອນແນວນັ້ນ ກະສັດຈຶ່ງໃຫ້ສິດທິພິເສດຫຼາຍຢ່າງກັບດານຽນ. (ດານຽນ 1:19, 20) ແຕ່ສິ່ງນີ້ບໍ່ໄດ້ເຮັດໃຫ້ດານຽນກາຍເປັນຄົນຍິ່ງຫຼືບໍ່ໄດ້ຄິດວ່າຄວາມຄິດເຫັນຂອງລາວຖືກຕ້ອງສະເໝີ. ລາວຍັງຖ່ອມຕົວແລະຈຽມຕົວ. ລາວບອກເລື້ອຍໆວ່າພະເຢໂຫວາເປັນຜູ້ທີ່ເຮັດໃຫ້ລາວປະສົບຜົນສຳເລັດ. (ດານຽນ 2:30) ລອງຄິດເບິ່ງ ພະເຢໂຫວາລວມຊື່ດານຽນໄວ້ກັບໂນເອແລະໂຢບວ່າເປັນຕົວຢ່າງທີ່ດີທີ່ຄວນຮຽນແບບ ເຖິງວ່າຕອນນັ້ນໂນເອແລະໂຢບໄດ້ຮັບໃຊ້ພະອົງຢ່າງສັດຊື່ຈົນເສຍຊີວິດແລ້ວ ແຕ່ດານຽນຍັງເປັນໜຸ່ມຢູ່. ເຫັນໄດ້ແຈ້ງວ່າພະເຢໂຫວາໝັ້ນໃຈໃນຕົວດານຽນແທ້ໆ! ແລະກໍເປັນແບບນັ້ນ ເພາະດານຽນຍັງສັດຊື່ແລະເຊື່ອຟັງພະເຢໂຫວາຈົນເສຍຊີວິດ. ເມື່ອດານຽນອາຍຸເກືອບ 100 ປີ ທູດສະຫວັນຂອງພະເຈົ້າກໍຊົມເຊີຍດານຽນວ່າ: “ດານຽນ ເຈົ້າເປັນຄົນທີ່ພະເຈົ້າຖືວ່າມີຄ່າຫຼາຍ.”—ດານຽນ 10:11
13. ອັນໃດອາດເປັນເຫດຜົນໜຶ່ງທີ່ພະເຢໂຫວາຊ່ວຍດານຽນໃຫ້ມີຕຳແໜ່ງສູງ?
13 ຍ້ອນວ່າພະເຢໂຫວາໄດ້ສະໜັບສະໜູນດານຽນ ລາວຈຶ່ງກາຍເປັນຂ້າລາຊະການທີ່ມີໜ້າທີ່ຕຳແໜ່ງທີ່ສຳຄັນຫຼາຍຂອງອານາຈັກບາບີໂລນແລະຕໍ່ມາກໍອານາຈັກແມດ-ເປເຣເຊ. (ດານຽນ 1:21; 6:1, 2) ບາງເທື່ອການທີ່ພະເຢໂຫວາຊ່ວຍໃຫ້ດານຽນໄດ້ຕຳແໜ່ງສູງກໍເພື່ອຕ້ອງການໃຫ້ລາວຊ່ວຍປະຊາຊົນຂອງພະອົງແບບດຽວກັບໂຢເຊບຕອນທີ່ຢູ່ໃນເອຢິບແລະເອເຊເທຣກັບມາເຣໂດເກຕອນທີ່ຢູ່ໃນເປເຣເຊ.c (ເບິ່ງໄຂເງື່ອນ) (ດານຽນ 2:48) ເຈົ້ານຶກພາບອອກບໍວ່າເອເຊກຽນແລະຊາວຢິວຄົນອື່ນໆທີ່ເປັນຊະເລີຍຈະຮູ້ສຶກແນວໃດເມື່ອໄດ້ເຫັນວິທີທີ່ພະເຢໂຫວາໃຊ້ດານຽນຊ່ວຍເຂົາເຈົ້າ? ນັ້ນຄົງຈະໃຫ້ກຳລັງໃຈເຂົາເຈົ້າຫຼາຍແທ້ໆ!
