ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 20-25
  • ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ສະພາບການ​ຂອງ​ເຮົາ​ປ່ຽນ​ແປງ
  • ເມື່ອ​ຄົນ​ອື່ນ​ຕຳໜິ​ຫຼື​ຊົມ​ເຊີຍ
  • ເມື່ອ​ເຮົາ​ຕັດສິນ​ໃຈ
  • ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ
  • ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ໂຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ບາເຣຊີລາຍ—ຕົວຢ່າງທີ່ດີຂອງຄວາມຈຽມຕົວ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 20-25
ຜູ້​ພະຍາກອນ​ຈາກ​ຢູດາ​ຖືກ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ຫຼອກ​ລວງ

ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ພາຍ​ໃຕ້​ການ​ທົດລອງ

“ທຽວ​ໄປ​ນຳ​ພະເຈົ້າ​ຂອງ​ເຈົ້າ​ດ້ວຍ​ໃຈ​ຖ່ອມ.”—ມີເກ 6:8

ເພງ: 48, 95

ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວໃດ​ໃຫ້ . . .

  • ເຮັດ​ວຽກ​ມອບ​ໝາຍ​ໄດ້​ດີ?

  • ຮັບ​ມື​ກັບ​ຄຳ​ຕຳໜິ​ຫຼື​ຄຳ​ຊົມ​ເຊີຍ?

  • ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ?

1-3. ຜູ້​ພະຍາກອນ​ຈາກ​ຢູດາ​ບໍ່​ໄດ້​ເຮັດ​ສິ່ງ​ໃດ ແລະ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

ເຢໂຣໂບອາມ​ເປັນ​ກະສັດ​ຂອງ​ປະເທດ​ອິດສະລາແອນ ລາວ​ໄດ້​ຕັ້ງ​ແທ່ນ​ບູຊາ​ສຳລັບ​ການ​ນະມັດສະການ​ປອມ​ໃນ​ເມືອງ​ເບດເອນ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ຈາກ​ຢູດາ​ໃຫ້​ໄປ​ບອກ​ລາວ​ເລື່ອງ​ຂ່າວ​ສານ​ການ​ພິພາກສາ. ຜູ້​ພະຍາກອນ​ທີ່​ຖ່ອມ​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ໄປ​ບອກ​ຂ່າວ​ສານ​ນັ້ນ ເຊິ່ງ​ກະສັດ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ ແຕ່​ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ລາວ.—1 ກະສັດ 13:1-10

2 ພະ​ເຢໂຫວາ​ສັ່ງ​ຜູ້​ພະຍາກອນ​ວ່າ​ຢ່າ​ກິນ​ອາຫານ​ຫຼື​ດື່ມ​ນ້ຳ​ໃນ​ອິດສະລາແອນ ແລະ​ໃຫ້​ເມືອ​ເຮືອນ​ໂດຍ​ໃຊ້​ເສັ້ນ​ທາງ​ອື່ນ. ຕອນ​ເດີນ​ທາງ​ກັບ ຜູ້​ພະຍາກອນ​ໄດ້​ພົບ​ກັບ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ທີ່​ຕົວະ​ລາວ ໂດຍ​ບອກ​ວ່າ​ມີ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ. ຊາຍ​ຄົນ​ນີ້​ຊວນ​ຜູ້​ພະຍາກອນ​ໄປ​ເຮືອນ​ລາວ​ເພື່ອ​ກິນ​ອາຫານ​ແລະ​ດື່ມ​ນ້ຳ. ຜູ້​ພະຍາກອນ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ໄດ້​ໄປ​ກັບ​ຊາຍ​ຄົນ​ນັ້ນ ເຊິ່ງ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ໃນ​ເລື່ອງ​ນີ້. ໃນ​ລະຫວ່າງ​ທາງ​ເມືອ​ເຮືອນ ໂຕ​ສິງ​ໄດ້​ມາ​ທຳ​ຮ້າຍ​ແລະ​ຂ້າ​ຜູ້​ພະຍາກອນ.—1 ກະສັດ 13:11-24

