ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 8 ໜ້າ 11
  • ການ​ໃຊ້​ຕົວຢ່າງ​ປຽບ​ທຽບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ໃຊ້​ຕົວຢ່າງ​ປຽບ​ທຽບ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • “ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ”
    “ຕາມເຮົາໄປເຖີ້ນ”
  • ໃຊ້ຕົວຢ່າງປຽບທຽບສອນຈຸດສຳຄັນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ການ​ສອນ​ດ້ວຍ​ຄຳ​ອຸປະມາ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 8 ໜ້າ 11

ບົດຮຽນ​ທີ 8

ການ​ໃຊ້​ຕົວຢ່າງ​ປຽບ​ທຽບ

ການ​ອ້າງອີງ​ຂໍ້​ຄຳພີ

ມັດທາຍ 13:34, 35

ຈຸດ​ສຳຄັນ: ປັບ​ປຸງ​ການ​ສອນ​ຂອງ​ເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ງ່າຍໆທີ່​ໜ້າ​ສົນ​ໃຈ ແລະ​ໃຊ້​ເພື່ອ​ສອນ​ສະເພາະ​ຈຸດ​ທີ່​ສຳຄັນ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຊ້​ຕົວຢ່າງ​ງ່າຍໆ. ຄື​ກັບ​ພະ​ເຍຊູ​ທີ່​ໃຊ້​ເລື່ອງ​ນ້ອຍໆອະທິບາຍ​ເລື່ອງ​ໃຫຍ່ໆ ແລະ​ໃຊ້​ເລື່ອງ​ງ່າຍໆອະທິບາຍ​ເລື່ອງ​ຍາກໆ. ຢ່າ​ເວົ້າ​ສິ່ງ​ທີ່​ບໍ່​ຈຳເປັນ​ເຊິ່ງ​ອາດ​ເຮັດ​ໃຫ້​ເຂົ້າ​ໃຈ​ຍາກ. ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ຕົວຢ່າງ​ທີ່​ເຈົ້າ​ໃຊ້​ກົງ​ກັບ​ເລື່ອງ​ທີ່​ເຈົ້າ​ສອນ ເພື່ອ​ບໍ່​ໃຫ້​ຜູ້​ຟັງ​ສັບສົນ​ກັບ​ເລື່ອງ​ທີ່​ບໍ່​ກ່ຽວ​ຂ້ອງ.

    ວິທີ​ປະຕິບັດ

    ເຈົ້າ​ຕ້ອງ​ເປັນ​ຄົນ​ມັກ​ສັງເກດ. ໃຫ້​ເບິ່ງ​ສິ່ງ​ທີ່​ຢູ່​ອ້ອມ​ຕົວ​ເຈົ້າ ອ່ານ​ແລະ​ສຶກສາ​ປຶ້ມ​ຂອງ​ອົງການ ແລະ​ສັງເກດ​ຈາກ​ຄົນ​ທີ່​ສອນ​ໄດ້​ດີ. ຈົດ​ບັນທຶກ​ຕົວຢ່າງ​ທີ່​ຈະ​ໃຊ້​ໃນ​ການ​ສອນ​ຂອງ​ເຈົ້າ ແລະ​ເກັບ​ໄວ້​ໃນ​ແຟ້ມ​ສ່ວນ​ຕົວ.

  • ຄິດ​ເຖິງ​ຜູ້​ຟັງ. ເລືອກ​ຕົວຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຜູ້​ຟັງ​ເຮັດ ແລະ​ສົນ​ໃຈ. ແຕ່​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຊ້​ຕົວຢ່າງ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຟັງ​ອຶດ​ອັດ​ຫຼື​ບໍ່​ພໍ​ໃຈ.

  • ສອນ​ຈຸດ​ສຳຄັນ. ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ສອນ​ຈຸດ​ທີ່​ສຳຄັນ​ບໍ່​ແມ່ນ​ຈຸດ​ນ້ອຍໆ. ເຮັດ​ໃຫ້​ຜູ້​ຟັງ​ຈື່​ສິ່ງ​ທີ່​ໄດ້​ຮຽນ ບໍ່​ແມ່ນ​ຈື່​ໄດ້​ແຕ່​ຕົວຢ່າງ​ເທົ່າ​ນັ້ນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