ຖ້າເຮົາຮັກສາຄວາມພັກດີຕໍ່ພະເຢໂຫວາ ພະອົງກໍເບິ່ງວ່າເຮົາມີຄ່າ (ເບິ່ງຂໍ້ 14, 15)
14, 15. (ກ) ສະພາບການຂອງເຮົາຄ້າຍຄືກັບດານຽນແນວໃດ? (ຂ) ພໍ່ແມ່ໃນທຸກມື້ນີ້ຮຽນຫຍັງໄດ້ຈາກພໍ່ແມ່ຂອງດານຽນ?
14 ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງດານຽນໄດ້ແນວໃດ? ໂລກທີ່ເຮົາຢູ່ໃນທຸກມື້ນີ້ເຕັມໄປດ້ວຍການເຮັດຜິດສິນລະທຳແລະການນະມັດສະການພະປອມ. ຜູ້ຄົນໄດ້ຮັບອິດທິພົນຈາກບາບີໂລນໃຫຍ່ເຊິ່ງກໍຄືກຸ່ມສາສະໜາປອມທັງໝົດທີ່ຢູ່ໃນໂລກນີ້ທີ່ຄຳພີໄບເບິນເອີ້ນວ່າ: “ທີ່ອາໄສແຫ່ງຜີຮ້າຍຕ່າງໆ.” (ຄຳປາກົດ 18:2) ແຕ່ພວກເຮົາເປັນຄືກັບຄົນຕ່າງຊາດຂອງໂລກນີ້. ດັ່ງນັ້ນ ຜູ້ຄົນຈຶ່ງເບິ່ງເຮົາວ່າເຮົາເປັນຄົນທີ່ແປກປະຫຼາດແລະກໍເຍາະເຍີ້ຍເຮົາ. (ມາລະໂກ 13:13) ຂໍໃຫ້ເຮົາໃກ້ຊິດກັບພະເຢໂຫວາພະເຈົ້າຂອງເຮົາຄືກັບດານຽນ. ຖ້າເຮົາຖ່ອມຕົວ ໄວ້ວາງໃຈໃນພະເຢໂຫວາແລະເຊື່ອຟັງພະອົງ ພະອົງກໍຈະເບິ່ງວ່າເຮົາເປັນຄົນທີ່ມີຄ່າຄືກັນກັບທີ່ພະອົງເບິ່ງດານຽນ.—ອາກເກ 2:7
15 ພໍ່ແມ່ທັງຫຼາຍ ເຈົ້າສາມາດຮຽນແບບຕົວຢ່າງຂອງພໍ່ແມ່ດານຽນໄດ້. ຕອນດານຽນຍັງນ້ອຍ ລາວຢູ່ໃນຢູດາ ແລະຜູ້ຄົນສ່ວນຫຼາຍທີ່ຢູ່ອ້ອມຂ້າງລາວຊົ່ວຮ້າຍຫຼາຍ. ແຕ່ລາວເຕີບໃຫຍ່ຂຶ້ນເປັນຄົນທີ່ຮັກພະເຢໂຫວາ. ນີ້ເກີດຂຶ້ນໂດຍບັງເອີນບໍ? ບໍ່. ພໍ່ແມ່ຂອງລາວຄົງຕ້ອງສອນລາວກ່ຽວກັບພະເຢໂຫວາ. (ສຸພາສິດ 22:6) ແມ່ນແຕ່ຊື່ຂອງດານຽນກໍຍັງມີຄວາມໝາຍວ່າ “ພະເຈົ້າເປັນຜູ້ພິພາກສາຂອງຂ້ອຍ” ນີ້ສະແດງວ່າພໍ່ແມ່ຂອງລາວຮັກພະເຢໂຫວາ. ດັ່ງນັ້ນ ພໍ່ແມ່ທັງຫຼາຍ ເຈົ້າຕ້ອງສອນລູກກ່ຽວກັບພະເຢໂຫວາຕໍ່ໆໄປ ເຈົ້າຕ້ອງອົດທົນ ແລະຢ່າຍອມແພ້. (ເອເຟດ 6:4) ໃຫ້ອະທິດຖານກັບລູກ ອະທິດຖານເພື່ອລູກ ແລະເຮັດສຸດຄວາມສາມາດເພື່ອສອນລູກໃຫ້ຮັກສິ່ງທີ່ພະເຢໂຫວາບອກວ່າຖືກຕ້ອງ ແລ້ວພະອົງຈະອວຍພອນເຈົ້າ.—ຄຳເພງ 37:5
ໂຢບສະແດງຄວາມເຊື່ອແລະເຊື່ອຟັງພະເຈົ້າເຖິງວ່າຈະຮັ່ງມີຫຼືທຸກຍາກ
16, 17. ຊີວິດໂຢບປ່ຽນຈາກໜ້າມືເປັນຫຼັງມືແນວໃດ?