3 ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ຜູ້​ພະຍາກອນ​ຈຶ່ງ​ຟັງ​ຊາຍ​ສູງ​ອາຍຸ​ຄົນ​ນັ້ນ​ຫຼາຍ​ກວ່າ​ຟັງ​ພະ​ເຢໂຫວາ. ແຕ່​ເຮົາ​ຮູ້​ວ່າ​ລາວ​ບໍ່​ໄດ້ ‘ທຽວ​ໄປ​ນຳ​ພະເຈົ້າ​ດ້ວຍ​ໃຈ​ຖ່ອມ.’ (ອ່ານ​ມີເກ 6:8) ໃນ​ຄຳພີ​ໄບເບິນ ການ​ທຽວ​ໄປ​ໝາຍ​ເຖິງ​ການ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ເຊິ່ງ​ມັນ​ກ່ຽວ​ຂ້ອງ​ກັບ​ການ​ໄວ້​ວາງໃຈ ໝາຍ​ເພິ່ງ​ການ​ຊີ້​ນຳ ແລະ​ເຊື່ອ​ຟັງ​ພະອົງ. ຄົນ​ທີ່​ຖ່ອມ​ຮູ້​ວ່າ​ຈະ​ຕ້ອງ​ອະທິດຖານ​ເປັນ​ປະຈຳ. ຖ້າ​ຜູ້​ພະຍາກອນ​ເປັນ​ຄົນ​ຖ່ອມ ລາວ​ຈະ​ຖາມ​ພະ​ເຢໂຫວາ​ວ່າ​ພະອົງ​ປ່ຽນ​ແປງ​ຄຳ​ສັ່ງ​ຫຼື​ບໍ່. ບາງ​ເທື່ອ​ເຮົາ​ກໍ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ຍາກ ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ອາດ​ບໍ່​ຈະ​ແຈ້ງ. ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ຂໍ​ໃຫ້​ພະອົງ​ຊີ້​ນຳ​ເຮົາ​ເພື່ອ​ເຮົາ​ຈະ​ບໍ່​ເຮັດ​ຜິດ​ຮ້າຍແຮງ.

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ວ່າ​ການ​ເປັນ​ຄົນ​ຖ່ອມ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້. ແຕ່​ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ສະພາບການ​ໃດ​ແດ່​ທີ່​ອາດ​ທົດລອງ​ຄວາມ​ຖ່ອມ​ຂອງ​ເຮົາ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ​ແທ້ໆຫຼື​ບໍ່? ຕອນ​ນີ້​ໃຫ້​ເຮົາ​ເບິ່ງ​ສະພາບການ​ສາມ​ຢ່າງ​ຕໍ່​ໄປ​ນີ້.—ສຸພາສິດ 11:2

ເມື່ອ​ສະພາບການ​ຂອງ​ເຮົາ​ປ່ຽນ​ແປງ

5, 6. ບາເຣຊີລາຍ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ຄົນ​ຖ່ອມ?

5 ວິທີ​ທີ່​ເຮົາ​ຕອບ​ສະໜອງ​ຕໍ່​ກັບ​​ສະພາບການ​ຫຼື​ເມື່ອ​ວຽກ​ມອບ​ໝາຍ​ຂອງ​ເຮົາ​ປ່ຽນ​ແປງ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ​ແທ້ໆຫຼື​ບໍ່. ເຮົາ​ໄດ້​ບົດຮຽນ​ຈາກ​ຕົວຢ່າງ​ຂອງ​ບາເຣຊີລາຍ​ເຊິ່ງ​ເປັນ​ໝູ່​ທີ່​ພັກດີ​ຂອງ​ກະສັດ​ດາວິດ. ຕອນ​ທີ່​ບາເຣຊີລາຍ​ອາຍຸ 80 ປີ ດາວິດ​ຊວນ​ລາວ​ໃຫ້​ໄປ​ຢູ່​ໃນ​ພະ​ລາຊະວັງ​ນຳ. ເຖິງ​ວ່າ​ເລື່ອງ​ນີ້​ເປັນ​ກຽດ​ທີ່​ຍິ່ງໃຫຍ່ ແຕ່​ບາເຣຊີລາຍ​ບອກ​ວ່າ​ຈະ​ດີ​ກວ່າ​ຖ້າ​ໃຫ້​ວຽກ​ມອບ​ໝາຍ​ນີ້​ແກ່​ກີມຫາມ​ເຊິ່ງ​ອາດ​ເປັນ​ລູກ​ຊາຍ​ຂອງ​ລາວ.—2 ຊາເມືອນ 19:31-37

