ເພງທີ 31
ເດີນກັບພະເຈົ້າ
(ມີເກ 6:8)
1. ເດີນກັບພະເຈົ້າ ດ້ວຍຄວາມຈຽມຕົວ ມີໃຈສັດຊື່ຮັກພັກດີ
ໃກ້ຊິດເຢໂຫວາ ແລະໝາຍເພິ່ງພະອົງ ພະລັງພະອົງຈະຊ່ວຍເຮົາ
ເຮັດຕາມ ຖ້ອຍຄຳຄວາມຈິງຂອງພະອົງ ຊ່ວຍເຮົາບໍ່ຫ່າງເຫີນໄປ
ເຮົາໃຫ້ພະເຈົ້າ ນຳທາງເຮົາໄປ ພ້ອມເຊື່ອຟັງເຮັດຕາມພະອົງ
2. ເດີນກັບພະເຈົ້າ ດ້ວຍໃຈສະອາດ ຄິດເຖິງແຕ່ສິ່ງບໍລິສຸດ
ຈະຖືກການລໍ້ໃຈ ຫຼາຍເທົ່າໃດກໍຕາມ ພະອົງຈະຊ່ວຍໃຫ້ອົດທົນ
ສິ່ງໃດ ທີ່ໜ້າສັນລະເສີນເຍີນຍໍ ສິ່ງໃດທີ່ເປັນເລື່ອງຈິງ
ໃຫ້ຄິດຕຶກຕອງ ໃນສິ່ງເຫຼົ່ານັ້ນ ແລ້ວພະອົງຈະຢູ່ກັບເຮົາ
3. ເດີນກັບພະເຈົ້າ ຢ່າງມີຄວາມສຸກ ດີໃຈມີພະເຈົ້າເປັນເພື່ອນ
ຂອບໃຈໃນທຸກສິ່ງ ທີ່ພະອົງໃຫ້ເຮົາ ແລະທີ່ໃຫ້ພອນອີກຫຼາຍຢ່າງ
ເດີນກັບ ພະເຈົ້າດ້ວຍໃຈທີ່ຊື່ນບານ ຮ້ອງເພງລ່າເລີງຍິນດີ
ຄວາມສຸກຂອງເຮົາ ທຸກຄົນຈະເຫັນ ເຮົາເປັນຄົນຂອງເຢໂຫວາ
(ເບິ່ງຕື່ມ ຕົ້ນ. 5:24; 6:9; ຟີລິບ 4:8; 1 ຕີໂມ. 6:6-8)