ວັນທີ 6-12 ເມສາ
ວັນອັງຄານທີ 7 ເມສາ 2020—ການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະຄລິດ
ໃນໄລຍະການປະຊຸມອະນຸສອນແຕ່ລະປີ ຄລິດສະຕຽນຫຼາຍຄົນຄິດຕຶກຕອງເຖິງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດທີ່ພະເຢໂຫວາພະເຈົ້າແລະພະເຢຊູຄລິດລູກຂອງພະອົງໄດ້ສະແດງຕໍ່ເຮົາ. (ຢຮ 3:16; 15:13) ເຈົ້າສາມາດໃຊ້ແຜນພູມເພື່ອຊອກຫາຂໍ້ພະຄຳພີໃນປຶ້ມຂ່າວດີທີ່ເວົ້າເຖິງວຽກຮັບໃຊ້ໃນໄລຍະສຸດທ້າຍຂອງພະເຢຊູໃນເມືອງເຢຣູຊາເລັມ. ມີການພິຈາລະນາເຫດການເຫຼົ່ານີ້ຢູ່ໃນຕອນທີ 6 ຂອງປຶ້ມພະເຢຊູ—ທາງນັ້ນ ຄວາມຈິງ ຊີວິດ. ຄວາມຮັກຂອງພະເຈົ້າແລະຂອງພະຄລິດກະຕຸ້ນເຈົ້າໃຫ້ເຮັດຫຍັງ?—2ກຣ 5:14, 15; 1ຢຮ 4:16, 19
ວຽກຮັບໃຊ້ໃນໄລຍະສຸດທ້າຍຂອງພະເຢຊູໃນເມືອງເຢຣູຊາເລັມ
ເວລາ |
ສະຖານທີ່ |
ເຫດການ |
ມັດທາຍ |
ມາຣະໂກ |
ລູກາ |
ໂຢຮັນ |
---|---|---|---|---|---|---|
ປີ ຄ.ສ 33, 8 ນີຊານ (ວັນທີ 1-2 ເມສາ 2020) |
ເບັດທານີ |
ພະເຢຊູໄປຮອດບ້ານເບັດທານີກ່ອນມື້ປັດຊະຄາ 6 ມື້ |
||||
9 ນີຊານ (ວັນທີ 2-3 ເມສາ 2020) |
ເບັດທານີ |
ມາຣີເທນ້ຳມັນຫອມລົງໃສ່ຫົວກັບຕີນຂອງພະເຢຊູ |
||||
ເບັດທານີ-ເບັດຟາເຄ-ເຢຣູຊາເລັມ |
ພະເຢຊູຂີ່ລາເຂົ້າເມືອງເຢຣູຊາເລັມຢ່າງຜູ້ມີໄຊ |
|||||
10 ນີຊານ (ວັນທີ 3-4 ເມສາ 2020) |
ເບັດທານີ-ເຢຣູຊາເລັມ |
ຕົ້ນໝາກເດື່ອຖືກສາບແຊ່ງ; ກຳຈັດຄວາມຊົ່ວຈາກວິຫານ |
||||
ເຢຣູຊາເລັມ |
ພວກປະໂລຫິດໃຫຍ່ກັບພວກຄູສອນສາສະໜາວາງແຜນຂ້າພະເຢຊູ |
|||||
ພະເຢໂຫວາເວົ້າ; ພະເຢຊູບອກລ່ວງໜ້າວ່າຈະຕ້ອງຕາຍ; ພວກຢິວບໍ່ເຊື່ອຄືກັບທີ່ເອຊາຢາພະຍາກອນໄວ້ |
||||||
11 ນີຊານ (ວັນທີ 4-5 ເມສາ 2020) |
ເບັດທານີ-ເຢຣູຊາເລັມ |
ຮຽນຈາກຕົ້ນໝາກເດື່ອທີ່ຫ່ຽວແຫ້ງຕາຍ |
||||
ເຢຣູຊາເລັມ ວິຫານ |
ຜູ້ນຳຊາວຢິວຄັດຄ້ານເລື່ອງສິດຂອງພະເຢຊູ; ຕົວຢ່າງປຽບທຽບເລື່ອງລູກ 2 ຄົນ |
|||||
ຕົວຢ່າງປຽບທຽບ: ຄົນເຊົ່າສວນທີ່ຊົ່ວ ງານແຕ່ງດອງ |
||||||
ຕອບຄຳຖາມເລື່ອງພະເຈົ້າກັບເຊຊາ ການຄືນມາຈາກຕາຍ ກົດໝາຍຂໍ້ທີ່ສຳຄັນທີ່ສຸດ |
||||||
ຖາມຝູງຄົນວ່າພະຄລິດເປັນລູກຫຼານຂອງດາວິດບໍ? |
||||||
ຕຳໜິພວກຄູສອນສາສະໜາແລະພວກຟາຣິຊາຍ |
||||||
ສັງເກດເບິ່ງແມ່ໝ້າຍບໍລິຈາກເງິນ |