6 ເປັນ​ຫຍັງ​ບາເຣຊີລາຍ​ຈຶ່ງ​ປະຕິເສດ​ຄຳ​ເຊີນ​ນີ້? ຍ້ອນ​ວ່າ​ບໍ່​ຢາກ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼື​ເພື່ອ​ມີ​ຄວາມ​ສຸກ​ກັບ​ຊີວິດ​ທີ່​ສະຫງົບ​ບໍ? ບໍ່​ແມ່ນ. ລາວ​ປະຕິເສດ​ຄຳ​ເຊີນ​ນີ້​ຍ້ອນ​ເປັນຄົນ​ຖ່ອມ. ລາວ​ສຳນຶກ​ວ່າ​ສະພາບການ​ຂອງ​ຕົວ​ເອງ​ໄດ້​ປ່ຽນ​ໄປ ແລະ​ລາວ​ກໍ​ຍອມ​ຮັບ​ຂີດ​ຈຳກັດ​ຂອງ​ຕົວ​ເອງ. (ອ່ານ​ຄາລາຊີ 6:4, 5) ຄື​ກັບ​ບາເຣຊີລາຍ ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ. ແທນ​ທີ່​ຈະ​ຈົດຈໍ່​ໃນ​ສິ່ງ​ທີ່​ເຮົາ​ຕ້ອງການ​ຫຼື​ສົມ​ທຽບ​ຕົວ​ເຮົາ​ກັບ​ຄົນ​ອື່ນ ໃຫ້​ເຮົາ​ຈົດຈໍ່​ຢູ່​ກັບ​ການ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ພະ​ເຢໂຫວາ ເພາະ​ນັ້ນ​ສຳຄັນ​ກວ່າ​ການ​ມີ​ວຽກ​ມອບ​ໝາຍ​ທີ່​ພິເສດ​ຫຼື​ການ​ມີ​ຊື່ສຽງ. (ຄາລາຊີ 5:26) ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ອື່ນ.—1 ໂກລິນໂທ 10:31

7, 8. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ໝາຍ​ເພິ່ງ​ຕົວ​ເອງ?

7 ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ຄວາມ​ຖ່ອມ ຖ້າ​ເຮົາ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼື​ມີ​ສິດ​ອຳນາດ​ຫຼາຍ​ຂຶ້ນ. ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ເນເຫມີ. ເມື່ອ​ເນເຫມີ​ໄດ້​ຍິນ​ວ່າ​ປະຊາຊົນ​ໃນ​ເມືອງ​ເຢຣຶຊາເລມ​ມີ​ບັນຫາ​ຫຼາຍ​ຢ່າງ ລາວ​ອ້ອນ​ວອນ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ. (ເນເຫມີ 1:4, 11) ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ນັ້ນ ໂດຍ​ໃຫ້​ກະສັດ​ອາເຣຕາເຊເຣເຊ​ແຕ່ງ​ຕັ້ງ​ເນເຫມີ​ເປັນ​ຜູ້​ປົກຄອງ​ຂົງ​ເຂດ​ນັ້ນ. ເຖິງ​ວ່າ​ຈະ​ຮັ່ງມີ​ແລະ​ມີ​ອຳນາດ ແຕ່​ເນເຫມີ​ບໍ່​ເຄີຍ​ໝາຍ​ເພິ່ງ​ຕົວ​ເອງ. ລາວ​ຊອກ​ຫາ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ແລະ​ອ່ານ​ກົດ​ໝາຍ​ຂອງ​ພະອົງ​ເປັນ​ປະຈຳ. (ເນເຫມີ 8:1, 8, 9) ເນເຫມີ​ມີ​ອຳນາດ​ເໜືອ​ຫຼາຍ​ຄົນ ແຕ່​ກໍ​ບໍ່​ເຄີຍ​ໃຊ້​ອຳນາດ​ນັ້ນ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຕົວ​ເອງ​ຫຼື​ປະຕິບັດ​ກັບ​ຄົນ​ອື່ນ​ແບບ​ຮຸນແຮງ.—ເນເຫມີ 5:14-19

