ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 7 ໜ້າ 10
  • ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ການ​ໃຊ້​ຄຳຖາມ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເຂົ້າ​ເຖິງ​ຫົວໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 7 ໜ້າ 10

ບົດຮຽນ​ທີ 7

ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື

ການ​ອ້າງອີງ​ຂໍ້​ຄຳພີ

ລືກາ 1:3

ຈຸດ​ສຳຄັນ: ໃຊ້​ແຫຼ່ງ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຂໍ້​ສະຫຼຸບ​ທີ່​ຖືກຕ້ອງ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຊ້​ຂໍ້​ມູນ​ຈາກ​ແຫຼ່ງ​ທີ່​ໜ້າ​ເຊື່ອ​ຖື. ເຈົ້າ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ຂໍ້​ມູນ​ຫຼັກ​ຂອງ​ເຈົ້າ ຖ້າ​ເປັນ​ໄປ​ໄດ້​ໃຫ້​ອ່ານ​ຈາກ​ຄຳພີ​ໄບເບິນ​ໂດຍ​ກົງ. ຖ້າ​ເຈົ້າ​ອ້າງອີງ​ຂໍ້​ມູນ​ທາງ​ວິທະຍາສາດ ຂ່າວ ປະສົບການ ຫຼື​ຈາກ​ແຫຼ່ງ​ຂໍ້​ມູນ​ອື່ນໆ ໃຫ້​ກວດ​ເບິ່ງ​ກ່ອນ​ວ່າ​ແຫຼ່ງ​ຂໍ້​ມູນ​ນັ້ນ​ເຊື່ອ​ຖື​ໄດ້​ແລະ​ເປັນ​ຂໍ້​ມູນ​ທີ່​ໃໝ່​ຫຼ້າ​ສຸດ.

  • ໃຊ້​ແຫຼ່ງ​ຂໍ້​ມູນ​ຢ່າງ​ຖືກຕ້ອງ. ອະທິບາຍ​ຂໍ້​ຄຳພີ​ນັ້ນ​ໃຫ້​ສອດຄ່ອງ​ກັບ​ສ່ວນ​ອື່ນ​ຂອງ​ຄຳພີ​ໄບເບິນ ຫົວ​ເລື່ອງ​ຫຼັກ​ຂອງ​ຄຳພີ​ໄບເບິນ ແລະ​ປຶ້ມ​ອື່ນໆທີ່​ມາ​ຈາກ “ທາດ​ທີ່​ຊື່​ສັດ​ແລະ​ສຸຂຸມ” (ມັດ. 24:45, ລ.ມ.) ເມື່ອ​ໃຊ້​ແຫຼ່ງ​ຂໍ້​ມູນ​ອື່ນ​ທີ່​ບໍ່​ແມ່ນ​ຄຳພີ​ໄບເບິນ​ໃຫ້​ໃຊ້​ຢ່າງ​ຖືກຕ້ອງ ຫຼື​ບໍ່​ເວົ້າ​ບິດ​ເບືອນ​ຈຸດ​ປະສົງ​ຂອງ​ຜູ້​ຂຽນ.

    ວິທີ​ປະຕິບັດ

    ຢ່າ​ເວົ້າ​ເກີນ​ຈິງ. ລະວັງ​ທີ່​ຈະ​ບໍ່​ເວົ້າ​ວ່າ “ບາງ​ຄົນ” ວ່າ​ເປັນ “ຫຼາຍ​ຄົນ” “ບາງ​ຄັ້ງ” ວ່າ​ເປັນ “ຫຼາຍ​ຄັ້ງ” ແລະ “ມັນ​ອາດ​ຈະ​ເກີດ​ຂຶ້ນ” ວ່າ​ເປັນ “ມັນ​ຈະ​ເກີດ​ຂຶ້ນ.”

  • ຫາ​ເຫດຜົນ​ກັບ​ຜູ້​ຟັງ. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຫຼື​ຍົກ​ຂໍ້​ມູນ​ຈາກ​ແຫຼ່ງ​ອື່ນ ໃຫ້​ໃຊ້​ຄຳຖາມ​ຫຼື​ຕົວຢ່າງ​ປຽບ​ທຽບ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຂໍ້​ສະຫຼຸບ​ດ້ວຍ​ຕົວ​ເອງ.

ໃນ​ວຽກ​ປະກາດ

ເມື່ອ​ກຽມ​ຕົວ​ສຳລັບ​ປະກາດ ໃຫ້​ຄິດ​ເຖິງ​ຄຳຖາມ​ທີ່​ຜູ້​ຄົນ​ອາດ​ຖາມ​ແລ້ວ​ໃຫ້​ຄົ້ນ​ຄວ້າ​ວ່າ​ຈະ​ຕອບ​ແນວ​ໃດ. ຖ້າ​ຜູ້​ຟັງ​ຖາມ​ແລ້ວ​ເຈົ້າ​ບໍ່​ຮູ້​ຄຳຕອບ ໃຫ້​ບອກ​ວ່າ​ເຈົ້າ​ຈະ​ຊອກ​ຄຳຕອບ​ແລ້ວ​ຈະ​ກັບ​ມາ​ຕອບ​ໃນ​ຄັ້ງ​ຕໍ່​ໄປ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