16 ໂຢບມີບັນຫາແລະຂໍ້ທ້າທາຍຫຍັງແດ່? ໂຢບຕ້ອງປະສົບກັບການປ່ຽນແປງຄັ້ງຍິ່ງໃຫຍ່ທີ່ສຸດໃນຊີວິດຂອງລາວ. ທຳອິດ ໂຢບເປັນ “ຄົນຮັ່ງມີທີ່ສຸດຢູ່ທາງພາກຕາເວັນອອກ.” (ໂຢບ 1:3, ທ.ປ.) ລາວຮັ່ງມີຫຼາຍແລະເປັນທີ່ຮູ້ຈັກຂອງຄົນທົ່ວໄປແລະນັບຖືລາວ. (ໂຢບ 29:7-16) ແຕ່ໂຢບບໍ່ໄດ້ຄິດວ່າລາວດີກວ່າຄົນອື່ນຫຼືຮູ້ສຶກວ່າລາວບໍ່ຈຳເປັນຕ້ອງມີພະເຈົ້າ. ເຮົາຮູ້ເລື່ອງນີ້ໄດ້ກໍຍ້ອນພະເຢໂຫວາເອີ້ນໂຢບວ່າເປັນ “ຂ້າໃຊ້ຂອງເຮົາ” ແລະບອກວ່າລາວເປັນ ‘ຄົນດີທີ່ສຸດແລະສັດຊື່ ຢ້ານຢຳພະເຈົ້າແລະຜີກໜີຈາກການຊົ່ວຮ້າຍ.’—ໂຢບ 1:8
17 ຕໍ່ມາຊີວິດຂອງໂຢບກໍປ່ຽນຈາກໜ້າມືເປັນຫຼັງມື. ລາວສູນເສຍທຸກສິ່ງແລະທໍ້ໃຈຫຼາຍຈົນຢາກຕາຍ. ໃນທຸກມື້ນີ້ເຮົາຮູ້ວ່າຊາຕານເປັນຜູ້ທີ່ເຮັດໃຫ້ໂຢບປະສົບກັບບັນຫາ. ມັນບອກວ່າໂຢບຮັບໃຊ້ພະເຢໂຫວາຍ້ອນເຫດຜົນທີ່ເຫັນແກ່ຕົວ. (ອ່ານໂຢບ 1:9, 10) ພະເຢໂຫວາບໍ່ໄດ້ເບິ່ງຂ້າມເລື່ອງນີ້ ແຕ່ພະອົງເຮັດຫຍັງເພື່ອພິສູດວ່າຊາຕານເປັນຜູ້ຕົວະ? ພະເຢໂຫວາໃຫ້ໂອກາດໂຢບພິສູດວ່າລາວສັດຊື່ພັກດີແລະຮັບໃຊ້ພະອົງເພາະຮັກພະອົງ.