8 ຄື​ກັບ​ເນເຫມີ ຖ້າ​ເຮົາ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ຫຼື​ມີ​ການ​ປ່ຽນ​ແປງ​ໃນ​ວຽກ​ມອບ​ໝາຍ ແນ່ນອນ​ວ່າ​ເຮົາ​ຢາກ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ. ເຮົາ​ບໍ່​ຢາກ​ໝາຍ​ເພິ່ງ​ໃນ​ຄວາມ​ສາມາດ​ຫຼື​ປະສົບການ​ຂອງ​ເຮົາ​ເອງ. ຄົນ​ເຮົາ​ອາດ​ເລີ່ມ​ໝາຍ​ເພິ່ງ​ຕົວ​ເອງ​ໂດຍ​ວິທີ​ໃດ? ຕົວຢ່າງ​ເຊັ່ນ: ຜູ້​ເຖົ້າ​ແກ່​ອາດ​ເບິ່ງ​ແຍງ​ເລື່ອງ​ຕ່າງໆ ຂອງ​ປະຊາຄົມ​ໂດຍ​ທີ່​ບໍ່​ໄດ້​ອະທິດຖານ​ກ່ອນ. ພີ່​ນ້ອງ​ບາງ​ຄົນ​ອາດ​ຕັດສິນ​ໃຈ​ກ່ອນ​ໃນ​ເລື່ອງ​ໃດ​ໜຶ່ງ ແລ້ວ​ຈາກ​ນັ້ນ​ກໍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍ​ພອນ​ການ​ຕັດສິນ​ໃຈ​ນັ້ນ. ແຕ່​ຄົນ​ທີ່​ຖ່ອມ​ຈະ​ບໍ່​ໝາຍ​ເພິ່ງ​ຕົວ​ເອງ ເຖິງ​ວ່າ​ລາວ​ກຳລັງ​ເຮັດ​ສິ່ງ​ທີ່​ຕົວ​ເອງ​ເຄີຍ​ເຮັດ​ຫຼາຍ​ເທື່ອ​ແລ້ວ​ກໍ​ຕາມ. ລາວ​ສຳນຶກ​ຢູ່​ສະເໝີ​ວ່າ​ຄວາມ​ສາມາດ​ຂອງ​ລາວ​ແມ່ນ​ສົມ​ທຽບ​ບໍ່​ໄດ້​ກັບ​ພະ​ເຢໂຫວາ. (ອ່ານ​ສຸພາສິດ 3:5, 6) ໃນ​ໂລກ​ທຸກ​ມື້​ນີ້ ຫຼາຍ​ຄົນ​ເຫັນ​ແກ່​ຕົວ​ແລະ​ພະຍາຍາມ​ແຊງ​ໜ້າ​ຄົນ​ອື່ນ. ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ. ເຮົາ​ບໍ່​ໄດ້​ຄິດ​ວ່າ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ເຮັດ​ໃຫ້​ເຮົາ​ດີ​ກວ່າ​ຄົນ​ອື່ນໆໃນ​ຄອບຄົວ​ຫຼື​ໃນ​ປະຊາຄົມ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ໃຫ້​ເຮົາ​ນຶກ​ເຖິງ​ໜ້າ​ທີ່​ຂອງ​ເຮົາ​ໃນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ແລະ​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ຊາຍ​ຍິງ.—1 ຕີໂມເຕ 3:15

ເມື່ອ​ຄົນ​ອື່ນ​ຕຳໜິ​ຫຼື​ຊົມ​ເຊີຍ

9, 10. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ຕຳໜິ​ເຮົາ​ຢ່າງ​ບໍ່​ຍຸຕິທຳ?

9 ເມື່ອ​ບາງ​ຄົນ​ຕຳໜິ​ເຮົາ​ຢ່າງ​ບໍ່​ຍຸຕິທຳ​ນັ້ນ​ອາດ​ເຮັດ​ໃຫ້​ເຮົາ​ເສຍໃຈ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ອານາ. ເຖິງ​ວ່າ​ຜົວ​ຮັກ​ລາວ​ຫຼາຍ ແຕ່​ອານາ​ກໍ​ບໍ່​ມີ​ຄວາມ​ສຸກ ເພາະ​ເປນີນາ​ທີ່​ເປັນ​ຄູ່​ແຂ່ງ​ຂອງ​ລາວ ມັກ​ເຍາະ​ເຍີ້ຍ​ຢູ່​ຕະຫຼອດ. ອານາ​ຢາກ​ມີ​ລູກ​ແຕ່​ລາວ​ເປັນ​ໝັນ. ມື້​ໜຶ່ງ​ອານາ​ຮູ້ສຶກ​ເສົ້າໃຈ​ຫຼາຍ ລາວ​ຈຶ່ງ​ໄປ​ວິຫານ​ເພື່ອ​ອະທິດຖານ. ເມື່ອ​ປະໂລຫິດ​ໃຫຍ່​ເອລີ​ເຫັນ​ລາວ​ກຳລັງ​ຮ້ອງໄຫ້​ຈຶ່ງ​ກ່າວ​ຫາ​ລາວ​ວ່າ​ເມົາ​ເຫຼົ້າ. ອານາ​ອາດ​ຈະ​ໃຈ​ຮ້າຍ​ຫຼາຍ​ກໍ​ໄດ້ ແຕ່​ລາວ​ເລືອກ​ທີ່​ຈະ​ຕອບ​ເອລີ​ດ້ວຍ​ຄວາມ​ນັບຖື. ຫຼັງ​ຈາກ​ນັ້ນ ອານາ​ອະທິດຖານ​ໃນ​ແບບ​ທີ່​ສະແດງ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ.—1 ຊາເມືອນ 1:5-7, 12-16; 2:1-10

