ຊີວິດຄລິດສະຕຽນ
ເຈົ້າຈະໃຫ້ເວລາແລະເຫື່ອແຮງຂອງເຈົ້າກັບພະເຢໂຫວາໄດ້ບໍ?
ເອຊາອີບອກລ່ວງໜ້າວ່າອົງການຂອງພະເຢໂຫວາສ່ວນທີ່ຢູ່ໂລກຈະເຕີບໃຫຍ່ຂະຫຍາຍໂຕ. (ເອຊາ 54:2) ຍ້ອນແນວນີ້ຈຶ່ງຈຳເປັນຕ້ອງມີການກໍ່ສ້າງຫໍປະຊຸມທ້ອງຖິ່ນ ຫໍປະຊຸມໃຫຍ່ ແລະສຳນັກງານສາຂາຕ່າງໆ. ຫຼັງຈາກທີ່ສ້າງແລ້ວ ຈຳເປັນຕ້ອງໄດ້ຮັບການບຳລຸງຮັກສາ ແລະບາງຕຶກກໍຕ້ອງປັບປຸງໃໝ່. ເຮົາຈະໃຊ້ເວລາແລະເຫື່ອແຮງເພື່ອພະເຢໂຫວາໃນໂອກາດໃດແດ່?
ເຮົາສາມາດຊ່ວຍອະນາໄມຫໍປະຊຸມຕາມຕາຕະລາງທີ່ກຸ່ມຂອງເຮົາໄດ້ຮັບມອບໝາຍ
ເຮົາສາມາດເປັນອາສາສະໝັກເພື່ອໄປຝຶກອົບຮົມໃຫ້ຮູ້ວິທີບຳລຸງຮັກສາຫໍປະຊຸມ
ເຮົາສາມາດຂຽນໃບສະໝັກເປັນອາສາສະໝັກຊ່ວຍພະແນກອອກແບບ/ກໍ່ສ້າງທ້ອງຖິ່ນ (DC-50) ເພື່ອວ່າບາງຄັ້ງເຮົາຈະຊ່ວຍວຽກໂຄງການກໍ່ສ້າງແລະບຳລຸງຮັກສາເຊິ່ງຢູ່ບໍ່ໄກຈາກເຮືອນຂອງເຮົາ
ເຮົາສາມາດຂຽນໃບສະໝັກເປັນອາສາສະໝັກ (A-19) ເພື່ອຊ່ວຍວຽກຢູ່ເບເທນໃນເຂດສາຂາຂອງເຮົາຫຼືເຂດສາຂາອື່ນເປັນໄລຍະອາທິດໜຶ່ງຫຼືຫຼາຍກວ່ານັ້ນ
ເປີດວິດີໂອສັ້ນການວາງແຜນໂຄງການກໍ່ສ້າງໃໝ່ ຈາກນັ້ນຕອບຄຳຖາມຕໍ່ໄປນີ້:
ຕັ້ງແຕ່ປີ 2014 ເປັນຕົ້ນມາ ມີການໃຊ້ວິດີໂອຫຼາຍຂຶ້ນແນວໃດ?
ເພື່ອຈະມີວິດີໂອໃຫ້ທັນກັບຄວາມຕ້ອງການນັ້ນ ມີການວາງແຜນເຮັດໂຄງການຫຍັງ ແລະໂຄງການນີ້ໃຊ້ເວລາດົນປານໃດ?
ອາສາສະໝັກຈະຊ່ວຍໃນໂຄງການນີ້ແນວໃດ?
ຖ້າເຮົາຢາກຊ່ວຍໂຄງການທີ່ເຮັດຢູ່ຣາມາໂປ ເປັນຫຍັງເຮົາຕ້ອງຂຽນໃບສະໝັກ (DC-50) ແລະຊ່ວຍພະແນກອອກແບບ/ກໍ່ສ້າງທ້ອງຖິ່ນທີ່ຢູ່ບໍ່ໄກຈາກເຮືອນເຮົາ?
ມີຫຼັກຖານຫຍັງແດ່ທີ່ສະແດງວ່າພະເຢໂຫວາ “ຊີ້ນຳ” ໂຄງການນີ້?
ເຮົາຈະສະໜັບສະໜູນໂຄງການນີ້ໄດ້ແນວໃດເຖິງວ່າເຮົາຈະໄປຊ່ວຍວຽກກໍ່ສ້າງບໍ່ໄດ້?