18. (ກ) ອັນໃດເຮັດໃຫ້ເຈົ້າປະທັບໃຈໂຢບ? (ຂ) ເຈົ້າໄດ້ຮຽນຮູ້ຫຍັງຈາກສິ່ງທີ່ພະເຢໂຫວາຕອບແທນໂຢບ?
18 ຊາຕານໂຈມຕີໂຢບຢ່າງໂຫດຫ້ຽມຊ້ຳແລ້ວຊ້ຳອີກແລະເຮັດໃຫ້ໂຢບຄິດວ່າສິ່ງທີ່ລາວປະສົບນັ້ນມາຈາກພະເຈົ້າ. (ໂຢບ 1:13-21) ໃນເວລາຕໍ່ມາ ຊາຍສາມຄົນທີ່ອ້າງວ່າເປັນໝູ່ທີ່ດີຂອງໂຢບກໍເວົ້າໃຫ້ໂຢບຮູ້ສຶກທໍ້ໃຈ. ເຂົາເຈົ້າບອກວ່າລາວເຮັດຊົ່ວ ພະເຈົ້າຈຶ່ງລົງໂທດລາວ. (ໂຢບ 2:11; 22:1, 5-10) ເຖິງແມ່ນຈະປະສົບເລື່ອງທີ່ບໍ່ດີ ແຕ່ໂຢບກໍຍັງພັກດີຕໍ່ພະເຢໂຫວາເຖິງວ່າບາງຄັ້ງລາວຈະເວົ້າສິ່ງທີ່ໂງ່ໆອອກໄປ. (ໂຢບ 6:1-3) ແຕ່ພະເຢໂຫວາເຂົ້າໃຈທີ່ໂຢບເວົ້າແບບນັ້ນກໍຍ້ອນວ່າລາວເຈັບປວດແລະທໍ້ໃຈຫຼາຍ. ພະເຢໂຫວາຮູ້ວ່າໂຢບບໍ່ມີທາງຖິ້ມພະອົງ ເຖິງວ່າຊາຕານຈະໂຈມຕີລາວຢ່າງໜັກເຊິ່ງທັງກ່າວຫາແລະທຳຮ້າຍລາວຊ້ຳແລ້ວຊ້ຳອີກ. ຫຼັງຈາກສະພາບການທີ່ໂຫດຮ້າຍນີ້ສິ້ນສຸດລົງ ພະເຢໂຫວາໄດ້ໃຫ້ໂຢບມີສິ່ງທີ່ລາວເຄີຍມີກ່ອນໜ້ານີ້ເພີ່ມຂຶ້ນສອງເທົ່າແລະໃຫ້ລາວມີຊີວິດຕໍ່ໄປອີກ 140 ປີ. (ຢາໂກໂບ 5:11) ໃນໄລຍະເວລານັ້ນ ໂຢບຮັບໃຊ້ພະເຢໂຫວາດ້ວຍສຸດຫົວໃຈຕໍ່ໆໄປ. ເຮົາຮູ້ໄດ້ແນວໃດ? ເພາະຂໍ້ພະຄຳພີຫຼັກທີ່ເອເຊກຽນ 14:14 ຖືກຂຽນຂຶ້ນຫຼາຍຮ້ອຍປີຫຼັງຈາກທີ່ໂຢບເສຍຊີວິດແລ້ວ.
19, 20. (ກ) ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂຢບໄດ້ແນວໃດ? (ຂ) ເຮົາຈະສະແດງຄວາມເຫັນອົກເຫັນໃຈຕໍ່ຄົນອື່ນຄືກັບພະເຢໂຫວາໄດ້ແນວໃດ?