10 ຄວາມ​ຖ່ອມ​ຊ່ວຍ​ເຮົາ​ໃຫ້ “ແພ້ [“ຊະນະ,” ລ.ມ.] ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ.” (ໂລມ 12:21) ໂລກ​ທີ່​ຊາຕານ​ປົກຄອງ​ເຕັມ​ໄປ​ດ້ວຍ​ສິ່ງ​ຊົ່ວ​ຮ້າຍ. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຕົກໃຈ​ເມື່ອ​ຖືກ​ປະຕິບັດ​ຢ່າງ​ບໍ່​ຍຸຕິທຳ. ເຖິງ​ວ່າ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ ແຕ່​ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ນີ້. (ຄຳເພງ 37:1) ເຮົາ​ອາດ​ເຈັບ​ໃຈ​ຫຼາຍ​ຕື່ມ​ອີກ​ເມື່ອ​ມີ​ບັນຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. ຖ້າ​ເລື່ອງ​ນີ້​ເກີດ​ຂຶ້ນ ເຮົາ​ຢາກ​ຮຽນ​ແບບ​ພະ​ເຍຊູ. ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ເຂົາ​ໄດ້​ກ່າວ​ຄຳ​ປະໝາດ​ຕໍ່​ພະອົງ ພະອົງ​ບໍ່​ໄດ້​ກ່າວ​ຄຳ​ປະໝາດ​ຕອບ​ແທນ.” ແຕ່​ໄດ້ ‘ຝາກ​ຕົວ​ເອງ​ໄວ້​ກັບ​ພະເຈົ້າ​ຜູ້ຕັດສິນ​ດ້ວຍ​ຄວາມ​ຊອບທຳ.’ (1 ເປໂຕ 2:23) ພະ​ເຍຊູ​ເປັນ​ຄົນ​ຖ່ອມ​ແລະ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ. (ໂລມ 12:19) ເຮົາ​ເອງ​ກໍ​ຢາກ​ເປັນ​ຄົນ​ຖ່ອມ​ແລະ​ບໍ່ “ກະທຳ​ການ​ຮ້າຍ​ຕອບ​ແທນ​ການ​ຮ້າຍ.”—1 ເປໂຕ 3:8, 9

11, 12. (ກ) ເມື່ອ​ຄົນ​ອື່ນ​ຊົມ​ເຊີຍ​ຫຼື​ຍ້ອງ​ຍໍ​ເຮົາ ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ໄດ້​ແນວ​ໃດ? (ຂ) ການ​ແຕ່ງ​ຕົວ​ແລະ​ການ​ປະພຶດ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ?

11 ເມື່ອ​ຄົນ​ອື່ນ​ຊົມ​ເຊີຍ​ຫຼື​ຍ້ອງ​ຍໍ​ເຮົາ ເລື່ອງ​ນີ້​ອາດ​ທົດລອງ​ຄວາມ​ຖ່ອມ​ຂອງ​ເຮົາ​ເຊັ່ນ​ກັນ. ເອເຊເທຣ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ແລະ​ການ​ຍ້ອງ​ຍໍ​ຫຼາຍ ເພາະ​ລາວ​ເປັນ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ງາມ​ທີ່​ສຸດ​ໃນ​ປະເທດ​ເປເຣເຊ. ເປັນ​ເວລາ​ໜຶ່ງ​ປີ​ທີ່​ເອເຊເທຣ​ແລະ​ຍິງ​ສາວ​ຫຼາຍ​ຄົນ​ໄດ້​ຮັບ​ການ​ເອົາໃຈໃສ່​ດ້ວຍ​ເຄື່ອງ​ບຳລຸງ​ຄວາມ​ງາມ​ແບບ​ພິເສດ ຍິງ​ສາວ​ເຫຼົ່າ​ນັ້ນ​ແຂ່ງ​ຂັນ​ກັນ​ເພື່ອ​ໃຫ້​ກະສັດ​ສົນ​ໃຈ. ຕໍ່​ມາ​ກະສັດ​ໄດ້​ເລືອກ​ເອເຊເທຣ​ໃຫ້​ເປັນ​ລາຊີນີ​ຂອງ​ລາວ. ແຕ່​ການ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທັງ​ໝົດ​ນີ້​ບໍ່​ໄດ້​ປ່ຽນ​ແປງ​ລາວ ເພາະ​ລາວ​ບໍ່​ໄດ້​ກາຍ​ເປັນ​ຄົນ​ທີ່​ຄິດ​ຫາ​ແຕ່​ຕົວ​ເອງ. ເອເຊເທຣ​ຍັງ​ເປັນ​ຄົນ​ຖ່ອມ ກະລຸນາ ແລະ​ໜ້າ​ນັບຖື.—ເອເຊເທຣ 2:9, 12, 15, 17

ຕົວຢ່າງ​ຂອງ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ຢູ່​ຫໍ​ປະຊຸມ​ທີ່​ສະແດງ​ເຖິງ​ຄວາມ​ຖ່ອມ​ແລະ​ຄວາມ​ບໍ່​ຖ່ອມl

