ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 16 ໜ້າ 19
  • ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ເຂົ້າ​ເຖິງ​ຫົວໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 16 ໜ້າ 19

ບົດຮຽນ​ທີ 16

ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ

ການ​ອ້າງອີງ​ຂໍ້​ຄຳພີ

ໂຢບ 16:5

ຈຸດ​ສຳຄັນ: ເນັ້ນ​ການ​ແກ້ໄຂ​ບັນຫາ​ບໍ່​ແມ່ນ​ເນັ້ນ​ທີ່​ບັນຫາ ແລະ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ຝຶກ​ເບິ່ງ​ຜູ້​ຟັງ​ໃນ​ແງ່​ບວກ. ເຊື່ອ​ໝັ້ນ​ວ່າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຖິງ​ວ່າ​ເຈົ້າ​ອາດ​ຕ້ອງ​ໃຫ້​ຄຳ​ແນະນຳ ແຕ່​ຖ້າ​ເປັນ​ໄປ​ໄດ້​ຄວນ​ຊົມ​ເຊີຍ​ດ້ວຍ​ຄວາມ​ຈິງ​ໃຈ​ກ່ອນ.

    ວິທີ​ປະຕິບັດ

    ໃຊ້​ຄຳ​ເວົ້າ​ທີ່​ຖືກ​ກະຕຸ້ນ​ດ້ວຍ​ຄວາມ​ຮັກ ບໍ່​ແມ່ນ​ດ້ວຍ​ຄວາມ​ໃຈ​ຮ້າຍ. ຍິ້ມ​ຢ່າງ​ອົບອຸ່ນ ເພື່ອ​ສ້າງ​ຄວາມ​ສຳພັນ​ທີ່​ດີ​ກັບ​ຜູ້​ຟັງ.

  • ບໍ່​ເວົ້າ​ໃນ​ແງ່​ລົບ​ຫຼາຍ​ເກີນ​ໄປ. ໃຊ້​ຂໍ້​ມູນ​ໃນ​ແງ່​ລົບ​ເທົ່າ​ທີ່​ຈຳເປັນ​ເທົ່າ​ນັ້ນ ແຕ່​ໂດຍ​ລວມ​ແລ້ວ​ເລື່ອງ​ທີ່​ເວົ້າ​ຄວນ​ເປັນ​ໄປ​ໃນ​ແງ່​ບວກ.

  • ໃຊ້​ຄຳພີ​ໄບເບິນ​ໃຫ້​ເປັນ​ປະໂຫຍດ. ເຮັດ​ໃຫ້​ຜູ້​ຟັງ​ສົນ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ໄປ​ແລ້ວ ສິ່ງ​ທີ່​ພະອົງ​ກຳລັງ​ເຮັດ​ຢູ່ ແລະ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ເພື່ອ​ມະນຸດ​ໃນ​ອະນາຄົດ. ຊ່ວຍ​ໃຫ້​ຜູ້​ຟັງ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.

ໃນ​ວຽກ​ປະກາດ

ຄິດ​ສະເໝີ​ວ່າ​ແຕ່​ລະ​ຄົນ​ທີ່​ເຮົາ​ລົມ​ນຳ​ອາດ​ເຂົ້າ​ມາ​ເປັນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