ເພງທີ 146
“ທຸກສິ່ງຖືກສ້າງໃໝ່”
1. ສິ່ງທີ່ເກີດຕອນນີ້ພິສູດພະເຈົ້າປົກຄອງ
ເຢໂຫວາໄດ້ມອບບັນລັງແກ່ລູກຊາຍ
ສະຫວັນສະຫງົບສຸກຊາຕານຖືກຖິ້ມລົງ
ບໍ່ດົນພະເຈົ້າກໍຈະປົກຄອງໂລກເຮົາ
(ທ່ອນຊ້ຳ)
ຍິນດີ ພະເຈົ້າໄດ້ຢູ່ກັບເຮົາ
ພະອົງ ເບິ່ງແຍງມະນຸດທຸກຄົນ
ເຈັບປ່ວຍແລະຄວາມກັງວົນໃຈໝົດສິ້ນໄປ
ຄວາມຕາຍແລະໂສກເສົ້າບໍ່ມີອີກຕໍ່ໄປ
ພະເຈົ້າກ່າວວ່າ ‘ເຮົາສ້າງທຸກສິ່ງຂຶ້ນໃໝ່’
ຄຳຂອງພະອົງຈະສຳເລັດ
2. ມະນຸດໄດ້ເຫັນເມືອງເຢຣຶຊາເລມໃໝ່ແລ້ວ
ເຈົ້າສາວຂອງພະຄລິດງາມເໝືອນດັ່ງມະນີ
ແຕ່ງຕົວເພື່ອເຈົ້າບ່າວດ້ວຍເພັດນິນຈິນດາ
ພະເຢໂຫວາຜູ້ດຽວເປັນແສງຂອງນາງ
(ທ່ອນຊ້ຳ)
ຍິນດີ ພະເຈົ້າໄດ້ຢູ່ກັບເຮົາ
ພະອົງ ເບິ່ງແຍງມະນຸດທຸກຄົນ
ເຈັບປ່ວຍແລະຄວາມກັງວົນໃຈໝົດສິ້ນໄປ
ຄວາມຕາຍແລະໂສກເສົ້າບໍ່ມີອີກຕໍ່ໄປ
ພະເຈົ້າກ່າວວ່າ ‘ເຮົາສ້າງທຸກສິ່ງຂຶ້ນໃໝ່’
ຄຳຂອງພະອົງຈະສຳເລັດ
3. ເປັນເມືອງທີ່ຍິ່ງໃຫຍ່ເຊິ່ງໃຫ້ເຮົາມີຄວາມສຸກ
ກາງຄືນຫຼືກາງເວັນເຮົາບໍ່ຢ້ານຕໍ່ໄປ
ທຸກຊາດຈະຍ່າງຕາມແສງສະຫວ່າງຂອງນາງ
ຜູ້ຮັບໃຊ້ພະເຈົ້າທຸກວັນນີ້ເຊັ່ນກັນ
(ທ່ອນຊ້ຳ)
ຍິນດີ ພະເຈົ້າໄດ້ຢູ່ກັບເຮົາ
ພະອົງ ເບິ່ງແຍງມະນຸດທຸກຄົນ
ເຈັບປ່ວຍແລະຄວາມກັງວົນໃຈໝົດສິ້ນໄປ
ຄວາມຕາຍແລະໂສກເສົ້າບໍ່ມີອີກຕໍ່ໄປ
ພະເຈົ້າກ່າວວ່າ ‘ເຮົາສ້າງທຸກສິ່ງຂຶ້ນໃໝ່’
ຄຳຂອງພະອົງຈະສຳເລັດ
(ເບິ່ງຕື່ມ ມັດ. 16:3; ຄຳປ. 12:7-9; 21:23-25)