ການ​ແຕ່ງ​ຕົວ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຮົາ​ນັບຖື​ພະ​ເຢໂຫວາ​ແລະ​ຄົນ​ອື່ນ ຫຼື​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ຖ່ອມ? (ເບິ່ງ​ຂໍ້ 12)

12 ຖ້າ​ເຮົາ​ເປັນ​ຄົນ​ທີ່​ຖ່ອມ ເຮົາ​ກໍ​ຈະ​ແຕ່ງ​ຕົວ​ແລະ​ປະພຶດໃນ​ແບບ​ທີ່​ສະແດງ​ວ່າ​ເຮົາ​ນັບຖື​ຄົນ​ອື່ນ​ຄື​ກັບ​ທີ່​ເຮົາ​ນັບຖື​ຕົວ​ເອງ. ແທນ​ທີ່​ຈະ​ອວດ​ອ້າງ​ຫຼື​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ ເຮົາ​ພະຍາຍາມ​ມີ “ຈິດວິນຍານ​ອ່ອນ​ແລະ​ໃຈ​ສຸກ​ສຳລານ” ເຊິ່ງ​ໝາຍ​ເຖິງ​ການ​ມີ​ໃຈ​ທີ່​ສະຫງົບ​ແລະ​ອ່ອນ​ໂຍນ. (ອ່ານ 1 ເປໂຕ 3:3, 4; ເຢເຣມີ 9:23, 24) ທີ່​ຈິງ​ແລ້ວ​ສິ່ງ​ທີ່​ເຮົາ​ຮູ້ສຶກ​ກ່ຽວ​ກັບ​ຕົວ​ເອງ​ຈະ​ສະແດງ​ອອກ​ໃນ​ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ເຮົາ​ເປັນ​ຄົນ​ພິເສດ​ຍ້ອນ​ສິ່ງ​ທີ່​ເຮົາ​ເຮັດ ສິ່ງ​ທີ່​ເຮົາ​ຮູ້ ຫຼື​ຄົນ​ທີ່​ເຮົາ​ຮູ້ຈັກ. ຫຼື​ເຮົາ​ອາດ​ພະຍາຍາມ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ເຮົາ​ເຮັດ​ບາງ​ສິ່ງ​ທີ່​ສຳຄັນ​ດ້ວຍ​ຕົວ​ເອງ ເຊິ່ງ​ທີ່​ຈິງ​ແລ້ວ​ຄົນ​ອື່ນ​ຊ່ວຍ​ເຮົາ. ໃຫ້​ຄິດ​ເຖິງ​ພະ​ເຍຊູ ພະອົງ​ສາມາດ​ເຮັດ​ໃຫ້​ຜູ້​ຄົນ​ປະທັບ​ໃຈ​ໃນ​ຄວາມ​ສະຫຼາດ​ຂອງ​ພະອົງ. ແຕ່​ພະ​ເຍຊູ​ມັກ​ຍົກ​ເອົາ​ຄຳ​ເວົ້າ​ຈາກ​ພະ​ຄຳພີ ເພາະ​ບໍ່​ຢາກ​ໃຫ້​ຜູ້​ຄົນ​ຍ້ອງ​ຍໍ​ພະອົງ ແຕ່​ຢາກ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ນັ້ນ.—ໂຢຮັນ 8:28

ເມື່ອ​ເຮົາ​ຕັດສິນ​ໃຈ

13, 14. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ?

13 ເຮົາ​ຕ້ອງ​ເປັນ​ຄົນ​ທີ່​ຖ່ອມ​ສະເໝີ​ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆຫຼື​ເມື່ອ​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ. ເມື່ອ​ໂປໂລ​ຢູ່​ເມືອງ​ເຊຊາເຣ ລາວ​ຢາກ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ເຮັດ​ວຽກ​ມອບ​ໝາຍ​ຂອງ​ພະ​ເຢໂຫວາ​ໃຫ້​ສຳເລັດ. ແຕ່​ຜູ້​ພະຍາກອນ​ອາກາບຶ​ບອກ​ໂປໂລ​ວ່າ​ຖ້າ​ລາວ​ໄປ ລາວ​ຈະ​ຖືກ​ຈັບ​ແລະ​ອາດ​ຖືກ​ຂ້າ​ກໍ​ໄດ້. ດັ່ງ​ນັ້ນ ພີ່​ນ້ອງ​ຈຶ່ງ​ອ້ອນ​ວອນ​ໂປໂລ​ບໍ່​ໃຫ້​ໄປ ແຕ່​ລາວ​ກໍ​ຕັດສິນ​ໃຈ​ທີ່​ຈະ​ໄປ​ເມືອງ​ເຢຣຶຊາເລມ. ນັ້ນ​ເປັນ​ຍ້ອນ​ວ່າ​ລາວ​ໝາຍ​ເພິ່ງ​ໃນ​ຕົວ​ເອງ​ບໍ? ບໍ່​ແມ່ນ. ໂປໂລ​ຖ່ອມ​ຕົວ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ ແລະ​ພວກ​ພີ່​ນ້ອງ​ກໍ​ຖ່ອມ​ຕົວ​ເຊັ່ນ​ກັນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ໂປໂລ​ແລະ​ໃຫ້​ລາວ​ໄປ​ເມືອງ​ເຢຣຶຊາເລມ.—ກິດຈະການ 21:10-14