19 ເຮົາຈະຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂຢບໄດ້ແນວໃດ? ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ ເຮົາຢາກເຮັດໃຫ້ແນ່ໃຈວ່າພະເຢໂຫວາເປັນຜູ້ທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາສະເໝີ. ເຮົາຢາກວາງໃຈພະອົງຢ່າງເຕັມທີແລະເຊື່ອຟັງພະອົງຢ່າງສຸດຫົວໃຈ. ທີ່ຈິງເຮົາມີເຫດຜົນຫຼາຍກວ່າໂຢບທີ່ຈະເຮັດແບບນີ້. ຂໍໃຫ້ຄິດເບິ່ງໃນທຸກມື້ນີ້ເຮົາຮູ້ຫຼາຍຢ່າງກ່ຽວກັບຊາຕານແລະວິທີການຂອງມັນ. (2 ໂກລິນໂທ 2:11) ເພາະໃນຄຳພີໄບເບິນໂດຍສະເພາະພະທຳໂຢບ ເຮົາຮູ້ວ່າເປັນຫຍັງພະເຢໂຫວາຍອມໃຫ້ມີຄວາມທຸກ ແລະຈາກຄຳພະຍາກອນຂອງດານຽນ ເຮົາຮູ້ວ່າລາຊະອານາຈັກຂອງພະເຈົ້າເປັນລັດຖະບານທີ່ມີຢູ່ແທ້ເຊິ່ງພະເຍຊູຄລິດເປັນຜູ້ປົກຄອງ. (ດານຽນ 7:13, 14) ແລະເຮົາຮູ້ວ່າລາຊະອານາຈັກນີ້ຈະປົກຄອງໂລກນີ້ແລະຄວາມທຸກຍາກຈະໝົດໄປໃນອີກບໍ່ດົນ.
20 ສິ່ງທີ່ໂຢບປະສົບຍັງສອນເຮົາວ່າເຮົາຕ້ອງສະແດງຄວາມເຫັນອົກເຫັນໃຈເມື່ອພີ່ນ້ອງປະສົບຄວາມທຸກ. ເຊັ່ນດຽວກັບໂຢບ ເຂົາເຈົ້າອາດເວົ້າກັບເຮົາໃນສິ່ງທີ່ບໍ່ສະຫຼາດ. (ຜູ້ເທສະໜາປ່າວປະກາດ 7:7) ແຕ່ເຮົາບໍ່ຄວນຄິດໃນແງ່ລົບກັບເຂົາເຈົ້າຫຼືກ່າວຫາວ່າເຂົາເຈົ້າໄປເຮັດສິ່ງທີ່ບໍ່ດີ ເຂົາເຈົ້າຈຶ່ງປະສົບກັບເລື່ອງທີ່ບໍ່ດີແບບນີ້. ແຕ່ເຮົາຄວນພະຍາຍາມເຂົ້າໃຈເຂົາເຈົ້າ. ຖ້າເຮົາເຮັດແບບນີ້ ເຮົາກໍເປັນຄືກັບພະເຢໂຫວາພໍ່ຂອງເຮົາຜູ້ທີ່ມີຄວາມຮັກແລະຄວາມເມດຕາ.—ຄຳເພງ 103:8
ພະເຢໂຫວາ “ຈະເຮັດໃຫ້ພວກເຈົ້າເຂັ້ມແຂງ”
21. 1 ເປໂຕ 5:10 ຊ່ວຍເຮົາໃຫ້ນຶກເຖິງສິ່ງທີ່ໂນເອ ດານຽນ ແລະໂຢບປະສົບແນວໃດ?