||||||
ພູເຂົາໝາກກອກ |
ບອກສັນຍານເລື່ອງການປະທັບໃນອະນາຄົດ |
|||||
ຕົວຢ່າງປຽບທຽບ: ເລື່ອງຍິງສາວບໍລິສຸດ 10 ຄົນ ເງິນຕະລັນ ແກະກັບແບ້ |
||||||
12 ນີຊານ (ວັນທີ 5-6 ເມສາ 2020) |
ເຢຣູຊາເລັມ |
ພວກຜູ້ນຳຊາວຢິວວາງແຜນຂ້າພະເຢຊູ |
||||
ຢູດາຊອກຫາໂອກາດທີ່ຈະທໍລະຍົດ |
||||||
13 ນີຊານ (ວັນທີ 6-7 ເມສາ 2020) |
ໃນເຢຣູຊາເລັມແລະບໍລິເວນໃກ້ຄຽງ |
ກຽມການສະຫຼອງປັດສະຄາຄັ້ງສຸດທ້າຍ |
||||
14 ນີຊານ (ວັນທີ 7-8 ເມສາ 2020) |
ເຢຣູຊາເລັມ |
ກິນປັດສະຄາກັບອັກຄະສາວົກ |
||||
ລ້າງຕີນໃຫ້ອັກຄະສາວົກ |
||||||
ພະເຢຊູບອກໃຫ້ຮູ້ວ່າຢູດາຈະທໍລະຍົດແລະບອກໃຫ້ລາວອອກໄປ |
||||||
ກິນອາຫານແລງຂອງພະຄລິດຄັ້ງທຳອິດ (1ກຣ 11:23-25) |
||||||
ບອກລ່ວງໜ້າວ່າເປໂຕຈະປະຕິເສດເພິ່ນແລະອັກຄະສາວົກຈະກະຈັດກະຈາຍໄປ |
||||||
ສັນຍາວ່າຈະໃຫ້ມີຜູ້ຊ່ວຍ; ຕົວຢ່າງປຽບທຽບເລື່ອງຕົ້ນອະງຸ່ນແທ້; ສັ່ງໃຫ້ຮັກກັນ; ອະທິດຖານກັບພວກອັກຄະສາວົກເປັນຄັ້ງສຸດທ້າຍ |
||||||
ສວນເຄັດເຊມາເນ |
ເປັນທຸກຫຼາຍຢູ່ໃນສວນ; ພະເຢຊູຖືກທໍລະຍົດແລະຖືກຈັບ |
|||||
ເຢຣູຊາເລັມ |
ຖືກອັນນາສໍ້ຖາມ; ຖືກກາຢະຟາແລະສານຊັນເຮດຣິນພິຈາລະນາຄະດີ; ຖືກເປໂຕປະຕິເສດ |
|||||
ຢູດາຜູ້ທີ່ທໍລະຍົດແຂວນຄໍຕາຍ (ກຈກ 1:18, 19) |
||||||
ຢູ່ຕໍ່ໜ້າປີລາດ ຫຼັງຈາກນັ້ນກໍໄປຫາເຫໂລດ ແລ້ວກັບມາຫາປີລາດ |
||||||
ປີລາດຫາທາງປ່ອຍພະເຢຊູແຕ່ພວກຢິວຂໍໃຫ້ປ່ອຍບາຣາບາ; ຖືກຕັດສິນປະຫານເທິງເສົາທໍລະມານ |
||||||
(ປ. ບ່າຍ 3 ໂມງ) |
ໂຄລະໂຄທາ |
ຕາຍຢູ່ເທິງເສົາທໍລະມານ |
||||
ເຢຣູຊາເລັມ |
ສົບຂອງພະເຢຊູຖືກເອົາລົງມາຈາກເສົາແລ້ວເອົາໄປຝັງໄວ້ໃນອຸໂມງ |
|||||
15 ນີຊານ (ວັນທີ 8-9 ເມສາ 2020) |
ເຢຣູຊາເລັມ |
ພວກປະໂລຫິດແລະພວກຟາຣິຊາຍຂໍໃຫ້ທະຫານຍາມໄປເຝົ້າອຸໂມງຝັງສົບແລະອັດປາກອຸໂມງໄວ້ |
||||
16 ນີຊານ (ວັນທີ 9-10 ເມສາ 2020) |
ເຢຣູຊາເລັມແລະບໍລິເວນໃກ້ຄຽງ; ເອມມາອຸດ |
ພະເຢຊູຄືນມາຈາກຕາຍ; ປາກົດຕົວໃຫ້ລູກສິດເຫັນ 5 ຄັ້ງ |
||||
ຫຼັງຈາກ 16 ນີຊານ |
ເຢຣູຊາເລັມ; ຄາລີເລ |
ປາກົດຕົວໃຫ້ພວກລູກສິດເຫັນອີກຫຼາຍຄັ້ງ (1ກຣ 15:5-7; ກຈກ 1:3-8); ສອນພວກລູກສິດ; ມອບໝາຍວຽກສອນຄົນໃຫ້ເປັນລູກສິດ |