14 ການ​ເປັນ​ຄົນ​ຖ່ອມ​ຈະ​ຊ່ວຍ​ເຮົາ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ຮູ້​ຫຼື​ຄວບຄຸມ​ບໍ່​ໄດ້​ວ່າ​ຜົນ​ຂອງ​ການ​ຕັດສິນ​ໃຈ​ນັ້ນ​ຈະ​ອອກ​ມາ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຄິດ​ເຖິງ​ການ​ເລີ່ມ​ຮັບໃຊ້​ແບບ​ເຕັມ​ເວລາ. ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ເຈັບ​ປ່ວຍ? ຖ້າ​ພໍ່​ແມ່​ເຮົາ​ເຈັບ​ປ່ວຍ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເດ? ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຖົ້າ​ແກ່​ລົງ? ເຮົາ​ບໍ່​ສາມາດ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ເຖິງ​ວ່າ​ເຮົາ​ໄດ້​ອະທິດຖານ​ແລະ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ແລ້ວ. (ຜູ້​ເທສະໜາ​ປ່າວ​ປະກາດ 8:16, 17) ແຕ່​ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ ເຮົາ​ຈະ​ສຳນຶກ​ແລະ​ຍອມ​ຮັບ​ຂີດ​ຈຳກັດ​ຂອງ​ຕົວ​ເອງ. ເຮົາ​ຈະ​ພິຈາລະນາ​ເບິ່ງ​ຄວາມ​ເປັນ​ຈິງ ຂໍ​ຄຳ​ແນະນຳ ແລະ​ສຳຄັນ​ທີ່​ສຸດ​ເຮົາ​ຈະ​ອະທິດຖານ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ. ຫຼັງ​ຈາກ​ນັ້ນ​ເຮົາ​ຕ້ອງ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະອົງ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:4-6) ພະ​ເຢໂຫວາ​ສາມາດ​ອວຍ​ພອນ​ການ​ຕັດສິນ​ໃຈ​ຂອງ​ເຮົາ ຫຼື​ພະອົງ​ອາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ແຜນການ​ຂອງ​ເຮົາ.—ສຸພາສິດ 16:3, 9

ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ

15. ການ​ຄິດ​ຕຶກຕອງ​ເຖິງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ຖ່ອມ?

15 ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ຈະ​ເບິ່ງ 4 ວິທີ​ນຳ​ກັນ. ວິທີ​ທຳອິດ ເຮົາ​ຕ້ອງ​ຄິດ​ຕຶກຕອງ​ເຖິງ​ພະ​ເຢໂຫວາ ນັ້ນ​ຄື​ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ. ເມື່ອ​ເຮົາ​ສົມ​ທຽບ​ຕົວ​ເອງ​ກັບ​ພະ​ເຢໂຫວາ ເຮົາ​ກໍ​ສຳນຶກ​ວ່າ​ເຮົາ​ຕ່ຳ​ຕ້ອຍ​ແທ້ໆແລະ​ຮູ້​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ. (ເອຊາອີ 8:13) ໃຫ້​ຈື່​ໄວ້​ວ່າ​ເຮົາ​ຮັບໃຊ້​ພະເຈົ້າ​ຜູ້​ມີ​ລິດເດດ​ຍິ່ງໃຫຍ່ ບໍ່​ແມ່ນ​ຮັບໃຊ້​ມະນຸດ​ຫຼື​ທູດ​ສະຫວັນ. ການ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຖ່ອມ​ຕົວ​ຢູ່ “ໃຕ້​ມື​ອັນ​ມີ​ອຳນາດ​ແຫ່ງ​ພະເຈົ້າ.”—1 ເປໂຕ 5:6

16. ການ​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ຖ່ອມ?