21 ໂນເອ ດານຽນ ແລະໂຢບມີຊີວິດຢູ່ໃນໄລຍະເວລາແລະມີສະພາບການທີ່ແຕກຕ່າງກັນຫຼາຍ. ແຕ່ເຂົາເຈົ້າກໍອົດທົນກັບບັນຫາແລະຂໍ້ທ້າທາຍຕ່າງໆໄດ້. ສິ່ງທີ່ເຂົາເຈົ້າປະສົບຊ່ວຍເຮົາໃຫ້ນຶກເຖິງສິ່ງທີ່ອັກຄະສາວົກເປໂຕບອກວ່າ: “ຫຼັງຈາກພວກເຈົ້າທົນທຸກຢູ່ຊ່ວງສັ້ນໆແລ້ວ ພະເຈົ້າເຊິ່ງເຕັມໄປດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່ຈະເຮັດໃຫ້ການຝຶກອົບຮົມພວກເຈົ້າສຳເລັດລຸລ່ວງ . . . ພະອົງຈະເຮັດໃຫ້ພວກເຈົ້າໝັ້ນຄົງ ພະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງແລະບໍ່ຫວັ່ນໄຫວ.”—1 ເປໂຕ 5:10, ລ.ມ.
22. ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
22 ຂໍ້ຄຳພີທີ 1 ເປໂຕ 5:10 ຍັງເປັນຈິງກັບປະຊາຊົນຂອງພະເຈົ້າໃນທຸກມື້ນີ້ຄືກັນ. ພະເຢໂຫວາຮັບຮອງກັບເຮົາວ່າພະອົງຈະເຮັດໃຫ້ຜູ້ຮັບໃຊ້ຂອງພະອົງໝັ້ນຄົງແລະເຂັ້ມແຂງ. ເຮົາທຸກຄົນຕ້ອງການໃຫ້ພະເຢໂຫວາຊ່ວຍເຮົາໃຫ້ເຂັ້ມແຂງບໍ່ຫວັ່ນໄຫວແລະເຮົາຢາກສັດຊື່ຕໍ່ພະອົງ. ນີ້ເປັນເຫດຜົນທີ່ເຮົາຢາກຮຽນແບບຄວາມເຊື່ອແລະການເຊື່ອຟັງຂອງໂນເອ ດານຽນ ແລະໂຢບ. ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ວ່າທີ່ເຂົາເຈົ້າສາມາດຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄດ້ຍ້ອນເຂົາເຈົ້າຮູ້ຈັກພະອົງແທ້ໆ. ທີ່ຈິງ ເຂົາເຈົ້າ “ເຂົ້າໃຈສິ່ງທັງປວງ” ຫຼືທຸກສິ່ງທີ່ພະອົງຕ້ອງການໃຫ້ເຂົາເຈົ້າເຮັດ. (ສຸພາສິດ 28:5) ແລະເຮົາກໍເຮັດຄືກັບເຂົາເຈົ້າໄດ້ຄືກັນ.
a ເອເຊກຽນຖືກພາຕົວໄປເມືອງບາບີໂລນໃນປີ 617 ກ່ອນ ຄ.ສ. ລາວຂຽນພະທຳເອເຊກຽນ 8:1-19:14 “ໃນປີທີ 6” ຫຼັງຈາກທີ່ລາວຖືກພາໄປທີ່ນັ້ນ. ດັ່ງນັ້ນ ປີທີ່ລາວຂຽນຈຶ່ງເປັນປີ 612.
b ເລເມກພໍ່ຂອງໂນເອມີຄວາມເຊື່ອໃນພະເຈົ້າແຕ່ລາວຕາຍປະມານ 5 ປີກ່ອນທີ່ນ້ຳຈະມາຖ້ວມໂລກ. ຖ້າແມ່ແລະອ້າຍເອື້ອຍນ້ອງຂອງໂນເອຍັງມີຊີວິດຕອນທີ່ນ້ຳເລີ່ມຖ້ວມ ເຂົາເຈົ້າກໍຄົງຈະບໍ່ລອດ.
c ອາດເປັນໄປໄດ້ວ່າພະເຢໂຫວາຊ່ວຍ ຫານາເນຍ ມີຊາເອນ ແລະອາຊາເຣຍມີຕຳແໜ່ງສູງກໍເພື່ອທີ່ເຂົາເຈົ້າຈະຊ່ວຍຊາວຢິວໄດ້.—ດານຽນ 2:49