ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 19 ໜ້າ 22
  • ເຂົ້າ​ເຖິງ​ຫົວໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຂົ້າ​ເຖິງ​ຫົວໃຈ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 19 ໜ້າ 22

ບົດຮຽນ​ທີ 19

ເຂົ້າ​ເຖິງ​ຫົວໃຈ

ການ​ອ້າງອີງ​ຂໍ້​ຄຳພີ

ສຸພາສິດ 3:1

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ເຫັນ​ຄຸນຄ່າ​ແລະ​ນຳ​ເອົາ​ເລື່ອງ​ທີ່​ໄດ້​ຮຽນ​ໄປ​ໃຊ້.

ສິ່ງ​ທີ່​ຄວນ​ເຮັດ:

  • ຊ່ວຍ​ຜູ້​ຟັງ​ໃຫ້​ກວດ​ສອບ​ຕົວ​ເອງ. ໃຊ້​ຄຳຖາມ​ເພື່ອ​ກະຕຸ້ນ​ຜູ້​ຟັງ​ໃຫ້​ກວດ​ສອບ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ.

  • ເຮັດ​ໃຫ້​ເກີດ​ແຮງ​ກະຕຸ້ນ​ທີ່​ດີ. ເຮັດ​ໃຫ້​ຜູ້​ຟັງ​ກວດ​ສອບ​ເບິ່ງ​ຕົວ​ເອງ​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ດີ. ຊ່ວຍ​ຜູ້​ຟັງ​ໃຫ້​ມີ​ແຮງ​ກະຕຸ້ນ​ທີ່​ດີ​ທີ່​ສຸດ​ເຊິ່ງ​ກໍ​ຄື ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ ຕໍ່​ເພື່ອນ​ມະນຸດ ແລະ​ຕໍ່​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ໃຫ້​ຫາ​ເຫດຜົນ​ກັບ​ຜູ້​ຟັງ​ແທນ​ທີ່​ຈະ​ບອກ​ຜູ້​ຟັງ​ໃຫ້​ຮູ້​ໄປ​ເລີຍ. ຢ່າ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອາຍ​ຫຼື​ຮູ້ສຶກ​ຜິດ ເມື່ອ​ບັນລະຍາຍ​ຈົບ​ຜູ້​ຟັງ​ຄວນ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຢາກ​ເຮັດ​ດີ​ທີ່​ສຸດ.

  • ກະຕຸ້ນ​ໃຫ້​ຜູ້​ຟັງ​ສົນ​ໃຈ​ທີ່​ພະ​ເຢໂຫວາ. ເນັ້ນ​ວ່າ​ຄຳ​ສອນ ຫຼັກ​ການ ແລະ​ຄຳ​ສັ່ງ​ໃນ​ຄຳພີ​ໄບເບິນ​ສະທ້ອນ​ເຖິງ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ ແລະ​ຄວາມ​ຮັກ​ທີ່​ພະອົງ​ມີ​ຕໍ່​ເຮົາ. ຊ່ວຍ​ຜູ້​ຟັງ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຢາກ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ.

    ວິທີ​ປະຕິບັດ

    ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊັກ​ນຳ​ມະນຸດ​ໃຫ້​ມາ​ຫາ​ພະອົງ. ໃຊ້​ຄຳພີ​ໄບເບິນ​ເພື່ອ​ກະຕຸ້ນ​ຜູ້​ຟັງ.

ໃນ​ວຽກ​ປະກາດ

ຖ້າ​ເປັນ​ໄປ​ໄດ້​ໃຫ້​ໃຊ້​ຄຳຖາມ​ເພື່ອ​ຈະ​ຮູ້​ວ່າ​ຜູ້​ຟັງ​ເຊື່ອ​ເລື່ອງ​ຫຍັງ. ໃຫ້​ສັງເກດ​ສີ​ໜ້າ ທ່າ​ທາງ ແລະ​ສຽງ​ເພື່ອ​ຈະ​ຮູ້​ວ່າ​ຜູ້​ຟັງ​ຮູ້ສຶກ​ແນວ​ໃດ​ແທ້ໆ. ການ​ເຮັດ​ແບບ​ນີ້​ຕ້ອງ​ໃຊ້​ຄວາມ​ອົດ​ທົນ. ເຈົ້າ​ອາດ​ຕ້ອງ​ໃຊ້​ເວລາ​ເພື່ອ​ເຮັດ​ໃຫ້​ຜູ້​ຟັງ​ໄວ້​ໃຈ​ແລະ​ເປີດ​ເຜີຍ​ຄວາມ​ຮູ້ສຶກ​ອອກ​ມາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