16 ວິທີ​ທີ 2. ເຮົາ​ຈະ​ເປັນ​ຄົນ​ທີ່​ຖ່ອມ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຄິດຕຶກຕອງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ໂປໂລ​ໄດ້​ສົມທຽບ​ປະຊາຄົມ​ຄລິດສະຕຽນ​ກັບ​ຮ່າງກາຍ​ຂອງ​ມະນຸດ ເພາະ​ພະ​ເຢໂຫວາ​ສ້າງ​ທຸກ​ສ່ວນ​ຂອງ​ຮ່າງກາຍ​ໃຫ້​ມີ​ຄ່າ. (1 ໂກລິນໂທ 12:23, 24) ດັ່ງ​ນັ້ນ ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ຄ່າ​ສຳລັບ​ພະອົງ​ເຊັ່ນ​ກັນ. ພະອົງ​ບໍ່​ໄດ້​ສົມ​ທຽບ​ເຮົາ​ກັບ​ຄົນ​ອື່ນ​ແລະ​ກໍ​ຍັງ​ຮັກ​ເຮົາ​ສະເໝີ​ເມື່ອ​ເຮົາ​ເຮັດ​ຜິດ. ເຮົາ​ຮູ້ສຶກ​ປອດໄພ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ.

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຮົາ​ຊອກ​ຫາ​ສ່ວນ​ທີ່​ດີ​ໃນ​ຕົວ​ຄົນ​ອື່ນ?

17 ວິທີ​ທີ 3. ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຊອກ​ຫາ​ສ່ວນ​ທີ່​ດີ​ໃນ​ຕົວ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ. ແທນ​ທີ່​ຈະ​ພະຍາຍາມ​ຢູ່​ສະເໝີ​ເພື່ອ​ເປັນ​ຈຸດ​ສົນ​ໃຈ​ຫຼື​ບອກ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ ເຮົາ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ເຫຼົ່າ​ນັ້ນ​ແລະ​ເຕັມ​ໃຈ​ຍອມ​ຮັບ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ. (ສຸພາສິດ 13:10) ເຮົາ​ຈະ​ດີ​ໃຈ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ວຽກ​ມອບ​ໝາຍ​ພິເສດ. ນອກ​ຈາກ​ນັ້ນ ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ທີ່​ອະນຸຍາດ​ໃຫ້​ເຮົາ​ທຸກ​ຄົນ​ຮັບໃຊ້​ພະອົງ.—1 ເປໂຕ 5:9

18. ການ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ?

18 ວິທີ​ທີ 4. ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ. ຫຼັກ​ການ​ເຫຼົ່າ​ນີ້​ສອນ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແລະ​ຄິດ​ແນວ​ໃດ. ເມື່ອ​ເຮົາ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ສິ່ງ​ຕ່າງໆຈາກ​ມຸມ​ມອງ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ. ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ ອະທິດຖານ ແລະ​ນຳ​ໃຊ້​ສິ່ງ​ທີ່​ເຮົາ​ຮຽນ​ຮູ້ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. (1 ຕີໂມເຕ 1:5) ເຮົາ​ຮຽນ​ຮູ້​ທີ່​ຈະ​ຈັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ເຮົາ. ຖ້າ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ ‘ເຮັດ​ໃຫ້​ການ​ຝຶກ​ອົບຮົມ​ພວກ​ເຮົາ​ສຳເລັດ’ ເຊິ່ງ​ລວມ​ເຖິງ​ການ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຫຼາຍ​ຂຶ້ນ.—1 ເປໂຕ 5:10, ລ.ມ.

19. ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ?

19 ເຈົ້າ​ຈື່​ຜູ້​ພະຍາກອນ​ຈາກ​ຢູດາ​ໄດ້​ບໍ​ທີ່​ເຮົາ​ເວົ້າ​ເຖິງ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ບົດ​ຄວາມ​ນີ້? ລາວ​ໄດ້​ເສຍ​ຊີວິດ​ແລະ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ຍ້ອນ​ບໍ່​ໄດ້​ຮັກສາ​ຄວາມ​ຖ່ອມ. ແຕ່​ເຮົາ​ສາມາດ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ແມ່ນ​ແຕ່​ເມື່ອ​ການ​ເຮັດ​ແບບ​ນັ້ນ​ເປັນ​ເລື່ອງ​ຍາກ. ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຫຼາຍ​ຄົນ​ພິສູດ​ວ່າ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ. ແຮ່ງ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ດົນ​ເທົ່າ​ໃດ ເຮົາ​ກໍ​ຄວນ​ໝາຍ​ເພິ່ງ​ພະອົງ​ຫຼາຍ​ເທົ່າ​ນັ້ນ. (ສຸພາສິດ 8:13) ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ ເຮົາ​ກໍ​ຍັງ​ສາມາດ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ ແລະ​ເລື່ອງ​ນີ້​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ສຳລັບ​ເຮົາ. ດັ່ງ​ນັ້ນ ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ແລະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